ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສ້າງທາງໂຄ້ງກ່ອນຮອດວັດສີເມືອງ(ເຮັດຫຍັງ?)

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້...ຂອບໃຈຫຼາຍໆ PhoeniXTeN

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີ້ ດຽວທິດຫນ້າກັບໄປເບິ່ງ

you will when you believe

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງຕາມຮູບຂອງເຟນິກເທັນທີ່ເອົາມານັ້ນຄຶບໍ່ເຫັນບ່ອນທີ່ວ່າມັນໂຄ້ງນັ້ນ ເຫັນແຕ່ທາງສີ່ແຍກທັມມະດາ!

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ພື້ນທາງຍ່າງເປື້ອນແທະ. ອືມ ແຄບເຂົ້າກວ່າເກົ່າ. ເບີ່ງຮູບລະມັນບໍ່ຄັກໃຈ ປານໃດ ດຽວກັບໄປເບີ່ງເຕັມໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ເບິ່ງຕາມຮູບຂອງເຟນິກເທັນທີ່ເອົາມານັ້ນຄຶບໍ່ເຫັນບ່ອນທີ່ວ່າມັນໂຄ້ງນັ້ນ ເຫັນແຕ່ທາງສີ່ແຍກທັມມະດາ!

ຄວາມຈິງຂະຫນາດຄວາມກວ້າງຄິດວ່າເທົ່າເກົ່າ ຕ່າງຈາກເດີມພຽງແຕ່ມັນໂຄ້ງຊື່ໆ..
ThaoK ລອງໃຊ້ Google Earth ລອງເບິ່ງ..

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ອືມ ຂອບໃຈ 555

ເຫັນລະຈົນບໍ່ຢາກໄປທາງນັ້ນ ມັນເຂື່ອງໝາກຫົວໃຈເວລາເຫັນ

ກັນລະເໝືອ່ຍໝາກຫົວໃຈເຫັ່ງ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໔ ກະທູ້
໑໒໓ ໂພສ
ນັກການກະທູ້
ຟຸດບາດນິກ້ວາງດີເນາະ ເຫິະໆ

ໜ້າຈະຂະຫຍາຍທາງໃຫ້ໃຫຍ່ດີກ່ວາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ເບິ່ງຕາມຮູບຂອງເຟນິກເທັນທີ່ເອົາມານັ້ນຄຶບໍ່ເຫັນບ່ອນທີ່ວ່າມັນໂຄ້ງນັ້ນ ເຫັນແຕ່ທາງສີ່ແຍກທັມມະດາ!

ຄວາມຈິງຂະຫນາດຄວາມກວ້າງຄິດວ່າເທົ່າເກົ່າ ຕ່າງຈາກເດີມພຽງແຕ່ມັນໂຄ້ງຊື່ໆ..
ThaoK ລອງໃຊ້ Google Earth ລອງເບິ່ງ..

Google Earth ມັນບໍ່ໄດ້ອັບເດດ ທຸກມື້ໃດ໋ ນິກ, ມັນຫາສິມາເຫັນແຜນທີ່ວຽງຈັນແຈ້ງຫວ່າງໃດຫນື່ງນິ.
ຕະຫລາດທົ່ງຂັນຄຳ ກະຍັງເປັນດິນແດງຢູ່ ຕອນມັນຖ່າຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...

ອ່າວ.. ກຳ.. ເຮົາກະບໍ່ໄດ້ໃຊ້ດອກ..
ຄິດວ່າມັນອ້າງອິງຈາກດາວທຽມ ແລ້ວມັນຈະເຫັນການປ່ຽນແປງທຸກມື້...

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ຍັງບໍ່ເຫັນຊ້ຳ

何よりも真実を貴ぶ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ຈັກເອົາອິຫຍັງຄິດບຸ..............ສົງໃສຕອນຍັງນ້ອຍມີຈິນຕະນາການສູງ(ມັກDiftລົດ)
ກະເລີຍສ້າງແນວນັ້ນ 555

ກະວ່າ

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ເບິ່ງຕາມຮູບຂອງເຟນິກເທັນທີ່ເອົາມານັ້ນຄຶບໍ່ເຫັນບ່ອນທີ່ວ່າມັນໂຄ້ງນັ້ນ ເຫັນແຕ່ທາງສີ່ແຍກທັມມະດາ!

ຄວາມຈິງຂະຫນາດຄວາມກວ້າງຄິດວ່າເທົ່າເກົ່າ ຕ່າງຈາກເດີມພຽງແຕ່ມັນໂຄ້ງຊື່ໆ..
ThaoK ລອງໃຊ້ Google Earth ລອງເບິ່ງ..

Google Earth ມັນບໍ່ໄດ້ອັບເດດ ທຸກມື້ໃດ໋ ນິກ, ມັນຫາສິມາເຫັນແຜນທີ່ວຽງຈັນແຈ້ງຫວ່າງໃດຫນື່ງນິ.
ຕະຫລາດທົ່ງຂັນຄຳ ກະຍັງເປັນດິນແດງຢູ່ ຕອນມັນຖ່າຍ

ອ່າວ.. ກຳ.. ເຮົາກະບໍ່ໄດ້ໃຊ້ດອກ..
ຄິດວ່າມັນອ້າງອິງຈາກດາວທຽມ ແລ້ວມັນຈະເຫັນການປ່ຽນແປງທຸກມື້...

ເອົາໄວ້ ເບີ່ງທາງ, ມັນບໍ່ໄດ້ເອົາໄວ້ ເບີ່ງຊາວບ້ານ ສິໄດ້ອັບທຸກມື້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ຫຼືວ່າກະເຈົ້າເຮັດໄວ້ໃຫ້ທ້າວດ່ຽວແລະແກ໊ງສະເກດ.ລົດຖີບມາຊ້ອມເບາະຫັນ 5555

ມື້ໜ້າດ່ຽວກະຊວນໝູ່ໄປຫຼິ້ນເດີ ເພິ່ນສ້າງຟຸດບາດບັກໃຫຍ່ໃຫ້ຫຼິ້ນລະຫັນນະ 555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ່ຍ ມັນສິຫລີ້ນອິສັງໄດ້ເກາະ? ອັນທາງຄົນຍ່າງຫັ້ນ ຢັນບາດຫນື່ງກະສິແລ່ນຕົກຂອບລະ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ມື້ນີ້ກະຊິໄດ້ກາຍໄປທາງນີ້ແລ້ວວວວວວວວວ......ອຸກໃຈເດະ

ອາລົມອະຄະຕິມາຍາມສຸຂະພາບຈິດ"ເຊືອມໆໆ"ຂ້ອຍແລ້ວບາດນິ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຂໍປະກອບນຳ November ຕາມທີ່ສັງເກດ ແລະ ເຂົ້າໃຈເນາະ...

ພວກເຮົາສັງເກດບໍ່ວ່າ, ຕາມແຂວງຕ່າງໆທົ່ວປະເທດ ໂດຍສະເພາະແມ່ນຈຸດທີ່ເປັນແກນເມືອງ ຫຼື ຫຼັກເມືອງ, ເວົ້າງ່າຍໆແມ່ນຈຸດສູນລວມດ້ານຈິດໃຈ ຈະມັກຕັ້ງ ຫຼື ຖືກຈັດສັນໃຫ້ຢູ່ຫວ່າງກາງຂອງຊຸມທາງແຍກຫຼາຍເສັ້ນ, ທາງໂຄ້ງ ຫຼື ໂພນສູງທີ່ສຸດຂອງຕົວເມືອງ ເຊັ່ນ ພຣະທາດພຣະພຸທບາຕໂພນສັນ (ເມືອງທ່າພະບາດ, ແຂວງບໍລິຄຳໄຊ) ທີ່ເຊື່ອກັນວ່າມີຄວາມສັກສິດ ກໍ່ຕັ້ງຢູ່ຫົວມູມໂຄ້ງຂງຖະໜົນເລກທີ 13 ໃຕ້ພໍດີ, ພຣະທາດສີໂຄດຕະບອງ ທີ່ ທ່າແຂກ ກໍ່ເຊັ່ນດຽວກັນ, ພຣະທາດຫຼວງວຽງຈັນ ກໍ່ຖືກສ້າງເທິງໂພນທີ່ສູງ ແລະ ເປັນຮູບມູນກົ່ງທີ່ສຸດໃນວຽງຈັນ....ຯລຯ

ສະເພາະຢູ່ວຽງຈັນ, ໃຈກາງນະຄອນຖືກຈັດສັນໃຫ້ເປັນຮູບຄັນນາຂັ້ນ (ຕາກະໂຣ້) ໂຄ້ງກົ່ງໄປຕາມລຳນ້ຳຂອງ ແລະ ສະເພາະຫົວມູມບັນຈົບຂອງຖະໜົນສາມແສນໄທ ແລະ ເຊດຖາທິຣາດ ທາງດ້ານໃຕ້ (ຫົວມູມສວນອະນຸສອນສະຖານ ເຈົ້າສີສະຫວ່າງ) ທີ່ຕັ້ງວັດສີເມືອງ, ຖ້າສັງເກດດີໆ ກໍ່ພໍດີຕົງກັບຈຸດໂຄ້ງຂອງລຳນ້ຳຂອງ ຈິ່ງບໍ່ແປກທີ່ຈະຈັດທາງໃນຕອນນັ້ນ ໃຫ້ມີລັກສະນະໂຄ້ງກົ່ງເລັກນ້ອຍ ຖ້າເບິ່ງຕາມຫຼັກການຈັດສັນ... ແຕ່ຖ້າຈະເບິ່ງຕາມຄວາມເຊື່ອແລ້ວ, ໄລຍະບໍ່ດົນມານີ້ ພວກເຮົາຄືຈະໄດ້ຍິນຂ່າວ ກ່ຽວກັບ ການກໍ່ສ້າງສ້ອມແປງຖະໜົນເຊດຖາທິຣາດຄືນໃໝ່, ກຳມະກອນພາກັນຂຸດລົງໄປບໍ່ພໍເທົ່າໃດວາ ກໍ່ຄົ້ນພົບຫໍໄຫວ້ນອກກຳແພງວັດສີເມືອງ (ເຊື່ອວ່າມີທັງໝົດ 4-6 ຫໍ ອ້ອມນອກກຳແພງວັດ ໃນເມື່ອກ່ອນ), ພາຍໃນຂຸມ ໄດ້ພົບເຫັນຫີນຄຳ,​ ໄຫຄຳ, ວັດຖຸມີຄ່າ ແລະ ພາຊະນະດິນປັ້ນຈຳນວນໜຶ່ງ ຈິ່ງໄດ້ເຮັດພິທີບວງສວງ ແລະ ຖອນຫໍໄຫວ້ອອກຈາກຈຸດກໍ່ສ້າງດັ່ງກ່າວ... ການທີ່ສ້າງເສີມເອົາທາງຄົນຍ່າງ ໃຫ້ກວ້າງກວມພື້ນທີ່ທາງລົດເລັກນ້ອຍ ຈິ່ງເປັນການຫຼີກລ່ຽງບໍ່ໃຫ້ລົດແລ່ນທັບຮອຍຫໍໄຫວ້ (ຕາມທີ່ເຂົ້າໃຈເນີ້) ແລະ ໄດ້ຍິນວ່າ ທາງອົງການພຸທະສາສນາສຳພັນລາວ ຈະມີການລະດົມປະຊາຊົນທີ່ສັດທາ ສ້າງທາດໄຫວ້ຈຳລອງອົງໃໝ່ຂຶ້ນໃກ້ໆບໍລິເວນວັດສີເມືອງ ໃນມໍ່ໆນີ້ ຈະສ້າງຢູ່ພື້ນທີ່ໂຄ້ງນັ້ນ ຫຼື ຫົວມູມທາງຂຶ້ນ-ທາງລ່ອງ ກໍ່ຍັງບໍ່ແນ່ໃຈ....

ອີກປະການໜຶ່ງ, ການຂັບຂີ່ພາຫະນະຜ່ານທາງໂຄ້ງດ້ວຍຄວາມໄວສູງ ເປັນສິ່ງທີ່ບໍ່ຄວນເຮັດ, ທີ່ມີທາງໂຄ້ງບໍລິເວນນັ້ນ ກໍ່ເພື່ອເຮັດໃຫ້ຜູ້ຂັບຂີ່ມີສະຕິ ບໍ່ເລັ່ງລົດສຽງດັງ ລົບກວນເຂດສະຫງົບ, ແຕ່ຖ້າຫຼີກບໍ່ໄດ້ ກໍ່ຄວນບີບແກລົດເພື່ອເຕືອນຄູ່ປະທະ ແລະ ຖ້າຍົກມືນົບພ້ອມ ກໍ່ຈະຖືເປັນການໃຫ້ຄວາມສັກກາຣະສະຖານທີ່ສັກສິດໄປໃນຕົວ.

ສະພາບສັງຄົມ ແລະ ວິຖີຊີວິດແບບບ້ານເຮົາ ຕ້ອງໄດ້ເຮັດໝົດທຸກຢ່າງ, ວັດແທກຈັດສັນມາຕາມມາດຖານຂອງຫຼັກຜັງເມືອງແລ້ວຍັງບໍ່ພໍ ຍັງຕ້ອງໄດ້ເບິ່ງຕາມຫຼັກສະໂຫຼກໂຫຣາສາຕກັນຕື່ມ, ເບິ່ງກັນງ່າຍໆໂລດວ່າ ເຮືອນຊານທີ່ພວກເຮົາທຸກຄົນອາໄສຢູ່ກັນທຸກມື້ ກ່ອນພໍ່ແມ່ເຮົາຈະປັກເສົາເຮືອນຕົ້ນທຳອິດນັ້ນ ຍາກຊ່ຳໃດແລ້ວ..... ບໍ່ແນ່ໃຈວ່າ ເຊື່ອຖືກ ຫຼື ບໍ່, ເປັນຄວາມເຊື່ອສ່ວນບຸກຄົນເນີ້... ວິຈາຣະນະຍານໃນການອ່ານທີ່ສູງຂອງພວກເຮົາ ຈະບໍ່ເຮັດໃຫ້ຖືເປັນບຸກຄົນງົມງວາຍເນາະ..

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ແນວນີ້ນິເອງ .... ຕ້ອງລໍກັນຕໍ່ໄປວ່າຈະເປັນແນວໃດຕໍ່ໄປ

ຂອບໃຈ GAPSNOVA ສຳຫຼັບຂໍ້ຄິດດີໆໆ ^^

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະວ່າຫັ້ນລະ ທຳອິດຄິດວ່າເພິ່ນຊິຂະຫຍາຍທາງໃຫ້ກວ້າງອອກຊັ້ນດອກ,

ຫຼັງຈາກເພິ່ນສ້າງແລ້ວຂີ່ລົດມາຕາມທາງໂຕນັ້ນ ຕົກໃຈໜ້ອຍໜຶ່ງ ງົງວ່າເອ້ເປັນຫຍັງທາງມັນຄືໂຄ້ງຈັ່ງຊີ້ເກືອບຂີ່ກາຍທາງໂຄ້ງ, ທີ່GAPSNOVA ເວົ້າມາກະຄືຊິແມ່ນເນາະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ມື້ໜ້າຊິຂີ່ລົດຖີບອິຮ້າງຢູບ້ານໄປ Dift ຢູ່ຫັນຊຳບໍ 555555555

ເບິ່ງດຸວ່າມັນຊິຄືໜັງເຈໂຊບໍ 5555

ສົງໄສອິແມ່ຊິບໍ່ດ່າບໍ...ຍ້ານຢາງລົດຖີບມັນຫ້ຽນຍ້ອນ ກ໊າກໆໆໆໆໆໆທ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ມື້ໜ້າຊິຂີ່ລົດຖີບອິຮ້າງຢູບ້ານໄປ Dift ຢູ່ຫັນຊຳບໍ 555555555
ເບິ່ງດຸວ່າມັນຊິຄືໜັງເຈໂຊບໍ 5555
ສົງໄສອິແມ່ຊິບໍ່ດ່າບໍ...ຍ້ານຢາງລົດຖີບມັນຫ້ຽນຍ້ອນ ກ໊າກໆໆໆໆໆໆທ

ຢ່າໄປ ດືບໆ ດີບໆ (drift) ແຖວນັ້ນເທາະນ້ອງເອີຍ ...ຈັກໜ້ອຍເປັນຫຍັງມາພັດຊິວ່າເຈົ້າແມ່ສີເມືອງບໍ່ເບິ່ງລູກເບິ່ງຫລານອີກລະ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ເຂົ້າໃຈມີສອງປະເດັນ..

ເປີດປະເດັນທີຫນຶ່ງ : ແຖວນັ້ນ(ຟຸຕພາທທີ່ຍື່ນອອກມາ)ອາດຈະເປັນບໍລິເວນຂອງການຝັງອີ່ຫຍັງຈັກຢ່າງຫນຶ່ງ..

ທີ່ເຮັດໃຫ້ຕ້ອງໄດ້ບ່ຽງທາງອອກທາງຂ້າງແທນ (ນັ້ນເປັນເລື່ອງຄວາມເຊື່ອກັບຄົນລາວເຮົາ)

ເປີດປະເດັນທີສອງ : ພື້ນດິນບໍລິເວນຟຸຕພາທທີ່ຍື່ນອອກມານັ້ນ ອາດຈະມີການອ່ອນຕົວເນື່ອງຈາກມີນ້ຳໃຕ້ດິນກັດເຊາະ..

ເປັນເຫດເຮັດໃຫ້ຕ້ອງໄດ້ບ່ຽງທາງອອກທາງຂ້າງແທນ (ນັ້ນເພື່ອຄວາມປອດໄພ)

.

.

.

*ນັ້ນເປັນຄວາມຄິດເຫັນສ່ວນຕົວ..

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ມື້ໜ້າຊິຂີ່ລົດຖີບອິຮ້າງຢູບ້ານໄປ Dift ຢູ່ຫັນຊຳບໍ 555555555
ເບິ່ງດຸວ່າມັນຊິຄືໜັງເຈໂຊບໍ 5555
ສົງໄສອິແມ່ຊິບໍ່ດ່າບໍ...ຍ້ານຢາງລົດຖີບມັນຫ້ຽນຍ້ອນ ກ໊າກໆໆໆໆໆໆທ

ຢ່າໄປ ດືບໆ ດີບໆ (drift) ແຖວນັ້ນເທາະນ້ອງເອີຍ ...ຈັກໜ້ອຍເປັນຫຍັງມາພັດຊິວ່າເຈົ້າແມ່ສີເມືອງບໍ່ເບິ່ງລູກເບິ່ງຫລານອີກລະ

ຮ່າໆໆໆໆ ຮ່າໆໆໆ ອ້າຍແບ້ງ ອ້າຍແບ້ງ 555
ເວົ້າມາແຕ່ລະຫັນ...ຂ້ອຍຫົວຍາມນັ້ນ 55555
ລົດຖີບອິຮ້າງຈັກຊິໄປຮອດບໍ...ຮອດເຄິ່ງທາງຍ່າງລົດກະແຕກລະ ກ໊າກໆໆ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໄປເບີ່ງກ່ອນລະຈະມາ ສັນທະຍາຍໃຫ້ຟັງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ ເຂົາສິເຮັດ ຮ້ານຂາຍເຝີ ຕີ ຮາຮາ

ຄົນໄກບ້ານ........ຍາກກັບບ້ານເດ່

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ທີ່ເຂົ້າໃຈມີສອງປະເດັນ..
ເປີດປະເດັນທີຫນຶ່ງ : ແຖວນັ້ນ(ຟຸຕພາທທີ່ຍື່ນອອກມາ)ອາດຈະເປັນບໍລິເວນຂອງການຝັງອີ່ຫຍັງຈັກຢ່າງຫນຶ່ງ..
ທີ່ເຮັດໃຫ້ຕ້ອງໄດ້ບ່ຽງທາງອອກທາງຂ້າງແທນ (ນັ້ນເປັນເລື່ອງຄວາມເຊື່ອກັບຄົນລາວເຮົາ)
ເປີດປະເດັນທີສອງ : ພື້ນດິນບໍລິເວນຟຸຕພາທທີ່ຍື່ນອອກມານັ້ນ ອາດຈະມີການອ່ອນຕົວເນື່ອງຈາກມີນ້ຳໃຕ້ດິນກັດເຊາະ..
ເປັນເຫດເຮັດໃຫ້ຕ້ອງໄດ້ບ່ຽງທາງອອກທາງຂ້າງແທນ (ນັ້ນເພື່ອຄວາມປອດໄພ)
.
.
.
*ນັ້ນເປັນຄວາມຄິດເຫັນສ່ວນຕົວ..

ມື້ໜ້າຊິພາຂີ່ລົດຖີບໄປເບິ່ງເບາະ ຊາວພັນລາວໄປກິນເຂົ້າສວຍແຖວນັ້ນເລີຍ 555
ພໍດີທ້າວດ່ຽວກະຊິກັບມາລາວພໍດີເລີຍ ຊວນກັນໄປຫຼາຍໆໆຄົນມັນຈິ່ງມ່ວນ 55

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເວົ້າປານພາກັນໄປເບີ່ງລິງສາມຫາງຢູ່ບຸນທາດຫລວງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ມື້ໜ້າຊິພາຂີ່ລົດຖີບໄປເບິ່ງເບາະ ຊາວພັນລາວໄປກິນເຂົ້າສວຍແຖວນັ້ນເລີຍ 555
ພໍດີທ້າວດ່ຽວກະຊິກັບມາລາວພໍດີເລີຍ ຊວນກັນໄປຫຼາຍໆໆຄົນມັນຈິ່ງມ່ວນ 55

ລະກະຖ່າຍຮູບເປັນທີ່ລະລຶກກັບຟຸຕພາທເລີຍ.. ຮະຮະ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ GAPSNOVA ຂຽນວ່າ...
ຂໍປະກອບນຳ November ຕາມທີ່ສັງເກດ ແລະ ເຂົ້າໃຈເນາະ...

ພວກເຮົາສັງເກດບໍ່ວ່າ, ຕາມແຂວງຕ່າງໆທົ່ວປະເທດ ໂດຍສະເພາະແມ່ນຈຸດທີ່ເປັນແກນເມືອງ ຫຼື ຫຼັກເມືອງ, ເວົ້າງ່າຍໆແມ່ນຈຸດສູນລວມດ້ານຈິດໃຈ ຈະມັກຕັ້ງ ຫຼື ຖືກຈັດສັນໃຫ້ຢູ່ຫວ່າງກາງຂອງຊຸມທາງແຍກຫຼາຍເສັ້ນ, ທາງໂຄ້ງ ຫຼື ໂພນສູງທີ່ສຸດຂອງຕົວເມືອງ ເຊັ່ນ ພຣະທາດພຣະພຸທບາຕໂພນສັນ (ເມືອງທ່າພະບາດ, ແຂວງບໍລິຄຳໄຊ) ທີ່ເຊື່ອກັນວ່າມີຄວາມສັກສິດ ກໍ່ຕັ້ງຢູ່ຫົວມູມໂຄ້ງຂງຖະໜົນເລກທີ 13 ໃຕ້ພໍດີ, ພຣະທາດສີໂຄດຕະບອງ ທີ່ ທ່າແຂກ ກໍ່ເຊັ່ນດຽວກັນ, ພຣະທາດຫຼວງວຽງຈັນ ກໍ່ຖືກສ້າງເທິງໂພນທີ່ສູງ ແລະ ເປັນຮູບມູນກົ່ງທີ່ສຸດໃນວຽງຈັນ....ຯລຯ

ສະເພາະຢູ່ວຽງຈັນ, ໃຈກາງນະຄອນຖືກຈັດສັນໃຫ້ເປັນຮູບຄັນນາຂັ້ນ (ຕາກະໂຣ້) ໂຄ້ງກົ່ງໄປຕາມລຳນ້ຳຂອງ ແລະ ສະເພາະຫົວມູມບັນຈົບຂອງຖະໜົນສາມແສນໄທ ແລະ ເຊດຖາທິຣາດ ທາງດ້ານໃຕ້ (ຫົວມູມສວນອະນຸສອນສະຖານ ເຈົ້າສີສະຫວ່າງ) ທີ່ຕັ້ງວັດສີເມືອງ, ຖ້າສັງເກດດີໆ ກໍ່ພໍດີຕົງກັບຈຸດໂຄ້ງຂອງລຳນ້ຳຂອງ ຈິ່ງບໍ່ແປກທີ່ຈະຈັດທາງໃນຕອນນັ້ນ ໃຫ້ມີລັກສະນະໂຄ້ງກົ່ງເລັກນ້ອຍ ຖ້າເບິ່ງຕາມຫຼັກການຈັດສັນ... ແຕ່ຖ້າຈະເບິ່ງຕາມຄວາມເຊື່ອແລ້ວ, ໄລຍະບໍ່ດົນມານີ້ ພວກເຮົາຄືຈະໄດ້ຍິນຂ່າວ ກ່ຽວກັບ ການກໍ່ສ້າງສ້ອມແປງຖະໜົນເຊດຖາທິຣາດຄືນໃໝ່, ກຳມະກອນພາກັນຂຸດລົງໄປບໍ່ພໍເທົ່າໃດວາ ກໍ່ຄົ້ນພົບຫໍໄຫວ້ນອກກຳແພງວັດສີເມືອງ (ເຊື່ອວ່າມີທັງໝົດ 4-6 ຫໍ ອ້ອມນອກກຳແພງວັດ ໃນເມື່ອກ່ອນ), ພາຍໃນຂຸມ ໄດ້ພົບເຫັນຫີນຄຳ,​ ໄຫຄຳ, ວັດຖຸມີຄ່າ ແລະ ພາຊະນະດິນປັ້ນຈຳນວນໜຶ່ງ ຈິ່ງໄດ້ເຮັດພິທີບວງສວງ ແລະ ຖອນຫໍໄຫວ້ອອກຈາກຈຸດກໍ່ສ້າງດັ່ງກ່າວ... ການທີ່ສ້າງເສີມເອົາທາງຄົນຍ່າງ ໃຫ້ກວ້າງກວມພື້ນທີ່ທາງລົດເລັກນ້ອຍ ຈິ່ງເປັນການຫຼີກລ່ຽງບໍ່ໃຫ້ລົດແລ່ນທັບຮອຍຫໍໄຫວ້ (ຕາມທີ່ເຂົ້າໃຈເນີ້) ແລະ ໄດ້ຍິນວ່າ ທາງອົງການພຸທະສາສນາສຳພັນລາວ ຈະມີການລະດົມປະຊາຊົນທີ່ສັດທາ ສ້າງທາດໄຫວ້ຈຳລອງອົງໃໝ່ຂຶ້ນໃກ້ໆບໍລິເວນວັດສີເມືອງ ໃນມໍ່ໆນີ້ ຈະສ້າງຢູ່ພື້ນທີ່ໂຄ້ງນັ້ນ ຫຼື ຫົວມູມທາງຂຶ້ນ-ທາງລ່ອງ ກໍ່ຍັງບໍ່ແນ່ໃຈ....

ອີກປະການໜຶ່ງ, ການຂັບຂີ່ພາຫະນະຜ່ານທາງໂຄ້ງດ້ວຍຄວາມໄວສູງ ເປັນສິ່ງທີ່ບໍ່ຄວນເຮັດ, ທີ່ມີທາງໂຄ້ງບໍລິເວນນັ້ນ ກໍ່ເພື່ອເຮັດໃຫ້ຜູ້ຂັບຂີ່ມີສະຕິ ບໍ່ເລັ່ງລົດສຽງດັງ ລົບກວນເຂດສະຫງົບ, ແຕ່ຖ້າຫຼີກບໍ່ໄດ້ ກໍ່ຄວນບີບແກລົດເພື່ອເຕືອນຄູ່ປະທະ ແລະ ຖ້າຍົກມືນົບພ້ອມ ກໍ່ຈະຖືເປັນການໃຫ້ຄວາມສັກກາຣະສະຖານທີ່ສັກສິດໄປໃນຕົວ.

ສະພາບສັງຄົມ ແລະ ວິຖີຊີວິດແບບບ້ານເຮົາ ຕ້ອງໄດ້ເຮັດໝົດທຸກຢ່າງ, ວັດແທກຈັດສັນມາຕາມມາດຖານຂອງຫຼັກຜັງເມືອງແລ້ວຍັງບໍ່ພໍ ຍັງຕ້ອງໄດ້ເບິ່ງຕາມຫຼັກສະໂຫຼກໂຫຣາສາຕກັນຕື່ມ, ເບິ່ງກັນງ່າຍໆໂລດວ່າ ເຮືອນຊານທີ່ພວກເຮົາທຸກຄົນອາໄສຢູ່ກັນທຸກມື້ ກ່ອນພໍ່ແມ່ເຮົາຈະປັກເສົາເຮືອນຕົ້ນທຳອິດນັ້ນ ຍາກຊ່ຳໃດແລ້ວ..... ບໍ່ແນ່ໃຈວ່າ ເຊື່ອຖືກ ຫຼື ບໍ່, ເປັນຄວາມເຊື່ອສ່ວນບຸກຄົນເນີ້... ວິຈາຣະນະຍານໃນການອ່ານທີ່ສູງຂອງພວກເຮົາ ຈະບໍ່ເຮັດໃຫ້ຖືເປັນບຸກຄົນງົມງວາຍເນາະ..

ແມ່ນລ່ະ ເພາະຕອນນັ້ນກະເຫັນກະເຈົ້າຂຸດຢູ່

strawberry

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໊ ແລ້ວຯເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວເຣົາກາຊໍ່າກັບຕ່າງປະເທດລະເນາະ

ມີທາງຂອກ ທາງໂຂ້ງພ້ອມ ເພາະທີ່ຜ່ານມາກາເຄີຍເຫັນແຕ່ຢູ່ຕ່າງປະເທດ

ຣ່າຯຯຯຯຯຯເວົ້າພໍປານໂຕເອງເຄີຍໄປຕ່າງປະເທດນີ້ດາຍ ຂພຈກາດາຍ