ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຄືຂ້ອຍຈະລົງວິນໂດxpໃນຄອມເຮັດວຽກ ທຳອິດມັນກະຄືຊິໄດ້ ແຕ່ມັນບໍທັນເຂົ້າໃນຫນ້າຟໍແມັດຊ້ຳມັນຈະຄ້າງຢູ່ທີ່ຫນ້າຂອງwindows setup ຢູ່ດ້ານລຸ່ມມັນຈະຂຽນວ່າ setup is staring windows ຄ້າງແບບນີ້ເລີຍ ແລ້ວດົນໆມາກໍຂື້້ນເປັນໂຕຫນັງສືທີ່ຂຽນວ່າ

a problem has been detected and windows has been shutdown to prevent damage to your computer the probleim seems to be caused by the following file:partmgr syspage if this is first time you've seen this stop error screen,restart your computer. if this screen appears again,follow these steps: check to make any new harwear or sofware is properly installed. If this is a new installation.ask your hardwear or softwear manufacturer for any windown update might need. If problems continue, disable or remove any newly installed hardware or software.disable BIOS memory options suck as caching or shadowing. if your need to use safe mode to remove or disable components,restart your computer , press F8 to select advanced startup , and then select safe mode
technical information:
***stop:0x00000050 (0xF7A934AB,0x00000000,0xF7A934AB,0x0000000000)
***partmgr .sys - address F7a934AB base at F7A91000,Datestamp 000000000 ມັນຈະມີວິທີແກ້ໄຂແນວໃດບອກຂ້ອຍແນ່


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ແຜ່ນວິນໂດ້, DVD Drive+ສາຍSATA ມີປັນຫາຫຼືບໍ່, HDDມີຶBad Sector ກໍ່ເຮັດໃຫ້ມີປັນຫາໄດ້ຄືກັນ
ລອງປ່ຽນແຜ່ນວິນໂດ້ ກວດເບິ່ງສາຍSATA DVDໃຫ້ດີເບິ່ງ

ຖ້າສິໃຫ້ດີ ແກ້ປັນຫາເລື່ອງແຜ່ນ ເລື່ອງDVD Drive ຂ້ອຍສິເຮັດຜ່ານUSB Flash Drive


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຕອນນີ້ຂ້ອຍເຂົ້າຄອມບໍ່ໄດ້ແລ້ວ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ບໍ່ກ່ຽວກັບRamດອກ ຖ້າRamມີປັນຫາ ສິເຂົ້າBiosບໍ່ໄດ້ ເຖິງເຂົ້າໄດ້ ກະສິຄ້າງຍູ່ໜ້າBiosຫັ້ນຫຼະ
ເບິ່ງຈາກອາການຂອງທ່ານ ຮ້າຍສຸດກໍ່HDDມີປັນຫາ
ທຳອິດ ລອງປ່ຽນແຜ່ນວິນໂດ້ເບິ່ງກ່ອນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ແຜ່ນຂູດ
2.ແຜ່ນ windows ຖືກປັບແຕ່ງ(ແນະນໍາ XP Service pack 2 ປີ 2006 V.9)
3.ນອກເຫນືອຈາກ 2 ຂໍ້ນີ້


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
restart ກົດF8 ເຂົ້າໜ້າsafe modeໄດ້ຫຼືບໍ່ ຖ້າເຂົ້າບໍ່ໄດ້ HDDມີປັນຫາແນ່ນອນ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ບໍ່ກ່ຽວກັບRamດອກ ຖ້າRamມີປັນຫາ ສິເຂົ້າBiosບໍ່ໄດ້ ເຖິງເຂົ້າໄດ້ ກະສິຄ້າງຍູ່ໜ້າBiosຫັ້ນຫຼະ
ເບິ່ງຈາກອາການຂອງທ່ານ ຮ້າຍສຸດກໍ່HDDມີປັນຫາ
ທຳອິດ ລອງປ່ຽນແຜ່ນວິນໂດ້ເບິ່ງກ່ອນ

ແລ້ວຊິລອງເບິ່ງ ແຜ່ນວິນໂດໂຕນີ້ເຄີຍລົງແລ້ວຈັກເປັນຫຍັງມາເທື່ອນີ້ມັນສໍ້


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
restart ກົດF8 ເຂົ້າໜ້າsafe modeໄດ້ຫຼືບໍ່ ຖ້າເຂົ້າບໍ່ໄດ້ HDDມີປັນຫາແນ່ນອນ

ເຂົ້າບໍ່ໄດ້


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
1.ແຜ່ນຂູດ
2.ແຜ່ນ windows ຖືກປັບແຕ່ງ(ແນະນໍາ XP Service pack 2 ປີ 2006 V.9)
3.ນອກເຫນືອຈາກ 2 ຂໍ້ນີ້

ຂໍ້1ມີສ່ວນຢູ່ຫນ້້ອຍຫນື່ງ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຖ້າເຂົ້າໜ້າsafe modeບໍ່ໄດ້ ກໍ່HDD
ຍັງມີປະກັນເຫຼືອລຶບໍ່ ຖ້າຍັງເຫຼືອ ສົ່ງເຄັມ ຖ້າບໍ່ມີປະກັນ ຍ້ານສິຕ້ອງໄດ້ຊື້ໜ່ວຍໃໝ່

ຂ້ອຍຫາກໍ່ພັງໄວໆນີ້ຄືກັນ1ໜ່ວຍ ເຂົ້າວິນໂດ້ ລົງວິນໂດ້ບໍ່ໄດ້ຄືກັນ ມີBadສອງສາມຈຸົດ ສົ່ງເຄັມຫາກໍ່ໄດ້ຄືນ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ຖ້າເຂົ້າໜ້າsafe modeບໍ່ໄດ້ ກໍ່HDD
ຍັງມີປະກັນເຫຼືອລຶບໍ່ ຖ້າຍັງເຫຼືອ ສົ່ງເຄັມ ຖ້າບໍ່ມີປະກັນ ຍ້ານສິຕ້ອງໄດ້ຊື້ໜ່ວຍໃໝ່

ຂ້ອຍຫາກໍ່ພັງໄວໆນີ້ຄືກັນ1ໜ່ວຍ ເຂົ້າວິນໂດ້ ລົງວິນໂດ້ບໍ່ໄດ້ຄືກັນ ມີBadສອງສາມຈຸົດ ສົ່ງເຄັມຫາກໍ່ໄດ້ຄືນ

ບໍ່ມີທາງແກ້ໄຂບໍ່ ໄປຮ້ານເດເຂົາຊິແປງໃຫ້ຢູ່ບໍຖ້າແປງໄດ້ຈະເສຍເງິນເທົ່າໃດ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຂອງທ່ານເປັນເຄື່ອງPCຫຼືNotebook ຖ້າNotebook ສົ້ງຮ້ານຊ່ອມແປງໃຫ້ເຂົາກວດເບີ່ງໂລ້ດ
HDDເພ ຮ້ານທົ່ວໄປຊ່ອມແປງບໍ່ໄດ້ດອກ ຕ້ອງສູນຂອງເຂົາເຈົ້າໂດຍສະເພາະ
ເຊັ່ນສູນຊ່ອມແປງຂອງ seagete western hitachi ຖ້າໝົດປະກັນເຂົາກະບໍ່ຊ່ອມໃຫ້ດອກ ເຂົາເຈົ້າກໍ່ຍາກຂາຍໜ່ວຍໃຫມ່


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ແລະຖ້າເອົາແຜ່ນວິນໂດໃສ່ເພື່ອຕິດຕັ້ງຖ້າມັນຂື້ນແນວນີ້ແມ່ນແຜ່ນວິນໂດຕາຍບໍ່

setup did not find any hard disk drives installed in your computer
make sure any hard disk drives are powered on and properly connected to your computer . and that any disk-related hardwere configuration is correct. this may involve running a manufacturer-supplied diagnostic
setup can not continue.to quit setup,pre F3


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ມັນເປັນໄປໄດ້ໝົດ ແຜ່ນ, HDD, DVD Drive ຕ້ອງໄລ່ກວດສອບທີລະຍ່າງ
ເຄື່ອງບອກແຕ່ວ່າບໍ່ສາມາດຕິດຕັ້ງໄດ້


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຮາດດິສທ່ານເປັນPCຫຼືNotebook
ເປັນPC ຖອດໄປໃສ່ເຄື່ອງອື່ນກໍ່ຮູ້ແລ້ວ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ກ່ອນໜ້າ ເຄື່ອງມີອາການຫຍັງຫຼືບໍ່ ຄ້າງ ລີສະຕາດເອັງ ແນວນີ້


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ກ່ອນໜ້າ ເຄື່ອງມີອາການຫຍັງຫຼືບໍ່ ຄ້າງ ລີສະຕາດເອັງ ແນວນີ້

ມັນມັກຄ້າງໂດຍສະເພາະເວລາຫລີ້ນເນັດຖ້າບໍ່ຫລີ້ນກໍຊ້າຫນ້ອຍນື່ງ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


ລອງເຂົ້າbios ກວດເບິ່ງດຸ biosຍັງເຫັນຮາດດິສຍູ່ຫຼືບໍ່ ຖ້າເຫັນກໍ່ເຂົ້າ safe mode ຖ້າຍັງຄ້າງ ເຂົ້າບໍ່ໄດ້ ກໍ່ທຳໃຈ



໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ກວດແນວໃດບອກໃຫ້ຟັງແບບລະອຽດແນ່ຕິເປັນໄປໄດ້ມີຮູບນຳ ຂອບໃຈ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


ຈັກເຂົ້າbiosເປັນຫຼືບໍ່ ຮູບຂ້າງເທິງຍັງບໍ່ລະອຽດອີກຕິ ຂ້ອຍວ່າມັນກໍ່ຊັດແຈ້ງແລ້ວໄດ໋
ຖ້າເຮັດບໍ່ໄດ້ແທ້ ກໍ່ຕ້ອງໄດ້ໄປຮ້ານຊ່ອມແປງເດີ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ປ່ຽນຈາກ SATA ເປັນ IED ປັບຢູ່ BIOS ແຕ່ລະວັງຢ່າງຫນຶ່ງ ຄອມດຽວນິບໍ່ສະໜັບສະໜູນວິນໂດວເອັກພີ ແລ້ວ ຖ້າລົງໄດ້ ກະຫາໂຫລດ ດາຍເວີບໍ່ໄດ້ແລ້ວ ເພາະມີແຕ່ດາຍ ເວີຂອງ ວິນໂດຍ ເຊເວັນ


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ແລະຖ້າເອົາແຜ່ນວິນໂດໃສ່ເພື່ອຕິດຕັ້ງຖ້າມັນຂື້ນແນວນີ້ແມ່ນແຜ່ນວິນໂດຕາຍບໍ່

setup did not find any hard disk drives installed in your computer
make sure any hard disk drives are powered on and properly connected to your computer . and that any disk-related hardwere configuration is correct. this may involve running a manufacturer-supplied diagnostic
setup can not continue.to quit setup,pre F3



ບໍ່ຮູ້ວ່າໄດ້ແລ້ວຫຼືບໍ? ຖ້າແຜ່ນວິນໂດ້ວບໍມີບັນຫາລະກໍ່
ລອງເຂົ້າໄປ BIOS ເບິ່ງວ່າເຫັນຮາຣດດີສຄ໌ຫຼືບໍ ຖ້າເຫັນໃຫ້ເຮັດຕາມທ່ານ Lodsada ບອກ
ຄືປ່ຽນຈາກໂຫມດ SATA ເປັນ IED
ຫຼືບໍ່ກໍ່ເອົາແຜ່ນວິນໂດ້ວທີ່ເຂົາປັບແຕ່ງໃຫ້ມີ SATA driver ມາລົງ

ຖ້າເຂົ້າ BIOS ແລ້ວບໍ່ເຫັນຮາຣດດີສຄ໌...(ສົງໃສຮາຣດດີສຄເພ)
ຄອມຍີ່ຫໍ້ໃດ? ຖ້າແມ່ນ ACER ແມ່ນກົດ F2 ເພື່ອເຂົ້າໄບອອສ
ການເຂົ້າໄບອອສ: ຕອນຄອມກຳລັງຈະເປີດ ສັງເກດດີໆ ມັນຈະບອກໃຫ້ກົດ F2, F12, Esc or Del...(Press F2 to set up) ຢູ່ດ້ານລຸ່ມຈຳປະມານນີ້ລະ
ກົດໃຫ້ທັນ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ເບິ່ງຈາກອາການແລ້ວ ເປັນນໍາ hard disk ແນ່ນອນ, ເພາະຖ້າເປັນນໍາແຜ່ນມັນຈະບໍ່ສະແດງອອກຈໍສີຟ້າ ຫລື ອາດຈະມາຈາກເຄື່ອງມີໄວຣັດກໍເປັນໄດ້..

So much I need to say been lonely since the day
the day you went away......





໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍີ່ຫໍ້ຄອມລຸ້ນທີ່ໃຊ້ມັນບໍ່ສະພອດກັບວີນໂດເອັກພີ ຫຼື ມັນບໍ່ສະພອດກັບເພກທີ່ທ່ານລົງ ລອງເອົງວີນໂດເພກໃໝ່ລົງເບີ່ງແມ໋ ຫາກບໍ່ໄດ້ກໍ່ລອງເຊເວນ (ກຸມນຳມັນຫຼາຍດຽວຫັດດິດສິຕາຍ)

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້