ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂ້ອຍຜິດຫຼື ທີ່ເປັນພະຍາດໂອທິສຕິກ

໕ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ານ້ອຍຢາກຖາມປະຊາຊົນຊາວລາວບັນດາເຜົ່າວ່າ ການທີ່ຂ້ານ້ອຍເປັນຜູ້ພິການທາງຈິດ ຜູ້ຖືກຮັບການປິ່ນປົວພະຍາດໂອທິສຕິກ ຫຼື ພະຍາດບ້າໃບ້ເສຽຈິດ... ແຕ່ກຼັບມີຄວາມເກັ່ງກາດ ຄວາມສະຫຼາດຫຼັກແຫຼມ ທາງດ້ານພາສາ ສາມາດອ່ານຂຽນພາສາຕ່າງໆໄດ້ຫຼາຍພາສາ ເປັນເຣື້ອງບໍ່ດີຊັ້ນຫວາ??? ທີ່ຂ້ານ້ອຍຖາມ ຍ້ອນວ່າ ຂ້ານ້ອຍເປັນຄົນໄທຽ ແຕ່ກຼັບຖືກຄົນໄທຽດ້ວຍກັນ ບູລລີ່ ບູລລີ່ ບູລລີ່ ບູລລີ່ ບູລລີ່ໆໆໆໆໆໆໆໆໆໆ ແລະ ບູລລີ່ ມາຕະຫຼອດຊີວິດ ຂ້ອຍຜິດຫວາ ທີ່ສະຫຼາດເກີນໜ້າເກິນຕາໝູ່... ຂ້ອຍຮູ້ສຶກວ່າ ຊີວິດຂອງຂ້ອຍຮູ້ສຶກເຈັບແສບຕະຫຼອດມາ ເວລາໂອ້ລົມກັບຄົນໄທຽດ້ວຍກັນ ແຕ່ກຼັບຖືກເອີ້ນວ່າ ເປັນຜີບ້າຜີບໍ ເປັນເດັກປັນຍາອ່ອນ ໆລໆ ຂ້ອຍບໍ່ຢາກເກີດເປັນຄົນໄທຽເລີຍ ຮູ້ສຶກວ່າ ການເປັນຄົນໄທຽ ມັນບໍ່ມີສັກສີຫຍັງ ເຖິິງແມ່ນວ່າຂ້ານ້ອຍ ຈະຢູ່ໃນແຜ່ນດີນໄທຽ ແຕ່ຄວາມຮູ້ສຶກເໝືອນຄົນໄທຽທຸກຄົນບໍ່ເປັນມິດກັບຂ້ອຍເລີຍ ຂ້ອຍຢາກຮູ້ວ່າ ຄົນລາວຄຶດແນວໃດກັບເຣື້ອງນີ້ ໂດຍສະເພາະ ເຣື້ອງທີ່ຂ້ານ້ອຍເປັນພະຍາດບ້າໃບ້ເສຽຈິດ ແລະ ເຣື້ອງທີ່ຂ້ານ້ອຍເປັນຄົນໄທຽ ເປັນຕົ້ນ

໕ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Nhaddhakitty2024 ຂຽນວ່າ...

໑ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ເຈົ້າບໍ່ຜິດດອກ
ຄັນວ່າຜິດກະແມ່ນຜິດທີ່ບ່ອນເຈົ້າຢູ່ຫັນແຫລະ
ຢູ່ກັບພວກຄົນແນວນັ້ນ ມັນກະລຸມກັນບູ່ລີ້
ໄປຫາຢູ່ບ່ອນທີ່ມັນຈະເລີນຈະເລີນຫັ້ນ ເລື່ອງນີ້ຈະບໍ່ເກີດຂຶ້ນຕິ

໒ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ການທີ່ເຮົາເລືອກເກີດບໍ່ໄດ້ແລ້ວເຮົາເກີດມາເປັນຜູ້ໃດໜຶ່ງທີ່ເປັນຕົວເຮົາເອງ ເຮົາບໍ່ຜິດ ທຸກຄົນມີສັກສີເທົ່າທຽມກັນແຕ່ຂ້ອຍຄິດວ່າຄົນທີ່ຜິດຄືແມ່ຜູ້ຖືພາເຮົາບໍ່ດູແລເຮົາເພາະອໍທິສຕິກຕາມທີ່ຮູ້ຈັກມາແມ່ນອາດເກີດຈາກການຖືພາພ້ອມໃຊ້ຜະລິດຕະພັນຮັກສາຮ່າງກາຍໄປພ້ອມກັນແລະອີກຢ່າງກໍຄື ຕອນຍັງນ້ອຍເກີດມາໃໝ່ໆໃຫ້ລູກຫຼິ້ນແຕ່ໂທລະສັບບໍ່ສາມາດພັດທະນາສະໝອງທັນຜູ້ອື່ນ

ເປັນຫຍັງແຕ່ລະປີຂອງເດືອນກຸມພາຈຶ່ງມີວັນບໍ່ເທົ່າກັນ?
ທ່ານອາດງົງແມ່ນບໍ່ວ່າປີໜຶ່ງມີ28ມື້ແລະອີກປີມີ29ມື້ ? ຂ້າພະເຈົ້າໄດ້ຫາຂໍ້ມູນມາໃຫ້ແລ້ວ
ຕອບ:
ໄລຍະເວລາທີ່ໂລກໂຄຈອນຮອບດວງອາທິດ 1 ຮອບຄື 365,24224 ມື້ ຖ້າປີໃດທີ່ເດືອນກຸມພາມີ 28 ມື້ ປີນັ້ນຈະມີຈຳນວນມື້ແມ່ນ 365 ມື້ ເຊິ່ງມັນຈະຂາດໄປ 0,24224 ມື້ ຖ້າປີໃດເດືອນກຸມພາມີ 29ມື້ ປີນັ້ນກໍຈະມີຈຳນວນມື້ແມ່ນ 366 ມື້ ແລະມັນກໍເກີນໄປ 0,24224 ມື້ ດັ່ງນັ້ນ ເພື່ອງ່າຍແກ່ການເພີ່ມຫຼືຫຼຸດໄລຍະເວລາທີ່ຂາດຫຼືເກີນໄປ ຈຶ່ງກຳນົດໃຫ້ 1 ປີມີ 365 ມື້ ສ່ວນທີ່ຂາດໄປປີລະ 0,24224 ມື້ນັ້ນ(ປະມານ6ຊົ່ວໂມງ) ກໍທົດໄວ້ຈົນຄົບຮອບ 4 ປີ ກໍຈະໄດ້ອີກໜຶ່ງມື້

ດັ່ງນັ້ນ,ຈຶ່ງເພີ່ມເຂົ້າໃນເດືອນກຸມພາ ຈາກ 28 ມື້ ເປັນ 29 ມື້ ເອີ້ນວ່າ: ອະທິກະສຸນທິນ (ວັນເກີນ) ວິທີການຄຳນວນຫາເດືອນກຸມພາມີ 29 ມື້ ງ່າຍໆ ເອົາປີ ຄ.ສຕັ້ງ ຫານດ້ວຍ 4 ລົງຕົວ (ບໍ່ມີເສດ ປີນັ້ນ ເດືອນກຸມພາຈະມີ 29 ມື້ )