ຂຽນເມື່ອ: ມິ.ຖ.. 17, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ຖ້າເຈົ້າຄິດວ່າຈະໄດ້ສາລະຈາກໄດນີ້ ຂໍບອກເລີຍວ່າບໍ່ມີ (ຈັ່ງແມ່ນມັນຄື…) ເລື່ອງຕໍ່ໄປນີ້ເອົາມາໃຫ້ອ່ານຫຼິ້ນໆ ແກ້ເຊັງ ເໝາະສຳຫຼັບຄົນທີ່ມີເວລາຫຼາຍພໍ ຈົນບໍ່ຮູ້ວ່າຊິເອົາໄປເຮັດຫຍັງ (ຝອຍຫຼາຍໜ້າລຳຄານ ເຂົ້າເລື່ອງໄດ້ແລ້ວ)
ອະ…ລອງອ່ານເບິ່ງແຕ່ບໍ່ຕ້ອງຈື່ໃຫ້ມັນເປືອງເນື້ອທີ່ສະໝອງທີ່ມີໜ້ອຍຢູ່ແລ້ວດອກ (ມັນຫຼອກດ່າຕົວະນິ..)
- ຖ້າເຈົ້າຮ້ອງດັງໆເປັນເວລາ 8 ປີ 7ເດືອນ ກັບອີກ 6 ມື້ ຕິດຕໍ່ກັນ ພະລັງງານສຽງທີ່ໄດ້ຈະສາມາດນຳໄປອຸ່ນກາເຟໄດ້ຈອກໜຶ່ງພໍດີ (ວ່າງໆກະລອງເບິ່ງ)
- ຖ້າເຈົ້າຕົດ..ແມ່ນແລ້ວຕົດ ຢ່າງຕໍ່ເນື່ອງເປັນເວລາ 6 ປີ ກັບອີກ 9 ເດືອນ ອາຍແກ໊ສທີ່ໄດ້ຈະທຽບເທົ່າລະເບີດປະລຳມະນູ 1 ລູກ (ໂຫ…ມາຕົດຂາຍໃຫ້ກອງທັບດີກວ່າ)
- ຫົວໃຈມະນຸດມີແຮງດັນພໍທີ່ຈະສີດເລືອດໄປໄກເຖິງ 9 ແມັດ (ປາໂທ້…)
- ໝູຈະມີຊ່ວງເວລາເຖິງຈຸດສຸດຍອດດົນເຖິງ 30 ນາທີ (ໂອະໂອ…)
- ແມງສາບຈະມີຊີວິດຢູ່ໄດ້ດົນເຖິງ 9 ມື້ ໂດຍບໍ່ມີຫົວ (ບະ!...ມັນຍັງບໍ່ເປັນຜີແມງສາບອີກຫວາ..)
- ເອົາຫົວທຸບກຳແພງຈະໃຊ້ພະລັງງານ 150 ແຄລໍລີ່ຕໍ່ຊົ່ວໂມງ (ໜ້າຈະໃຊ້ລົດຄວາມອ້ວນໄດ້…)
- ແມງມ້າໂຕຜູ້ ບໍ່ສາມາດຮ່ວມເພດໄດ້ໃນຂະນະທີ່ຍັງມີຫົວຢູ່ (ອ້າວ..ບໍ່ມີຫົວແລັວ…ຈຸດຈຸດ….ໄດ້ແນວໃດ)
- ໂຕໝັດ ສາມາດໂດດໄດ້ໄກເຖິງ 350 ເທົ່າຂອງໂຕມັນເອງ (ສຳພໍໝາຢູ່ບ້ານຈັ່ງມີແຕ່ໝັດ...)
- ປາດຸກມີຕຸ່ມຮັບລົດຊາດເຖິງ 27,000 ຕຸ່ມ (ແລ້ວມັນຊິມີໄວ້ເຮັດຫຍັງ ຈັກໜ້ອຍກະຖືກຈັບມາເຮັດແກງສົ້ມລະ)
- ໂຕສິງບາງໂຕຈະຮ່ວມເພດໄດ້ເຖິງ 50 ຄັ້ງຕໍ່ວັນ (ໂອ້ຈ້ອດ…ແລ້ວສິງກັບໝູແມ່ນໃຜຊິເກັ່ງກວ່າກັນ)
- ແມງກະເບື້ອຮັບຮູ້ລົດຊາດດ້ວຍປາຍຕີນ (ຈັ່ງແມ່ນມັນບໍ່ມີມາລະຍາດ ໃຊ້ຕີນຊີມອາຫານ)
- ກ້າມຊີ້ນທີ່ແຂງແຮງທີ່ສຸດໃນຮ່າງກາຍມະນຸດຄືລິ້ນ (ສົມພໍ່ຄົນບາງຄົນໃຊ້ລິ້ນເກັ່ງໂດຍບໍ່ເມື່ອຍ)
- ຄົນທີ່ແຮງເບື້ອງຂວາ (ຖະໜັດຂວາ) ຈະມີອາຍຸຍືນໂດຍສະເລ່ຍຫຼາຍກວ່າຄົນແຮງຊ້າຍ 9 ປີ (ອ້າວຖ້າຖະໜັດທັງສອງຂ້າງມັນຊິເປັນຈັງໃດ)
- ຊ້າງເປັນສັດຊະນິດດຽວທີ່ບໍ່ສາມາດໂດດ (ເຕັ້ນ) ໄດ້..(ອື່ມ..ຖ້າມັນເຕັ້ນໄດ້ຊິເປັນແນວໃດວະ)
- ຍ່ຽວແມວຈະເຮືອງແສງພາຍໃຕ້ແສງໄຟ black light (ໃຊ້ເຮັດເສັ້ນລາຍນ້ຳໃນເງິນໄດ້ບໍ່ນິ)
- ຕາຂອງນົກກະຈອກເທດໃຫຍ່ກວ່າສະໝອງຂອງມັນເອງ (ແລ້ວມັນໃຊ້ຕາຫຼືໃຊ້ສະໝອງເວລາມັນຄິດ)
- ປາດາວບໍ່ມີສະໝອງ (ແບບນີ້ມັນກະໂງ່ສຸດໆເລີຍຕົວະ)
- ໝີຂວັ້ນໂລກເປັນສັດຖະໜັດຊ້າຍ (ແລ້ວມັນຊິອາຍຸສັ້ນບໍ່ນິ)
- ມະນຸດແລະປາໂລມາເປັນສັດກຸ່ມດຽວທີ່ມີເພດສຳພັນເພື່ອຄວາມສຸກຄວາມພໍໃຈ (ອ້າວ..ແລ້ວໝູກັບສິງເດຊັ້ນ)
ຈົບແລ້ວ ລືມໆໄປຊະເອົາສະໝອງທີ່ມີໜ້ອຍຢູ່ແລ້ວໄວ້ຈື່ເລື່ອງອື່ນດີກວ່າ (ມັນລໍ້ດ່າອີກແລ້ວ)
(ລັກມາໃຫ້ອ່ານເດີ້)