ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ສຳລັບຄົນມັກກາບກອນ,ກະວີ,ຄຳຄົມ...

ໜ້າທີ່ 11 ຈາກທັງໝົດ 11 ໜ້າ <<<12345 ... 91011>>>


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເມື່ອກ່ອນຫອມແກ້ມຮູ້ສືກມີແຮງດີ.........................ດຽວນີ້ຖືກກີ່ນຮູ້ສືກປວດຫົວ
ເມືອກ່ອນພົບພໍ້ ຫຼາກຫຼາຍຂອງຝາກ....................ດຽວນີ້ຖ້າເຈົ້າຢາກກໍ່ຊື້ເອົາ
ເມື່ອກ່ອນຂັບລົດໄປສົ່ງ..................................ດຽວນີ້ ແທັກຊີ ເອົານາງນີ້ໄປ
ເມື່ອກ່ອນຍາມຮ້ອງໄຫ້ຄອຍປອບແລະເອົາໃຈ..................... ດຽວນີ້ຮ້ອງໄຫ້ ເປັນບ້າ ຫຼື ແນວໃດ ເຊົາທະແມ
ເມື່ອກ່ອນຍີ້ມໃຫ້ ໂອຍ ! ໃຈເຕັ້ນ.....................................ດຽວນີ້ຍີ້ມໃຫ້ເຫັນໂອຍປວດຫົວ
ເມືອກ່ອນໂອຍໆ! ຂາວໆ ວາວໆເບີ່ງດ້ານໃດກໍ່ດີ....................ດຽວນີ້ປານກັບຜີ ເບີ່ງຄຳຊົມ
ເມື່ອກ່ອນຂ້າມທາງຍ່າງຈູງມື ເຄື່ອງຂອງຊ່ວຍຖືຢ້ານແຟນລົ້ມ.......ດຽວນີ້ຍົກມືພະນົມອົ້ມພຽງໃຫ້ມັນລົ້ມລົດຍຽບຄໍຕາຍ
ເມື່ອກ່ອນສາວໆແນມເຮັດເປັນມີດງຽບ................................ດຽວນີ້ຂໍເບີໂທພຽບອ້າຍໜ້າໝາ
ແຕ່ກ່ອນຄົນອື່ນແນມຄຽດເປັນໄຟ........................................ ດຽວນີ້ໃຜຢາກໄດ້ກໍ່ເຊີນເອົາໄປ
ແຕ່ກ່ອນໄປກີນເຂົ້າມະຂ້ອຍຈ່າຍ ເກງໃຈ...............................ດຽວນີ້ເຈົ້່າຊີຈ່າຍກະຈ່າຍຢ່າເກາະຂ້ອຍກິນ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ແຕ່ກ່ອນຫອມແກ້ມຮູ້ສືກມີແຮງດີ.......................ດຽວນີ້ຖືກກີ່ນຮູ້ສືກປວດຫົວ
ແຕ່ກ່ອນພົບພໍ້ ຫຼາກຫຼາຍຂອງຝາກ....................ດຽວນີ້ຖ້າເຈົ້າຢາກກໍ່ຊື້ເອົາ
ແຕ່ກ່ອນຂັບລົດໄປສົ່ງ.................................ດຽວນີ້ ແທັກຊີ ເອົານາງນີ້ໄປ
ດຕ່ກ່ອນຍາມຮ້ອງໄຫ້ຄອຍປອບແລະເອົາໃຈ........ດຽວນີ້ຮ້ອງໄຫ້ ເປັນບ້າ ຫຼື ແນວໃດ ເຊົາທະແມ
ແຕ່ກ່ອນຍີ້ມໃຫ້ ໂອຍ ! ໃຈເຕັ້ນ...........................ດຽວນີ້ຍີ້ມໃຫ້ເຫັນໂອຍປວດຫົວ
ແຕ່ກ່ອນໂອຍໆ! ຂາວໆ ວາວໆເບີ່ງດ້ານໃດກໍ່ດີ.........ດຽວນີ້ປານກັບຜີ ເບີ່ງຄຳຊົມ
ແຕ່ກ່ອນຂ້າມທາງຍ່າງຈູງມື ເຄື່ອງຂອງຊ່ວຍຖືຢ້ານແຟນລົ້ມ...........ດຽວນີ້ຍົກມືພະນົມອົ້ມພຽງໃຫ້ມັນລົ້ມລົດຍຽບຄໍຕາຍ
ແຕ່ກ່ອນສາວໆແນມເຮັດເປັນມີດງຽບ......................ດຽວນີ້ຂໍເບີໂທພຽບອ້າຍໜ້າໝາ
ແຕ່ກ່ອນຄົນອື່ນແນມຄຽດເປັນໄຟ.....................ດຽວນີ້ໃຜຢາກໄດ້ກໍ່ເຊີນເອົາໄປ
ແຕ່ກ່ອນໄປກີນເຂົ້າມະຂ້ອຍຈ່າຍ ເກງໃຈ...........ດຽວນີ້ເຈົ້່າຊີຈ່າຍກະຈ່າຍຢ່າເກາະຂ້ອຍກິນ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເມື່ອກ່ອນຫອມແກ້ມຮູ້ສືກມີແຮງດີ ດຽວນີ້ຖືກກີ່ນຮູ້ສືກປວດຫົວ
ເມືອກ່ອນພົບພໍ້ ຫຼາກຫຼາຍຂອງຝາກ ດຽວນີ້ຖ້າເຈົ້າຢາກກໍ່ຊື້ເອົາ
ເມື່ອກ່ອນຂັບລົດໄປສົ່ງ ດຽວນີ້ ແທັກຊີ ເອົານາງນີ້ໄປ
ເມື່ອກ່ອນຍາມຮ້ອງໄຫ້ຄອຍປອບແລະເອົາໃຈ ດຽວນີ້ຮ້ອງໄຫ້ ເປັນບ້າ ຫຼື ແນວໃດ ເຊົາທະແມ
ເມື່ອກ່ອນຍີ້ມໃຫ້ ໂອຍ ! ໃຈເຕັ້ນ ດຽວນີ້ຍີ້ມໃຫ້ເຫັນໂອຍປວດຫົວ
ເມືອກ່ອນໂອຍໆ! ຂາວໆ ວາວໆເບີ່ງດ້ານໃດກໍ່ດີ ດຽວນີ້ປານກັບຜີ ເບີ່ງຄຳຊົມ
ເມື່ອກ່ອນຂ້າມທາງຍ່າງຈູງມື ເຄື່ອງຂອງຊ່ວຍຖືຢ້ານແຟນລົ້ມ ດຽວນີ້ຍົກມືພະນົມອົ້ມພຽງໃຫ້ມັນລົ້ມລົດຍຽບຄໍຕາຍ
ເມື່ອກ່ອນສາວໆແນມເຮັດເປັນມີດງຽບ ດຽວນີ້ຂໍເບີໂທພຽບອ້າຍໜ້າໝາ
ເມື່ອກ່ອນຄົນອື່ນແນມຄຽດເປັນໄຟ ດຽວນີ້ໃຜຢາກໄດ້ກໍ່ເຊີນເອົາໄປ
ເມື່ອກ່ອນໄປກີນເຂົ້າມະຂ້ອຍຈ່າຍ ເກງໃຈ ດຽວນີ້ເຈົ້່າຊີຈ່າຍກະຈ່າຍຢ່າເກາະຂ້ອຍກິນ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້





ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້





ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານກາບກອນລາວຈາກນັກກະວີລາວທົ່ວທຸກມູມໂລກໄດ້ທີ່ນີ້

http://www.laopoetsinter.org/

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄັນໄດ້ກີນຕ່ອນຊີ້ນ ຢ່າລືມແຫ່ງຄຸນຫມາ
ໂຈນບໍ່ມາຊອມລັກ ກໍ່ເພາະຫມານອນເຝົ້າ
ຢ່າໄດ້ລືມຄຸນເຖົ້າ ແມວບັກດຳໂຕເກີດກ່ອນ
ຖົງໃຫມ່ໜູບໍ່ຫຍ້ຳ ປາງນັ້ນກໍ່ເພາະແມວ ນັ້ນແລ້ວ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ຄັນໄດ້ກີນຕ່ອນຊີ້ນ ຢ່າລືມແຫ່ງຄຸນຫມາ
ໂຈນບໍ່ມາຊອມລັກ ກໍ່ເພາະຫມານອນເຝົ້າ
ຢ່າໄດ້ລືມຄຸນເຖົ້າ ແມວບັກດຳໂຕເກີດກ່ອນ
ຖົງໃຫມ່ໜູບໍ່ຫຍ້ຳ ປາງນັ້ນກໍ່ເພາະແມວ ນັ້ນແລ້ວ



ຂອບໃຈທີ່ນຳມາແບ່ງປັນ
ມີສຸພາສິດ...ມາແຈ່ມນຳ

ຍາມເມື່ອເຖົ້າ ຈິ່ງມາພໍ້ທີ່ຫມາຍ
ຈວນຈະມໍລະນັງຕາຍ ຈຶ່ງພານທີ່ຮ້າງ
ເປັນພະຍາເຈົ້າຊ້າງ ຍັງໄດ້ຍ່າງທາງຕີນ
ເປັນອິນພົມ ຍັງໄດ້ລົງໃຊ້ຊາດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vidachanh ຂຽນວ່າ...
ເຮົາຫ່າງໄກກັນລ້ຳ .................ຄົນລະກ້ຳທໍລະນີ
ຈັກຢູ່ດີຫລືແນວໃດ ...................ດວງຕາບໍ່ເຫັນໄດ້
ພຽງແຕ່ໄຂກ່າວເວົ້າ ..................ເອົາຫົວໃຈສານຕໍ່
ນ້ອງເລີ້ມທໍ້ແລ້ວອ້າຍ .................ຫົວໃຈເລີ່ມຫວັ່ນໄຫວ

ຕັ້ງແຕ່ລໍຖ້າອ້າຍ .....................ຫລາຍເຕີບເກີນນານ
ຂໍໃຫ້ຂານຈາໄຂ.................... ຈະເອົາຈັ່ງໃດແທ້
ຈະໃຫ້ແມ່ມາຂໍຫມັ້ນ ................ກໍ່ວ່າກັນສາກ່ອນ
ຈັກນ່ອຍຖອນໃຈແລ້ວ.............. ບໍ່ເຫັນຈ້ອຍຮອດເງົາ ເນີ

ຄວາມອົດທົນຄົນເຮົານັ້ນ.................. ມັນມີຂີດຈຳກັດ
ບໍ່ແມ່ນຕັດທາງທຽວ .......................ໃຫ້ຊາຍຫມົດທາງເວັ້ນ
ພຽງແຕ່ເປັນຫ່ວງອ້າຍ ....................ຢ້ານນອນກາຍໂດດດ່ຽວ
ຫນັງກໍ່ຫ່ຽວແຫ້ງແລ້ວ .....................ຫວັງເມຍຊ້ອນຕອນບຳນານ ຫັ້ນບໍ??


.................................******.................................
++ໃຜນໍ!ຄືວ່າໃຈດຳແທ້...................ປະປ່ອຍໃຫ້ນາງລໍ
ຫລາຍປີບໍ່ມາຂໍ..............................ປະໃຫ້ລໍຄອຍເຈົ້າ
ນາງຄົນຄອຍໃຈໂສກເສົ້າ.................ເອົ້າອັ່ງຄະນີງຫາ
ຖ້າແຟນນາງຫາກບໍ່ມາ.....................ໄດ້ບໍ່ຫນາຊິຂໍມາລົມຕໍ່....ຮິຮິຮິ...



ຫລືວ່າແຟນຂອງເຈົ້າ.................ມີຮັກໃຫມ່ໃນເມືອງ
ຢ່າໄດ້ເຄືອງນຳລາວ.................ຈົ່ງຕັດໃຈຢ່າລໍຊ້າ
ແລ້ວກັບຄືນຫາອ້າຍ.................ຜູ້ຄອຍນາງຢູ່ບ້ານເກົ່າ
ແລະພາກັນຊ່ວຍສ້າງ................ເຮືອນຮັກນ້ອຍໃຫ້ຮຸ່ງເຮືອງ. ຄຳມອນ ພຣີສ !


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
65 ປີ ເຕີບໃຫ່ຍມີໄຊ

ລາວອິດສະຫຼະກໍ່ຕັ້ງ ... ກໍາລັງໃໝ່ທະຫານລາວ
ວັນທີ 20 ມັງກອນ ... ກ່າວຂານໄຂກ້ອງ
ກອງລາດສະວົງໄດ້ສ້າງ ... ຕາມແນວທາງປ່ຽນແປງໃໝ່
ພາຍໃຕ້ການສ່ອງຊີ້ ... ປີຊາກ້າ ທ່ານ ໄກສອນ.

ນັບແຕ່ມື້ກໍ່ຕັ້ງ ... ປະກາດຂ່າວຂານໄຂ
ນັບເປັນວັນມີໄຊ ... ໃຫ່ຍແຂງແຮງກ້າ
ພັກນຳພາເຍືອງຊີ້ ... ແນວທາງດີສອດຄ່ອງ
ປົດປ່ອຍພົງພີ່ນ້ອງ ... ຈາກມືຮ້າຍໝູ່ມານ.

ການເວລາຜ່ານພົ້ນ ... ຜົນປົດປ່ອຍແປຜັນ
ຫັນກົນໄກການນຳພາ ... ສູ່ມືປະຊາໄດ້
ໃຈໜື່ງດຽວສານສ້າງ ... ຕາມແນວທາງນັກຮັກຊາດ
ອົງອາດປົກປ້ອງໄວ້ ... ປະຊາໄດ້ຢູ່ເຢັນ.

ມັນເປັນວັນເອກອ້າງ ... ລືທົ່ວໂລກາ
ວັນທີ 2 ທັນວາ ... ຜ່ອຍຄາຍຫາຍຮ້ອນ
ຄືດັ່ງປາໂຮມຕ້ອນ ... ສະຫລອງຊົມນໍ້າໃໝ່
ໄພ່ປະຊາຊື່ນຊ້ອຍ ... ສະຫຼອງແມ້ງມ່ວນມະໂນ.

ຂະຫຍາຍຕົວເຕີບກ້າວ ... ແສງສະຫ່ວາງນຳພາ
ພັກກັບປະຊາຊົນ ... ດັ່ງປາກັບນໍ້າ
ພ້ອມພໍ່າພາກັນສ້າງ ... ຕາມແນວທາງລະບອບໃໝ່
ສີວິໄລຮຸ່ງກ້າວ ... ຈະເລີນຂື້ນສູ່ສະໃໝ.

ເນື່ອງໃນໂອກາດນີ້ ... ຂໍອວຍພອນໄຊ
ໄປເຖິງທະຫານລາວ ... ທົ່ວແດນເໜືອໃຕ້
ຂໍໃຫ້ມີໄຊກ້າ ... ໂລຄາຢ່າມາແວ່
ປາບແພ້ພວກເຜດຮ້າຍ ... ສະບາຍເບື້ອງບ່ອນປະຊາ ນັ້ນທ້ອນ.

ໂດຍ : ສໍ ເມືອງຊຳ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຊ່ວງນີ້ ແມ່ນອາກາດນາວ
ຄູ່ບ່າວສາວ ພາກັນແຕ່ງງານ
ສ່ວນວ່າຂ້ອຍ ບໍ່ຢາກເອີ່ຍຂານ
ເລື່ອງແຕ່ງງານ ໃກ້ຂຶ້ນຄານ ວ່າຊັ້ນ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຸນຄ່າຂອງຍິງນີ້ ແມ່ນວາງທ່າທີດີ

ສ້າງນິໃສອ່ອນໂຍນ ຕໍ່ທຸກຄົນຫົວຍິ້ມ

ການພະນົບມືໍໄຫ້ວ ໄປມາຄ້ອງຄ່ຽມຄົມ

ຢ່າໄດ້ເຮັດເຈີ້ນເທີ້ນ ເມີນເປີດໄຮໂຊ

ລົດນິຍົມໄຮໂຊລາວ ກໍ່ຍິ່ງງາມຖ້າໝູນໃຊ້

ຍຸກສະໄໝນຳເຂົ້າ ປະເພນີຈິ່ງຍອດຍິ່ງ

ແມ່ຍິງລາວອານຸລັກໄວ້ ມໍລະດົກນີ້ຈິ່ງຢັ່ງຢືໍນ ແທ້ແລ້ວ





໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອັນຊ່ວງນີ້ ແມ່ນອາກາດນາວ
ຄູ່ບ່າວສາວ ພາກັນແຕ່ງງານ
ສ່ວນວ່າຂ້ອຍ ບໍ່ຢາກເອີ່ຍຂານ
ເລື່ອງແຕ່ງງານ ໃກ້ຂຶ້ນຄານ ວ່າຊັ້ນ



ຄືຊ່າງເວົ້າ,,,,,,,,,,,,ເຂົາອື່ນເອົາກັນ
ອັນສາວພາ,,,,,,,,,,,ວ່າບໍ່ທັນໄກ້
ເລືອກໄປເລື້ອຍ,,,,,,ເມື່ອຍໃຈພັກກ່ອນ
ຄານຢ່ອນຫ້ອຍ,,,,,,ຄອຍຂື້ນຊ່າງຈາ ເດນໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ຄຸນຄ່າຂອງຍິງນີ້ ແມ່ນວາງທ່າທີດີ

ສ້າງນິໃສອ່ອນໂຍນ ຕໍ່ທຸກຄົນຫົວຍິ້ມ

ການພະນົບມືໍໄຫ້ວ ໄປມາຄ້ອງຄ່ຽມຄົມ

ຢ່າໄດ້ເຮັດເຈີ້ນເທີ້ນ ເມີນເປີດໄຮໂຊ

ລົດນິຍົມໄຮໂຊລາວ ກໍ່ຍິ່ງງາມຖ້າໝູນໃຊ້

ຍຸກສະໄໝນຳເຂົ້າ ປະເພນີຈິ່ງຍອດຍິ່ງ

ແມ່ຍິງລາວອານຸລັກໄວ້ ມໍລະດົກນີ້ຈິ່ງຢັ່ງຢືໍນ ແທ້ແລ້ວ






ຄັກຫລາຍຄວາມຫມາຍດີເນາະທ່ານ

ແມ່ນແລ້ວ ຍິງຮູບງາມຄ່າຄ້ອງ,,,,,ຄອຍຈ່ອງຕາມໂຕ
ອວດໂຊເພີ່ມສີສັນ,,,,,,,,,,,,,,,,,,,ໝຶ່ນພັນຄຸນລ້ານ
ຢູ່ທີ່ການກະທຳເຈົ້າ,,,,,,,,,,,,,,,,,,ແມ່ຍິງເຮົາທຸກທ່ານ
ຊິເສີມສານສືບສ້າງ,,,,,,,,,,,,,,,,,ທາງເຄົ້າເກົ່າຫລັງ

ຫລາຍຄົນຍັງຮັກຫໍ່ໄວ້,,,,,,,,,,,,,,ໃນຄ່າວັດທະນະທຳ
ບໍ່ແລ່ນນຳສັງຄົມ,,,,,,,,,,,,,,,,,,,,ທີ່ຖັບຖົມຄອງເຄົ້າ
ຄອຍປັດເປົ່າຝຸ່ນເປື້ອນ,,,,,,,,,,,,,ບໍ່ໄລເລືອນລືມຮີດ
ສີດນໍ້າພຽງພໍ່າພ້ອມ,,,,,,,,,,,,,,,,ຖະໜອມເບ້ຍແກ່ນພັນ

ເຫັນເຫຫັນປ່ຽນປິ້ນ,,,,,,,,,,,,,,,,,ອິນອ່າວນຳກະແສ
ປ່ຽນແປຕາມສັງຄົມ,,,,,,,,,,,,,,,,,ຫົ່ມເຫລືອນຸ່ງຫນ້ອຍ
ປະປ່ອຍໄລລືມສີ້ນ,,,,,,,,,,,,,,,,,,ໄຫມນີນແພງຄ່າ
ກິລິຍາກ້າວລ້າວ,,,,,,,,,,,,,,,,,,,,ຄາວເວົ້າບໍ່ອ່ອນໂຍນ ເສຍແລ້ວ

ຫລາຍໆຄົນຍົກຍ້ອງ,,,,,,,,,,,,,,,,ງາມຄ່ອງຍິງລາວ
ຈິດໃຈຂາວຜ່ອງໃສ,,,,,,,,,,,,,,,,ອ່ອນໄຫວຫວານແຍ້ມ
ແຖມກິລິຍາອ່ອນນ້ອມ,,,,,,,,,,,,,,ພະນອມມືກົ້ມກາບ
ສິ້ນໄຫມເອ້ອາບເນື້ອ,,,,,,,,,,,,,,,ສວມເສື້ອບ່ຽງແພ ງາມເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ໜ້າໜາວ ຄິດຮອດອ້າຍ.......................ບໍ່ແໜງໜ່າຍຄວາມດົນ
ໜ້າໜາວສາວທົນຮັກ...........................ທຸກຄໍ່າຄືນແລງເຊົ້າ
ໜ້າໜາວເອົາຕົນເຂົ້າ............................ກາຍຍາຕຸ້ມຜ້າຫົ່ມ
ໜ້າໜາວ ຈົ່ມຄິດຮອດອ້າຍ.....................ປານໃດເຈົ້າຊິດ່ວນມາ ຊາຍເອີຍ.....


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ໜ້າໜາວ ຄິດຮອດອ້າຍ.......................ບໍ່ແໜງໜ່າຍຄວາມດົນ
ໜ້າໜາວສາວທົນຮັກ...........................ທຸກຄໍ່າຄືນແລງເຊົ້າ
ໜ້າໜາວເອົາຕົນເຂົ້າ............................ກາຍຍາຕຸ້ມຜ້າຫົ່ມ
ໜ້າໜາວ ຈົ່ມຄິດຮອດອ້າຍ.....................ປານໃດເຈົ້າຊິດ່ວນມາ ຊາຍເອີຍ.....



ຂໍແຈ່ມນຳແດ່ເດີ ອິອິອິ

ຍາມຫນາວຄິດຮອດນ້ອງ,,,,,,,,,,,,,,,,,,,,,,,,ຄອງຫວ່າງການງານ
ຍາມຫນາວຊາຍທຳລະມານ,,,,,,,,,,,,,,,,,,,,,ເມື່ອຍປານເປັນໄຂ້
ຍາມຫນາວຝິງໄຟໄດ້,,,,,,,,,,,,,,,,,,,,,,,,,,,,ອຸ່ນກາຍໃຈຫນາວຢູ່
ຍາມຫນາວຄິດຮອດຊູ້,,,,,,,,,,,,,,,,,,,,,,,,,,,,ຢາກຢູ່ໃກ້ກ່ອມນອນ ເດນໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

ໜ້າທີ່ 11 ຈາກທັງໝົດ 11 ໜ້າ <<<12345 ... 91011>>>