ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ນັບມື້ນັບເລີ່ມຊັງ Microsoft ເຂົ້າຊັກໃຊ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫຍັງດອກ ຜູ້ສ້າງເອກະສານພາສາລາວສ້າງດ້ວຍ MS Office 2010 ດ້ວຍ Font Alice_5 ເປັນເອກະສານຫລາຍຊຸດ

ແຕ່ຜູ້ເປີດພັດໃຊ້ Office 2007 ເປີດພັດ Font ແຕກເປັນພາສາ UFO ທັງທີລົງ Font Alice_5 ແລ້ວຕ້ອງຍາກມາແປງເທື່ອລະໂຕ.

ຢາກຖາມວ່າເຮັດແນວນີ້ຍຸດຕິທຳສໍາລັບຜູ້ໃຊ້ບໍ ທີ່ Lock ຢາກໃຫ້ຜູ້ໃຊ້ທີ່ໃຊ້ 2007 ມາຊື້ 2010 ໃໝ່

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ ເປີດສົດໃຫ້ອີກຕ່າງຫາກ ອິອິ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ມາຈອບເບິ່ງນຳ ເປີດສົດໃຫ້ອີກຕ່າງຫາກ ອິອິ

ແມ່ນຫຍັງ? ?

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອັນນີ້ບໍ່ແມ່ນຄວາມຜິດຂອງບໍລິສັດ MS ໂດຍກົງ, ແຕ່ເປັນຂອງຜູ້ພັດທະນາ Font ກັບ Add-in ທິ່ບໍ່ສາມາດເຮັດໃຫ້ເວີຊັນໃຫມ່ກັບເກົ່າມັນສອດຄ່ອງກັນໄດ້ ເພາະພາສາອັງກິດຈະບໍ່ປະສົບກັບບັນຫາດຽວກັນ, ແລະທີ່ແນ່ໆ ເປັນຄວາມຜິດຂອງເຮົາເອງທີ່ໃຊ້ບໍ່ເປັນເອກະພາບກັນ.

ຖ້າເຈົ້າເຮັດວຽກໃນເຄື່ອງຂອງເຈົ້າແລ້ວຈະເອົາໄປປຣິ້ນໃນເຄື່ອງອື່ນ ຂ້ອຍຂໍແນະນໍາໃຫ້ບັນທຶກເປັນ pdf ແລ້ວຈີ່ງເອົາໄປ ຈິ່ງຈະເຮັດໃຫ້ຕົວຫນັງສືບໍ່ແຕກ ແລະງ່າຍກວ່າເອົາໄຟຣ docx ໄປປຣີ້ນໂດຍກົງ.

So much I need to say been lonely since the day
the day you went away......

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TUT ຂຽນວ່າ...

ຂ້ອຍໝາຍເຖິງ software ທີ່ເຮົາຊື້ລາຄາ 200-500$ ມັນຄວນຈະເຮັດຫຍັງໃຫ້ສະດວກກ່ອນນີ້ເຊັ່ນເຮັດຄຳສັ່ງ convert ບໍ
ແຕ່ກັນນີ້ File Version ຖັດກັນເປີດຍັງບໍ່ຄືກັນ .. ຂ້ອຍເອງກໍ່ເປັນນັກໂປຣແກຣມຄືກັນ ຂ້ອຍເຊື່ອວ່າ M$ ກະຫນ້າຈະຮູ້ດີ
ແຕ່ຂ້ອຍເຊື່ອວ່ານີ້ແມ່ນການຕັ້ງໃຈບັງຄັບໃຫ້ຄົນທີ່ຊື້ 2007 ແລ້ວໃຫ້ຊື້ 2010 ໃໝ່ມາໃຊ້ອີກ.
ເລື່ອງໃຊ້ບໍ່ເປັນເອກະພາບກັນກະລອງເປັນກໍລະນີຂອງທ່ານເບິ່ງແລ້ວຈະຮູ້ສຶກວ່າມັນເປັນແນວໃດເຊັ່ນ
ເຮົາສ້າງ file Office 2010 ໄປຈ້າງເຂົາ print ຮ້ານເຂົາໃຊ້ Office 2007 ຈັກ 200 ໃບ ບາດພິມອອກມາລະ ຂອບ 2.5 cm ກາຍເປັນ 3.0 cm ຕາຕະລາງກະແຕກອອກ ....... ຈະເກີດຫຍັງຂຶ້ນ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ຂ້ອຍເຫັນດີນຳ ສຸດຍອດແຫ່ງເຈົ້າກະທູ້ ຂະໜາດຢູ່ຫ້ອງການດຽວກັບ ສົ່ງ Emial ຫາກັນ ຍັງພິມບໍ່ໄດ້ຍ້ອນ 20047 ກັບ 2010 ນີ້ລະ ໜ້າລຳຄານຫລາຍ ໆໆໆໆໆໆໆໆໆ ຕ້ອງຈ້າງຄ່າ ລົງ Office 2010 ໝົດທຸກໜ່ວຍ.

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ TUT ຂຽນວ່າ...
ອັນນີ້ບໍ່ແມ່ນຄວາມຜິດຂອງບໍລິສັດ MS ໂດຍກົງ, ແຕ່ເປັນຂອງຜູ້ພັດທະນາ Font ກັບ Add-in ທິ່ບໍ່ສາມາດເຮັດໃຫ້ເວີຊັນໃຫມ່ກັບເກົ່າມັນສອດຄ່ອງກັນໄດ້ ເພາະພາສາອັງກິດຈະບໍ່ປະສົບກັບບັນຫາດຽວກັນ, ແລະທີ່ແນ່ໆ ເປັນຄວາມຜິດຂອງເຮົາເອງທີ່ໃຊ້ບໍ່ເປັນເອກະພາບກັນ.

ຖ້າເຈົ້າເຮັດວຽກໃນເຄື່ອງຂອງເຈົ້າແລ້ວຈະເອົາໄປປຣິ້ນໃນເຄື່ອງອື່ນ ຂ້ອຍຂໍແນະນໍາໃຫ້ບັນທຶກເປັນ pdf ແລ້ວຈີ່ງເອົາໄປ ຈິ່ງຈະເຮັດໃຫ້ຕົວຫນັງສືບໍ່ແຕກ ແລະງ່າຍກວ່າເອົາໄຟຣ docx ໄປປຣີ້ນໂດຍກົງ.

ຂ້ອຍໝາຍເຖິງ software ທີ່ເຮົາຊື້ລາຄາ 200-500$ ມັນຄວນຈະເຮັດຫຍັງໃຫ້ສະດວກກ່ອນນີ້ເຊັ່ນເຮັດຄຳສັ່ງ convert ບໍ
ແຕ່ກັນນີ້ File Version ຖັດກັນເປີດຍັງບໍ່ຄືກັນ .. ຂ້ອຍເອງກໍ່ເປັນນັກໂປຣແກຣມຄືກັນ ຂ້ອຍເຊື່ອວ່າ M$ ກະຫນ້າຈະຮູ້ດີ
ແຕ່ຂ້ອຍເຊື່ອວ່ານີ້ແມ່ນການຕັ້ງໃຈບັງຄັບໃຫ້ຄົນທີ່ຊື້ 2007 ແລ້ວໃຫ້ຊື້ 2010 ໃໝ່ມາໃຊ້ອີກ.
ເລື່ອງໃຊ້ບໍ່ເປັນເອກະພາບກັນກະລອງເປັນກໍລະນີຂອງທ່ານເບິ່ງແລ້ວຈະຮູ້ສຶກວ່າມັນເປັນແນວໃດເຊັ່ນ
ເຮົາສ້າງ file Office 2010 ໄປຈ້າງເຂົາ print ຮ້ານເຂົາໃຊ້ Office 2007 ຈັກ 200 ໃບ ບາດພິມອອກມາລະ ຂອບ 2.5 cm ກາຍເປັນ 3.0 cm ຕາຕະລາງກະແຕກອອກ ....... ຈະເກີດຫຍັງຂຶ້ນ

ຮາໆ ກໍຍ້ອນວ່າເຄີຍເປັນມາຄືກັນ ຂພຈ ກໍໃຊ້ Office 2010 ແລ້ວໄປໃຫ້ຮ້ານປຣີ້ນທີ່ໃຊ້ແຕ່ເວີຊັນ 2003 ກັບ 2007 ແລ້ວຕົວຫນັງສືແຕກ, ຂະຫນາດຂອງເຈ້ຍກໍປ່ຽນ, ແຕ່ກໍພໍແກ້ໄຂໄດ້.

ຖ້າຢາກຕໍາຫນິຕິຊົມ ຄລິກເຂົ້ານີ້ ມາລົງຢູ່ພັນລາວເຂົາບໍ່ໄດ້ຍິນເຮົາດອກ ແຮ່ໆ

So much I need to say been lonely since the day
the day you went away......

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຢ່າຊັງມັນເທາະ... ຈັກນ່ອຍບໍ່ມີວີນໂດໄຊ້

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ບໍ່ເຫັນເປັນບັນຫາມາກ່ອນ ຄອມ 4 ໜ່ວຍທີ່ໃຊ້ ມີ 2007,2010 ແລະ 2013 ກໍໃຊ້ຮ່ວມກັນໄດ້ປົກຕິດີ...ແຕ່ວ່າໄດ້ສັ່
ງເຊບເປັນນາມສະກຸນໃດລະ ແນ່ນອນວ່າ MS Office 12(2003),13(2007),14(2010),15(2013) ຕ່າງກໍມີໄຟລ໌ລວມທີ່ໃຊ້ຮ່ວມກັນໄດ້ ແຕ່ຫາັ Save as ແບບ Auto ແນ່ນອນວ່າມັນຈະບັນທຶກເປັນໄຟລ໌ຂອງເວີເຊິນນັ້ນໆ ເຊິ່ງເວີເຊິນຕໍ່າກ່ວາ(ອາດ)ຈະບໍ່ອ່ານ

໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ທຸກປັນຫາມີໄວ້ແກ້ ບໍລິສັດຂ້ອຍເຂົາຂຽນໂປແກຣມ conver font ຂືນມາໃຊ້ຢູ່ໃນບໍລິສັດ ກະດຽວວ່າເຈົ້າເປັນນັກໂປແກມຄືກັນ ຄືບໍຂຽນຂືນມາໃຊ້ເອງ.

www.satoshi250.com
freemoney on faucetbox

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus007 ຂຽນວ່າ...
ທຸກປັນຫາມີໄວ້ແກ້ ບໍລິສັດຂ້ອຍເຂົາຂຽນໂປແກຣມ conver font ຂືນມາໃຊ້ຢູ່ໃນບໍລິສັດ ກະດຽວວ່າເຈົ້າເປັນນັກໂປແກມຄືກັນ ຄືບໍຂຽນຂືນມາໃຊ້ເອງ.

ກະບໍ່ເກັ່ງປານນັ້ນດອກ ຈານ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້ອຍກະວ່າຫັ້ນລະ ໄຟລຂອງ ຊອ໋ບແວ ບໍລິສັດດຽວກັນແທ້ໆຍັງບໍ່ເຂົ້າກັນ ຂູດຮີດຜູ້ບໍລິໂພກທາງອ້ອມ ຂ້ອຍເລີຍປ່ຽນມາໃຊ້ IOS ແຫ່ງຫນັກກວ່າເກົ່າເຂົ້າກັບ
ໄຟຂອງບໍລິສັດອື່ນບໍ່ໄດ້ເລີຍ....ມັນກະຊິມີຢູ່ບໍ ໂອເອສ ຄອບຈັກກະວານ ແບບວ່າເຂົ້າກັບທຸກ ໂອເອສນະ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຂ້ອຍກະວ່າຫັ້ນລະ ໄຟລຂອງ ຊອ໋ບແວ ບໍລິສັດດຽວກັນແທ້ໆຍັງບໍ່ເຂົ້າກັນ ຂູດຮີດຜູ້ບໍລິໂພກທາງອ້ອມ ຂ້ອຍເລີຍປ່ຽນມາໃຊ້ IOS ແຫ່ງຫນັກກວ່າເກົ່າເຂົ້າກັບ
ໄຟຂອງບໍລິສັດອື່ນບໍ່ໄດ້ເລີຍ....ມັນກະຊິມີຢູ່ບໍ ໂອເອສ ຄອບຈັກກະວານ ແບບວ່າເຂົ້າກັບທຸກ ໂອເອສນະ

pdf ເລີຍ...ຈານ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
pdf ໃຊ້ໄດ້ແຕ່ສະເພາະ ບາງເອກກະສານ, ບໍ່ແມ່ນທາງອອກທີດີປານໃດ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫັຍງຄີໍຊັງມັນມັນບໍ່ໄດ້ເຮັດຫັຍງໃຫ້ໃຜນາ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຫັນຊິມີບັນຫາຫຍັງ