ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » 10 ລາງ​ບອກ​ເຫດ​ຮາລ໌​ດ​ດິດກ໌​ໃກ້​ຕາຍ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
10 ລາງ​ບອກ​ເຫດ​ຮາລ໌​ດ​ດິດກ໌​ໃກ້​ຕາຍ

1. ສຽງ​ດັ່ງ​ຕິ໊​ກ ໆ ຢ່າ​ນຶ​ກວ່າ​ເປັນ​ເຂັມ​ໂມງ: ຮາລ໌​ດ​ດິດກ໌​ທຸກ​ຕົວ​ໃນ​ໂລກ​ນີ້​ບໍ່​ເຄີຍ​ຕິດ​ຕັ້ງ​ໂມງ​ປຸກ​ໄວ້ ຂ້າງ​ໃນ ແລະ​ຖ້າ​ມັນ​ເປັນ​ປົກກະຕິ​ດີ​ກໍ​ບໍ່​ຄວນ​ຈະ​ມີ​ສຽງ​ດັ່ງ​ຕິ໊​ກ ໆ ໃຫ້​ຊວນ​ລະ​ທຶກ​ຂວັນ​ດ້ວຍ ສຽງ​ດັ່ງ​ທີ່​ວ່າ​ນີ້ ຖ້າ​ຈະໃຫ້​ພິຈາລະນາ​ກັນ​ຢ່າງ​ລະອຽດ​ເຈົ້າ​ຕ້ອງ​ເອົາ​ຫູ​ແນບ​ກັບ​ຮາລ໌​ດ​ດິດກ໌​ວ່າ​ສຽງ​ມາ​ຈາກ ສ່ວນ​ໃດ ເພາະ​ການ​ວິ​ເຄາະ​ຫາ​ສາ​ເຫດ​ຈະ​ເຮັດ​ໄດ້​ຕົງ​ຈຸດ​ແທ້ ໆ ຖ້າ​ສຽງ​ມາ​ຈາກ​ສູນກາງ​ໃຫ້​ສັນ​ນິດ​ຖານ​ວ່າ​ມາ​ຈາກ​ຊຸດ​ຂັບ​ເຄື່ອນ​ມໍ​ເຕີລ໌​ທີ່​ອາດ​ເກີດ ຄວາມ​ຜິດ​ພາດ​ຫລື​ຊຳ​ລຸດ​ຂຶ້ນ ແຕ່​ຖ້າ​ສຽງ​ດັ່ງ​ມາ​ຈາກ​ອ້ອມຮອບ ນອກ​ໃນ​ລັດ​ມີ​ຂອງ​ກ່ອງ​ຮາລ໌​ດ​ດິດກ໌ ໃຫ້​ສັນ​ນິດ​ຖານ​ວ່າ​ບັນຫາ​ມາ​ຈາກ​ຫົວ​ອ່ານ​ຕິດ​ຂັດ ຊຶ່ງ​ອາດຈະ​ກຳ​ລັງ​ເຄາະ​ກັບ​ແຜ່ນ​ຈານ​ຢູ່​ກໍ​ເປັນ​ໄດ້ ທີ​ນີ້​ອັນຕະລາຍ​ຫລາຍ​ເພາະ​ເຮັດໃຫ້​ຂໍ້​ມູນ​ເສຍ​ຫາຍ​ໄດ້​ທັງ​ລູກ​ເລີຍ

2. ໄຟ​ດັບ​ເລື້ອຍ ໆ ບໍ່​ດີ​ກັບ​ຮາລ໌​ດ​ດິດກ໌: ເຄື່ອງ​ຄອມພ໌​ທີ່​ບໍ່​ມີ UPS ມີ​ໂອ​ກາດ​ສ່ຽງ​ທີ່​ອຸປະກອນ​ພາຍ​ໃນ​ຈະ​ເສຍ​ຫາຍ​ໄວ​ຂຶ້ນ​ຖ້າ​ຫາກ​ມີ​ໄຟ​ດັບ​ເລື້ອຍ ໆ ໂດຍ​ສະເພາະ​ຮາລ໌​ດ​ດິດກ໌​ນັ້ນ ເວລາ​ທີ່​ໄຟ​ຟ້າ​ດັບ​ຢ່າງ​ວ່ອງໄວ​ຫົວ​ອ່ານ​ຂ້າງ​ໃນ​ອາດຈະ​ຍັງ​ບໍ່​ກັບ​ສູ່​ບໍລິເວນ​ທີ່ ປອດ​ໄພ ຫລື​ບາງ​ທີ​ຫົວ​ອ່ານ​ອາດຈະ​ໄປ​ກະ​ພົບກັບ​ແຜ່ນ​ຈານ​ໃນ​ຊ່ວງ​ທີ່​ໄຟ ຟ້າ​ກະ​ຊາກ​ຂຶ້ນ​ມາ​ທັນ​ທີ ຊຶ່ງ​ບໍ່​ເປັນ​ຜົນດີີ​ ນອກ​ຈາກ​ນີ້​ຫາກ​ໄຟ​ຕົກ​ເລື້ອຍ ໆ ແລ້ວ​ດັບ​ລົງ​ກໍ​ບໍ່​ເປັນ​ຜົນດີີ​ເຊັ່ນ​ກັນ ເພາະ​ຮາລ໌​ດ​ດິດກ໌​ຈະ​ພະຍາຍາມ​ເຮັດວຽກ​ຕາມ​ຫນ້າທີ່​ຫາກ​ມີ​ກຳ​ລັງ​ໄຟ ພຽງ​ພໍ ແຕ່​ຖ້າ​ໃນ​ລະຫວ່າງ​ນັ້ນ​ໄຟ​ຄ່ອຍ​ ໆ ຕົກລົງ​ແລະ​ດັບ​ໄປ ຕຳແໜ່ງ​ຂອງ​ຫົວ​ອ່ານ​ຈະ​ຍັງ​ບໍ່​ກັບ​ທີ່​ເດີມ​ ດັ່ງ​ນັ້ນ ຄວນ​ຕິດ​ຕັ້ງ UPS ໄວ້​ຈະ​ປອດ​ໄພ​ທັງ​ຮາລ໌​ດະດິດກ໌​ເອງ​ແລະ​ອຸປະກອນ​ທັງ​ໝົດ​ດ້ວຍ ເຊັ່ນ​ກັນ

3. ເຄື່ອງ​ແຮງກ໌​ເລື້ອຍ ໆ: ບັນຫາ​ເຄື່ອງ​ຄອມພ໌​ຄ້າງ​ນັ້ນ ມີ​ຫລາຍ​ສາ​ເຫດ​ ນອກ​ຈາກ​ຊອ​ຟ​ແວລ໌​ແລະ​ລະບົບ​ປະຕິບັດການ Error ແລ້ວ ອຸປະກອນ​ຮາລ໌​ດ​ແຫວລ໌​ກໍ​ສາມາດ​ເຮັດໃຫ້​ເຄື່ອງ​ຄ້າງ​ຫລື​ຢຸດ​ນິ່ງ​ບໍ່​ໄຫວ​​ໄດ້​ເຊັ່ນ​ກັນ ໜຶ່ງ​ໃນ​ນັ້ນ​ກໍ​ຄື ຮາລ໌​ດ​ດິດກ໌ ນັ້ນ​ເອງ ເປັນຫຍັງ​ຮາລ໌​ດ​ດິດກ໌​ເຖິງ​ຄ້າງ​ໄດ້ ເປັນ​ຄຳ​ຖາມ​ທີ່​ຕອບ​ໄດ້​ບໍ່​ຍາກ ຢ່າງ​ແຮກ​ເລີຍ​ກໍ​ຄື ກຳ​ລັງ​ໄຟ​ທີ່​ຈ່າຍ​ບໍ່​ພຽງ​ພໍ ຖ້າ​ເຄື່ອງ​ຂອງ​ເຈົ້າ​ມີ​ອຸປະກອນ​ຕໍ່​ພ່ວງ​ຫລາຍ ມີ​ຮາລ໌​ດ​ດິດກ໌​ແລະ​ໄດ​ລຟ໌​ອອບ​ຕິ​ຄອນ​ຫລາຍ​ຕົວ ແຕ່​ເພາະ​ເວີລ໌​ຊັນພາຍ​ໃຊ້​ຂອງ​ລາ​ຄາ​ຖືກ ຈ່າຍ​ໄຟ​ບໍ່​ພໍ ແບບ​ນີ້​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຮາລ໌​​ດິດກ໌​ຄ້າງ​ໄດ້​ເລີຍ ແລະ​ຢ່າງ​ທີ່​ສອງ​ມາ​ຈາກ​ອຸປະກອນ​ພາຍ​ຮາລ໌​ດ​ດິດກ໌​ໃນການ​ເຮັດວຽກ​ຜິດ​ພາດ ຊຶ່ງ​ກົງ​ຈຸດ​ນີ້​ຕົວ​ລະບົບ​ປະຕິບັດການ​ເອງ​ສາມາດ​ສົ່ງ​ຜົນ​ຕໍ່​ເນື່ອງ​ມາຍັງ​ຮາລ໌​ດດິດກ໌​ໄດ້ ໂດຍ​ກົງ ເພາະ​ຍັງ​​ແນວ​ໃດ​​ລະບົບ​ປະຕິບັດການ​ກໍ​ເກັບ​ຢູ່ໃນ​ຮາລ໌​ດ​ດິດກ໌ ນັ້ນ​ເອງ ຖ້າ​ເກີດ​ຫຍັງ​ຂຶ້ນ​ກັບ​ສ່ວນຫນຶ່ງ ຍ່ອມ​ສົ່ງ​ຜົນ​ໄປ​ຍັງ​ສ່ວນ​ທີ່​ເຫລືອ​ໄດ້​ບໍ່​ຍາກ

4. ເປັນຫຍັງ​ມັນ​ຮ້ອນ​ໄວ​: ຫລັງ​ຈາກ​ທີ່​ເຈົ້າ​ເປີດ​ສະ​ຫວິດຊ໌​ເຄື່ອງ​ຄອມພ໌​ໄດ້​ບໍ່ດົນ ແລະ​ພົບ​ວ່າ​ຮາລ໌​ດ​ດິດກ໌​ຂອງ​ເຈົ້າ​ມີ​ອຸນຫະພູມ​ຂຶ້ນ​ສູງ​ຢ່າງ​ວ່ອງໄວ​ຈົນ​ໜ້າ​ຕົກ​ໃຈ ແຕ່​ຍັງ​ຄົງ​ເຮັດວຽກ​ຕໍ່ໄປ​ໄດ້ ໃຫ້​ຕັ້ງ​ຂໍ້​ສັນ​ນິດ​ຖານ​ເຖິງ​ຄວາມ​ຜິດ​ປົກກະຕິ​ທີ່​ພົບ​ຂຶ້ນ​ມາ​ທັນ​ທີ ຢ່າ​ໄດ້​ນິ່ງ​ນອນ​ໃຈ ເພາະ​ຮາລ໌​ດ​ດິດກ໌​ຈະ​ຮ້ອນ​ຂຶ້ນ​ເມື່ອ​ມີ​ການ​ເລີ່ມ​ຂຽນອ່ານ ຂໍ້​ມູນ​ຢ່າງ​ຈີ​ງ ໆ ຈັງ ໆ ພຽງ​ແຕ່ເ​ປີດ​ເຄື່ອງ​ແລ້ວ​ຢູ່​ໆ ກໍ​ຮ້ອນ​ຂຶ້ນ​ຂະໜາດ​ນີ້​ບໍ່​ດີ​ແນ່​ນອນ ອາການ​ທີ່​ວ່າ​ນີ້​ມາ​ຈາກ​ອຸປະກອນ​ພາຍ​ໃນ​ໂດຍ​ກົງ​ທີ່​ສົ່ງ​ຄວາມ​ຮ້ອນ​ອອກ​ມາ ມໍ​ເຕີລ໌​ອາດ​ໄດ້ຮັບ​ແຮງ​ດັນ​ໄຟ​ຫລາຍ​ເກີນ​ໄປ​ຫລື​ບໍ່​ເສ​ຍ​​ພອດ​ ເຮັດວຽກ​ຜິດ​ພາດ ນອກ​ຈາກ​ນີ້​ຫາກ​ມີ​ຊິ້ນ​ສ່ວນ​ໃນ​ ແຜ​ງວົງ​ຈອອນ​ເກີດ​ຊຳ​ລຸດ​ເສຍ​ຫາຍ​ຂຶ້ນ​ມາ​ກໍ​ສາມາດ​ສະແດງ​ອາການ​ແບບ​ນີ້​ໄດ້​ເຊັ່ນ​ກັນ

5. ໂປ​ແກມ​ຄ້າງ​ເລື້ອຍ ໆ: ສຳລັບ​ໂປ​ແກມ​ທີ່​ກຳ​ລັງ​ເວົ້າ​ເຖິງ​ນີ້ ​ເໝົາ​ລວມ​ໄປ​ເຖິງ​ລະບົບ​ປະຕິບັດການ​ດ້ວຍ​ ເວລາ​ທີ່​ເຈົ້າ​ເປີດ​ໂປ​ແກມ​ສັກ​ຕົວ​ຂຶ້ນ​ມາ​ແລ້ວ​ມັນ​ຢຸດ​ນິ່ງ​ຫລື​ຄ້າງ​ໄປ​ເສີຍ ໆ ນັ້ນ ໜຶ່ງ​ໃນ​ຂໍ້​ສັນ​ນິດ​ຖານ​ທີ່​ຢາກ​ໃຫ້​ທຸກ​ທ່ານ​ໄດ້​ໃສ່​ໃຈ​ກໍ​ຄື ບັນຫາ​ທີ່​ວ່າ​ອາດ​ມາ​ຈາກ​ຮາລ໌​ດະດິດກ໌​ໂດຍ​ກົງ ຖ້າ​ຮາລ໌​ດດິດກ໌​ຂອງ​ເຈົ້າ​ມີ​ແບດ​ເຊກ​ເຕີລ໌ (Bad Sector) ກະ​ຈັດ​ກະ​ຈາຍ​ຢູ່​ທົ່ວ​ທັງ​ຮາລ໌​ດດິດກ໌ ​​ເຣົາ​ເວົ້າ​ໄດ້​ເລີຍ​ວ່າ​ເປັນ​ສາ​ເຫດ​ຫລັກ​ທີ່​ເຮັດໃຫ້​ໂປ​ແກມ​ຫລື​ແມ່ນແຕ່​ລະບົບ​ປະຕິບັດການ​ຄ້າງ​ໄດ້ ເປັນ​ສັນ​ຍານ​ເຕືອນ​ໄພ​ທີ່​ເຈົ້າ​ສາມາດ​ສັງເກດ​ເຫັນ​ໄດ້​ຢ່າງ​ຊັດເຈນ​ທີ່ສຸດ

6. ໄຟ​ຕິດ ແຕ່​ໄຟລ໌​ດັບ!: ຖ້າ​ເຈົ້າ​ຕໍ່​ສາຍ​ສັນ​ຍານ​ໄຟ​ສະ​ແດງ​ສະຖາ​ນະ​ຂອງ​ຮາລ໌​ດິດກ໌​ໃນ​ເມນ​ບອລ໌​ຖືກ​ຕ້ອງ ຫລອດ LED ດ້ານ​ໜ້າ​ເຄດ​ຕ້ອງ​ສະແດງ​ອາການ​ໃຫ້​ເຫັນ​ເວລາ​ທີ່​ມີ​ການ​ຂຽນ​ອ່ານ​ຂໍ້​ມູນ​ເກີດ​ຂຶ້ນ ຫລອດ​ໄຟ​ດວງ​ນ້ອຍ​ ໆ ນີ້​ຊ່ວຍ​ໃຫ້​ເຈົ້າ​ສັງເກດ​ຄວາມ​ຜິດ​ປົກກະຕິ​ຂອງ​ຮາລ໌​ດະດິດກ໌​ໄດ້​ເຊັ່ນ ກັນ ຍົກ​ຕົວ​ຢ່າງ ຖ້າ​ໃນ​ລະຫວ່າງ​ທີ່​ມີ​ການ​ຂຽນ​ຂໍ້​ມູນ​ຫລື​ໄຟລ໌​ລົງ​ຮາລ໌​ດ​ດິດກ໌ ຫລອດ​ໄຟ​ຍ່ອມ​ກະ​ພິບ​ຢູ່​ຕະຫລອດ ແຕ່​ຫລັງ​ຈາກ​ເຈົ້າ​ກັບ​ເຂົ້າໄປ​ເບິ່ງ​ຂໍ້​ມູນ​ທີ່​ຂຽນ​ຫລື​ໂອນ​ຖ່າຍ ລົງ​ໄປ​ກັບ​​ເຫັນວ່າ​ທຸກ​ຢ່າງ​ວ່າງ​ເປົ່າ ບໍ່​ມີ​ຫຍັງ​ຖືກ​ຂຽນ​ລົງ​ໄປ​ໃນ​ຮາລ໌​ດ​ດິດກ໌​ເລີຍ ແລ້ວ​ເປັນຫຍັງ​ຫລອດ​ໄຟ​ເຖິງ​ໄດ້​ກະ​ພິບ​ແບບ​ນັ້ນ ​ແນ​ວນີ້​ບອກ​ຫຍັງ​ເຮົາ​ໄດ້​ນຳ ຢ່າງ​ແຮກ​ເລີຍ​ຄື ເກີດ​ຄວາມ​ຜິດ​ພາດ​ໃນ​ລະ​ດັບ​ໂຄງ​ສ້າງ​ການ​ຈັດ​ເກັບ​ໄຟລ໌ ບັນຫາ​ທີ່​ວ່າ​ນີ້​ອາດ​ມາ​ຈາກ​ລະບົບ FAT ຫລື​ແມ່ນແຕ່​ໂຄງ​ສ້າງ​ພາລ໌​ທິ​ຊັນ​ເສຍ​ຫາຍ ໄຟ​ທີ່​ກະ​ພິບ​ສະແດງ​ເຖິງ​ການ​ໂອນ​ຂໍ້​ມູນ​ໄປ​ຍັງ​ຕຳແໜ່ງ​ຂອງ​ເຊກ​ເຕີລ໌​ທີ່​ໃຊ້​ເກັບ​ຂໍ້​ມູນ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມັນ​ຈະ​ຂຽນ​ລົງ​ໄປ​ໄດ້​ສຳ​ເລັດ​ແທ້ ໆ ຍິ່ງ​ຖ້າ​ເຈົ້າ​ປິດ​ໜ້າ​ຈໍ​ໄວ້​ໃນ​ລະຫວ່າງ​ທີ່​ມີ​ການ​ໂອນ​ໄຟລ໌​ໃຫຍ່​ ໆ ຫລອດ​ໄຟ​ທີ່​ກະ​ພິບ​ອາດ​ເຮັດໃຫ້​ເຈົ້າ​ເຂົ້າໃຈ​ວ່າ​ລະບົບ​ກຳ​ລັງ​ເຮັດວຽກ​ຢູ່ ຕອນນີ້​ຖ້າ​ບໍ່​ເປີດ​ເບິ່ງ​ໜ້າ​ຈໍ​ຈະ​ບໍ່​ຮູ້​ເລີຍ​ວ່າ​ເກີດ​ຫຍັງ​ຂຶ້ນ

7. ຮາລ໌​ດະດິດກ໌​ຕີ​ກອງ: ສຳລັບ​ອາການ​ທີ່​ວ່າ​ນີ້​ມີ​ຄວາມ​ແຕກ​ຕ່າງ​ຈາກ​ຂໍ້​ທີ່ 1 ໂດຍ​ສິ້ນ​ເຊີງ ຖ້າ​ເຈົ້າ​ໄດ້​ຍິ້ນ​ສຽງ​ລົວ​ກອງ​ດັ່ງ​ກຶກ​ກ້ອງ​ມາ​ຈາກ​ຮາລ໌​ດ​ດິດກ໌ ແລະ​ບໍ່​ຍອມ​ຢຸດ​ ອາການ​ແບບ​ນີ້​ບອກ​ໄດ້​ຢ່າງ​ດຽວ​ວ່າ​ມັນ​ຈະ​ຂໍ​ລາ​ແລ້ວ​ລະ​ຄະ​ຮັບ ສຽງ​ດັ່ງ​ທີ່​ຄ້າຍ​ກັບ​ການ​ຕີ​ກອງ​ນັ້ນ​ມາ​ຈາກ​ຫົວ​ອ່ານ​ໄປ​ກະທົບ​ກັບ​ຈານ​ຢ່າງ​ຈັງ ຫລື​ແມ່ນແຕ່​ຫົວ​ອ່ານ​ເລື່ອນ​ຫລຸດ​ອອກຈາກ​ຕຳແໜ່ງ​ລັອກ ຈົນ​ໄປ​ກະ​ກົບ​ກັບ​ແຜ່ນ​ຈານ ຖ້າ​ເປັນ​ແບບ​ນີ້​ຂໍ້​ມູນ​ທັງ​ໝົດ​ໃນ​ຮາລ໌​ດ​ດິດກ໌​ອາດ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຈົນ​ເຖິງ​ຂັ້ນ​ກູ້ ບໍ່​ໄດ້​ເລີຍ ດັ່ງ​ນັ້ນ ຖ້າ​ສຽງ​ກອງ​ຫາກໍ່​ເລີ່ມ​ລົວ​ໃຫ້​ເຈົ້າ​ຮີບ​ພາ​ຮາລ໌​ດ​ດິດກ໌​ໄປ​ຊ່ອມ​ດ່ວນ​ເລີຍ​!

8. ສະ​ແກນ​ດິດກ໌​ບໍ່​ຜ່ານ: ການ​ກວດ​ສຸກຂະພາບ​ຮາລ໌​ດະ​ດິດກ໌​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ ກໍ​ຄື ສະ​ແກນ​ມັນ​ໃຫ້​ທົ່ວ​ທັງ​ຈານ ບໍ່​ວ່າ​ເຈົ້າ​ຈະ​ໃຊ້​ບໍລິການ​ຈາກ​ຍູ​ທິ​ລິ​ຕີ​ເທິງ​ວິນ​ໂດວສ໌​ເອງ ຫລື​ໂປ​ແກມ​ຈາກ​ ເ​ທິລ໌​ດ​ພາລ໌​ຕີ້​ກໍ​ຕາມ ຫາ​ກສະ​ແກນ​ບໍ່​ຕະຫລອດ​ລອດ​ຝັ່ງ​ແລ້ວ​ລະ​ກໍ ໃຫ້​ຕັ້ງ​ຂໍ້​ສັນ​ນິດ​ຖານ​ໄດ້​ເລີຍ​ວ່າ​ຮາລ໌​ດະ​ດິດກ໌​ກຳ​ລັງ​ມີ​ບັນຫາ ເກີດ​ຂຶ້ນ ສາ​ເຫດ​ກໍ​ມີ​ທັງ​ໂຄງ​ສ້າງ FAT ເສຍ​ຫາຍ ລວມ​ເຖິງ​ຕາ​ລາງ​ພາລ໌​ທິ​ຊັນ​ທີ່​ອາດ​ເສຍ​ຫາຍ​ດ້ວຍ​ເຊັ່ນ​ກັນ ນອກ​ຈາກ​ນີ້ ຫາກ​ຮາລ໌​ດ​ດິດກ໌​ມີ​ແບດ​ເຊກ​ເຕີລ໌ ກົງ​ຈຸດ​ສຳຄັນ​ ໆ ກໍ​ຈະ​ສົ່ງ​ຜົນ​ໃຫ້​ການສະ​ແກນ​ຮາລ໌​ດ​ດິດກ໌​ກົງ​ຕຳແໜ່ງ​ພື້ນ​ທີ່​ນັ້ນ ໆ ບໍ່​ຜ່ານ​ດ້ວຍ​ເຊັ່ນ​ກັນ ຫລື​ແມ່ນແຕ່​ຄ້າງ​ນິ່ງ​ໄປ​ເລີຍ​ກໍ​ມີ​ໃຫ້​ເຫັນ​ດ້ວຍ

9. ສັ່ງ​ດີ​ແຟຣກ​ແຕ່​ບໍ່​ສະ​ຫລຸຍ: ດີ​ແຟ​ຣກ ຫລື​ການ​ຈັດ​ລຽງ​ຂໍ້​ມູນ​ຫລື​ໄຟລ໌​ທີ່​ບໍ່​ຕໍ່​ເນື່ອງ​ຊຶ່ງ​ກະ​​ແຈກ​ກະ​ຈາຍ​ຢູ່​ທົ່ວ ຮາລ໌​ດະດິດກ໌​ໃຫ້​ກັບ​ມາ​ເປັນ​ລະບຽບຣຽບ​​ຮ້ອຍ​ເໝືອນ​ເດີມ ເປັນ​ວິທີ​ທີ່​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ຄວາມ​ໄວ​ໃຫ້​ກໍ​ຈິງ ແຕ່​ຖ້າ​ການ​ດີ​ແຟ​ຣກບໍ່​ຜ່ານ​ສະ​ຫລຸຍ​ຫລື​ບໍ່​ຍອມ​ຈົບ​ສິ້ນ​ຈັກ​ເທື່ອ ບັນຫາ​ຈະ​ມາ​ຈາກ​ໃດ​ໄດ້ ນອກ​ຈາກ​ຮາລ໌​ດ​ດິດກ໌​ນັ້ນ​ເອງ ຖ້າ​ເຈົ້າ​ພົບ​ອາການ​ທີ່​ວ່າ​ນີ້​ໃນ​ລະຫວ່າງ​ການ​ດີ​ແຟ​ຮກຮາລ໌​​ດິດກ໌ ນັ້ນ ເປັນ​ສັນ​ຍານ​ທີ່​ບົ່ງ​ບອກ​ໄດ້​ເຖິງ​ສຸກຂະພາບ​ຮາລ໌​ດ​ດິດກ໌​ຂອງ​ເຈົ້າ​ເລີ່ມ​ບໍ່​ດີ​ແລ້ວ ຄວາມ​ເປັນ​ໄປ​ໄດ້​ຂອງ​ບັນຫາ​ມີ​ຢູ່​ສອງ​ຢ່າ​ງ ຢ່າງ​ແຮກ​ມາ​ຈາກ​ຕົວ​ອຸປະກອນ​ເອງ​ທີ່​ອາດ​ຊຳ​ລຸດ​ເສຍ​ຫາຍ ແລະ​ຢ່າງ​ທີ່​ສອງ​ມາ​ຈາກ​ໂຄງ​ສ້າງ​ພື້ນ​ຖານ​ການ​ຈັດ​ເກັບ​ຂໍ້​ມູນ​ເກີດ​ຄວາມ​ເສຍ​ຫາຍ​ໃນ ລະ​ດັບ​ຊອຟ​ແວລ໌ ບ່ອນ​ນີ້​ເຮົາ​ບໍ່​ສາມາດ​ໃຊ້​ການ​ດີ​ແຟ​ຮກມາ​ຊ່ວຍ​ໄດ້​ນອກ​ຈາກ​ຕ້ອງ​ສ້າງ​ພາລ໌​ທິ​ຊັນ​ແລະ​ຟອລ໌ ແມດ​ໂຄງ​ສ້າງ FAT ຂຶ້ນ​ມາ​ໃໝ່

10. ສ້າງ​ພາລ໌​ທິ​ຊັນ​ບໍ່​ໄດ້: ສັນ​ຍານ​ອັນຕະລາຍ​ໃນ​ຂໍ້​ສຸດ​ທ້າຍ​ນີ້​ຄ່ອນ​ຂ້າງ​ຮຸນແຮງ​ ຖ້າ​ເຈົ້າ​ບັງ​ເອີນ​ກຳ​ລັງ​ປະ​ສົບ​ຢູ່​ ຂໍ​ບອກ​ເລີຍ​ວ່າ​ອາດຈະ​ຕ້ອງ​ທໍາ​ໃຈ​ເອົາ​ໄວ້​ດ້ວຍ​ເລີຍ ຖ້າ​ອາການ​ທີ່​ວ່າ​ນີ້​ເກີດ​ກັບ​ຮາລ໌​ດ​ດິດກ໌​ຕົວ​ໃໝ່​ແກະ​ກ່ອງ​ຄົງ​ບໍ່​ຕ້ອງ​ຊີ​ລຽດ​ຫຍັງ ເພາະ​​ແນວ​ໃດ​ກໍ​ເຄມ​ໄດ້​​ແນ່ ໆ ແຕ່​ຖ້າ​ເປັນ​ຮາລ໌​ດ​ດິດກ໌​ທີ່​ໝົດ​ປະ​ກັນ​ໄປ​ແລ້ວ​ລ່ະ ສິ່ງ​ທີ່​ເຈົ້າ​ຕ້ອງ​ຮຽນ​ຮູ້​ເວລາ​ທີ່​ບໍ່​ສາມາດ​ສ້າງ​ພາລ໌​ທິຊັນ​ຂຶ້ນ​ມາ​ໄດ້​ເລີຍ ບໍ່​ວ່າ​ຈະ​ໃຊ້​ໂປ​ແກມ​ໃດ ໆ ກໍ​ຕາມ ການ​ຕີ​ຄວາມຫມາຍ​ບໍ່​ຄວນ​ຢູ່ໃນ​ວົງ​ແຄບ ໆ ເຊັ່ນ ຮາລ໌​ດດິດກ໌​ພັງ​ແນ່​ ໆ ຫລື​ມັນ​ຫາກໍ່​ຫລົ່ນ​ມາ​ໃຊ້​ບໍ​ນີ້ ບັນຫາ​ອາດຈະ​ມາ​ຈາກ​ແຜ່ນ​ວົງ​ຈອນອິ​ເລັກ​ໂຕ​ນິກເສຍ​ຫາຍ ຊຶ່ງ​ຫາກ​ເຈົ້າ​ຫາ​ອະ​ໄຫລ່​ທີ່​ເປັນ​ລຸ້ນ​ດຽວ​ກັນ​ມາ​ຖອດ​ປ່ຽນ​ເຂົ້າໄປ​ໃໝ່ ກໍ​ສາມາດ​ໃຊ້​ງານ​ຮາລ໌​ດ​ດິດກ໌​ໄດ້​ແລ້ວ ແຕ່​ຖ້າ​ແຜ່ນ​ຈານ​ເສຍ​ຫາຍ​ລະ​ກໍ​ໝົດ​ສິດ​ທັນ​ທີ ຕ້ອງ​ກິນ​ຢາ​ທໍ​າໃຈ​ຢ່າງ​ດຽວ !
(ຈາກເວັບ ສະນຸກ)

ບໍມີວັນໄດ້ຮັກກັນ

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີປະໂຫຍກດີ

21 3-15-13-16-12-5-20-5 13-5


໒໑ ກະທູ້
໒໕໙ ໂພສ
ນັກການກະທູ້

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Aarsy ຂຽນວ່າ...


ບໍມີວັນໄດ້ຮັກກັນ