ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສິລປິນອິສຣະ

ໜ້າທີ່ 1 ຈາກທັງໝົດ 9 ໜ້າ <<<123 ... 56789>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າຈະສ້າງຄໍລຳການຂີດຂຽນທີ່ບໍ່ຂື້ນກັບໃຜ, ເປັນໂຕຂອງໂຕເອງ, ຮັບຜິດຊອບເອງ..ໃນນີ້ຫມາຍຢາກບອກ ເຖິງການສ້າງຕັ້ງແບບອິສຣະແບບບໍ່ຂື້ນກັບອົງພັກການເມຶອງໃດໆແລະບໍ່ພົວພັນນຳການເມຶອງ
ຫວັງຢາກໃຫ້ເປັນກຸ່ມນັກຂຽນ, ນັກ ປະພັນທີ່ ມີຜົນງານທີ່ເປັນອິສຣະບໍ່ຕ້ອງຜ່ານການກວດກາເຊັນເຊີ້
ຈາກໃຜທັງນັ້ນ.ຄວາມຫມາຍຫນຶ່ງກະຄຶແບບ ``ອັນເດິກຣາວນ໊``.ແຕ່ໃນນີ້ກະຢາກໃຫ້ມີທັງການແປຫນັງສຶອຶ່ນໆ
ແບບບໍ່ເປັນທາງການ(ກ່ອນການໄດ້ຮັບອະນຸຍາດທາງລິຂສິດ)ແຕ່ບໍ່ແມ່ນການຍົວະຍົງໃຫ້ພາກັນລ່ວງລ້ຳລິຂສິດ
ແຕ່ຢ່າງໃດ.
ຈຸດຫມາຍປາຍທາງກະເພຶ່ອນຳເອົາບົດຂຽນ, ບົດວິຈັຍຕ່າງໆທີ່ມີປະໂຫຍດມາສູ່ກັນໃຫ້ໄດ້ຮູ້ເຖິງຄວາມຈິງບາງຢ່າງ
ທີ່ຣັຖບານຂອງຫຼາຍປະເທດກັກກັ້ນ
ເພຶ່ອບໍ່ໃຫ້ປະຊາຊົນຄົນທົ່ວໄປໄດ້ຮູ້ເຫັນນຳ.ຕະຫຼອດໄປເຖິງວິວັທນາການໃຫທ່ໆທີ່ອອກມາ.
ເວົ້າແທ້ແລ້ວແມ່ນຢາກໃຫ້ກວມໄປຫມົດທຸກພຶດຕິການຕ່າງໆໃນຊີວີດປະຈຳວັນ:ສິລປະ ວັນນະຄະດີ,
ວິທຍາສາດ, ສັງຄົມ.
ໃນພັນລາວນີ້ ຈະມີຫຍັງຂັດຂ້ອງບໍ?
ແລ້ວເຈົ້າເຫັນວ່າຈະເປັນຄໍລຳທີ່ມີປະໂຫຍດບໍ໋?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົງເປັນໄປໄດ້ຍາກນໍ!
ແຕ່ກະຫວັງຈະສ້າງແນວຄິດຈັ່ງຊີ້ໃຫ້ແຜ່ຂະຍາຍ.
ເພາະຄວາມເປັນເອກຣາດທາງຄິດແລະການສະແດງອອກທີ່ອີກບໍ່ດົນຢູ່ບ້ານເຮົາກໍ
ຈະມີກົດຫມາຍທາງການຂີດຂຽນທີ່ເພິ່ນຈະຮ່າງອອກມາໃນຣັຖທັມມະນູນຂອງລາວ
ເພຶ່ອໃຫ້ນັກຂຽນທັງນັກຫນັງສືພິມໄດ້ມີສິດຂີດຂຽນຕາມທີ່ໂຕເອງເຫັນ, ຫຼຶມີສິດ
ອອກຄວາມຄິດຄວາມເຫັນຕາມອຸດົມການ ດັ່ງໃນໂລກອຶ່ນ.
ເສັຍດາຍທີ່ບໍ່ມີສຽງປາກເວົ້າໃດໆຈາກເວບບອດນີ້ຈັກຄຳ!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຫັນດີ..
ມີຫຼາຍຢ່າງທີ່ຢາກເວົ້າແບບອິສຣະ..
ແຕ່ຄາດວ່າເວົ້າໄປອາດຈະຕິດໂທດການເມືອງ..
ເພາະເລື່ອງແທ້ໃນດ້ານມືດ..ເພິ່ນບໍ່ຢາກຮັບຮູ້..


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າຈະບໍ່ໄດ້ດອກ ເພາະວ່າເຮົາຍັງບໍ່ທັນເປັນປະເທດເສລີເຕັມຕົວເທື່ອ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າໃນວາຣະຕໍ່ໄປປະເທດເຮົາຈະຮ່າງກົດຫມາຍຣັຖທັມະນູນອອກມາໃຫມ່ກ່ຽວກັບສິດທີ່ໃນການປາກເວົ້າຂີດ
ຂຽນອອກມາເປັນຕົນໂຕແລ້ວແນ່ນອນວ່າຍາມນັ້ນເຮົາກະຈະອອກຈາກເງົວມຶດໄດ້, ເພາະວ່າຈັ່ງໃດມັນກໍບໍ່ສາມາດຢັບຢັ້ງການຫມຸນປ່ຽນທາງສັງຄົມໄວ້ໄດ້ເທົ່າຊົ່ວອະສົງໄຂດອກ.
ເຄີຍໄດ້ຂຽນໄວ້ໃນກະທູ້ຫນຶ່ງຂອງໃຜວ່າ:``ແມ່ນວ່າຈະເອົາລົງໄປໃນພື້ນນ້ຳເລິກພຽງໃດຄວັນໄຟ
ນັ້ນກະຍ່ອມຂື້ນມາເທຶງຫນ້ານ້ຳສະເມິ!.``
ອັນນີ້ຢຶມຄຳເວົ້າຂອງຜະເດັດການ ສະຕາລິນມາເວົ້າ.
ແນວຄິດນີ້ຂ້ອຍວ່າອາຈເປັນຈິງຂື້ນມາໄດ້ບໍ່ທໍ່ແຕ່ເພາະຄວາມກ້າເວົ້າກ້າຈາແຕ່ຢ່າງໃດເປັນຕົ້ນເຫດແຕ່ເພາະການນຳ
ເອົາຄວາມຈິງຕ່າງໆທີ່ມີເຫດແລະຜົນມາເວົ້າສູ່ກັນຟັງ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຈະແກ້ລັດຖະທຳມະນູນ..
ຂ້ອຍຂໍໃຫ້ເພີ່ມໂທດການຄໍຣັປຊັ່ນຂຶ້ນເອົາຈົນໝົດເນື້ອໝົດຕົວ..
ແລະເປັນທີ່ປະຈານຂອງສັງຄົມ..
ແຕ່ທຳໃຈເທາະ..
ປະຊາທິປະໄຕ ມີແຕ່ຢູ່ໃນຊື່ຂອງປະເທດເທົ່ານັ້ນແຫຼະ..


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຄິດວ່າຈະບໍ່ໄດ້ດອກ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫຼາຍສິ່ງຫຼາຍຢ່າງທີ່ຄົນທັງຫຼາຍທົ່ວໄປເຫັນວ່າ ຈະເປັນໄປບໍ່ໄດ້ ແຕ່
ຫຼາຍສິ່ງຫຼາຍຢ່າງກະເກິດຂື້ນມາທ່າມກາງການຟ້ອງຮ້ອງຕໍ່ວ່າ ຫຼຶ ປະນາມ ທັງຖຶກນາບຂູ່, ເບິ່ງໂຕຢ່າງ ໃນເຂດປະເທດ ອະດີດສັງຄົມນິຍົມຄາວນັ້ນເດ ກະຍັງ ຖຶກທຳລາຍມ້າງລົງຢ່າງຫນ້າຊົມເຊີຍແລະສັລເສີນ.
ຝາກັ້ນ ຢູ່ ເບິລິນ ກະຍັງຖຶກທັບມ້າງຖີ້ມໄດ້!!
ບໍ່ມີສິ່ງໃດດອກຈະຢູ່ຄ້ຳຟ້າ.
ແຕ່ກ່ອນຢູ່ບ້ານເຮົາຮອດບໍ່ມີສຽງຄັດຄ້ານໃດໆຕົກມາດຽວນີ້ ສຽງໂຈມຕີຄັດຄ້ານກະເຣີ້ມມີຂື້ນທັງຍັງມີການຈັບກຸມພວກສໍ້ຣາຊບັງຫຼວງມາແລ້ວຫຼາຍກໍຣະນີ.
ເຊຶ່ອແນ່ວ່າ ວັນຫນຶ່ງ ເຮົາກໍຄົງຈະມີ ອິສຣະຢ່າງເຕັມປ່ຽມດັ່ງຊາດອຶ່ນເຂົາແນ່ນອນ.
ມີຄະຕິ ອັນຫນຶ່ງທີ່ວ່າໄວ້
:ບໍ່ມີສິ່ງໃດຈະຍາກເກິນໄປກວ່າຄວາມປາຖນາ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບຄຳຂ້ອງໃຈຂອງ Bell,
ໃນການຈັບກຸມຫຼຶປາບປາມພວກສໍ່ຣາຊບັງຫຼວງນັ້ນທີ່ຈິງສ່ວນໃຫຍ່ ແມ່ນ
ເປັນການຈັບກຸມຫຼຶປາບປາມແບບເປັນໂຕຢ່າງສຶ່ໆສ່ວນ ໂຕສຳຄັນນັ້ນແມ່ນຄົນທີ່ຢູ່ໃກ້ ຮາງຫມູນັ້ນຕິມີສ່ອງທາງສໍ້ໂກງແລະການຈັບກຸມໂຕຢ່າງກະຈັບກັນພຽງປາໂຕນ້ອຍໆ
ສ່ວນໂຕໃຫຍ່ໆຫັ້ນມັນລອດປ່ອງຕາມອງໄປັຫມົດ.
ມາຄຶດຄັກໆເບິ່ງດູວ່າ ແມ່ນໃຜຈະໄປທຳລາຍຜົນປະໂຫຍດໂຕເອງ??
ຫຼຶຍາດມິດ ວົງສາຄະນາຍາດໂຕເອງ!
ທຸກຍຸກໃດສະໄຫມໃດ ມັນກໍເປັນຈັ່ງຊັ້ນ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມຶ່ອສະໄຫມທີ່ບັນດາປະເທດໃນອະດີດທີ່ຕົກຢູ່ໃນຣະບອບສັງຄົມນິຍົມນັ້ນ ໂຕຢ່າງງ່າຍໆ
ແລະທີ່ໄດ້ເຫັນມາກະຄຶ ພວກນັກຫນັງສຶພິມໃຕ້ດິນ-ອິສຣະ ໂດຍບໍ່ຂື້ນກັບໃຜ ແລະກະບໍ່ມີໃຜມາ
ກວດກາເນື້ອຫາສາຣະໃນບົດຂຽນຕ່າງໆ.
ຊາວໂປແລນ ເຂົາເຈົ້າໄດ້ເປິດກິຈການອັນນີ້ ຢູ່ ປາຣີ-ປະເທດ ຝຣັ່ງເສດ ໃຫ້ຊື່ວ່າ :``ວັທນະທັມເມຶອງ ປາຣີ``ໄດ້ມີການພິມອອກເປັນວາຣະສານຣາຍເດຶອນ, ເປັນບູເລິແຕງ ຕ່າງໆ ໃນຫຼາຍໆໂອກາດ,ປື້ມຂອງນັກຂຽນທີ່ທາງການບໍ່ອະນຸຍາດໃຫ້ຕີພິມອອກເປັນຫົວສູ່ທ້ອງຕະຫຼາດຫນັງສື.ເພາະຍາມໃດຫາກນັກຂຽນຄົນໃດທີ່ມີຫົວຄິດປັນຍາທີ່ແຕກຕ່າງໄປຈາກແນວທາງຂອງຣັຖບານ
ແລ້ວກະກັບກາຍເປັນປໍຣະປັກຕໍ່ອົງການປົກຄອງ.ແມ້ແຕ່ນັກຮຽນນັກສຶກສາ ກະຍັງໄດ້ເຊັນຮັບວ່າຈະບໍ່ມີອະຄະຕິຕໍ່ຣັຖບານ.ດັ່ງນັ້ນພວກນັກຮຽນທີ່ມີຫົວຄິດກ້າວຫນ້າກະມີການຈັດຕັ້ງທີ່ມີອິສຣະຄຶກັນທີ່ມີອຸດົມການແຕກຕ່າງໄປຈາກອົງການຈັດຕັ້ງຂອງນັກສຶກສາ ທີ່ມີແນວໂນ້ມໄປທາງສັງຄົມນິຍົມທີ່ຣັຖບານເປັນຜູ່ຫນຸນຫຼັງ;ພຶດຕິການຂອງຊາວພັດຖິ່ນທັງຫມົດກໍເພຶ່ອຊຸກຍູ້ແລະເຜິຍແຜ່ຂາວຄາວຕ່າງໆທີ່ທາງຣັຖບານ
ຂອງປະເທດບໍ່ປະສົງຈະແຈ້ງຂ່າວໃຫ້ປະຊາຊົນຂອງຕົນໄດ້ຮັບຮູ້.
ດັ່ງນີ້ ພາຣະກິດອັນນີ້ຈຶ່ງເປັນຫນ້າທີ່ຂອງຊາວໂປແລນພັດຖິ່ນເປັນຜູ່ດຳເນິນວຽກງານສ່ວນນີ້.
ປາຣີຈຶ່ງກາຍເປັນສຸນໂຮມປັນຍາຊົນຊາວໂປແລນແລະຈາກຊາດອຶ່ນຈາກຖັນແຖວຂອງກຸ່ມປະເທດ ສັງຄົມນິຍົມ
ວຽກງານອັນນີ້ໄດ້*********ນສຸດລົງພາຍຫຼັງທີ່ຣະບອບການປົກຄອງແບບສັງຄົມນິຍົມ-ຄອມມູນິສໄດ້ຖຶກລຶບລ້າງ
ປ່ຽນແປງໄປ.
ຢູ່ພາຍໃຕ້ການປົກຄອງຂອງຣະບອບ ສັງຄົມນິຍົມ-ໃນໂປແລນ; ອິຫຍັງກະຫາຍາກຕ້ອງມີແຂ່ງມີຂາ
ຈຶ່ງພໍຊື້ຫາແນວຢູ່ຂອງກິນໄດ້.ຫມາກໄມ້ ດັ່ງ ຫມາກນາວ,ຫມາກກ້ຽງກະມີມາຂາຍພຽງຍາມໃກ້ຮອດບຸນຕ່າງໆ-ເພາະທາງຣັຖບານຢ້ານເກິດມີຄວາມປັ່ນປ່ວນກະເອົາມາພໍໃຫ້ເປັນຢາ!!ແລະເປັນແກ້ຂ່າວທີ່ຖຶກໂຈມຕີຈາກພາຍ
ນອກ.ຊີ້ນໄຂປູປາທັງນ້ຳຕານ,ເຂົ້າ ກະຕ້ອງໄດ້ມີບົງໄປຊື້ຈຶ່ງໄດ້. ເຫຼົ້າຢາປາແປ້ງຮວມໄປຫມົດ, ອິ່ຕົນພວກຄົນຜູ່ມັກສູບຢາ ກະໄດ້ຜູ່ລະສອງສາມຊອງຕໍ່ເດຶອນ.ຍາມໃດທີ່ເຫັນຜູ່ເຖົ້າຜູ່ແກ່ທີ່ເກັບເອົາກົ້ນຢາກິດທີ່ຜູ່ອຶນສູບບໍ່ຫມົດແລ້ວຖີ້ມໄປ ມາສູບຕໍ່ນີ້ຕິອົດສັງເວດນຳບໍ່ໄດ້.
ເວົ້າມາແລ້ວຮ້າຍສ່ຳຄາວສົງຄາມໂລກຫັ້ນ.
ແຕ່ວ່າບັນດາເຈົ້ານາຍ,ສະມາຊິກຂອງພັກແລະຣັຖຫັ້ນມີຫ້າງຮ້ານພິເສດ...
ທັງຫມົດມັນກະກາຍເປັນຄວາມຫຼັງໄປແລ້ວ.ດຽວນີ້ອິ່ຫຍັງກະມີເຕັມໄປຫມົດ ຂໍຢ່າງດຽວ ຄຶ ຂໍໃຫ້ມີເງິນໃນຖົງເທົ່ານັ້ນ.
ມາສະຫຼູບໄດ້ວ່າ ``ຄົນກັບຄົນ ກາຍເປັນ ຫມາຈອກ ຕໍ່ກັນ`` ດັ່ງຄຳເວົ້າ ຂອງ ມາກ ກິອາແວນ
ບາງຍາມ ຂອງ ປະຫວັດສາດຂອງຊາດ.


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍຸກສະໄໝປ່ຽນໄປມັນກະຕ້ອງມີການປ່ຽນແປງແດ່
ເພື່ອຄວາມຈະເລີນຂອງບ້ານເມືອງ
ເຊິ່ງແມ່ນການຮຽນຮູ້ສິ່ງໃໝ່ ເພື່ອໝູນໃຊ້ຢ່າງເປັນປະໂຫຍດ

strawberry

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ ທຸກຄົນ,
ວັນທີ:໐໑.໐໙.໐໙ ເປັນວັນຄົບຮອບ ມື້ທຳອິດທີ່ ກອງທັບເຢິຣະມັນໄດ້ເຣີ້ມສົງຄາມໂລກຄັ້ງທີສອງ
ດ້ວຍການບຸກໂຈມຕີ ປະເທດ ໂປແລນ. ເນຶ່ອງໃນໂອກາດນີ້ຣັຖບານຂອງໂປແລນໄດ້ເຊື້ອເຊີນແຂກຕ່າງປະເທດໂດຍສະເພາະຜູ່ນຳມາຮ່ວມຢ່າງຫຼວງຫຼາຍ.ທີ່ຫຼີກລ້ຽງບໍ່ໄດ້ກະຄືຜູ່ນຳຂອງເຢິຣະມັນ ຍານາງ ແມກແກລ ແລະສະຫາພັນຣັດເຊັຍທ່ານ ນາຍຍົກ ປູຕິນ.
ເປັນຫຍັງສອງຄົນນີ້ຈຶ່ງເປັນບຸກຄົນສຳຄັນທີ່ຕ້ອງມາຮ່ວມນຳ?
ກະເພາະວ່າໃນອະດີດ ວັນທີ່ ຫນຶ່ງ, ເຈັດສີບປີຜ່ານມາ ກອງທັບເຢິຣະມັນໄດ້ເປິດການໂຈມຕີຄັ້ງໃຫຍ່ເມຶ່ອ ປີ ໑໙໓໙ ນັ້ນ - ເປັນໂຕຕັ້ງໂຕຕີ ແລະເປັນຜູ່ກໍ່ສົງຄາມ.
ຈຸດເຣື້ມຕົ້ນກະແມ່ນການຍິງປຶນໃຫຍ່ຈາກເຮຶອຣົບໃສ່ປ້ອມຍາມ Wester Platte
ທີ່ຕັ້ງຢູ່ແຄມຝັ່ງທະເລ ບານຕິກ ແລະ ການ ຖີ້ມຣະເບິດລົງໃສ່ ເມຶອງ Wielun ທີ່ຕັ້ງຢູ່ໃຈກາງຂອງປະເທດ ໃນຕອນສີ່ໂມງກາງຄຶນ.
ພາຍຫຼັງ ການໂຈມຕີນັ້ນແລ້ວ ຝ່າຍ ກອງທັບຂອງ ສະຫາພາບໂຊວຽດກະເຣື້ມໂຈມຕີໂປແລນໃນວັນ ທີ ສີບເຈັດ ເດຶອນດຽວກັນ.
ດ້ວຍເຫັດນີ້ຈຶ່ງວ່າການເຂົ້າຮ່ວມໃນການສະຫຼອງວັນຄົບຮອບອັນເສົ້າໆນີ້ ຊາວໂປແລນທັງຫຼາຍຫວັງວ່າຈະໄດ້ງິນຄຳຂໍໂທດຈາກ ຜູ່ນຳຂອງຣັດເຊັຍຕໍ່ເຫັດການທີ່ເກິດຂື້ນໃນປະຫວັດສາດ ແຕ່ ກະບໍ່ມີໃຜໄດ້ງິນໄດ້ຟັງຄຳຂໍໂທດນັ້ນຢູ່ ເທົ່າປານນີ້...
ແຕ່ທຸກຄົນກະຍັງໃຫ້ຄວາມຫວັງໃນຄວາມເປັນມິດອັນດີຕໍ່ກັນ ແບບເພຶ່ອນບ້ານທີ່ໃກ້ຄຽງກັນ.
ປະຫວັດສາດ ເປັນທັງສ້ຽນຫນາມ ແລະແຜທີ່ບໍ່ຮູ້ວັນຈະລຶບຫາຍຈາກຄວາມຊົງຈຳໄປຊົ່ວເຊັ່ນຄົນ.


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າຈະບໍ່ໄດ້ດອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍເທົາ..
ໃນປະຫວັດສາດທີ່ເຮົາຮ່ຳຮຽນມາ..
ໂຊວຽດຕັ້ງຮັບຕະຫຼອດ..
ບໍ່ເຄີຍໂຈມຕີໃຜ..
ເຮັດໃຫ້ເຮົາຮູ້ວ່າ..
ແມ້ແຕ່ປື້ມປະຫວັດສາດທີ່ຮ່ຳຮຽນມາ..
ຍັງເຊື່ອຖືບໍ່ໄດ້ເລີຍ..


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ່ານແລ້ວ xແທ້ນໍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າແທ້ ເບລ ອ້າຍເອງຢູ່ນີ້ ເປັນເວລາສາມສີບກວ່າປີ ກະຫາຊິມາໄດ້ຮູ້ ດຽວນີ້ ໃນ ວາຣະການສະເຫຼີມສະຫຼອງວັນຄົບຮອບເຈັດສີບປີ ແຫ່ງການຊະນະ ພວກນາຊີທີ່ປະເທດ ໂປແລນຈັດຂື້ນເມຶ່ອວັນທີ່ ຫນຶ່ງ ເດຶອນນີ້ ຜ່ານມາ.
ເຢິຣະມັນບຸກໂຈມຕີທາງຕາວັນຕົກໃນວັນທີ່ ຫນຶ່ງ,ສ່ວນພວກ ຣັດເຊັຍບຸກໂຈມຕີ ຈາກທາງຕາວັນອອກ ໃນວັນທີ ສີບເຈັດ ຂອງເດຶອນດຽວກັນ.ດ້ວຍເຫດນີ້ ຊາວໂປແລນຈຶ່ງເຈັບໃຈຕໍ່ຊາວຣັດເຊັຍແຕ່ໃດ໋ມາຢູ່ແລ້ວຍິ່ງຫນັກຕຶ່ມຂື້ນ.
ເພາະແຕ່ກ່ອນໂປແລນກະຕົກເປັນຫົວເມຶອງຂື້ນຂອງຣັດເຊັຍມານົມນານ ຍິ່ງມາຖຶກ ຣັດເຊັຍບຸກໂຈມຕີອີກ ປາງສົງຄາມກະຍິ່ງແສບເຂົ້າຊັກໄຊ້ ດ້ວຍເຫດຜົນນີ້ ຊາວໂປແລນ ໃນພາວະສັນຕິຈັ່ງຊີ້ ກະຢາກຟັງ ໄດ້ງິນຄຳຂໍໂທດຈາກ ຜູ່ນຳຣັດເຊັຍຈັກຄຳ ແຕ່ກະບໍ່ໄດ້ງິນຊ້ຳ ກະພາໃຫ້ແຜເກົ່າບໍ່ຮູ້ແຫ້ງເປັນ..


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໃນປະຫວັດສາດທີ່ເຮົາຮ່ຳຮຽນມາ..
ໂຊວຽດຕັ້ງຮັບຕະຫຼອດ..
ບໍ່ເຄີຍໂຈມຕີໃຜ..
ເຮັດໃຫ້ເຮົາຮູ້ວ່າ..
ແມ້ແຕ່ປື້ມປະຫວັດສາດທີ່ຮ່ຳຮຽນມາ..
ຍັງເຊື່ອຖືບໍ່ໄດ້ເລີຍ..


ຢາກຖາມທ່ານ bell ວ່າ :
ປະຫວັດສາດທີ່ຮຽນມາແມ່ນຫມາຍເຖິງປື້ມຫລືອາຈານສອນ ?
ບາງເທື່ອປື້ມຫົວດຽວກັນ ແຕ່ຄົນສອນຕ່າງກັນກໍອາດເຮັດໃຫ້ສິ່ງທີ່ຈະໄດ້ຮັບແຕກຕ່າງກັນໄປ
ເຂົ້າໃຈງ່າຍໆຄື ອາຈານຈະເກັ່ງແຕກຕ່າງກັນໄປ..


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຂ້ອຍເຫັນດີ..
ມີຫຼາຍຢ່າງທີ່ຢາກເວົ້າແບບອິສຣະ..
ແຕ່ຄາດວ່າເວົ້າໄປອາດຈະຕິດໂທດການເມືອງ..
ເພາະເລື່ອງແທ້ໃນດ້ານມືດ..ເພິ່ນບໍ່ຢາກຮັບຮູ້..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈທີ່ນັບມື້ນັບມີຫຼາຍຄົນມາຢ້ຽມຢາມຖາມຂ່າວ:

ຂຽນເມື່ອ ປະມານ ໑ ຊົ່ວໂມງ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໃນປະຫວັດສາດທີ່ເຮົາຮ່ຳຮຽນມາ..
ໂຊວຽດຕັ້ງຮັບຕະຫຼອດ..
ບໍ່ເຄີຍໂຈມຕີໃຜ..
ເຮັດໃຫ້ເຮົາຮູ້ວ່າ..
ແມ້ແຕ່ປື້ມປະຫວັດສາດທີ່ຮ່ຳຮຽນມາ..
ຍັງເຊື່ອຖືບໍ່ໄດ້ເລີຍ..


ຢາກຖາມທ່ານ bell ວ່າ :
ປະຫວັດສາດທີ່ຮຽນມາແມ່ນຫມາຍເຖິງປື້ມຫລືອາຈານສອນ ?
ບາງເທື່ອປື້ມຫົວດຽວກັນ ແຕ່ຄົນສອນຕ່າງກັນກໍອາດເຮັດໃຫ້ສິ່ງທີ່ຈະໄດ້ຮັບແຕກຕ່າງກັນໄປ
ເຂົ້າໃຈງ່າຍໆຄື ອາຈານຈະເກັ່ງແຕກຕ່າງກັນໄປ..(ແມ່ນຄຳຖາມຂອງຟິນິກ..)

ຫຼາຍໆ ຢ່າງໃນປະຫວັດສາດ ມັນຍັງຈົມຢູ່ໃນກອງເລຶອດແຫ້ງ ບໍ່ວ່າຢູ່ ໃນຢູໂຣບ..ໃນ ຕາວັນອອກກາງ.
.ທິເບດ..ພະມ້າ...ກົ້ນທະເລສາບ ຂອງຂະເມນ..ຫຼຶ ກິ່ນເລຶອດສາບໆ ທີ່ແຄມຮົ້ວແຄມປ່າແຖວທົ່ງໄຫຫິນບ້ານເຮົາ..ກະດາຍ.



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັງເອິນ ເຂົ້າໄປຊອກຫາເພງເກົ່າໆໃນຢູທູບ ພັດໄດ້ໄປເຫັນ ນັກຮ້ອງຍິງຊາວພະມ້າ ກະຫນ້າຟັງ.ແຕ່ບໍ່ຄ່ອຍມີເວລາຟັງໄປຫມົດ ຕ້ອງໄດ້ຕິດຫນີ້ນາງນັກຮ້ອງເອົາໄວ້.
ໃນແຖວດຽວກັນກະໄດ້ເຫັນຮູບພາບຕ່າງໆທີ່ພວກຕໍ່ຕ້ານຣັຖບານເຕັມໄປຫມົດ.
ຕ້ອງໄດ້ສູ້ເພຶ່ອຄວາມເປັນຊາດ ຢູ່ທຸກຫນແຫ່ງ..
ດົນປານໃດພວກອັບປີນີ້ຈະຫມົດໄປ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ Phoenix 10

ລອງໄປຫາໃນປື້ມປະຫວັດສາດໂລດ..
ບໍ່ມີບົດໃດທີ່ອ້າງເຖິງການທີ່ໂຊວຽດບຸກໂຈມຕີປະເທດນັ້ນນີ້..
ມີແຕ່ໂຊວຽດຕັ້ງຮັບເຍຍລະມັນ..
ແລ້ວເຮັດໃຫ້ເຍຍລະມັກເສຍທ່າ..
ແລ້ວພາກັນດີໃຈ..ບ້າບໍຄໍແຕກຂອງພວກລັດທິຄ-ມມູນິ-


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ ນ້ອງເບລ,
ແມ່ນແທ້ແມ້ແຕ່ໃນປະເທດ ໂປແລນເອງ ກ່ອນ ທີ່ຈະລົ້ມລ້າງຣະບົບສັງຄົມ..ລົງກະບໍ່ມີຄຶກັນ ຢ່າວ່າແຕ່ໃນປະຫວັດສາດໂລກເພາະ ອຳນາດຂອງສະຫາພາບໂຊ.. ມີເຫນຶອກວ່າ ແຕ່ບາດນີ້ ບົດບາດໄດ້ລົ້ມລະລາຍໄປ ..ແລ້ວຄວາມຈິງມັນກະເປິດເຜິຍອອກມາເອງ.
ກ່ອນເສີກໂລກຄັ້ງທີ່ແລ້ວຈະເກິດຂື້ນ ສະຫາພາບໂຊຫວຽດຍັງໄດ້ເຊັນສັນຍາບໍ່ລ່ວງລ້ຳອະທິປະໄຕກັນທີ່ມີຊື່ວ່າ:Pact Molotow-Rybbentropໃນສົນທິສັນຍານັ້ນກະມີການແບ່ງປັນເຂດຄູ້ມຄອງຂອງທັງສອງຝ່າຍເອົາໄວ້...
ມື້ວານນີ້ ໄດ້ເບິ່ງ ຫນັງສາຣະຄະດີ ກ່ຽວກັບການຜ່າຍແພ້ສົງຄາມຂອງພວກນາຊີ- ເນັ້ນຫນັກໃສ່ ຜູ່ນຳ ນາຊີ ຄຶ ຮີຕເລີ້ ຫັ້ນ.
ທີ່ຜ່າຍແພ້ກະຍອນ ຮີຕເລີ້ນັ້ນ ມີພະຍາດທີ່ປົວບໍ່ໄດ້ໃນສະໄຫມນັ້ນຊື່ ປາກກິງຊອນ.
ການເປິດເຜີຍເຄັດລັບນີ້ກະຍ້ອນການ ສຶກສາ ຂອງນາຍເພດຄົນຫນຶ່ງທີ່ພໍ່ແມ່ ອ້າຍນ້ອງຖຶກຂ້າຕາຍໄປໃນສະໄຫມສົງຄາມ ເລີຍຕັ້ງໃຈສະແຫວງຫາຄວາມຈິງ ເລົາໄດ້ສຶກສາ ຫນັງໂຄສະນາຂອງພວກນາຊີ ທຸກຮູບທຸກແບບ ຈົນວ່າສາມາດຫາແນວຢັ້ງຢຶນມາໃຫ້ໂລກຮູ້ວ່າ ທ່ານຮີຕເລີ້ຫັ້ນ ເປັນພະຍາດຊະນິດນີ້ ມານານ ແລະໄດ້ກິນຢາທີ່ມີຊື່ວ່າ BENZEDRYNE -ເວລານັ້ນ ເປັນຢາຣະງັບຄວາມເຈັບປວດ ແລະພະຍາດທີ່ຜູ່ກ່ຽວເປັນ ແຕ່ທີ່ແທ້ ນັ້ນຄຶຢາເສັບຕິດດຽວນີ້ ມີຊື່ວ່າ Amfetamine ແລະຢານີ້ກະໃຊ້ໃນຍາມທີ່ຮ່າງກາຍອ່ອນເພັຍ,ຫຼັບນອນບໍ່ພຽງພໍ(ດັ່ງປັດຈຸບັນທີ່ບັນດານັກເສບຕິດໃຊ້ຊູແຮງກ່ອນສອບເສງ!!).
ຍັງມີປະເດັນສົງສັຍອີກຢ່າງຫນຶ່ງວ່າ ຍ້ອນຢານີ້ ຮີດເລີ້ຈຶ່ງສາມາດເຮັດສົງຄາມໄດ້ຢ່າງວ່ອງໄວ ບຸກໂຈມຕີ ສະຫາພາບໂຊຫວຽດຢ່າງບໍ່ໄດ້ສຳນືກແຜນການໂຈມຕີຢ່າງຖ້ວນຖີ່ ເຫນຶອນວ່າຢາກແຂ່ງຂັນກັບຄວາມຕາຍ-ກັບພະຍາດທີ່ມີ ຫວັງວ່າຈະເອົາຊະນະໄດ້ຢ່າງວ່ອງໄວ ..ແຕ່ ຮີດເລີ້ບໍ່ໄດ້ຮ່ຳເພິງເຖິງຄວາມຫນາວທີ່ໂຊຫວຽດເຂົ້ານຳ ໃນແຜນບາກບັ້ນຣົບແລະໃນຄະນະດຽວກັນກະເປີດເສິກອີກແນວຫນ້າທີສອງໂດຍການສັ່ງບຸກ ອັງກິດ..ການພ່າຍແພ້ທີ່ ເລນິນກຣາດ ເປັນ ເຫນຶອນ ເກັມໂດມິໂນ..
ດ້ວຍເຫັດນີ້ຮີຕເລີ້ຈຶ່ງເສັຍໄຊ.
ທີ່ຮູ້ວ່າເປັນພະຍາດນີ້ ກະ ໃຫ້ສັງເກດເບິ່ງວ່າ ກ່ອນປີ ພັນເກົ້າຮ້ອຍສາມສີບສອງຮີ້ຕເລີ້ມັກໃຊ້ມືທັງສອງສະແດງອອກໃນດັ່ງກັບຄຳເວົ້າຍົກມືພືຜ້າ ແຕ່ຫຼັງໆມາ ມືຊ້າຍມັກຢ່ອນຢູ່ລ້າໆ ໃນຫນັງໂຄສະນາຕ່າງໆ ພວກເຊັນເຊີ້ມັກກວດຂັນຢ່າງປານີດ ..ແຕ່ກະບໍ່ຫມົດທຸກອັນ ມີ ຫນັງຕອນຫນຶ່ງທີ່ຮີດເລີ້ ໄປຢ້ຽມຢາມ ສະວິເດນ, ມືຊ້າຍກະຢ່ອນຢູ່ຈັ່ງຊັ້ນແຕ່ ບາດເບິ່ງໃກ້ໆແລ້ວ ມືນັ້ນສັ່ນແບບລັກສະນະ ຂອງຄົນທີ່ມີພະຍາດ ປາກກິງຊອນ(ທີ່ພວກເຊັນເຊີ້ ບໍ່ກວດພົບ) ດ້ວຍຄວາມບໍ່ແນບນຽນຈັ່ງຊີ້ພຽງ ເທຶ່ອດຽວໂລກກະມາໄດ້ຮູ້ວ່າ ຮີດເລີ້ຫັ້ນເປັນຄົນພິການແລະ ເປັນ ທາດຂອງຢາເສບຕິດ!!
ມາເວົ້າສູ່ກັນຟັງຕາມປະສາຊາວບ້ານ (ບ້ານນອກຂອກຂາເມ!!).


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ເອົາເພງສັນຕິພາບຢູ່ໃສເຂົ້າໃນກະທູ້ ລຳນຳບົດເພງ ຈາກອະດີດແລ້ວເດິ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກິດມີປົມດ້ອຍເມຶ່ອໄດ້ຮູ້ວ່າ ພາສາລາວເຮົາກຳລັງຕົກຢູ່ໃນພາວະ ລຳບາກ ທີ່ອາຈບໍ່ຢູ່ຄ້ຳຟ້າໄປໄດ້.
ເປັນຫຍັງຈຶ່ງວ່າຈັ່ງຊັ້ນ?
ໄດ້ຕິດຕາມອ່ານໄປແບບບັງເອີນໃນຫຼາຍໆແວບຫຼາຍກະທູ້ຫຼາຍທີ່ຜ່ານມາ ຈຶ່ງພາໃຫ້ວ່າຈັ່ງຊັ້ນ(ແມ່ນ ມິນິສະເກິດ ເກັບມາຝາກ).
ໃນຫນ້າຂອງນັກສຶກສາ ດ້ານພາສາສາດແຫ່ງມະຫາວິທຍາລັຍຂອນແກ່ນທ່ານຫນຶ່ງວ່າໄວ້ວ່າ ພາສາລາວເຮົາອາຈສຸນຫາຍໄປໃນອີກບໍ່ເຖິງຊາວປີຂ້າງຫນ້າ.ຍ້ອນວ່າ ຫຼັກການການຂີດຂຽນຂອງເຮົາບໍ່ມີກົດເກັນທີ່ບົ່ງບອກຊັດເຈັນ!!ແລ້ວແຕ່ຜູ່ໃດຈະຂຽນຢາກຂຽນຈັ່ງໃດກະຂຽນໂດຍບໍ່ຄຳນຶງເຖິງກົກເຄົ້າເຫງົ້າກໍຂອງພາສາ.ຂຽນໄປຕາມທີ່ຮູ້ຢ່າງເຜິນໆ.
ເວົ້າປານວ່າຢູ່ບ້ານເຮົາບັນດາ ທ່ານບັນດິດຕ່າງໆທາງອັກສອນສາດພາກັນເມົາເບັຍຢູ່ຕະຫຼອດ ບໍ່ຫົວຊານຳອານາຄົດຂອງພາສາຕົນ.
ອ່ານໄປແລ້ວກະພາໃຫ້ຢັ່ງຄິດຢ່າງຖ້ວນຖີ່ ອາຈແມ່ນຄວາມເຂົາເຈົ້າວ່າກະເປັນໄດ້.
ຄັນມັນແມ່ນຈັ່ງຊັ້ນອິ່ຫຼີ ມັນກະເວັນຫ້າຮ້ອຍສອງເທຶ່ອເປັນພັນແລ້ວນໍ.
ເພຶ່ອກັນສະພາບການເຊັ່ນນີ້ ທາງນັກອັກສອນສາດທີ່ສະຫຼາດຂອງເຮົາທັງຫຼາຍພາກັນເຮັດຫຍັງຢູ່?
ຫຼຶພາກັນຖ້າກິນເບັ້ຍບຳນານແລ້ວກະພາກັນລໍຖ້າຄວາມຕາຍພ້ອມກັນກັບພາສາແມ່ຕົນຊັ້ນບໍ?
ຫຼຶວ່າມີແຕ່ຊິພາກັນເກັບກຳເອົາຫນັງສຶເກົ່າແກ່ມາວິຈັຍປຽບທຽບໃສ່ສະພາບການປັດຈຸບັນ ດັ່ງ``ບັນດິດ`ທ່ານຜູ່ທີ່ນຳເອົາສານລຶພສູນມາປຽບທຽບໃສ່ ເຫດການປັດຈຸບັນ ໃນໄລຍະ ສາມສີບກວ່າປີຜ່ານມາ.
ບໍ່ອາຍຜູ່ອຶ່ນກະສົມຄວນອາຍໃຈໂຕເອງແນ່.
ທັງຍັງບໍ່ເຄົາຣົບຜູ່ທີ່ຂຽນສານສະບັບນັ້ນນຳອີກ.
ສະພາສູງສຸດແຫ່ງຊາດເດ ກະຍັງຊິອອກດຳຣັດໃຫ້ໃຊ້ການຂີດຂຽນຕາມສຽງຕໍ່ໄປອີກບໍ?
ໂອຍອີກດົນປານໃດໄທເຮົາຈຶ່ງຈະຕຶ່ນຈາກຄວາມຝັນຮ້າຍນີ້ຢູ່?
ບາບກຳອັນໃດທີ່ຄົນລາວທຳມະດາສາມັນໄດ້ສ້າງໄວ້ແຕ່ປາງຫຼັງຈຶ່ງນຳມາຕອບສະຫນອງໃນຍາມນີ້?
ເວັນກຳແທ້ໆໆນໍຄົນລາວ!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະໜາດພາສາລາວນັ້ນແທບຈະງ່າຍໃນການນຳໃຊ້ປານນີ້..
ຍັງຈະພ້ຽນໄດ້ອີກ..
ຫຼືວ່າເປັນຄວາມຈົງໃຈຂອງໃຜບໍ່ຮູ້..
ທີ່ຕ້ອງການປ່ຽນໃຫ້ເຮົາໃຊ້ພາສາເພື່ອນບ້ານທາງທິດເໜືອ ຫຼື ຕາເວັນອອກບໍ້..??
ເຫັນພາສາບ້ານທາງຕາເວັນອອກນິ..
ເຫັນມັກພາກັນໄດ້ແທ້ຯ..
ບາດພາສາອັງກິດແນວມັນມີປະໂຫຍດຫຼາຍກວ່າ..
ໄປປະຊຸມເທື່ອໃດນຳໝູ່ເທື່ອໃດລ່ະກືກກິນ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງອະທິປະໄຕ..
ຄິດຫາເລື່ອງໄທ ກັບ ຂະເໝນ..
ຕອນທຳອິດປະສາດເຂົາພະວິຫານມັກກະຍັງຄາລາຄາຊັງ..
ຍັງຢູ່ພາຍໃຕ້ການດູແລທັງສອງຊາດ..
ແຕ່ປີກາຍນີ້..ລັດຖະບານໄທນຳໂດຍນັກແຕ່ງກິນຄົນນຶ່ງ..
ໄດ້ໃຫ້ລັດຖະມົນຕີຕ່າງປະເທດທີ່ເຄີຍເປັນທະນາຍໃຫ້ນັກຄໍຣັບຊັ່ນບາງຄົນ..
ໄດ້ອອກຖະແຫຼງການໃຫ້ປະສາດເຂົາພະວິຫານເປັນມໍຣະດົກໂລກຂອງຂະເໝນຝ່າຍດຽວ..
ທັ້ງທີ່ບໍ່ໄດ້ຜ່ານການເຫັນຊອບຈາກລັດຖະສະພາຕາມກົດໝາຍ..
ໃນເລິກຯແລ້ວ..ມັນເປັນການແລກປ່ຽນອັນແສນອັບປະຍົດ..
ບໍ່ຕ່າງກັບການຂາຍຊາດເພື່ອແລກປ່ຽນກັບປະໂຫຍດສ່ວນຕົນຂອງຜູ້ຢູ່ເບື້ອງຫຼັງ..
ແລະຕະຫຼອດນຶ່ງປີທີ່ຜ່ານມາ..ຫຼາຍຄັ້ງທີ່ປະສາດແຫ່ງນັ້ນໄດ້ເຮັດໃຫ້ປະຊາຊົນທັງສອງປະເທດຢູ່ຢ່າງບໍ່ສະຫງົບສຸກ..
ແລະທີ່ມາໂພສເລົ່າໃຫ້ຟັງນີ້..ບໍ່ຕ້ອງການຫຍັງ..
ນອກຈາກ..ໃຫ້ທຸກຄົນຮູ້ຕົ້ນຕໍແລະສາເຫດ..


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເປັນຄືກັນ ແຕ່ຊື່ກະຍັງເປັນອິດສະລະແລ້ວ

~Vਕਆpïrєی™~

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທຸກຄົນ,
ນ້ອງເບລ ໂດຍສະເພະ ຫຼາຍມື້ບໍ່ໄດ້ມາແວ່ບອດນີ້ແລະກະບໍ່ໄດ້ຕອບໄດ້ຂຽນຫຍັງລົງ.
ບັນຫາໄທກັບຂະເມນນີ້ມັນກະສັບສົນມາແຕ່ໃດ໋ແຕ່ໃດ ປະໃຫ້ເຂົາວ່າກັນເອງ ຊ້າງກັບຊ້າງຊົນກັນກະໃຫ້ເຂົາຊົນໄປ ເຮົາມາເວົ້າເຣື້ອງເຮົາພີ້ສາດີກວ່າ.
ຫາກວ່າການສ້າງສາພັທນາປະເທດເຮົາເປັນໄປຕາມກົດເກັນທຳມະຊາດ ຄິດວ່າຍັງຈະດີກວ່າ..
ນ້ອງກະໄດ້ຮູ້ແລ້ວຕິວ່າເພິ່ນຊິພາກັນສ້າງເຂຶ່ອນກັ້ນແມ່ນ້ຳຂອງຢູ່ດອນຫົງທາງພາກໃຕ້?
ນີ້ຄຶບັນຫາທີ່ສົມຄວນພາກັນໃຫ້ຄວາມສົນໃຈ,ມີປາກສຽງດັ່ງພວກນັກສຫງວນທຳມະຊາດສາກົນເຂົາສົນໃຈແຕ່ໄທເຮົາກັບບໍ່ເຫັນຜົນຮ້າຍໃນການສ້າງເຂຶ່ອນນັ້ນ.
ການສ້າງສາປະເທດມັນກະແມ່ນແຕ່ ບໍ່ສຶກສາຮິ່ນຕອງກັນຢ່າງຖ້ວນທີ່ເຖິງຜົນເສັຍທີ່ຈະຕາມມາພາຍຫຼັງ.
ການສ້າງເຂຶ່ອນຢູ່ໄທ ກະມີ(ແຕ່ບໍ່ຈື່ວ່າຢູ່ໃສ)ທີ່ທາງພວກຜູ່ສ້າງຕ້ອງໄດ້ຟັງສຽງຂອງປະຊາຊົນແລະຖຶກຟ້ອງຈົນວ່າຜ່າຍແພ້ແກ່ປະຊາ..
ເພາະວ່າຜົນເສັຍທາງທຳມະຊາດ ແລະປູປານານ້ຳທີ່ທຽວຂື້ນລົງຕາມກະແສນ້ຳນັ້ນ..
ແລ້ວຢູ່ດອນສະຫົງຫັ້ນກະແມ່ນທາງປາຂື້ນລ່ອງຄືກັນ!!
ຜົນໄດ້ນັ້ນກະມີແຕ່ຜົນສັຍຫັ້ນຈະຫຼາຍກວ່າອັກໂຂ.
ປັດຈຸບັນປູປາໃນນ້ຳຂອງນັບມື້ນັບນ້ອຍລົງ ບາງພັນກະສູນຫາຍໄປແລ້ວ.ນາຍທຶນທີ່ມາລົງທຶນເຂົາເຫັນແກ່ແຕ່ໄດ້ ເຂົາທຸ້ມເທເງິນລົງໃສ່ດ້ວຍການຊື້ຈ້າງເຈົ້າໃຫຍ່ນາຍໂຕຂອງລາວຜູ່ບໍ່ຮູ້ຂີ້ຫມູຂີ້ຫມາ ທີ່ເຫັນແກ່ແຕ່ຜົນປະໂຫຍດສ່ວນໂຕແລະຍາດຕິພິ່ນ້ອງວົງວານແລະຖັນແຖວແນວຄະນະ..
ບາດແລ້ວຊິພາກັນມາຕົບເອິກຕາຍປານພະຍາ ກົມມະທາຄາວກ່ອນ...
ດັ່ງການເອົາເດັກນ້ອຍລາວໄປຮຽນຢູ່ຫວຽດນາມ :ເອົາໄປແຕ່ຫົວທໍ່ຫມາກກອກນີ້,ໄກພໍ່ໄກແມ່,ຂາດຄວາມອົບອຸ່ນໃນໄວເດັກ..
ຕໍ່ມາກະພາກັນມາຮັບປາກວ່າເຮັດຜິດພາດໄປ ..ແລ້ວຊີວີດຂອງເດັກເຫຼົ່ານັ້ນບໍ່ອາຈກັບຄຶນຫຼັງໄດ້..ຜົນຕອບແທນ ກະຄຶ ເຂົາເຫຼົ່ານັ້ນເປັນໄປຫມົດທຸກປະເພດ ທັງກິນເຫຼົ້າເມົາຢາ ເສບຝິ່ນກິນຊາ ບໍ່ຟັງຄວາມພໍ່ຄວາມແມ່..ເປັນໄພຕໍ່ສັງຄົມ
ແລະກະກາຍເປັນເສດສັງຄົມໄປ ເກເລເທສະ..
ແລ້ວແຜນການສ້າງສານີ້ໄດ້ສຶກສາກັນຖີ່ຖ້ວນປານໃດ??
ຜົນທີ່ຈະໄດ້ໄຟຟ້າຂາຍສົ່ງອອກມັນກະດີ ແຕ່ ຜົນນັ້ນມັນຈະຄຸ້ມຄ່າບໍນັ້ນລະສຳຄັນ?
ນ້ອງເຫັນວ່າຈັ່ງໃດ?


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

ໜ້າທີ່ 1 ຈາກທັງໝົດ 9 ໜ້າ <<<123 ... 56789>>>