ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ລຶບຕົວເລກລຳດັບ ອອກຈາກໄຟລ໌ mp3 ພ້ອມກັນໃນຄາວດຽວ ຫລາຍໆເພງ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເວລາເຮົາເອົາ mp3 ມາໄວ້ໃນໂຟລ໌ເດີດຽວກັນ ຕົວເລກລັບດັບເພງ ມັກເຮັດໃຫ້ເຮົາສັບສົນ ເຮົາເລີຍຕ້ອງການລຶບຕົວເລກນັ້ນອອກໄປ
ແຕ່ຫາກຈະໄລ່ລຶບເທື່ອລະເພງ ເພງກໍ່ມີເປັນຮ້ອຍ ຕາຍຄັກໆ, ເຮົາເລີຍຕ້ອງໃຊ້ໂປຣແກຣມຊ່ວຍລຶບ, ແຕ່ບໍ່ຕ້ອງເປັນຫ່ວງ
ໂປຣແກຣມນ້ອຍດຽວ ໃຊ້ງ່າຍ ແລະ ໄວອີກ ທີ່ສຳຄັນແມ່ນຟຣີ. ຊື່ໂປຣມແກຣມແມ່ນ Ant Renamer ດາວໂຫລດໄດ້ທີ່ http://www.antp.be/software/renamer/download ຫລື ຄລິກບ່ອນນີ້
ດາວໂຫລດມາແລ້ວກໍຕິດຕັ້ງໂປຣແກຣມເລີຍ.

ມາເບິ່ງວິທີລຶບຕົວເລກທາງຫນ້າ ອອກຈາກຊື່ໄຟລ໌

(01) [テレサ・テン] グッドバイ・マイ・ラブ
(12) [テレサ・テン] ワインカラーの記憶
(01) [テレサ・テン] つぐない
(04) [テレサ・テン] はぐれた小鳩
(04) [テレサ・テン] 雨に濡れて
(01) [テレサ・テン] I Love You
(09) [テレサ・テン] ふるさとはどこですか
(01) [テレサ・テン] まごころ
(19) [テレサ・テン] 遠くかち愛をニめこ
(19) [テレサ・テン] 黄昏
(07) [テレサ・テン] 愛的使者 ແລະອື່ນໆ

ເຫັນວ່າ ມີ 5ຕົວທີ່ເຮົາຕ້ອງການລຶບ (ລວມທັງຍະຫວ່າງພ້ອມ)
ເອົາໄຟລ໌ເພງເຫລົ່ານັ້ນ ໄປໄວ້ໃນ Folder ດຽວກັນ

ເປີດໂປຣແກຣມຂຶ້ນມາເລີຍ
01 - ຄລິກທີ່ປຸ່ມ Add Folders... ແລ້ວໄປເລືອກໂຟລ໌ເດີທີ່ເຮົາເກັບເພງໄວ້ນັ້ນ.


02 - ໄປທີ່ແທັບ Actions ແລ້ວເລືອກ Caracters Deletion
ແລ້ວເຮົາກຳນົດດັ່ງນີ້ : - Number of caracter to delete ໃຫ້ໃສ່ຈຳນວນຕົວອັກສອນທີ່ຕ້ອງການລຶບອອກ (ລວມທັງຍະຫວ່າງນຳ ).
- From position : ເຮົາເລືອກ From begin ແລ້ວໃສ່ເລກສູນ (0) ເພື່ອໃຫ້ມັນລຶບເລີ່ມຈາກອັກສອນຕົວທຳອິດໄປ.
ກົດປຸ່ມ Go


ຫລັງຈາກລຶບຕົວເລກອອກແລ້ວ ເຮົາກໍ່ຈະໄດ້ດັ່ງນີ້ :
[テレサ・テン] グッドバイ・マイ・ラブ
[テレサ・テン] ワインカラーの記憶
[テレサ・テン] つぐない
[テレサ・テン] はぐれた小鳩
[テレサ・テン] 雨に濡れて
[テレサ・テン] I Love You
[テレサ・テン] ふるさとはどこですか
[テレサ・テン] まごころ
[テレサ・テン] 遠くかち愛をニめこ
[テレサ・テン] 黄昏
[テレサ・テン] 愛的使者


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກ່ງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຫາກມີໄຟລ໌ໃດທີ່ມັນບໍ່ລຶບຕົວເລກອອກໃຫ້ນັ້ນ ສະແດງວ່າ ໄຟລ໌ດັ່ງກ່າວຈະອອກມາມີຊື່ຊ້ຳກັນ.
ກໍ່ໃຫ້ນຳເອົາໄຟລ໌ທີ່ໄດ້ແລ້ວນັ້ນຍ້າຍອອກໄປ ປະໄວ້ແຕ່ໄຟລ໌ທີ່ຍັງບໍ່ໄດ້ ແລ້ວ ເລີ່ມຂັ້ນຕອນຄືນໃຫມ່ອີກເທື່ອຫນຶ່ງ.
(ເຮົາສາມາດໃຊ້ Ant Renamer ໄດ້ກັບໄຟລ໌ນາມສະກຸນອື່ນໆໄດ້).


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ເກ່ງ


ຂ້ອຍບໍເກັ່ງດອກ ໂປຮແກຮມພຸ້ນນະເກັ່ງນະ!


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ວິທີລຶບຕົວເລກລຳດັບ ອອກຈາກ mp3 ໃນກໍລະນີທີ່ຕົວເລກມາບໍ່ເທົ່າກັນ ເຊັ່ນ :

2[テレサ・テン] Pourquoi ?
4[テレサ・テン] あなたと生きる
7[テレサ・テン] おまえとふたり
10[テレサ・テン] くちなしの花
41[テレサ・テン] ジェルソミーナの歩いた道
83[テレサ・テン] 別れても好きな人
124[テレサ・テン] 愛の花言葉
183[テレサ・テン] 待ちわびて
185[テレサ・テン] 酒醉的探戈
188[テレサ・テン] 雨にぬれた花
ແລະອື່ນໆ

ເຮົາໃຊ້ໂປຣແກຣມ Bulk Rename Utility ດາວໂຫລດໄດ້ທີ່ http://www.bulkrenameutility.co.uk/Download.php ຫລືຄລິກທີ່ນີ້
ດາວໂຫລດມາແລ້ວກໍຕິດຕັ້ງໂປຣແກຣມເລີຍ.

ເປີດໂປຣແກຣມ Bulk Rename Utility ຂຶ້ນມາເລີຍ


ຫລັງຈາກນັ້ນ ຕົວເລກຈະຫາຍໄປດັ່ງນີ້:

[テレサ・テン] Pourquoi ?
[テレサ・テン] あなたと生きる
[テレサ・テン] おまえとふたり
[テレサ・テン] くちなしの花
[テレサ・テン] ジェルソミーナの歩いた道
[テレサ・テン] 別れても好きな人
[テレサ・テン] 愛の花言葉
[テレサ・テン] 待ちわびて
[テレサ・テン] 酒醉的探戈
[テレサ・テン] 雨にぬれた花

ນອກຈາກການຕິກເຄື່ອງຫມາຍຖືກໃສ່ Digits ເພື່ອເອົາສະເພາະຕົວເລກອອກແລ້ວ ຫາກເຮົາຍັງຢາກລຶບເຄື່ອງຫມາຍຕ່າງ
ເຊັ່ນ:ຈ້ຳເມັດ, ຈຸດ (. , - = + @ # $ % & [ _ ' ! ( ) ເຮົາກໍ່ຕິກໃສ່ Sym ນຳພ້ອມ.


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Mp3tagງ່າຍກວ່າ100%


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
Mp3tagງ່າຍກວ່າ100%



Mp3tag ບໍ່ສາມາດລຶບ ຕົວອັກສອນ ແລະຕົວເລກ (ປ່ຽນຊື່)ໄດ້ຢ່າງຂ້າງເທິງເດີ້!
Mp3tag ຊື່ມັນກໍ່ບອກຢູ່ແລ້ວ ວ່າມັນຈັດການກ່ຽວກັບແທັກ(tag) ຂອງເອັມພີ 3
ດັ່ງນັ້ນ ການຈັດການຂອງMp3tagຈຶ່ງບໍ່ສົ່ງຜົນຕໍ່ຊື່ໄຟລ໌ທີ່ເຮົາຕ້ອງການປ່ຽນເລີຍ.

ຢາກເຫັນແທັກຂອງ mp3 ກໍ່ງ່າຍໆ ພຽງແຕ່ເຮົາຄລິກຂວາໃສ່ໄຟລmp3ດັ່ງກ່າວແລ້ວຄລຶກ Properties>Detail
ເຮົາກໍ່ຈະເຫັນແທັກຂອງເອັມພີສາມເຊັ່ນ : Title, Contributing Artists, Album Artist, Album, ຫມາຍເລກລຳດັບຂອງເພງ #, Genre .........
ເຫລົ່ານັ້ນເອີ້ນວ່າ ແທັກຂອງເອັມພີສາມ.

Mp3tag ເປັນໂປຣແກຣມຊ່ວຍລຶບແທັກຂອງເອັມພີສາມ ແທນທີ່ເຮົາຈະລຶບເອງເທື່ອລະເພງນັ້ນເອງ.

ຫລາຍຄົນຄົງສົງໃສວ່າ ເປັນຫຍັງຈຶ່ງລຶບແທັກເອັມພີສາມອອກ ເພາະເມື່ອລຶບແທັກຂອງເອັມພີສາມອອກຫມົດແລ້ວ ເວລາເອົາໄປໃສ່
ໃນໂທລະສັບ ເມື່ອເປີດໃນໂປຣແກຣມຫລິ້ນເພງໃນໂທລະສັບ ຊື່ເພງເຫລົ່ານັ້ນຈະບໍ່ກາຍເປັນ /&%-$+.mp3 (ເປັນພາສາຕ່າງດາວ).

ຈາກຂ້າງຕົ້ນແມ່ນເຮົາຕ້ອງການລຶບ ຕົວເລກລຳດັບທີ່ຢູ່ຫນ້າຊື່ເພງອອກ ດັ່ງນັ້ນ Mp3tag ຈຶ່ງບໍ່ສາມາດເຮັດໄດ້.