ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ພວກເຈົ້າຄິດວ່າມີຈັກເປີເຊັນທີເວັບນີ້ບໍ່ມີຜູ້ລ້ວງຂໍ້ມູນທາງຫຼັງໄມ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ສະບາຍດີໝູ່ພັນລາວແຕ່ລະທ່ານ ຂ້ອຍຢາກຖາມວ່າ ຜູ້ຄຸມເວັບພັນລາວເພີ່ນມີຈັນຍາບັນພໍບໍ່ ທີ່ເພີ່ນຈະປົກປິດ
ຂໍ້ຄວາມຫຼັງໄມຂອງສະມາຊິກພັນລາວແລະບໍ່ລ້ວງຂໍ້ມູນສ່ວນຕົວຂອງສະມາຊິກທຸກຄົນ
ຫຼືບໍ່ກະບໍ່ເອົາມາເຜີຍແຜ່ຕໍ່ສາທາລະນະຊົນ ຂອງຂ້ອຍສ້າງກະທູ້ນີ້ຂື້ນມາເພື່ອ
ຢາກຖາມຂໍ້ຂ້ອງໃຈຊື່ຯຯ ເພາະຂ້ອຍໄດ້ເຫັນຫຼາຍຄົນລົມກັນໃນເລື່ອງນີ້ ແລ້ວກະມີສະມາຊິກທີ່ລຶບໂຕເອງອອກຈາກພັນລາວ
ຫຼາຍຄົນເຂົາເວົ້າວ່າ ຢູ່ພັນລາວບໍ່ສາມາດຮັກສາຄວາມລັບຂອງໂຕເອງໄດ້ ເພາະມີຄົນລ້ວງຂໍ້ມູນຢູ່ທາງຫຼັງໄມ ແມ່ນແທ້ບໍ່..
ແລ້ວກະຢາກໃຫ້ພວກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ຂ່າວແດ່ ວ່າຂ່າວນີ້ບໍ່ແມ່ນຄວາມຈິງແມ່ນບໍ່

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະຕ້ອງມີຢູ່ແລ້ວແມ່ນແຕ່ບໍລິສັດຍັກໃຫຍ່ຢ່າງ Yahoo! ກະຍັງມີຕ່າງແຕ່ຈະມີການລ່ວງຫນ້ອຍຫລືຫລາຍເທົ່ານັ້ນ ຖ້າຈະປະຕິເສດວ່າບໍ່ມີ 100% ມັນຄົງເປັນໄປບໍ່ໄດ້

໗ ກະທູ້
໑໔໑ ໂພສ
ນັກການກະທູ້
ຄັນຊັ້ນຮູບທີ່ເຮົາໂພສ໌ລົງໄປກໍ່ຕ້ອງ.............. ຮູຮູຮູ ບໍ່ຢາກຈະຄິດ

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ล่วงโลดบ่อมีความลับดอก....
ข้อมูนทุกอย่างปอมทังนั้น.

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເພິ່ນຢາກເບິ່ງກະໄດ້ຫັ້ນລະ ຂຶ້ນກັບໂຕເພິ່ນເອງ
ສຳລັບຂ້ອຍແລ້ວຂໍ້ມູນທີ່ຕີໃສ່ພັນລາວບໍ່ມີຫຍັງທີ່ຈະຕ້ອງປິດບັງດອກ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄັນເພິ່ນຢາກເບິ່ງກະໄດ້ຫັ້ນລະ ຂຶ້ນກັບໂຕເພິ່ນເອງ
ສຳລັບຂ້ອຍແລ້ວຂໍ້ມູນທີ່ຕີໃສ່ພັນລາວບໍ່ມີຫຍັງທີ່ຈະຕ້ອງປິດບັງດອກ

ແມ່ນແລ້ວເພີ່ນສາມາດເບີ່ງໄດ້ແຕ່ຢ່າເອົາຂໍ້ມູນຂອງສະມາຊິກມາເຜີຍແຜ່ແຕ່ສາທາລະນະຊົນແລ້ວກະພໍແມ່ນບໍ່

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xaynoi ຂຽນວ່າ...
ຄັນຊັ້ນຮູບທີ່ເຮົາໂພສ໌ລົງໄປກໍ່ຕ້ອງ.............. ຮູຮູຮູ ບໍ່ຢາກຈະຄິດ

ຢາກຫົວຮູບ

ສ່ວນຂ້ອຍເອງຄິດວ່າບໍ່ມີຫຍັງເປັນຄວາມລັບພໍປານໃດນະ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ເບິ່ງໂລດ
ມີແຕ່ຂອງປອມໆຢູ່ຫຼັງໄມ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນແຕ່ກໍ່ບໍ່ແນ້ຖ້າເພິ່ນມັກສອດ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ບໍ່ມີຂໍ້ມູນອິຫຍັງໃຫ້ລ້ວງ ເພາະວ່າອີເມວທີ່ໃຊ້ສະໝັກບໍ່ໄດ້ໃຊ້ພາສເວີດຕົວດຽວກັນກັບທີ່ໃຊ້ເຂົ້າພັນລາວ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລ້ວງ,,,,,ແປວ່າຫຍັງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ພໍດີເຫັນມື້ວານ ກໍເລີຍແວ່ມາຕອບໃຫ້

ຖາມ: ຜູ້ຄຸມເວັບພັນລາວເພີ່ນມີຈັນຍາບັນພໍບໍ່ ທີ່ເພີ່ນຈະປົກປິດ ຂໍ້ຄວາມຫຼັງໄມຂອງສະມາຊິກພັນລາວແລະບໍ່ລ້ວງຂໍ້ມູນສ່ວນຕົວຂອງສະມາຊິກທຸກຄົນ
ຫຼືບໍ່ກະບໍ່ເອົາມາເຜີຍແຜ່ຕໍ່ສາທາລະນະຊົນ

ຕອບ: ໂດຍປົກກະຕິແລ້ວ ຈະບໍ່ເບິ່ງຫຼັງໄມຂອງໃຜ ເພາະບໍ່ມີເວລາຫວ່າງຂະໜາດນັ້ນ ແລ້ວກໍບໍ່ສົນໃຈຈະເບິ່ງ ແຕ່ຖ້າມີກໍລະນີເກີດຂຶ້ນ ເຊັ່ນວ່າ ການວິວາດ ຫຼືການແຈ້ງເຂົ້າມາໂດຍສະມາຊິກ ໃຫ້ກວດສອບຄວາມຜິດປົກກະຕິ ເຊັ່ນວ່າມີການສົ່ງຂໍ້ຄວາມກັ່ນແກ້ງກັນ ໃສ່ຮ້າຍປ້າຍສີ ດ່າທໍ ດູໝິ່ນ ເວົ້າຫຍາບຄາຍ ຫຼື SPAM ກໍຈຳເປັນໄດ້ກວດເບິ່ງເພື່ອຄວາມແນ່ໃຈ ແລ້ວກໍກວດສະເພາະອັນທີ່ເປັນບັນຫາ ບໍ່ໄດ້ເຂົ້າໄປອ່ານທຸກອ່ານວ່າເຂົາລົມຫຍັງແດ່ ກັບໃຜ ຕອນໃດ ເພາະຄືທີ່ບອກວ່າ ບໍ່ມີເວລາຫວ່າງຂະໜາດນັ້ນ. ສ່ວນການເອົາມາເຜີຍແຜ່ຕໍ່ສາທາລະນະຊົນນັ້ນ ແມ່ນແນ່ນອນຢູ່ແລ້ວວ່າບໍ່ເຮັດ ຍົກເວັ້ນເສຍແຕ່ຈະເປັນຫຼັງໄມຂອງໂຕເອງ -_-'

ຖາມ: ຂ້ອຍສ້າງກະທູ້ນີ້ຂື້ນມາເພື່ອ ຢາກຖາມຂໍ້ຂ້ອງໃຈຊື່ຯຯ ເພາະຂ້ອຍໄດ້ເຫັນຫຼາຍຄົນລົມກັນໃນເລື່ອງນີ້ ແລ້ວກະມີສະມາຊິກທີ່ລຶບໂຕເອງອອກຈາກພັນລາວ
ຫຼາຍຄົນເຂົາເວົ້າວ່າ ຢູ່ພັນລາວບໍ່ສາມາດຮັກສາຄວາມລັບຂອງໂຕເອງໄດ້ ເພາະມີຄົນລ້ວງຂໍ້ມູນຢູ່ທາງຫຼັງໄມ ແມ່ນແທ້ບໍ່..
ແລ້ວກະຢາກໃຫ້ພວກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ຂ່າວແດ່ ວ່າຂ່າວນີ້ບໍ່ແມ່ນຄວາມຈິງແມ່ນບໍ່

ຕອບ: ຫຼາຍຄົນລຶບໂຕເອງອອກ ກໍດ້ວຍຫຼາຍສາເຫດ ບາງຄົນກໍບໍ່ໄດ້ຫຼິ້ນແລ້ວ ກໍເລີຍລຶບກໍມີ ບາງຄົນລຶບເພາະຈະສ້າງໂປຣໄຟລ໌ໃໝ່ກໍມີ ບາງຄົນຖືກໝູ່ລຶບໃຫ້ກໍມີ ບາງຄົນຜິດກັບສະມາຊິກຄົນອື່ນ ກໍເລີຍຢາກລຶບອອກກໍມີ ແຕ່ວ່າລຶບຍ້ອນບໍ່ມັກຫຼິ້ນເວັບນີ້ນັ້ນ ກໍມີຄືກັນ ເພາະທຸກເວັບກໍມີກົດລະບຽບຂອງໃຜລາວທີ່ແຕກຕ່າງກັນ ຄົນທີ່ຢູ່ບໍ່ໄດ້ ເຂົາກໍໄປ ເພາະບໍ່ໄດ້ບັງຄັບໃຫ້ຕ້ອງຫຼິ້ນ ຫຼືຕ້ອງຢູ່ ຄົນທີ່ຢູ່ ແມ່ນຢູ່ດ້ວຍຄວາມພໍໃຈ ພໍໃຈທີ່ຈະຢູ່ ພໍໃຈທີ່ຈະຫຼິ້ນ

ເວັບໄຊນີ້ເດີມທີແລ້ວຖືກສ້າງຂຶ້ນມາເພື່ອໃຫ້ພວກເຮົາຄົນລາວທຸກຄົນ ໄດ້ລົມກັນ ສົນທະນາກັນ ແລກປ່ຽນຄຳເຫັນກັນ ເປັນພາສາລາວ ເນື່ອງຈາກໃນເວລານັ້ນ (ປະມານ 6 ປີກ່ອນ) ເວັບໄຊສ່ວນໃຫຍ່ຍັງບໍ່ແມ່ນເປັນພາສາລາວເທື່ອ ຫຼາຍຄົນໃຊ້ພາສາໄທ ແລະພາສາທີ່ເປັນ Karaoke​ ໃນການຕິດຕໍ່ສື່ສານກັນ ຈຶ່ງເກີດເປັນຄວາມຕັ້ງໃຈໃຫ້ຂ້າພະເຈົ້າເຮັດເວັບໄຊນີ້ຂຶ້ນມາ ໂດຍບໍ່ຄິດສະແຫວງຫາກຳໄລໃດໆ ທັງສິ້ນ ແລະທຸກເດືອນກໍຕ້ອງຄວັກກະເປົາໂຕເອງອອກມາຈ່າຍເດືອນລະເກືອບສອງລ້ານກີບ ເພື່ອໃຫ້ມັນດຳເນີນຕໍ່ໄປໄດ້ຕະຫຼອດໄລຍະ 6 ປີທີ່ຜ່ານມາ... ຢາກໃຫ້ທຸກຄົນເຂົ້າໃຈ ວ່າເວັບໄຊນີ້ ເຮັດຂຶ້ນມາດ້ວຍຄວາມມີເຈດຕະນາອັນດີ ແລະມີຄວາມຮັກໃນເວັບໄຊນີ້ ດັ່ງນັ້ນ ຈຶ່ງປາສະຈາກບໍ່ໄດ້ທີ່ຈະຕ້ອງມີກົດລະບຽບຕ່າງໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ ແລະບໍ່ເປັນລະບຽບພາຍໃນເວັບ...

ດ້ວຍຄວາມຮັກແພງ!
ນິນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໂດຍປົກກະຕິແລ້ວ ຈະບໍ່ເບິ່ງຫຼັງໄມຂອງໃຜ ເພາະບໍ່ມີເວລາຫວ່າງຂະໜາດນັ້ນ ແລ້ວກໍບໍ່ສົນໃຈຈະເບິ່ງ
ດ້ວຍຄວາມຮັກແພງ!
ນິນ

ແມ່ນຄວາມປະທານ ນິນ, ໃຜຈະມີເວລາຫວ່າງໄປຈອບອ່ານເຂົາເຈົ້າຈີບກັນປານນັ້ນ

ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເວັບໄຊນີ້ເດີມທີແລ້ວຖືກສ້າງຂຶ້ນມາເພື່ອໃຫ້ພວກເຮົາຄົນລາວທຸກຄົນ ໄດ້ລົມກັນ ສົນທະນາກັນ ແລກປ່ຽນຄຳເຫັນກັນ ເປັນພາສາລາວ ເນື່ອງຈາກໃນເວລານັ້ນ (ປະມານ 6 ປີກ່ອນ) ເວັບໄຊສ່ວນໃຫຍ່ຍັງບໍ່ແມ່ນເປັນພາສາລາວເທື່ອ ຫຼາຍຄົນໃຊ້ພາສາໄທ ແລະພາສາທີ່ເປັນ Karaoke​ ໃນການຕິດຕໍ່ສື່ສານກັນ ຈຶ່ງເກີດເປັນຄວາມຕັ້ງໃຈໃຫ້ຂ້າພະເຈົ້າເຮັດເວັບໄຊນີ້ຂຶ້ນມາ ໂດຍບໍ່ຄິດສະແຫວງຫາກຳໄລໃດໆ ທັງສິ້ນ ແລະທຸກເດືອນກໍຕ້ອງຄວັກກະເປົາໂຕເອງອອກມາຈ່າຍເດືອນລະເກືອບສອງລ້ານກີບ ເພື່ອໃຫ້ມັນດຳເນີນຕໍ່ໄປໄດ້ຕະຫຼອດໄລຍະ 6 ປີທີ່ຜ່ານມາ... ຢາກໃຫ້ທຸກຄົນເຂົ້າໃຈ ວ່າເວັບໄຊນີ້ ເຮັດຂຶ້ນມາດ້ວຍຄວາມມີເຈດຕະນາອັນດີ ແລະມີຄວາມຮັກໃນເວັບໄຊນີ້ ດັ່ງນັ້ນ ຈຶ່ງປາສະຈາກບໍ່ໄດ້ທີ່ຈະຕ້ອງມີກົດລະບຽບຕ່າງໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ ແລະບໍ່ເປັນລະບຽບພາຍໃນເວັບ...

ດ້ວຍຄວາມຮັກແພງ!
ນິນ

ອັນນີ້ເປັນຕາອິຕົນອະ

ແຕ່ວ່າ ຖ້າທ່ານປະທານ ນິນ ຕັ້ງໃຈເປີດກວ້າງຮັບການໂຄສະນາ, ຄິດວ່າຕ້ອງມີຫຼາຍພາກສ່ວນຢາກລົງໂຄສະນາແນ່ນອນ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ສາວພາບໍ່ໄດ້ໂຄສະນາບໍລິຈາກຕື່ມຫວະ?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຂໍຂອບໃຈຜູ້ອຳນວຍການເບີ່ງແຍງເວັບບອດ ທີ່ມາຊີ້ແຈງ....555ຂ້ອຍບໍ່ມີຄວາມລັບຫຍັງ ນອກຈາກຂໍເບີຜູ້ສາວ...55555

ຊູມຊົນຄົນຮັກສາຍຂອງ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂ້ອຍກາບໍ່ໄດ້ມີຄວາມລັບຫຍັງ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ສະເໜີຜູ້ເບິ່ງແຍງເວັບນີ້ປັບປຸງແດ່ເດີ້ເວັບຊ້າຫລາຍ ແຖມບາງກະທູ້ລະເມີດກົດລະບຽບໄປກໍ່ມີຫລາຍກະທູ້ ຕັ້ງກົດລະບຽບມາແລ້ວບໍ່ປະຕິບັດແລ້ວຈະມີກົດມາໄວ້ເຮັດຫຍັງນໍ້....

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ສາວພາບໍ່ໄດ້ໂຄສະນາບໍລິຈາກຕື່ມຫວະ?

ໂຄສະນາຫຼາຍເທື່ອແລ້ວນະ ແຕ່ຄົນສົນໃຈບໍລິຈາກຊ່ວຍກໍ່ໜ້ອຍ ຄິດວ່າ ຖ້າມີເງິນຊິບໍລິຈາກໃສ່ອີກ ແລ້ວ ຈັ່ງໂຄສະນາຊ່ວຍກັນບໍລິຈາກອີກເນາະ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ສະເໜີຜູ້ເບິ່ງແຍງເວັບນີ້ປັບປຸງແດ່ເດີ້ເວັບຊ້າຫລາຍ ແຖມບາງກະທູ້ລະເມີດກົດລະບຽບໄປກໍ່ມີຫລາຍກະທູ້ ຕັ້ງກົດລະບຽບມາແລ້ວບໍ່ປະຕິບັດແລ້ວຈະມີກົດມາໄວ້ເຮັດຫຍັງນໍ້....

ເວບຕອນນີ້ຄືວ່າໄວຂຶ້ນຫຼາຍເຕີບລະເດ ອັນຜູ້ຜິດລະບຽບ ທີ່ຍັງຮູ້ບໍ່ເທົ່າເຖິງ ກໍ່ຍ່ອນຍານກັນໄດ້ຕິເນາະ ແຕ່ຖ້າຜິດແລ້ວຜິດອີກ ຜິດຊ້ຳໆ ໂດຍທຳທ່າຜິດ ຄືຊິບໍ່ໄດ້ເນາະແບບນັ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ສະເໜີຜູ້ເບິ່ງແຍງເວັບນີ້ປັບປຸງແດ່ເດີ້ເວັບຊ້າຫລາຍ ແຖມບາງກະທູ້ລະເມີດກົດລະບຽບໄປກໍ່ມີຫລາຍກະທູ້ ຕັ້ງກົດລະບຽບມາແລ້ວບໍ່ປະຕິບັດແລ້ວຈະມີກົດມາໄວ້ເຮັດຫຍັງນໍ້....

ຂອບໃຈສຳລັບຂໍສະເໜີແນະ

ເລື່ອງເວັບຊ້າ ຈະພະຍາຍາມປັບປຸງຕື່ມ ສ່ວນເລື່ອງກະທູ້ລະເມີດກົດລະບຽບ ສາມາດແຈ້ງໄດ້ໃນ http://punlao.com/webboard/topic/3/index/288147 ເດີ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ພໍດີເຫັນມື້ວານ ກໍເລີຍແວ່ມາຕອບໃຫ້

ຖາມ: ຜູ້ຄຸມເວັບພັນລາວເພີ່ນມີຈັນຍາບັນພໍບໍ່ ທີ່ເພີ່ນຈະປົກປິດ ຂໍ້ຄວາມຫຼັງໄມຂອງສະມາຊິກພັນລາວແລະບໍ່ລ້ວງຂໍ້ມູນສ່ວນຕົວຂອງສະມາຊິກທຸກຄົນ
ຫຼືບໍ່ກະບໍ່ເອົາມາເຜີຍແຜ່ຕໍ່ສາທາລະນະຊົນ

ຕອບ: ໂດຍປົກກະຕິແລ້ວ ຈະບໍ່ເບິ່ງຫຼັງໄມຂອງໃຜ ເພາະບໍ່ມີເວລາຫວ່າງຂະໜາດນັ້ນ ແລ້ວກໍບໍ່ສົນໃຈຈະເບິ່ງ ແຕ່ຖ້າມີກໍລະນີເກີດຂຶ້ນ ເຊັ່ນວ່າ ການວິວາດ ຫຼືການແຈ້ງເຂົ້າມາໂດຍສະມາຊິກ ໃຫ້ກວດສອບຄວາມຜິດປົກກະຕິ ເຊັ່ນວ່າມີການສົ່ງຂໍ້ຄວາມກັ່ນແກ້ງກັນ ໃສ່ຮ້າຍປ້າຍສີ ດ່າທໍ ດູໝິ່ນ ເວົ້າຫຍາບຄາຍ ຫຼື SPAM ກໍຈຳເປັນໄດ້ກວດເບິ່ງເພື່ອຄວາມແນ່ໃຈ ແລ້ວກໍກວດສະເພາະອັນທີ່ເປັນບັນຫາ ບໍ່ໄດ້ເຂົ້າໄປອ່ານທຸກອ່ານວ່າເຂົາລົມຫຍັງແດ່ ກັບໃຜ ຕອນໃດ ເພາະຄືທີ່ບອກວ່າ ບໍ່ມີເວລາຫວ່າງຂະໜາດນັ້ນ. ສ່ວນການເອົາມາເຜີຍແຜ່ຕໍ່ສາທາລະນະຊົນນັ້ນ ແມ່ນແນ່ນອນຢູ່ແລ້ວວ່າບໍ່ເຮັດ ຍົກເວັ້ນເສຍແຕ່ຈະເປັນຫຼັງໄມຂອງໂຕເອງ -_-'

ຖາມ: ຂ້ອຍສ້າງກະທູ້ນີ້ຂື້ນມາເພື່ອ ຢາກຖາມຂໍ້ຂ້ອງໃຈຊື່ຯຯ ເພາະຂ້ອຍໄດ້ເຫັນຫຼາຍຄົນລົມກັນໃນເລື່ອງນີ້ ແລ້ວກະມີສະມາຊິກທີ່ລຶບໂຕເອງອອກຈາກພັນລາວ
ຫຼາຍຄົນເຂົາເວົ້າວ່າ ຢູ່ພັນລາວບໍ່ສາມາດຮັກສາຄວາມລັບຂອງໂຕເອງໄດ້ ເພາະມີຄົນລ້ວງຂໍ້ມູນຢູ່ທາງຫຼັງໄມ ແມ່ນແທ້ບໍ່..
ແລ້ວກະຢາກໃຫ້ພວກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ຂ່າວແດ່ ວ່າຂ່າວນີ້ບໍ່ແມ່ນຄວາມຈິງແມ່ນບໍ່

ຕອບ: ຫຼາຍຄົນລຶບໂຕເອງອອກ ກໍດ້ວຍຫຼາຍສາເຫດ ບາງຄົນກໍບໍ່ໄດ້ຫຼິ້ນແລ້ວ ກໍເລີຍລຶບກໍມີ ບາງຄົນລຶບເພາະຈະສ້າງໂປຣໄຟລ໌ໃໝ່ກໍມີ ບາງຄົນຖືກໝູ່ລຶບໃຫ້ກໍມີ ບາງຄົນຜິດກັບສະມາຊິກຄົນອື່ນ ກໍເລີຍຢາກລຶບອອກກໍມີ ແຕ່ວ່າລຶບຍ້ອນບໍ່ມັກຫຼິ້ນເວັບນີ້ນັ້ນ ກໍມີຄືກັນ ເພາະທຸກເວັບກໍມີກົດລະບຽບຂອງໃຜລາວທີ່ແຕກຕ່າງກັນ ຄົນທີ່ຢູ່ບໍ່ໄດ້ ເຂົາກໍໄປ ເພາະບໍ່ໄດ້ບັງຄັບໃຫ້ຕ້ອງຫຼິ້ນ ຫຼືຕ້ອງຢູ່ ຄົນທີ່ຢູ່ ແມ່ນຢູ່ດ້ວຍຄວາມພໍໃຈ ພໍໃຈທີ່ຈະຢູ່ ພໍໃຈທີ່ຈະຫຼິ້ນ

ເວັບໄຊນີ້ເດີມທີແລ້ວຖືກສ້າງຂຶ້ນມາເພື່ອໃຫ້ພວກເຮົາຄົນລາວທຸກຄົນ ໄດ້ລົມກັນ ສົນທະນາກັນ ແລກປ່ຽນຄຳເຫັນກັນ ເປັນພາສາລາວ ເນື່ອງຈາກໃນເວລານັ້ນ (ປະມານ 6 ປີກ່ອນ) ເວັບໄຊສ່ວນໃຫຍ່ຍັງບໍ່ແມ່ນເປັນພາສາລາວເທື່ອ ຫຼາຍຄົນໃຊ້ພາສາໄທ ແລະພາສາທີ່ເປັນ Karaoke​ ໃນການຕິດຕໍ່ສື່ສານກັນ ຈຶ່ງເກີດເປັນຄວາມຕັ້ງໃຈໃຫ້ຂ້າພະເຈົ້າເຮັດເວັບໄຊນີ້ຂຶ້ນມາ ໂດຍບໍ່ຄິດສະແຫວງຫາກຳໄລໃດໆ ທັງສິ້ນ ແລະທຸກເດືອນກໍຕ້ອງຄວັກກະເປົາໂຕເອງອອກມາຈ່າຍເດືອນລະເກືອບສອງລ້ານກີບ ເພື່ອໃຫ້ມັນດຳເນີນຕໍ່ໄປໄດ້ຕະຫຼອດໄລຍະ 6 ປີທີ່ຜ່ານມາ... ຢາກໃຫ້ທຸກຄົນເຂົ້າໃຈ ວ່າເວັບໄຊນີ້ ເຮັດຂຶ້ນມາດ້ວຍຄວາມມີເຈດຕະນາອັນດີ ແລະມີຄວາມຮັກໃນເວັບໄຊນີ້ ດັ່ງນັ້ນ ຈຶ່ງປາສະຈາກບໍ່ໄດ້ທີ່ຈະຕ້ອງມີກົດລະບຽບຕ່າງໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ ແລະບໍ່ເປັນລະບຽບພາຍໃນເວັບ...

ດ້ວຍຄວາມຮັກແພງ!
ນິນ

ຂໍຂອບໃຈຫຼາຍຯເດີທ່ານນິນທີ່ສະຫຼະເວລາມາແກ້ຂໍ້ຂ້ອງໃຈໃຫ້ສະມາຊິກພັນລາວທຸກຄົນໄດ້ເຂົ້າໃຈ ຂອບໃຈຫຼາຍຯ
ດ້ວຍຄວາມນັບຖືຄືກັນ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
au8ust ລາວເປັນໃຜ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
au8ust ລາວເປັນໃຜ

ເປັນເຈົ້າຂອງເວບພັນລາວນີ້ລະ ເຈົ້າບໍ່ຮູ້ຫວາ?

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄວາມລັບໃຫ້ລ້ວງດອກ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ບໍ່ມີຄວາມລັບໃຫ້ລ້ວງດອກ

ແມ່ນບໍ່ເຈ້

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ບໍ່ມີຄວາມລັບໃຫ້ລ້ວງດອກ

ແມ່ນບໍ່ເຈ້

ແມ່ນແທ້ແນ່ນອນ
ຢາກຮູ້ຫຍັງກະຖາມມາໂລດຫຼ້າ

໗ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ພໍດີເຫັນມື້ວານ ກໍເລີຍແວ່ມາຕອບໃຫ້

ຖາມ: ຜູ້ຄຸມເວັບພັນລາວເພີ່ນມີຈັນຍາບັນພໍບໍ່ ທີ່ເພີ່ນຈະປົກປິດ ຂໍ້ຄວາມຫຼັງໄມຂອງສະມາຊິກພັນລາວແລະບໍ່ລ້ວງຂໍ້ມູນສ່ວນຕົວຂອງສະມາຊິກທຸກຄົນ
ຫຼືບໍ່ກະບໍ່ເອົາມາເຜີຍແຜ່ຕໍ່ສາທາລະນະຊົນ

ຕອບ: ໂດຍປົກກະຕິແລ້ວ ຈະບໍ່ເບິ່ງຫຼັງໄມຂອງໃຜ ເພາະບໍ່ມີເວລາຫວ່າງຂະໜາດນັ້ນ ແລ້ວກໍບໍ່ສົນໃຈຈະເບິ່ງ ແຕ່ຖ້າມີກໍລະນີເກີດຂຶ້ນ ເຊັ່ນວ່າ ການວິວາດ ຫຼືການແຈ້ງເຂົ້າມາໂດຍສະມາຊິກ ໃຫ້ກວດສອບຄວາມຜິດປົກກະຕິ ເຊັ່ນວ່າມີການສົ່ງຂໍ້ຄວາມກັ່ນແກ້ງກັນ ໃສ່ຮ້າຍປ້າຍສີ ດ່າທໍ ດູໝິ່ນ ເວົ້າຫຍາບຄາຍ ຫຼື SPAM ກໍຈຳເປັນໄດ້ກວດເບິ່ງເພື່ອຄວາມແນ່ໃຈ ແລ້ວກໍກວດສະເພາະອັນທີ່ເປັນບັນຫາ ບໍ່ໄດ້ເຂົ້າໄປອ່ານທຸກອ່ານວ່າເຂົາລົມຫຍັງແດ່ ກັບໃຜ ຕອນໃດ ເພາະຄືທີ່ບອກວ່າ ບໍ່ມີເວລາຫວ່າງຂະໜາດນັ້ນ. ສ່ວນການເອົາມາເຜີຍແຜ່ຕໍ່ສາທາລະນະຊົນນັ້ນ ແມ່ນແນ່ນອນຢູ່ແລ້ວວ່າບໍ່ເຮັດ ຍົກເວັ້ນເສຍແຕ່ຈະເປັນຫຼັງໄມຂອງໂຕເອງ -_-'

ຖາມ: ຂ້ອຍສ້າງກະທູ້ນີ້ຂື້ນມາເພື່ອ ຢາກຖາມຂໍ້ຂ້ອງໃຈຊື່ຯຯ ເພາະຂ້ອຍໄດ້ເຫັນຫຼາຍຄົນລົມກັນໃນເລື່ອງນີ້ ແລ້ວກະມີສະມາຊິກທີ່ລຶບໂຕເອງອອກຈາກພັນລາວ
ຫຼາຍຄົນເຂົາເວົ້າວ່າ ຢູ່ພັນລາວບໍ່ສາມາດຮັກສາຄວາມລັບຂອງໂຕເອງໄດ້ ເພາະມີຄົນລ້ວງຂໍ້ມູນຢູ່ທາງຫຼັງໄມ ແມ່ນແທ້ບໍ່..
ແລ້ວກະຢາກໃຫ້ພວກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ຂ່າວແດ່ ວ່າຂ່າວນີ້ບໍ່ແມ່ນຄວາມຈິງແມ່ນບໍ່

ຕອບ: ຫຼາຍຄົນລຶບໂຕເອງອອກ ກໍດ້ວຍຫຼາຍສາເຫດ ບາງຄົນກໍບໍ່ໄດ້ຫຼິ້ນແລ້ວ ກໍເລີຍລຶບກໍມີ ບາງຄົນລຶບເພາະຈະສ້າງໂປຣໄຟລ໌ໃໝ່ກໍມີ ບາງຄົນຖືກໝູ່ລຶບໃຫ້ກໍມີ ບາງຄົນຜິດກັບສະມາຊິກຄົນອື່ນ ກໍເລີຍຢາກລຶບອອກກໍມີ ແຕ່ວ່າລຶບຍ້ອນບໍ່ມັກຫຼິ້ນເວັບນີ້ນັ້ນ ກໍມີຄືກັນ ເພາະທຸກເວັບກໍມີກົດລະບຽບຂອງໃຜລາວທີ່ແຕກຕ່າງກັນ ຄົນທີ່ຢູ່ບໍ່ໄດ້ ເຂົາກໍໄປ ເພາະບໍ່ໄດ້ບັງຄັບໃຫ້ຕ້ອງຫຼິ້ນ ຫຼືຕ້ອງຢູ່ ຄົນທີ່ຢູ່ ແມ່ນຢູ່ດ້ວຍຄວາມພໍໃຈ ພໍໃຈທີ່ຈະຢູ່ ພໍໃຈທີ່ຈະຫຼິ້ນ

ເວັບໄຊນີ້ເດີມທີແລ້ວຖືກສ້າງຂຶ້ນມາເພື່ອໃຫ້ພວກເຮົາຄົນລາວທຸກຄົນ ໄດ້ລົມກັນ ສົນທະນາກັນ ແລກປ່ຽນຄຳເຫັນກັນ ເປັນພາສາລາວ ເນື່ອງຈາກໃນເວລານັ້ນ (ປະມານ 6 ປີກ່ອນ) ເວັບໄຊສ່ວນໃຫຍ່ຍັງບໍ່ແມ່ນເປັນພາສາລາວເທື່ອ ຫຼາຍຄົນໃຊ້ພາສາໄທ ແລະພາສາທີ່ເປັນ Karaoke​ ໃນການຕິດຕໍ່ສື່ສານກັນ ຈຶ່ງເກີດເປັນຄວາມຕັ້ງໃຈໃຫ້ຂ້າພະເຈົ້າເຮັດເວັບໄຊນີ້ຂຶ້ນມາ ໂດຍບໍ່ຄິດສະແຫວງຫາກຳໄລໃດໆ ທັງສິ້ນ ແລະທຸກເດືອນກໍຕ້ອງຄວັກກະເປົາໂຕເອງອອກມາຈ່າຍເດືອນລະເກືອບສອງລ້ານກີບ ເພື່ອໃຫ້ມັນດຳເນີນຕໍ່ໄປໄດ້ຕະຫຼອດໄລຍະ 6 ປີທີ່ຜ່ານມາ... ຢາກໃຫ້ທຸກຄົນເຂົ້າໃຈ ວ່າເວັບໄຊນີ້ ເຮັດຂຶ້ນມາດ້ວຍຄວາມມີເຈດຕະນາອັນດີ ແລະມີຄວາມຮັກໃນເວັບໄຊນີ້ ດັ່ງນັ້ນ ຈຶ່ງປາສະຈາກບໍ່ໄດ້ທີ່ຈະຕ້ອງມີກົດລະບຽບຕ່າງໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ ແລະບໍ່ເປັນລະບຽບພາຍໃນເວັບ...

ດ້ວຍຄວາມຮັກແພງ!
ນິນ

ບໍ່ຮູ້ມາກ່ອນວ່າມີການກວດສອບຂໍ້ຄວາມຫຼັງໄມ, ບໍ່ຈື່ວ່າໂຕເອງເວົ້າຫຍັງຫຼັງໄມແນ່ ແຕ່ກໍ່ບໍ່ມີຄວາມລັບຫຍັງຕິເບາະ ອິອິອິ
ແຕ່ກໍ່ຂໍຊົມເຊີຍຜູ້ຄຸມເວັບເດີ້ ທີ່ເສຍສະຫຼະເພື່ອໃຫ້ມີເວັບດີໆໃຫ້ພວກເຮົາໄດ້ມາແບ່ງປັນຄຳເຫັນ, ໃຫ້ຂ້ອຍໄດ້ມາຝອຍ, ມາຈົ່ມທຸກມື້ ອິອິອິ
ເອົາເປັນວ່າຂ້ອຍສິບໍລິຈາກຊ່ວຍຈັກ 50.000 ພັນກີບຕໍ່ເດືອນເດີ ແຮະ ແຮະ

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...

ເວົ້າລະເຮັດໄດ້ບໍຫັ້ນ ຖ້າເຮັດບໍ່ໄດ້ລະຢ່າເວົ້າ ຖ້າເຮັດລະບໍລິຈາກຂ້ອຍນຳແນ່ ອິອິອິ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ໂຫຫຫຫຫ ....... ຊັ້ນຂ້ອຍລັກບອກຮັກສາວຄົນໄດໃນພັນລາວກະເຈົ້າກະຮູ້ຈັກຫມົດລະຕີ