ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຫ້ແຕ່ລະຄົນແຕ່ງເລື່ອງຕໍ່ຈາກຜູ້ຢູ່ທາງເທິງ ຜູ້ລະເລັກລະໜ້ອຍ(ແຖວ2ແຖວ) ໂດຍມີເນື້ອເລື່ງຕາມໃຈ ແຕ່ຕ້ອງສອດຄ່ອງກັນໃນລະດັບໜຶ່ງ ຕໍ່ໆກັນໄປ... ຟັງເບິ່ງໜ້າສົນໃຈແມ່ນບໍ່ ຊັ້ນເຮົາມາເລີ່ມກັນເລີຍ!ກາລະຄັ້ງໜຶ່ງນານມາແລ້ວ ຍັງມີໝູ່ບ້ານແຫ່ງໜຶ່ງທີ່ມີຊື່ວ່າ: ດອນຊິງຊູ້ ເຊິ່ງຕັ້ງຢູ່ກາງແມ່ນຳສາຍໃຫຍ່ສາຍໜຶ່ງ,ໝູ່ບ້ານແຫ່ງນີ້ມີຄວາມສະຫງົບສຸກດີຕະຫຼອດມາ. ຈົນມາວັນໜຶ່ງ ມີຊາຍໜຸ່ມແປກໜ່າມາທີ່ໝູ່ບ້ານ...
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນໍ່
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
.... ນາມວ່າ ຄຈດ ເປັນຄົນໃຈດີ ແຈກເສື້ອຟຣີແກ່ທຸກຄົນໃນຫມູ່ບ້ານ, ຄົນໃນຫມູ່ບ້ານພັດບໍ່ນຸ່ງເສື້ອ (ຜູ່ຍິງຂະເຈົ້າໃສ່ ສາຍດ່ຽວກັນຫມົດ ກັກໆ) ລາວເລີຍ...
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລາວເລືຍ.......ເລີ່ມອອກຄວາມຄິດໃໝ່ ຈາກທີ່ຈະແຈກເສື້ອຟຼີ ກາຍມາເປັນການພາທຸກຄົນໃນໝູ່ບ້ານ ມາກິນເຂົ້າສາມັກຄີຢູ່ເຮືອນລາວ (ເຮືອນ ຄຈດ ) ພ້ອມກັນນັ້ນກໍ່ຫງ້ຽນເຫຼົ້າຫງຽ້ນເບຍໄປນຳ ເພາະສະນັ້ນຈຶ່ງເຮັດໃຫ້ຫຼາຍຄົນເລີ່ມເມົາ ແລະ ກໍ່ເມົາ ຫຼັງຈາກນັ້ນ......................
M99NOY
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
1,,,2,,,3,, ມື້ນີ້ໄດ້ຫລາຍກວດເວີຍ ມື້ອື່ນ ປ້າແພງຜູ້ຮັບຊື້ກວດເຫລົ້າກວດເບຍກະຢູ່ບ້ານອີກ ( ສຽງຈົ່ມພຶືມພຳຂອງທ້າວແບ້ງ ອາຊີບເກັບກວດຂາຍ ) ກຳລັງເກັບໄດ້ຫລາຍເຕີບບຶດນື່ງໄດ້ຍິນສຽງຮ້ອງມາໃສ່ວ່າ...ເຮີຍ ແມ່ນໃຜມາເຮັດຫຍັງນະຮື້.!ແລ້ວຕໍ່ຈາກນັ້ນ.......
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນເກັບແກ້ວຂາຍ “ຂ້ອຍມາເກັບແກ້ວວວວ ມີກ່ະເລີ້“ ແລ້ວ ຕູ້ລີກໍຕອບວ່າ “ ໂອ ຂ້ອຍກ່ະຄິດວ່າເປັນຜູ້ໃດ ເປັນຈັງເດີ້ ມື້ນີ້ເກັບໄດ້ຫຼາຍຢູ່ເບາະ“ ແລ້ວ ທັງສອງຄົນກໍພາກັນສົນທະນາກັນໄປໄດ້ແປບ ໜຶ່ງ ແລ້ວ ທ້າວແບ້ງ ກໍ່ຟ້າວແຍກໂຕໜີເພາະຢູ່ຕໍ່ດຽວມັນຍາວແລະຟ້າວເອົາແກ້ວໄປຂາຍ ຕໍ່ມາ...........................
•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕໍ່ມາ ໃນຂະໜະເອົາແກ້ວໄປຂາຍ ມີໂຈນມາປຸ້ນເອົາຂວດແກ້ວ ແລ້ວກໍ່ທຳຮ້າຍ ທ້າວແບັງ , ທ້າວແບັງແລ່ນໜີ ໂຈນແລ່ນນຳຫວັງຂ້າທ້າວແບັງປິດປາກເພາະລາວ ເຫັນໜ້າ ໂຈນນັ້ນເປັນຄົນຂ້າງເຮືອນລາວ ທ້າວແບັງ ແລ່ນສຸດກຳລັງ ແລ້ວຂາກໍ່ລະດຸດ ........ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສອນເພັດ: ບໍ່ຕາຍບາດນີ້ຊິຕາຍບາດໃດ ແບ້ງ.... ຢຸດ.....ຢຸດກ່ອນ...( ທິດຝອຍ ຫົວໜ້າໂຈນ ສັ່ງຫ້າມ ) ທິດຝອຍເວົ້າຕໍ່: ບໍ່ຕ້ອງຂ້າບັກແບ້ງ ຂ້າມັນກະຊິຕາຍໄປຊື່ໆ ພວກເຈົາຈົ່ງຈັບມັນໄປເຝີກໃຫ້ເປັນໂຈນແລ້ວໃຊ້ໃຫ້ມັນເປັນປະໂຫຍດກ່ວານີ້
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈດ່ຽວຫຼາຍໆ ທີ່ເຮັດໃຫ້ກະທູ້ດຳເນີນໄປໄດດ້ວຍດີ (ເປັນໄປຕາມແຜນ!)
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕໍ່ມາກະແລ່ນໜີ ໂອ້ຍບໍ່ແມ່ນ ບໍ່ກ່ຽວກັນລືມໆໆ ອ່ະອ່ະອ່ະ ຕໍ່ມາຫຼັງຈາກທີ່ທ້າວແບ້ງຝຶກວິຊາໂຈນຈົນສຳເລັດແລ້ວ ທ້າວແບ້ງກໍ່ໄດ້ເດີ່ນທາງກັບມາທີ່ໝູ່ບ້ານເດີມທີ່ແຕ່ກ່ອນຕົນໄດ້ເກັບຂວດຂາຍເພື່ອຊອກຫາ ຄຈດ....... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂ້ອຍ ເຂົ້າມາ ປູສາດ ລໍຟັງ ຕ່ ,,,, ດຽ໋ວ ເອົາ ກາແຟ ມາກີນນຳກ່ອນ ,,,, 555+++ ກຳລັງ ມ່ວນ
ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພໍ(ໂຈນ)ແບ້ງເຫັນ ຄຈດ ກໍທັກຂື້ນວ່າ... “ເຮີຍສ່ຽວ ເຫັນວ່າຂາຍເສື້ອໄດ້ເງິນຫລາຍກະມາແບ່ງກັນແນ່ຕີ້..” ຄຈດ ຕົກໃຈທີ່ເຫັນແບ້ງທັກແບບນັ້ນ ແລ້ວໂຈນແບ້ງກໍລອງວິຊາ ດຶງດາບອອກມາແທງ ຄຈດ ດັບອາຫນາດກາງປ່າລະເມາະ...
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພໍດີກະເອົາໄປໃສ່ແຫຼະ ອີກແລ້ວບໍ່ກ່ຽວກັນອີກແລ້ວ ອ່ະອ່ະອ່ະ ມາເຂົ້າເລື່ອງ: ພໍດີໃນຂະນະທີ່ໂຈນແບ້ງກຳລັງຈະແທງ ຄຈດ ເພື່ອໝາຍຈະເອົາຊີວິດຢູ່ນັ້ນໂຊກດີທີ່ມີຄົນຜ່ານມາສາກ່ອນ, ໂຈນແບ້ງກໍ່ເລີຍບໍ່ກ້າລົງມືພຽງແຕ່ຂູ່ ຄຈດ ໄວ້ວ່າຖ້າເຈົ້າບໍ່ເອົາເງິນທີ່ໄດ້ຈາກການຂາຍເສື້ອນັ້ນມາ.......(ຊ່ວຍຕໍ່ແດ່ ອ່ະອ່ະອ່ະ) ໂອ່ ຄຈດ ເອີ່ຍອີ່ຕົນເຈົ້າແທ້ໆເດ່ເນາະ ແຕ່ຂ້ອຍກະຈຳເປັນຕ້ອງໄດ້ຂຽນເພາະມີກະທູ້ມ່ວນໆແບບນີ້ ອ່ະອ່ະອ່ະອ່ະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
^ ^ ດັບອາຫນາດແປວ່າຕາຍແລ້ວ
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄຈດ ຕາຍລະເລື້ອງກະຈົບໄວແຫຼະເນາະ ບໍ່ຟ້າວໃຫ້ດັບອະນາດເທື່ອ ກະເລີຍວ່າມີຄົນມາຊ່ວຍຫັ້ນນ່າ ອ່ະອ່ະອ່ະອ່ະ ເອົາຕໍ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນໆ ທັນ ຄຈດ ຕາຍລະ ເລື່ອງມັນສິໄປມ່ວນ (ບໍ່ເປັນໄປຕາມແຜນ) ຊັ້ນກະເລີຍອະນຸຍາດໃຫ້ເລົາມີຊີວິດຕໍ່ໄປໄດ້ ເຊີນໝູ່ເພື່ອນຄົນຕໍ່ໄປ ແຕ່ງຕໍ່ໄດ້ເລີຍ
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫັຼງຈາກນັ້ນ .... ຄຈດ ( ຄົນໃຈດີ ) ຊີວິດກໍ່ປ່ຽນໄປຢ່າງໜ້າເວດທະນາ.... ກີນບໍ່ໃດ້ , ນອນບໍ່ຫຼັບ , ຄິດຫຼາຍ... ຈາກທີ່ ຊີວິດເຄີຍສຸກສະບາຍ ຂາຍເສື້ອ ຕາມງານວັດ , ເລາະຫຼີ້ນສາວໂຮງງານ ( ເວລາເມົາເບຍ ) .... ສຸດທ້າຍ ຄຈດ ( ຄົນໃຈດີ ) ເລີຍຕັດສີນໃຈໄປປືກສາ Dexzaaa ມະຫາລາດ ນັກເລງໃຫ່ຍ ( ແຕ່ອຳມະພາດຂາທັງສອງຂ້າງ) ເພາະຕົກຕົ້ນໝາກຂາມ .... ທີ່ຂາຍກາແລ້ມແຖວບ້ານ , ເພື່ອຫາວິທີ ຈັດການກັບໂຈນແບ້ງ .....
ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈັ່ງແມ່ນວ່າໃຫ້ຄົນໃຈດີແທ້!! ຢູ່ດອນຊິງຊູ້ ເປັນຊື່ທີ່ອຳມະຕະແທ້ໆ ກະມາກາຍເປັນດອນໂຜດ ຄຈດ ໄປ!! ເອົາຈັ່ງຊີ້ກະແລ້ວກັນ, ``ຫນຸ່ມແປກຫນ້າທີ່ມາຂາຍເສື້ອຫັ້ນ..ຂາຍໄປຍ່າງໄປ ກະໄປພໍ້ສາວນ້ອຍຫນ້າຮັກ ສາຍຕາຄົມຫຍາດຍ້ອຍ ກະຄິດມັກ ຕາມນິສັຍຄົນຂາຍເສື້ອ..ແຕ່ບໍ່ຮູ້ວ່ານາງມີໃຜຫມາຍປອງເປັນທີ່ແຫນ້ນແກ່ນແລ້ວແລະກະເປັນເຈົ້າຖິ່ນ ດອນຊິງຊູ້ຫັ້ນ, ກະໃຊ້ລວດລາຍເກັ້ຍກ່ອມ ຈີບຢ່າງບ່າວຈາກແຜ່ນດີນໃຫຍ່... ແຕ່ບັງເອິນ ເຈົ້າຖິ່ນກາຍມາເຫັນວ່າມີອ້າຍບ່າວໂກ້ເກະ ນຸ່ງຖືປານພະເອກອິເກ ມາຈີບສາວໂຕ ກະ ເຂົ້າໄປ.....`` |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ງົງນະທາງລຸ່ມວ່າຈັງໃດແຕ່ງຕໍ່ດຸ
ຂ້ອຍ ແຮງ ບໍ່ແຄສື່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມື້ໜ້າເດີມື້ນີ້ຄ້ານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຈົ້າຖິ່ນຄົນນັ້ນເລີຍເຂົ້າໄປຈັບຄໍເສື້ອຄຈດຂຶ້ນເພື່ອ.....ເພື່ອ........ເພື່ອ ເລືອກເບິ່ງໂຕໃດງາມແລ້ວຈຶ່ງຕັດສິນໃຈຊື້ໄປໂຕໜຶ່ງ. ຫຼັງຈາກນັ້ນຈຶ່ງຊ່ວນຄົນຮັກຂອງຕົນກັບບ້ານເພື່ອຈະ...ຈະ...ຈະ....
NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
5555
NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແຕ່ ຄຈດ ກະຍັງຄິດເຖິງນາງຄົນນັ້ນຢູ່ ແມ່ນວ່າຈະຈາກໄປ ກັບ ເຈົ້າຖິ່ນ... ສາວນ້ອຍນັ້ນກະຍັງຮ່ຳຄິດນຳບາວຂາຍເສື້ອ ຄຶກັນ.. ກັບຮອດບ້ານ ຄຈດ ກະເອີ້ນຫມູ່ມາຊຸມຕາມເຄີຍ...ແຕ່ຍັງຄິດຫານາງ ທີ່ດອນຊິງຊູ້ຢູ່... ຫາແຜນການ ຈັ່ງໃດທີ່ຈະໄດ້ພົບນາງອີກ... ຄິດໄປຄິດມາ ກະວ່າ ຢາກໄປຊິງເອົາຊູ້ເຂົາເຈົ້າຖິ່ນ... ແຕ່ວ່າການຜະລິດເສື້ອພັດຫຼຸດລົງຂາຍຍາກ... ເງິນໄປໃຊ້ບໍ່ໄດ້ ວາງແຜນຈະໄປຊິງເອົາແທ້ໆໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕໍ່ຈາກDexZaaa ເພາະເລື່ອງມັນຕໍ່ເນື່ອງມາແຕ່ຕົ້ນຢູ່ແລ້ວ........ ຄົນໃຈດີເຫັນວ່າ ຖ້າຕົນຈະໄປຂໍຄວາມຊ່ວຍເຫຼືອຈາກDexZaaaລ້າໆກໍ່ບໍ່ເໝາະສົມ ຈື່ງໄດ້ຊື້ເບຍຕິດມືໄປສອງລັງເພື່ອເປັນຂອງກຳນັນ ເມື່ອໄປຮອດບ້ານDexZaaaທັງສອງ ກໍ່ໄດ້ປືກສາຫາລືກັນໄປ ທັງດື່ມໄປພ້ອມຄຈດເລົ່າເລື່ອງທຸກຢ່າງໃຫ້DexZaaaຟັງ ພໍDexZaaaໄດ້ຟັງDexZaaaດ້ວຍຄວາມໃຈນັກເລງ(ແຕ່ພິການຂາທັງສອງຂ້າງ) ບວກກັບດີກຣີນ້ຳເມົາກໍ່ເກີດຄວາມບໍ່ພໍໃຈ ຈື່ງບອກກັບ ຄຈດວ່າ: ຜາຍ...ບັກດາຍມານຊື່ແບ້ງນິ ອູ້ມກູໄປເຕະປາກມານ ຈັກບາດແນ່ດຸ.....ຄິດເອົາDexZaaaໂຫດຊ່ຳໃດ ຂະໜາດພິການຂາ ອິໆໆ(ເນື້ອເລື່ອງເດີ້ ຢ່າຈິງຈັງ)
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາແລ້ວບາດນິ ເນື້ອເລື່ອງກຳລັງເຂັ້ມຂົ້ນ ມີ2ປະເດັນໃຫຍ່ຂຶ້ນມາແລ້ວ 1:ຄຈດ(ພະເອກ?) ຄິດຢາກແກ້ແຄ້ນແບ້ງ 2:ຄຈດ ຫຼົງມັກແຟນເຈົ້າຖິ່ນ ເລື່ອງລາວຕໍ່ໄປຈະເປັນແນວໃດນັ້ນ ເຊີນຕິດຕາມເຊົາກັນໄດ້ເລີຍ (ປລ: ຂໍຂອບໃຈທຸກຄົນທີ່ເສຍສະຫຼະເວລາມາຊ່ວຍແຕ່ງເດີ້ ມີແຕ່ນັກກະວີເອກທັງນັ້ນເລີຍ)
Sin tu amor en mi vida, mi vida no se
como podre yo vivir |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຮ່າໆໆໆໆໆໆໆ godhood ແຕ່ງໄດ້ຕະຫລົກດີເວີ້ຍ ອັນນີ້ບໍ່ຮູ້ແຕ່ງເດີ້ເຂົ້າມາອ່ານເບິ່ງຊື່ໆ ຄິດວ່າຄືຊິມ່ວນດີ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
.....ແບ໊ງຊາບເຖິງຂ່າວ ວ່າຄຈດແລະ Dekzaaa ຈະມາຕີ ຈຶ່ງໄປປຶກສາກັບຫົວຫນ້າແກ໊ງເກັບຂວດແກ້ວ Panda de Enjoi ເຊິ່ງທີ່ວ່າອາຊີບເກັບຂວດແກ້ວຂາຍນັ້ນເປັນງານບັງຫນ້າແຕ່ ທີ່ຈິງແລ້ວເປັນ "ນັກວິໃຈກ່ຽວກັບຄວາມເປັນໄປໄດ້ຂອງເສດເຊື້ອໂຣຄສົ້ນຕີນແຕກຊຳເຮື້ອຂັ້ນສຸດທ້າຍໃນແກ້ວນ້ຳປາກາສີ່ພໍ່ຄົວທີ່ເຮັດກິນບໍ່ເປັນ" ແພນດ້າ ບອກກັບ ແບ໊ງວ່າ....
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແພນດ້າ ບອກກັບ ແບ໊ງວ່າ....ຢ່າຟ້າວກັງວົນໃຈຫຼາຍຈົນເກີນໄປDexZaaa ເປັນນັກເລງພຽງແຕ່ໃຈເທົ່ານັ້ນ ແຕ່ຮ່າງກາຍບໍ່ໃຫ້ ບໍ່ມີລິດເດດຫຍັງດອກ.... ແຕ່Panda de Enjoi ປະເມີນຄ່າໃນຄວາມເກົ໋າຂອງDexZaaaນ້ອຍເກີນໄປ............ຕໍ່ດຸ
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
2...3 ມື້ຜ່ານໄປ ຂະນະທີ່ສອງຝ່າຍ ຄືຝ່າຍເດັກຊ່າ+ຄົນໃຈດີ ແລະ ແບ້ງ+ແພນດ້າ ກຳລັງປະເຊີນໜ້າກັນ ຢູ່ທີ່ເສັ້ນທາງແຄມນ້ຳແຫ່ງດອນຊິງນາງ ໄດ້ມີຍິງສາວຄົນໜຶ່ງ ຮູບຮ່າງໜ້າຕາດີກຳລັງຂີ່ລົດກາຍມາທາງນັ້ນ ດ້ວຍຄວາມຕົກໃຈທີ່ເຫັນຄົນສອງກຸ່ມກຳລັງຈະປະທະກັນ ຈຶ່ງໄດ້ຂັບລົດຫຼີກຕົກລົງໄປແຄມນ້ຳແບບບໍ່ເປັນທ່າ, .........ຄົນໃຈດີຮີບໂດດລົງໄປຊ່ວຍ(ເນື່ອງຈາກຄວາມໃຈດີ... ອິອິ ) ...ແຕ່ທັນໃດນັ້ນຄົນໃຈດີກໍ່ຕົກສະເງີ້ເມື່ອເຫັນຍິງຄົນນັ້ນ........ຕໍ່ດຸ
ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລອຍນ້ຳຂື້ນບົກກ່ອນແລ້ວຄົນໃຈດີບໍ່ຮູ້ຈະເຮັດແນວໄດກໍເລີຍລອຍຂື້ນບົກຕາມຍິງຄົນນັ້ນ ແລະກໍ່ອາຍອາຍ ຫລາຍກໍເລີຍໄດ້ແຕ່ຖາມວ່າເຈັບຫລາຍບໍ່ຜຼ້ຍິງ ຄົນນັ້ນກໍ່ເລີຍຕອບໄປວ່າ: ເຈັບໆ ຫນາມປັກຄືຊິແມ່ນປັກຕອນຕົກຫນອງຫັ້ນຕິເບາະ
ຄົນຄິດຮອດບ້ານ
|