ຂຽນເມື່ອ: ກ.ລ.. 9, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ຈາກຊີວິຄົນໜື່ງຄົນບໍ່ມີສີສັນໃຊ້ຊີວິດໃຫ້ຜ່ານໄປແຕ່ລະມື້ແຕ່ລະວັນ, ກິນອາຫານແບບເກົ່າເຮັດກິດຈະກຳອັນເກົ່າ, ບໍ່ມີແຮງຈຸງໃຈທີ່ຢາກຈະເຮັດສິງໃດ ຈົນມີມື້ໜຶ່ງໃນມື້ນັ້ນເຖິ່ງວ່າມັນບໍ່ແມ່ນມື້ວິເສດເປັນມື້ທີ່ເຮັດກິດຈະ
ກຳຕາມປົກກະຕິໃນມື້ນັ້ນໄດ້ມີໂອກາດໄປຫຼິ້ນນຳໝູ່ ແລະ ໄປພົບຜູ້ຍິງຄົນໜຶ່ງຄັ້ງທຳອິດທີ່ເຫັນ ເບິ່ງກະຄືຜູ້ຍິງທຳມະດາທົ່ວໄປບໍ່ໄດ້ມີຈຸດເດັ່ນ ທີ່ເຮັດໃຫ້ເກິດແຮງດຶງດູດຫຍັງເລີຍໃນຊວ່ງເວລາທີ່ນັ່ງຫຼີ້ນນຳກັນນັ້ນໄດ້ມີ
ໂອກາດໄດ້ໂອລົມກັນ ໃນຂະນະໂອລົມກັນນັ້ນກໍ່ເກິດເປັນຄວາມສະນິດສະໜົມໂດຍທີ່ບໍ່ຮູ້ໂຕ, ຫຼັງຈາກກໍ່ມີໂອກາດໄດ້ແລກເບີກັນເພາະວ່າເວົ້າຖຶກຄໍ ແລະ ຄິດວ່າຖ້າເປັນໝູ່ກັນຄົງຈະມີແມ່ນຫຍັງທີ່ໃຫ້ຊ່ວຍໄດ້ໃນອານາ
ຄົດກໍ່ເປັນໄປໃດ້ ຫຼັງຈາກນັ້ນກໍ່ມີໂອກາດໄດ້ລົມກັນ ຈົນເວລາຜ່ານໄປດົນກໍ່ເກິດເປັນຄວາມຮັກບໍ່ຮູ້ໂຕ, ໃນວັນທີ່ໄດ້ຄົບກັບເຂົາເປັນຈິງເປັນຈັງກໍ່ບໍ່ຮູ້ຄືກັນວ່າຄວາມຮູ້ສຶກນັ້ນມັນຄືຫຍັງຮູ້ແຕ່ວ່າຍີ້ມໄດ້ໂດຍບໍ່ມີເຫດຜົນ
ຮູ້ສຶກຢາກເຮັດໂຕເອງໃຫ້ດີຂື້ນ, ບ່ອນຫຼິ້ນທີ່ເຄິຍໄປຫຼິ້ນ ແລະ ຄິດວ່າມັນບໍ່ມ່ວນແຕ່ເມືອໄປກັບເຂົາກໍ່ບໍ່ຮູ້ຄືກັນເປັນຫຍັງບ່ອນທີ່ເຮົາເຄິຍມາແລ້ວກັບເປັນບໍ່ທີ່ພິເສດໃນຄວາມຮູ້ສຶກ, ອາຫານເກົ່າໆທີ່ເຄີຍກິນ, ບັນຍາ
ກາດທີ່ເຄີຍສຳພັດກັບພິເສດຂື້ນມາທັນຕາ ຈາກຄົນທີ່ເຄີຍຄິດວ່າໂລກບໍ່ມີສີສັນ ໂລກທີ່ວັດຖຸເປັນສິງທີ່ເໜືອທຸກສິງທຸກຢ່າງ ແຕ່ພໍຢູ່ກັບເຂົາສິງທີ່ເຄີຍຄິດວ່າຈຳເປັນກັບບໍ່ມີຄ່າທັນທີ່ບໍ່ຮູ້ຄືກັນວ່າຄວາມຮູ້ສຶກທີ່ມີຄືຫຍັງ
( ບາງເທືອກະຄິດວ່າໂຕເອງເປັນຄົນທີ່ໂງທີ່ບໍ່ເຄີຍອອກໄປພົບໃນສິງໃໝ່ຈຳກັບໂຕເອງໃນສິງທີ່ເອີນວ່າໜ້າທີ່ ແລະ ຄິດວ່າວຽກງານ, ການຮຽນຄືທຸກຢ່າງໃນຊີວິດແຕ່ທີ່ຈິງແລ້ວທັງສອງສິງນີ້ມັນຄືສິງທີ່ຈຳເປັນ ແລະ
ຈະຢູ່ນຳກັນເປັນວັດທະຈັກຕະຫຼອດການ ) ໂປດໃຊ້ວິດຈະລະນະຍານໃນການອ່ານ ( ເຫດການນີ້ອາດເໝາະສຳລັບຄົນທີ່ກຳລັງຊອກຫາຕົວຕົນຂອງຕົນເອງຢູ່ )