ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສິລປິນອິສຣະ

ໜ້າທີ່ 3 ຈາກທັງໝົດ 9 ໜ້າ <<<123456789>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuluktm ຂຽນວ່າ...
ບໍ່ຢາກເວົ້າຢາດຜິດ




ເຈົ້າຢາດຜິດຫຍັງກັນນໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີປີໃຫມ່ແກ່ທຸກຄົນ,
ເປັນປີບໍ່ໄດ້ເຫັນຫນ້າກັນ ກະຄືຊິບໍ່ດ່າ ໂຄດແ..ຕິເບາະ.
ຍັງເຫມືອນເດີມ.
ນັບແຕ່ວັນທີ່ ໑ ເດືອນ ມົກກະຣາ ປີ ໒໐໑໐ ເປັນຕົ້ນມາ ຢູ່ບ້ານລາວເມືອງລາວໄດ້ອອກບົດກົດຫມາຍໃນການເສັຍພາສີເພີ້ມຣາຍໄດ້ທີ່ທົ່ວໂລກເອີ້ນວ່າ VAT ໃນຣະດັບ ສິບເປິເຊັນ.
ແລ້ວແຕ່ຈະແປກັນນໍ ຫຼືປະໃຫ້ບັນດານັກເສຖສາດມາເວົ້າໃຫ້ຟັງກະດີ.
ພາສີນີ້ ເປັນຣາຍໄດ້ທີ່ເຂົ້າຖົງຣັຖບານ, ປະເທດ ຢ່າງຫຼີກລ້ຽງບໍ່ໄດ້(ສຳຫຼັບປະຊາຊົນຜູ້ຊື້ສິນຄ້າຕ່າງໆມາໃຊ້ ຫຼືມາບໍຣິໂພກ.)ເພາະພາສີນີ້ເຂົາເກັບເຂົ້າຕື່ມກັບຣາຄາສິນຄ້າທີ່ພໍ່ຄ້າຕັ້ງໄວ້ແລ້ວໂດຍຄິດສເລັ່ຍຜົນກຳໄລໄວ້ຕາມກົດເກັນການເສຖກິດ!
ແຕ່ພວກຫົວໃສກະມີມາກມາຍທີ່ແທນທີ່ຈະເອົາເງິນພາສີເພີ້ມນີ້ເຂົ້າຣັຖຊ້ຳດຶງອອກມາໃຫ້ເປັນຣາຍໄດ້ແກ່ຕົນ!!(ເຄັດລັບປະໄວ້ໃນອາວະກາດດີກວ່າ!)
ຫາກທຸກສິ່ງຢ່າງເປັນໄປດ້ວຍດີມັນກໍເປັນວິທີທີ່ຫາເງິນເຂົ້າຄັງໄດ້ດີ.ແຕ່ມັນອາຈສ້າງຄວາມບໍ່ກ້ຳເກິ່ງຣະຫວ່າງບໍຣິສັດທີ່ຕ້ອງເສັຍພາສີເພີ້ມ ວັດ ນີ້ ແລະບໍຣິສັດທີ່ບໍ່ມີ ວັດ. ຈະພາໃຫ້ມີການແຕກຕ່າງຣະຫວ່າງຣາຄາຂອງສິນຄ້າແນວດຽວກັນໃນສອງບໍຣິສັດເພາະວ່າບໍຣິ..ຫນຶ່ງຕ້ອງໄລ່ເພີ້ມສິບເປິເຊັນສ່ວນ ອີກ ບໍຣິ..ຫນຶ່ງພັດບໍ່ເພີ້ມສິບເປິເຊັນ!!
ຜູ່ຊື້ສ່ວນຫຼາຍກະຢາກຊື້ຂອງໃນຣາຄາຖືກແມ່ນບໍ່ລະ?
ສິບເປິເຊັນມັນບໍ່ແມ່ນຂີ້ໄກ່ເວີຍ!!!
ໃຜມີຫຍັງທີ່ພິເສດຢາກມາເວົ້າສູ່ກັນຟັງກະເຊິນເລີຍ!!
ສິນຄ້າຂາເຂົ້າ ຕ້ອງເສັຍພາສີເພີ້ມ ວັດ ນີ້ ກ່ອນນຳສິນຄ້າອອກຈາກສາງຂອງກົມພາສີ.ໃນການຄິດໄລ່ ວັດນີ້ ໃນຕ່າງປະເທດໄລ່ກັນ ຈາກ ໃບບິນຊື້ຂາຍ ບວກ ຄ່າຂົນສົ່ງແລະປະກັນໄພແລ້ວໄລ່ສິບເປິເຊັນເຂົ້າຕື່ມ.
ແຕ່ສິນຄ້າທີ່ສົ່ງອອກ ແມ່ນສູນເປິເຊັນ.
ມາຖຽງກັນແນ່ເດິພໍໃຫ້ຮູ້ວ່າມີໃຜຮູ້ເຣື້ອງນີ້ນຳກັນ.


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສສິມີແຕ່ພວກອິດສະຫຼະໃຫຍ່ເຂົ້າມາຟັງແລ້ວກະທູ້ນີ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າຕິທິດຝອຍ!
ນີ້ເປັນສິ່ງໃຫມ່ທີ່ບ້ານເຮົາກໍນຳມາໃຊ້ດັ່ງປະເທດອື່ນ.
ຢູ່ໄທ ອັດຕາ ວັດນີ້ ມີ ເຈັດເປິເຊັນ ແຕ່ ຢູ່ໂປແລນ ຮອດ ຊາວສອງເປິເຊັນພຸ້ນ!!
ທາງຢູໂຣບແຖບສແກນດີນາເວັຍຄືຍັງຫຼາຍກວ່ານັ້ນອີກ.
ຖືວ່າບ້ານເຮົາເອົາກັນປານກາງກະວ່າໄດ້.
ຊາໃຈກະຢາກໃຫ້ຜູ່ທີ່ມີຄວາມຮອບຮູ້ກ່ຽວກັບບັນຫານີ້ມາເວົ້າໃຫ້ປະຊາພັນລາວສູ່ກັນຟັງ.
ບັນຫານີ້ ຊັບຊ້ອນ ແຕ່ມັນກະມີກົດເກັນທາງເສຖກິດຂອງມັນທີ່ບົ່ງໄວ້ຈະແຈ້ງດີ
ຫາກວ່າເຂົ້າໃຈໄດ້ ຫຼືຮັບຮູ້ໄດ້ກະດີເພາະວ່າມັນຈະກາຍເປັນສິ່ງປະກອບຢ່າງຫນຶ່ງໃນ``ຊີວີດສົ້ນຕິນ``ຂອງບຸກຄົນທົ່ວໄປ.
ຢາກເປັນໂຈນ ຫ້າພັນສອງເທື່ອໃຫ້ເປັນຮ້ອຍຄືຊິມ່ວນດີ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີດຊ້ອຍມ້ອຍບໍ່ມີນັກຊ່ຽວຊານມາຊ່ອຍອະທິບາຍກັນເລີຍ ຫຼືວ່າບໍ່ມີໃຜສົນໃຈນຳຣາຍຈ່າຍທີ່ຕ້ອງເພີ້ມຂື້ນຂອງຕົນເອງ!!

ໃຊ້ ແຕ່ຄຳ ວ່າ:``ບໍ່ເປັນຫຍັງກັນຕໍ່ໄປ``.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຽງສ່າລືຍັງມີວ່າອີກບໍ່ດົນຈະນຳເອົາບົດແປ``ສະຫມັກຫຼີ້ນ``ຂອງເຣື້ອງຂິງປ່າມາລົງຕໍ່
ໄປ ແມ່ນວ່າຈະມີຜູ່ສົນໃຈນ້ອຍກະຕາມເພາະອ່ານໄປອີກເທື່ອໃຫມ່ ແປໄປ ກະຍິ່ງພາໃຫ້ຄິດວ່າເຫມາະສົມທີ່ຈະໃຫ້ມີຕໍ່ໄປ ຢ່າງນ້ອຍກະຈະໄດ້ເປັນທີ່ພາກພູມໃຈໂຕເອງທີ່ຕັ້ງຫມັ້ນໄວ້ວ່າຈະເຮັດແລະໃຫ້ສຳເຣັດ.
ຢູ່ເຮືອນຍາມຫນາວໆຈັ່ງຊີ້ກະນັ່ງຢູ່ຫນ້າຄອມແລະແປໄປໄດ້ປະມານສີ່ຫ້າ ຊາບເຕີ້.
ຍັງພຽງວ່າຕ້ອງກວດຂັນອັນທີ່ແປມາເປັນຄວາມລາວຫັ້ນວ່າມັນແມ່ນຄວາມລາວບໍຫຼືວ່າເປັນພຽງຂຽນໂຕອັກສອນລາວລ້າໆ.
ຜ່ານມາໄດ້ເອົາມາໂພສແລ້ວສອງຕອນ ບໍ່ເຫັນວ່າມີຄວາມສົນໃຈປານໃດ ຫຼືວ່າມັນເປັນເຣື້ອງທີ່ບໍ່ເຂົ້າກັບອຸດົມການບໍ?
ຫຼືວ່າແບບນີ້ບໍ່ຢາກອ່ານກັນ.
ທີ່ຈິງຜູ່ຂຽນເຣື້ອງນີ້ກະມີຊື່ສຽງໂດ່ງດັງໃນໂລກຕາເວັນຕົກ!
ຫຼືເພາະເຫດນີ້?
ກະເປັນທີ່ຫນ້າຄິດຢູ່ວ່າສິ່ງໃດທີ່ມີຂໍ້ໃຫ້ໄດ້ຄິດໃຫ້ໄດ້ຮູ້ເຖິງແງ່ຫນຶ່ງຂອງປະຫວັດວສາດໂລກມັນເປັນມາຈັ່ງໃດ ໂດຍສເພາະໃນສໄຫມ ການປະຕິວັດວັທນະທຳຢູ່ຈີນແຜ່ນດິນໃຫຍ່ ຜ່ານມາ.
ບໍ່ເກັ້ຍກ່ອມໃຜໃຫ້ມາອ່ານນຳດອກ,ແຕ່ວ່າໃນທຳນອງຫນຶ່ງກະເປັນການຊວນເຊິນໃຫ້ມາທຳຄວາມເຂົ້າໃຈ,ໃຫ້ມາຮູ້ຈັກກັບການຂີດຂຽນຂອງຄົນໃນຊາດອື່ນ,
ຂອງນັກຂຽນທີ່ມີຊື່ສຽງ.
ຫາກວ່າມັນເປັນການເສັຍເວລາໃນການອ່ານສິ່ງທີ່ອາຈພາໃຫ້ແນມເຫັນອັນໃດເປັນອັນໃດໃນໂລກແຫ່ງການປະຕິວັດ
ຊາດຂອງບັນດາທ່ານຜູ່ນຳທີ່ສຳຄັນຂອງໂລກຜູ່ຫນຶ່ງແຕ່ແນມເຫັນຈາກບຸກ
ຄົນຜູ່ທີ່ໄດ້ຜ່ານແລະໄດ້ເຫັນເຫດການນັ້ນໆມາ,ເຫັນຄວາມຍາກເຂັນທີ່ໄປປະສົບພົບພໍ້.
ດັ່ງທີ່ ຜຂ ກະບໍ່ໄດ້ຜານພົບຊີວີດທີ່ລຳເຄັນດັ່ງຄາວຫຼັງຈາກການປົດປ່ອຍຊາດບ້ານເມືອງເຮົາຄືກັນ.
ການທົນທຸກໃນຫຼາຍໆດ້ານຂອງຊີວີດ.
ຍາມທີ່ພວມປົດປ່ອຍໃຫມ່ໆນັ້ນ ຄຳຂວັນຕ່າງໆແສນວ່າກິນໃຈແລະປື້ມປິຕິດີໃຈທີ່ຢາກໄປນຳ..
ເວລາຜ່ານກາຍມາໃນນ້ຳຄຳຂອງຄຳຂວັນເຫຼົ່ານັ້ນມັນເຫມືອນຖືກເວດມົນຂາດສຳນຽງແລະບໍ່ມີອິ່ຫຍັງເປັນທີ່ຫນ້າສັລເສີນແລະຍ້ອງຍໍ.
ການສໍ້ຣາຊບັງຫຼວງທີ່ເຄີຍດ່າວ່າຜູ່ອື່ນຜ່ານມາ ເວລານີ້ມັນບໍ່ໄດ້ແຕກຕ່າງຫຍັງໄປເລີຍຈາກຄາວນັ້ນຮອດຍາມນີ້.
ຫຼືວ່າ ຜຂ ວ່າຜິດໄປ?


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ໋າ ທຸກທົນປານນັ້ນພຸ້ນນໍ

ຄົນຄິດຮອດບ້ານ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveFamily ຂຽນວ່າ...
ປ໋າ ທຸກທົນປານນັ້ນພຸ້ນນໍ



ກະບໍ່ວ່າ!
ຢາກມີມານະຄືຜູ່ອື່ນທີ່ເຂົາເຈົ້າຂຍັນທັງຫຼາຍທັງປວງໃນໂລກສີຂາວແລະສີດຳ ທັງ ຫຼາຍໆສີ!!


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໋...

ຄົນຄິດຮອດບ້ານ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ເກິດມາກະຄ້ານເຮັດນັ້ນນີ້ມາຕະຫຼອດ ກ່ອນຕາຍກະຢາກມີຫຍັງໄວ້ ໃຫ້ເຂົາໄດ້ສາບແຊ່ງວ່າ ເອິ!
ຫມໍນັ້ນຫັ້ນຕິ !!!
ສົມນ້ຳຫນ້າຫັ້ນລະຕາຍເປັນຜີຫຼົງທີບ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຽງເພງທີ່ເຄີຍໄດ້ຟັງມາ,
ສຽງຂຸ່ຍທີ່ຫມູ່ເພື່ອນເຂົາຫຼີ້ນກັນໃນຍາມຄ່ຳ,
ສຽງແຄນທີ່ບ່າວເຂົາທ່ຽວເປົ່າໄປຕາມແຄມຮົ້ວແຄມເຊ,
ແລະສຽງໂຫຍດທີ່ເພື່ອນຮັກເຂົາເປົ່າໃນຍາມເຂົາພາກັນກັບອອກໄປຫາຖຽງນາ
ຍາມແລງຂອງວັນສຸກຕອນເລີກຈາກໂຮງຮຽນນັ້ນ ຍັງກ້ອງດັງໃນຫ້ວງສຳນຶກຂອງຂ້ອຍຢູ່,
ແລະຄິດຢາກໃຫ້ມັນນັນເນຶອງໄປຈັ່ງຊັ້ນຊົ່ວນາຕາປີ..
ເພາະເປັນສິ່ງຫນຶ່ງທີ່ເຫມືອນກັບມົນຂັງທີ່ທ່ວງດຶງເອົາອະດິຕການທີ່ຜ່ານກາຍໄປແສນນານໃຫ້ຢູ່ຢັ້ງໃນຄວາມຈົດຈຳຂອງຂ້ອຍ.
ແສງສຸຣິຍາມຄ້ອຍຄ່ຳແຄມຝັ່ງຂອງທີ່ແດງເຫມືອນກອງໄຟເທິງຫນ້ານ້ຳນັ້ນກໍເປັນສ່ວນຫນຶ່ງຂອງສາກທີ່ແຕ່ງປັນສັນສ້າງຈາກສວັນ
ເປັນສີທີ່ຄ້ຳແລະສວຍງາມ.
ຟອງນ້ຳທີ່ອ່ອນໄຫວໄປກັບແຮງລົມທີ່ຄ່ອຍໆເປົ່າ ສ້າງເປັນພາບປະທັບຕາ ປະທັບໃຈ
ຄ້າຍດັ່ງຄຳທີ່ຕ້ອງກັບແສງສຸຣິ ມາບເຫຼື້ອມຍິບຍັບ ..
ໃນແຫ່ງຫນຶ່ງຂ້ອຍວາດພາບໄປວ່າເປັນນາງຣະບຳຫຼາຍຮ້ອຍນາງທີ່ເຣີມເອັນອ່ອນຟ້ອນລຳຢ່າງສຸຂສົມເທິ່ງຜິວຫນ້ານ້ຳນັ້ນ.
ຍາມປານ້ອຍປາໃຫຍ່ມາບ້ອນຄ້າຍກັບວ່າມາຕົບມືສແດງຄວາມພາກພູມໃຈໃນລີລາດນັ້ນ..
ແລ້ວສາຍຂອງສາຍໃຈທີ່ຍັງມີເປັນບາງສ່ວນໃນຄວາມຈົດຈຳນັ້ນຂອງຂ້ອຍນັບມື້ນັບຈາງໄປເປັນບາງຍາມ ເຫມືອນກັນກັບຫມໍ້ໄຟຂອງຣົຖທີ່ບໍ່ໄດ້ປັ່ນມານານ...
ມີບາງຍາມຄວາມຝັນຍັງນຳໄປຫາຟາກຟ້າແດນໄກນັ້ນ..
ຂ້ອຍໄດ້ເຫັນເຮືອນຊານທີ່ເຄີຍຢູ່ໃນຫມອກກົ້ວ,
ໄດ້ງິນສຽງທີ່ຄູ້ນຫູຂອງແມ່ທີ່ຄຸຄີຈະເປິດປະຕູຮັບເຮົາ..
ແຕ່ຄົງເພາະຄວາມປື້ມປິຕິດີໃຈຈົນວ່າຫາຫຍັງປຽບໄດ້..
ແລ້ວກໍຕື່ນຂື້ນພ້ອມຄວາມກັງວົນ...
ສຽງຄ໋ອກແຄ໋ກຂອງການເປິດປະຕູຂອງແມ່ນັ້ນມັນຄືວ່າດົນແທ້..
ເຮົາຈຶ່ງຕື່ນຈາກຝັນ..
ໃນຝັນນັ້ນຂ້ອຍຍັງໄດ້ເຫັນຝາປະຕູເຮືອນທີ່ພໍ່ເຖົ້າກັບປູ່ຂອງຂ້ອຍພາກັນຄວັດລວດລາຍທີ່ເປັນສັນຍາ
ລັກຂອງຫັຖກຳລາວທີ່ຕົກທອດມາແຕ່ໃດ່ແຕ່ໃດ.
ພໍ່ເຖົ້າຂອງຂ້ອຍເປັນຄົນມາຈາກທາງດອນໂຂງ,ຝີມືທາງຫັຖກຳຂອງເພິ່ນນັ້ນມັນມີຄຸນລັກສະນະທີ່ດັ້ງເດີມ..
ສ່ວນປູ່ຂອງຂ້ອຍກະເປັນຜູ່ຫນຶ່ງທີ່ມີຝີມືທາງດ້ານການສ່ຽນໄມ້ໃຫ້ມີລວດລາຍໄດ້ດີ.
ແມ່ນວ່າເພິ່ນທັງສອງຈະແກ່ຊະຣາປານໃດເພິ່ນກໍພາກັນປະກອບວຽກຂອງເພິ່ນຢ່າງປະນິດແລະເອົາໃຈໃສ່.
ຂອ້ຍຍັງພາກພູມໃຈທີ່ໄດ້ເຫັນ, ແຕ່ຂອ້ຍນັ້ນບໍ່ມີພອນສວັນດັ່ງພໍ່ເຖົ້າ ແລະປູ່ຂອງຂ້ອຍເລີຍຈັກດີ້.
ຄາວຫຼັງທີ່ຂ້ອຍກັບມາຢາມບ້ານໄດ້ງິນຂ່າວວ່າມີຊາວຕ່າງຊາດມາທ່ຽວຫາຊື້ເຮືອນແບບເກົ່າແກ່ແຖວບ້ານຂ້ອຍໄປຕັ້ງຫຼາຍຫຼັງ..
ເຂົາເອົາໄປເຮັດຫຍັງ?
ມາຮູ້ໄດ້ຕອນຫຼັງໆວ່າເຂົາເອົາໄປດັດສ້າງແກະຮູບແບບເກົ່າໆທາງການຄວັດໃນຂອບປະຕູ,
ໃນຂອບປ່ອງອ້ຽມ ທັງຝາປ່ອງອ້ຽມແລະຝາປະຕູເສົາ..
ທີ່ຍັງຄົງໄວ້ເຊິ່ງລວດລາຍທາງສິລປະຫັຖກຳເກົ່າໆຂອງເຂດບ້ານຊານເມືອງຂອງລາວ ທີ່ທາງກະຊວງສິລປະແລະວັທນະທຳລາວເຮົາບໍ່ມີຄວາມສົນໃຈແລະໃສ່ໃຈຢາກຝັກຟື້ນຄວາມປານິດແລະສວຍງາມເກົ່າກ່ອນປະໄວ້ສືບໄປ..
ເພິ່ນພາກັນສັນສ້າງແນວທາງໃຫມ່..
ດ້ວຍການສ້າງອະນຸສາວະຣີຜູ່ນັ້ນຜູ່ນີ້ ທີ່ຖືວ່າເປັນຂອງສຳຄັນໄປກວ່າ ສິ່ງທີ່ດີງາມເກົ່າແກ່..
ເວົ້າມານ້ຳຕາຂ້ອຍບໍ່ໄຫຼດອກແຕ່ຂ້ອຍສົມເພດກັບຄວາມສຳຄັນຂອງຮີດເກົ່າຄອງຫຼັງທັງສິລປະວັທນະທຳເກົ່າ
ກ່ອນຕ້ອງໄດ້ຢູ່ແຖວຫຼັງຂອງການສ້າງອະນຸສາວະຣີໃຫ້ແກ່ນັກການເມືອງທັງນັກປະຕິຫວັດທັງຫຼາຍນັ້ນ..
ຫຼາຍ ທັງທິດຝອຍນັ້ນຄົງຄິດວ່າຂ້ອຍເປັນກຸ່ມຄົນດຽວທີ່ຍັງຝັນຫາແນວໃດແນວຫນຶ່ງແບບອິສຣະເສຣີທີ່ເປັນຂອງໂຕເອງ,
ຂອງລາວຢ່າງເຕັມປ່ຽມ ຮ້ອຍເປິເຊັນ!
ໃຜຈະວ່າຫຍັງກະຕາມແນວນຶກຄິດຂອງຂ້ອຍບໍ່ມີໃຜມາຫວງຫ້າມໃນການສແດງອອກໄດ້..
ເພາະຂ້ອຍໄດ້ຮູ້ ແລະໄດ້ສຳຜັດກັບຄຳວ່າ``ຄວາມມີສິດເສຣີ ``
ຟຣີໂດມ..
ລິແບກເຕ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າໂລກນີ້ມີໃຫ້ພຽງແຕ່ຜູ່ຮັ່ງມັ່ງມີ ແລ້ວຜູ່ທຸກຈົນຊິພາກັນໄປເອົາຫນ້າທັງຂາແຂ່ງໄປທາງໃດ?
ເປັນຫຍັງການສ້າງສາພັທນາປະເທດຕ້ອງໃຫ້ມີໃຜໄດ້ຮັບຄວາມເດຶອດຮ້ອນ?
ເປັນຫຍັງຄົນເຮົາຈຶ່ງເຫັນແກ່ໂຕ?
.....
ເປັນຄຳຖາມທີ່ຫາຄຳຕອບຍາກ.
ແຕ່ ຫາກວ່າຜູ່ທີ່ຖືຕົນວ່າເປັນຜູ່ນຳຂອງປະຊາຊົນ, ຂອງປະເທດ ທີ່ມີອຸດົມການແລະຈຸດໜາຍປາຍທາງຢາກສ້າງຢາກສາປະເທດຊາດໃຫ້ຮຸ່ງເຮືອງຈເຣີນກ້າວໝ້າໃຫ້ທຽມ
ທັນປະເທດເພື່ອນບ້ານແຕ່ເປັນຫຍັງຕ້ອງໃຊ້ກົດມາຕການທີ່ບັງຄັບແກ່ຊົນຊາດຕົນເອງ?
ປະຊາຊົນຄົນລາວເຮົາມີມານະແລະຖິດຖີທີ່ບໍ່ບຽດບຽນໃຜ ມີຢູ່ທຳກິນຕັ້ງແຕ່ປູ່ສັງຂະສາຍ່າສັງກະສີມາ..
ບໍ່ຄິດທີ່ຢາກຈະໂຄ່ນລົ້ມຣັຖບານ ແຕ່ພຽງຢາກຢູ່ກິນທຳກິນຕາມສັດທາແລະປະສາຕົນທີ່ເຄີຍມີມາ...
ອີ່ຕົນເຂົາເຈົ້າຍາມຕື່ນເຊົ້າມາໄດ້ຮູ້ວ່າດິນດອນຕອນຫຍ້າທີ່ຕົນເຄີຍຢູ່ອາສັຍໄດ້ກາຍເປັນທີ່ຖືກ
ຄົນຕ່າງຊາດເຊົ່າໄປແລ້ວແລະຕ້ອງໄດ້ໂຍກຍ້າຍໄປຢູ່ທີ່ອື່ນ!
ມັນເປັນພຽງຄວາມຮູ້ສືກທີ່ ຜຂ ໄດ້ວາດພາບໄປ ເມື່ອໄດ້ຮັບຟັງຂ່າວທີ່ກາຍຫູໄປ...
ເປັນຫຍັງເຂົາເຈົ້າຕ້ອງຜ່າຍແພ້ແກ່ການພັທນາປະເທດ? ທັງໆທີ່ດິນດອນຕອນຫຍ້ານັ້ນມັນແມ່ນໄດ້ມາຍ້ອນການສ້າງສາທີ່ເຂົາເຈົ້າໄດ້ຮັບອະນຸຍາດມາແຕ່ໃດໆ?
ກ່ອນທີ່ຈະມີດິນດອນເປັນທີ່ຄອບຄອງແລະຖືກຕ້ອງຕາມກົດໜາຍເກົ່າກ່ອນ ກັບມາຜິດກັບ
ກົດໜາຍໃໜ່ທີ່ເຈົ້ານາຍສ້າງຂື້ນໃນຍາມນີ້ ເພື່ອກົດຂີ່ຂູດຮິດເຂົາເຈົ້າຫຼືຈັ່ງໃດ.
ແຜ່ນດິນລາວກວ້າງຂວາງທີ່ທຸກຄົນສາມດປຸກສ້າງໄດ້ເທົ່າທີ່ແຮງມີໂດຍພະຣາຊດຳຫຼັດຂອງເຈົ້າຊີວີດອອກໃຫ້ ກັບມາບາດນີ້ກາຍເປັນຜູ່ຜິດໄປເພາະຣັຖບານຕ້ອງການຕອບສໝອງຄວາມຕ້ອງການຂອງຕ່າງຊາດທີ່ຢາກມາສ້າງສາແບບຈອມປອມ ທີ່ພາກັນສວຍໂອກາດ ແລະຊື້ຈ້າງຈອບອອຍພວກມີອຳນາດແລ້ວເຮັດໄປຕາມຄວາມປະສົງຂອງຕົນ ຫາກວ່າໜົດແນວໄດ້ແລ້ວກະພາກັນໝີໂດຍບໍ່ຫ່ວງນຳສົນທິສັນຍາທີ່ເຊັນໄວ້.ດັ່ງການສຳປະທານປ່າທີ່ວ່າຈະປູກຕົ້ນຢາງພາລາ ໃນທາງພາກເໝືອຂອງລາວ.ບັນດາພວກໝ້າດ້ານພາກັນຕັດໄມ້ແລ້ວບໍ່ຄິດຈະປູກຝັງດັ່ງສັນຍາ...ອ້າງນັ້ນນີ້..ແລ້ວບັນດາທ່ານເຈົ້ານາຍຜູ່ຮັບຜິດຊອບພາກັນໄປຕາຍຢູ່ທາງໃດ!ເປັນຫຍັງບໍ່ຕໍ່ວ່າຕໍ່ຂານ ທວງສັນຍາ ບັງຄັບໃຫ້ໃຊ້ໝີ້ສິນທີ່ຕັດໄມ້ໄປນັ້ນຄືນມາ?
ໃຜທກະພາກັນມິດປານຫອຍໄຂ້.ຢູ່ໃສຄວາມເປັນທຳແລະຄວາມເປັນຊາດຂອງຜູ່ຮັບຜິດຊອບໃນວຽກງານນີ້.ເຮັດຜິດແລ້ວ,ໄດ້ເງິນເຂົ້າຖົງໂຕແລ້ວປະເທດຊາດຈະເຫຼືອມີພຽງພູຫົວໂຫຼ້ນກະຢ່າມັນຊັ້ນເບາະ?
ກອບໂກຍກັນກິນປານວ່າ ຢ້ານຊິພາກັນຕາຍອີກບໍ່ທໍ່ໃດມື້ຂ້າງໝ້ານີ້.ຈັ່ງແມ່ນເບື່ອການນຳແບບນີ້.
ແຜ່ນດິນແຜ່ນນີ້ເຄີຍເປັນແຜ່ນດິນທີ່ມີສິນທຳ ກັບກາຍມາເປັນບ່ອນກົດຂີ່ຂູດຮີດກັນໄປແລ້ວຊັ້ນບໍ.
ຢູ່ໃສສິດເສຣິພາບແລະກົດໜາຍທີ່ບົ່ງໄວ້ໃຫ້ແກ່ທຸກຄົນ?ຢູ່ໃສກົດໜາຍຣັຖທັມມະນູນທີ່ໃຫ້ສິດແກ່ທຸກຄົນໃນຊາດ(ໂດຍສເພາະຊົນຊາດລາວທີ່ເປັນເຈົ້າຂອງແຜ່ນດິນນີ້ມານານ), ທີ່ບັນພະບຸຣຸດຂອງເຂົາເຈົ້າໄດ້ສະຫຼະເລຶອດເນື້ອເພື່ອແຜ່ນດິນນີ້ມາແຕ່ຄາວການປົດປ່ອຍຫຼືສູ້ຣົບຕ້ານສຍາມ, ຕ້ານຝຣັ່ງ໋?
ຫຼືຈະຖືເປັນເສດປະຫວັດສາດໄປແລ້ວ?
ກະເປັນທີ່ໝ້າສລົດໃຈໃນການຮອບຮູ້ແລະສືກສາປະຫວັດສາດແບບໃໜ່!
ຫາກວ່າເຈົ້າຟ້າງຸ່ມຫຼື ເຈົ້າອະນຸຫາກສາມາດຟື້ນຄືນມາໄດ້ຄົງຈະວ່າພາກັນຕົບເອິກຕາຍປານພະຍາກົມມະທາທີ່ວັດພູ ບໍ່ຜິດ!
ຍາມໄດ້ມາເຫັນຣະບອບການເມືອງທີ່ປະກາດ ກ້ອງມາແຕ່ໃດ໋ວ່າເປັນຣະບອບປະຊາທິປະໄຕ.
ຫຼືວ່າຄຳວ່າປະຊາທິປະໄຕນັ້ນມັນມີຄວາມໜາຍຕ່າງໄປຈາກທີ່ຮູ້ກັນໃນໂລກ?
ເສັຍໃຈທີ່ມາຮູ້ວ່າການຂາຍຊາດມາເກິດມີໃນຍາມນີ້ ດ້ວຍການອ້າງອິງວ່າ ພັທນາປະເທດ.
ຫາກຊາດລາວມີໄວ້ບໍ່ເພື່ອຄົນລາວ ກະພາກັນປະກາດຂາຍໄປໜົດສາເດ.!
ປະກາດຂາຍແບບເປິດແປນບໍ່ແມ່ນຈ່າວຂາຍໃຫ້ພຽງບາງປະເດທ ທີ່ຫວັງກືນກິນລາວເຮົາທຸກຍາມນັ້ນ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຸ່ມປະເທດ ເອຊຽນນີ້ມີຫຍັງເປັນການສ່ວນຕົວ(ປະເທດ) ແລະສ່ວນໂຮມ?
ຫາກວ່າປະເທດທີ່ຮັ່ງມີ ເປັນຜູ່ນຳກຸ່ມກະພະຍາຍາມສົ່ງເສີມກິຈກຳຂອງຊາດຕົນຫຼາຍຂື້ນ(ເປັນຂອງທຳມະດາ)ເພາະອັນໃດມັນກະກ່ຽວແຕ່ນຳຜົນປະໂຫຍດ!
ຢາກຮູ້ເດວ່າໃນຜົນປະໂຫຍດສ່ວນໂຮມນີ້ ມີຫຍັງເປັນແກ່ນສານແທ້ຈິງ?
ວ່າມີກົດຫມາຍກຳຫນົດກັນບົ່ງໄວ້ຢ່າງໃດ?
ເປັນຫຍັງຄ່ອຍຢາກຮູ້ກົດຫມາຍນີ້ຂື້ນມາ?
ເຫັດແລະຜົນມັນກະມີຈັ່ງຊີ້!
ຫາກວ່າກຸ່ມປະເທດດັ່ງກ່າວມີຈຸດມຸ່ງຫມາຍທີ່ແນ່ນອນແລະແບບບໍ່ອຳອຽງເຫັນແກ່ແຕ່ຜົນປະໂຫຍດໃຫ້ແກ່ຊາດຕົນຢ່າງດຽວ ກະມີຢູ່ວ່າ:ບັນຫາທີ່ສຳຄັນໃນມື້ນີ້ຍາມນີ້ ແກ່ສີ່ຫ້າປະເທດ ຂອງກຸ່ມທີ່ໄດ້ຮັບຜົນສະທ້ອນຢ່າງຫນັກໃນການໃຊ້ອຳນາດຂອງຈີນ ແລະການເຫັນແກ່ແຕ່ໂຕເອງຂອງຈີນ ໃນການສວຍໃຊ້ນ້ຳຂອງ!!
ເປັນຫຍັງຜູ່ໃຫຍ່ຢ່າງຈີນຈຶ່ງມາໃຊ້ອຳນາດບາດໃຫຍ່ໃສ່ບັນດາປະເທດນ້ອຍຢ່າງ ພະມ້າ,ໄທ໋, ຂເມນ,ຫວຽດນາມ ແລະລາວ?
ທັງໆທີ່ຮູ້ແຕ່ດຶກດຳບັນມາວ່າສາຍນ້ຳທຸກສາຍຫາກມັນໄຫຼຜ່ານຫຼາຍປະເທດເ ກໍເປັນຊັບສົມບັດແກ່ທຸກປະເທດສເມິກັນ, ມີທັງກົດຫມາຍທີ່ບົ່ງບອກມາຫຼາຍເຊັ່ນຄົນແຕ່ບາດນີ້ ຄືບໍ່ມີອິດທິພົນປ້ອງກັນສິດທິຂອງບັນດາປະເທດນ້ອຍດັ່ງກ່າວ?
ອັນນີ້ແຫຼະຈຶ່ງຢາກຮຽກຮ້ອງຫາຜູ່ທີ່ຮູ້ເຖິງກົດບັນຍັດຂອງກຸ່ມ ອາຊຽນ ໃຫ້ມາບອກຂ່າວກ່ຽວກັບບັນຫານີ້.
ແຕ່ໃນກະທູ້ນິ້ ບໍ່ມີໃຜສົນໃຈປານໃດເພາະມັນເປັນບັນຫາທີ່ຕ້ອງໄດ້ຄິດ ແລະຄິດຍາກ ທັງການອອກຄຳເຫັນກະຍາກ ຢ້ານຈະໄປແຕະຕ້ອງຮັງມົດແດງຫຼື ຮັງເຜີ້ງ!!!
ວິ່ງວອນເທວາຫາກວ່າມີຈິງດັ່ງຄຳເຊື່ອຖືຂອງຊາວຈີນໃຫ້ຄິດເຫັນແນ່ວ່າ ຢ່າຄິດຢາກກິນພຽງຜູ່ດຽວ.
ຫາກວ່າພວກຄົນໄທ,ຄົນຫວຽດ,ຄົນລາວ..
ພາກັນຫີວນ້ຳຕາຍໄປຫມົດແລ້ວ
ຕະຫຼາດສິນຄ້າທີ່ບໍ່ມີຄຸນນະພາບຈະເອົາໄປຖອກຖີ້ມຢູ່ໃສ!?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພອນສວັນ ກັບໂພນສວັນ ມີມາແຕ່ຕົ້ນການເກິດຂອງພາສານີ້!!
ແຕ່ໂພນສວັນບໍ່ມີພອນສວັນອັນດີ ໃນຣະຍະເວລາຫຼາຍຟ້າຫຼ້າປີຜ່ານມາ ເພາະໂພນສວັນນັ້ນໄດ້ກາຍເປັນສຫນາມຣົບແທບທຸກບັ້ນໃນພາວະສົງຄາມທີ່ບໍ່ໄດ້ຖືກປະກາດຂື້ນ...
ດີ ແຕ່ວ່າເປັນຜືນແຜ່ນດິນທີ່ບໍ່ຄາຍເຄືອງໄອເຫຍຶອງອັນໃດ ແມ້ແຕ່ສານພິດ ຈາກ ນາປາມ, ຈາກຝົນເຫຼືອງ...ຈາກຣະເບີດ ລູກຫວ່ານ...ທີ່ໂດ້ຖືກຖີ້ມເທລົງມາຈາກ ເຄື່ອງບິນ ອາຍພົ່ນ ເບ ໕໒...ແລະເບອື່ນໆທີ່ໂລກແຫ່ງອື່ຍໄດ້ຮູ້ໄດ້ເຫັນພຽງໃນປື້ມແຄທລອກ!!
ດິນແດນແຫ່ງນີ້ ເປັນເຫມືອນທາງຜ່ານ ແຕ່ເປັນທາງຜ່ານທາງອາກາດທີ່ບັນດານັກບິນຂອງສະຫາຣັຖອະເມຣິນາໄດ້ໃຊ້ຜ່ານເພື່ອໄປລັງກວນຊາວຫວຽດນາມ..
ມີສຽງຫມັດແຫມວ ທີ່ຫນ້າຢາກຫົວຢ່າງຫນຶ່ງວ່າ ດິນແດນແຖບນີ້ຂອງລາວປຽບເປັນສາກຫນ້າຂອງສົງຄາມຫວຽດນາມ..ເຮຶອບິນທີ່ໄປຖີ້ມຣະເບິດໃສ່ຫົວພວກຫວຽດນາມຫັ້ນ ຖ້າຫາກວ່າ ມັນຫນັກຫຼາຍຫຼືວ່າມີຫຍັງຕິດຂັດ ເຂົາກະພາກັນຖີ້ມຊະຊາຍລົງໃສ່ ຫົວຄົນລາວ ຫຼືຫົວພູ ຫແຖວນັ້ນ ບາງຫົວພູກາຍເປັນພູຫົວໂລ້ນໄປ..ບາດວ່າຍາມທີ່ຣະເບີດທີ່ຖືໄປມັນຖີ້ມບໍ່ຫມົດກະມາພາກັນປ່ອຍລົງແຖບນີ້ຂອງດິນລາວຢ່າງສບາຍ ແນວວ່າຊາວລາວຍາມໃດກະເປັນ ລາວອົດຢູ່ສ່ຳນັ້ນ!!
ແຕ່ບໍ່ເວົ້າກັນດອກເຖິງສາຍເຫດແລະເຫດຜົນອື່ນມັນບໍ່ມີໃຜຢາກຮັບຮູ້!!!
ແຕ່ເວັນກຳຂອງດິນດອນຕອນຫຍ້າແຖບນີ້ກະຄືການໄດ້ຮັບແບບບໍ່ຢາກໄດ້ ແຕ່ຜູ່ໃຫ້ເຂົາໃຈດີ ກະເອົາມາໃຫ້ແທບທຸກຍາມ!!!
ຈົນວ່າພວກອາສາສມັກຂອງເຢິຣະມັນຍັງໄດ້ມາພາກັນເກັບກັນກົ່ານຫາລູກຣະເບີດທີ່ຍັງຄົງຫຼົງເຫຼືອໃນເຂດນີ້ ເປັນລ້ານໆລູກທີ່ຍັງບໍ່ໄດ້ຖືກກູ້,ຖືກເກັບໄປເປັນເສດເຫຼັກ..ທີ່ເດັກນ້ອຍພາກັນຂຸດກັນກົ່ນເພື່ອເອົາໄປຂາຍພໍໄດ້ເງິນມາຊື້ຂຫນົມອົມ!!
ຜູ່ໂຊກຮ້າຍກະບໍ່ໄດ້ຫຍັງພວມຂຸດໄປ ກະເປັນວາຣະສຸດທ້າຍຂອງການທີ່ໄດ້ຫາຍໃຈ!!
ແຜ່ນດິນນີ້ເຫມືອນຖືກສາບມາກ່ອນ...

ໂພນສວັນຈຶ່ງວ່າບໍ່ມີພອນສວັນອັນໃດເລີຍ!
ຍັງດີທີ່ຢູ່ແຖວໂພນສວັນນີ້ມີໄຫຫິນທີ່ແຂງແກ່ງ..
ມີຫນ່ວຍຫນຶ່ງທີ່ລູກແຕກຕົກລົງໃສ່ຂ້າງຫນຶ່ງແຕ່ກັບໄປແຕກອີກຂ້າງຫນຶ່ງ..
ຂຸມທີ່ຍັງເປນພະຍານຫຼັກຖານຫັ້ນບອກເຕືອນວ່າ ຫິນທີ່ເອົາມາເຮັດໄຫຫັ້ນແຂງແທ້ແຂງວ່າ!!
ໄຫບໍ່ແຕກຊະຊາຍ ແມ່ນວ່າຣະເບີດທີ່ຕົກລົງໃສ່ຂ້າງໆຫັ້ນຂຸມປານວ່າຄືຫນອງປານີ້ !!
ໄດ້ໄປເຫັນມາ ໂອຍຫນ້າຫນ່າຍທັງຫນ້າອິຕົນບຸກຄົນແລະເຫຼົ່າທະຫານທີ່ຮັກສາການຢູ່ຫັ້ນຍາມນັ້ນ!!
ຫຼືວ່າມັນເປັນພອນສວັນຂອໂພນສວັນ ທີ່ໃຫ້ດິນດອນຕອນຫຍ້າແຫ່ງນັ້ນຍັງຄົງຮັກສາແຜແຫ່ງຄວາມບອບຊ້ຳນັ້ນໄວ້ ໃຫ້ຊົນຣູ້ນຫຼັງໄດ້ເຫັນວ່າສົງຄາມຄືສິ່ງທີ່ໂຫດຮ້າຍ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜເດ ຍັງຢູ່ໃນແຖວນີ້ແນ່ບໍ?

ເປັນຫຍັງຄົນລາວບໍ່ເຂົ້າຮ່ວມການສົນທະນາເຣື້ອງແມ່ນ້ຳຂອງ ທີ່ປະເທດໄທ ຜ່ານມາ?
ຕາມຂ່າວມີວ່າ ຄົນລາວຢ້ານຖືກການກົດດັນ ບີບບັງຄັບພາຍຫຼັງທີ່ໄປຮ່ວມມາແລ້ວຈາກທາງການ...
ເປັນບັນຫາທີ່ລາວໄດ້ຮັບຄວາມລຳບາກໂດຍກົງ!!
ແຕ່ພາກັນມີດປານຫອຍໄຂ້!
ໃສວ່າປະຊາທິປະໄຕມີເຕັມບ້ານ?
ມີເຕັມປາກສື່ດອກເຮົາວ່າ!
ເປັນການກ່າວຮ້າຍໃສ່ໂພດນໍ!
ຫາກວ່າມີເອກຣາຊ ປະຊາທິປະໄຕແທ້ ເປັນຫຍັງຄົນລາວຈຶ່ງຍັງມີຄວາມຫວາດກົວຈັ່ງຊີ້?
ທັງທີ່ບັນຫານີ້ ມັນບໍ່ແມ່ນເປັນບັນຫາສ່ວນໂຕ,ເປັນບັນຫາສ່ວນຮວມຂອງບັນດາປະຊາຊາດ ອາຊີໃຕ້ ທີ່ອາສັຍແມ່ນ້ຳຂອງເປັນທີ່ທຳມາຫາກິນ.
ຫຼຶວ່າຢ້ານອ້າຍໃຫຍ່ຈະຫຍ່ຽວລົງນ້ຳຂອງມາຖ້ວມຫົວຫັ້ນບໍ?
ເສັຍໃຈນຳທີ່ເສີກແບບບໍ່ຕ້ອງປະກາດນີ້ຍັງເປັນສົງຄາມເຢັນຕໍ່ມາແລະສຶບໄປ ບໍ່ຮູ້ແລ້ວ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ຄືນນີ້ ນອນບໍ່ຫຼັບເພາະເຫດໃດນັ້ນບໍ່ຮູ້.
ຄວາມນືກຄິດມັນຖົມຫົວແບບວ່າປານຕອນປາງສົງຄາມທີ່ເຂົາຖີ້ມຣະເບິດລົງມາຫນ່ຳໆ ທັງວັນທັງຄືນ.
ແສງໄຟຈາກປ່ອງອ້ຽມລອດເຂົ້າມາເຫມືອນຈົງໃຈຢາກມາໃຫ້ແສງສວ່າງແກ່ດວງຕາ ທັງເຕືອນບອກວ່າຢ່າຟ້າວນອນ, ທັງສຽງຈາກຖນົນກະແຊວນັນແທບວ່າບໍ່ມີໃຜຢາກເຂົ້າພັກຜ່ອນຫຼັບນອນກັນເລີຍ.
ຈົນໃຈ.
ຄິດໄປຫາອະດີດທີ່ເຄີຍໄດ້ເຫັນໄດ້ຟັງ, ໄດ້ງິນຈາກການບອກເຫຼົ່າຂອງເພື່ອນຕາມສາຍໂທຣະສັບມື້ວານນີ້!
``ຫມູ່ເອີຍຕອນນັ້ນຫາກເຮົາບໍ່ໄດ້ເຂົ້າໂຮງຫມໍ ກະຢ້ານວ່າໄດ້ໄປ ສຳມະນານຳພວກຫມູ່ຄູ່ສີບສາມຄົນຫັ້ນແຫຼ້ວ``

ເປັນໂຊກເປັນລາງຫຍັງຈຶ່ງຄິດຫາອະດີດທີ່ມັນຜ່ານໄປແຕ່ສາມສີບກວ່າປີແລ້ວ? ເພື່ອຜົນປະໂຫຍດແນວໃດ?
ເປັນການທົບທວນຫາຄວາມຫຼັງທີ່ຂົມຂື່ນສຳຫຼັບໂຕເອັງແລະຫມູ່ຄູ່ທີ່ຕ້ອງໄດ້ຈົບວິຖິທາງຊີວີດຍ້ອນແນວຄິດແລະອຸດົມການ.
ຫາກເບິ່ງໄປໃນແງ່ ອື່ນກະປານວ່ານິທານກົບ ທີ່ຕາຍຍ້ອນປາກ!!
ຄົນເຮົາມັນຫາກເປັນຈັ່ງຊັ້ນ, ຄົງຍ້ອນບໍ່ຮອບຮູ້ສະພາບການໃຫມ່ທີ່ເກິດຂື້ນ,
ແລະຄວາມຜັນປ່ຽນທີ່ນັບມື້ນັບແລ່ນເຂົ້າມາຢ່າງໄວ ໂດຍທີ່ບໍ່ໄດ້ຕັ້ງໂຕ..

ຄືນທີ່ຜ່ານພາໃຫ້ຫວນຫາຫຼາຍປີທີ່ຜ່ານ..
ເຫັນໃນຫນັງແບບບັນທຶກເຫດການ ຢູ່ ປະເທດ ອາເຢັນຕິນາ ປາງ ສໄຫມພະເດັດການຂອງເປຣອນ..
ທີ່ບັນດາປັນຍາຊົນທີ່ບໍ່ເຂົ້າກັບຣະບອບຂອງຜະເດັດການໄດ້ ກະຈຳເປັນຕ້ອງໄດ້ເອົາໂຕຫນີອອກຈາກປະເດທໄປອາໃສພາຍເພິ່ງຢູ່ປະເທດອື່ນ.
ນັກຊ່ຽວຊານຕ່າງໆເຫຼົ່ານີ້ ຫນີໄປ ເພື່ອເອົາໂຕລອດ, ຫນີໄປເພື່ອເວັ້ນຈາກການຂົ່ມຂູ່ຕ່າງໆນາໆ.
ເພາະໃນຣະບອບຜະເດັດການເຂົາບໍ່ຕ້ອງການຄົນທີ່ມີຄວາມຮູ້ຄວາມສາມາດ, ຫຼືວ່າຄົນທີ່ມີຄວາມຄິດກວ້າງໄກ..
ມັນປົກຄອງຍາກແລະເປັນສ້ຽນຫນາມຂອງການປົກຄອງ.
ເຫັນໄດ້ງ່າຍໃນຣະບອບຜະເດັດການຂອງ``ໂຜນພົດ``ທີ່ຂເມນຜ່ານມາບໍ່ເທົ່າໃດມານີ້!!
ເວົ້າຫາເຮັດຫຍັງເຖິງຄວາມປ່າເຖື່ອນຫັ້ນນໍ?
ກະເປັນຄຳຖາມທີ່ມັນແລ່ນເຂົ້າມາຫາເອັງ.
ຄືນທີ່ຜ່ານກະຈົບລົງດ້ວຍຄວາມຫຍູ້ງຍາກເພາະສຽງ, ເພາະບັນຫາຊີວີດ, ເພາະຄຳບອກເຫຼົ່າ
ກະທັ້ງຄວາມຫວັງທີ່ບໍ່ຢາກມາເປັນຈິງໃຫ້ຈັກເທື່ອ!!
ອະນິຈາຫົນທາງຊີວີດ.


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານແລ້ວຢາກຫົວດັງໆໃຫ້ເວບຫຼົ້ມ

໑໐ປາກວ່າບໍ່ເທົ່າຕາເຫັນ
໑໐ຕາເຫັນບໍ່ເທົ່າມືຄຳ
໑໐ມືຄຳບໍ່ເທົ່າການກະທຳໃນໃຈ



ເບິ່ງແຕ່ຫູດູແຕ່ຕາ ແລ້ວມື້ໃດໜາ ເຈົ້ານັ້ນຈະເຂົ້າໃຈ?
ມື້ໃດໜາ ທີ່ເຈົ້າຈະໄດ້ເຫັນ? ຄວາມຈິງທີ່ເປັນ ຄວາມຈິງທີ່ມີ ເຈດຈຳນົງທີ່ແທ້ຈິງຂອງຄົນຜູ້ນັ້ນ!

ລຸງເອີຍຫຼານນີ້ຮຽນມາດ້ວຍຄວາມເຄົາລົບແລະນັບຖື ຖ້າລຸງຈະປຶກສາຫາລືເລື່ອງການເມືອງ ຢາກຖາມໄຖ່ຄວາມເປັນໄປຂອງລາວເຮົາ
ຂໍໄຫ້ລຸງຈົ່ງພິຈຈາລະນາໃຫ້ຖີຖ້ວນ ວ່າໂຕລຸງນັ້ນລົມກັບຄົນທີ່ເປັນກາງຢູ່? ຫຼືພວກເຂົ້າຂ້າງຕາເວັນຕົກຈັດ ຫຼື ອ່ຽງເບນໄປຝ່າຍໃດ

ເພາະເຂົາຜູ້ນັ້ນອາດຈະກໍ່ບໍ່ຕ່າງຫຍັງກັບລູກໄມ້ຕີນມື ຫຼື ຂ້າທາດຮັບໃຊ້ຂອງປະຕິການນັ້ນເອງ. ການເມືອງເປັນເລື່ອງທີ່ລະອຽດຊັບຊ້ອນ ຫຼານຮຽນດ້ານນີ້
ຫຼານກໍຍັງບໍ່ສາມາດຕີຄ່າຂອງຜູ້ໃດໄດ້ເລີຍ.
ບໍ່ມີໃຜສົມບູນແບບໃນໂລກ.
ຄວາມໂກດແຄ້ນເປັນເລື່ອງທີ່ບໍ່ດີ ແຕ່ຈົ່ງໃຊ້ຄວາມເຈັບປວດທີ່ໄດ້ຮັບມາໃຫ້ເປັນປະໂຫຍດ.
ເຈັບໂທດໂກດແຄ້ນ ແທນຜູ້ທີ່ບໍ່ໄດ້ເປັນຫຍັງກັບເຮົາ ກໍ່ບໍ່ຕ່າງຫຍັງກັບຄົນຜິບ້າ.

ເຮົາຄົບກັນສອງປີແລ້ວ.. ^_^

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ອ່ານແລ້ວຢາກຫົວດັງໆໃຫ້ເວບຫຼົ້ມ

໑໐ປາກວ່າບໍ່ເທົ່າຕາເຫັນ
໑໐ຕາເຫັນບໍ່ເທົ່າມືຄຳ
໑໐ມືຄຳບໍ່ເທົ່າການກະທຳໃນໃຈ



ເບິ່ງແຕ່ຫູດູແຕ່ຕາ ແລ້ວມື້ໃດໜາ ເຈົ້ານັ້ນຈະເຂົ້າໃຈ?
ມື້ໃດໜາ ທີ່ເຈົ້າຈະໄດ້ເຫັນ? ຄວາມຈິງທີ່ເປັນ ຄວາມຈິງທີ່ມີ ເຈດຈຳນົງທີ່ແທ້ຈິງຂອງຄົນຜູ້ນັ້ນ!

ລຸງເອີຍຫຼານນີ້ຮຽນມາດ້ວຍຄວາມເຄົາລົບແລະນັບຖື ຖ້າລຸງຈະປຶກສາຫາລືເລື່ອງການເມືອງ ຢາກຖາມໄຖ່ຄວາມເປັນໄປຂອງລາວເຮົາ
ຂໍໄຫ້ລຸງຈົ່ງພິຈຈາລະນາໃຫ້ຖີຖ້ວນ ວ່າໂຕລຸງນັ້ນລົມກັບຄົນທີ່ເປັນກາງຢູ່? ຫຼືພວກເຂົ້າຂ້າງຕາເວັນຕົກຈັດ ຫຼື ອ່ຽງເບນໄປຝ່າຍໃດ

ເພາະເຂົາຜູ້ນັ້ນອາດຈະກໍ່ບໍ່ຕ່າງຫຍັງກັບລູກໄມ້ຕີນມື ຫຼື ຂ້າທາດຮັບໃຊ້ຂອງປະຕິການນັ້ນເອງ. ການເມືອງເປັນເລື່ອງທີ່ລະອຽດຊັບຊ້ອນ ຫຼານຮຽນດ້ານນີ້
ຫຼານກໍຍັງບໍ່ສາມາດຕີຄ່າຂອງຜູ້ໃດໄດ້ເລີຍ.
ບໍ່ມີໃຜສົມບູນແບບໃນໂລກ.
ຄວາມໂກດແຄ້ນເປັນເລື່ອງທີ່ບໍ່ດີ ແຕ່ຈົ່ງໃຊ້ຄວາມເຈັບປວດທີ່ໄດ້ຮັບມາໃຫ້ເປັນປະໂຫຍດ.
ເຈັບໂທດໂກດແຄ້ນ ແທນຜູ້ທີ່ບໍ່ໄດ້ເປັນຫຍັງກັບເຮົາ ກໍ່ບໍ່ຕ່າງຫຍັງກັບຄົນຜິບ້າ.




ຂອບໃຈຫຼານກະປູທີ່ມາເຕືອນກັນດ້ວຍໃຈ..

ແຕ່ບໍ່ຮູ້ວ່າ ເຂົ້າໃຈຈຸດປະສົງໃນການທົບທວນຄືນທີ່ຜ່ານນັ້ນແທ້ຈິງຫຼືບໍ່?
ມັນເປັນພຽງການທົບທວນຍາມນອນບໍ່ຫຼັບ ທີ່ຄວາມນຶກຄິດມັນແລ່ນມາຫາເຮົາທີ່ເຮົາຄິດ ຢ່າງໃຜ ທີ່ຮູ້ໂຕວ່າມີສິດເສຣີພໍທີ່ຈະຮັບຮູ້ຄວາມເປັນເອກຣາຊນັ້ນຂອງຕົນ ດັ່ງນາມກະທູ້ທີ່ບົ່ງໄວ້..
ການທົບທວນຫາ ເຫດການທີ່ເກິດຂື້ນໃນ ອາເຢັນຕີນາ, ຫຼື ຊີລີ ຫຼື ສະເປນ ປາງ ຟຣັງໂຕ ..ຫຼື ຣູມານີປາງ ເສົາແຊສກູ..ຫຼື ໃນອິຣັກປາງ ຊັດດຳ..
ມັນເປັນບັນຫາທີ່ປັນຍາຊົນທົ່ວໄປຄວນຮັບຮູ້ແລະຮິ່ນຕອງ..
ບັນຫາຂເມນກະເຊັ່ນກັນ!
ມັນຢູ່ໄກບ້ານເຮົາແຕ່ວ່າມັນອາຈເກິດຂື້ນໄດ້ໃນທຸກມຸມໂລກ..
ຢູ່ໄທໃນປັດຈຸບັນເຫດການນັ້ນອາຈເປັນເຮື້ອໄປນານ...
ດຽວນີ້ທ່ານນາຍຍົກອາຈບໍ່ຄິດແບບຜະເດັດການ ແຕ່ຫາກອຳນາດມີໃນມືດົນໃຜຈະແນມເຫັນ....

ຫຼານວ່າຮຽນການເມືອງ! ກະເປັນວິຊາຂອງຜູ່ຈະເປັນເຈົ້າເປັນນາຍ ທາງການປົກຄອງ!!

ຫາກວ່າ ລູງຈະຖາມກົງໆກັບຫຼານ ການຂຽນແບບນີ້ຂອງລູງ ຄົງເປັນໄພແກ່ໂຕເອັງແລະຍາດມີດແມ່ນບໍ?
ແຕ່ມີໃຜຮິ່ນຕອງບໍ່ວ່າໃນການຂຽນແບບນີ້ ມັນເປັນທັສນະຂອງໃຜທີ່ເປັນຫ່ວງເຖິງອານາຄົດຂອງຊາດແນ່ຫຼືບໍ່?
ເຫັນເຖິງຄວາມເປັນຈິງທີ່ຫຼາຍຄົນທີ່ຢູ່ໃນຖັນແຖວນັ້ນບໍ່ຢາກເວົ້າຢາກຕິເພາະຄວາມຫວາດກົວ..?
ແມ່ນລະລູງນັ້ນສ່ຽງທຸກຢ່າງ ແລະພ້ອມ ທີ່ຈະສແດງຄວາມຄິດເຫັນທີ່ຕົນຄິດວ່າເປັນຂອງປັນຍາຊົນທົ່ວໄປ..ແບບຜູ່ມີສິດເສຣີເຕັມໂຕ ດັ່ງ ຄຳຄ້ຳປະກັນໃນ ``ກົດຫມາຍຣັຖທັມມະນູນທີ່ບົ່ງໄວ້``ໃນກໍຣະນີຂອງການມີສິດໃນການປາກເວົ້າແລະຂີດຂຽນກະທັ້ງການສແດງອອກທາງແນວຄິດປັນຍາ.
ຫາກວ່າລູງຕ້ອງໄດ້ຮັບຄວາມເດຶອດຮ້ອນຈາກອົງການກວດກາກວດຂັນ ກະໃຫ້ເຂົາເຈົ້າເອົາໄປພິຈາຣະນາຢ່າງປັນຍາຊົນນັ້ນ.
ຫາກຈະເອົາພຽງອຳນາດມາໃສ່ກັນນັ້ນຄິດວ່າ ຊາດນີ້ ລູງຫມົດສັດທາແລະຄວາມຫວາດກົວແລ້ວ..
ສິ່ງທີ່ລູງໄດ້ສ້າງມາແກ່ຊາດນັ້ນບໍ່ຕ້ອງນັບກັນເພາະມັນບໍ່ທໍ່ຫົວແມງຫມີ່..
ແຕ່ຄວາມຫວັງໃນຄວາມຄົງຫມັ້ນແລະຄວາມເປັນລາວນັ້ນລູງຈະສແຫວງຫາທຸກເຊົ້າຄ່ຳ..ແລະບໍ່ແມ່ນວ່າຍ້ອນນັ້ນຍ້ອນນີ້..
ການໂອ້ໂລມທາງສາຍນຳເພື່ອນທີ່ເປັນຮອດຜູ່ສຳຄັນຄົນຫນຶ່ງໃນປະເທດບໍ່ແມ່ນວ່າເປັນການທົບທວນກັນພຽງແບບຫມູ່ຄູ່ທີ່ເຄີຍກິນດີບກິນແດງ, ເຄີຍນັ່ງໂຕ໊ະດຽວກັນຮຽນເທົ່ານັ້ນມາຫຼາຍປີ ແຕ່ມັນເປັນເຊືອກທີ່ຝັ້ນທາງໃຈທີ່ມີໃຫ້ກັນມາແຕ່ໃດ໋ແຕ່ໃດ.
ທຸກຢ່າງຈົ່ງຮູ້ໄວ້ວ່າ ຮັກຊາດບໍ່ແມ່ນວ່າຕ້ອງເປັນຢູ່ກັບຝ່າຍດຽວ.
ລູງກະບໍ່ແມ່ນປະຕິການອີກ..ເຄີຍກິນສຸກກິນດີບກັນມາກັບການຕໍ່ສູ້ກູ້ຊາດ ແມ່ນວ່າບໍ່ໄດ້ລົງສຫນາມຣົບດັ່ງຜູ່ອື່ນ....
ຫາກວ່າເຂົາເຈົ້າເຫຼົ່ານັ້ນ-ນັກປະຕິວັດທີ່ແທ້ຈິງ ເປັນຫຍັງຈຶ່ງບໍ່ປ່ອຍໃຫ້ພວກຫນຸມນ້ອຍທີ່ມີຄວາມຮູ້ຄວາມສາມາດມີປາກສຽງ?
ເປັນຫຍັງຈຶ່ງຕ້ອງກຳຊັບແລະ ມອງຫາແຕ່ບຸນຄຸນກັນບໍ່ຮູ້ແລ້ວຮູ້ລອດ?
ຫາກວ່າຄົນໃນຊາດເຮົາຫາກບໍ່ເຫັນແປວທາງຂອງຕົນເອັງໄດ້..ນັ້ນຄືຕົ້ນຕໍຂອງຄວາມຈິບຫາຍທີ່ຈະຕາມມາ...
ການເມືອງຂອງເຮົາໃນປັດຈຸບັນເປັນຂອງເຮົາຈັກເປິເຊັນ!?
ແມ້ແຕ່ແຜນການພັທນາຍັງຕ້ອງໄດ້ປຶກສາ....



໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ້ຳຂອງ..
ຕາບໃດກໍຍັງເປັນສາຍເລືອດເສັ້ນໃຫຍ່ທີ່ສຳຄັນ..
ຖ້າເສັ້ນເລືອດເຫືອດແຫ້ງ..
ຄົນຜູ້ນັ້ນກໍ່ຕ້ອງດັບຊີວິດລົງ..

ຕອນນີ້ກະໄຄແດ່ແລ້ວມີຝົນຕົກ..
ແຕ່ຕອນມັນແລ້ງຫັ້ນຕີ້..
ເດືອດຮ້ອນກັນໄປທົ່ວ..
ຢູ່ຄະນະທີ່ເຮົາຮຽນຢູ່..
ໄດ້ຊື້ນ້ຳປະມາມື້ລ່ະຫ້າແສນກີບ..
ປິດຫ້ອງນ້ຳໃຫ້ໃຊ້ໄດ້ແຕ່ຫ້ອງດຽວ..
ຍາກລຳບາກນັກສຶກສາ..
ຍັງບໍ່ລວມປະຊາຊົນທີ່ໃຊ້ນຳອີກ..
ເດືອດຮ້ອນກັນທົ່ວໜ້າ..
ກະເຂົ້າໃຈວ່າສະພາບອາກາດປ່ຽນແປງ..
ແຕ່ຖ້າບໍ່ມີເຂື່ອນມາຂັ້ນ..
ມັນຄົງຈະບໍ່ໜັກປານນີ້..!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຂ່າວຄົນເສື້ອແດງຢູ່ໄທແລ້ວຫົດຫູ່ໃຈ..
ເຖິງແມ້ສ່ວນໂຕບໍ່ມັກຄົນກຸ່ມນີ້..
ແຕ່ກະແມ່ນຄວາມຂະເຈົ້າອັນໜຶ່ງ..
ວ່າ..ຄົນທຸກ ກັບ ຄົນລວຍບໍ່ເທົ່າທ່ຽມ..
ເຖິງແມ້ນວ່າ..ຜູ້ຊຸມນຸມ ກັບ ຫົວໜ້າໃຫຍ່ທີ່ຢູ່ເມືອງນອກ..
ຊັບສົມບັດຈະຫ່າງກັນເປັນລ້ານຯເທົ່າ..!!
ແຕ່ມັນເຮັດໃຫ້ຄິດເຖິງເລື່ອງຯໜຶ່ງ..

ດົນນານແລ້ວ..
ມີກຸ່ມຄົນກຸ່ມໜຶ່ງຄິດທິດສະດີວ່າ..
ໂລກເຮົາມັນຕ້ອງເທົ່າທຽມ..
ທຸກຄົນຕ້ອງມີລາຍໄດ້ເທົ່າກັນ..
ທຸກຢ່າງເປັນຂອງກາງ ຂອງມະຫາຊົນ..
ເສດຖະກິດຕ້ອງເຮັດເປັນສະຫະກອນຫັ້ນໜ້າຫາກັນ..
ມາຊ່ວຍກັນເສີມຂະຫຍາຍ..
ແຕ່ເວລາຜ່ານໄປ..
ຍັງບໍ່ເຫັນວີ່ແວວຂອງຄວາມສຳເຫຼັດ..
ຂະໜາດທ້າວມັງກອນອ້າຍໃຫຍ່..
ຍັງເປັນບ້ານທີ່ຄວາມມັ່ງຄັ່ງຂອງປະຊາຊົນຫ່າງກັນທີ່ສຸດໃນໂລກ..
ມັນຢາກອອກແນວນະໂຍບາຍຂາຍຝັນໂພດບໍ່ນໍ້..??
ມາລໍ້ໃຫ້ຝັນ..ແລ້ວ..ກໍມາຫັກຫຼັງກັນຈັ່ງຊີ້..!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງນໍ້..
ທັ້ງຯທີ່ເກີດໃນຍຸກປີ 90s..
ແຕ່ໃນຈິດຍັງຄະນຶງຫາຍຸກ 60s..
ຢາກຮູ້ ຢາກເຫັນ ຢາກສຳຜັດ..
ຍຸກທີ່ຂະເຈົ້າເວົ້າວ່າ..
ຜີເຕັມບ້ານ ປະຕິການເຕັມເມືອງ..!!
ມັນແມ່ນແທ້ບໍ້..
ຢາກໄປສຳຜັດຫຼາຍຢ່າງທີ່ບໍ່ເຄີຍພົບພໍ້..
ຖ້າຕິດໃຈອາດຢູ່ເລີຍ..
ສິ່ງເຫຼົ່ານີ້ຫາບໍ່ໄດ້ແລ້ວໃນທຸກມື້ນີ້..
ເຖິງມັນຈະຜ່ານມາ 40 - 50 ປີ..
ແຕ່ກະບໍ່ໜ້າຈະລົບເລືອນໄປ..
ຢາກໄປເຫັນໜ້າປະຕິການເປັນຈັ່ງໃດ..
ຢາກໄປຮູ້ວ່າປະເທດລາວຍຸກເສຍເອກກະລາດເປັນແບບໃດ..
ຈະຄ້າຍຄຶງກັບຍຸກນີ້ບໍ່ນໍ້..??
ອັນນີ້ກະຄົງບໍ່ຮູ້ໄດ້..
ຕາບໃດຍັງບໍ່ມີໄທມ໌ ແມຊຊີນ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ແມ່ນ້ຳຂອງ..
ຕາບໃດກໍຍັງເປັນສາຍເລືອດເສັ້ນໃຫຍ່ທີ່ສຳຄັນ..
ຖ້າເສັ້ນເລືອດເຫືອດແຫ້ງ..
ຄົນຜູ້ນັ້ນກໍ່ຕ້ອງດັບຊີວິດລົງ..

ຕອນນີ້ກະໄຄແດ່ແລ້ວມີຝົນຕົກ..
ແຕ່ຕອນມັນແລ້ງຫັ້ນຕີ້..
ເດືອດຮ້ອນກັນໄປທົ່ວ..
ຢູ່ຄະນະທີ່ເຮົາຮຽນຢູ່..
ໄດ້ຊື້ນ້ຳປະມາມື້ລ່ະຫ້າແສນກີບ..
ປິດຫ້ອງນ້ຳໃຫ້ໃຊ້ໄດ້ແຕ່ຫ້ອງດຽວ..
ຍາກລຳບາກນັກສຶກສາ..
ຍັງບໍ່ລວມປະຊາຊົນທີ່ໃຊ້ນຳອີກ..
ເດືອດຮ້ອນກັນທົ່ວໜ້າ..
ກະເຂົ້າໃຈວ່າສະພາບອາກາດປ່ຽນແປງ..
ແຕ່ຖ້າບໍ່ມີເຂື່ອນມາຂັ້ນ..
ມັນຄົງຈະບໍ່ໜັກປານນີ້..!!



ສະບາຍດີເບລລ.

ກ່ຽວກັບນ້ຳຂອງນີ້ ອ້າຍໄດ້ຂຽນມາຫຼາຍເຕີບແລ້ວ ທັງເປັນກາບກອນຢູ່ໃນກຸ່ມ ກະວີທີ່ສ້າງຂື້ນມາຫັ້ນ ໃນຫຼາຍທກະທູ້
ເປັນບົດກອນ ແຫ່ງຊີວີດ ດັ່ງ ຢູ່ໃນ `ເທຣັນ``ຫຼືຈັ່ງໃດ
ແຕ່ທັງຫມົດມັນກະກ່ຽວກັບຄວາມເປັນມາ ແລະຄວາມຈົດຈຳທີ່ຖືກບັລຍາຍອອກເປັນຖ້ອຍຄຳຮ້ອຍແກ້ວ..
ຫຼາຍຄົນບໍ່ພໍໃຈໃນເຫດການໆສ້າງເຂື່ອນທາງພາກເຫນຶອ..
ໃນກອງປະຊຸມກັນທີ່ ມາເລເຊັຍ ທ່ານຜູ່ມີຫນ້າຈາກລາວ ມິດຊ້ອຍມ້ອຍຮອດບໍ່ອອກສຽງຫຍັງແມ່ນແຕ່ສຽງ ຕົ..
ເພາະຄວາມຫວາດກົວຫຼືວ່າຈັ່ງໃດ..
ມັນລົດບໍ່ຄືຄຳຂວັນອັນາງ່າຫັ້ນນໍ..
ກະແບບນ້ແຫຼະ ມີແຕ່ຄັນຕະລະບັດບັງຫນ້າ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເຫັນຂ່າວຄົນເສື້ອແດງຢູ່ໄທແລ້ວຫົດຫູ່ໃຈ..
ເຖິງແມ້ສ່ວນໂຕບໍ່ມັກຄົນກຸ່ມນີ້..
ແຕ່ກະແມ່ນຄວາມຂະເຈົ້າອັນໜຶ່ງ..
ວ່າ..ຄົນທຸກ ກັບ ຄົນລວຍບໍ່ເທົ່າທ່ຽມ..
ເຖິງແມ້ນວ່າ..ຜູ້ຊຸມນຸມ ກັບ ຫົວໜ້າໃຫຍ່ທີ່ຢູ່ເມືອງນອກ..
ຊັບສົມບັດຈະຫ່າງກັນເປັນລ້ານຯເທົ່າ..!!
ແຕ່ມັນເຮັດໃຫ້ຄິດເຖິງເລື່ອງຯໜຶ່ງ..

ດົນນານແລ້ວ..
ມີກຸ່ມຄົນກຸ່ມໜຶ່ງຄິດທິດສະດີວ່າ..
ໂລກເຮົາມັນຕ້ອງເທົ່າທຽມ..
ທຸກຄົນຕ້ອງມີລາຍໄດ້ເທົ່າກັນ..
ທຸກຢ່າງເປັນຂອງກາງ ຂອງມະຫາຊົນ..
ເສດຖະກິດຕ້ອງເຮັດເປັນສະຫະກອນຫັ້ນໜ້າຫາກັນ..
ມາຊ່ວຍກັນເສີມຂະຫຍາຍ..
ແຕ່ເວລາຜ່ານໄປ..
ຍັງບໍ່ເຫັນວີ່ແວວຂອງຄວາມສຳເຫຼັດ..
ຂະໜາດທ້າວມັງກອນອ້າຍໃຫຍ່..
ຍັງເປັນບ້ານທີ່ຄວາມມັ່ງຄັ່ງຂອງປະຊາຊົນຫ່າງກັນທີ່ສຸດໃນໂລກ..
ມັນຢາກອອກແນວນະໂຍບາຍຂາຍຝັນໂພດບໍ່ນໍ້..??
ມາລໍ້ໃຫ້ຝັນ..ແລ້ວ..ກໍມາຫັກຫຼັງກັນຈັ່ງຊີ້..!!



ເສັຍດາຍຊີວີດທີ່ຕ້ອງດັບສູນໄປໂດຍເປົ່າປະໂຫຍດ!!
ມື້ນີ້ໃນ ໃນ ຊ່ອງຂອງຝຣັ່ງຈະມີການສະຫຼູບເຫດການທີ່ກຸງເທບ ແຕ່ເປັນຕອນເຊົ້າ ປະມານສີບໂມງ ອ້າຍພັດບໍ່ໄດ້ຢູ່ເຮຶອນ.
ບາງທີ່ເຂົາອາຈເອົາມາເປິດອີກໃນຕອນເດິກ..
ຫາກວ່າ ນ້ອງເຄີຍໄດ້ງິນຄຳວ່າ: utopie ກໍອາຈເຂົ້າໃຈໄດ້..
ມັນເຫນືອນນິຍາຍທີ່ເປັນຄວາມເພີ້ຝັນຫຼາຍເປິເຊັນກວ່າ.

ແລະທີ່ຄວນສັງເກດຄື ການຝັງຮາກຂອງຣະບອບການໃຫ້ເລິກແລະຂຍາຍໂຕ ເພື່ອຄວາມຢູ່ລອດແລະອານາຄົດ..
ດຽວນີ້ໃນແງ່ໃດກໍຕາມການເມືອງ-ນັກການເມືອງນັ້ນກະ ຄືອາຊີບ ຄືກັນກັບອາຊີບອື່ນໆ ເພາະຜູ່ຫຼີ້ນການເມືອງໄດ້ຣັບຜົນປະໂຫຍດຄືເງິນເດືອນທີ່ໄດ້ຮັບ ດັ່ງດຽວກັບການປະກອບວຽກງານອື່ນໆ ແຕ່ ເຂົາເຈົ້າ ມີແຕ່ແນວພິເສດເພາະບໍ່ເຮັດຫຍັງແຕ່ໄດ້ເງິນທຸກເດຶອນ, ໄດ້ຣົຖຂີ່ປະຈຳຕຳແຫນ່ງ...

ຜູ່ທີ່ທຸກຍາກ ກະແຮງຈະນັບມື້ຕົກຢູ່ໃນສະພາບນັ້ນສືບໄປ..
ຊ້ຳບໍ່ພໍພັກການເມືອງຍັງໄດ້ເງິນໃຊ້ໃນການດຳເນິນການໂຄສະນາຂອງຕົນທີ່ຄັງຕ້ອງອອກໃຫ້!
ນີ້ຕິມັນຄັກ!
ສົມຄວນພັກການເມືອໜຄວນແຍກຕົວອອກຈາກຄັງ,ອອກຈາກ ການເສຖກິດ, ທາງທະຫານ..
ເອົາໃຈໃສ່ພຽງການເມືອງຢ່າງດຽວ.
ອັນີ້ ເອົາຄຳຂວັນໃສ່ວ່າ ພັກ ກັບຣັຖບານ ກັບປະເທດ ເປັນອັນດຽວກັນ..
ແລ້ວຜູ່ທີ່ບໍ່ສະຫນັບສະຫນູນກະກາຍເປັນສັດຕູໄປ..
ບໍ່ມີວ່າແນວຄິດບໍ່ກົງກັນນັ້ນເພາະເຫດໃດບໍ່ມີໃຜຢາກຮູ້ ມີແຕ່ຫາວ່າ ເປັນປໍຣະປັກ ຂັດຂວາງການສ້າງສາພັທນາ ປະເທດ...
ນັ້ນມັນເປັນການຜູກຂາດ ຄວາມຮັກຊາດຜູ່ດຽວ..
ໂດຍບໍ່ຄິດວ່າຜູ່ອື່ນທີ່ບໍ່ຢູ່ໃນພັກຫັ້ນກະຮັກຊາດໄດ້ຄືກັນ..
ນີ້ແຫຼະເປັນບັນຫາທີ່ຝ່າຍຫນຶ່ງໃຫ້ເຫດຜົນແລະຖືວ່າແຕ່ໂຕມີເຫດຜົນ..
ຜູກຂາດຄວາມເປັນຫົວຊາດນິຍົມແຕ່ຜູ່ດຽວ.
ໂຕຢ່າງກະແບບເສື້ອເຫຼຶອງກັບເສື້ອແດງ..ສອງແນວຄິດ ແຕ່ຈຸດຫມາຍປາຍທາງຄົງແນວດຽວກັນ ແຕ່ ກະມີຂໍ້ແມ້ງ ດັ່ງນ້ອງຍົກມາຫັ້ນ.
ຜູ່ສວຍໂອກາດມັກຈະມີຢູ່ທົ່ວໄປ..ອ້າງວ່າຕົນນັ້ນຮັກຊາດກວ່າຫມູ່ ແຕ່ ບາດແລ້ວ ສາວເອົາສາວເອົາ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເປັນຫຍັງນໍ້..
ທັ້ງຯທີ່ເກີດໃນຍຸກປີ 90s..
ແຕ່ໃນຈິດຍັງຄະນຶງຫາຍຸກ 60s..
ຢາກຮູ້ ຢາກເຫັນ ຢາກສຳຜັດ..
ຍຸກທີ່ຂະເຈົ້າເວົ້າວ່າ..
ຜີເຕັມບ້ານ ປະຕິການເຕັມເມືອງ..!!
ມັນແມ່ນແທ້ບໍ້..
ຢາກໄປສຳຜັດຫຼາຍຢ່າງທີ່ບໍ່ເຄີຍພົບພໍ້..
ຖ້າຕິດໃຈອາດຢູ່ເລີຍ..
ສິ່ງເຫຼົ່ານີ້ຫາບໍ່ໄດ້ແລ້ວໃນທຸກມື້ນີ້..
ເຖິງມັນຈະຜ່ານມາ 40 - 50 ປີ..
ແຕ່ກະບໍ່ໜ້າຈະລົບເລືອນໄປ..
ຢາກໄປເຫັນໜ້າປະຕິການເປັນຈັ່ງໃດ..
ຢາກໄປຮູ້ວ່າປະເທດລາວຍຸກເສຍເອກກະລາດເປັນແບບໃດ..
ຈະຄ້າຍຄຶງກັບຍຸກນີ້ບໍ່ນໍ້..??
ອັນນີ້ກະຄົງບໍ່ຮູ້ໄດ້..
ຕາບໃດຍັງບໍ່ມີໄທມ໌ ແມຊຊີນ..



ໃນກໍຣະນີນີ້ ອາຈເອີ້ນໄດ້ວ່າ: syndrom ຂອງ nostalgia..
ເປັນໄປບໍ່ໄດ້ທີ່ຈະກັບຄືນຫາ ແຕ່ ອາຈຊອກຫາເບິ່ງ, ອ່ານໄດ້ໃນວັດໃນວາ ທີ່ຍັງພໍມີ..
ສ່ວນປະຕິການຫັ້ນ ກະອາຈເຫັນໄດ້ຢູ່ຝັຣ່ງ, ອະເມຣິກາ..
ອ້າຍອາຈເອົາການຈັດງ່ານສັງສັນຂອງບັນດາເຈົ້ານາຍປາງນັ້ນມາໃຫ້ໄດ້..ທີ່ເຂົາເຈົ້າພົບພໍ້ກັນ
ແຕ່ກະຕ້ອງສົ່ງນອກນີ້ ເພາະມັນອາຈມີແນວບໍ່ດີໃຫ້ພັນລາວໄດ້.
ຜີປາງນັ້ນກັບຜີປັຄຈຸບັນກະພໍປານກັນ ຫຼືວ່າຜູສໄຫມໃຫມ່ນີ້ ກິນເກັ່ງກວ່າ!!
ແລະກະຫນ້າດ້ານກວ່າ!!
ແຕ່ກີ້ ກະມີລະບໍ ໄທມ ແມກາຊີນ, ປາຣີມາຊ..ຂ່າວສານ ຣອຍເຕີ, ເອພີ, ຢູພີໄອ....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໃຜ ຢາກໃຫ້ຂຽນຫຍັງທີ່ເຄີຍຂຽນປາງຮຽນຢູ່ ວິທຍາລັຍ ທີ່ແຂວງສວັນນະເຂດ ຄົງເປັນກ່ອນປີ ນ້ຳຖ້ວມຫຼັງເປັດ!!
ເປັນບັນຫາທີ່ຍາກແກ່ການສແດງຄວາມຄິດຄວາມເຫັນ.ແຕ່ກະຊິລອງຂຽນລົງໄປ.ຫາກວ່າມີຫຍັງຜິດພາດ ກະຄິດເປັນພຽງວ່າ ສ່ວນຫນຶ່ງຂອງແນວຄິດຂອງ ຜຂ ເທົ່ານັ້ນ.
``ອິສຫຼະແຫ່ງຄວາມຄິດ``

ກ່ອນອື່ນໃດຕ້ອງໄດ້ແຍກສອງຄວາມຄິດທີ່ມາຕ້ອງກັນນີ້ ຄື ຄຳວ່າ ອິສຫຼະ ແລະ ຄວາມຄິດ ສ່ວນຄຳວ່າ``ແຫ່ງ``ນັ້ນມັນເປັນຄຳຕໍ່ສອງຄວາມເວົ້າເຂົ້າຫາກັນແລະແຫນ້ນແຟ້ນຢູ່ນຳກັນ ບາງທີ່ກະຢູ່ກັນໄດ້ ແຕ່ ໃນບາງບ່ອນກະແຍກກັນຢູ່!!
ໃນການຂີດຂຽນອາຈຢູ່ນຳກັນໄດ້ ແຕ່ໃນ ຄວາມເປັນຈິງໃນຈັກວານກະຢູ່ກັນໄດ້ແຕ່ບາງຂອບຟ້າຫນຶ່ງນັ້ນເປັນພຽງຄັນຕະລະບັດ ເປັນຂົວເຊື່ອມຍົງສອງຄຳເຂົ້າຫາກັນ!!

ຄຳວ່າອິສຫຼະ``ແປໄດ້ວ່າ ປາສຈາກ, ບໍ່ຂື້ນກັບໃຜ, ພົ້ນຈາກຄວາມ..ບໍ່ມີຫຍັງຂວາງກັ້ນຫຼືກີດກັນ ເປັນດັ່ງຫມູ່ນົກກາ, ແມງກະເບື້ອ ທີ່ບິນໄປໄດ້ທຸກແຫ່ງຫົນ, ຕາມໃຈປາຖນາ.ຫາກເວົ້າໄປໄກອາຈເວົ້າໄດ້ເຖິງ ຄຳວ່ານິພານ ທີ່ພະພຸທອົງໄດ້ໄປເຖິງນັ້ນ ແມ່ນເອົາໂຕພົ້ນຈາກກະເລດຕັນຫາ, ບັນຫາຂອງຊາວເດິນດິນ..

ບາດຄວາມຄິດ.ນີ້ ແມ່ນສິ່ງທີ່ເກິດມີໃນສຫມອງຂອງຄົນເຮົາ, ອາຈເປັນຄວາມຄິດດີ, ຊົ່ວ ປະປົນກັນ..ມີທັງຄວາມນຶກຄິດທີ່ເຮົາບໍ່ອາຈກ່າວອອກມາເປັນຖ້ອຍຄຳໄດ້.
ຄວາມນຶກຄິດໄຝ່ຝັນທີ່ອາຈວາດອອກມາເປັນຮູບພາບໄດ້ດັ່ງໃຈ..ການເບິ່ງໂລກດ້ວຍສາຍຕາຂອງເຮົາ, ຍາມນັ້ນເກິດມີຄວາມຄິດຂື້ນມາແລະເຮົາກະຄິດຂອງເຮົາໄປ ໃນທັສນະຂອງເຮົາ ໃນການເບິ່ງໂລກ
ແລະສິ່ງແວດລ້ອມຕ່າງໆ..
ມາຮອດບ່ອນນີ້ ກະຍັງວ່າ ຫຼາຍສິ່ງຢ່າງທີ່ເປັນມາເຮົາມີຄວາມນຶກຄິດວ່າຢາກເວົ້າແຕ່ເວົ້າບໍ່ໄດ້
ຄື ພະເຈົ້າ ໃນທາງສາສນາ ຄຣິສ ທີ່ເຂົາເຈົ້າບໍ່ອາຈເຫັນໄດ້, ມີໃນຄວາມຄິດແຕ່ບໍ່ຮູ້ຈະວ່າຈັ່ງໃດໄດ້.
ກະຄືກັນກັບການຕິຕຽນ ອີ່ຫຍັງໃນເວລານີ້ ເຮົາຮູ້ວ່າສິ່ງໃດນັ້ນມັນບໍ່ຄວນເປັນແຕ່ເຮົາກະແຕະຕ້ອງບໍ່ໄດ້...!!
ດັ່ງນີ້ຈຶ່ງວ່າມີຄວາມຄິດທີ່ຢູ່ນອກ ເຫນືອໄປຈາກຄຳເວົ້າ..ເກັບຂັງໄວ້ ດີກວ່າ ຈະໄປຮ້ອງກາກໆປານອື່ງຍາມຝົນລິນ..
ກະຄືກັນກັບກົບທີ່ຕ້ອງຕາຍເພາະປາກ!!
ຄົນເຮົາຜູ່ບໍ່ຢາກຕາຍເພາະປາກກະ ງຽບໄປ ຈົນວ່າຫົວໃຈຊິແຕກຕາຍ.
ຄົນເຮົາເກີດມາ ບໍຣິສຸດ.
ດັ່ງ ນັກປາຊຂອງຝຣັ່ງເສດຄົນຫນຶ່ງ JJ Rousseau ``ວ່າໄວ້ ຄົນເຮົາເກິດມາຢ່າງບໍຣິສຸດ ເສຣີ ໄຮ້ດຽງສາ ຄວາມຄິດເປັນຂອງໂຕເອັງ ແຕ່ ສັງຄົມແລະສິ່ງແວດລ້ອມ ເປັນຕົ້ນເຫດແຫ່ງການເຊື່ອມເສັຍທາດແທ້ຂອງເຂົາ.``
ກັບມາຫາບັນຫາທີ່ເຮົາຕັ້ງຂື້ນອີກເທື່ອຫນຶ່ງ ``ອິສຫຼະແຫ່ງຄວາມຄິດ`` ກະຢາກວ່າຄວາມຄິດທີ່ປາສຈາກສິ່ງແຊກແຊງ, ບໍ່ໄດ້ຢູ່ໃນແວດວົງຂອງການຂົ່ມຂູ່, ແລະບໍ່ຂື້ນກັບແນວຄິດຂອງບຸກຄົນອື່ນ.ເຫັນໂລກດ້ວຍສາຍຕາເຮົາ
ເອັງແລະກະຕີຣາຄາດ້ວຍໂຕເອັງ
ຄົນຜູ່ທີ່ມີຄວາມນຶກຄິດເປັນອິສຫຼະກະຄືຄົນທີ່ພົ້ນຈາກຄວາມເປັນທາດທາງຄວາມຄິດຂອງຜູ່ອື່ນ.ຕ້ອງເອົາຄຳຕ່າງປະເທດ
ມາປົນເພື່ອວ່າຈະເນັ້ນຫນັກຄຳເວົ້ານັ້ນ.( free, libre )
ຈະແມ່ນທາງ ຄວາມເຊື່ອຖືທາງສາສນາ, ທາງແນວຄິດປັນຍາ, ທາງການເມຶອງ ທຸກຢ່າງ ເປັນໂຕຂອງໂຕເອັງ.
ບໍ່ແມ່ນດັ່ງພະພຸທເຈົ້າ ແຕ່ ກະຕັດສິນໃຈເອັງໄດ້.
ບໍ່ຮູ້ວ່າ ມັນເປັນຄືຜູ່ຕັ້ງຄຳຖາມມາຫັ້ນຫຼືບໍ່
ຮູ້ດີວ່າເວົ້າອອກມາບໍ່ຫມົດທຸກຢ່າງກ່ຽວກັບປະໂຫຍກນີ້ທີ່ຖາມມາ.
ແຕ່ຫາກວ່າໃຜຜູ່ອື່ນມີຄວາມຄິດໄປໃນຮູບອື່ນກະມາຊ່ອຍອ້າງອອກມາໃຫ້ຮູ້ນຳກັນກະດີ.


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
``ອິສຫຼະແຫ່ງຄວາມຄິດ``ຄຳນີ້ມີໃນຕົວຂອງທຸກຄົນ
ບໍ່ມີໃຜຫ້າມໄດ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
``ອິສຫຼະແຫ່ງຄວາມຄິດ``ຄຳນີ້ມີໃນຕົວຂອງທຸກຄົນ
ບໍ່ມີໃຜຫ້າມໄດ້



ກະແມ່ນແທ້ ນໍ
ຄວາມນຶກຄິດຫ້າມໃຜບໍ່ໄດ້!
ແຕ່ໃນບາງຣະບອບການປົກຄອງແມ່ນແຕ່ຄິດກະຍັງຫ້າມກັນ, ດ້ວຍເຫດນີ້ຈຶ່ງຝຶກຝົນປັດເຄັ່ຍຄວາມນຶກຄິດຕັ້ງແຕ່ນ້ອຍໆເພື່ອບໍ່ໃຫ້ໄດ້ເຫັນໄດ້ຮູ້ ອີ່ຫຍັງກວງໄກໄປກວ່າຈອມຮູດັງໂຕເອັງດັ່ງທີ່ເຄີຍມມີມາ ໃນບັນດາປະເທດສັງຄົມນິຍົມແຕ່ກ່ອນ!!
ແລະກະຄົງຍັງມີຢູ່ໃນເກົ່າຫຼີເຫນຶອ!!
ການປົກປິດ, ຫ້າມການເບິ່ງຂ່າວຈາກພາຍນອກ,ບໍ່ມີຣະບົບສື່ສານແບບ ເນດຈັ່ງຊີ້..
ຫາກຄົນບໍ່ຮູ້ ມັນກະບໍ່ມີຄວາມກະຕືລືລົ້ນຢາກໄດ້ ຢາກເຫັນ..
ກາຍເປັນຄືຄົນໂງ່ງ່າວ ບໍ່ຮູ້ຫຍັງ..
ແບບນັ້ນກະ ປົກຄອງກັນງ່າຍ..
ປິດປະຕູບ້ານຢ້ານທັງຄວາຍລອດຄອກ ທັງງົວຈະເຂົ້າຄອກທຸກຍາມ ແລະກະສ້າງສັດຕູໄວ້ ສເມິ!!
ຫາກມັນບໍ່ມີກະຄິດຄົ້ນມັນຂື້ນມາ.
ແຕ່ແມ່ນລະຄວາມນຶກຄິດຫ້າມກັນບໍ່ໄດ້ ແລະກະບໍ່ມີກົງຂັງອັນໃດກັ້ນໄວ້ໄດ້.
ຄວາມຄິດອາຈເປັນອິສຫຼະໄດ້ເຕັມໂຕຫາກວ່າຄົນຜູ່ມີຄວາມຄິດຫັ້ນກະມີອສຫຼະເຕັມໂຕ!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເຫັນຂ່າວຄົນເສື້ອແດງຢູ່ໄທແລ້ວຫົດຫູ່ໃຈ..
ເຖິງແມ້ສ່ວນໂຕບໍ່ມັກຄົນກຸ່ມນີ້..
ແຕ່ກະແມ່ນຄວາມຂະເຈົ້າອັນໜຶ່ງ..
ວ່າ..ຄົນທຸກ ກັບ ຄົນລວຍບໍ່ເທົ່າທ່ຽມ..
ເຖິງແມ້ນວ່າ..ຜູ້ຊຸມນຸມ ກັບ ຫົວໜ້າໃຫຍ່ທີ່ຢູ່ເມືອງນອກ..
ຊັບສົມບັດຈະຫ່າງກັນເປັນລ້ານຯເທົ່າ..!!
ແຕ່ມັນເຮັດໃຫ້ຄິດເຖິງເລື່ອງຯໜຶ່ງ..

ດົນນານແລ້ວ..
ມີກຸ່ມຄົນກຸ່ມໜຶ່ງຄິດທິດສະດີວ່າ..
ໂລກເຮົາມັນຕ້ອງເທົ່າທຽມ..
ທຸກຄົນຕ້ອງມີລາຍໄດ້ເທົ່າກັນ..
ທຸກຢ່າງເປັນຂອງກາງ ຂອງມະຫາຊົນ..
ເສດຖະກິດຕ້ອງເຮັດເປັນສະຫະກອນຫັ້ນໜ້າຫາກັນ..
ມາຊ່ວຍກັນເສີມຂະຫຍາຍ..
ແຕ່ເວລາຜ່ານໄປ..
ຍັງບໍ່ເຫັນວີ່ແວວຂອງຄວາມສຳເຫຼັດ..
ຂະໜາດທ້າວມັງກອນອ້າຍໃຫຍ່..
ຍັງເປັນບ້ານທີ່ຄວາມມັ່ງຄັ່ງຂອງປະຊາຊົນຫ່າງກັນທີ່ສຸດໃນໂລກ..
ມັນຢາກອອກແນວນະໂຍບາຍຂາຍຝັນໂພດບໍ່ນໍ້..??
ມາລໍ້ໃຫ້ຝັນ..ແລ້ວ..ກໍມາຫັກຫຼັງກັນຈັ່ງຊີ້..!!



ເສັຍດາຍຊີວີດທີ່ຕ້ອງດັບສູນໄປໂດຍເປົ່າປະໂຫຍດ!!
ມື້ນີ້ໃນ ໃນ ຊ່ອງຂອງຝຣັ່ງຈະມີການສະຫຼູບເຫດການທີ່ກຸງເທບ ແຕ່ເປັນຕອນເຊົ້າ ປະມານສີບໂມງ ອ້າຍພັດບໍ່ໄດ້ຢູ່ເຮຶອນ.
ບາງທີ່ເຂົາອາຈເອົາມາເປິດອີກໃນຕອນເດິກ..
ຫາກວ່າ ນ້ອງເຄີຍໄດ້ງິນຄຳວ່າ: utopie ກໍອາຈເຂົ້າໃຈໄດ້..
ມັນເຫນືອນນິຍາຍທີ່ເປັນຄວາມເພີ້ຝັນຫຼາຍເປິເຊັນກວ່າ.

ແລະທີ່ຄວນສັງເກດຄື ການຝັງຮາກຂອງຣະບອບການໃຫ້ເລິກແລະຂຍາຍໂຕ ເພື່ອຄວາມຢູ່ລອດແລະອານາຄົດ..
ດຽວນີ້ໃນແງ່ໃດກໍຕາມການເມືອງ-ນັກການເມືອງນັ້ນກະ ຄືອາຊີບ ຄືກັນກັບອາຊີບອື່ນໆ ເພາະຜູ່ຫຼີ້ນການເມືອງໄດ້ຣັບຜົນປະໂຫຍດຄືເງິນເດືອນທີ່ໄດ້ຮັບ ດັ່ງດຽວກັບການປະກອບວຽກງານອື່ນໆ ແຕ່ ເຂົາເຈົ້າ ມີແຕ່ແນວພິເສດເພາະບໍ່ເຮັດຫຍັງແຕ່ໄດ້ເງິນທຸກເດຶອນ, ໄດ້ຣົຖຂີ່ປະຈຳຕຳແຫນ່ງ...

ຜູ່ທີ່ທຸກຍາກ ກະແຮງຈະນັບມື້ຕົກຢູ່ໃນສະພາບນັ້ນສືບໄປ..
ຊ້ຳບໍ່ພໍພັກການເມືອງຍັງໄດ້ເງິນໃຊ້ໃນການດຳເນິນການໂຄສະນາຂອງຕົນທີ່ຄັງຕ້ອງອອກໃຫ້!
ນີ້ຕິມັນຄັກ!
ສົມຄວນພັກການເມືອໜຄວນແຍກຕົວອອກຈາກຄັງ,ອອກຈາກ ການເສຖກິດ, ທາງທະຫານ..
ເອົາໃຈໃສ່ພຽງການເມືອງຢ່າງດຽວ.
ອັນີ້ ເອົາຄຳຂວັນໃສ່ວ່າ ພັກ ກັບຣັຖບານ ກັບປະເທດ ເປັນອັນດຽວກັນ..
ແລ້ວຜູ່ທີ່ບໍ່ສະຫນັບສະຫນູນກະກາຍເປັນສັດຕູໄປ..
ບໍ່ມີວ່າແນວຄິດບໍ່ກົງກັນນັ້ນເພາະເຫດໃດບໍ່ມີໃຜຢາກຮູ້ ມີແຕ່ຫາວ່າ ເປັນປໍຣະປັກ ຂັດຂວາງການສ້າງສາພັທນາ ປະເທດ...
ນັ້ນມັນເປັນການຜູກຂາດ ຄວາມຮັກຊາດຜູ່ດຽວ..
ໂດຍບໍ່ຄິດວ່າຜູ່ອື່ນທີ່ບໍ່ຢູ່ໃນພັກຫັ້ນກະຮັກຊາດໄດ້ຄືກັນ..
ນີ້ແຫຼະເປັນບັນຫາທີ່ຝ່າຍຫນຶ່ງໃຫ້ເຫດຜົນແລະຖືວ່າແຕ່ໂຕມີເຫດຜົນ..
ຜູກຂາດຄວາມເປັນຫົວຊາດນິຍົມແຕ່ຜູ່ດຽວ.
ໂຕຢ່າງກະແບບເສື້ອເຫຼຶອງກັບເສື້ອແດງ..ສອງແນວຄິດ ແຕ່ຈຸດຫມາຍປາຍທາງຄົງແນວດຽວກັນ ແຕ່ ກະມີຂໍ້ແມ້ງ ດັ່ງນ້ອງຍົກມາຫັ້ນ.
ຜູ່ສວຍໂອກາດມັກຈະມີຢູ່ທົ່ວໄປ..ອ້າງວ່າຕົນນັ້ນຮັກຊາດກວ່າຫມູ່ ແຕ່ ບາດແລ້ວ ສາວເອົາສາວເອົາ.


ຄຳວ່າ..ຮັກຊາດ..ສຳຫຼັບຄົນອື່ນເປັນຈັ່ງໃດເຮົາບໍ່ຮູ້..
ແຕ່ສຳຫຼັບເຮົາ..
ຮັກຊາດ..ຂອງເຮົາແມ່ນ..
ຮັກໃນຜືນແຜ່ນດິນອັນຄົບຖ້ວນ..ບໍ່ມີໃຜມາແຊກແຊງ ແມ້ກະທັ່ງມິດສະຫາຍເພື່ອນຕາຍອີ່ຫຍັງກະວ່າໄປ..
ຮັກໃນຊັບສົມບັດຂອງຊາດ..ຄວນຮັກສາ ແລະ ຫວງແຫນເພື່ອໃຫ້ປະຊາຊົນເພື່ອນຮ່ວມຊາດໄດ້ໃຊ້ນຳກັນຢ່າງເທົ່າທຽມ..
ຮັກໃນເພື່ອນຮ່ວມຊາດທຸກຄົນ..ອັນນີ້ບໍ່ວ່າຢູ່ແຫ່ງຫົນໃດໃນໂລກ ຄົນລາວແນມຕາກັນກໍ່ຮູ້ໄດ້ວ່າເປັນ ລາວ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເປັນຫຍັງນໍ້..
ທັ້ງຯທີ່ເກີດໃນຍຸກປີ 90s..
ແຕ່ໃນຈິດຍັງຄະນຶງຫາຍຸກ 60s..
ຢາກຮູ້ ຢາກເຫັນ ຢາກສຳຜັດ..
ຍຸກທີ່ຂະເຈົ້າເວົ້າວ່າ..
ຜີເຕັມບ້ານ ປະຕິການເຕັມເມືອງ..!!
ມັນແມ່ນແທ້ບໍ້..
ຢາກໄປສຳຜັດຫຼາຍຢ່າງທີ່ບໍ່ເຄີຍພົບພໍ້..
ຖ້າຕິດໃຈອາດຢູ່ເລີຍ..
ສິ່ງເຫຼົ່ານີ້ຫາບໍ່ໄດ້ແລ້ວໃນທຸກມື້ນີ້..
ເຖິງມັນຈະຜ່ານມາ 40 - 50 ປີ..
ແຕ່ກະບໍ່ໜ້າຈະລົບເລືອນໄປ..
ຢາກໄປເຫັນໜ້າປະຕິການເປັນຈັ່ງໃດ..
ຢາກໄປຮູ້ວ່າປະເທດລາວຍຸກເສຍເອກກະລາດເປັນແບບໃດ..
ຈະຄ້າຍຄຶງກັບຍຸກນີ້ບໍ່ນໍ້..??
ອັນນີ້ກະຄົງບໍ່ຮູ້ໄດ້..
ຕາບໃດຍັງບໍ່ມີໄທມ໌ ແມຊຊີນ..



ໃນກໍຣະນີນີ້ ອາຈເອີ້ນໄດ້ວ່າ: syndrom ຂອງ nostalgia..
ເປັນໄປບໍ່ໄດ້ທີ່ຈະກັບຄືນຫາ ແຕ່ ອາຈຊອກຫາເບິ່ງ, ອ່ານໄດ້ໃນວັດໃນວາ ທີ່ຍັງພໍມີ..
ສ່ວນປະຕິການຫັ້ນ ກະອາຈເຫັນໄດ້ຢູ່ຝັຣ່ງ, ອະເມຣິກາ..
ອ້າຍອາຈເອົາການຈັດງ່ານສັງສັນຂອງບັນດາເຈົ້ານາຍປາງນັ້ນມາໃຫ້ໄດ້..ທີ່ເຂົາເຈົ້າພົບພໍ້ກັນ
ແຕ່ກະຕ້ອງສົ່ງນອກນີ້ ເພາະມັນອາຈມີແນວບໍ່ດີໃຫ້ພັນລາວໄດ້.
ຜີປາງນັ້ນກັບຜີປັຄຈຸບັນກະພໍປານກັນ ຫຼືວ່າຜູສໄຫມໃຫມ່ນີ້ ກິນເກັ່ງກວ່າ!!
ແລະກະຫນ້າດ້ານກວ່າ!!
ແຕ່ກີ້ ກະມີລະບໍ ໄທມ ແມກາຊີນ, ປາຣີມາຊ..ຂ່າວສານ ຣອຍເຕີ, ເອພີ, ຢູພີໄອ....


ເວົ້າເລືຶ່ອງປະຕິການຫຼາຍກະບໍ່ດີ..
ດ໋ຽວຖືກຂໍ້ຫາກະບົດ..ຮ່າຯຯຯ
ເຖິງແມ້ນວ່າຢາກຈະຍ້ອນໄປຊ່ຳໃດ..
ແຕ່ເຮົາກະຮູ້ວ່າມັນເປັນໄປບໍ່ໄດ້..
ແລະຊີວິດຕ້ອງດຳເນີນຕໍ່ໄປ..
ແຕ່ພາບເກົ່າຯແທ້ແລ້ວມັນກະບໍ່ໄດ້ໄປໃສດອກ..
ມັນກະຍັງຄົງໝຸນວຽນໃນຈິດໃຈຂອງແຕ່ລ່ະຄົນ..
ພຽງແຕ່ສຳຜັດຈັບຕ້ອງບໍ່ໄດ້ຊື່ຯ..
ມີພຽງອານາຄົດທີ່ຖ້້າຢູ່..
ແລະກະຕ້ອງດິ້ນລົນກັນຕໍ່ໄປ..ເພື່ອນພ້ອງພີ່ນ້ອງລາວ..


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍຸກນີ້ກັບຍຸກກ່ອນ ດຽວນີ້ມັນກະໃກ້ຊິບໍ່ຕ່າງຫຍັງກັນລະເດ່ເນາະ
ພຽງແຕ່ເຂົາຫັ່ນປ່ຽນໃຫ້ມັນເໝາະສົມ


ໜ້າທີ່ 3 ຈາກທັງໝົດ 9 ໜ້າ <<<123456789>>>