ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກຳລັງຊອກຫາ Notebook ຢູ່ບໍ່ຮູ້ວ່າຈະເອົາຍີ່ຫໍ້ຫຍັງດີ ເພາະບໍ່ຄ່ອຍຊີຮູ້ເລຶ່ອງຄອມແດ່


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສ່ວນຕົວແລ້ວມັກ Compaq\\HP Asus ກັບ Dell ເພາະວ່າມັກຫຼິ້ນເນັດສ່ວນໃຫຍ່ ທີ2 ເກມ ທີ3 ເບິ່ງຫນັງ ທີ4 ພິມບົດ
ສຳລັບ Acer Lenovo Samsung ແມ່ນປານກາງ ເຄີຍໃຊ້ຂອງຫມູ່ ມັກມີບັນຫາ ແຕ່ບໍ່ຮູ້ຄົນອື່ນເປັນຄືກັນບໍ່
Fujitsu ເຄີຍໃຊ້ແຕ່ລຸ້ນເກົ່າ ບໍ່ຮູ້ລຸ້ນໃຫມ່ເປັນຈັ່ງໃດ
ແຕ່ມັນກໍຂຶ້ນກັບວ່າຈະໃຊ້ເຮັດຫຍັງ ແລ້ວຈຶ່ງເລືອກລຸ້ນທີ່ມັນຮັບໄດ້


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
post ຫລັງໄມເດີແນະນຳໄດ້ຕົງປະເດັນ ຂ້ອຍຂາຍມາ 3-4 ປີ


໑ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ແນະນຳ Sony Vaio ເດີ້ ເພາະວ່າ ຈໍງາມດີ.

ສຳລັບສະເປັກບໍ່ຕ້ອງກັງວົນຫຼາຍ ເພາະດຽວນີ້ມີແຕ່ໂຕດີໆແລ້ວ. ບໍ່ຕ້ອງຄິດຈະເອົາ ໂນດບຸກ ໄປຫຼິ້ນເກມດັງໆ-ໃໝ່ໆ ເດີ້ ເພາະມັນກິນສະເປັກຫຼາຍ ເຖິງໂນດບຸກຈະຫຼິ້ນໄດ້ ແຕ່ມັນກໍຮ້ອນສຸດໆເລີຍລະ.


໒ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ TAMcTx ຂຽນວ່າ...
ແນະນຳ Sony Vaio ເດີ້ ເພາະວ່າ ຈໍງາມດີ.

ສຳລັບສະເປັກບໍ່ຕ້ອງກັງວົນຫຼາຍ ເພາະດຽວນີ້ມີແຕ່ໂຕດີໆແລ້ວ. ບໍ່ຕ້ອງຄິດຈະເອົາ ໂນດບຸກ ໄປຫຼິ້ນເກມດັງໆ-ໃໝ່ໆ ເດີ້ ເພາະມັນກິນສະເປັກຫຼາຍ ເຖິງໂນດບຸກຈະຫຼິ້ນໄດ້ ແຕ່ມັນກໍຮ້ອນສຸດໆເລີຍລະ.


ຂອບໃຈສຳລັບຄຳແນະນຳດີໆເດີ


໒໘ ກະທູ້
໑໘໔ ໂພສ
ນັກການກະທູ້
ແນະນຳໄປເລືອກຫຼີ້ນເບິ່ງເອງ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ກະຕ້ອງເບີ່ງຈຸດປະສົງທີ່ເຈົ້າຢາກຊື້ຄອມມາເພື່ອເຮັດຫຍັງ.ຫຼີ້ນເກມ,ເບີງໜັງຟັງເພງ.ທ້ອງອີນເຕີເນັດ.ເຮັດວຽກຫ້ອງການ.ເຮັດວຽກດ້ານການອອກແບບອື່ນໆໆ.
ຊື້ອັນແພງຫຼາຍກະເປືອງເງີນ,ແພງເງີນໄວ້ເຮັດຢ່າງອື່ນ.ແຕ່ຄອມຂ້ອຍລຸ້ນແຕ່ກີ້ໆພຸນລາຄາກະຖືກແສນຖື.ສາມາເບີງໜັງຟັງເພງ.ພີມເອກກະສານຕ່າງ.ຫຼີ້ນອີນເຕີເນັດ ແລະ ກະຫຼີ້ນເກມຈຳນວນໜືງໄດ້ກະໂອເຄ.ກະບໍ່ເຫັນແຕກຕ່າງຫຍັງຫຼາຍກັບລາຄາເຂົາຊື້ເປັນສີ່ຫ້າໝື່ນບາດ.ຄາລາສູງເຂົາກະຊື້ມາ.ເບີງໜັງຟັງເພງ.ຫຼີ້ນເກມຫຼີ້ນອີນເຕີເນັດຄືກັນ.