ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ສົນທະນາການຖືກລ່ວງເກີນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າມີໝູ່ຜູ້ໜື່ງຖືກເຈາະຂໍ້ມູນສ່ວນຕົວ ແລ້ວຄົນທີ່ເຈາະເອົາຂໍ້ມູນຜູ້ນັ້ນເຂົ້າມາບໍ່ຫວັງດີ

ເອົາຊື່ສຽງຂອງເຂົາມາເຮັດແນວບໍ່ດີ ມັນເປັນການລ່ວງເກີນ ແລະ ຂ້າພະເຈົ້າຄິດວ່າບໍ່ເຫັນດີສົມຄວນ

ເປັນການທີ່ເສຍມາລະຍາດທີ່ສຸດ ແລ້ວທ່ານເອງເດ້ເຄີຍຖືກໃຜລ່ວງເກີນທ່ານຫຼືບໍ່?

ທ່ານຄິດວ່າຄົນເຫຼົານີ້ເປັນຄົນຈັງໃດ?

ແລະຢາກຂໍລົບກວນຖາມຜູ້ຮູ້ວິທີປ້ອງກັນເພື່ອບໍ່ໃຫ້ຜູ້ທີ່ບໍ່ມີມາລະຍາດເຫຼົານີ້

ເຂົ້າມາກໍ່ກວນຄວາມເປັນສ່ວນຕົວຂອງເຮົາ


ຂໍຂອບໃຈຢ່າງສູງ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໝາຍຄວາມວ່າ ຖືກຄົນອື່ນ hack ເອົາລະຫັດຜ່ານຂອງອີເມລ ແມ່ນຫຍັງແບບນັ້ນຫວາ? ເລື່ອງເປັນແນວໃດກັນແທ້ ລອງເລົ່າໃຫ້ລະອຽດຂຶ້ນຈັກໜ່ອຍແດ່ທ້ອນ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ແມ່ນລະຖືກແຮະແລ້ວເອົາຊື່ເຮົາໄປເຮັດແນວບໍ່ດີຫັ້ນນະ
ແຮກລະຫັດອີແມວເຮົານິແລະ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ແຮກເດີ້ ບໍ່ແມ່ນແຮະ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຖືກຫລອກໃຫ້ປ້ອນລະຫັດເທື່ອຫນຶ່ງ
ວິທີປ້ອງກັນຄື ສ້າງເມລໂສຖີ້ມຂື້ນມາອັນຫນຶ່ງ
ເອົາໄວ້ສະຫມັກໂຕທີ່ເຮົາບໍ່ແນ່ໃຈວ່າມັນປອດໄພຫລືບໍ່
ສຳຫລັບໃນກໍລະນີໃຫ້ຫລອກປ້ອນລະຫັດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ... ບັນຫາ hack ອີເມລເນາະ

ວິທີການໄດ້ມາເຊິ່ງລະຫັດຜ່ານຂອງອີເມລຄົນອື່ນມັນມີແບບພື້ນ ໆ ຢູ່ບໍ່ຫຼາຍ ໂດຍທົ່ວໄປແລ້ວແມ່ນຖືກ hack ໄດ້ຍ້ອນໃຊ້ລະຫັດຜ່ານງ່າຍ ໆ ເຊັ່ນໃຊ້ເບີໂທໂຕເອງເປັນລະຫັດຜ່ານ ຫຼືວັນເດືອນປີເກີດ ຫຼືແມ່ນແຕ່ໃຊ້ຊື່ໂຕເອງ ພວກນີ້ເປັນລະຫັດທີ່ສາມາດຮູ້ໄດ້ງ່າຍ ລອງໃສ່ມົ້ວ ໆ ໄປກໍອາດຈະຖືກ. ວິທີປ້ອງກັນແມ່ນ ຄວນໃຊ້ລະຫັດທີ່ຍາກ ແລະເປັນລະຫັດທີ່ສຸ່ມຂຶ້ນມາເຊັ່ນວ່າ #90Fd)((d ແບບນີ້ ຮັບຮອງ ໃສ່ມົ້ວແນວໃດກໍບໍ່ຖືກ ແຕ່ເຈົ້າຂອງອີເມລຕ້ອງຈື່ໄວ້ໃຫ້ດີໃດລະ!

ອີກກໍລະນີແມ່ນ ການລັອກອິນເຂົ້າອີເມລໂດຍຜ່ານຄອມພິວເຕີເຄື່ອງອື່ນເຊັ່ນ ຢູ່ໂຮງຮຽນ, ຮ້ານອິນເຕີເນັດ ແລະສະຖານທີ່ສາທາລະນະອື່ນ ໆ ແລ້ວລືມ logout. ເມື່ອລືມແລ້ວ ບຸກຄົນຜູ່ບໍ່ຫວັງດີກໍອາດສາມາດເຂົ້າໄປປ່ຽນລະຫັດຜ່ານເພື່ອກໍ່ກວນໄດ້. ວິທີແກ້ໄຂຄື ຫາກໄປໃຊ້ອີເມລຢູ່ບ່ອນອື່ນ ໃຫ້ແນ່ໃຈວ່າໄດ້ logout ຫຼັງຈາກການນຳໃຊ້.

ກໍລະນີສຸດທ້າຍແຕ່ບໍ່ທ້າຍສຸດ ເປັນກໍລະນີທີ່ຊັບຊ້ອນ ແລະບໍ່ແມ່ນທຸກຄົນຈະເຮັດໄດ້ ນັ້ນຄືການໃຊ້ໂປຣແກຣມພິເສດໃນການ hack ເຊິ່ງປະກອບມີຫຼາຍຮູບແບບ ເຊັ່ນ:

- ການດັກຂໍ້ມູນ (sniff) ທີ່ສົ່ງຜ່ານ gateway ໃນເຄືອຂ່າຍ LAN ຫຼື WLAN
- ການໃຊ້ keylogger ຮູບແບບຕ່າງ ໆ ເພື່ອບັນທຶກວ່າຜູ່ໃຊ້ໄດ້ພິມຫຍັງແດ່ຜ່ານແປ້ນຄີບອດ
- ການລວງໃຫ້ບອກລະຫັດຜ່ານເວັບໄຊ (phishing) ໂດຍຕົວະໃຫ້ເຫຍື່ອເຊື່ອວ່າ ຕົນເປັນຜູ່ໃຫ້ບໍລິການແບບດຽວກັບທີ່ນິກພິມທາງເທິງ
- ແລະອື່ນ ໆ

ເອົາເທົ່ານີ້ກ່ອນເນາະ


໖ ກະທູ້
໑໐໖ ໂພສ
ນັກການກະທູ້
ແກ້ໄຂໄດ້ບໍລະ


໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຕອນໜຶ່ງຂ້ອຍໄດ້ລົມກັບຜູ້ໜຶ່ງເປັນຄົນປະເທດ ຊາອູດິດ ອາຣາເບຍ, ຈັກມັນເຮັດຈັ່ງໃດບຸ ມາລັກອ່ານບົດສົນທະນາຂອງຂ້ອຍກັບຄົນອື່ນ ແລ້ວມັນກະສົ່ງບົດສົນທະນານັ້ນມາທາງອີເມວໃຫ້ຂ້ອຍເບິ່ງ, ງົງເລີຍມັນເຮັດໄດ້ຈັ່ງໃດບຸ ມາລັກອ່ານຄວາມລັບເຮົາໝົດເລີຍເປັນຕາຊັງ!!! ສຸດທ້າຍມັນກະເຊົາ ສົງໄສເປັນໂລກຈິດອ່ອນໆ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນວ່າຫລາຍຄົນກໍຖືກແຮັກຕະຫລອດ ບໍ່ຮູ້ເຂົາຊິແຮັກໄປເຮັດຫຍັງ
ແລ້ວພໍມີວິທີປ້ອງກັນບໍນິນ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ວິທີແກ້ເດ້ພໍຈະມີໃຜໃຫ້ຄຳແນະນຳບໍ່
ແບບວ່າຖືກແຮກແລ້ວຫັ້ນນະ ແລ້ວຢາກແກ້ໄຂ
ຂອບໃຈລ່ວງໜ້າເດິ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວນີ້ກະດາວ່າໄປແຮກເອົາຂອງກັນເນາະ
ຈັງແມ່ນແມ່ນບໍ່ໍຊ່າສ້າງເອົາເອງ ເຮີຄົນເຮົາ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈຫຼົງໄປລອັກອິນຢູ່ໃນຄອມຂອງໂຮງຮຽນແລະມັນເຊບໄວ້ໃນຫັ້ນເລີຍໃຜທີ່ຫຼິ້ນຄອມໜວ່ຍນັ້ນລະຈະສາມາດຫຼິ້ນເມວຂອງຂພຈ
ຢູ່ຫັ້ນໄດ້ ແຕ່ຂພຈລົບໂປຼແກມອອກແລ້ວແຕ່ກໍຍົງມີຄົນຫຼິ້ນໄດ້ຄືເກົ່າ
ຂພຈບໍ່ຊ່າງຊິແກ້ໄຂຫຍັງເລີຍ ໃຜທີ່ຮູ້ວິທີ່ໆເຮັດໃຫ້ເຂົາເຈົ້າຫຼິ້ນເມວເຮົາໄດ້ບອກແດ່ ດຽວນີ້ຜູ້ທີ່ຫຼິ້ນແຮງກຳເລີບ ໄດ້ຫຼິ້ນລະຫຼິ້ນຕະຫຼອດ
ໂດຍທີ່ຂພຈບໍ່ໄດ້ຫຼິ້ນເລີຍ


໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ລ່ວງເກິນແນວໃດຫວາຂພຈ ງົງເລີຍ ແລ້ວ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍປ່ຽນລະຫັດເມລເທື່ອນຶ່ງ..
ໃສ່ລະຫັດແບບຍາກຯ..ແບບເວັບມາສເຕີເວົ້າ..
ສຸດທ້າຍຈື່ລະຫັດບໍ່ໄດ້..
ຈົນນອນໄຫ້..ໄຄແຕ່ຈື່ຄຳຖາມສ່ວນຕົວໄດ້..
ຈຶ່ງໄດ້ເມລຄືນມາ..


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ຫຼອດໂຕໄປເພີ່ນ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ໃຜຮູ້ມາບອກແນ່ເດີ້ວິທີແກ້ໄຂໃນເມືອເກີດບັນຫາຂື້ນມາແລ້ວຫັ້ນນະ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ຕົວເອງ
ບໍ່ຫຼົງລືມລະຫັດຕົວເອງ
ແຕ່ ຄັນມີຄົນມາແຮກຫັ້ນບໍ່ຮູ້

ຮູ້ແຕ່ວ່າຄົນຈັ່ງຊິຕັ້ງບໍ່ດີແທ້ໆ

strawberry

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ແມ່ນຫວານ້ອງນຸ້ຍ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍ ແມ່ນ

strawberry

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ເກັ່ງຫຼາຍ ບໍ່ບອກເອື້ອຍເກືອບບໍ່ຮູ້ໄດ໋ນິ?

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຊັ້ນ

strawberry

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ຢອກແດ່ຄົນງາມເອີ້ຍຍຍຍຍຍ ຢ່າຟ້າວໜ້າບູດເດີ້
ດຽວເບີດງາມນາ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຫຍັງ ບໍ່ໄດ້ບູດນ່າ

strawberry

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າກໍ່ເຄີຍຖືກແຫກມາກ່ອນ ແຫກແນວນີ້ແມ່ນຖືກສາວຄົນໜື່ງແຫກເອົາຫົວໃຈຂ້າພະເຈົ້າໄປ ລະເຮັດໃຫ້ກິນບໍ່ແຊບນອນບໍ່ຫຼັບ
ຈັກຊິເຮັດແນວໃດ

ແຮະແຮ ຢອກຫຼີ້ນເດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ຫຼີ້ນນຳເພີ່ນແນ່

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ສະຫຼຸບແລ້ວມີແຕ່ວິທີປ້ອງກັນແມ່ນບໍ່
ສ່ວນວິທີແກ້ໄຂນິຄືສິບໍ່ມີຜູ້ຮູ້ນໍ້
ຂອບໃຈສຳຫຼັບຄຳແນະນຳດີໆ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝູ່ຂ້ອຍມັກໃຫ້ຂ້ອຍຕັ້ງເມລໃຫ້ລ່ະບໍ່ປ່ຽນລະຫັດ..
ແບບວ່າຂ້ອຍຄົນໄວ້ໃຈໄດ້ແລະເຄຼດິດສູງ..
ຂ້ອຍລ່ະໄຊອິນເມລມັນລ່ະລົມສາວໃນຫັ້ນ..
ມື້ຕໍ່ມາສາວຄົນນັ້ນກະລົມກັບມັນ..
ມັນວ່າງົງເລີຍຢູ່ດີຯກະມາລົມມັນຄືຮູ້ຈັກ..
ທຸກມື້ນີ້ມັນຍັງບໍ່ຮູ້ເລີຍ..
ຂ້ອຍກະໄດ້ແຕ່..


໙ ກະທູ້
໒໑໙ ໂພສ
ນັກການກະທູ້
ສວ່ນຕົວຜຂ ປ່ຽນລະຫັດຍັງຖືກນຳກວນຢູ່ຜູ້ກວນເກັ່ງຂະນາດສົ່ງໃສຈົບສະເພາະດ້ານມາ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ແມ່ນລະຄົນພວກນີ້ນະຈັງແມ່ນເປັນຕາໜ່າຍ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຈິ ເທື່ອ1ແລະບໍ່ຢາກເຈິອີກ ອອນຂອງໝູ່ແລ້ວພັດເຫັນເມວຕະເອງກະອອນອີກ
ທັກໄປເລີຍວ່າ signout mail ຂ້ອຍດຽວນີ້ ແລະກະເຈົ້າກະປິດ ຈົບລະ


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>