ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເອົາເລື່ອງໄຮ້ສາລະມາໃຫ້ອ່ານຕາມເຄີຍ...ບໍ່ລົມຍາວເນາະ ເຂົ້າເລື່ອງເລີຍ ໃຜຮູ້ແລ້ວກະທວນຄວາມຈຳເນາະ

 

ວ່າກັນວ່າ ຖ້າອານຸສາວະລີຂອງໃຜທີ່ຂີ່ມ້າ ແລ້ວມ້າຍົກຂາໜ້າສອງຂາ ແປວ່າລາວຕາຍໃນສົງຄາມ

ຖ້າມ້າຍົກຂາດຽວແປວ່າລາວໄດ້ຮັບບາດເຈັບໃນສົງຄາມ ແລະ ຕາຍຍ້ອນການບາດເຈັບດັ່ງກ່າວ

ຖ້າທັງສີ່ຂາຂອງມ້າບໍ່ຍົກ ສະແດງວ່າລາວຕາຍຍ້ອນພະຍາດຜູ້ກ່ຽວ

(ພະຍາດທີ່ລະບາດຢ່າງໜັກໃນປະເທດເຮົາ ແລະຍັງບໍ່ມີຢາຮັກສາ)

ຮູ້ບໍ່ວ່າ ເສື້ອກັນກະສຸນ, ທາງໜີໄຟ, ແນວປັດນ້ຳຝົນ ແລະ ເຄື່ອງພິມເລີເຊີ້ ຄືກັນບ່ອນໃດ?

ຕອບ: ທັງໝົດນ້ັນຄິດຄົ້ນໂດຍຜູ້ຍິງ

ເດືອນທີ່ຂຶ້ນຕົ້ນດ້ວຍວັນອາທິດ ຈະມີວັນສຸກທີ່ 13 ສະເໝີ ວ່າຊ້ານ...

ຄາລາເຕ້ມີຖິ່ນກຳເນີດໃນປະເທດອິນເດຍ (ແຕ່ບໍ່ເຫັນໄດ້ແຊ້ມນຳເຂົາເນາະ)

ໂທມັສ ເອດີສັນ ຜູ້ຄິດຄົ້ນຫຼອດໄຟ ຢ້ານຄວາມມືດ

(ສົງໃສຄົນທີ່ຄິດຄົ້ນໂຖສ້ວມ ຊິເປັນຄົນຖ່າຍບໍ່ຄ່ອຍອອກ)

ໃນນ້ຳທະເລ 100 ໂຕນ ຈະມີຄຳຢູ່ 4 ກລາມ

(ເອົານ້ຳທະເລໄປຂາຍຢູ່ຮ້ານຄຳກະຊິໄດ້ຢູ່ຫວານິ)

ເຈົ້າຟ້າຊາຍຊາວສ໌ ມັກສະສົມຝາຊັກໂຄກ

(ໂອະ ! ຝາຊັກໂຄກຢູ່ບ້ານຂ້ອຍຊິເປັນເງິນເປັນຄຳກະບາດນີ້ແຫຼະ)

ສຸດທ້າຍ ຮູ້ບໍ່ວ່າທີ່ຈິງແລ້ວເວັບ google ເປັນຈັກຄິດໄລ່

(ວ່າງໆກະລອງເບິ່ງ ບໍ່ສະເພາະແຕ່ ບວກລົບຄູນຫານ ມັນເກັ່ງກວ່ານັ້ນຫຼາຍ)


ອັນນີ້ແຖມ...ຮູ້ຫຼືບໍ່ວ່າຄົນທີ່ໜ້າຮັກທີ່ສຸດໃນໂລກໜ້າຕາເປັນແນວໃດ ລອງໄປເບິ່ງຢູ່ຫ້ອງສະແດງຄວາມເຫັນດ້ານລຸ່ມເດີ້...alt

 

(ລັກຈາກເນັດມາໃຫ້ອ່ານ)


ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ສະບາຍດີ ..ກ່ອນອື່ນຫວັງວ່າເຈົ້າຄົງວ່າງອີ່ຫຼີເນາະຈັ່ງຄລິກເຂົ້າມາ, ແຕ່ຖ້າເວລາຂອງເຈົ້າມັນມີຄ່າກວ່າທີ່ຈະມາອ່ານອີ່ຫຍັງທີ່ໄຮ້ສາລະຕໍ່ໄປນີ້ ຂໍແນະນຳວ່າ ອອກໄປດີກວ່າ.

ຖ້າຍັງຢືນຢັນວ່າວ່າງ.. ກະເຂົ້າເລື່ອງເລີຍເນາະ ບໍ່ມີຫຍັງດອກເອົາເລື່ອງບໍ່ເປັນເລື່ອງມາໃຫ້ອ່ານ ຖ້າເຄີຍອ່ານແລ້ວ ກະອ່ານອີກເນາະ ຄືຊິບໍ່ເຈັບເກົ້າເມົາຫົວຍ້ອນດອກ

 

ຮູ້ບໍ່?

 

ຕົ້ນກຳເນີດແທ້ໆແລ້ວ ໂຄຄາໂຄລ້າ ມັນເປັນສີຂຽວ

(ແລ້ວມັນມາດຳຕອນໃດ)

ຮິດເລີ້ ແລະ ນະໂປລຽນ ມີໝາກອັນທະຂ້າງດຽວ (ໄຂ່ຫຳຫັ້ນນາ)

ຄືກັບລາຍນິ້ວມື ລິ້ນຂອງແຕ່ລະຄົນມີລາຍຕ່າງກັນ

(ສົມພໍເຫັນຄົນມັກເລຍຊອງຈົດໝາຍ ປະທັບລາຍລິ້ນນີ້ເອງ)

ແອບເປິ້ນເປັນພືດຕະກູນດຽວກັບກຸຫຼາບ

(ວາເລນທາຍປີໜ້າຊິໄດ້ຊື້ແອບເປີ້ນໃຫ້ຜູ້ສາວແທນ)

ຕັ່ງໄຟຟ້າຖືກຄິດຄົ້ນໂດຍໝໍປົວແຂ້ວ

(ສົງໃສຕອນນັ້ນຍັງບໍ່ມີຢາຊາ ເລີຍໃຊ້ໄຟຟ້າຊັອດແທນ)

ບໍ່ມີໃຜສາມາດຂ້າໂຕຕາຍດ້ວຍການກັ້ນຫາຍໃຈໄດ້

(ຢ່າລອງເລີຍ...ບໍ່ສຳເລັດດອກ)

ມັນເປັນໄປບໍ່ໄດ້ທີ່ເຈົ້າຈະເລຍຂໍ້ສອກໂຕເອງ ( ແທ້ຫວານິ)

ເປັນໄປບໍ່ໄດ້ທີ່ເຈົ້າຈະຈາມໂດຍບໍ່ຫຼັບຕາ (ຢ່າຝືນດີກວ່າ)

ແລະຖ້າເຈົ້າຈາມແຮງເກີນໄປ ອາດເຮັດໃຫ້ກະດູກຂ້າງຫັກໄດ້

(ຂະໜາດນັ້ນເລີຍ)

ແຕ່ຖ້າເຈົ້າພະຍາຍາມທີ່ຈະຢຸດຈາມ ອາດເຮັດໃຫ້ມີເລືອດອອກໃນຫົວ ແລະ ຄໍ

ແລ້ວໃນທີ່ສຸດເຈົ້າກໍ່ຈະຕາຍ (ໂອ້...god)

ການໃສ່ຫູຟັງພຽງຊົ່ວໂມງດຽວ ເຮັດໃຫ້ແບັກທີເຣຍໃນຫູເຈົ້າເພີ່ມຂື້ນ 700 ເທົ່າ

(ໂຫ...ຫູມັນຊິບໍ່ເນົ່າເບາະບາດນິ)

ລະຫັດໂທລະສັບຂອງປະເທດລັດເຊຍແມ່ນ 007

(ສົງໃສເຈມສ໌ບອນເກີດໃນລັດເຊຍ ເຮິເຮິ)

ຜູ້ຍິງ 3.9 ເປີເຊັນ ບໍ່ມັກນຸ່ງສະຫຼິບ ( ໂວໂວໂວ້...)

ແລະສຸດທ້າຍ 99 ເປີເຊັນຂອງຄົນທີ່ອ່ານໄດອາຣີ່ນີ້ ພະຍາຍາມຈະເລຍຂໍ້ສອກໂຕເອງ

(ເປັນຈັ່ງໃດ ເລຍເຖິງຢູ່ຫວາ)


ອັນນີ້ແຖມ...ທຸກຄົນທີ່ອ່ານມາຮອດນີ້ ລ້ວນແຕ່ໜ້າຮັກ  ແລະຄົນໜ້າຮັກທຸກຄົນມັກຈະສະແດງຄວາມຄິດເຫັນໄວ້ດ້ານລຸ່ມນຳ alt


ຂອບໃຈສຳຫຼັບທຸກຄຳເຫັນ


(ລັກຈາກເນັດມາຕາມເຄີຍ, ບໍ່ຮູ້ຊິບອກວ່າເວັບໃດ ມັນປົນໆກັນ ແຮະໆ)



ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ມື້ນີ້ມີເລື່ອງຈິງກ່ຽວກັບໂຄ໊ກ (Coke) ມາເວົ້າໃຫ້ຟັງ (ບໍ່ແມ່ນມາໃຫ້ອ່ານຫວາ?)

ເອີ່..ອີ່ຫຍັງກະຢ່າ ຮີບອ່ານລະຮີບໜີ...(ພຸ້ນຕົວະ! ມັນໄລ່ອີກ).

ໂຄ໊ກ  ນ້ຳອັດລົມສີເຂັ້ມຊະນິດໜຶ່ງ ລັກສະນະຄ້າຍຄື ເປບຊີ ....

(ແລ້ວເປບຊີເປັນແບບໃດ?) ເປັນຈັ່ງໃດກະຊ່າງມັນເທາະ ຊິອ່ານບໍ່ນິ ! ( ເອົາເຂົ້າໄປ)

ເຂົ້າເລື່ອງ:


ໂຄ໊ກ ສາມາດລ້າງເລືອດທີ່ເກີດຈາກອຸບັດຕິເຫດຕາມຫົນທາງໄດ້ຢ່າງສະອາດໝົດຈົດ

ຖ້າເອົາ T-bone ສະເຕັກແຊ່ໄວ້ໃນຊາມທີ່ມີນ້ຳໂຄ໊ກເຕັມ ມັນຈະເປື່ອຍໝົດໃນສອງມື້

ຖອກໂຄ໊ກ 1 ປ໋ອງ ລົງໃນໂຖສ້ວມ ປະໄວ້ 1 ຊົ່ວໂມງ ແລ້ວກົດນ້ຳ ມັນຈະສະອາດອ່ຽມອ່ອງ

ພຽງແຕ່ເທໂຄ໊ກໃສ່ຂວັ້ນໝໍ້ໄຟລົດ ຄາບເກືອກໍ່ຈະຫາຍໄປຈົນໝົດ

ປະສົມໂຄ໊ກ 1 ປ໋ອງ ກັບແຟັບໃນປະລິມານທີ່ໃຊ້ຊັກເຄື່ອງຕາມປົກກະຕິ

ຖອກລົງໃນຈັກຊັກເຄື່ອງ ຄາບໄຂມັນຈະຫາຍໄປຢ່າງງ່າຍດາຍ

ປະສົມໂຄ໊ກກັບນ້ຳຢາເຊັດກະຈົກ ຈະເຮັດໃຫ້ເຊັດໄດ້ສະອາດຍິ່ງຂຶ້ນ

ໂຄ໊ກ ມີຄ່າ pH 2.8 ຖ້າຕັດເລັບແລ້ວແຊ່ໄວ້ ມັນຈະເປື່ອຍໝົດໃນ 4 ມື້

ບໍລິສັດຂາຍໂຄ໊ກ ໃຊ້ນ້ຳໂຄ໊ກເພື່ອອານາໄມເຄື່ອງຈັກຂອງລົດຂົນໂຄກມາດົນກວ່າ 20 ປີແລ້ວ

(ບະ ! ມັນໂຄ໊ກ ຫຼື ນ້ຳຢາລ້າງຫ້ອງນ້ຳວະ)


ຕາຍຮ່າ...ບໍລິສັດໂຄ໊ກມັນຊິບໍ່ຟ້ອງຫົວເບາະບາດນິ..

ໃຜອ່ານຈົນຈົບກະຢ່າລືມຈ່າຍຄ່າເສຍຫາຍຊ່ວຍກັນເດີ້..

ອ່ານຫຼິ້ນໆເດີ້ຢ່າຄິດຫຼາຍ


(ລັກຈາກເນັດມາໃຫ້ອ່ານ)



ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ໃນທີ່ສຸດປິດສະໜາທີ່ມາຂອງຮູບແຕ້ມ ໂມນາລິຊ່າ ກໍ່ຖືກເປີດເຜີຍ...

ຈາກການຄົ້ນຄວ້າວິໄຈຂອງນັກບູຮານຄະດີ ແລະ ນັກປະຫວັດສາດ ເປັນເວລາຫຼາຍສິບປີ ໃນທີ່ສຸດກໍ່ສາມາດຫາທີ່ມາຂອງຮູບແຕ້ມປິດສະໜານີ້ໄດ້

ຮູບນີ້ເປັນຮູບຂອງຜູ້ຍິງອີຕາລີສອງຄົນທີ່ເປັນເອື້ອຍນ້ອງກັນ ແຕ່ມີຮູບຮ່າງໜ້າຕາຄືກັນປານຝາແຝດ, ຄົນເອື້ອຍຊື່ ໂມນາ ຄົນນ້ອງຊື່ ລິຊ່າ ຄວາມແຕກຕ່າງທີ່ພໍຈະແຍກອອກວ່າໃຜເປັນໃຜກໍ່ຄື ໂມນາ ມັກຫຍິບປັກຖັກແສ່ວ ສ່ວນລິຊ່າມັກແຕ່ງກິນ

ໂມນາ ແຕ່ງງານແລ້ວກັບວິສະວະກອນໜຸ່ມຮູບງາມຄົນອີຕາລີນຳກັນ ຊຶ່ງເຄີຍເປັນແຟນເກົ່າຂອງ ລິຊ່າ ຜູ້ນ້ອງ ແຕ່ບໍ່ຮູ້ວ່າເກີດອາເພດເຫດຮ້າຍແນວໃດຈຶ່ງມາແຕ່ງງານກັບຜູ້ເອື້ອຍໄດ້. ເຫດການນີ້ເຮັດໃຫ້ ລິຊ່າ ເກັບຄວາມນ້ອຍໃຈໄວ້ຈົນເລີ່ມກໍ່ເກີດເປັນຄວາມແຄ້ນ

ມີມື້ໜຶ່ງສິນລະປິນຊື່ກ້ອງໂລກ ລີໂອນາໂດ ດາວິນຊີ ໄດ້ປະກາດຮັບສະໝັກຍິງສາວເພື່ອມາເປັນແບບໃນການແຕ້ມຮູບ, ໃນຄັ້ງນີ້ມີສາວງາມແຫ່ງອີຕາລີຫຼາຍພັນຄົນເຂົ້າປະກວດ ລວມເຖິງສອງເອື້ອຍນ້ອງ ໂມນາ ກັບ ລິຊາ ທີ່ມີຊື່ສຽງດ້ານຄວາມງົດງາມຢູ່ແລ້ວ ເຂົ້າຮ່ວມນຳ ແລະ ໃນທີ່ສຸດ ໂມນາ ກໍ່ຖືກຄັດເລືອກໃຫ້ເປັນແບບ ທັ້ງໆທີ່ຖ້າຈະເວົ້າເລື່ອງຄວາມສາວ ຄວາມງາມແລ້ວ ລິຊາ ຜູ້ນ້ອງນັ້ນຂ້ອນຂ້າງຈະເໜືອກວ່າຜູ້ເອື້ອຍ ແຕ່ ລິຊາ ກໍ່ໄດ້ພຽງອັນດັບສອງອີກຕາມເຄີຍ. ເລື່ອງນີ້ມັນເຮັດໃຫ້ຄວາມແຄ້ນຂອງ ລິຊາ ທີ່ສະສົມມາເຖິງຂີດສຸດຂອງຄວາມອົດທົນ ແລະໄດ້ຕັດສິນໃຈກຳຈັດຜູ້ເປັນເອື້ອຍອອກຈາກຊີວິດ

ລິຊາ ໃຊ້ຄວາມສາມາດດ້ານການປຸງແຕ່ງອາຫານຂອງຕົນເຮັດເຂົ້າໜົມພິດຊະນິດໜຶ່ງ ໂດຍມີສ່ວນປະກອບຂອງ ເຫັດເນົ່າໆ ເນີຍບູດໆ ແລະ ແປ້ງທີ່ໝົດອາຍຸແລ້ວ ປຸງແຕ່ງອອກມາຢ່າງງົດງາມ ຫອມຫວນ ແລະໜ້າຮັບປະທານທີ່ສຸດ ແລ້ວ ເອົາໄປໃຫ້ ໂມນາຜູ້ເປັນເອື້ອຍກິນ ໂດຍອ້າງວ່າເປັນຂອງຂວັນສະຫຼອງຄວາມສຳເລັດທີ່ໄດ້ເປັນແບບໃຫ້ສິນລະປິນຊື່ດັງ

ເຊົ້າມື້ຕໍ່ມາມີຄົນພົບ ໂມນາ ນອນຕາຍຈົມກອງຮາກເທິງໂຕະກິນເຂົ້າພາຍໃນບ້ານ, ສ່ວນວິສະວະກອນໜຸ່ມຜູ້ເປັນຜົວ ໄປນອນຕາຍຈົມກອງຮາກຢູ່ສະຖານທີ່ກໍ່ສ້າງ ເຮັດໃຫ້ຕຶກທີ່ຫາກໍ່ສ້າງໄດ້ແປດຊັ້ນບໍ່ໄດ້ຮັບການຄວບຄຸມຢ່າງເໝາະສົມຈົນມັນອຽງ...

ສັນນິຖານຈາກສະພາບສົບທັງສອງແລ້ວສະຫຼຸບວ່າ “ອາຫານເປັນພິດ”

ລິຊາ ຖືກເອີ້ນໂຕໄປເປັນແບບແທນ ໂມນາ ທີ່ເສຍຊີວິດໄປ ຊຶ່ງຮູບແຕ້ມນັ້ນໃກ້ຈະສຳເລັດແລ້ວ ເຫຼືອພຽງສ່ວນປາກເທົ່ານັ້ນ ແຕ່ເທົ່ານີ້ກໍ່ເຮັດໃຫ້ ລິຊາ ຮູ້ສຶກຄຸ້ມຄ່າ ແລະດີໃຈເກີນພໍຈຶ່ງຍິ້ມອອກມາຢ່າງສະໃຈ, ຫຼັງຈາກ ດາວິນຊີ ແຕ້ມຮູບແລ້ວບໍ່ດົນ ລິຊາ ກໍ່ຖືກຈັບຂໍ້ຫາຂ້າຄົນຕາຍ.

ລິຊາ ຖືກນຳໄປສ້າງແຜນປະກອບຄຳຮັບສາລະພາບ ໂດຍຈຳລອງເຫດການຕອນເຮັດເຂົ້າໜົມພິດຂຶ້ນມາໃໝ່ ຊຶ່ງມີປະຊາຊົນຈຳນວນຫຼວງຫຼາຍໃຫ້ຄວາມສົນໃຈ ແລະ ໄປຕິດຕາມເບິ່ງການສ້າງແຜນດັ່ງກ່າວ.

ດ້ວຍວ່າເຂົ້າໜົມພິດທີ່ ລິຊາ ເຮັດຂຶ້ນມານັ້ນມີກິ່ນຫອມ ແລະ ໜ້າຮັບປະທານເປັນຢ່າງຍິ່ງ ຄົນຈຳນວນຫຼາຍຈຶ່ງໄດ້ຈື່ເອົາສູດແລ້ວໄປປັບປຸງໂດຍໃຊ້ເຄື່ອງປຸງທີ່ມີຄຸນນະພາບດີມາປຸງແຕ່ງ ແລ້ວຕັ້ງຊື່ເຂົ້າໜົມນັ້ນວ່າ “ເຂົ້າໜົມພິດລິຊາ” ຕໍ່ມາຈຶ່ງກາຍມາເປັນ “ເຂົ້າໜົມພິດຊ່າ” ໃນປະຈຸບັນ

ສ່ວນຕຶກແປດຊັ້ນທີ່ອຽງເພາະວິສະວະກອນຕາຍຍ້ອນເຂົ້າໝົດພິດຂອງລິຊານັ້ນກໍ່ຖືກຕັ້ງຊື່ວ່າ “ຫໍອຽງພິດລິຊາ“ ຕໍ່ມາກໍ່ພ້ຽນມາເປັນ “ຫໍອຽງພິດຊາ” ແລະກາຍມາເປັນ “ຫໍອຽງປີຊ່າ” ຈວບຈົນປະຈຸບັນ

ເລື່ອງທັງໝົດກໍ່ຈົບລົງດ້ວຍປະການເຊັ່ນນີ້ແລ...


ຂອບໃຈທີ່ອ່ານຈົນຈົບ...ແຕ່ຢ່າບອກເດີ້ ວ່າບໍ່ເຊື່ອ ເລື່ອງທີ່ເລົ່າມາ

 

(ລັກມາໃຫ້ອ່ານ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເມື່ອ 10 ປີກ່ອນ ອົງການວິທະຍາສາດນາໆຊາດ ຮ່ວມກັບ ນັກວິທະຍາສາດລະດັບໂລກກວ່າ 200 ຄົນ ໄດ້ຮ່ວມມືກັນເຮັດການວິໄຈທາງວິທະຍາສາດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດຊາດ ແລະໄດ້ເຜີຍແຜ່ໃຫ້ຊາວໂລກຮັບຮູ້ເມື່ອ ຕົ້ນເດືອນມີຖຸນາທີ່ຜ່ານມານີ້ເອງ

ການວິໄຈຄັ້ງນີ້ແມ່ນການຄົ້ນຄວ້າກ່ຽວກັບສັດທີ່ໜ້າສົນໃຈແລະມະຫັດສະຈັນທີ່ສຸດໃນໂລກຊະນິດໜຶ່ງ ຊຶ່ງຍັງມີຂໍ້ຖົກຖຽງກັນຢູ່ວ່າອາດຈະເປັນສັດທີ່ມີຕົ້ນກຳເນີດມາຈາກອາວະກາດ ໂດຍສັດຊະນິດນີ້ມີຊື່ວິທະຍາສາດວ່າ ເພຣິພລາເນຕ້າ ອາເມຣິການາ (Periplaneta americana) ຫຼື ທີ່ບ້ານເຮົາເອີ້ນວ່າ ແມງສາບ ນັ້ນເອງ.

ມີຫຼັກຖານຄົ້ນພົບວ່າ ແມງສາບ ມີຊີວິດຢູ່ໃນໂລກຕັ້ງແຕ່ຍຸກໄດໂນເສົາ ແລະ ສືບເຜົ່າພັນມາຈົນເຖິງປະຈຸບັນ ເຫດຜົນໜຶ່ງທີ່ເຮັດໃຫ້ແມງສາບສາມາດສືບເຜົ່າພັນມາຢ່າງຍາວນານ ໃນຂະໜະທີ່ສັດອີກຫຼາຍຊະນິດໃນຍຸກດຽວກັນໄດ້ສູນພັນໄປ ນັ້ນເປັນເພາະແມງສາບມີລະບົບປະສາດສຳຜັດທີ່ຊັບຊ້ອນແລະມະຫັດສະຈັນທີ່ສຸດນັ້ນເອງ.

ໃນໄລຍະ 10 ປີທີ່ຜ່ານມາ ນັກວິທະຍາສາດກຸ່ມນີ້ໄດ້ພະຍາຍາມຄົ້ນຄວ້າລະບົບການຮັບຮູ້ສຽງຂອງແມງສາບ ຊຶ່ງເປັນລະບົບປະສາດທີ່ມີຄວາມຊັບຊ້ອນໜ້ອຍທີ່ສຸດ, ນັກວິທະຍາສາດຕ້ອງການຢາກຮູ້ວ່າແມງສາບນັ້ນໃຊ້ອະໄວຍະວະສ່ວນໃດໃນການຟັງສຽງ ຈຶ່ງໄດ້ເຮັດການທົດລອງກັບແມງສາບ ໂດຍແບ່ງອອກເປັນ 4 ຕົວຢ່າງຄື

ຕົວຢ່າງທີ່ 1: ນັກວິທະຍາສາດໄດ້ເດັດໜວດຂອງແມງສາບອອກ

ຕົວຢ່າງທີ່ 2: ພວກເຂົາໄດ້ເດັດປີກຂອງມັນອອກ

ຕົວຢ່າງທີ່ 3: ພວກເຂົາໄດ້ຜ່າຫົວຂອງແມງສາບອອກມາເລີຍ

ຕົວຢ່າງທີ່ 4: ພວກເຂົາໄດ້ແຍກຂາມັນອອກ

ເອົາແມງສາບທັງ 4 ຕົວຢ່າງນີ້ໃສ່ກ່ອງ 4 ຫຼ່ຽມທີ່ເກັບແສງ ແລະເກັບສຽງ ຫຼັງຈາກນັ້ນຈຶ່ງເປີດກ່ອງອອກແລ້ວຮ້ອງສຽງດັງໃສ່ແມງສາບ ເພື່ອເບິ່ງປະຕິກິລິຍາຂອງແຕ່ລະຕົວຢ່າງ

ເມື່ອເປີດກ່ອງທີ່ 1 ອອກແລ້ວຮ້ອງວ່າ Go go go!! ຕົວຢ່າງທີ່ 1 ຕົກໃຈແລ້ວແລ່ນໜີທັນທີ

ສຳຫຼັບຕົວຢ່າງທີ່ 2 ເມື່ອສຸດສຽງຮ້ອງ Go go go!! ປະກົດວ່າຕົວຢ່າງທີ່ 2 ກໍ່ແລ່ນໜີຢ່າງບໍ່ອີ່ຕົນສົງສານນັກວິທະຍາສາດເຊັ່ນກັນ

ມາເຖິງຕົວຢ່າງທີ່ 3 ຜົນກໍ່ຍັງຄົງຄືເກົາ

ນັກວິທະຍາສາດເລີ່ມໝົດຫວັງ ຈົນມາຮອດຕົວຢ່າງສຸດທ້າຍ ປະກົດວ່າໄດ້ຜົນ ! ຕົວຢ່າງສຸດທ້າຍບໍ່ຍອມແລ່ນໜີທັ້ງໆທີ່ໄດ້ມີການຮ້ອງສຽງດັງຢູ່ເຖິງ 5 ຮອບ ນັກວິທະຍາສາດຕ່າງພາກັນໂຫ່ຮ້ອງສະແດງຄວາມດີໃຈໃນຄວາມສຳເຫຼັດກັບຕົວຢ່າງສຸດທ້າຍນີິ້ ຊຶ່ງກໍ່ຄືແມງສາບທີ່ຖືກຕັດຂາອອກໄປນັ້ນເອງ ຫຼັງຈາກນັ້ນຈຶ່ງໄດ້ມີການຖະແຫຼງໃຫ້ຊາວໂລກຮັບຮູວ່າອະໄວຍະວະຮັບຟັງສຽງຂອງແມງສາບຄື “ຂາ” ນັ້ນເອງ

ນີ້ເປັນພຽງການຄົ້ນພົບທີ່ຍິ່ງໃຫຍ່ອັນໜຶ່ງຂອງນັກວິທະຍາສາດກຸ່ມນີ້. ໃນອານາຄົດຖ້າຫາກມີຜົນງານໃໝ່ອອກມາ ເຮົາຈະໄດ້ນຳມາສະເໜີຕໍ່ໄປ....


(ລັກມາໃຫ້ອ່ານ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຂໍແນະນຳຜູ້ທີ່ຂວັນອ່ອນວ່າບໍ່ຄວນອ່ານເລື່ອງນີ້ ເພາະອາດຈະເຮັດໃຫ້ທ່ານນອນບໍ່ຫຼັບຫຼືເກີດພາບຫຼອນໄປຫຼາຍມື້ ຂໍຢ້ຳວ່າຂວັນອ່ອນຢ່າອ່ານເພາະນີ້ບໍ່ແມ່ນການຂູ່ !

 

ເລື່ອງຕໍ່ໄປນີ້ເປັນເລື່ອງຈິງທີ່ ຂພຈ ປະສົບມາກັບໂຕເອງ. ເມື່ອ 2 ປີ ກ່ອນ ຂພຈ ໄດ້ໄປຫຼິ້ນບ້ານໝູ່ຢູ່ຕ່າງແຂວງ ບໍ່ຂໍລະບຸສາເນາະວ່າແຂວງໃດ, ບ້ານໝູ່ຂອງ ຂພຈ ນັ້ນເປັນບ້ານນ້ອຍໆຢູ່ໃນທາງຮ່ອມທີ່ເປັນດິນແດງ ຫ່ າງຈາກທາງໃຫຍ່ປະມານ 500 ແມັດ, ເມື່ອເຂົ້າໄປກ່ອນຈະຮອດບ້ານຈະຕ້ອງຂ້າມຂົວໄມ້ເກົ່າໆ ຍາວປະມານ 10 ແມັດ ແລະມີສານເຈົ້າເກົ່າໆຫຼັງໜຶ່ງຢູ່ສົ້ນຂົວ ໝູ່ມັນເລົ່າວ່າເມື່ອ 20 ປີກ່ອນ ມີຜູ້ຊາຍຄົນໜຶ່ງມາຜູກຄໍຕາຍໃສ່ຂົວນີ້ຍ້ອນເສຍໃຈທີ່ແຟນໄປມີແຟນໃໝ່ ແລະຈາກນັ້ນມາມັກມີຄົນເຫັນຜູ້ຊາຍນຸ່ງຊຸດຂາວນັ່ງໃຫ້ຢູ່ສົ້ນຂົວ ເຮັດໃຫ້ຫຼາຍຄົນຕົກໃຈຂີ່ລົດລົ້ມແຂນຂາຫັກ ບາງຄົນຂີ່ລົດຕົກຂົວກະມີ ປະຊາຊົນພາກັນຢ້ານຈຶ່ງໄປເຊີນຄູບາມາສູດແລະຕັ້ງສານເຈົ້າໃຫ້. ຈາກນັ້ນມາປະຊາຊົນໃນບ້ານເວລາຈະຂ້າມຂົວຈະຕ້ອງຍົກມືໄຫວ້ ເພື່ອຄອບແລະເປັນການຂໍອະນຸຍາດ.

ຕອນເຂົ້າໄປທຳອິດ ຂພຈ ບໍ່ໄດ້ຄິດຫຍັງເພາະເປັນຄົນບໍ່ຄ່ອຍເຊື່ອເລື່ອງພວກນີ້ຢູ່ແລ້ວ ແຕ່ຢູ່ມາມື້ໜຶ່ງຕອນປະມານ 5 ໂມງແລງ ໝູ່ມັນຊວນອອກໄປຊື້ຂອງກິນຢູ່ຕະຫຼາດນອກບ້ານ ນັ່ງຊ້ອນລົດຈັກອອກມາສອງຄົນ ໝູ່ເປັນຄົນຂັບ ເມື່ອອອກມາຮອດຂົວໄມ້ໝູ່ມັນກະຈອດລົດແລ້ວຍົກມືນົບ ແຕ່ ຂພຈ ບໍ່ໄດ້ນົບເພາະຄິດວ່າຄືຊິບໍ່ເປັນຫຍັງດອກ ແລ້ວກະອອກມາຮອດຕະຫຼາດຕາມປົກກະຕິ ຈື່ໄດ້ວ່າມື້ນັ້ນຊື້ຕົ້ມເຄື່ອງໃນງົວໄປກິນເພາະເຫັນວ່າມັນຍັງຮ້ອນໆເປັນຕາແຊບ ລະກະມີອາຫານອີກສອງສາມຢ່າງ ແລ້ວກະຮີບກັບເພາະເຫັນວ່າມັນເລີ່ມມືດແລ້ວໝູ່ມັນບອກວ່າມັນຢ້ານຜີ, ບາດກັບມາໃກ້ຊິຮອດຂົວ ໝູ່ມັນບອກ ຂພຈ ວ່າ ມຶ ງຍົກມືນົບສານເຈົ້າແດ່ເດີ້ ກູບໍ່ຢາກຈອດລົດກູຢ້ານ ຂພຈ ຈຶ່ງຍົກມືນົບ ແລະເລີ່ມຮູ້ສຶກເຢັນໆເປັນຕາຢ້ານຈຶ່ງເອົາມືໄປຈັບບ່າໝູ່ ບາດມາຮອດຂົວໝູ່ມັນເລີ່ມຂັບຊ້າລົງແລະມາຈອດຢູ່ກາງຂົວ ຂພຈ ເລີ່ມຕົກໃຈ ແລະຄິດໃນໃຈວ່າ ອ້າວບັກອັນນິປານນັ້ນວ່າຢ້ານຜີ ແລ້ວມັນມາຈອດຕາຍຮ່າຫຍັງຢູ່ກາງຂົວແບບນີ້ ກຳລັງຊິອ້າປາກຖາມ ໝູ່ມັນກະເວົ້າສຽງດັງໆຄືຄົນຢາກຮ້າຍວ່າ ມຶ ງຢາກຕາຍຫວາ ຂພຈ ມິດບຶດໜຶ່ງແລະເລີ່ມຢ້ານຫຼາຍຂຶ້ນ ຈັກໜ້ອຍ ມັນກະເວົ້າດັງກວ່າເກົ່າ ມຶ ງຢາກຕາຍຫວາ ຂພຈ ເລີ່ມສັ່ນແລະຄິດວ່າມື້ນີ້ຄືຊິເຈິຂອງແທ້ແລ້ວ ເລີຍຂໍໂທດໃນໃຈວ່າຖ້າເຄີຍລົບຫຼູ່ແນວໃດກະຂໍຂະມານຳເດີ້ ບຶດໜຶ່ງໝູ່ມັນກະປິ່ນໜ້າມາຊ້າໆ ແລ້ວບອກວ່າ ຄັນມຶ ງບໍ່ຢາກຕາຍ........ມຶ ງເອົາຖົງແກງອອກຈາກຫຼັງກູແມະ!........ ຂພຈ ເລີ່ມເຂົ້າໃຈແລະຍິ້ມອອກ ໂອ້ທີ່ແທ້ແມ່ນຍ້ອນຖົງແກງຮ້ອນໆທີ່ ຂພຈ ເອົາງອຍໃສ່ຫຼັງມັນນີ້ເອງ..


ຈົບແລ້ວ!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)


ຖ້າ​ເຈົ້າ​ຄິດ​ວ່າ​ຈະ​ໄດ້​ສາລະ​ຈາກ​ໄດ​ນີ້ ຂໍ​ບອກ​ເລີຍ​ວ່າ​ບໍ່​ມີ ​(ຈັ່ງ​ແມ່ນ​ມັນ​ຄື…) ເລື່ອງ​ຕໍ່​ໄປ​ນີ້​ເອົາ​ມາ​ໃຫ້​ອ່ານ​ຫຼິ້ນໆ ​ແກ້​ເຊັງ ​ເໝາະ​ສຳ​ຫຼັບ​ຄົນ​ທີ່​​ມີ​ເວລາ​ຫຼາຍ​ພໍ ຈົນ​ບໍ່​ຮູ້​ວ່າ​ຊິ​​ເອົາ​ໄປ​ເຮັດ​ຫຍັງ (ຝອຍ​ຫຼາຍ​ໜ້າ​ລຳ​ຄານ ​ເຂົ້າ​ເລື່ອງ​ໄດ້​ແລ້ວ)

 

ອະ…ລອງ​ອ່ານ​ເບິ່ງ​ແຕ່​ບໍ່​ຕ້ອງ​ຈື່​ໃຫ້​ມັນ​ເປືອງ​ເນື້ອ​ທີ່​ສະໝອງ​ທີ່​ມີ​ໜ້ອຍ​ຢູ່​ແລ້ວ​ດອກ (ມັນ​ຫຼອກ​ດ່າ​ຕົວະ​ນິ..)



- ຖ້າ​ເຈົ້າ​ຮ້ອງ​ດັງໆ​ເປັນ​ເວລາ 8 ປີ 7​ເດືອນ ກັບ​ອີກ 6 ມື້ ຕິດ​ຕໍ່​ກັນ ພະ​ລັງ​ງານ​ສຽງ​ທີ່​ໄດ້​ຈະ​ສາມາດ​ນຳ​​ໄປ​ອຸ່ນ​ກາ​ເຟ​ໄດ້​ຈອກ​ໜຶ່ງ​ພໍດີ (ວ່າງໆ​ກະ​ລອງ​ເບິ່ງ)

- ຖ້າ​ເຈົ້າ​ຕົດ..​ແມ່ນ​ແລ້ວ​ຕົດ ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ 6 ປີ ກັບ​ອີກ 9 ​ເດືອນ ອາຍ​ແກ໊ສທີ່​ໄດ້​ຈະ​ທຽບ​ເທົ່າ​ລະ​ເບີດ​ປະ​ລຳ​ມະນູ​ 1 ລູກ (​ໂຫ…ມາ​ຕົດ​ຂາຍ​ໃຫ້​ກອງທັບ​ດີກ​ວ່າ)

- ຫົວ​ໃຈ​ມະນຸດ​ມີ​ແຮງ​ດັນ​ພໍ​ທີ່​ຈະ​ສີດ​ເລືອດ​ໄປ​ໄກ​ເຖິງ 9 ​ແມັດ (ປາ​ໂທ້…)

- ໝູ​ຈະ​ມີ​ຊ່ວງ​ເວລາ​ເຖິງ​ຈຸດ​ສຸດ​ຍອດ​ດົນ​ເຖິງ 30 ນາທີ (​ໂອະ​ໂອ…)

​- ແມງ​ສາບ​ຈະ​ມີ​ຊີວິດ​ຢູ່​ໄດ້​ດົນ​ເຖິງ 9 ມື້ ​ໂດຍ​ບໍ່​ມີ​ຫົວ (ບະ!...ມັນ​ຍັງ​ບໍ່​ເປັນ​ຜີ​ແມງ​ສາບ​ອີກ​ຫວາ..)

- ​ເອົາ​ຫົວ​ທຸບ​ກຳ​ແພງ​ຈະ​ໃຊ້​ພະ​ລັງ​ງານ 150 ​ແຄ​ລໍ​ລີ່ຕໍ່​ຊົ່ວ​ໂມງ (ໜ້າ​ຈະ​ໃຊ້​ລົດ​ຄວາມ​ອ້ວນ​ໄດ້…)

​- ແມງ​ມ້າ​ໂຕ​ຜູ້ ບໍ່​ສາມາດ​ຮ່ວມ​ເພດ​ໄດ້​ໃນ​ຂະນະ​ທີ່​ຍັງ​ມີ​ຫົວ​ຢູ່ (​ອ້າວ..ບໍ່​ມີ​ຫົວ​ແລັວ…ຈຸດ​ຈຸດ….​ໄດ້​ແນວ​ໃດ)

​​- ໂຕ​ໝັດ ສາມາດ​ໂດດ​ໄດ້​ໄກ​ເຖິງ 350 ​ເທົ່າ​ຂອງ​ໂຕ​ມັນ​ເອງ (ສຳ​ພໍ​ໝາ​ຢູ່​ບ້ານ​ຈັ່ງ​ມີ​ແຕ່​ໝັດ...)

- ປາດຸກ​ມີ​ຕຸ່ມ​ຮັບ​ລົດ​ຊາດ​ເຖິງ 27,000 ຕຸ່ມ (​ແລ້ວ​ມັນ​ຊິ​ມີ​ໄວ້​ເຮັດ​ຫຍັງ ຈັກ​ໜ້ອຍ​ກະຖືກ​ຈັບ​ມາ​ເຮັດ​ແກງ​ສົ້ມ​ລະ)

​- ໂຕ​ສິງ​ບາງ​ໂຕ​ຈະ​ຮ່ວມ​ເພດ​ໄດ້​ເຖິງ 50 ຄັ້ງ​ຕໍ່​ວັນ (​ໂອ້​ຈ້ອດ…​ແລ້ວ​ສິງ​ກັບ​ໝູ​ແມ່ນ​ໃຜ​ຊິ​ເກັ່ງ​ກວ່າ​ກັນ)

- ​ແມງກະ​ເບື້ອຮັບ​ຮູ້​ລົດ​ຊາດ​ດ້ວຍ​ປາຍ​ຕີນ (ຈັ່ງ​ແມ່ນ​ມັນ​ບໍ່​ມີ​ມາລະຍາດ ​ໃຊ້​ຕີນ​ຊີມ​ອາຫານ)

- ກ້າມ​ຊີ້ນ​ທີ່​ແຂງ​ແຮງ​ທີ່​ສຸດ​ໃນ​ຮ່າງກາຍ​ມະນຸດ​ຄື​ລິ້ນ (ສົມ​ພໍ່ຄົນ​ບາງ​ຄົນ​ໃຊ້​ລິ້ນ​ເກັ່ງ​ໂດຍ​ບໍ່​ເມື່ອຍ)

- ຄົນ​ທີ່​ແຮງ​ເບື້ອງ​ຂວາ (ຖະໜັດຂວາ) ຈະ​ມີ​ອາຍຸ​ຍືນ​ໂດ​ຍສະ​ເລ່ຍຫຼາຍ​ກວ່າ​ຄົນ​​ແຮງ​ຊ້າຍ 9 ປີ (ອ້າວ​ຖ້າ​ຖະໜັດ​ທັງ​ສອງ​ຂ້າງ​ມັນ​ຊິ​ເປັນຈັງ​ໃດ)

- ຊ້າງ​ເປັນ​ສັດ​ຊະນິດ​ດຽວ​ທີ່​ບໍ່​ສາມາດ​​ໂດດ (​ເຕັ້ນ) ​ໄດ້..(​ອື່ມ..ຖ້າ​ມັນ​ເຕັ້ນໄດ້​ຊິ​ເປັນ​ແນວ​ໃດ​ວະ)

- ຍ່ຽວ​ແມວ​ຈະ​ເຮືອງ​ແສງພາຍ​ໃຕ້​ແສງ​ໄຟ black light (​ໃຊ້​​ເຮັດ​ເສັ້ນ​ລາຍ​ນ້ຳ​ໃນ​ເງິນ​ໄດ້​ບໍ່​ນິ)

- ຕາ​ຂອງ​ນົກ​ກະຈອກ​ເທດ​ໃຫຍ່​ກວ່າ​ສະໝອງ​ຂອງ​ມັນ​ເອງ (​ແລ້ວ​ມັນ​ໃຊ້​ຕາ​ຫຼື​ໃຊ້​ສະ​ໝອງ​​ເວລາ​ມັນ​ຄິດ)

- ປາ​ດາວ​ບໍ່​ມີ​ສະໝອງ (ແບບ​ນີ້​ມັນ​ກະ​ໂງ່​ສຸດໆ​ເລີຍ​ຕົວະ)

- ໝີ​ຂວັ້ນ​ໂລກ​ເປັນ​ສັດ​ຖະໜັ​ດຊ້າຍ (​ແລ້ວ​ມັນ​ຊິ​ອາ​ຍຸ​ສັ້ນ​ບໍ່​ນິ)

- ມະນຸດ​ແລະ​ປາ​ໂລມາ​ເປັນ​ສັດ​ກຸ່ມ​ດຽວ​ທີ່​ມີ​ເພດ​ສຳພັນ​ເພື່ອ​ຄວາມສຸກ​ຄວາມ​ພໍ​ໃຈ (ອ້າວ..​ແລ້ວໝູ​ກັບ​ສິງ​ເດ​ຊັ້ນ)

 

ຈົບ​ແລ້ວ ລືມໆ​ໄປ​ຊະ​ເອົາ​ສະໝອງ​ທີ່​ມີ​ໜ້ອຍ​ຢູ່​ແລ້ວ​ໄວ້​ຈື່​ເລື່ອງ​ອື່ນ​ດີກ​ວ່າ (ມັນ​ລໍ້​ດ່າ​ອີກ​ແລ້ວ)


 

 

(ລັກ​ມາ​ໃຫ້​ອ່ານ​ເດີ້)

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

alt

ຈະເຮັດແນວໃດເມື່ອມືຖືຕົກນ້ຳ?

ທີ່ເອົາເລື່ອງນີ້ມານຳສະເໜີ ເພາະ ຂພຈ ເຄີຍເຮັດມືຖືຕົກນ້ຳ ແລ້ວແກ້ໄຂຢ່າງຜິດວິທີ ຜົນກໍ່ຄື...ຊື້ໜ່ວຍໄໝ່...

ມື້ນີ້ເລີຍນຳວີທີທີ່ຖືກຕ້ອງມາເວົ້າສູ່ກັນຟັງ ອາດຈະແປກໆແດ່ຈັກໜ້ອຍ ແຕ່ລອງເອົາໄປໃຊ້ກັນເບິ່ງ

(ຖ້າໃຜຮູ້ແລ້ວກະໃຫ້ຄິດວ່າເປັນການທົບທວນຄວາມຈຳເນາະ)

 

ຂັ້ນຕອນປະຕິບັດງ່າຍໆຄື

1. ຫ້າມກົດປຸ່ມເປີດເຄື່ອງ (power) ຢ່າງເດັດຂາດ ເພາະຈະເຮັດໃຫ້ເກີດການລັດວົງຈອນຢ່າງຮຸນແຮງ

2. ຢ່າພະຍາຍາມສັ່ນເອົານ້ຳອອກ ເພາະຍິ່ງຈະເຮັດໃຫ້ນ້ຳເຂົ້າໄປສ້າງຄວາມເສຍຫາຍໃຫ້ສ່ວນຕ່າງໆເພີ່ມຂຶ້ນ

3. ໄຂຝາຫຼັງ ຖອດແບັດເຕີລີ້ (battery) ອອກ ແລ້ວສັງເກດເບິ່ງວ່ານ້ຳເຂົ້າໄປຮອດໃສ ຫຼັງຈາກນັ້ນໃຊ້ຜ້າເຊັດນ້ຳໃຫ້ແຫ້ງ (ສະເພາະເທົ່າທີ່ເຮັດໄດ້)

4. ຢ່າໃຊ້ໄດເປົ່າຜົມ ເພື່ອເປົ່າໃຫ້ໂທລະສັບແຫ້ງ ເພາະອຸປະກອນອີເລັກໂທຣນິກບາງສ່ວນມີຄວາມອ່ອນໄຫວຕໍ່ຄວາມຮ້ອນ

5. ໃຊ້ຖົງຜ້າ ຫຼື ເສດຜ້າ ຫໍ່ໂທລະສັບ (ຢ່າລືມໄຂຝາຫຼັງອອກ) ແລ້ວເອົາໄປໃສ່ໄວ້ໃນຖັງເຂົ້າສານ ໃຫ້ເຂົ້າປົກໂທລະສັບປະມານ 1-2 ມື້ ແລ້ວເອົາອອກມາໃສ່ແບັດ ແລະລອງເປີດເຄື່ອງເບິ່ງ ໂທລະສັບຂອງທ່ານກໍ່ຈະກັບມາໃຊ້ໄດ້ອີກຄັ້ງໜຶ່ງ

ລອງເອົາວິທີນີ້ໄປໃຊ້ເບິ່ງ ແຕ່ຖ້າບໍ່ໄດ້ຜົນຂໍແນະນຳວ່າເອົາໄປແປງຢູ່ຮ້ານດີກວ່າ (ອ້າວ...ອ່ານມາຈົນເມື່ອຍ ສຸດທ້າຍມາບອກເອົາໄປຮ້ານ)alt

 

 

(ຂໍ້ມູນຈາກອິນເຕີເນັດເດີ້ພີ່ນ້ອງ)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ຄວາມຈິງ 10 ຂໍ້ຕໍ່ໄປນີ້ເປັນເລື່ອງຈິງທີ່ຜູ້ຍິງທຸກຄົນຖຽງບໍ່ອອກ, ວ່າງໆຜູ້ຊາຍກະລອງເອົາໄປຖຽງເບິງ ແຕ່ຄິດວ່າຄືຊິຊະນະຍາກ...ຢ່າພະຍາຍາມດີກວ່າ


1. ບໍ່ວ່າຈະຢູ່ບ່ອນໃດ ມີສິ່ງຂອງຢູ່ 4 ຢ່າງທີ່ຜູ້ຍິງຕ້ອງຢຸດເບິ່ງ ເກີບ, ຕຸ້ມຫູ, ເສື້ອຜ້າ ແລະ ກະເປ໋າ

2. ເວລາຜູ້ຍິງຖາມວ່າຕຸ້ຍເກີນໄປບໍ່ ຖ້າເຈົ້າຕອບວ່າບໍ່ ລາວຈະບໍ່ເຊື່ອ ແຕ່ຖ້າເຈົ້າຕອບວ່າແມ່ນ ລາວກໍ່ຈະຄຽດ

3. ເວລາຜູ້ຍິງຮອ້ງໄຫ້ ລາວຈະຕ້ອງການການປອບໃຈ ແຕ່ຖ້າເຈົ້າເຂົ້າໄປຖາມ ລາວຈະຕອບວ່າ “ບໍ່ຕ້ອງ”

4. ເວລາໄປຊື້ເຄື່ອງຜູ້ຍິງມັກຈະຖືກໃຈສິ່ງຂອງ 2 ຢ່າງ ແລະມັກຈະຖາມເຮົາວ່າ ອັນໃດງາມກວ່າກັນ ຖ້າເຮົາຕອບອັນທີ່ 1 ລາວຈະຊື້ອັນທີ່ 2 ແລະເມື່ອຊື້ໄປແລ້ວລາວກໍ່ຈະຈົ່ມວ່າ ຮູ້ແບບນີ້ຊື້ອັນທີ່ 1 ດີກວ່າ

5. ກະເປ໋າຫິ້ວຂອງຜູ້ຍິງໜັກກວ່າທີ່ເຈົ້າຄິດ ແລະດ້ານໃນມີອີ່ຫຍັງຫຼາຍໆຢ່າງ ເຖິງວ່າບາງຢ່າງລາວຈະບໍໄດ້ໃຊ້ກໍ່ຕາມ

6. ຜູ້ຍິງມີເຄັດລັບໃນການສະແດງຄວາມເປັນເຈົ້າຂອງເຊັ່ນ ໃສ່ຮູບຄູ່ໄວ້ໃນກະເປ໋າເງິນຜູ້ຊາຍ, ຫ້ອຍຕຸກກະຕາໄວ້ໜ້າລົດ ຫຼືວາງກິບໜີບຜົມເຫຼື້ອມໆໄວ້ເບາະນັ່ງຂ້າງຄົນຂັບ

7. ເວລາຜິດກັນລາວຈະບອກວ່າ ບໍ່ຕ້ອງໂທມາອີກແລ້ວ ແຕ່ຫຼັງຈາກວາງສາຍລາວຈະແນມເບິ່ງໂທລະສັບຕະຫຼອດເວລາ ແລະເມື່ອດີກັນລາວກໍ່ຈະຖາມເຈົ້າວ່າ ເປັນຫຍັງບໍ່ໂທມາ

8. ຄຳຂໍໂທດທີ່ດີທີ່ສຸດຄື “ໄປຊັອບປິ້ງກັນບໍ່”

9. ເລີ່ມຕົ້ນມື້ໃໝ່ດ້ວຍປະໂຫຍກງ່າຍໆ “ມື້ນີ້ເຈົ້າຄືງາມແທ້” ຈະເຮັດໃຫ້ຜູ້ຍິງອາລົມດີໄປໝົດມື້

10. ເບິ່ງຄືວ່າຜູ້ຍິງທຸກຄົນຈະມັກຊັອບປິ້ງ, ຝັນຢາກຂຶ້ນປົກນິດຕະຍະສານ, ເປັນແຟນກັບພະເອກຮໍລີວູດ ແຕ່ຊີວິດຈິງຄົງເປັນໄປໄດ້ຍາກ...ດັ່ງນັ້ນຜູ້ຍິງທຸກຄົນຈຶ່ງມີອີກຄວາມຝັນນ້ອຍໆທີ່ເຊື່ອງໄວ້ໃນໃຈ ນັ້ນຄື ໄດ້ແຕ່ງເຂົ້າແລງໃຫ້ຄົນຮັກກິນ, ນັ່ງເບິ່ງທໍລະທັດນຳກັນຕອນຄ່ຳ, ນອນກອດກັນຕອນກາງຄືນ, ຕື່ນຂຶ້ນມາແປງບ່ອນນອນ, ແຕ່ງເຂົ້າເຊົ້າໃຫ້ກິນ ແລະ ຢາກໄດ້ຍິນຜູ້ຊາຍບອກວ່າ “ຂ້ອຍຮັກເຈົ້າ” ພ້ອມກັບຫອມແກ້ມຄ່ອຍໆ ກ່ອນໄປເຮັດວຽກ...(ເຈົ້າວ່າແມ່ນບໍ່)

 

ແລະສຸດທ້າຍ...ອັນນີ້ແຖມ..

......ເຖິງວ່າຜູ້ຍິງຈະເປັນແນວໃດກໍ່ຕາມ ເຮົາກໍ່ຍັງຮັກພວກເຂົາຢູ່ດີ...(ຜູ້ຊາຍທັງຫຼາຍ...ເຈົ້າວ່າແມ່ນບໍ່)

 

 

(ຂໍ້ມູນຈາກອິນເຕີເນັດ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2009 | ມີ 45 ຄຳເຫັນ ແລະ 0 trackback(s)

ຂພຈ ຕົກໃຈຢ່າງແຮງເມື່ອພົບວ່າ “ກະແຕນ້ອຍ” ແຫ່ງເວັບໄຊ້ພັນລາວ ຕິດ 10 ອັນດັບຜູ້ຍິງຊັ້ນສູງຂອງໂລກ ສູງສ່ຳໃດລອງໄປພິສູດດ້ວຍຕາທ່ານເອງ

 

ຖ້າທ່ານຍັງບໍ່ຮູ້ຈັກວ່າ “ກະແຕນ້ອຍ” ແມ່ນໃຜ (ຊຶ່ງ ຂພຈ ເອງກະບໍ່ຮູ້ຈັກ ເຄີຍເຫັນແຕ່ໃນພັນລາວນີ້ແຫຼະ ແລະຂໍອະນຸຍາດກະແຕນ້ອຍນະໂອກາດນີ້ເລີຍ) ຮູບລຸ່ມນີ້ແມ່ນຮູບຂອງກະແຕນ້ອຍໃນພັນລາວ

alt

 

ແລະລຸ່ມນີ້ແມ່ນອັນດັບໂລກທີ່ ຂພຈ ເວົ້າເຖິງ

 

ຜູ້ຍິງຊັ້ນສູງອັນດັບ 1: Yao defen ຈາກປະເທດຈີນ ສູງ 233 ຊັງຕີແມັດ ໜັກ 200 ກິໂລ

alt

 

 

ຜູ້ຍິງຊັ້ນສູງອັນດັບ 2: Sandy Allen ຈາກອາເມລິກາ ສູງ 232 ຊັງຕີແມັດ

alt

 

 

ຜູ້ຍິງຊັ້ນສູງອັນດັບ 3: Malgorzata Dydek ນັກກິລາບານບ້ວງຈາກອາເມລິກາ ສູງ 218 ຊັງຕີແມັດ

alt


 

ຜູ້ຍິງຊັ້ນສູງອັນດັບ 4: Zainab Bibi ຈາກປາກີສະຖານ ສູງ 218 ຊັງຕີແມັດ

alt

 

 

 

ຜູ້ຍິງຊັ້ນສູງອັນດັບ 5: Uljana Semjonova ຈາກລັດເວຍ ສູງ 213 ຊັງຕີແມັດ

alt

 

ແລະໃນທີ່ສຸດກະມາຮອດຄົນສຳຄັນຂອງເຮົາ

ຜູ້ຍິງຊັ້ນສູງອັນດັບ 6: ກະແຕນ້ອຍ ພັນລາວ ຫືຼ Gitika Srivastava ຈາກອິນເດຍ ສູງ 211 ຊັງຕີແມັດ

alt

 

alt

ແມ່ນຫຼືບໍ່ແມ່ນທ່ານກໍ່ເຫັນດ້ວຍສາຍຕາໂຕເອງແລ້ວ...

ສຳຫຼັບອີກ 4 ອັນດັບໂລກທີ່ເຫຼືອ ເອົາໄວ້ໂອກາດໜ້າຈະນຳສະເໜີເພີ່ມເຕີມ

 

ຂໍໂທດນຳກະແຕນ້ອຍອີກເທື່ອຫນຶ່ງຖ້າຫາກບໍ່ມັກໄດນີ້ ແຕ່ຂໍຢືນຢັນວ່າບໍ່ໄດ້ມີເຈດຕະນາທີ່ບໍ່ດີແຕ່ປະການໃດ.

(ພາບປະກອບຈາກອິນເຕີເນັດ)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

(ກ່ອນ​ອື່ນ​ຕ້ອງຂໍອະນຸຍາດທ່ານ​ຜູ້​ອ່ານ ​ໃຊ້​ພາສາ​ທີ່​ອາດ​ຈະ​ບໍ່​ສຸພາບ)

altມີ​ເຈຍ​ດູດ​ເລືອດຢູ່ 3 ​ໂຕ ​ເປັນ​ອ້າຍ​ນ້ອງ​ກັນ ຊຶ່ງ​ມັກ​ຈະ​ແບ່ງ​ເວລາ​ກັນ​ອອກ​ໄປ​ຫາ​ອາຫານໃນ​ຕອນ​ກາງຄືນ ​ໂດຍ​ຈະ​ອອກ​ໄປ​ເທື່ອ​ລະ​ໂຕ ​ແລະ​ໃຫ້ອີກ​ສອງ​ໂຕ​ເຝົ້າ​ຖ້ຳ ​ໂຕທີ່​ອອກ​ໄປ​ຫາ​ກິນ​ຈະ​ມີ​ເວລາ 1 ຊົ່ວ​ໂມງ ຫຼັງ​ຈາກ​ນັ້ນ​ຈະກັບ​ເຂົ້າ​ມາ​ປ່ຽນ​ໃຫ້​ໂຕ​ອື່ນອອກ​ໄປ​ຫາອາຫານ​ຕໍ່.  

ຄືນໜຶ່ງ ​ໂຕ​ທີ່​ໜຶ່ງ​ບິນ​ອອກ​ໄປ​ຫາ​ອາຫານ ​ແຕ່​ຫາ​ເລືອດ​ສັດ​​ບໍ່​ໄດ້ ​ເລີຍ​ໄດ້​ແຕ່​ໝາກ​ໄມ້​ຮອງ​ທ້ອງ ​ເ​ມື່ອຄົບ 1 ຊົ່ວ​ໂມງ​ ກໍ່​ກັບ​ມາ​ປ່ຽນ​ໂຕ​ທີ່ 2.

ໂຕ​ທີ່​ 2 ກໍ່​ອອກ​ໄປ​ ​ໄດ້​ເລືອດ​ຕິດ​ປາກພຽງ​ໜ້ອຍ​ດຽວ​ບໍ່ພໍ​ອີ່ມ ​ເມື່ອ​ຄົບ​ 1 ຊົ່ວ​ໂມງ​ ກໍ່​ກັບ​ເຂົ້າ​ມາ​ປ່ຽນ​ໂຕ​ທີ່​ 3

ໂຕ​ທີ່​ 3 ບິນ​ອອກ​​ໄປ​ ພຽງ 5 ນາທີ​ ກໍ່​ບິນ​ກັບ​ເຂົ້າມາ​ພ້ອມ​ເລືອດ​ເຕັມ​ປາກ ​ເຮັດ​ໃຫ້​ເຈຍ​ອີກ 2 ​ໂຕ​ຕົກ​ຕະລຶງ ​ເພາະ​ຫາ​ອາຫານ​ຍາກ​ເຫຼືອ​ເກີນ

​ເຈຍ​ໂຕ​ທີ່ 1 ຈຶ່ງ​ຖາມ​ວ່າ: ​ເຮີ້ຍ…​ແມ່ນ​ມ ຶງເຮັດ​ໄດ້​ແນວ​ໃດ​ ​ໄປ​ 5 ນາທີ ​ໄດ້​ກິນ​ເລືອດ​​ເຕັມ​ປາກ ບາດ​ກູ​ໄປ​ຈົນ​ເມື່ອຍ​ໄດ້​ກິນ​ແຕ່​ໝາກ​ໄມ້

​ເຈຍ​ໂຕ​ທີ່ 3 ຈຶ່ງຕອບ​ວ່າ: ມຶ ງ ເຫັນ​ຕົ້ນ​ໄມ້​ໃຫຍ່​ຢູ່​ໜ້າ​ປາກ​ຖ້ຳ​ຫັ້ນ​ບໍ່

​ເຈຍ​ໂຕ​ທີ່ 1 ຕອບ​ກັບ: ​ເຫັນ​ຕົວະ

​ເຈຍ​ໂຕ​ທີ່ 3: ​ເອີ້ !...ກູ​ບໍ່​ເຫັນ

 

 

ຈົບ​ແລ້ວ..ຖ້າ​ມັກ​ກະ​ຊ່ວຍ​ໃຫ້​ກຳລັງ​ໃຈ​ແດ່​ເດີ້​ພີ່ນ້ອງ…

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ມື້ນີ້ມີເວັບໄຊ້ທີ່ຮັບປະກັນວ່າຜູ້ໃຫຍ່ຫຼາຍໆຄົນຈະຕ້ອງຖືກໃຈມາຝາກ...

ອະອະ! ສະເພາະຜູ້ໃຫຍ່ເທົ່ານັ້ນ ຜູ້ທີ່ຮູ້ໂຕວ່າອາຍຸບໍ່ເຖິງເກນ ຂໍເຊີນອອກຈາກໄດນີ້ແຕ່ໂດຍດີ

 

ຜູ້ໃຫຍ່ເຊີນເຂົ້າເວັບດ້ານລຸ່ມໄດ້ເລີຍ

http://www.etanut.net/xxx.htm

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“ ຜູ້ຍິງເຂົ້າໃຈຍາກ “, “ ຜູ້ຊາຍບໍ່ເຂົ້າໃຈຜູ້ຍິງ “ ຫຼື “ ແມ່ນລາວຄິດຫຍັງຢູ່ “ ອາດເປັນຄຳເວົ້າທີ່ຫຼາຍໆຄົນເຄີຍໄດ້ຍິນ ຫຼື ບາງຄົນອາດເຄີຍໃຊ້ມາແລ້ວເມື່ອເລີ່ມສົງໃສໃນຄວາມຮັກ ຫຼື ຮັກມີບັນຫາ. ມື້ນີ້ເລີຍຫາຄວາມແຕກຕ່່າງຂອງພາສາຮັກລະຫວ່າງຍິງກັບຊາຍມາຝາກ ເພື່ອທ່ານຜູ້ອ່ານອາດຈະເຂົ້າໃຈໃນເພດກົງຂ້າມຫຼາຍຂຶ້ນ

ກ່ອນຈະເຂົ້າເລື່ອງ ຕ້ອງຂໍອະນຸຍາດທ່ານຜູ້ອ່ານວ່າອາດມີພາສາທີ່ບໍ່ເໝາະສົມ ແລະ ຜິດຫຼັກພາສາລາວ ບາງຄຳ

ເຂົ້າເລື່ອງກັນເລີຍ ພາສາຮັກທີ່ຍິງແລະຊາຍໃຊ້ແຕກຕ່າງກັນແນວໃດ?

ພາສາ​ຍິງ

 

“ ບໍ່​ຕ້ອງ​ຫາ​ຫຍັງ​ມາ​ໃຫ້​ດອກ..ຂໍ​ພຽງ​ໄດ້​ເຈິ​ກັນ​ກະ​ພໍ “

​ເບື້ອງຫຼັງ​: “ ​ແຕ່​ຖ້າ​ໄດ້​ກຸຫຼາບ​ຈັກ​ດອກ​ກໍ່​ຄົງ​ຈະ​ດີ “

 

“ ບໍ່​ຕ້ອງ​ຫາ​ຂອງ​ແພງໆ​ມາ​ຝາກ​ດອກ ​ໄດ້​ດອກ​ໄມ້​ຈັກ​ຊໍ່​ກະດີ​ໃຈ​ແລ້ວ​“

​ເບື້ອງ​ຫຼັງ: “ ​ແຕ່​ຖ້າ​ໄດ້​ແຫວນ​ຈັກ​ວົງ​ຄົງ​ດີ​ໃຈ​ກວ່າ “

 

“ ​ເຈົ້າ​ຈະ​ບໍ່​ໃຫ້​ແຫວນ​ຂ້ອຍ​ຈັກ​ວົງ​ຫວາ? “

​ເບື້ອງ​ຫຼັງ: “ ​ແລ້ວ​ຂໍ​ຂ້ອຍ​ແຕ່ງງານ​ພ້ອມ…​ໄວ​ແດ່..​ໄວ.. ຊິ 30 ​ແລ້ວ “

 

“ ​ໄປ​ຫາ​ຮ້ານ​ທຳ​ມະ​ດາຖືກໆ ນັ່ງລົມກັນ​ກະ​ໄດ້​ “

ເບື້ອງ​ຫຼັງ: “ ຮ້ານ​ທຳ​ມະ​ດາ​ຖື​ກໆ ທີ່ຢູ່​ໃນ​ໂຮງ​ແຮມ​ຫຼູໆ “

 

 

ພາສາ​ຊາຍ

 

“ ມື້​ນີ້​ຂ້ອຍ​ບໍ່​ສາມາດ​ຫາ​ຫຍັງ​ມາ​ໃຫ້​ເຈົ້າ​ໄດ້ ​​ມີ​ພຽງ ຫົວ​ໃຈ ​ແລະ ຮອຍ​ຍິ້ມ​ຂອງຂ້ອຍ “

ເບື້ອງ​ຫຼັງ: “ ກຣູຊິ​ຊື້​ດອກ​ໄມ້​ໃຫ້​ສາວ​ນາງ ຕຸກກະຕາໃຫ້ສາວ​ໄກ່ ກີ້​ສາຍ​ຄໍ​​ໃຫ້​ສາວ​ບີ້. ມາ​ຮອດ​ເຈົ້າ​ກະ​ເລີຍ​ເຫຼືອ​ແຕ່​ຫົວ​ໃຈ​ກັບ​ຮອຍ​ຍິ້ມ​ນິ​ແຫຼະ “​

 

“ ດອກ​ໄມ້​ດອກ​ນີ້​ແທນ​ຫົວ​ໃຈ​ຂ້ອຍ​ເດີ້ “

ເບື້ອງ​ຫຼັງ: “ ​ເພື່ອ​ແລກ​ກັບ​ຮ່າງກາຍ​ເຈົ້າ “……..(​ໂຫ…​ເບິ່ງ​ມັນ​ລົງທຶນ​ແມ້)

 

“ ​ໄປ​ຫາ​ຫຍັງ​ດື່ມ​ກັນ​ “

ເບື້ອງ​ຫຼັງ: “ ​ແລ້ວ​ໄປ​ຕໍ່​ທີ່​ໂຮງ​ແຮມ​ກັນ​ເທາະ “

 

“ ​ໄປ​ຫາ​ບ່ອນ​ງຽບໆ​ນັ່ງ​ລົມ​ກັນ​ດີກ​ວ່າ “

ເບື້ອງ​ຫຼັງ: “ ​ແລ້ວ​ໄປ​ຕໍ່​ທີ່​ໂຮງ​ແຮມ​ກັນ​ເທາະ “

 

“ ​ໄປ​ຊອກ​ໜັງ​ໂລ​ແມນ​ຕິກ​ເບິ່ງ​ກັນ​ຈັກ​ເລື່ອງ​ດີ​ບໍ່ “

ເບື້ອງ​ຫຼັງ: “ ​ແລ້ວ​ໄປ​ຕໍ່​ທີ່​ໂຮງ​ແຮມ​ກັນ​ເທາະ “

 

“ ຂ້ອຍ​ຂໍ​ຫອມ​ແກ້ມ​ເຈົ້າ​ໄດ້​ບໍ່ ​ເທື່ອ​ດຽວ​ເທົ່າ​ນັ້ນ “

ເບື້ອງ​ຫຼັງ: “ ​​ແລ້ວ​ຂ້ອຍ​ຊິ​ບຸກຕໍ່​ໄປ​ຈົນ​ໄດ້……ເຮັດອີ່ຫຍັງອີກ​ຫຼາຍໆ​ຢ່າງ.. ​​ເຊື່ອ​ບໍ່ “

 

ອ່ານກັນຫຼິ້ນໆຫົວຫົວເດີ້ ຢ່າຄິດຫຼາຍ...(ໄປຕໍ່ທີ່ໂຮງແຮມກັນເທາະ) alt

 

(ກັອບປີ້ເຂົາມາເດີ້ພີ່ນ້ອງ)

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2009 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບໍ່ມີຄຳບັນຍາຍ ເລື່ອງມັນເສົ້າ....ເຮີ໊...ບໍ່ໜ້າຄິດສັ້ນແບບນີ້ເລີຍ

 

 

 

 

 

 

alt

 

alt

 

alt

 

alt

ຂໍຄວາມກະລຸນາຈາກທຸກທ່ານຢືນໄວ້ອາໄລແກ່ຜູ້ເສຍຊີວິດແດ່ ຈັກ 3 ວິນາທີ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 38 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຖ້າທ່ານອາຍຸບໍ່ເຖິງ 18  ຫຼື ເປັນຄົນຂັວນອ່ອນ ຂໍແນະນຳວ່າໃຫ້ອອກຈາກໄດດາຣີ່ນີ້ໂດຍດ່ວນ! ຢ້ຳວ່າໂດຍດ່ວນ!

ເພາະຕໍ່ໄປນີ້ຈະເປັນພາບເຫດການທີ່ມີຄວາມຮຸນແຮງ ແລະ ບໍ່ເໝາະສົມສຳຫຼັບເດັກ.



ຊາວໂລກຕ້ອງຕົກຕະລຶງເມື່ອມີພາບຫຼຸດເລື່ອງທີ່ມາຂອງໂລ້ໂກ້ໂອລິມປິກທີ່ປັກກິ່ງ ໃນປີ 2008 ແຜ່ອອກມາໃນອິນເຕີເນັດ ຈົນເຮັດໃຫ້ທາງການຈີນຕ້ອງພົບບັນຫາໜັກໃນການອອກມາແກ້ໂຕຕໍ່ພາບເຫດການດັ່ງກ່າວວ່າບໍ່ເຄີຍເກີດຂື້ນໃນປະເທດຈີນ ແລະອາດເປັນພຽງພາບທີ່ພວກບໍ່ຫວັງດີສ້າງຂື້ນ....


ຈຶງ ຫຼື ບໍ່ຈຶງ ທ່ານກໍ່ລອງຕັດສິນດ້ວຍສາຍຕາໂຕເອງເບິ່ງ..

 

 

 

 

alt

alt

alt

alt

alt

 

ທ່ານຄິດວ່າແນວໃດ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ບໍ່​ຮູ້​ວ່າ​ທ່ານ​ຜູ້​ອ່ານ​ເຄີຍ​ສົງ​ໃສ​ຄື ຂພຈ ​​ບໍ່ວ່າ ຄົນ​ລາວ​ເຮົາ​ກິນ​ເຫຼົ້າ​ເກັ່ງ​ສ່ຳ​ໃດ ຈາກ​ຄວາມ​ສົງ​ໃສ​ນີ້ ເລີຍ​ໄປ​ຊອກ​ຫາ​ຂໍ້​ມູນ​ຫຼິ້ນໆ​ເບິ່ງວ່າ ຖ້າ​ວັດ​ຈາກ​ຄວາມ​ສາມາດ​ໃນ​ການ​ດື່ມ​ເຫຼົ້າ ຄົນ​ລາວ​​ເຮົາ​ຈະຕິດ​ອັນ​ດັບ​ທີ່​ເທົ່າ​ໃດ​ຂອງ​ໂລກ? ຜົນ​ປາກົດ​ວ່າ ຕາມ​ຂໍ້​ມູນ​ຂອງ​ WHO (2004) ຈາກຈຳນວນ 19​3 ປະ​ເທດ​ໃນ​ໂລກ ຄົນ​ລາວ​ເຮົາ​ຢູ່ອັນ​ດັບ​ທີ່ 65 ​ໂດຍ​ມີ​ອັດຕາ​ການ​ດື່ມ​​ແອວ​ກໍ​ຮໍ​​ໂດຍ​ສະ​ເລ່ຍແມ່ນ 6​.72 ລິດ ຕໍ່​ຄົນ​ຕໍ່​ປີ ນັ້ນ​ໝາຍ​ຄວາມ​ວ່າ​ຢູ່​ໃນ​ລະດັບ​ກາງ​ເຖິງ​ເກັ່ງຊຶ່ງ​ກໍ່​ຍັງ​ບໍ່​ນັບ​ວ່າ​ແປກ​ພໍ​ປານ​ໃດ.

 

ແຕ່​ທີ່​ໜ້າ​ແປກ​ໃຈຄື ຄົນລາວມີ​ອັດຕາການ​ດື່ມ​​ແອວ​ກໍ​ຮໍ (alcohol) ​ເປັນ​ດັນ​ດັບ 4 ຂອງ​ອາຊີ ຮອງ​ຈາກ ​ໄທ, ເກົາ​ຫຼຼີ ແລະ ຍີ່​ປຸ່ນ ​ ​ ແລະ​ເປັນອັນ​ດັບ 2 ຂອງອາ​ຊຽນ (ASEAN) ຮອງ​ຈາກ​ປະ​ເທດ​ໄທ ພຽງ​ປະ​ເທດ​ດຽວ.

 

ສຳ​ຫຼັບ​ຂໍ້​ດີ​ຂໍ້​ເສຍ​ຂອງ​ການ​ຕິດ​ອັນ​ດັບ​ໂລກ​ແບບ​ນີ້ ຂພຈ ຍັງບໍ່​ມີຂໍ້​ມູນ​ມາ​ນຳ​ສະ​ເໜີ ຈຶ່ງ​ຝາກ​ໃຫ້​ທ່ານ​ຜູ້​ອ່ານ​ລອງ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ​ເບິ່ງ


ອັນ​ດັບ​ໂລກ      ປະ​ເທດ               ອັດຕາ​ການດື່ມ​ແອວ​ກໍ​ຮໍ່​ສະ​ເລ່ຍຕໍ່​ຄົນ​ຕໍ່ປີ (ລິດ)

1            ອູ​ການ​ດາ                                              19.47

2            ລຸ​ກຊຳ​ບວກ                                           17​.54

3            ສາທາລະນະ​ລັດ​ເຊັກ                              16.21 

45         ​ ໄທ                                                        8.47 

50          ​ເກົາ​ຫຼື​ໃຕ້                                                7.71

56          ຍີ່ປຸ່ນ                                                     7.38

65      ລາວ                              6.72

103         ຟີ​ລິບ​ປິນ                        ​                      3.75

118         ສິງກະ​ໂປ                                              2.73

144         ​ກຳປູ​ເຈຍ                                                -

148         ຫວຽດນາມ                                            -

156         ມາ​ເລ​ເຊຍ                                               -

165         ບຣູ​ໄນ                                                    -

169         ພະມ້າ                                                    -

181         ອິນ​ໂດ​ເນ​ເຊຍ                                            -

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2009 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

(ຖ້າໃຜເຄີຍອ່ານແລ້ວກະຂໍໂທດເນີ້)

ຄຳຖາມກ່ຽວກັບເພດສຳພັນແບບ ຮາໆ

ເອົາໄວ້ສອນລູກສອນຫຼານເນີ້

 

 

ມີພໍ່ລູກຄູ່ໜຶ່ງຢືນລົມກັນຢູ່

ລູກກຳລັງກ້າວເຂົ້າສູ່ວັຍໜຸ່ມ ຈຶ່ງມີຄຳຖາມກ່ຽວກັບເພດສຳພັນມາຖາມພໍ່

 

ລູກ : ພໍ່ໆການມີເພດສຳພັນເຮັດໃຫ້ໃຮູ້ສຶກແນວໃດ

ພໍ່  : ມັນກະຄືກັບການທີ່ໂຕເອົານິ້ວມື​​ໄປຄວັດຂີ້ມູກໃນດັງຂອງໂຕຫັ້ນແຫຼະ

ລູກ : ​ແລ້ວເປັນຫຍັງເວລາມີເພດສຳພັນ ຜູ້ຍິງຈັ່ງຮ້ອງຄາງຄືມີຄວາມຮູ້ສຶກດີກວ່າຜູ້ຊາຍ

ພໍ່  : ອ້າວ..​ແລ້ວເວລາໂຕຄວັດຂີ້ມູກໂຕຮູ້ສຶກວ່ານິ້ວມືດີຂຶ້ນ ຫຼືວ່າຮູດັງຂອງໂຕດີຂຶ້ນ

ລູກ : ​ໃນເມື່ອຜູ້ຍິງຮູ້ສຶກດີຂຶ້ນແລ້ວເປັນຫຍັງຜູ້ຍິງຈັ່ງບໍ່ມັກການຂົ່ມຂືນ

ພໍ່  : ມັນບໍ່ຄືກັນແລ້ວຖ້າໂຕຍ່າງຢູ່ຫົນທາງດີໆແລ້ວມີຄົນ​​ແລ່ນມາເອົານິ້ວມາແທງຮູດັງໂຕເດ໋ໂຕຊິຕີມັນບໍ່

ລູກ : ​ແລ້ວເປັນຫຍັງຜູ້ຍິງຈັ່ງບໍ່ມັກມີເພດສຳພັນ​​ໃນເວລາມີປະຈຳເດືອນ

ພໍ່  : ​ແລ້ວຖ້າຮູດັງຂອງໂຕເລືອດ​​ໄຫຼຢູ່ໂຕຊິຄວັດຂີ້ມູກບໍ່

ລູກ : ​ເປັນຫຍັງຜູ້ຊາຍຈັ່ງບໍ່ມັກໃສ່ຖົງຢາງອະນາໄມຕອນມີເພດສຳພັນ

ພໍ່  : ​ແລ້ວຖ້າພໍ່ບັງຄັບໃຫ້ໂຕໃສ່ຖົງມືຄວັດຂີ້ມູກໂຕຊິຮູ້ສຶກຈັ່ງໃດ

ລູກ : ມີອີກຄຳຖາມໜຶ່ງ ຜູ້ຍິງເປັນຫຍັງຈັ່ງມັກບັນຍາກາດງຽບໆ ທຶມໆເວລາທີ່ກະເຈົ້າມີຄວາມຕ້ອງການ

ພໍ່  : ອ້າວ…​ແລ້ວຖ້າພໍ່ບອກໃຫ້ໂຕຄວັດຂີ້ມູກຢູ່ໜ້າຫ້ອງຮຽນໂຕຊິເຮັດບໍ່…​ຫື..ລູກເອີ້

ລູກ : ອີ່ພໍ່ເກັ່ງຂະໜາດ

 

(ຂໍ້ມູນຈາກອິນເຕິເນັດ)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

alt

(ຖ້າໃຜເຄີຍອ່ານແລ້ວຕ້ອງຂໍໂທດນຳ)

ທິດ​ສະ​ດີ​ທີ່​ໂດ່ງດັງ​ທີ່​ສຸດ​ຄົງ​ຕ້ອງ​ຍົກ​ໃຫ້​ຄຳ​ທຳນາຍ​ທີ່​ວ່າ ​ໂລກ​ໜ່ວຍ​ນີ້​ຈະ​ແຕກ​ດັບ​ໃນ​ວັນ​ທີ່ 21 ທັນວາ 2012 ຫຼື​ອີກ​ບໍ່​ເຖິງ 4 ປີ​ ຂ້າງ​ໜ້າ, ທິດ​ສະ​ດີ​ນີ້​ຄິດ​ຄົ້ນ​ໂດ​ຍຊົນ​ເຜົ່າ​ມາ​ຍັນ ​ວັນ​ດັ່ງກ່າວ​ຖື​ເປັນ​ວັນ​ສິ້ນສຸດ​ຂອງ​ປະຕິທິນ ລອງ​ເຄົ້າ (Long Count) ຫຼື​ປະຕິທິນ​ລຳດັບ​ທີ່ 3 ຂອງ​ຊາວ​ມາ​ຍັນ​ ​ໂດຍ​ຄຳ​ທຳນາຍ​ໄດ້​ລະບຸ​ໄວ້​ວ່າ ​ໃນ​ມື້​ນັ້ນ​ໂລກ​ຈະ​ພົບ​ກັບ​ການ​ປ່ຽນ​ແປງ​ຄັ້ງ​ມະ​ໂຫລານ ​ເລີ່​ມຈາກ​ໄພ​ທຳ​ມະ​ຊາດ​ທີ່​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ ​ໄປ​ຈົນ​ເຖິງ​ສົງຄາມ​ອະພິ​ມະຫາ​ໂລ​ກາ​ພິນາດ ຈົນ​ບໍ່​ມີ​ມະນຸດ​ຄົນ​ໃດ​ມີ​ຊີວິດ​ລອດ ຊຶ່ງ​ເລື່ອງ​ຂອງ​ສົງຄາມ​ໂລກາ​ພິນາດ​ນີ້​ອາດ​ເຊື່ອມ​ໂຍງ​ໄດ້​ກັບ​ທິດ​ສະ​ດີ​ສົງຄາມ​ໂລກ​ຄັ້ງ​ທີ່​ 3 ຂອງ ນອສຕຣາດາ​ມຸສ ​ໂຫລາ​ຈານ​ຊື່​ດັງ

ໜ້າ​ແປກ​ທີ່​ນອກຈາກໂຕ​ເລກ 212012 ຈະ​ເປັນ​ວັນ​ສຸດ​ທ້າຍ​ຂອງ​ປະຕິທິນ​ຊົນ​ເຜົ່າ​ມາ​ຍັນ​ແລ້ວ ຍັງ​ມີ​ຂໍ້​ມູນ​ທາງ​ດາ​ລາ​ສາດ​ທີ່​ລະບຸ​ໄວ້​ວ່າ ຈະ​ເກີດ​ພະ​ລັງ​ງານ​ລຶກລັບ​ທີ່​ຈະ​ປ່ຽນ​ໂລກ​ໄປ​ຕະຫຼອດ​ກາ​ນ ​ໂດຍ​ໃນ​ເວລາ​ທີ່​ຕາ​ເວັນ​ຢູ່​ຫ່ າ ງ ຈາກ​ເສັ້ນ​ສູນ​ສູດ​ຂອງ​ໂລກ​ຫຼາຍ​ທີ່​ສຸ​ດ​ໃນ​ໄລຍະ​ລະດູ​ໜາວ​ຂອງ​ປີ 2012 ນັ້ນ ຕາ​ເວັນ​ຈະ​ຢູ່​ລະດັບ​ດຽວ​ (ຕາ​ມທາງ​ນອນ) ກັບ​ໃຈກາງ​ຂອງ​ທາງ​ຊ້າງ​ເຜືອກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 26,000 ປີ ຊຶ່ງ​ໝາຍ​ຄວາມ​ວ່າ ພະລັງງານ​ທຸກ​ປະ​ເພດ​ຈາກ​ໃຈກາງ​ຂອງ​ທາງ​ຊ້າງ​ເຜືອກ​ຈະ​​ມີກາ​ນ​ເຄື່ອນ​ໄຫວ​ຢ່າງ​ຮຸນ​ແຮງ ​ແລະ​ເກີດ​ການ​ທະ​ທົບ​ກັບ​ພະລັງງານ​ທັງ​ທີ່​ເບິ່ງ​ເຫັນ ​ແລະ​ເບິ່ງ​ບໍ່​ເຫັນ​ຂອງ​ໂລກ ​ໃນ​ວັນ​ທີ່ 21 ທັນວາ 2012 ​ເວລາ 23:11 ​ໂມງ (11:11 pm ຕາມ​ເວລາ​ສາກົນ)

altນອກຈາກ​ນີ້ ຍັງ​ມີ​ຂໍ້​ມູນ​ທາງ​ທໍລະນີວິທະຍາ​ທີ່​ຊີ້​ວ່າ ປີ 2012 ຄື​ປີ​ທີ່​ຊຸປ​ເປີ້ ​ໂວ​ເຄ​ໂນ (Super Volcano) ຫຼື​ພູ​ເຂົາ​ໄຟ​ໃຕ້​ນ້ຳ ຄົບ​ກຳນົດ​ເວລາ 74,000 ປີ ທີ່​ຈະລະ​ເບີດ​ໂຕ​ເອງ ​ໂດຍ​ສັນຍານ​ເຕືອນ​​ຄັ້ງ​ຫຼັງ​ສຸດ​ຄື ​ໂສກ​ນາດຕະກຳ​ຄື້ນຍັກ​ສຶນາ​ມິ​ເມື່ອ​ປີ 2004 ທີ່​ບອກ​ໃຫ້​ຊາວ​ໂລກ​ຮູ້​ວ່າ ​ໂຄງ​ສ້າງ​ພື້ນ​ຜິວ​ໂລກ​ໄດ້​ເກີດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່ ​ແລະ ກາ​ນລະ​ເບີດ​ຂອງ​ຊຸບ​ເປີ້​ໂວ​ເຄ​ໂນ ອາດ​ຢູ່ບໍ່​ໃກ້​ບໍ່​​ໄກ​ຈາກ​ບໍລິ​ເວນ​ທີ່​ສຶນາ​ມິ​​ເຄີຍ​ເກີດ​ຂຶ້ນ ​ແລະ ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ​ໄລຍະ​ຫຼັງ​ມາ​ນີ້ ​ເກີດ​ເຫດການ​​ແຜ່ນດິນ​ໄຫວ ດິນ​ຖະຫຼົ່ມ ​ແລະ​ແມ່​ນ້ຳ ​ຫຼື​ທະ​ເລ​ສາບ​ເຫືອດແຫ້ງ ຫຼາຍ​ໆ​ຄັ້ງ​ທົ່ວ​ໂລກ

ຢ່າງ​ໃດ​ກໍ່ຕາມ ​ບໍ່​ວ່າ​ຄຳ​ທຳນາຍ​ຈະ​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ຫຼາຍ​ເທົ່າ​ໃດ ກໍ່​ບໍ່​ສຳຄັນ​ເທົ່າ​ກັບ​ຄວາມ​ຈິງ​ທີ່​ວ່າ​ເວລາ​ນີ້​ ​ໂລກ​ຂອງ​ເຮົາ​ອາການ​ສາຫັດ​ແທ້ໆ ບໍ່​ວ່າ​ຈະ​ເປັນ​ພາວະ​ໂລກ​ຮ້ອນ​ທີ່​ເກີດ​ຈາກ​ຝີ​ມື​ມະນຸດ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ ຫຼື ກະທັ້ງ​ເທັກ​ໂນ​ໂນ​ຢີທີ່​ກ້າວ​ໜ້າ​ເກີນ​ໄປ ຈົນ​ເຮັດ​ໃຫ້​ຫຼາ​ຍຊາດ​ຕ້ອງ​ອອກ​ມາສະ​​ແດງ​​ແສນ​ຍານຸພາບ​ຂອງ​ຕົວ​ເອງ ຫາກ​ໂລກ​ບໍ່​ແຕກ​ຕາມ​ຄຳ​ທຳນາຍ ກໍ່​ຄົງ​ມີ​ຈັກ​ມື້ໜຶ່ງ​ຕ້ອງ​ຫຼົ້ມ​ສະຫຼາຍ​ເພາະ​ຝີມື​ມະນຸດ​ນີ້​ເອງ ​ເພ​າະຈົນ​ເຖິງຕອນ​ນີ້​ກໍ່​ຍັງ​ບໍ່​ເຄີຍ​ມີ​ໃຜ​ທຳນາຍ​ໄດ້​ເລີຍ​ວ່າ ຈິງໆ​ແລ້ວ​ໂລກ​ມີ​ອາຍຸຍືນ​ຍາວ​ຈັກ​ປີ​ກັນ​ແທ້?

 

ໝາຍເຫດ: ພໍດີມີຄວາມເຫັນເລື່ອງວັນທີ່ 21 ຫຼື 22 ເຂົ້າມາ (ຂອບໃຈຢ່າງສູງ) ເລີຍຂໍອະທິບາຍເພິ່ມເຕີມ

ສຳຫຼັບຄວາມສົງໃສທີ່ວ່າ ມັນແມ່ນວັນທີ 21 ຫຼື 22 ກັນແທ້ນັ້ນ ຂພຈ ກະຍັງບໍ່ແນ່ໃຈ ແຕ່ເຂົ້າໃຈວ່າອາດເປັນຍ້ອນຄວາມແຕກຕ່າງກັນຂອງເຂດເວລາຢູ່ໃນໂລກ ຖ້າຜູ້ຂຽນຢູ່ໃນເຂດເວລາທີ່ຕ່າງກັນ ວັນທີທີ່ໃຊ້ກໍ່ອາດຈະແຕກຕ່າງກັນ

ເຫດຜົນທີ່ ຂພຈ ເລືອກວັນທີ 21 ກໍ່ເນື່ອງຈາກວ່າ ມັນມີຄວາມໝາຍທາງຕົວເລກ ຄື December 21, 2012 ຈະຂຽນໄດ້ວ່າ 12-21-12 ຊຶ່ງ ເລກ 1 ກົງກັບອັກສອນ A ໃນພາສາອັງກິດ ແລະ 2 ກົງກັບ B ເມື່ອລວມກັນຈະໄດ້ A-B-B-A-A-B ແລະເມື່ອອ່ານກັບດ້ານຈະກາຍເປັນ BA ABBA ຊຶ່ງຖ້າແປຈາກນພາສາ ຮີບຣູ (Hebrew) ຈະໄດ້ຄວາມໝາຍວ່າ "Father comes / is coming" (ບໍ່ເກັ່ງອັງກິດນະ ແປເອງເດີ້)  ແລ້ວຖືກໂຍງໄປເຖິງຄຳກ່າວຂອງພະເຍຊູ (Jesus) ທີ່ວ່າ ບໍມີໃຜສາມາດຮູ້ເຖິງວັນສຸດທ້າຍໄດ້ ແມ້ແຕ່ພະອົງເອງ ມີພຽງພໍ່ຂອງພະອົງເທົ່ານັ້ນທີ່ຮູ້. ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍໆຄົນຄິດວ່າ 12-21-12 ຄືວັນສິ້ນໂລກ

(ຂໍ້​ມູນ​ຈາກ: seedang.com)