ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ໜ້າຈໍຄອມມັກມີແສງສີຂາວຍິບຍັບມາບັງ ແມ່ນມັນເປັນຫຍັງ? :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຶດໆລະເປັນແສງສີຂາວຍິບໆຍັບໆມາບັງ ( ເປັນນຳຂ້ອຍເຮັດຄອມຕົກ 2-3 ເທື່ອບໍ່ເນາະ? ), ຖ້າເອົາໄປແປງຄືຊິແພງເນາະ
ບອກໄດ້ບໍ່ວ່າມັນເປັນຫຍັງ? ແລະ ມີວິທີແກ້ໄຂແນວໃດ?
ຂອບໃຈ

ເປັນສີຂາວມາບັງຄືໃນຮູບນີ້ລະ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ບໍ່ແນ່ໃຈ ບໍ່ເຄີຍແກະ ຄິດວ່າຖ້າເຄີຍເຮັດຕົກ ບາງທີສາຍຈໍອາດຫລົມ
ຂ້ອຍເຄີຍມີຈໍຄອມຕັ້ງໂຕະທີ່ສາຍມັນບໍ່ດີ(ສາຍບ່ອນຂົ້ວຕໍ່ມັນຂາດດ້ານໃນບາງສາຍ) ຕ້ອງໄດ້ງໍໄປງໍມາເພື່ອເຮັດໃຫ້ພາບທີ່ອອກຈໍເປັນປົກະຕິ.
ແຕ່ຕອນທີ່ງໍມັນນັ້ນ ມັນເປັນເສັ້ນໆແບບນີ້ແຫລະ ແລະສີພ້ຽນ ບາດຂຽວ ບາດແດງ ບາດເຫລືອງ ບາດວ່າງໍໄດ້ຈັງຫວະແລ້ວ ກໍ່ໃຊ້ໄດ້ເປັນປົກະຕິ.

-ຄັນວ່າຍັງຢູ່ໃນໄລຍະຮັບປະກັນກໍ່ເອົາໄປເຄລມ(claim)ທີ່ສູນບໍລິສັດຍີ່ຫໍ້ຈໍໂນດບຸກ ຫລື ຈໍຄອມນັ້ນ ຫລື ໄປຫາຮ້ານທີ່ເຮົາຊື້ມາກໍ່ໄດ້(ໃຫ້ເຂົາສົ່ງເຄລມໃຫ້) ບໍ່ສຽຍເງິນ, ຫາກເຮົາແກະແປງເອງ ຫລືເອົາໄປແປງໂດຍບໍ່ສົ່ງສູນຂອງບໍລິສັດ ປະກັນຈະຂາດທັນທີ.

-ຫາກຫມົດໄລຍະຮັບປະກັນໄປແລ້ວ ໃຈກ້າມີອຸບປະກອນຄົບ(ໄຂຄວງເປັນຕົ້ນ ບາງທີອາດໃຊ້ໄຂຄວງຫົກຫລ່ຽມ) ແກະເອງເລີຍ
ຕາມສາຍຫນ້າຈໍໄປ ບ່ອນໃດຫລົມ ສຽບໃຫ້ແຫນ້ນໆ ກໍ່ຫາກຊິໃຊ້ໄດ້(ຄັນມັນຫາກຫລົມຊື່ໆ).
ຄັນວ່າຈົນປັນຍາ ຫລືວ່າບໍ່ໃຈ ກໍ່ເອົາໄປຮ້ານແປງໂມງ ເອີ້ຍ! ຮ້ານແປງຄອມ ໃຫ້ເຂົາເຮັດໃຫ້(ສະບາຍກວ່າ) ແລະເຮັດທຳທ່າຮູ້ ບອກເຂົາວ່າ
ຄິດວ່າສາຍຈໍມັນຫລົມ ເອົານຳເທົ່າໃດ? .

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...

ແມ່ນບໍ?
ໝົດຮັບປະກັນແລ້ວ, ຖ້າມີເງິນຈິ່ງຢ່ອງໄປຖາມກ່ອນ
ຫວ່າງໆ ກໍ່ມາງໍສາຍໃຫ້ແດ່ດູ ຄວງຫົກຫຼ່ຽມ 7 ຫຼ່ຽມຫັ້ນ ຂ້ອຍບໍ່ຮູ້ນະ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຂ້ອຍຢ້ານມັນເພຕື່ມນັ້ນບຸ ຊິບໍ່ມີເງິນໃຊ້ເຈົ້າເດ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...

ຂ້ອຍຢ້ານມັນເພຕື່ມນັ້ນບຸ ຊິບໍ່ມີເງິນໃຊ້ເຈົ້າເດ!

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອັນນີ້ແຫລະເຂົ້າເອີ້ນປາກົດການ"ຄອມຖາມຫາເງິນ"

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ສາຍແພ ຈໍອອກອາການບໍ່ດີແລ້ວລະ ສ່ວນຫລາຍຄັນໄປຮ້ານເຂົາມັກໃຫ້ຖ່າຍໝົດທັງຈໍເລີຍ ທີ່ຈິງແລ້ວປ່ຽນແຕ່ສາຍແພເທົ່ານັ້ນລະ ແຕ່ເຂົາມັກເວົ້າວ່າບໍ່ມີຂາຍຄັນຈະປ່ຽນແມ່ນຕ້ອງປ່ຽນຈໍພ້ອມ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ອັນນີ້ແຫລະເຂົ້າເອີ້ນປາກົດການ"ຄອມຖາມຫາເງິນ"

ແມ່ນຄວາມ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ສາຍແພ ຈໍອອກອາການບໍ່ດີແລ້ວລະ

ຫັ້ນລະ ຈັກຊິແປງແນວໃດ ຂ້ອຍກະດາຍ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກວດເບິ່ງຫົວທຽນ ແລະປ່ຽນນ້ຳມັນເຄື່ອງໃໝ່!

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່ຽນຈໍ Notebook ປະມານ 3,000-4,000 Bath

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ປ່ຽນຈໍ Notebook ປະມານ 3,000-4,000 Bath

ແພງເນາະ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ປ່ຽນຈໍ Notebook
3500 bath tel 98888939 Anccomputet

໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕາມຄຳເຫັນເຮົາ, monitor ເສື່ອມ ຖ້າຕົກຫຼາຍ, ກວດເບິ່ງ Spec Notebook ເປັນລຸ້ນທີ່ໃຊ້ card Monitor ບໍ່, ຖ້າໃຊ້ແມ່ນໃຫ້ຊື້ມາປ່ຽນ ແຕ່ຖ້າເປັນ On Board ອາດເຖິງຂັ້ນປ່ຽນ Main ໃໝ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທຸກຄຳເຫັນ :)

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ທັນເຄີຍເປັນ ປັນຫານີ້

ແຕ່ຮູ້ ໄວ້ ກ່ອນ ກະຊິໄດ້ ລະວັງຕົວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບັນຫາ ກ່ຽວ ກັບ Battery ມັນ ເກັບ ໄຟ ໄດ້ ບໍ່ ຮອດ 30 ນາທີ່ຊໍ້າ
ແຕ່ ມັນ ແຈ້ງເຕືອນ ວ່າ 1H : 30 ພຸ້ນນະ
ໃຜຮູ້ ວິທີ ແກ້ຊ່ວຍ ເນາະນຳ ແນ່

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ມີບັນຫາ ກ່ຽວ ກັບ Battery ມັນ ເກັບ ໄຟ ໄດ້ ບໍ່ ຮອດ 30 ນາທີ່ຊໍ້າ
ແຕ່ ມັນ ແຈ້ງເຕືອນ ວ່າ 1H : 30 ພຸ້ນນະ
ໃຜຮູ້ ວິທີ ແກ້ຊ່ວຍ ເນາະນຳ ແນ່

ສົງໄສ ພວກເຮົາເຈົ້າຂ້ອຍຊິໄດ້ໄປຖາມຮ້ານແປງຄອມພຸ້ນລະ ອິອິ