ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປະສົບການຄັ້ງທຳອິດກັບເວັບໄຊປະເພດ Social Networking ຂອງທ່ານ..

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອະທິບາຍກ່ອນວ່າເວັບໄຊປະເພດ Social Networking ແມ່ນປະເພດດຽວກັບ Myspace, Hi5, Facebook, Orkut, Friendster ຮວມເຖິງ Punlao ກໍ່ເຂົ້າຂ່າຍດຽວກັນ ເອີ້ນວ່າເວັບໄຊປະເພດ Social Networking ກ່າວຄື ພາຍໃນເວັບຈະມີການແລກປ່ຽນສົນທະນາຄຳຄຶດ ຄຳເຫັນຕ່າງ ໆ ໂດຍຜູ້ໃຊ້ ຫຼືສະມາຊິກດ້ວຍກັນເອງ...

ກະທູ້ນີ້ຂໍເຊີນສະມາຊິກພັນລາວມາເລົ່າຄັ້ງທຳອິດ ປະສົບການໃນການຫຼິ້ນເວັບປະເພດນີ້ກັນ..

ຂອງຂ້າພະເຈົ້າແມ່ນທຳອິດ ໄດ້ຍິນແຕ່ຊື່ myspace ແຕ່ບໍ່ເຄີຍຫຼິ້ນ ຮູ້ແຕ່ວ່າດັງຫຼາຍ ສ່ວນ Hi5 ກໍ່ໄດ້ຍິນວ່າດັງ ແລະມີສາວຫຼາຍ ແຕ່ກໍ່ບໍ່ຄ່ອຍຫຼິ້ນ ເພາະວ່າຫຼິ້ນແລ້ວງົງ profile ຄົນສ່ວນຫຼາຍແຕ່ງສີສັນແສບຕາໂຫຼດຊ້າ .. orkut ກັບ friendster ເຫັນຜ່ານ ໆ ບໍ່ໄດ້ຫຼິ້ນ ແຕ່ວ່າ facebook ຫາກໍ່ມາຕັ້ງໃຈຫຼິ້ນ ຮູ້ສຶກວ່າ ..

ມັນເທບຈິງ ໆ

ສ່ວນພັນລາວແມ່ນຫຼິ້ນແຕ່ຕອນຕົ້ນປີ ຫຼິ້ນດ້ວຍຄວາມຈຳເປັນ ເພາະຖ້າບໍ່ຫຼິ້ນກໍ່ຢ້ານບໍ່ມີໃຜຫຼິ້ນ


ຈົບແລ້ວ ຄົນຕໍ່ໄປເດ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຊ່ວງກ່ອນບໍ່ມີພັນລາວ ປະມານ hi5 ເປີດໃຫມ່ ມີຄົນຊວນຫລີ້ນ ກະເຂົ້າໄປຕັ້ງລະກະບໍ່ໄດ້ຫລີ້ນ ຜ່ານໄປປີກວ່າໆ ຢູ່ດີໆ ມີເມລສົ່ງມາບອກວ່າຄົນມາ Add Friend ໂຫະໆ ຈົນລືມ ກະເລີຍເຂົ້າໄປ ລະສຶກສາການໃຊ້ງານ ກະແຕ່ງນັ້ນແຕ່ງນີ້ໄປຈົນເຮັດ Theme ເປັນຂອງຕົນເອງ
ສ່ວນຫລາຍໄວ້ລົມຫມູ່ໃນເຄືອຄ່າຍດຽວກັບ ຫມູ່ຢູ່ຕ່າງປະເທດທີ່ ເວລາອອນເອັມ ມັນຕ່າງໂມງກັນ ໄດ້ຖີ້ມ ຄວາມເຫັນລົມກັນເອົາ,

ຖັດມາ ຕອນໄປຫລີ້ນເມກາ ເຫັນຄວາມດັງຂອງ Myspace ເລີຍລອງຫລີ້ນ ສອງເວບຮູ້ສຶກວ່າຕ່າງກັນຫລາຍ ທັງເລື່ອງນິໃສຄົນຫລີ້ນ, ລູກຫລີ້ນຕ່າງໆ, ລະບົບ... Myspace ກະເລີຍໄວ້ໃຊ້ລົມກັບຫມູ່ຢູ່ເມກາ ເພາະບໍ່ຄ່ອຍເຫັນຄົນຢູ່ລາວຫລີ້ນປານໃດ ແລ້ວ ກະປະ ເລື່ອງ ເວບ Social Network ໄປດົນເຕີບ.

ຈົນວັນທີ ໓ ເດືອນມີນາ ສາມມື້ຖັດມາ ຫລັງເປີດເວບພັນລາວ ຕົວເອງ ເຂົ້າເວບ blog ຂອງ ນິນ ໄປສະດຸດຕາກັບ ໂຕອັກສອນຟ້າພື້ນຂາວຂຽນວ່າພັນລາວ ກະເລີຍລອງຄລິກເຂົ້າໄປ ສຳຫລວດ ອືມໆ ຕອນນັ້ນຫນ້າເວບຍັງແປກໆ ຕ່າງກັບ ຕອນນີ້ຫລາຍ ໃຜຫລີ້ນຕັ້ງແຕ່ ເປີດເວບໃຫມ່ໆ ຄືສິຮູ້ດີ, ແລ້ວກໍສະມັກສະມາຊິກ .. ຖ້າເມລຢືນຢັນການໃຊ້ຢູ່ດົນເຕີບບໍ່ມາ ໄປຄົ້ນເບີ່ງລະມັນຢູ່ Junk Mail ເຮີ່ໆ
ແລະ ນີ້ແມ່ນ ຄອມເມ້ນທຳອິດ ເປີດຊິງຂອງພັນລາວຕົວເອງ

Au8ust "ຂຽນໄດ້ດີ ຫລາຍ +1"
ນິນເປັນຊິງພັນລາວເຂົາ

ເຮີ່ໆ ແລະຫລັງຈາກນັ້ນກະເຂົ້າມາຕະຫລອດ, ສະມາຊິກພັນລາວຕອນນັ້ນ ຫນ້ອຍໂຄດ ຈື່ໄດ້ເກືອບຫມົດ ເຮີ່ໆ ບາດດຽວນີ້ຄົນລະເລື່ອງດຽວກັນ
ຈາກນັ້ນມາກໍນັ່ງເຝົ້າພັນລາວເປັນຕົ້ນມາ
ແຄັກໆ ຄວັນເຂົ້າດັງ

ເວບ Social Network ອື່ນສະມັກຫມົດແຕ່ບໍ່ໄດ້ຫລີ້ນ ເອົາໄວ້ເກັບເງິນຫລີ້ນ Poker ແບບ ແຕ່ລະມື້ມັນຈະໃຫ້ເງິນບ່ອນລະຫນ້ອຍ ລະກະໂອນເຂົ້າໃສ່ ໂຕ Myspace ຫລີ້ນ ຮ່າໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວັບ Social Networking ທຳອິດທີ່ຫຼິ້ນກະແມ່ນ hi5 ຕອນນັ້ນດັງຂະໜາດ ຕອນທອງໃສຢູ່ ມ6 http://samton.hi5.com ທຳອິດກະຫຼິ້ນບໍ່ເປັນໃຫ້ໝູ່ຕັ້ງໃຫ້ ຫຼິ້ນໄປຫຼິ້ນມາກະມ່ວນດີ ລົມນຳຄົນບໍ່ຮູ້ຈັກ 55+ ໃນໝູ່ທີ່ມີປະມານພັນກ2ພັນກວ່າຄົນ ຄົນທີ່ຮູ້ແທ້ຯກໍ່ບໍ່ຮອດຮ້ອຍຄົນ ເຫີຯ

ຕໍ່ມາມີພີ່ນ້ອງມາຢາມແຕ່ເມກາ ທອງໃສໄປຖາມເຂົາເຈົ້າວ່າ ໄດ້ຫຼິ້ນ hi5 ບໍ່ ລາວວ່າລາວບໍ່ຮູ້ຈັກ hi5 ໂອ໋!!! ງົງ
ກະເລືຍອະທິບາຍວ່າມັນແມ່ນເວັບປະເພດ Social Networking ລົມກັນ ມີwabpageເປັນຂອງຕົນເອງປະມານນີ້ ລາວກະເລືຍເວົ້າວ່າ ໂອ໋ ມີລາວກະຫຼິ້ນເວັບແບບນີ້ ແຕ່ມັນແມ່ນ myspace ອືມລາວເວົ້າວ່າຄົນຢູ່ພຸ້ນມັກຫຼິ້ນເວັບນີ້ຫຼາຍ ທອງໃສກະເລືຍວ່າລອງໄປສະມັກເບິ່ງ
ສະມັກລະກະບໍ່ໄດ້ຫຼິ້ນຫຍັງຫຼາຍ

ສ່ວນເວັບອື່ນຯເຊັ່ນ facebook . tag .ກໍ່ເຄືຍໄດ້ຍິນຢູ່ວ່າມັນຫຼິ້ນຄ້າຍຯກັນ ແຕ່ກໍ່ບໍ່ໄດ້ສະມັກເປັນສະມາຊິກ

ຈົນມາຮອດເດືອນພຶດສະພາປີ 2008 ຖ້າຈື່ບໍ່ຜິດ ທອງໃສເຫັນໂຄສະນາເວັບພັນລາວຢູ່ Hi5(ເວົ້າແທ້ໄດ໋) ກະເລືຍຄຣິກເບິ່ງ ໂຫຼດດົນຯຯຯຯ ສຸດຯຕອນນັ້ນ,,,ເຂົ້າມາກໍ່ມີສະມາຊິກບໍ່ຫຼາຍປານໃດ ກະເລືຍສະມັກເປັນສະມາຊິກແຕ່ກະບໍ່ໄດ້ຫຼິ້ນເພາະຫຼິ້ນບໍ່ເປັນ 55+
ຈົນມາຮອດປະມານເດືອນກັນຍາ-ຕຸລາປະມານນີ້ ທອງໃສຈື່ງເຂົ້າມາຫຼິ້ນເວັບນີ້ໂດຍເຕັມຮູບແບບ ກ່າຯຯ ກະມ່ວນດີ ເຈິໝູ່ໃໝ່ຫຼາຍຄົນ ສ່ວນຫຼາຍກະມີແຕ່ຄົນລາວເຮົາ ແຕ່ບາງຄັ້ງຂະໜາດຄົນລາວນຳກັນບາດລົມກັນກະປານເວົ້າຄົນລະພາສາເນາະ ເຫີຯຯ ຫຼາຍຄວາມຄິດຫຼາຍຄວາມເຫັນແຕກຕ່າງກັນໄປ ເຈິຫຼາຍຢ່າງໃນພັນລາວ ນີ້ກໍ່ເປັນປະສົບການໜຶ່ງໃນການຫຼິ້ນເວັບປະເພດ Social Networking ຂອງທອງໃສ

ທ້າວທອງໃສ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ທຳອິດແມ່ນ ringo ຕໍ່ມາລະກະtagged ຕໍ່ມາລະ hi5........ລະກະຫລາຍອັນຕາມຫລັງກັນມາ

ແຕ່ເວັບfacebook.ນິຂ້ອນຂ້າງຈະງົງກັບມັນເປັນພິເສດກະເລີຍບໍ່ຄ່ອຍໄດ້ຫລິ້ນ

ແຕ່ວ່າເວັບທີ່ຕິດຢູ່ດຽວນີ້ກະແມ່ນພັນລາວຂອງອ້າຍນິນນີ້ແລະ...........

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
myspace harn hen khon yoo USA lin lai lai tae bor mark lin....hi5 kar ok tharm it thii bor mii web PUNLAO khar par jow kar lin tae hi5 harn lar......tae lin lin pai hoo sueak beua buea seng seng.....por mar dai lin Punlao kar bor khoy dai khao HI5 leuyyy.....suon web thii yang leua bor khuey khao pai lin jark thuea por hoo seuak var sear ve lar ..... sar loop laew lin PUNLAO d thii sood hoo seuak var dai yoo lao leuyy lar.....thxxxxxx thii sarng web punlao khuen mar der


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ກະບໍ່ຮູ້ນະວ່າ facebook ຫຼິ້ນຈັງໃດ,ເຫັນແຕ່ຕ່າງປະເທດຫຼິ້ນ.
ກະຄືຈະຄັກ. ສ່ວນmyspace ບໍ່ປານໃດ,ມັນທຳມະດາ,ເຮັດໄດ້ແປບໜຶ່ງກະເຊົ່າ,ລືບຮູບຖິ້ມໝົດ.
Hi5ກະເຊົ່າຫຼິ້ນໄດ້2ເດືອນແລ້ວ, ເພາະຍັງກະບໍ່ຮູ້ 55555.(ເລີ່ມຮູ້ສຶກວ່າຂ້ອຍເຖົ້າແລ້ວຕິເບາະ).
ສ່ວນຫຼາຍມັກເຂົ້າໄປອ່ານບລ໋ອກຕ່າງປະເທດຫຼາຍກວ່າ,ໄດ້ຄວາມຄິດໃໝ່ໆໆດີ 5555(ແຕ່ກະບໍ່ໄດ້ຂຽນ ເພາະບໍ່ເຈັງທໍ່ກະເຈົ້າ,ອາຍແຮງ),ສະໝັກສາມະຊິກເພື່ອເອົາໄວ້ອ່ານບົດຄວາມຄັກໆໆໆຂອງພວກນັກDesign.

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ຂໍປິດທ້າຍແບບບໍ່ເປັນທາງການ ອິອິອິ ເລີ່ມທຳອິດ ຫຼິ້ນ Hi5 ໃນມືຖື I.....Mobile ຕອນນັ້ນ ໂທລະສັບລຸ້ນຖ່າຍຮູບຟັງເພງກຳລັງອອກໃຫມ່ໆ ປະມານ 9-10ປີຫຼັງພຸ້ນແຫຼະ ຂັດແມ່ຊື້ໃຫ້ຈົນໄດ້ ແຕ່ບໍ່ໄດ້ໂທຫາໃຜ ເພາະຕອນນັ້ນຄົນໃຊ້ມືຖືຍັງບໍ່ຫຼາຍ ຫມູ່ແຕ່ລະຄົນບໍ່ມີໃຜໃຊ້ໂທລະສັບ ເລີຍຊື້ມາເພື່ອຫຼິ້ນເນັດ ເປົ້າຫມາຍແມ່ນໂຫຼດຮູບ(ບໍ່ແມ່ນຄລິບເດີ່ ອິອິ) ຈາກນັ້ນໂຫຼດໄປໂຫຼດມາ ເຈີຮູບຜູ້ສາວໄທບັກງາມໆ ກົດເຂົ້າໄປທັນທີ ມັນສະແດງອອກມາວ່າ ເຂົ້າສູ່ລະບົບ ກັບສະຫມັກສະມາຊິກ(ເປັນພາສາໄທ) ເຮັດຈັ່ງໃດກະບໍ່ໄດ້ ເລີຍໄປຖາມພໍ່ບ້ານ ທີ່ຈົບມາແຕ່ຫວຽດນາມ(ຮູ້ຈັກກັນ) ລາວສະມັກອີເມລ ໃຫ້ຄົບຫມົດ ຫຼິ້ນໄປຫຼິ້ນມາຫຼາຍປີ ຈົນມາຮຽນຢູ່ດົງໂດກ ປະມານປີ 2010 ເຫັນເຟສ໌ບຸກອີກ ມີຮ້ານເນັດໃຫ້ໃຊ້ບໍລິການພ້ອມ ຈາກນັ້ນກໍ່ຕັ້ງໃຈຫຼິ້ນຈົນຕິດ ຂໍເງິນແມ່ຊື້ Nootbook ອີກເພື່ອຫວັງຈະຫຼິ້ນຫມົດຄືນຊອດແຈ້ງ ແຕ່ກໍ່ໄດ້ຜົນ ອິອິ ຈົນມາເຈີພັນລາວ ຕອນຊອກຂໍ້ມູນ ພັນປາ ໃນ google ອອກມາມີ ພັນລາວນຳເລີຍງົງ ພັນລາວແມ່ນຫຍັງຫວ໊ະ!! ກົດເຂົ້າທັນທີ ໂອ!! ເຫັນມີບ່ອນໃຫ້ສະຫມັກສະມາຊິກ ກໍ່ເລີຍຈັກການທັນທີ ປະກົດວ່າ ບາງອັນກະເປັນບຼອກສີ່ຫຼ່ຽມ ໄປຫາຮ້ານຄອມຈັກເຂົາເຈົ້າເຮັດຈັງໃດ ອ່ານໄດ້ຫມົດ ຈຶ່ງເຂົ້າມາຫຼິ້ນ ແຕ່ບໍ່ມີຫມູ່ ກະຫຼິ້ນຈົນໄປເຈີກັບສາວຮ້ານເນັດທີ່ເຄີຍໄປໃຊ້ບໍລິການ ແຕ່ກໍ່ບໍ່ຕິດໃຈປານໃດຈຶ່ງຢຸດຫຼິ້ນຊົ່ວຄາວ ຈົນໄດ້ໄປຝຶກງານທີ່ຕ່າງປະເທດ ມີເນັດຟຣີ ຈຶ່ງໄດ້ເຂົ້າມາອັບຮູບຫຼິ້ນ ລະກະຢຸດຫຼິ້ນ ຈົນກັບມາລາວປີ 2012 ເຂົ້າມາຫຼິ້ນອີກ ຈົນເຖິງປີນີ້ ເຂົ້າມາງຽບກ່ວາເກົ່າ ເລີຍມັກເພາະ ຊ່ວງນີ້ກຳລັງສິເບື່ອ ເຟສ໌ບຸກ ຈຶ່ງເຂົ້າພັນລາວແທນ ລະກະຮູ້ສຶກວ່າຄັກ ເລີຍຫຼິ້ນ 24ຊົ່ວໂມງ ບໍ່ຫຼິ້ນກະອອນໄວ້ ຈົບຂ່າວສານ

ວ່າສິຂຽນສັ້ນໆ ແຕ່ມັນບໍ່ສັ້ນ ມັນຍາວກະດີຄືກັນ ສາວຈຶ່ງບໍ່ເບື່ອ ອິອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼິ້ນ ພັນລາວ ແລະ ເຟສບຸກ