ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຢາກເອົາ toolbar ອອກຈາກ google chrome ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າຂ້ອຍໄປດາວໂຫຼດວິທີປົດລັອກແອກາດມາແຕ່ກໍ່ບໍ່ໄດ້ ເລີຍໄປໄດ້ອັນນີ້ມາແທນ ລະເຮັດໃຫ້ຄອມຊ້າໆໆໆໆໆໆໆໆໆໆ ລຳຄານຫຼາຍ
ຂ້ອຍກໍ່ພະຍາຍາມລົບນັ້ນນີ້ອອກ ແຕ່ກໍ່ບໍ່ສຳເລັດ
ຊ່ວຍບອກວິທີເອົາອອກແດ່ ຂອບໃຈ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ເຂົ້າທີ່ Start > Control Panel > Add or Remove Programs ແລ້ວເລືອກເບິ່ງ toolbar ຊອງ 4shared ຄລິ໊ກໃສ່ມັນແລ້ວກົດ Remove ຈົບ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ເຂົ້າທີ່ Start > Control Panel > Add or Remove Programs ແລ້ວເລືອກເບິ່ງ toolbar ຊອງ 4shared ຄລິ໊ກໃສ່ມັນແລ້ວກົດ Remove ຈົບ.

ຂ້ອຍພະຍາມຍາມແລ້ວ ຊອກບໍ່ເຫັນນະອັນຊື່ຂອງ Programs toolbar ຂອງ 4shared ນະ ຂ້ອຍລົບໄປທົ່ວຖີບ ກະຍັງບໍ່ໄດ້

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຖ່າຍຮູບໃນສ່ວນ Add or Remove Programs ມາໃຫ້ເບິ່ງແດ່ຈະໄດ້ຊ່ວຍຊອກຫາໃຫ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍຊອກແດ່ເດີ :) ໄປໂຮງຮຽນກ່ອນ ເລີກແລ້ວຊິກັບມາຕອບ ຂອບໃຈ :)

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ກຳ...ຫາບໍ່ເຫັນຄືກັນ 55+ ລໍຖ້າຄົນຕໍ່ໄປເດີ

ຖ້າໝົດທາງແກ້ໄຂມີອີກວິທີຄືລົບ google chrome ອອກແລ້ວລົງໃໝ່ 55+ ວິທີແກ້ໄຂແບບບູຮານ(ແບບໝົດປັນຍາ 55+) ແຕ່ມັນກໍ່ຂ້ອນຂ້າງໄດ້ຜົນດີ ເຄີຍບໍ່ເວລາເຄື່ອງຫລິ້ນຊີດີໄຟບໍ່ຕິດສິ່ງທຳອິດທີ່ເຮົາເຮັດຄືຕົບມັນຄ່ອຍທແລ້ວແຮງຂຶ້ນຕາມລຳດັບ ຕົບໄປຕົບມາໄຟຕິດເສີຍເລີຍ 55+

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ກົດປຸ່ມຕົວເລືອກການຕັ້ງຄ່າ ດ້ານເທິງຂວາສຸດຂອງໂປຣແກຣມ Google Chrome (ອັນທີ່ເປັນ 3ຂີດຊ້ອນກັນ)>Tools ເຄື່ອງມື>Extensions ສ່ວນຂະຫຍາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ກຳ...ຫາບໍ່ເຫັນຄືກັນ 55+ ລໍຖ້າຄົນຕໍ່ໄປເດີ

ຖ້າໝົດທາງແກ້ໄຂມີອີກວິທີຄືລົບ google chrome ອອກແລ້ວລົງໃໝ່ 55+ ວິທີແກ້ໄຂແບບບູຮານ(ແບບໝົດປັນຍາ 55+) ແຕ່ມັນກໍ່ຂ້ອນຂ້າງໄດ້ຜົນດີ ເຄີຍບໍ່ເວລາເຄື່ອງຫລິ້ນຊີດີໄຟບໍ່ຕິດສິ່ງທຳອິດທີ່ເຮົາເຮັດຄືຕົບມັນຄ່ອຍທແລ້ວແຮງຂຶ້ນຕາມລຳດັບ ຕົບໄປຕົບມາໄຟຕິດເສີຍເລີຍ 55+

ວິທີນີ້ໃຊ້ມາແລ້ວບໍ່ໄດ້ຜົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ກົດປຸ່ມຕົວເລືອກການຕັ້ງຄ່າ ດ້ານເທິງຂວາສຸດຂອງໂປຣແກຣມ Google Chrome (ອັນທີ່ເປັນ 3ຂີດຊ້ອນກັນ)>Tools ເຄື່ອງມື>Extensions ສ່ວນຂະຫຍາຍ

ເປັນເມນູພາສາໄທນະ ຊິຊອກເບິ່ງກ່ອນ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ກົດປຸ່ມຕົວເລືອກການຕັ້ງຄ່າ ດ້ານເທິງຂວາສຸດຂອງໂປຣແກຣມ Google Chrome (ອັນທີ່ເປັນ 3ຂີດຊ້ອນກັນ)>Tools ເຄື່ອງມື>Extensions ສ່ວນຂະຫຍາຍ

ເປັນເມນູພາສາໄທນະ ຊິຊອກເບິ່ງກ່ອນ

ຕາມນັ້ນແຫລະສາວພາ
ກົດປຸ່ມຕົວເລືອກການຕັ້ງຄ່າ ດ້ານເທິງຂວາສຸດຂອງໂປຣແກຣມ Google Chrome>ເຄື່ອງມື>ສ່ວນຂະຫຍາຍ
ເລືອກຖອນການຕິດຕັ້ງໄດ້ຕາມໃຈ ແລ້ວກໍ່ປິດໂປຣແກຣມແລ້ວເປີດຂຶ້ນມາໃຫມ່.

ເຫັນແລ້ວບ່ອນເຈົ້າບອກນະ, ຕັ້ງຄ່າໄປຊອກບໍ່ເຫັນ ລະຄລິກເຂົ້າບ່ອນເຄື່ອງມື ລະເຫັນ ສ່ວນຂະຫຍາຍ ແລ້ວເຂົ້າໄດ້ ຂອບໃຈເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄອມໄວຂຶ້ນ--------------ສົມໃຈ----------------ດັ່ງຄິດໄວ້
ເອົາທູບາ----------------5ນີ້--------------------ອອກໄປໄກ
ຄິດມາແລ້ວ-------------ຈັ່ງແມ່ນ--------------ເຮົາດີໃຈ
ຈິ່ງມາໄວ----------------ແຕ່ງກອນ------------ຂອບໃຈຫຼາຍ 2 ຄົນເຈົ້າເດີ