ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເລື່ອງເກີດຈາກ SMS ຜິດຄົນ...

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເລື່ອງເລີ່ມຕົ້ນເມື່ອມື້ຄືນວານນີ້ (ວັນທີ ໑໕) ເບີ 7704xxx ແມ່ນອີກຝ່າຍ ສ່ວນເບີ 7771xxx ແມ່ນເບີຂ້າພະເຈົ້າ... ທາງລຸ່ມເລົ່າຕາມທີ່ຈື່ໄດ້...

7704xxx: ຈັກໂມງຊິອອກມາ?
777xxxx: ສົ່ງຜິດເບີດແລ້ວ
7704xxx: ເຈົ້າຊື່ຫຍັງ?
777xxxx: au8ust
7704xxx: ອີ່ຫຍັງ ບໍ່ເຂົ້າໃຈ

ແລ້ວກໍ່ບໍ່ຕອບກັບໄປ ເພາະບໍ່ຮູ້ຊິຕອບເຮັດຫຍັງ ຖ້າບອກວ່າຊື່ au8ust ແລ້ວບໍ່ຮູ້ ກໍ່ສະແດງວ່າບໍ່ແມ່ນຄົນໃນເນັດ ແລ້ວກໍ່ບໍ່ໜ້າຈະຮູ້ຈັກກັນ ຈຶ່ງເລືອກທີ່ຈະບໍ່ຕອບ

ວັນທີ່ ໑໖ ... (ມື້ນີ້)

7704xxx: ເຈົ້າຊື່ຫຍັງນ່າ?
7771xxx: au8ust a.k.a* nin
7704xxx: ຈັກແມ່ນຫຍັງບໍ່ເຂົ້າໃຈ
7771xxx: ແລ້ວຮູ້ເບີນີ້ໄດ້ແນວໃດ?
7704xxx: ເຈົ້າເປັນຜູ້ຊາຍ ຫຼືຜູ້ຍິງ?
7771xxx: ຖາມເຮັດຫຍັງ ບໍ່ຮູ້ຈັກກັນ ບໍ່ຮູ້ຊິຕອບໃຫ້ ໄຣ້ສາລະ
7704xxx: ບໍ່ຖາມກໍ່ໄດ້ ຈື່ໄວ້ເດີ້ ບໍ່ຕາຍດີດອກ

..ເວນກຳ.. ມາແຊ່ງເຮົາໃຫ້ບໍ່ຕາຍດີຊ້ຳ.. ຮອດເທົ່ານັ້ນແລ້ວກໍ່ບໍ່ຕອບໄປອີກ ເພາະຮູ້ສຶກວ່າ ອາກາດໜາວແລ້ວຄົນເລີ່ມຈິດຕົກຫຼາຍຈົນເປັນແບບນີ້


*a.k.a ຫຍໍ້ມາຈາກ as known as ແປວ່າ ຫຼືທີ່ຮູ້ຈັກກັນໃນນາມ


໕ ກະທູ້
໑໐໐ ໂພສ
ນັກການກະທູ້
ຮະຮະ ແມ່ນນ້ອງກະບໍ່ເຂົ້າໃຈອະອ້າຍນິນ ຖ້າບໍ່ແມ່ນຄົນໃນເນັດ ຫຼື ພັນລາວ ຕອບວ່າ au8ust ນ້ອງກະຊິເວົ້າວ່າ ໄອແອັມມຶນຕຶບ

ຂ້ອຍແມ່ນ in2on!!

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ເອ໋ ແຕ່ຕອນຂະເຈົ້າຫລົງມາເບີຂ້ອຍ ມັນເປັນ ຕອນຍາມຮ້ອນ

ແຕ່ກະມາແບບແປກຯຄືກັນ


ມັນຖາມວ່າ: ຊື່ຫຍັງ?
ເຮົາຕອບວ່າ :ອ້າວຄັນບໍ່ຮູ້ຈັກຊິສົ່ງມາເຮັດຫຍັງ
ມັນກະຕອບວ່າ:ສົ່ງຫມົ້ວ
ມັນຖາມວ່າ:ຜູ້ຍິງຫລືຜູ້ຊາຍ
ເຮົາກະຕອບວ່າ: ຍິງ
ລະມັນກະສົ່ງມາປະໂຫຍກສຸດທ້າຍວ່າ: ເອີ່ຊັ້ນບໍ່ລົມຂ້ອຍກະຜູ້ຍິງຄືກັນ


ສົງໃສວ່າມັນລາວຕ້ອງກຳລັງມອງຫາສາມີໃນອານາຄົດຢູ່ບໍ່ແນ່ໃຈຄືກັນ ຄົນດຽວນີ້ລະເປັນຈັ່ງຊັ້ນໄປຫມົດແລ້ວ ເຫີ່......



ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຄິດວ່າຕັ້ງມາຫາຄົນລົມ ແຕ່ກາເປັນຕາຊັງ ແຊ່ງກັນຂະໜາດ ຮະຮະ

ເວົ້າເລື່ອງພວກແນວນີ້ລະຢາກຫົວ ເບີເອື້ອຍແມ່ນ ...2805, ແລ້ວມີເບີ2705ໂທມາ ເບິ່ງກາຮູ້ວ່າແມ່ນພວກໂທມົ້ວ

ເອື້ອຍກາຈັດການ ຈົນວາງເອງ ຮະຮະຮຮະ

ຄືສິທັງປິດໂທລະສັບ ທັງຈົ່ມດ່າ ຮະຮະຮ


有自信不一定赢 没自信一定输

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຫລາຍຄົນ ກາຫລາຍແບບ

ຜູ້ຍິງຄົນຫນຶ່ງ ຮັບໂທລະສັບແທນຜົວ ມີສຽງເດັກນ້ອຍຖາມມາໃນສາຍ
ອີ່ພໍ່ ປານໃດ ສິມາ ອີ່ແມ່ຖ້າກິນເຂົ້າ

ຍິງຄົນນັ້ນ ຫນ້າມືດໂມໂຫໃຫ້ຜົວ ປາໂທ້ ມັນລັກໄປມີເມຍນ້ອຍ ລູກຈົນໃຫຍ່
ມຶງ ຕາຍຍຍຍຍຍຍຍຍຍຍຍຍຍຍ

ເປັນພຽງການໂທຜິດເບີ ຂອງເດັກຄົນຫນຶ່ງ
ທ້າວສາມີ ກໍ່ຄາດຊວຍ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເອີ ບາງທີ ຄັນແມ່ນຜູ້ຍິງ ສົ່ງມາຜິດ ມັນລົມເຮົາຕໍ່ຊ້ຳນາ
ແຕ່ມີອັນຫນື່ງຄັກກວ່າ ມັນສົ່ງມາຊວນໄປຕີໄກ່ ເຮີ່ໆ ເກີດມາ ຍັງບໍ່ເຄີຍຕີໄກ່ຊ້ຳ ກິນໄກ່ ສິຄືຢູ່ ກ່າໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ອຸ້ຍ ຈັ່ງສິກາມີ
ຕານ່າຍນໍ້

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ໋ວ....!!
ລົງທ້າຍພັດວ່າ ບໍ່ຕາຍດີວ່າຊັ້ນ..!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຊັງເນາະ

ຢາກຮູ້ຈັກເຮົາຈະເວົ້າດີໆກະບໍ່



໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອງໃສເຈິມາຫຼາຍຮູບແບບ

ບາງຄົນໂທມາເລືຍ

ເດັດຯທັງນັ້ນ

ທ້າວທອງໃສ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງແບບນີ້ ກະເຈິເລື້ອຍຢູ່ ແຕ່ກະບໍ່ໜ້າຈະວ່າແຊງກັນແບບນີ້ຽາ ມັນຜິດສິນ

ຄິດດີ ເວົ້າດີ ເຮັດດີ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໃຊ້ 3G ໂທແບບວີດີໂອ ອິອິອິ ຈຶ່ງບໍ່ມີຫຼົງ

M99NOY

໖ ກະທູ້
໑໐໑ ໂພສ
ນັກການກະທູ້
ແມວນ້ອຍໆ ກະຍັງເຈີ ຄົນໂທມາຖາມຮອດຫນີ້
( ປານໃດເຈົ້າຈະເອົາເງິນມາໃຊ້ ຂ້ອຍ ວ່າຊັ້ນ)
ເຈົ້າໂທຜິດເບີລະເດີ້
ໂອຂໍໂທດເດີ້
ໃຄແນ່

Catnoi ຜູ້ຫນ້າຮັກສະເຫມີ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ຕອນນັ້ນນັ່ງຫຼິ້ນເກມກັບ ໝູ່ກຳລັງຊິອອກໄປຫຼິ້ນຕອນກາງຄື່ນ ດົນແລ້ວລະ
ໂທມາ
ສຽງຜູ້ຊາຍໂທມາວ່າ : ອາໂລ ອ້າຍໆ ປານໃດສິມາເອົາ ນ້ອງໆ2ຄົນນິ ກະເຈົ້າຖ້າດົນແລ້ວ ຂ້ອຍເລືອກໃຫ້ເຈົ້າບັກງາມໆເລີຍ ຍັງຮຽນ ມ ປາຍ ຢູ່
ຂ້ອຍກັບໝູ່ກະຫົວກາກຂຶ້ນ ລະກະວ່າ ໄດ້ໆ ບອກນ້ອງໆ ຖ້າແບບໜຶ່ງ ພວກອ້າຍ ກຳລັງອອກໄປ ^^
ຄິດໄປຄິດມາຍັງເສຍດາຍ ຍາກໄປຮັບຢູ່ ແຫະໆ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
แอบเข้ามาอ่าน


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຢາກ ຈີບເຈົ້າຂອງເບີ ນະຫັ້ນນະ ຫ່າໆໆ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສເຂົາຢາກຈີບນ້ອງນິນບໍ່ຈັກ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
lolss5555
ເປັນເລື່ອງທຳມະດາ
ເປັນຍ້ອນເບີເຈົ້າມັນງາມກະເລຍມີຄົນສົ່ງມາຫາ
ເລື່ອງກະຄືວ່າມັກມີເດັກນ້ອຍມໍປາຍສົ່ງມາເບີງາມໆ
ເພາະກະເຈົ້າຄິດວ່າຕ້ອງແມ່ນຄົນມີເງີນ(ອາເຊຍ)ກະເລີຍສົ່ງມາ
ໝູ່ຂອ້ຍກະຖືກເລີຍ 55555 ນີ້ແລະກຳຂອງພວກເບີງາມນະ 555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ໂຫດແທ້ຫວະຄົນດຽວນີ້ ກ່າໆໆໆ

ບໍ່ຮູ້ຈັກລົ້ມ ກາບໍ່ຮູ້ຈັກລຸກ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຮະຮະຮະ ຈຂກທເຈີ ຄ້າຍໆຂ້ອຍເລີຍ

ຂ້ອຍ ແຮງ ບໍ່ແຄສື່