ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຊີນຮ່ວມແຕ່ງເລື່ອງ"ດອນຊິງຊູ້"ຊ່ວຍກັນເດີ້ !

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ບໍ່ທັນຊຳຄິດດົນໂພດ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ແລ້ວສາວອ້ຽງໄດ້ເວົ້າວ່າ.........ເໝັນຂີ້ຄວາຍເດ້

ຂ້ອຍ ແຮງ ບໍ່ແຄສື່


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ະອອ່ະອ່ະອ່ະ ຕາຍໆໆໆ ທ້າວທອງໃສກະມີສ່ວນຮ່ວມກັບເລື້ອງນີ້ນຳ ອິອິອິອິອິ ຄົນໃຈດີພັງເລີຍບາດນີ້ ແນວໃດກະມີ ອິອິອິອິອິ ຂີ້ຄວາຍຕິດແດ່ ອິອິອິອິອິອິ ຊ່າງແຕ່ງເນາະພີ່ນ້ອງພັນລາວເຮົາກະດາຍ ເກັ່ງໆໆໆ ເປັນບົດເລື້ອງຈົນໄດ້ ສາມາດຂຽນເປັນເລື້ອງຕະຫຼົກໄດ້ລະໄດ່ນິນ່າ ອິອິອິອິອິອິ


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ໂອ່ ກະທູ້ແບບນີ້ມີເສີຍເນາະ ພວກທ່ານເວົ້າແບບນີ້ທ່ານຄິດເຫັນຄວາມຮູ້ສືກຂອງຄົນໃຈດີ ທອງໃສ ແລະ ອ້ຽງ ບໍ່ນໍ່ ພວກທ່ານອາດຈະເຫັນມັນເປັນຄວາມມ່ວນຊື່ນ ຫລືເປັນການເວົ້າຢອກໄຍ ແຕ່ເບິ່ງໄປໃນທາງໜຶ່ງລະມັນເປັນການເວົ້າສຽດສີເດີ່. ຖ້າພວກທ່ານເວົ້າແລ້ວພວກເຂົາມາຫລີ້ນນຳ ອັນນີ້ກະວ່າໄປແນວໜຶ່ງ.
ການສະແດງທັດສະນະຄະຕິຂອງທ່ານ ສາມາດເຮັດໄດ້ເສລີ ແຕ່ຕ້ອງຢູ່ໃນຂອບເຂດອັນຄວນ ແລະມີສາມັນສຳນຶກທີ່ດີ; ການມີພຶດຕິກຳໃດໆ ກໍຕາມທີ່ຂັດຕໍ່ລະບຽບກົດໝາຍ ແລະລະບຽບພາຍໃນຂອງເວັບໄຊ ແມ່ນຖືເປັນຂໍ້ຫ້າມຢ່າງຍິ່ງ.
ທາງທີມງານ ໄດ້ຕັ້ງກົດລະບຽບຂຶ້ນມາເທົ່າທີ່ຈຳເປັນດັ່ງລຸ່ມນີ້:

1. ຫ້າມພະຍາຍາມສ້າງຄວາມເສຍຫາຍໃຫ້ລະບົບ.
2. ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ.
3. ຫ້າມໃຊ້ຄຳເວົ້າເພື່ອສຽດສີສະມາຊິກຄົນອື່ນ.
4. ຫ້າມກ່າວໂຈມຕີສະມາຊິກຄົນອື່ນໂດຍທີ່ບໍ່ມີມູນຄວາມຈິງ.
5. ຫ້າມກ່າວໂຈມຕີສະມາຊິກຄົນອື່ນຮຸນແຮງເກີນຂອບເຂດ
6. ຫ້າມປະພຶດຕົນເປັນ “ຫ້ຽນ”.
7. ຫ້າມສະແດງກິລິຍາ ຫຼືການປະພຶດທີ່ບໍ່ສົມຄວນໃນເວັບໄຊ.
8. ຫ້າມກະທຳການອັນເຂົ້າຂ່າຍ SPAM ຄື ການສົ່ງຂໍ້ຄວາມ ຫຼືພຶດຕິກຳຊ້ຳໆ ກັນເກີນຂອບເຂດອັນຄວນ ເຊັ່ນການສົ່ງຂໍ້ຄວາມຊ້ຳໆ ຫຼືຄ້າຍໆ ກັນ ຫຼືມີຄວາມໝາຍດຽວກັນຫລາຍໆຄັ້ງເຂົ້າມາໃນລະບົບ.
9. ຫ້າມສົ່ງຮູບໂປ້ ຮູບເປືອຍ ຫຼືຮູບທີ່ມີເນື້ອຫາບໍ່ເຫມາະສົມ ຂັດຕໍ່ປະເພນີອັນດີງາມຂອງລາວເຮົາ.
10. ການຂຽນບົດເລື່ອງ ຫຼືຂໍ້ຄວາມທີ່ສໍ່ໄປທາງເພດ ໂດຍບໍ່ໃຫ້ປະໂຫຍດຫຍັງແກ່ຜູ່ອ່ານ ແມ່ນບໍ່ອະນຸຍາດໃຫ້ຂຽນ.
11. ການສະໝັກເປັນສະມາຊິກພັນລາວເພື່ອຂຽນຂໍ້ຄວາມເຊື້ອເຊີນ ໃຫ້ສະມາຊິກຄົນອື່ນໄປເຮັດທຸລະກິດຕ່າງໆ ໂດຍສະເພາະ MLM ນັ້ນ ຖືເປັນຂໍ້ຫ້າມ.
12. ການໂຄສະນາບໍ່ວ່າຈະເປັນທາງກົງ ຫຼືທາງອ້ອມ. ຫາກຕ້ອງການລົງໂຄສະນາ ທາງເວັບໄຊກໍຈັດສັນພື້ນທີ່ໃຫ້ແລ້ວ ກະລຸນາໄປທີ່ໜ້າ ໂຄສະນາ.
13. ສຳລັບການຂຽນເນື້ອຫາຕ່າງໆ ໃນໄດອາຣີ່, ແບບສຳຫຼວດ ແລະກະທູ້ໃນເວັບບອດ ເປັນຕົ້ນ ແຕ່ລະໝວດກໍມີກົດລະບຽບສະເພາະ ເຊິ່ງລະບຸໄວ້ໃນແຕ່ລະສ່ວນຢ່າງຈະແຈ້ງ ການລະເມີດກົດດັ່ງກ່າວຖືເປັນການລະເມີດເງື່ອນໄຂການໃຫ້ບໍລິການເຊັ່ນກັນ.
14. ພາສາທີ່ອະນຸຍາດໃຫ້ໃຊ້ໃນເວັບໄຊພັນລາວແມ່ນພາສາລາວ ຫາກທ່ານໃຊ້ພາສາອັງກິດ ຈະຕ້ອງມີຄຳແປປະກອບເປັນພາສາລາວສະເໝີ. ຫາກຄອມພິວເຕີຂອງທ່ານພິມພາສາລາວບໍ່ໄດ້ ກະລຸນາອ່ານບ່ອນນີ້.
ບໍ່ຮູ້ວ່າພວກທ່ານໄດ້ອ່ານກົດລະບຽບນີ້ແລ້ວຫລືບໍ່ ຕາມທີ່ອ່ານມາລະຜິດກົດພັນລາວແຕ່ຂໍ້ໜຶ່ງຮອດຂໍ້ເຈັດເລີຍໃດນິ

Time go fast but my life's still the same

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດນຕາມໆກັນ
ເຮົາລະເອົາຊື່ທອງໃສ ແລະ ອ້າຍທິດຝອຍເຂົ້າມາຮ່ວມນຳ ຖ້າວ່າເຮັດໃຫ້ເຈົ້າຂອງຊື່ດັ່ງທີ່ກ່າວມານັ້ນບໍ່ສະບາຍໃຈ ເຮົາກະຂໍໂທດຂໍອະໄພນຳຫລາຍໆເດີ
ແຕ່ວ່າ ເຮົາບໍ່ໄດ້ມີເຈດຕະນາເປັນຢ່າງອື່ນ ນອກຈາກຄິດວ່າເປັນການສ້າງຄວາມມ່ວນຊື່ນຮັກແພງນຳກັນ .

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າຫຍັງດອກເລື່ອງຕະຫຼົກຊື່ໆກະມ່ວນດີຢູ່ໃດລະ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ດຶງດາບອອກມາແທງ ຄຈດ ດັບອາຫນາດກາງປ່າລະເມາະ
ໂອ່ ຄຈດ ເອີ່ຍອີ່ຕົນເຈົ້າແທ້ໆເດ່ເນາະ ແຕ່ຂ້ອຍກະຈຳເປັນຕ້ອງໄດ້ຂຽນເພາະມີກະທູ້ມ່ວນໆແບບນີ້ ອ່ະອ່ະອ່ະອ່ະ
ດັບອາຫນາດແປວ່າຕາຍແລ້ວ
ຄຈດ ຕາຍລະເລື້ອງກະຈົບໄວແຫຼະເນາະ
ແມ່ນໆ ທັນ ຄຈດ ຕາຍລະ ເລື່ອງມັນສິໄປມ່ວນ (ບໍ່ເປັນໄປຕາມແຜນ)
ຫັຼງຈາກນັ້ນ .... ຄຈດ ( ຄົນໃຈດີ ) ຊີວິດກໍ່ປ່ຽນໄປຢ່າງໜ້າເວດທະນາ
ການສົນທະນາດັ່ງກ່າວທ່ານກໍ່ຟັງເບິ່ງ ສຸພາບພໍບໍ່່ ຄຳເວົ້າແບບນັ້ນມັນສົມຄວນຢູ່ໃນທີ່ສາທາລະນະບໍ່. ຖ້າບັນດາທ່ານເປັນໂຕລະຄອນໂຕນັ້ນ ທ່ານຈະດີໃຈບໍ່

Time go fast but my life's still the same

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

° ° ° Believe iN DestinY ° ° °

໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຊິບໍ່ເກີດສົງຄາມໂລກຄັ້ງທີສາມບໍ່ນິ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດສົງຄາມຍ້ອນຊິຍາດເກດລະລິນນີ້ລະອ້າຍວ່າ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຶງດາບອອກມາແທງ ຄຈດ ດັບອາຫນາດກາງປ່າລະເມາະ
ໂອ່ ຄຈດ ເອີ່ຍອີ່ຕົນເຈົ້າແທ້ໆເດ່ເນາະ ແຕ່ຂ້ອຍກະຈຳເປັນຕ້ອງໄດ້ຂຽນເພາະມີກະທູ້ມ່ວນໆແບບນີ້ ອ່ະອ່ະອ່ະອ່ະ
ດັບອາຫນາດແປວ່າຕາຍແລ້ວ
ຄຈດ ຕາຍລະເລື້ອງກະຈົບໄວແຫຼະເນາະ
ແມ່ນໆ ທັນ ຄຈດ ຕາຍລະ ເລື່ອງມັນສິໄປມ່ວນ (ບໍ່ເປັນໄປຕາມແຜນ)
ຫັຼງຈາກນັ້ນ .... ຄຈດ ( ຄົນໃຈດີ ) ຊີວິດກໍ່ປ່ຽນໄປຢ່າງໜ້າເວດທະນາ

ອັນບົດທາງເທິງນີ້ກະບໍ່ເຫັນດີປານໃດເດີ້ ແຕ່ກະມີສ່ວນຮ່ວມໃນການແຕ່ງຄືກັນແຖວລຸ່ມໆ ພຽງແຕ່ຢາກສ້າງຄວາມມ່ວນຊື່ນ ຢາກໃຫ້ມັນເປັນເລື່ອງຕະຫຼົກມ່ວນຊື່ນທຳມະດາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຄົນໃຈດີຄືຊິບໍ່ມ່ວນນຳ ຄັນລາວມ່ວນນຳເຫັນໜ້າລາວໃນກະທູ້ນີ້ແລ້ວ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະວ່າຫັ້ນແຫຼະ ລາວຄືຊິບໍ່ມ່ວນນຳສາແລ້ວ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຕາອີ່ຕົນລາວເນາະ ປານນັ້ນລາວຍັງບໍ່ອອກມາເວົ້າຫຍັງໃຫ້ໃຜເສີຍ ນັບຖືຄວາມດີຂອງລາວ ນັບຖື ນັບຖື


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ຈິ່ງຖ້າເຈົ້າຂອງຊື່ ຄຈດ ອອກມາເວົ້າແຕ່ທຳອິດ ໝູ່ຜູ້ອື່ນໆກໍ່ຄົງຈະບໍ່ຂຽນຕໍ່ໄປແລ້ວລະ ..
ທີ່ຂຽນຕໍ່ໆມາກະຍ້ອນທຸກຄົນເຂົ້າໃຈວ່າ ນີ້ເປັນການຂຽນຕໍ່ກັນເພື່ອຄວາມມ່ວນຊື່ນ, ແຕ່ຖ້າວ່າຊື່ໃດທີ່ຖືກໝູ່ຂຽນລົງແລ້ວຖ້າວ່າບໍ່ພໍໃຈ
ຫລືເຫັນວ່າ ເປັນເຫດທີ່ເຮັດໃຫ້ຕົນເອງນັ້ນເສຍຫາຍກະອອກມາເວົ້າ ອອກມາບອກໝູ່ ແລະ ໝູ່ທຸກຄົນກໍ່ຈະບໍ່ໄດ້ຂຽນອີກ.
ສະນັ້ນ ຈະເປັນການດີ ຖ້າວ່າ ຄົນໃຈດີ ( ຄຈດ ) ອອກມາໃຫ້ຄວາມເຫັນແກ່ໝູ່ຄູ່ທຸກຄົນແດ່ວ່າເປັນຈັ່ງໃດ ແລະ ຕົນເອງບໍ່ພໍໃຈແນວໃດ ?
......ຂ້ອຍກະວ່າຖືກຢູ່ຫວາລະນິ .!!
ລາຍເຊັນ : ດ້ວຍຄວາມຮັກແພງ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຍເປັນເລື້ອງໄປ ອິອິອິ

~Vਕਆpïrєی™~

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ມີໃຜມາຕໍ່ລະບາດນີ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ຕາຍຄັກໆໆໆ
ບາດນິ

ມີຜູ້ຄົນເອົາກົດອອກມາໃຫ້ອ່ານ

ຫື
ຄັກບໍ່


ຫ້າໆໆໆ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ໜ້າເສຍດາຍເນາະທີ່ເຫດການດັ່ງກ່າວ ບັ່ນທອນຄວາມທະເຍີທະຍານໃນການຂຽນຂອງເລົ່ານັກກະວີທັງເອກຫຼາຍ ແລະ ກໍ່ເປັນທີ່ໜ້າເສຍດາຍທີ່ບົດເລື່ອງທີ່ໝູ່ເພື່ອນປຸສາຮ່ວມກັນແຕ່ງມາ ຕ້ອງມາຈົບລົງທີ່ເສັ້ນເຂົ້າປຸ້ນ ແລະ ກິ່ນຂີ້ຄວາຍແຫ້ງ... ທັງໆທີ່ເລື່ອງກຳລັງດຳເນີນໄປໄດ້ດ້ວຍດີ ຍ້ອນບັນຫາລ່ວງລະເມີດບາງປະການ. ແຕ່ຈະຍອມໃຫ້ເລື່ອງມັນຈົບເທົ່ານີ້ບໍ່ໄດ້ ດັ້ງນັ້ນ ທາງຝ່າຍຜູ້ບໍລິຫານ ແລະ ກຳກັບເລື່ອງ ຈຶ່ງຂໍຍື່ນຂໍ້ສະເໜີເພື່ອແກ້ບັນຫາ ເພື່ອໃຫ້ເລື່ອງສາມາດດຳເນີນໄດ້ຕໍ່ໄປ ໂດຍບໍ່ໃຫ້ມີຫາງສຽງໃດໆຕາມມາ, ເພື່ອໃຫ້ບັນດານັກກະວີເອກທັງຫຼາຍ ໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ ທາງທີມງານຈຶ່ງຂໍສະເໜີ ປ່ຽນແປງຊື່ຂອງຕົວລະຄອນໃນເລື່ອງຄືນໃຫມ່ (ແນ່ນອນວ່າຈະບໍ່ແມ່ນນາມຂອງສະມາຊິກທ່ານໃດ ຫຼື ບຸກຄົນຈິງໃດໆ, ສ່ວນຈະເປັນຊື່ຫຍັງນັ້ນ ທາງທີມງານຈະແຈ້ງຕາມພາຍຫຼັງ ) ທາງທ່ານນາງສາວສີບົວຈະມີຄວາມເຫັນວ່າແນວໃດ ຕໍ່ກັບເລື່ອງນີ້ ແລະ ໝູ່ເພື່ອນເດ ຄິດຈັ່ງໃດ ຈະຍັງມີຄົນຍາກແຕ່ງ ແລະ ຕິດຕາມເລື່ອງຕໍ່ ຫຼື ບໍ່? ອີກປະເດັນໜຶ່ງ ແມ່ນ ຖ້າຫາກວ່າ ທ່ານນາງສາວສີບົວ ຫຼື ສຽງສ່ວນໃຫຍ່ເຫັນດີ ທາງທີມງານຄິດວ່າຈະຂໍຈົບພາກທຳອິດຂອງເລື່ອງ"ດອນຊິງຊູ້" ທີ່ກະທູ້ນີ້ ແລະ ຈະໄປຕັ້ງກະທູ້ຂອງ ພາກ2 ໃໝ່ ພ້ອມເລີ່ມນຳໃຊ້ຊື່ຕົວລະຊື່ໃໝ່ ນັບແຕ່ພາກ2 ເປັນຕົ້ນໄປ. ຕໍ່ກັບເລື່ອງນີ້ ແລະ ເຫດການດັ່ງກ່າວ ຂ້າພະເຈົ້າ Shiningami 4ne' ຂໍອະໄພທີ່ເຮັດໃຫ້ບາງຄົນຕ້ອງເຊື່ມເສຍ ຫຼື ຮູ້ສຶກບໍ່ດີກັບເລື່ອງ ດອນຊິງຊູ້ ທັງໃນນາມສ່ວນຕົວ ທີ່ເປັນຜູ້ກຳກັບ ແລະ ທັງໃນນາມຕົວແທນນັກກະວີເອກທຸກຄົນ ຜູ້ທີ່ເສຍສະລະເວລາອັນມີຄ່າ ມາຮ່ວມປະພັນ ມານະທີ່ນີ້ດ້ວຍ.

Sin tu amor en mi vida, mi vida no se
como podre yo vivir

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຄິດວ່າຄວນຈະແຕ່ງຕໍ່ໃຫ້ມັນຈົບພາກໜຶ່ງເລີຍສາ ! ກະແຕ່ງຕໍ່ໃຫ້ມັນຈົບພາກໜຶ່ງຢ່າງສວຍງາມ
ແລ້ວຄ່ອຍມາແຕ່ງຕໍ່ພາກສອງແລ້ວປ່ຽນຊື່ຕົວລະຄອນໃໝ່


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈົບຊ້ຳບາດນີ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ວ່າຊິມາຕໍ່ວ່າຊັ້ນ...............ຈົບຂ່າວ

-->-->-->

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດຊ້ຳ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົບພາກນື່ງພຽງເທົ່ານີ້ຄັນຕໍ່ເລື່ງຍັງຊິຍາວ ເລີ່ມພາກສອງເລີຍ

~Vਕਆpïrєی™~

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ອາວ...ສະຫຼຸບອັນນີ້ມັນເປັນດອນຊິງຊູ້ຫຼືອີ່ຫຍັງນິ...



໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ຮູ້ຄືກັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ເຫັນລາຍເຊັນເຈົ້າຂອງກະທູ້ຂຽນ Estaras siempre en mi corazon ໄດ້ມານຳເພງ tu amor ບໍ?



໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຊັ້ນກໍໄປຕໍ່ກະທູ້ໜ້າເອົາເນາະ ແລ້ວກໍຢ່າໃສ່ຊື່ທີ່ພາດພິງເຖິງສະມາຊິກຄົນອື່ນ ກະທູ້ນີ້ຂໍປິດໄວ້ ແລະເກັບໄວ້ເປັນບົດຮຽນອັນມີຄ່າສືບໄປໃນພາຍໜ້າ.

ສະບາຍດີ.


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>