ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສິລປິນອິສຣະ

ໜ້າທີ່ 6 ຈາກທັງໝົດ 9 ໜ້າ <<<123456789>>>

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຮູ້ດ້ານມືດຂອງ ອາເມລິກາແດ່

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ໃຜຮູ້ດ້ານມືດຂອງ ອາເມລິກາແດ່

ຕອນໄຟມຶດເຫັນວ່າ ເມກາທຸກຄົນມຶດຄື້ມ!

ຫາກມອງໄປໃນທາງການແບບອື່ນ ກະມີແນວທີ່ໂລກທັງຫຼາຍບໍ່ມັກ ໂດຍສະເພາະໂລກ ອາຣັບ, ໂລກສັງຄົມນິຍົມ(ແຕ່ມັກໂດລາ ອະເມຣິກາ!)
ປະເທດໃດທີ່ຕໍ່ສູ້ກ່ຽວກັບການກູ້ຊາດແມ່ນຊັງອະເມຣິກາໄປໜົດແມ່ນແຕ່ ຫົວທໍ່ໜາກກອກນີ້.
ແຕ່ບາດອອກກິນເບັ້ຍບຳນານແລ້ວພັດພາກັນຢາກໄປຢູ່ໄປຢາມຍາດຕິພີ່ນ້ອງທາງພຸ້ນ!

ຢູ່ລາວແມ່ນຮ້າຍທີ່ສຸດກະຄືການຖີ້ມຣະເບີດນາໆພັນໃສ່ດິນລາວທັງໆທີ່ບໍ່ເຄີຍປະກາດເສີກກັບລາວ!!
ແຕ່ດິນລາວກາຍເປັນທາງຜ່ານ! ແຕ່ເມກາຜ່ານທາງອາກາດໃຜຜູ່ອື່ນຜ່ານທາງດິນ!!
ການພົບປະກັນຣະຫວ່າງທາງອາກາດກັບດິນຈຶ່ງພາໃຫ້ແຜ່ນດິນລາວເດືອດຮ້ອນແລະໝັກຕື່ມເປັນຫຼາຍລ້ານໂຕນ!!
ແຕ່ຜົນໄດ້ທີ່ລາວໄດ້ຄື ລູກແຕກລູກຫວ່ານທີ່ມີເຕັມໄປໃນປ່າດົງ!!
ບາດນີ້ທາງຜ່ານພາກັນເຮັດຕິຄືວ່າມັນບໍ່ມີເລີຍ! ຫັ້ນນ່າ!!ຄັກບໍ່?
ອະເມຣິກາກະປັດກົ້ນປັດຂີ້ຝຸ່ນກ່ຽວກັບຄວາມຮັບຜິດຊອບທາງການເກັບກູ້ ຣະເບີດ!ເພາະສົງຄາມນັ້ນເປັນສົງຄາມລັບທີ່ໃຜບໍ່ໄດ້ປະກາດມສ່ກັນ!
ອັນນີ້ ເຫັນວ່າເມກາໝ້າດ້ານໝ້າບໍ່ອາຍ!!
ສົມຄວນພາກັນມານົບມາໄຫວ້ຂໍໂທດຂໍໂພຍຄົນລາວບາງຄົນທີ່ບໍ່ໄດ້ກິນຊີ້ນກນັ່ງໝັງແຕ່ກະດູກມາແຂວນຄໍທຸກບາດຍ່າງ.
ລູກແຕກຫັ້ນຊິປະໃຫ້ເປັນສົມບັດຂອງຊາດລາວໄປລ້າໆ ບໍ່ຫ່ວງບໍ່ໄຍມາເກັບມາກຳຊ່ອຍແລະລາວເຮົາກະໃຈໃຫຍ່ເຮັດປານພະເອກໝັງອິນເດັຍບໍ່ເວົ້າບໍ່ວ່າອີ່ຫຍັງນຳ !
ໃຈໃຫຍ່ ຂືງທ່າອີກ ຢ້ານເສັຍປຽບຫຼືຈັ່ງໃດ!
ທັງໆທີ່ຢູ່ໃນທ່າທີທີ່ສູງແລະເຫດຜົນເກີນຮ້ອຍເປິເຊັນ!
ພວກກາໝ້າມຶດບໍ່ອາຍໃຈອາຍຟ້າອາຍແຖນ!!
ແນວເຂົາບໍ່ມີແຖນ
ສັງຊິໄປອາຍນໍ!
ແລ້ວພວກຜ່ານທາງດິນເດ ກະບໍ່ອາຍໃຈອາຍຟ້າອາຍແຖນຄືກັນບໍ?
ຫຼືວ່າເຮັດເປັນຄັນຄາກໝ້າດ້າຍໄປ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ກະບໍ່ຮູ້ວ່າຫຼັງຈາກນີ້ວຽງຈັນຊິມີການປ່ຽນແປງຫຍັງອີກເນາະ

ຫຼານ ວິເອສ ເອິຍຊິມີຫຍັງເດປ່ຽນແປງພຽງແຕ່ຣະດັບໝີ້ສິນຫັ້ນຕິມັນຊິປ່ຽນໂຕເລກ!!
ປັດຈຸບັນການກູ້ຢືມຂອງຣັຖບານລາວຕໍ່ຫຼາຍໆອົງການໆເງິນໃນໂລກ ຢູ່ໃນຣະດັບ ສາມ ໂກດ ກວ່າໂດລາ!!
ຄີດໄລ່ໃສ່ຫົວຫງອກຄົນລາວຕົກຜູ່ລະຈັກ ດອນກະຄີດເອົາເອງ.!
ບາງຄົນຫາກໍເກີດມີໝີ້ຖ້ວມຫົວແລ້ວ!!
ຫາກວ່າລາວມີພົລເມືອງ ຫ້າລ້ານ ເກັບເອົາໂຕເລກໝີ້ສິນມາແບ່ງໃສ່ແຕ່ລະຫົວຫງອກຄົນແລ້ວຕົກຫົວລະຈັກຫຼຽນ?
ໄລ່ສູ່ກັນເບິ່ງແນ່!
ອຸກໃຈນຳ.

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lod ຂຽນວ່າ...

ຫາກຫຼົດ ຫາກຍັງບໍ່ຮູ້ວ່າໝີ້ສິນຂອງລາວມີມາກທໍ່ໃດຕ້ອງເຂົ້າຫາເບິ່ງໃນພັນລາວນີ້ທີ່ໃຜຜູ່ນຶ່ງເອົາມາອອກວ່າປະເທດໃດມີໝີ້ສິນຫຼາຍປານໃດ!!

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ກະບໍ່ຮູ້ວ່າຫຼັງຈາກນີ້ວຽງຈັນຊິມີການປ່ຽນແປງຫຍັງອີກເນາະ

ຫຼານ ວິເອສ ເອິຍຊິມີຫຍັງເດປ່ຽນແປງພຽງແຕ່ຣະດັບໝີ້ສິນຫັ້ນຕິມັນຊິປ່ຽນໂຕເລກ!!
ປັດຈຸບັນການກູ້ຢືມຂອງຣັຖບານລາວຕໍ່ຫຼາຍໆອົງການໆເງິນໃນໂລກ ຢູ່ໃນຣະດັບ ສາມ ໂກດ ກວ່າໂດລາ!!
ຄີດໄລ່ໃສ່ຫົວຫງອກຄົນລາວຕົກຜູ່ລະຈັກ ດອນກະຄີດເອົາເອງ.!
ບາງຄົນຫາກໍເກີດມີໝີ້ຖ້ວມຫົວແລ້ວ!!
ຫາກວ່າລາວມີພົລເມືອງ ຫ້າລ້ານ ເກັບເອົາໂຕເລກໝີ້ສິນມາແບ່ງໃສ່ແຕ່ລະຫົວຫງອກຄົນແລ້ວຕົກຫົວລະຈັກຫຼຽນ?
ໄລ່ສູ່ກັນເບິ່ງແນ່!
ອຸກໃຈນຳ.

ປ້າໂທ້ ເສັນລູກເສັນຫຼານກະຊິໃຫ້ໜີ້ໝົດບໍ່ນິ
ຕາຍໆໆ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະນັກງານຢູ່ສູນກາງ ແລະພະນັກງານຢູ່ທ້ອງຖິ່ນ ອ່າວເທົາເຫັນເປັນຈັງໃດ?
ພໍຊິເວົ້າ ແລະຍົກບັນຫາມາເວົ້າໃຫ້ຟັງໄດ້ບໍ່?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ພະນັກງານຢູ່ສູນກາງ ແລະພະນັກງານຢູ່ທ້ອງຖິ່ນ ອ່າວເທົາເຫັນເປັນຈັງໃດ?
ພໍຊິເວົ້າ ແລະຍົກບັນຫາມາເວົ້າໃຫ້ຟັງໄດ້ບໍ່?

ສະບາຍດີຫຼານ``ວີແອສ`` ຕ້ອງຂໍໂທດນຳ ບໍ່ໄດ້ເຂົ້າມາສົນນຳພັນລາວຫຼາຍມື້ແລ້ວ..
ຕໍ່ຄຳຖາມທີ່ຫຼານຖາມນີ້ ມັນຍາກເພາະອາວບໍ່ໄດ້ຢູ່ກັບທີ່ ບໍ່ຄ່ອຍໄດ້ເຫັນພຶດຕິການຂອງເຂົາເຈົ້າ.
ແຕ່ຫາກຈະເວົ້າກະຕາມທັສນະຂອງອາວເອງທີ່ມອງຈາກທາງໄກເອົານໍ.

ທາງສູນກາງທຸກບ່ອນແມ່ນຈະຢູ່ໃນປະເທດໃດທີ່ມີຣະບົບການປົກຄອງແບບນີ້ ກະພາກັນເປັນວ່າ ສັ່ງເຮັດນັ້ນນີ້ ບໍ່ເລີກແລ້ວ ຫາກວ່າແຜນການຕ່າງໆທີ່ວາງອອກມັນຫາກມີຄົບ, ພ້ອມດ້ວຍ ແຮງງານ, ວິທີການ, ຫົວຄີດປັນຍາ ແລະທີ່ຂາດບໍ່ໄດ້ກະຄື
ປັດຈັຍທີ່ຕ້ອງໄດ້ໃຊ້ໃນການບັນລຸແຜນການນັ້ນໆ.ແລ້ວ ທາງພາກສ່ວນທາງລຸ່ມກະຕ້ອງມີພນັກງານທີ່ມີສະມັທພາບແລະເອົາໃຈໃສ່ໃນໝ້າວຽກ ແລະທີ່ຫຼີກລ້ຽງບໍ່ໄດ້ກະຄື ການຕອບສນອງໃນການອອກແຮງງານ ຫາກເຮັດວຽກຕາມ ຄຳນິຍາມຂອງ ສັງຄົມນິຍົມ(ການປົກຄອງແບບສູນກາງ!)ກະຕ້ອງສົມຄວນໄດ້ຮັບຄ່າບຳເນັດຢ່າງສົມຄວນແລະພໍໃຈ, ພໍໃຈກະຄືວ່າສາມາດລ້ຽງຄອບຄົວໂຕເອງໄດ້ຈາກຣາຍໄດ້ທີ່ຕົນປະກອບພາຣະໝ້າທີ່ນັ້ນ.
ການປະສົມປະສານກັນທາງສູນກາງແລະທ້ອງຖິ່ນກະຕ້ອງໃຫ້ມີການເສື່ອມໂຍງກັນດີ ເພື່ອຈະໃຫ້ວຽກງານແລ່ນຕາມແບບຕາມແຜນ.
ແຕ່ທີ່ເຫັນມາ ທາງສູນກາງມັກແຕ່ບົ່ງບອກແລະຊີ້ນຳເປັນໂຄງຮ່າງແຕ່ ສິ່ງປະກອບ ຄືນັກຊ່ຽວຊານ, ແລະເງິນຄຳທີ່ຕ້ອງໃຊ້ໃນໝ້າວຽກຫັ້ນບໍ່ມາຕາມກຳໜົດເວລາ ພາໃຫ້ວຽກຢຸດສງັກ ແລະທາງສູນກາງກະມາຕ້ອງຕິວ່າທາງທ້ອງຖິ່ນບໍ່ເອົາໃຈໃສ່ ແຕ່ພັດລືມໄປວ່າ ປັດຈັຍສຳຄັນບໍ່ມີໃຫ້..
ຫຼືວ່າມີໃຫ້ແຕ່ມັນເຮັ່ຍມັນໄຫຼໄປເຂົາຖົງໃຜບໍ່ຮູ້ນີ້ຕິ!!
ທາງລຸ່ມກະຕິທາງເທິງ ແລະກົງກັນຂ້າມ ຢູ່ຈັ່ງຊັ້ນ,
ຫາກວ່າທຸກສິ່ງມັນເດິນດີຕາມວາດໄວ້ ມັນກະດີ ແຕ່ຢູ່ໃສກະຄືກັນມັນມັກມີບັນຫາ ຂອງຄົນ ແລະຄົນນີ້ຕິ..
ໃນບ້ານອາວແມ່ນຄູບານຳພາຈຶ່ງມີຄົນຢາກເຮັດຢາກສ້າງ , ທາງກອງຫຼອນ ຫຼືອົງການຈັດຕັ້ງຂອງພັກຂອງຣັຖ
ແລ້ວແມ່ນວ່າຢາກແຕ່ກຳອຳນາດແລະບົ່ງການ.
ມີການຢາກສ້າງທາງໃສ່ບ້ານ..(ທີ່ຈິງແມ່ນໝ້າທີ່ຂອງຣັຖບານ..ທັງໂຮງຮຽນ ໂຮງໜໍແມ່ນເປັນໝ້າທີ່ຂອງຣັຖໜົດແຕ່..)
ຄູບາຈັດງານມ່ວນຊື່ນຫາຣາຍໄດ້ ປະຊາຊົນອອກແຮງກັນຢ່າງເຕັມໃຈແລະບໍ່ຄີດຄ່າ ເພາະຢາກໃຫ້ບ້ານຕົນມີຖນົນຫົນທາງຄືບ້ານໜູ່.ຈ້າງນັກສແດງມາແຕ່ໃສເປັນລ້ານ ຜູ່ຄົນອັ່ງອໍມາຢາກເບິ່ງຢາກຊົມ
ກະພໍເກັບເບິນໄດ້ຈາກທຸກສ່ວນ ແມ່ນແຕ່ ການເກັບຄ່າຝາກຣົຖຈັກຣົຖໃຫຍ່...ແຕ່ພວກກຳກັບແລະຮັກສາບ່ອນຝາກຣົຖແມ່ນພວກ ກອງຫຼອນ-ແຕ່ງຕັ້ງຈາກທາງຂັ້ນສູງ ທີ່ເທົ່າປານນີ້ບໍ່ທັນຮູ້ວ່າເກັບໄດ້ທໍ່ໃດແລະກະບໍ່ສົ່ງເຂົ້າບັນຊີຂອງວັດຕາມທີ່ບົ່ງໄວ້..
ພໍສຫຼູບໄດ້ວ່າ ອົງການທາງເທິງທາງລຸ່ມນີ້ມັນມີຂໍ້ເສັຍຫຼາຍໃນການສື່ສຳພັນກັນ ມັກຕົກເຮັ່ຍເສັຍຫາຍ ແລະການຕີຣາຄາຄຳສັ່ງກະໄປຕາມທີ່ໂຕເອງເຂົ້າໃຈ.
ຫາກວ່າປະສານງານຂອງສອງຂັ້ນການນີ້ໄດ້ດີ ການກວດກາ ໄດ້ດີ ແລະຄົນທີ່ເຮັດວຽກມີພູມປັນຍາສອດຄ່ອງຕາມຫຼັກການແລະອຸດົມການມັນກະດີ
ແຕ່ໃຊິໄປເຮັດວຽກໃຫ້ສ່ວນຮວມຫາກວ່າທ້ອງລູກທ້ອງເມັຍຕົນຍັງແຫ້ງແລະຫິວຢູ່..ທາງເທີງບໍ່ແນມເຫັນບັນຫາຂອງເຂົ້າເຈົ້າທາງລຸ່ມກະແນມຂ້າມຄຳສັ່ງໄດ້ຄືກັນ..
ພນັກງານທ້ອງຖິ່ນທີ່ນອກແນວທາງກະມີຫຼາຍແລະກະນັບມື້ນັບຫຼາຍຂື້ນ..
ປາກຖືສິນ ແຕ່ຕິນຢຽບປາກຄົນອື່ນກະມີບໍ່ອຶດບໍ່ຢາກ.
ມັນເປັນນ້ຳ ຖ້ວມທົ່ງໄປແລ້ວຫຼານ ຫາກເກັບກຳຫຍັງໄດ້ພໍເປັນທີ່ມີມົງຄຸນກະດີ .

ທີ່ໄດ້ເຫັນໄດ້ງິນມານີ້ ມັນກົນໄກອັນດຽວກັນ: ເອົາຈັ່ງຊີ້ສາ ເບິ່ງຄືວ່າ ປາໃຫຍ່ຫັ້ນກິນປານ້ອຍ, ປານ້ອຍກະກິນປານ້ອຍໆ......``
ເຫັນແຕ່ທາງຮ້າຍນໍ!
ແຕ່ແນ່ນອນຜູ່ມີຄວາມຍຸຕິທັມແລະເຮັດແທ້ທຳຈິງກະມີ!!
ຍັດໃສ່ຂ້ອງດຽວກັນກະບໍ່ໄດ້..
ແຕ່ບັນດາພວກຍ້ອມຜົມດຳໆຫັ້ນຟັງຫູກະອອກຫູ!!ຫຼືບໍ່ຟັງເລີຍຊ້ຳ!!

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນຂໍຖາມອີກວ່າ
ເປັນຫຍັງຄົນຢູ່ສູນກາງ(ບາງຄົນ)ກໍ່ຢາກລົງໄປເຮັດວຽກຢູ່ທ້ອງຖິ່ນ ຕ່າງແຂວງ ແລະກົງກັນຂ້າມ
ໃນມູມມອງອ່າວເທົາ ເຫັນວ່າຍ້ອນຫຍັງ...?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ຊັ້ນຂໍຖາມອີກວ່າ
ເປັນຫຍັງຄົນຢູ່ສູນກາງ(ບາງຄົນ)ກໍ່ຢາກລົງໄປເຮັດວຽກຢູ່ທ້ອງຖິ່ນ ຕ່າງແຂວງ ແລະກົງກັນຂ້າມ
ໃນມູມມອງອ່າວເທົາ ເຫັນວ່າຍ້ອນຫຍັງ...?

ສະບາຍດີຫຼານ..
ຂໍເອົາຄຳພັ່ງເພິຍທີ່ວ່າ ``ໜູທີ່ຕົກຮາງໃຫຍ່ມັນກະບໍ່ມັກທີ່ຈະໝີໄກຮາງລະບໍຫຼານ``.
ເພາະຢູ່ໃກ້ສຸນກາງມັນມີຫຍັງທີ່ດີກວ່າຢູ່ຫ່າງ.ຜູ່ຢູ່ໃກ້ນັ້ນມັກຮູ້ມັກເຫັນຫຼາຍກວ່າຜູ່ຢູ່ໄກ ແບບນີ້ລະຫຼານ.
ຜູ່ທີ່ຫ່າງໄກສຸນກາງນ້ອຍໝັກນ້ອຍໝາທີ່ຈະໄດ້ຮັບຄວາມສົມບູນໃນທຸກຢ່າງ ວຽກງານດີໆ,
ຫຼືການບຳເນັດຕ່າງໆ ຜູ່ຢູ່ໄກຫາກມັນບໍ່ເຫຼຶອແອ່ງແລ້ວຮອດບໍ່ຮູ້ນຳຊ້ຳ.
ອີກຢ່າງຢູ່ໃກ້ກະອາຈໄດ້ເລື່ອນຊັ້ນໄວ ຍ້ອນວ່າຜູ່ໃຫຍ່ໄມ້ໂຕນັ້ນເຫັນຢູ່ຕລອດເດ..
ຜູ່ທີ່ຢາກໝີນັ້ນ ອາຈເຫັນຫົນທາງຂອງຕົນວ່າ ຈະໄດ້ເປັນໂຕຂອງໂຕເອງກະມີ, ຈະໄດ້ເຮັດວຽກຕາມອຸດົມການຂອງໂຕກະມີ, ຈະໄດ້ເປັນໃຫຍ່ໂດຍບໍ່ຂື້ນກັບໃຜແລະບໍ່ມີໃຜມາຢືນຢູ່ທາງຫຼັງສັ່ງນັ້ນນີ້ຢູ່ບໍ່ແລ້ວກະມີ...ຫຼາຍຢ່າງ.
ຜູ່ທີ່ສແວງຫາສຸນກາງນັ້ນກະຢາກກ້າວໝ້າ, ເລື່ອນຊັ້ນໄປແບບນັ້ນ.

ເວົ້າສະຫຼູບແລ້ວ ກະແມ່ນວ່າໃຜກະເຫັນຫົນທາງຂອງຕົນໄປຄົນລະແບບ,ຄືເວ້າມາຂ້າງເທິງນີ້ແຫຼະ.
ເອົາໄວ້ມື້ໝ້າຈະມາແລະຫາເຫດຜົນໃໜ່ໆມາຕໍ່ນໍຫຼານ.
ຮັກແພງ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນນຶ່ງໃນເມກໜອກທີ່ໝາຕາ,
ມີຊາຍຊະຣາພວມເດິນໄປຢ່າງຍາກເຂັນ.
ແຕ່ແນ່ວແນ່ເພາະເປັນທາງທີ່ເຄີຍທຽວໄປມາແນ່ໄດ໊ແຕ່ໃດ, ຈົນວ່າຮູ້ໄດ້ແທບທຸກຂ່ອນວ່າມີຫຍັງຢູ່ຂອກຂ້າງແຄມທາງ.
ຕົກມາມື້ນຶ່ງເລົາຍ່າງໄປຕາມຫົາທາງສາຍນັ້ນຕາມເຄີຍຊິນມາເພື່ອໄປປະກອບວຽກງານທີ່ຕົນເອງຕ້ອງເຮັດ..
ການທຳມາຫາກິນບໍໍ່ມີໃຜມາສົນໃຈແລະມອບໜາຍອັນໃດໃຫ້, ບໍ່ມີອົງການມະຫາຊົນໃດໆມາຊົດຊ່ອຍຜູ່ເຖົ້າຜູ່ແກ່
ນອກຈາກລູກເຕົ້າຫຼານເຫຼັນ.
ແຕ່ເລົານັ້ນບໍ່ມີໃຜແລ້ວທີ່ຢູ່ໃກ້, ໃຜກະໄປທາງໃຜທາງມັນ.ດ້ວຍເຫດນີ້ ເລົາຕ້ອງດີ້ນຮົນຂົນຂວັຍເອງເພື່ອຄວາມເປັນ
ຢູ່ຂອງຕົນກ່ອນຕາຍ.
ໃນແດນດິນຖິ່ນອື່ນທີ່ຣະບອບສັງຄົມສົງເຄາະເຂົາກ້າວໝ້າແລະທັນສມັຍການເອົາໃຈໃສ່ຂອງກົມກອງທີ່ກ່ຽວຂ້ອງຄືປະກັນພັຍປວງຊົນ.
ແຕ່ໃສໄດ້ ຜູ່ເຖົ້າຄົນນັ້ນແມ່ນຈະປະກອບອາຊີບມາຢ່າງດີເດັ່ນຕລອດມາແຕ່
ຟ້າຜ່າມາຜ່ານແຖບບ້ານແດນດິນທີ່ເລົາອາສັຍຢູ່
ການປ່ຽນແປງຣະບອບການປົກຄອງທີ່ບໍ່ເຫັນຄ່າຂອງຣັຖກອນຂອງຣະບອບເກົ່າທີ່ອ້າງວ່າເປັນລູກແຫຼ້ງຕິນມືຂອງຣະບອບເກົ່າທີ່ເໝົ່າເໜັນ.
ກະປ່ອຍໃຫ້ມັນຕາຍເອງ!!
ແລ້ວ ການປະກັນພັຍທີ່ທຸກຄົນຄວນມີນັ້ນມີແລະເປັນໄປໃນຮູບໃດໃນບ້ານເຮົາ?
ຫຼືມີໃຫ້ແຕ່ໃຜໆທີ່ຢູ່ໃນຖັນແຖວສື່ໆ?
ໃຜຮູ້ບັນຫາທີ່ກ່າວມາກະຂໍຮ້ອງໃຫ້ມາເວົ້າສູ່ກັນຟັງແນ່ພໍເປັນການແຈ້ງຂ່າວໃຫ້ຈະແຈ້ງ.
ຈັກໝ່ອຍຊິວ່າແຕ່ໂຈມຕີອົງການອົງກອນທີ່ສົມຄວນມີ.

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ເຮີໆໆໆໆ

໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສີລະປີນລ້ຽງໝູ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ born2berich ຂຽນວ່າ...
ເຮີໆໆໆໆ

ຟັງສຽງຫົວນີ້ ປານວ່າ ມີໃຜເວົ້າຖືກໃຈແທ້ໆນໍ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ azing ຂຽນວ່າ...

ອາຊິງນີ້ ຄົມຂຳດີ ຈົນວ່າບໍ່ຮູ້ວ່າເວົ້າຫຍັງສູ່ຟັງ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ສີລະປີນລ້ຽງໝູ

ລ້ຽງໜູຫາກວ່າເປັນການລ້ຽງທີ່ມີມານະແລະມີສິລ ແມ່ນແຕ່ການກວດຄອກໜູຢ່າງເອົາໃຈໃສ່ກະອາຈເປັນສິລໄດ້ ອາຈເປັນຜູ່ທຳອິດທີ່ໄດ້ສົມຍານາມສິລທາງລ້ຽງໜູ!!
ຊົມເຊິຍ
ລ້ຽງໜູພັນໃດ?

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຊັງເພງໄວຮຸ້ນໃໝ່ຂອງຫຼາຍທີ່ໃຊ້ພາສາລາວບໍ່ຖືກຕ້ອງເອົາແຕ່ຄວາມບ້ານເພິ່ນບໍ່ແມ່ນເມືອງໂຕມາໃສ່
ບໍ່ມີຄວາມໃສ່ໃຈຕໍ່ຜົນງານ ຂ້ອຍບໍ່ຢາກບອກເລີຍວ່າມີເພງໃດແມ່ນໃຜຮ້ອງ
ລອງໄປຟັງເອງເດີ້ ຮູ້ສຶກສາມັນຊິເກີນເລີຍກັນໄປແລ້ວຄົນພວກນີ້ ບໍ່ຮູ້ວ່າຜ່ານກະຊວງຖະແຫຼງຂ່າວ-ວັດທະນະທຳບໍ່ນໍ້
ຂໍຂອບໃຈ
ບໍ່ມີຫຍັງຫຼາຍດອກຢາກລະບາຍໃຫ້ຟັງຊື່ໆ
ຂໍໃຫ້ປະເທດລາວຈົ່ງຈະເລີນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...

ສະບາຍດີ ຊູເປີ້!!

ຂອບໃຈທີ່ມານັ່ງຈົ່ມນຳກັນ!!
ຜູ່ຟັງທັງຫຼາຍເຂົາເບື່ອແຖວນີ້ແລ້ວມີແຕ່ຕິເຂົາ.
ແຕ່ມີເຮົາສອງຄົນກະອາຈເປັນພະຍາດສຶບເຊື້ອຕິດຕໍ່ໄປຫາຫຼາຍໆຄົນໄດ້..
ກະອາຈພາໃຫ້ພວກສແຫວງຫາຜົນປະໂຫຍດແບບນັ້ນລະອາຍໃຈໂຕເອງໄດ້..
ຫາກວ່າມັນບໍ່ແມ່ນເປັນແຜນການຂອງໃຜທີ່ມີນະໂຍບາຍມາປັ່ນປ່ວນວົງການສິລປິນລາວ.
ແຕ່ທັງໜົດມັນກະແມ່ນ ໂຕ ``ງ`` ຫັ້ນແຫຼະມັນເປັນຕົ້ນເຫດ.
ແຕ່ຈັ່ງໃດກະດີ ມາຫຼີ້ນມາແຫວ່ນຳກັນກະເຫັນວ່າໄດ້ຮັບກຽດແລ້ວເດນີ້.
ຈົ່ງໂຊກດີເດິປີໃໜ່ສາກົນທີ່ຈະມາເຖິງ..
ຫາກຫວັງສິ່ງໃດກໍຂໍໃຫ້ໄດ້ພົບປະສົບແຕ່ຄວາມເບີກບານແຈ່ມໄສ.

ຮັກແພງ.

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...
ຊັງເພງໄວຮຸ້ນໃໝ່ຂອງຫຼາຍທີ່ໃຊ້ພາສາລາວບໍ່ຖືກຕ້ອງເອົາແຕ່ຄວາມບ້ານເພິ່ນບໍ່ແມ່ນເມືອງໂຕມາໃສ່
ບໍ່ມີຄວາມໃສ່ໃຈຕໍ່ຜົນງານ ຂ້ອຍບໍ່ຢາກບອກເລີຍວ່າມີເພງໃດແມ່ນໃຜຮ້ອງ
ລອງໄປຟັງເອງເດີ້ ຮູ້ສຶກສາມັນຊິເກີນເລີຍກັນໄປແລ້ວຄົນພວກນີ້ ບໍ່ຮູ້ວ່າຜ່ານກະຊວງຖະແຫຼງຂ່າວ-ວັດທະນະທຳບໍ່ນໍ້
ຂໍຂອບໃຈ
ບໍ່ມີຫຍັງຫຼາຍດອກຢາກລະບາຍໃຫ້ຟັງຊື່ໆ
ຂໍໃຫ້ປະເທດລາວຈົ່ງຈະເລີນ

ອັນີ້ ກະຍ້ອນວ່າໄວລຸ້ນ ເປັນຕະຫຼາດຫຼັກຂອງ ການຈຳໜ່າຍເພງ
ເພາະສະນັ້ນ ການແຕ່ງເພງຈຶ່ງບໍ່ໄດ້ອີງໃສຫຼັກ ຂອງໄວຍາກອນ
ແຕ່ກະບໍ່ຮູ້ວ່າ ພາກສ່ວນທີ່ກ່ຽວຂອງປ່ອຍ ອອກມາໄດ້ແນວໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...
ຊັງເພງໄວຮຸ້ນໃໝ່ຂອງຫຼາຍທີ່ໃຊ້ພາສາລາວບໍ່ຖືກຕ້ອງເອົາແຕ່ຄວາມບ້ານເພິ່ນບໍ່ແມ່ນເມືອງໂຕມາໃສ່
ບໍ່ມີຄວາມໃສ່ໃຈຕໍ່ຜົນງານ ຂ້ອຍບໍ່ຢາກບອກເລີຍວ່າມີເພງໃດແມ່ນໃຜຮ້ອງ
ລອງໄປຟັງເອງເດີ້ ຮູ້ສຶກສາມັນຊິເກີນເລີຍກັນໄປແລ້ວຄົນພວກນີ້ ບໍ່ຮູ້ວ່າຜ່ານກະຊວງຖະແຫຼງຂ່າວ-ວັດທະນະທຳບໍ່ນໍ້
ຂໍຂອບໃຈ
ບໍ່ມີຫຍັງຫຼາຍດອກຢາກລະບາຍໃຫ້ຟັງຊື່ໆ
ຂໍໃຫ້ປະເທດລາວຈົ່ງຈະເລີນ

ອັນີ້ ກະຍ້ອນວ່າໄວລຸ້ນ ເປັນຕະຫຼາດຫຼັກຂອງ ການຈຳໜ່າຍເພງ
ເພາະສະນັ້ນ ການແຕ່ງເພງຈຶ່ງບໍ່ໄດ້ອີງໃສຫຼັກ ຂອງໄວຍາກອນ
ແຕ່ກະບໍ່ຮູ້ວ່າ ພາກສ່ວນທີ່ກ່ຽວຂອງປ່ອຍ ອອກມາໄດ້ແນວໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑ ກະທູ້
໒໔໐ ໂພສ
ນັກການກະທູ້
ຂ້ອຍເຫັນດີ..
ມີຫຼາຍຢ່າງທີ່ຢາກເວົ້າແບບອິສຣະ..

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນໄປໄດ້ບໍ່ທີ່ບໍ່ຜ່ານຂັ້ນເທິງ
ເຮັດແບບ ຕັ້ງຄ້າຍເອງ ບໍລິຫານເອງ ໂຄສະນາເອງ.........

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກວ່າຈະສ້າງຄໍລຳການຂີດຂຽນທີ່ບໍ່ຂື້ນກັບໃຜ, ເປັນໂຕຂອງໂຕເອງ, ຮັບຜິດຊອບເອງ..ໃນນີ້ຫມາຍຢາກບອກ ເຖິງການສ້າງຕັ້ງແບບອິສຣະແບບບໍ່ຂື້ນກັບອົງພັກການເມຶອງໃດໆແລະບໍ່ພົວພັນນຳການເມຶອງ
ຫວັງຢາກໃຫ້ເປັນກຸ່ມນັກຂຽນ, ນັກ ປະພັນທີ່ ມີຜົນງານທີ່ເປັນອິສຣະບໍ່ຕ້ອງຜ່ານການກວດກາເຊັນເຊີ້
ຈາກໃຜທັງນັ້ນ.ຄວາມຫມາຍຫນຶ່ງກະຄຶແບບ ``ອັນເດິກຣາວນ໊``.ແຕ່ໃນນີ້ກະຢາກໃຫ້ມີທັງການແປຫນັງສຶອຶ່ນໆ
ແບບບໍ່ເປັນທາງການ(ກ່ອນການໄດ້ຮັບອະນຸຍາດທາງລິຂສິດ)ແຕ່ບໍ່ແມ່ນການຍົວະຍົງໃຫ້ພາກັນລ່ວງລ້ຳລິຂສິດ
ແຕ່ຢ່າງໃດ.
ຈຸດຫມາຍປາຍທາງກະເພຶ່ອນຳເອົາບົດຂຽນ, ບົດວິຈັຍຕ່າງໆທີ່ມີປະໂຫຍດມາສູ່ກັນໃຫ້ໄດ້ຮູ້ເຖິງຄວາມຈິງບາງຢ່າງ
ທີ່ຣັຖບານຂອງຫຼາຍປະເທດກັກກັ້ນ
ເພຶ່ອບໍ່ໃຫ້ປະຊາຊົນຄົນທົ່ວໄປໄດ້ຮູ້ເຫັນນຳ.ຕະຫຼອດໄປເຖິງວິວັທນາການໃຫທ່ໆທີ່ອອກມາ.
ເວົ້າແທ້ແລ້ວແມ່ນຢາກໃຫ້ກວມໄປຫມົດທຸກພຶດຕິການຕ່າງໆໃນຊີວີດປະຈຳວັນ:ສິລປະ ວັນນະຄະດີ,
ວິທຍາສາດ, ສັງຄົມ.
ໃນພັນລາວນີ້ ຈະມີຫຍັງຂັດຂ້ອງບໍ?
ແລ້ວເຈົ້າເຫັນວ່າຈະເປັນຄໍລຳທີ່ມີປະໂຫຍດບໍ໋?

ເປັນສິນລະປິນອິດສະຫຼະກະຄັກຢູ່ໃດ໋ນໍ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...
ຊັງເພງໄວຮຸ້ນໃໝ່ຂອງຫຼາຍທີ່ໃຊ້ພາສາລາວບໍ່ຖືກຕ້ອງເອົາແຕ່ຄວາມບ້ານເພິ່ນບໍ່ແມ່ນເມືອງໂຕມາໃສ່
ບໍ່ມີຄວາມໃສ່ໃຈຕໍ່ຜົນງານ ຂ້ອຍບໍ່ຢາກບອກເລີຍວ່າມີເພງໃດແມ່ນໃຜຮ້ອງ
ລອງໄປຟັງເອງເດີ້ ຮູ້ສຶກສາມັນຊິເກີນເລີຍກັນໄປແລ້ວຄົນພວກນີ້ ບໍ່ຮູ້ວ່າຜ່ານກະຊວງຖະແຫຼງຂ່າວ-ວັດທະນະທຳບໍ່ນໍ້
ຂໍຂອບໃຈ
ບໍ່ມີຫຍັງຫຼາຍດອກຢາກລະບາຍໃຫ້ຟັງຊື່ໆ
ຂໍໃຫ້ປະເທດລາວຈົ່ງຈະເລີນ

ອັນີ້ ກະຍ້ອນວ່າໄວລຸ້ນ ເປັນຕະຫຼາດຫຼັກຂອງ ການຈຳໜ່າຍເພງ
ເພາະສະນັ້ນ ການແຕ່ງເພງຈຶ່ງບໍ່ໄດ້ອີງໃສຫຼັກ ຂອງໄວຍາກອນ
ແຕ່ກະບໍ່ຮູ້ວ່າ ພາກສ່ວນທີ່ກ່ຽວຂອງປ່ອຍ ອອກມາໄດ້ແນວໃດ

ສະບາຍດີ,

ການແຕ່ງເພງແບບຊາວໝຸ່ມມັນກະເປັນຂອງທຳມະດາ ແຕ່ຊິຫຼີກລ໊ຽງຫຼັກການແລະປະຖີ້ມພາສາແມ່ຂອງຕົນມັນກະບໍ່ປານໃດ.

ເບິ່ງຕິເພງບາງເພງໃໜ່ໆທີ່ຫາສາຣະອັນໃດບໍ່ມີຟັງໄດ້ແຕ່ຫາຄວາມປະທັບໃຈທີ່ຈະພາໃຫ້ຈື່ຈຳແລະຄີດຢາກຈະຮ້ອງໃນຍາມອາບນ້ຳຫຼືຍ່າງຫຼີ້ນໃນປ່າ..
ເຫັນແມ່ນແຕ່ຍາມເອົາເພງເກົ່າມາຮ້ອງຄືນຍັງພາກັນປ່ຽນເນື້ອຮ້ອງທີ່ພາໃຫ້ການປ່ຽນຫັ້ນແບບຂາດຫັກການເບິ່ງງ່າຍໆ ໃນເພງເມືອງຊຳລຳລືກ ທີ່ປ່ຽນພຽງຄຳດຽວ ໃຫ້ຄວາມໜາຍຂອງປະໂຫຍກນັ້ນ, ຕາມຄວາມເຂົ້າໃຈຂອງຂ້ອຍແມ່ນວ່າບໍ່ມີຄວາມໜາຍຫຍັງເລີຍ ບໍ່ເວົ້າເຖິງຫຼັກໄວຍະກອນນຳອີກຊ້ຳ
ຄຳນັ້ນຄື : ເຖິງຄວາມຈຳຈາກ...``
ແຕ່ກີ້ແມ່ນ:
``ເຖິງຄາວຈຳຈາກ...``
ເຈົ້າກະເຂົ້າໃຈສອງຄໃນສອງປະໂຫຍກນີ້ແບບໃດ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lodsayabouly ຂຽນວ່າ...
ຂ້ອຍເຫັນດີ..
ມີຫຼາຍຢ່າງທີ່ຢາກເວົ້າແບບອິສຣະ..

ຫາກເປັນຈັ່ງຊັ້ນກະດີໃຈນຳ ແລ້ວຫາຫຍັງມາຂຽນສູ່ກັນອ່ານແນ່ລະບໍ!
ແບບວ່າບໍ່ໃຫ້ມີຫຍັງມາຂັດມາກັ້ນແນວຄີດແລະຄວາມຕ້ອງການໃນການທີ່ຈະຂຽນຈະເວົ້າໃຫ້ໜູ່ຜູ່ອື່ນອ່ານນຳ.

ຫວັງວ່າຄົງຈະໄດ້ເຫັນບົດຂຽນນັ້ນເກີດມີໃນອະນາຄົດບໍ່ໄກນີ້!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ເປັນໄປໄດ້ບໍ່ທີ່ບໍ່ຜ່ານຂັ້ນເທິງ
ເຮັດແບບ ຕັ້ງຄ້າຍເອງ ບໍລິຫານເອງ ໂຄສະນາເອງ.........

ຫາກວ່າຣະບົບການປົກຄອງໄດ້ແບ່ງແຍກອອກຈາກສຸນກາງ,ຂັ້ນເທິງ, ການຮັບຜິດຊອບາງຢ່າງອາຈບໍ່ຕ້ອງໄດ້ຜ່ານຂັ້ນເທິງເພາະມັນອາຈລ້າຊ້າໄດ້ໃນການແກ້ຂັຍບັນຫາສຸກເສີນຕ່າງໆ.
ຫຼື ໃນຂອບເຂດທີ່ມີ: autonomie. ຂັ້ນສູງອາຈບົ່ງບອກຂໍ້ໃຫຍ່ໃຈຄວາມໃຫ້ມາພໍເປນລູ່ເປັນທາງສ່ວນລຸ່ມແມ່ນວ່າມີຣາຍລະອຽດເປັນຂອງໂຕເອງ, ຕັດສິນໃຈເອົາເອງ.
ມີພຽງບັນຫາໃຫຍ່ໆຈຶ່ງໄດ້ປຶກສາແລະສເນິໃຫ້ສູນກາງໄດ້ຮັບຮູ້ນຳເຖິງນະໂຍບາຍແລະແຜນການໃຫຍ່ໆທີ່ກວມໄປເຖິງເຂດອື່ນ ເພື່ອວ່າຈະໄດ້ມີການສອດຄ່ອງກັນ, ປະສານງານກັນ ທີ່ເກິນຂອບເຂດຄວາມຮັບຜິດຊອບຂອງແຂວງຫຼືເຂດນັ້ນ.
ເຊັ່ນການສ້າງທາງຣະຫວ່າງແຂວງ...
ຫຼືໂຄງການໃດໃຫຍ່ທີ່ເກິນຄວາມສາມາດຂອງຕົນ...
ກະຊ່າງຖາມ ບໍ່ຮູ້ວ່າຕອບຖືກແນ່ຈັກເປິເຊັນບໍລະ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກວ່າຈະສ້າງຄໍລຳການຂີດຂຽນທີ່ບໍ່ຂື້ນກັບໃຜ, ເປັນໂຕຂອງໂຕເອງ, ຮັບຜິດຊອບເອງ..ໃນນີ້ຫມາຍຢາກບອກ ເຖິງການສ້າງຕັ້ງແບບອິສຣະແບບບໍ່ຂື້ນກັບອົງພັກການເມຶອງໃດໆແລະບໍ່ພົວພັນນຳການເມຶອງ
ຫວັງຢາກໃຫ້ເປັນກຸ່ມນັກຂຽນ, ນັກ ປະພັນທີ່ ມີຜົນງານທີ່ເປັນອິສຣະບໍ່ຕ້ອງຜ່ານການກວດກາເຊັນເຊີ້
ຈາກໃຜທັງນັ້ນ.ຄວາມຫມາຍຫນຶ່ງກະຄຶແບບ ``ອັນເດິກຣາວນ໊``.ແຕ່ໃນນີ້ກະຢາກໃຫ້ມີທັງການແປຫນັງສຶອຶ່ນໆ
ແບບບໍ່ເປັນທາງການ(ກ່ອນການໄດ້ຮັບອະນຸຍາດທາງລິຂສິດ)ແຕ່ບໍ່ແມ່ນການຍົວະຍົງໃຫ້ພາກັນລ່ວງລ້ຳລິຂສິດ
ແຕ່ຢ່າງໃດ.
ຈຸດຫມາຍປາຍທາງກະເພຶ່ອນຳເອົາບົດຂຽນ, ບົດວິຈັຍຕ່າງໆທີ່ມີປະໂຫຍດມາສູ່ກັນໃຫ້ໄດ້ຮູ້ເຖິງຄວາມຈິງບາງຢ່າງ
ທີ່ຣັຖບານຂອງຫຼາຍປະເທດກັກກັ້ນ
ເພຶ່ອບໍ່ໃຫ້ປະຊາຊົນຄົນທົ່ວໄປໄດ້ຮູ້ເຫັນນຳ.ຕະຫຼອດໄປເຖິງວິວັທນາການໃຫທ່ໆທີ່ອອກມາ.
ເວົ້າແທ້ແລ້ວແມ່ນຢາກໃຫ້ກວມໄປຫມົດທຸກພຶດຕິການຕ່າງໆໃນຊີວີດປະຈຳວັນ:ສິລປະ ວັນນະຄະດີ,
ວິທຍາສາດ, ສັງຄົມ.
ໃນພັນລາວນີ້ ຈະມີຫຍັງຂັດຂ້ອງບໍ?
ແລ້ວເຈົ້າເຫັນວ່າຈະເປັນຄໍລຳທີ່ມີປະໂຫຍດບໍ໋?

ເປັນສິນລະປິນອິດສະຫຼະກະຄັກຢູ່ໃດ໋ນໍ

ເຫັນວ່າຕອນນີ້ວຽງແກ້ວວ່າຫຍັງເປັນທີ່ສົນໃຈຂື້ນກວ່າແຕ່ກ່ອນ.
ຫາກວ່າເຫັນແນວທາງແບບດຽວກັນກະພະຍາຍາມ ຊ່ອຍກັນຂຽນແລະສແຫວງຫາແນວທາງໃໜ່ແກ່ວົງການຂີດຂຽນທີ່ບໍ່ຕ້ອງຂື້ນກັບໃຜນຳກັນຕິ!!

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ເປັນໄປໄດ້ບໍ່ທີ່ບໍ່ຜ່ານຂັ້ນເທິງ
ເຮັດແບບ ຕັ້ງຄ້າຍເອງ ບໍລິຫານເອງ ໂຄສະນາເອງ.........

ຫາກວ່າຣະບົບການປົກຄອງໄດ້ແບ່ງແຍກອອກຈາກສຸນກາງ,ຂັ້ນເທິງ, ການຮັບຜິດຊອບາງຢ່າງອາຈບໍ່ຕ້ອງໄດ້ຜ່ານຂັ້ນເທິງເພາະມັນອາຈລ້າຊ້າໄດ້ໃນການແກ້ຂັຍບັນຫາສຸກເສີນຕ່າງໆ.
ຫຼື ໃນຂອບເຂດທີ່ມີ: autonomie. ຂັ້ນສູງອາຈບົ່ງບອກຂໍ້ໃຫຍ່ໃຈຄວາມໃຫ້ມາພໍເປນລູ່ເປັນທາງສ່ວນລຸ່ມແມ່ນວ່າມີຣາຍລະອຽດເປັນຂອງໂຕເອງ, ຕັດສິນໃຈເອົາເອງ.
ມີພຽງບັນຫາໃຫຍ່ໆຈຶ່ງໄດ້ປຶກສາແລະສເນິໃຫ້ສູນກາງໄດ້ຮັບຮູ້ນຳເຖິງນະໂຍບາຍແລະແຜນການໃຫຍ່ໆທີ່ກວມໄປເຖິງເຂດອື່ນ ເພື່ອວ່າຈະໄດ້ມີການສອດຄ່ອງກັນ, ປະສານງານກັນ ທີ່ເກິນຂອບເຂດຄວາມຮັບຜິດຊອບຂອງແຂວງຫຼືເຂດນັ້ນ.
ເຊັ່ນການສ້າງທາງຣະຫວ່າງແຂວງ...
ຫຼືໂຄງການໃດໃຫຍ່ທີ່ເກິນຄວາມສາມາດຂອງຕົນ...
ກະຊ່າງຖາມ ບໍ່ຮູ້ວ່າຕອບຖືກແນ່ຈັກເປິເຊັນບໍລະ.

ຫຼານເອງກະບໍ່ຮູ້ວ່າຈັງໃດ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...
ຊັງເພງໄວຮຸ້ນໃໝ່ຂອງຫຼາຍທີ່ໃຊ້ພາສາລາວບໍ່ຖືກຕ້ອງເອົາແຕ່ຄວາມບ້ານເພິ່ນບໍ່ແມ່ນເມືອງໂຕມາໃສ່
ບໍ່ມີຄວາມໃສ່ໃຈຕໍ່ຜົນງານ ຂ້ອຍບໍ່ຢາກບອກເລີຍວ່າມີເພງໃດແມ່ນໃຜຮ້ອງ
ລອງໄປຟັງເອງເດີ້ ຮູ້ສຶກສາມັນຊິເກີນເລີຍກັນໄປແລ້ວຄົນພວກນີ້ ບໍ່ຮູ້ວ່າຜ່ານກະຊວງຖະແຫຼງຂ່າວ-ວັດທະນະທຳບໍ່ນໍ້
ຂໍຂອບໃຈ
ບໍ່ມີຫຍັງຫຼາຍດອກຢາກລະບາຍໃຫ້ຟັງຊື່ໆ
ຂໍໃຫ້ປະເທດລາວຈົ່ງຈະເລີນ

ອັນີ້ ກະຍ້ອນວ່າໄວລຸ້ນ ເປັນຕະຫຼາດຫຼັກຂອງ ການຈຳໜ່າຍເພງ
ເພາະສະນັ້ນ ການແຕ່ງເພງຈຶ່ງບໍ່ໄດ້ອີງໃສຫຼັກ ຂອງໄວຍາກອນ
ແຕ່ກະບໍ່ຮູ້ວ່າ ພາກສ່ວນທີ່ກ່ຽວຂອງປ່ອຍ ອອກມາໄດ້ແນວໃດ

ສະບາຍດີ,

ການແຕ່ງເພງແບບຊາວໝຸ່ມມັນກະເປັນຂອງທຳມະດາ ແຕ່ຊິຫຼີກລ໊ຽງຫຼັກການແລະປະຖີ້ມພາສາແມ່ຂອງຕົນມັນກະບໍ່ປານໃດ.

ເບິ່ງຕິເພງບາງເພງໃໜ່ໆທີ່ຫາສາຣະອັນໃດບໍ່ມີຟັງໄດ້ແຕ່ຫາຄວາມປະທັບໃຈທີ່ຈະພາໃຫ້ຈື່ຈຳແລະຄີດຢາກຈະຮ້ອງໃນຍາມອາບນ້ຳຫຼືຍ່າງຫຼີ້ນໃນປ່າ..
ເຫັນແມ່ນແຕ່ຍາມເອົາເພງເກົ່າມາຮ້ອງຄືນຍັງພາກັນປ່ຽນເນື້ອຮ້ອງທີ່ພາໃຫ້ການປ່ຽນຫັ້ນແບບຂາດຫັກການເບິ່ງງ່າຍໆ ໃນເພງເມືອງຊຳລຳລືກ ທີ່ປ່ຽນພຽງຄຳດຽວ ໃຫ້ຄວາມໜາຍຂອງປະໂຫຍກນັ້ນ, ຕາມຄວາມເຂົ້າໃຈຂອງຂ້ອຍແມ່ນວ່າບໍ່ມີຄວາມໜາຍຫຍັງເລີຍ ບໍ່ເວົ້າເຖິງຫຼັກໄວຍະກອນນຳອີກຊ້ຳ
ຄຳນັ້ນຄື : ເຖິງຄວາມຈຳຈາກ...``
ແຕ່ກີ້ແມ່ນ:
``ເຖິງຄາວຈຳຈາກ...``
ເຈົ້າກະເຂົ້າໃຈສອງຄໃນສອງປະໂຫຍກນີ້ແບບໃດ?

ອືມມ ເຖິງຄາວຈຳຈາກ ແມ່ນວ່າເຖິງເວລາ ເຖິງຍາມ ຈາກລາ...
ແຕ່ຄວາມຈຳຈາກ ອືມມມມມ ຄວາມຈື່ຈຳເຊື່ອມຕິ (ຄວາມຈຳ: ຄວາມຈື່ຈຳ. ຈາກ: ຈາກລາ...)
ເລີ່ມຊິເຮັດໃຫ້ກະທູ້ມົ້ວລະບາດນິເຮົາ

ໜ້າທີ່ 6 ຈາກທັງໝົດ 9 ໜ້າ <<<123456789>>>