ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ລົງ window ໃໝ່ແລ້ວຂ້ມູນຫາຍ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍຖາມແນ່ວ່າເມື່ອເຮົາ ເອົາຄອມໄປລົງ Windows ຢູ່ຮ້ານ ແລ້ວຂໍ້ມູນມັນຫາຍ ຈໍາພວກ Mricrosoft office ຫຍັງຕ່າງໆກໍ່ຫາຍໄປໝົດ ຢາກຖາມວ່າຖ້າຢາກລົງດ້ວຍຕົນເອງໂດຍທີ່ບໍ່ໄປໃຫ້ຮ້ານລົງໃຫ້ ກະມີບ່ອນໃຫ້ດາວໂຫລດຢູ່ຫວາ ເພາະຕ້ອງການຈະພິມວຽກ ໃຜຮູ້ຊ່ວຍບອກແດ່ ຂອບໃຈລ່ວງໜ້າ

Pingsmile

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ໄປຊື້ແຜ່ນວິນໂດ້ເອົາ 10,000 ກີບ


໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ກັບໄປຫາຮ້ານແລ້ວຖາມວ່າລົງວິນໃຫ້ແບບໃດ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ ຢາກໄດ້ແຕ່ຈຳພວກ microsotf office ມາພິມວຽກຊື່ໆ ແບບດາວໂຫລດດ້ວຍຕົວເອງນະ ກະມີຢູ່ຫວາແບບນີ້

Pingsmile

໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ເອົາໄປລົງຢູ່ຮ້ານໃດ ປົກກະຕິແລ້ວຖ້າທາງຮ້ານລົງວີນໃໝ່ໃຫ້ ພວກໂປແກຼມພືນຖານທີຄວາມພີວເຕີຕ້ອງມີ ກະເຈົົ້າກໍ່ຈະລົງໃຫ້ໝົດໃດ ລວມທັງແອນຕີໄວຣັດພ້ອມ
ຄັນບໍ່ສະດວກໄປຊື່ແຜ່ນ ມາລົງເອງກະລອງເຊີດໃນ Google ເບິງເດີ ມີໃຫ້ຢູ່ ແຕ່ຈະໃຊ້ໄດ້ພຽງ 30 ວັນເພາະບໍ່ມີຊີດີຄີ.


໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ pingsmile ຂຽນວ່າ...
ບໍ່ ຢາກໄດ້ແຕ່ຈຳພວກ microsotf office ມາພິມວຽກຊື່ໆ ແບບດາວໂຫລດດ້ວຍຕົວເອງນະ ກະມີຢູ່ຫວາແບບນີ້


ມີຢູ່
ແຕ່ແປກເນາະຮ້ານລົງວິນເປັນຫຍັງບໍ່ລົງໃຫ້ມັນຄົບ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍບໍ່ຢາກເອົາໄປຮ້ານຍ້ອນວ່າຄອມຫາກະຊື້ໃໝ່ແຕ່ໄປໃຫ້ຮ້ານແປງຕະຫລອດເພາະໄວຮັສກິນ ເຖິງວ່າຈະຮັບປະກັນປີໜື່ງກໍຕາມ ໄປຮ້ານຕະຫລອດຢ້ານເຂົາເຈົ້າຊັງ ຮາຮາ ກະເລີຍຢາກລອງເຮັດເອງ

Pingsmile

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປົກກະຕິແລ້ວ ຊ່າງເຂົາຈະ back up ຂໍ້ມູນໄວ້ໃຫ້ ເຮົາກ່ອນຈະລົງວິນໂດ ຢູ່ ແລ້ວ
ບໍ່ເສຍດອກ ເວັ້ນ ເສຍແຕ່ ຈະມີຄົນ ໄປລຶບ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື້ແຜ່ນຢູ່ຮ້ານມາລົງເອົາກະໄດ້!!!

ດາວໂຫຼດມັນດົນໂພດ....ແຖມບໍ່ສົມບູນອີກໄດ໋!!




໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂດຍ ຂອບໃຈເດີ້ທ່ານ

Pingsmile

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
555 ຮ້ານລົງບໍ່ໝົດ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຮ້ານໄດ້ ແມ້ງງງ ລົງວີນໂດ ບໍ່ລົງ ໄມໂຄຊອບ ອອຟຟິດ..... ອັນນີ້ມັນແມ່ນໝາກຫົວໄຈໂລດຕັວະ ກັບໄປໄຫ້ມັນລົງໄຫມ່ ເສຍເງີນລົງແລ້ວບໍ່ຕ້ອງເຮັດເອງດອກ ຖ້າເອົາ ຊາວນາທີກະແລ້ວ ຫຼືເອົາມາໄຫ້ຂ້ອຍເຮັດໄຫ້ກະໄດ້ເດີ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮາຮາ ຊື້ມາມັນກະມີຢູ່ໃນໂຕເຄື່ອງແລ້ວແຕ່ມັນ ຖືກໄວເອກກະຊົນກິນ (ໄວຣັສ) ອິອິ ເລີຍໄດ້ເອົາໄປລົງວິນໃໝ່ ລະຂໍ້ມູນກະຫາຍໄປບາງສ່ວນ ພ້ອມໄມໂຄຊອັບ ອອຟຟິດພ້ອມ ແຕ່ບໍ່ກ້າໄປຖາມເພາະໄປຫລາຍເທື່ອຈົນເຂົາເວົ້າໃຫ້ລະ ເພາະແປງຟຣີ ອິອິ

Pingsmile

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ถามคนที่ลงเป็น ให้เขาลงให้เบิ่ง
แล้วกะถอนออก แล้วกะลงใหม่ แล้วกะถอนออก
เทื่อ สองเทือ กะเป็นแล้ว

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ຊື້ແຜ່ນ window 7 ແລະ ແຜ່ນ office 2010 ມາລົງເອງສະດວກກ່ວາ, ແຕ່ຕ້ອງແບັກອັບໄດເວີຕ່າງໆກ່ອນ,ແລ້ວຈິ່ງລົງ


໕ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ໂຫລດໄດ້ຢູ່ເດີ່ ແຕ່ວ່າມັນເປັນfileຂະໜາດໃຫຍ່ ອາດຕ້ອງໃຊ້ເວລາດົນ ປະມານ 4-5 ຊົ່ວໂມງ,,


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ດາວໂຫລດມັນໃຊ້ເວລາຫລາຍເພາະເນັດບ້ານເຮົາມັນຊ້າ ໄປຊື້ແຜ່ນຢູ່ຮ້ານຂາຍແຜ່ນໂປຣແກຣມແຖວຖະໜົນຄູວຽງມາຕິດຕັ້ງໂລດງ່າຍໜ້ອຍດຽວບໍ່ຕ້ອງໄປງໍ້ຊ່າງດອກ


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າມີແລ້ວກໍ່ຈຳລິ້ງນີ້ໄວ້ເອົາໃຊ້ເພື່ອຫນ້າເດີ (ຫຼືຄິກເຂົ້າໄປອ່ານເບິ່ງການດາວໂຫລດໃນຮູບ ໑ ໒ ໓ ໔ )ເດີ
ຄົງຄິດວ່າໄດ້ແລ້ວນ່ະຜ່ານມາຫລາຍເດືອນແລ້ວ


໔ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ຖ້າດາວໂຫລດບໍ່ໃດ້ມາເອົານຳຂ້ອຍເດີ


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ແນະນຳໃຫ້ນ້ອງ ໄປຊື້ແຜ່ນ Microsoft Office 2010 ມາລົງເອງແມ່ນສະດວກ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳມະດາວິນໂດ ຕ້ອງແຖັມຢູ່ແລ້ວ office
ກັບໄປຫ່ຮ້ານຄືນເດີ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເກັບຂໍ້ມູນໄວ່ d c ເດີ ຖ້າມີຂໍ້ມູນສຳຄັນເສຍແທ້ ໄປຊອກຂໍ້ມູນກູ້ຄືນເດີ


໒໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
Lao send Email

ເວບໄຊຂອງພວກເຮົາ ຈະຢູ່ໄດ້ກໍ່ຍ້ອນພວກ ທ່ານ, ເຂົ້າມາສະມັກຫລາຍໆໆໆ ເດີ

ໃຜມັກດາວໂຫລດ Windows, Apps, Games, Mac & Blogger Themes Full Free
https://laowares.blogspot.com/
https://themes2you.blogspot.com/
https://onesitestop.blogspot.com/