ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຊີນຮ່ວມແຕ່ງເລື່ອງ"ດອນຊິງຊູ້"ຊ່ວຍກັນເດີ້ !

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ໃຫ້ແຕ່ລະຄົນແຕ່ງເລື່ອງຕໍ່ຈາກຜູ້ຢູ່ທາງເທິງ ຜູ້ລະເລັກລະໜ້ອຍ(ແຖວ2ແຖວ) ໂດຍມີເນື້ອເລື່ງຕາມໃຈ ແຕ່ຕ້ອງສອດຄ່ອງກັນໃນລະດັບໜຶ່ງ ຕໍ່ໆກັນໄປ... ຟັງເບິ່ງໜ້າສົນໃຈແມ່ນບໍ່ ຊັ້ນເຮົາມາເລີ່ມກັນເລີຍ!ກາລະຄັ້ງໜຶ່ງນານມາແລ້ວ ຍັງມີໝູ່ບ້ານແຫ່ງໜຶ່ງທີ່ມີຊື່ວ່າ: ດອນຊິງຊູ້ ເຊິ່ງຕັ້ງຢູ່ກາງແມ່ນຳສາຍໃຫຍ່ສາຍໜຶ່ງ,ໝູ່ບ້ານແຫ່ງນີ້ມີຄວາມສະຫງົບສຸກດີຕະຫຼອດມາ. ຈົນມາວັນໜຶ່ງ ມີຊາຍໜຸ່ມແປກໜ່າມາທີ່ໝູ່ບ້ານ...

Sin tu amor en mi vida, mi vida no se
como podre yo vivir

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນໍ່

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
.... ນາມວ່າ ຄຈດ ເປັນຄົນໃຈດີ ແຈກເສື້ອຟຣີແກ່ທຸກຄົນໃນຫມູ່ບ້ານ, ຄົນໃນຫມູ່ບ້ານພັດບໍ່ນຸ່ງເສື້ອ (ຜູ່ຍິງຂະເຈົ້າໃສ່ ສາຍດ່ຽວກັນຫມົດ ກັກໆ) ລາວເລີຍ...

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ລາວເລືຍ.......ເລີ່ມອອກຄວາມຄິດໃໝ່ ຈາກທີ່ຈະແຈກເສື້ອຟຼີ ກາຍມາເປັນການພາທຸກຄົນໃນໝູ່ບ້ານ ມາກິນເຂົ້າສາມັກຄີຢູ່ເຮືອນລາວ (ເຮືອນ ຄຈດ ) ພ້ອມກັນນັ້ນກໍ່ຫງ້ຽນເຫຼົ້າຫງຽ້ນເບຍໄປນຳ ເພາະສະນັ້ນຈຶ່ງເຮັດໃຫ້ຫຼາຍຄົນເລີ່ມເມົາ ແລະ ກໍ່ເມົາ ຫຼັງຈາກນັ້ນ......................

M99NOY

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1,,,2,,,3,, ມື້ນີ້ໄດ້ຫລາຍກວດເວີຍ ມື້ອື່ນ ປ້າແພງຜູ້ຮັບຊື້ກວດເຫລົ້າກວດເບຍກະຢູ່ບ້ານອີກ ( ສຽງຈົ່ມພຶືມພຳຂອງທ້າວແບ້ງ ອາຊີບເກັບກວດຂາຍ )
ກຳລັງເກັບໄດ້ຫລາຍເຕີບບຶດນື່ງໄດ້ຍິນສຽງຮ້ອງມາໃສ່ວ່າ...ເຮີຍ ແມ່ນໃຜມາເຮັດຫຍັງນະຮື້.!ແລ້ວຕໍ່ຈາກນັ້ນ.......

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ຄົນເກັບແກ້ວຂາຍ “ຂ້ອຍມາເກັບແກ້ວວວວ ມີກ່ະເລີ້“ ແລ້ວ ຕູ້ລີກໍຕອບວ່າ “ ໂອ ຂ້ອຍກ່ະຄິດວ່າເປັນຜູ້ໃດ ເປັນຈັງເດີ້ ມື້ນີ້ເກັບໄດ້ຫຼາຍຢູ່ເບາະ“ ແລ້ວ ທັງສອງຄົນກໍພາກັນສົນທະນາກັນໄປໄດ້ແປບ ໜຶ່ງ ແລ້ວ ທ້າວແບ້ງ ກໍ່ຟ້າວແຍກໂຕໜີເພາະຢູ່ຕໍ່ດຽວມັນຍາວແລະຟ້າວເອົາແກ້ວໄປຂາຍ ຕໍ່ມາ...........................

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຕໍ່ມາ ໃນຂະໜະເອົາແກ້ວໄປຂາຍ ມີໂຈນມາປຸ້ນເອົາຂວດແກ້ວ ແລ້ວກໍ່ທຳຮ້າຍ ທ້າວແບັງ , ທ້າວແບັງແລ່ນໜີ ໂຈນແລ່ນນຳຫວັງຂ້າທ້າວແບັງປິດປາກເພາະລາວ ເຫັນໜ້າ ໂຈນນັ້ນເປັນຄົນຂ້າງເຮືອນລາວ ທ້າວແບັງ ແລ່ນສຸດກຳລັງ ແລ້ວຂາກໍ່ລະດຸດ ........


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສອນເພັດ: ບໍ່ຕາຍບາດນີ້ຊິຕາຍບາດໃດ ແບ້ງ....
ຢຸດ.....ຢຸດກ່ອນ...( ທິດຝອຍ ຫົວໜ້າໂຈນ ສັ່ງຫ້າມ )
ທິດຝອຍເວົ້າຕໍ່: ບໍ່ຕ້ອງຂ້າບັກແບ້ງ ຂ້າມັນກະຊິຕາຍໄປຊື່ໆ ພວກເຈົາຈົ່ງຈັບມັນໄປເຝີກໃຫ້ເປັນໂຈນແລ້ວໃຊ້ໃຫ້ມັນເປັນປະໂຫຍດກ່ວານີ້

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ຂອບໃຈດ່ຽວຫຼາຍໆ ທີ່ເຮັດໃຫ້ກະທູ້ດຳເນີນໄປໄດດ້ວຍດີ (ເປັນໄປຕາມແຜນ!)

Sin tu amor en mi vida, mi vida no se
como podre yo vivir

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ມາກະແລ່ນໜີ ໂອ້ຍບໍ່ແມ່ນ ບໍ່ກ່ຽວກັນລືມໆໆ ອ່ະອ່ະອ່ະ ຕໍ່ມາຫຼັງຈາກທີ່ທ້າວແບ້ງຝຶກວິຊາໂຈນຈົນສຳເລັດແລ້ວ ທ້າວແບ້ງກໍ່ໄດ້ເດີ່ນທາງກັບມາທີ່ໝູ່ບ້ານເດີມທີ່ແຕ່ກ່ອນຕົນໄດ້ເກັບຂວດຂາຍເພື່ອຊອກຫາ ຄຈດ.......


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຂ້ອຍ ເຂົ້າມາ ປູສາດ ລໍຟັງ ຕ່ ,,,, ດຽ໋ວ ເອົາ ກາແຟ ມາກີນນຳກ່ອນ ,,,, 555+++ ກຳລັງ ມ່ວນ

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍ(ໂຈນ)ແບ້ງເຫັນ ຄຈດ ກໍທັກຂື້ນວ່າ... “ເຮີຍສ່ຽວ ເຫັນວ່າຂາຍເສື້ອໄດ້ເງິນຫລາຍກະມາແບ່ງກັນແນ່ຕີ້..” ຄຈດ ຕົກໃຈທີ່ເຫັນແບ້ງທັກແບບນັ້ນ
ແລ້ວໂຈນແບ້ງກໍລອງວິຊາ ດຶງດາບອອກມາແທງ ຄຈດ ດັບອາຫນາດກາງປ່າລະເມາະ...


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍດີກະເອົາໄປໃສ່ແຫຼະ ອີກແລ້ວບໍ່ກ່ຽວກັນອີກແລ້ວ ອ່ະອ່ະອ່ະ ມາເຂົ້າເລື່ອງ: ພໍດີໃນຂະນະທີ່ໂຈນແບ້ງກຳລັງຈະແທງ ຄຈດ ເພື່ອໝາຍຈະເອົາຊີວິດຢູ່ນັ້ນໂຊກດີທີ່ມີຄົນຜ່ານມາສາກ່ອນ, ໂຈນແບ້ງກໍ່ເລີຍບໍ່ກ້າລົງມືພຽງແຕ່ຂູ່ ຄຈດ ໄວ້ວ່າຖ້າເຈົ້າບໍ່ເອົາເງິນທີ່ໄດ້ຈາກການຂາຍເສື້ອນັ້ນມາ.......(ຊ່ວຍຕໍ່ແດ່ ອ່ະອ່ະອ່ະ) ໂອ່ ຄຈດ ເອີ່ຍອີ່ຕົນເຈົ້າແທ້ໆເດ່ເນາະ ແຕ່ຂ້ອຍກະຈຳເປັນຕ້ອງໄດ້ຂຽນເພາະມີກະທູ້ມ່ວນໆແບບນີ້ ອ່ະອ່ະອ່ະອ່ະ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
ດັບອາຫນາດແປວ່າຕາຍແລ້ວ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຈດ ຕາຍລະເລື້ອງກະຈົບໄວແຫຼະເນາະ ບໍ່ຟ້າວໃຫ້ດັບອະນາດເທື່ອ ກະເລີຍວ່າມີຄົນມາຊ່ວຍຫັ້ນນ່າ ອ່ະອ່ະອ່ະອ່ະ ເອົາຕໍ່


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ແມ່ນໆ ທັນ ຄຈດ ຕາຍລະ ເລື່ອງມັນສິໄປມ່ວນ (ບໍ່ເປັນໄປຕາມແຜນ) ຊັ້ນກະເລີຍອະນຸຍາດໃຫ້ເລົາມີຊີວິດຕໍ່ໄປໄດ້ ເຊີນໝູ່ເພື່ອນຄົນຕໍ່ໄປ ແຕ່ງຕໍ່ໄດ້ເລີຍ

Sin tu amor en mi vida, mi vida no se
como podre yo vivir

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຫັຼງຈາກນັ້ນ .... ຄຈດ ( ຄົນໃຈດີ ) ຊີວິດກໍ່ປ່ຽນໄປຢ່າງໜ້າເວດທະນາ.... ກີນບໍ່ໃດ້ , ນອນບໍ່ຫຼັບ , ຄິດຫຼາຍ... ຈາກທີ່ ຊີວິດເຄີຍສຸກສະບາຍ ຂາຍເສື້ອ ຕາມງານວັດ , ເລາະຫຼີ້ນສາວໂຮງງານ ( ເວລາເມົາເບຍ ) .... ສຸດທ້າຍ ຄຈດ ( ຄົນໃຈດີ ) ເລີຍຕັດສີນໃຈໄປປືກສາ Dexzaaa ມະຫາລາດ ນັກເລງໃຫ່ຍ ( ແຕ່ອຳມະພາດຂາທັງສອງຂ້າງ) ເພາະຕົກຕົ້ນໝາກຂາມ .... ທີ່ຂາຍກາແລ້ມແຖວບ້ານ , ເພື່ອຫາວິທີ ຈັດການກັບໂຈນແບ້ງ .....

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງແມ່ນວ່າໃຫ້ຄົນໃຈດີແທ້!!

ຢູ່ດອນຊິງຊູ້ ເປັນຊື່ທີ່ອຳມະຕະແທ້ໆ ກະມາກາຍເປັນດອນໂຜດ ຄຈດ ໄປ!!

ເອົາຈັ່ງຊີ້ກະແລ້ວກັນ,
``ຫນຸ່ມແປກຫນ້າທີ່ມາຂາຍເສື້ອຫັ້ນ..ຂາຍໄປຍ່າງໄປ ກະໄປພໍ້ສາວນ້ອຍຫນ້າຮັກ ສາຍຕາຄົມຫຍາດຍ້ອຍ ກະຄິດມັກ ຕາມນິສັຍຄົນຂາຍເສື້ອ..ແຕ່ບໍ່ຮູ້ວ່ານາງມີໃຜຫມາຍປອງເປັນທີ່ແຫນ້ນແກ່ນແລ້ວແລະກະເປັນເຈົ້າຖິ່ນ ດອນຊິງຊູ້ຫັ້ນ, ກະໃຊ້ລວດລາຍເກັ້ຍກ່ອມ ຈີບຢ່າງບ່າວຈາກແຜ່ນດີນໃຫຍ່...
ແຕ່ບັງເອິນ ເຈົ້າຖິ່ນກາຍມາເຫັນວ່າມີອ້າຍບ່າວໂກ້ເກະ ນຸ່ງຖືປານພະເອກອິເກ ມາຈີບສາວໂຕ ກະ ເຂົ້າໄປ.....``


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ງົງນະທາງລຸ່ມວ່າຈັງໃດແຕ່ງຕໍ່ດຸ

ຂ້ອຍ ແຮງ ບໍ່ແຄສື່


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ໜ້າເດີມື້ນີ້ຄ້ານ


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ເຈົ້າຖິ່ນຄົນນັ້ນເລີຍເຂົ້າໄປຈັບຄໍເສື້ອຄຈດຂຶ້ນເພື່ອ.....ເພື່ອ........ເພື່ອ ເລືອກເບິ່ງໂຕໃດງາມແລ້ວຈຶ່ງຕັດສິນໃຈຊື້ໄປໂຕໜຶ່ງ. ຫຼັງຈາກນັ້ນຈຶ່ງຊ່ວນຄົນຮັກຂອງຕົນກັບບ້ານເພື່ອຈະ...ຈະ...ຈະ....

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
5555

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ ຄຈດ ກະຍັງຄິດເຖິງນາງຄົນນັ້ນຢູ່ ແມ່ນວ່າຈະຈາກໄປ ກັບ ເຈົ້າຖິ່ນ...
ສາວນ້ອຍນັ້ນກະຍັງຮ່ຳຄິດນຳບາວຂາຍເສື້ອ ຄຶກັນ..
ກັບຮອດບ້ານ ຄຈດ ກະເອີ້ນຫມູ່ມາຊຸມຕາມເຄີຍ...ແຕ່ຍັງຄິດຫານາງ ທີ່ດອນຊິງຊູ້ຢູ່...
ຫາແຜນການ ຈັ່ງໃດທີ່ຈະໄດ້ພົບນາງອີກ...
ຄິດໄປຄິດມາ ກະວ່າ ຢາກໄປຊິງເອົາຊູ້ເຂົາເຈົ້າຖິ່ນ...
ແຕ່ວ່າການຜະລິດເສື້ອພັດຫຼຸດລົງຂາຍຍາກ...
ເງິນໄປໃຊ້ບໍ່ໄດ້ ວາງແຜນຈະໄປຊິງເອົາແທ້ໆໆ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ຈາກDexZaaa ເພາະເລື່ອງມັນຕໍ່ເນື່ອງມາແຕ່ຕົ້ນຢູ່ແລ້ວ........
ຄົນໃຈດີເຫັນວ່າ ຖ້າຕົນຈະໄປຂໍຄວາມຊ່ວຍເຫຼືອຈາກDexZaaaລ້າໆກໍ່ບໍ່ເໝາະສົມ
ຈື່ງໄດ້ຊື້ເບຍຕິດມືໄປສອງລັງເພື່ອເປັນຂອງກຳນັນ ເມື່ອໄປຮອດບ້ານDexZaaaທັງສອງ
ກໍ່ໄດ້ປືກສາຫາລືກັນໄປ ທັງດື່ມໄປພ້ອມຄຈດເລົ່າເລື່ອງທຸກຢ່າງໃຫ້DexZaaaຟັງ
ພໍDexZaaaໄດ້ຟັງDexZaaaດ້ວຍຄວາມໃຈນັກເລງ(ແຕ່ພິການຂາທັງສອງຂ້າງ)
ບວກກັບດີກຣີນ້ຳເມົາກໍ່ເກີດຄວາມບໍ່ພໍໃຈ ຈື່ງບອກກັບ ຄຈດວ່າ: ຜາຍ...ບັກດາຍມານຊື່ແບ້ງນິ ອູ້ມກູໄປເຕະປາກມານ
ຈັກບາດແນ່ດຸ.....ຄິດເອົາDexZaaaໂຫດຊ່ຳໃດ ຂະໜາດພິການຂາ ອິໆໆ(ເນື້ອເລື່ອງເດີ້ ຢ່າຈິງຈັງ)

~Vਕਆpïrєی™~

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ເອົາແລ້ວບາດນິ ເນື້ອເລື່ອງກຳລັງເຂັ້ມຂົ້ນ ມີ2ປະເດັນໃຫຍ່ຂຶ້ນມາແລ້ວ 1:ຄຈດ(ພະເອກ?) ຄິດຢາກແກ້ແຄ້ນແບ້ງ 2:ຄຈດ ຫຼົງມັກແຟນເຈົ້າຖິ່ນ ເລື່ອງລາວຕໍ່ໄປຈະເປັນແນວໃດນັ້ນ ເຊີນຕິດຕາມເຊົາກັນໄດ້ເລີຍ (ປລ: ຂໍຂອບໃຈທຸກຄົນທີ່ເສຍສະຫຼະເວລາມາຊ່ວຍແຕ່ງເດີ້ ມີແຕ່ນັກກະວີເອກທັງນັ້ນເລີຍ)

Sin tu amor en mi vida, mi vida no se
como podre yo vivir

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຮ່າໆໆໆໆໆໆໆ godhood ແຕ່ງໄດ້ຕະຫລົກດີເວີ້ຍ

ອັນນີ້ບໍ່ຮູ້ແຕ່ງເດີ້ເຂົ້າມາອ່ານເບິ່ງຊື່ໆ ຄິດວ່າຄືຊິມ່ວນດີ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
.....ແບ໊ງຊາບເຖິງຂ່າວ ວ່າຄຈດແລະ Dekzaaa ຈະມາຕີ ຈຶ່ງໄປປຶກສາກັບຫົວຫນ້າແກ໊ງເກັບຂວດແກ້ວ Panda de Enjoi
ເຊິ່ງທີ່ວ່າອາຊີບເກັບຂວດແກ້ວຂາຍນັ້ນເປັນງານບັງຫນ້າແຕ່ ທີ່ຈິງແລ້ວເປັນ












"ນັກວິໃຈກ່ຽວກັບຄວາມເປັນໄປໄດ້ຂອງເສດເຊື້ອໂຣຄສົ້ນຕີນແຕກຊຳເຮື້ອຂັ້ນສຸດທ້າຍໃນແກ້ວນ້ຳປາກາສີ່ພໍ່ຄົວທີ່ເຮັດກິນບໍ່ເປັນ"
ແພນດ້າ ບອກກັບ ແບ໊ງວ່າ....

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພນດ້າ ບອກກັບ ແບ໊ງວ່າ....ຢ່າຟ້າວກັງວົນໃຈຫຼາຍຈົນເກີນໄປDexZaaa
ເປັນນັກເລງພຽງແຕ່ໃຈເທົ່ານັ້ນ ແຕ່ຮ່າງກາຍບໍ່ໃຫ້ ບໍ່ມີລິດເດດຫຍັງດອກ.... ແຕ່Panda de Enjoi
ປະເມີນຄ່າໃນຄວາມເກົ໋າຂອງDexZaaaນ້ອຍເກີນໄປ............ຕໍ່ດຸ

~Vਕਆpïrєی™~

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
2...3 ມື້ຜ່ານໄປ ຂະນະທີ່ສອງຝ່າຍ ຄືຝ່າຍເດັກຊ່າ+ຄົນໃຈດີ ແລະ ແບ້ງ+ແພນດ້າ ກຳລັງປະເຊີນໜ້າກັນ ຢູ່ທີ່ເສັ້ນທາງແຄມນ້ຳແຫ່ງດອນຊິງນາງ
ໄດ້ມີຍິງສາວຄົນໜຶ່ງ ຮູບຮ່າງໜ້າຕາດີກຳລັງຂີ່ລົດກາຍມາທາງນັ້ນ ດ້ວຍຄວາມຕົກໃຈທີ່ເຫັນຄົນສອງກຸ່ມກຳລັງຈະປະທະກັນ ຈຶ່ງໄດ້ຂັບລົດຫຼີກຕົກລົງໄປແຄມນ້ຳແບບບໍ່ເປັນທ່າ, .........ຄົນໃຈດີຮີບໂດດລົງໄປຊ່ວຍ(ເນື່ອງຈາກຄວາມໃຈດີ... ອິອິ ) ...ແຕ່ທັນໃດນັ້ນຄົນໃຈດີກໍ່ຕົກສະເງີ້ເມື່ອເຫັນຍິງຄົນນັ້ນ........ຕໍ່ດຸ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອຍນ້ຳຂື້ນບົກກ່ອນແລ້ວຄົນໃຈດີບໍ່ຮູ້ຈະເຮັດແນວໄດກໍເລີຍລອຍຂື້ນບົກຕາມຍິງຄົນນັ້ນ ແລະກໍ່ອາຍອາຍ ຫລາຍກໍເລີຍໄດ້ແຕ່ຖາມວ່າເຈັບຫລາຍບໍ່ຜຼ້ຍິງ ຄົນນັ້ນກໍ່ເລີຍຕອບໄປວ່າ: ເຈັບໆ ຫນາມປັກຄືຊິແມ່ນປັກຕອນຕົກຫນອງຫັ້ນຕິເບາະ

ຄົນຄິດຮອດບ້ານ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>