ຂຽນເມື່ອ: ມິ.ຖ.. 24, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ເຄຍບໍ່ກັບການລໍຄອຍ
ການລໍຄອຍເປັນເລື່ອງທີ່ທໍລະມານ ໂດຍສະເພາະ.....ການລໍຄອຍທີ່ຈະມາພົບກັນ ຫຼືລໍຄອຍໃຜຈັກຄົນທີ່ຈະ
ໃຊ້ຊິວິດຢູ່ຮ່ວມກັນ ຍິ່ງລໍ.....ຍິ່ງເໜືອນເຂັມໂມງ ທີເດີນຊ້າເທົ່າຕົວຈາກເວລາທີ່ນານຢູ່ແລ້ວກໍ່ເບິ່ງເໜືອນຍິ່ງ
ນານກວ່າເດີມ ແລະ ການດຳເນີນຊິວິດ ລະຫ່ວາງການລໍຄອຍນັ້ນ ກໍ່ມີຕົວປ່ຽນຫຼວງຫຼາຍ ທີ່ຈະທຳໃຫ້ຄົນ
ປ່ຽນ ແປງໄປຢູ່ທຸກນາທີ. ເພາະທຸກຄົນມີພື້ນຖານຄວາມເຫງົາ ແລະ ໂດດດຽວຢູ່ໃນຕົວເອງ....ພໍກັບຄວາມ
ອ່ອນໄຫວແຕ່ກໍ່ເປັນໂອກາດດີ.....ທີ່ຈະໃຫ້ໄລຍະເວລາເປັນເຄື່ອງວັດຄວາມຮູ້ສຶກ. ແຕ່ກໍ່ເປັນໂອກາດດີ....ທີ່ຈະ
ໃຫ້ການເວລາເປັນເຄື່ອງວັດຄວາມຮູ້ສຶກ ພິສູດເຂັ້ມແຂງ.....ຂອງຄວາມຮັກ ໂດຍວັດຈາກການກະທຳ
ແບບສະເໝີຕົ້ນ ສະເໝີປາຍ ແລະ ຄວາມອົດທົນດ້ວຍເງື່ອນໄຂ ຂອງຄວາມລຳບາກແຫ່ງການເວລາ ແລະ ຕັດ
ສິນໃຈວ່າ........ ການລໍຄອຍຈະ ຄຸ້ມຄ່າຫຼືບໍ່ກັບ ການລໍຄອຍ ຕ່າງຄົນຕ່າງກໍ່ຕ້ອງທຳໃຈໃຫ້ເຂັ້ມແຂງ ກັບອາລົມຕ່າງໆ
ທີ່ຄອຍລົບກວນ ແລະ ຄອຍຊັກຈູງໃຫ້ອອກເສັ້ນທາງ, ເພາະມັນບໍ່ແມ່ນເລື່ອງງ່າຍ ໃນວັນໜຶ່ງ ເຮົາພົບວ່າຄົນຄົນ
ໜຶ່ງຄື.....ຄົນທີ່ຊິວິດເຮົາຕາມຫາມາຕະຫຼອດ ໃຜສັກຄົນ......ທີ່ເປັນໄດ້ຢ່າງທີ່ເຮົາຝັນ ມັນບໍ່ແມ່ນເລື່ອງງ່າຍ ແລະ ຄົນ
ທີ່ຈະຝ່າຝັນ ກັບການບີບຄັ້ນແຫ່ງການລໍຄອຍ.....ກັບມາຫາເຮົາໄດ້ກໍ່ບໍ່ແມ່ນເລື່ອງທຳມະດາ.ເພາະສະນັ້ນຍ່ອມໝາຍ
ເຖີງ.......ຄວາມຮູ້ສຶກທີ່ເຂົາມີຢູ່........ກໍ່ຄົງບໍ່ແມ່ນ ທຳມະດາ ທີ່ສາມາດລໍຄອຍໄດ້ຢ່າງບໍ່ໜ້າເຊື່ອ........ແລະ
ເມືອເຖິ່ງເວລານັ້ນ......ສິ່ງທີ່ລໍຄອຍຍ່ອມເກິດຄ່າມະຫາສານ.......ຊີວິດ....ຈິ່ງຕ້ອງຈຳເປັນ ລໍຄອຍ ໃຜສັກຄົນໃຫ້ໄດ້
ຫາກວ່າເປັນໃຜສັກຄົນ........ທີ່ມີຄ່າແກ່ການລໍຄອຍ .
ແຕ່ຖ້າຫາກການລໍຄອຍແລ້ວມີແຕ່ທຳໃຫ້ເຈັບ ແລະ ເຈັບ ກໍ່ສູ້ລໍ....ຈະດີກ່ວາ