![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ມື້ນີ້ເຮົາຊາວພັນລາວ ມີໂອກາດດີທີ່ຈະໄດ້ໄປທ່ຽວນຳກັນ.. ເຊິ່ງຂ້ອຍຈະຂໍເປັນໄກດ໌(ອາສາ)ເອງ.. ເຮົາມາເລີ່ມອອກເດີນທາງກັນເລີຍເນາະ.. Let's Gooooooooooooooooooo..!! ຕຶ່ງ ດຶ່ງ ດຶ່ງ............... ທ່ານຜູ້ໂດຍສານໂປດຊາບຂະນະນີ້ເຮົາໄດ້ມາເຖິງຕະຫຼາດເຊົ້າ.. ເຮົາຈະໃຊ້ເວລາຊ໋ອປປິ້ງຢູ່ນິຈັກຊົ່ວໂມງໜຶ່ງກ່ອນຈະອອກເດີນທາງກ່ອນ.. ເຊີນທ່ານຜູ້ໂດຍສານຊ໋ອປປິ້ງໄດ້ຕາມສະບາຍອຸລາ..................... ![]() ມາແວະຊື້ໝາກເຜັດໄວ້ໄປຕຳໝາກຮຸ່ງດີກວ່າ.. ![]() ມື້ນີ້ຄົນມາເລາະຫຼາຍ.. ບັນຍາກາດຄຶກຄັກຂະໜາດ.. ![]() ຄົນສະໄໝນີ້ກະຢູ່ເຍັນເປັນສຸກ ບໍ່ເຫັນຈະທຸກຍາກຫຍັງເລີຍ.. ![]() ຫຼັງຈາກເຮົາອອກມາຈາກຕະຫຼາດເຊົ້າແລ້ວ.. ເຮົາກໍມາຂີ່ລົດສາມລໍ້ຖີບເລາະຖະໜົນຄູວຽງດີກວ່າ.. ![]() ຕອນນີ້ເຮົາໄດ້ຂີ່ລົດເລາະກາຍມາທີ່ຖະໜົນ ເສດຖາທິລາດ (ໜ້າວັດອິນແປງ).. ເຫັນເດັກນ້ອຍ (ສະໄໝນີ້ຄົງຈະເປັນລຸ່ນລຸງເຮົາແລ້ວ) ຫຼິ້ນຢູ່ແຄມທາງ.. ເລີຍເອີ້ນໃສ່.. ນ້ອຍຯ ເຂົ້າແຄມແດ່ ລົດສິຕຳ..!! ![]() ຕອນນີ້ເຮົາກຳລັງຂັບລົດຜ່ານຖະໜົນສາມແສນໄທ.. ກ່ອນທີ່ເຮົາຈະຈອດໄປລົງຊື້ເຄື່ອງ.. ເຮົາຈະເຫັນຍຸກນີ້ຄົນຕ່າງຊາດເລີ່ມເຂົ້າມາຢູ່ລາວແລ້ວເຊັ່ນ.. ຈີນ, ອິນເດຍ, ດົ່ງໂດ່ຍ... ![]() ລູກທົວຣ໌ທຸກຄົນໂປດຊາບ.. ຂະນະນີ້ເຮົາມາຈອດແວ່ທີ່ຖະໜົນສາມແສນໄທ.. ເຮົາຈະມາແວ່ຊື້ນ້ຳຊື້ໄນກິນຢູ່ນີ້ກ່ອນ.. ວ່າແລ້ວເຮົາກະຮ້ອງໃສ່ເຈົ້າຂອງຮ້ານທີ່ໃຈດີ (ເບິ່ງແມະຍິ້ມຮັບລູກຄ້າລະນິ) ອາຊິ້ມ! ຊື້ນ້ຳແດ່.. ![]() ໃຜຢາກຊື້ຜ້າງາມຯໄປຝາກຄົນຢູ່ບ້ານ.. ມາທາງນີ້ເດີ້..!! ຕໍ່ຈາກນີ້ເຮົາຈະໄດ້ໄປທະນາຄານລ້ານຊ້າງຕໍ່.. ![]() ຂະນະນີ້.. ເຮົາມາກົດ ATM ຢູ່ທະນາຄານລ້ານຊ້າງ.. ພໍດີຂ້ອຍຮູ້ຈັກກັບຜູ້ຈັດການທະນາຄານ.. ເພິ່ນເລີຍຈັດໃຫ້ພະນັກງານມາຕ້ອນຮັບລູກທົວຣ໌ເຮົາທີ່ມາຈາກປີ 2011.. ເພິ່ນວ່າຕື່ນເຕັ້ນຫຼາຍ.. ![]() ເລີ່ມສວາຍແລ້ວ.. ຕອນນີ້ເຮົາມາກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ.. ມາມະ!! ເຂົ້າໄປເລີຍ.. ຂ້ອຍຈອງໂຕ໊ະສຳຫຼັບທຸກຄົນໄວ້ລ່ະ.. Hi.. Madame.. where's my table that I've reserved for my tourists..?? Madame : Oh.. Bell.. your tourists's table is over there..!! ![]() ວ່າຈະສັ່ງນ້ຳປັ່ນ.. ເຫັນຄົນຂາຍນັ່ງຕາລອຍຢູ່.. ສົງໄສຄິດຮອດຊູ້ເພິ່ນ.. ເຫັນນັ່ງຟັງເພງ ຄິດຮອດ ຂອງ BodySlam ຢູ່.. ![]() ຫຼັງຈາກເຮົາອີ່ມກັນແລ້ວ.. ຂ້ອຍເລີຍພາທຸກຄົນມາກິນເຕົາຮູ້ຢູ່ສີຫອມ.. ແຕ່ລືມໄປສະໄໝນີ້ຮ້ານຍົກໂປ້ ກັບ ຮ້ານCenter Point.. ຍັງບໍ່ມີເທື່ອ ໂທດຯ.. ![]() ເຮົາເລີຍປ່ຽນແຜນດີກວ່າ.. ເຫັນອ້າຍໂຊເຟີວ່າມີຕັກບາດຢູ່ຖະໜົນເສດຖາທິລາດ ໃກ້ຯວັດອົງຕື້.. ໄປ໋! ເຮົາໄປຕັກບາດກັນເທາະ.. ມາຖ້ຽວນີ້ຍັງບໍ່ໄດ້ທຳບຸນເລີຍ.. ![]() ຫຼັງຈາກໄດ້ທຳບຸນແລ້ວ.. ອີ່ມບຸນກັນບໍ່ທຸກຄົນ.. ບ້ານເມືອງສະໄໝນີ້ຊ່າງໜ້າຢູ່ເຫຼືອເກີນ.. ຜູ້ຄົນກໍເບິ່ງມີຄວາມສຸກ.. ເບິ່ງແມະຜູ້ບ່າວຜູ້ສາວນັ່ງລົມກັນຢູ່.. ຈັ່ງແມ່ນຈີບກັນເປັນຕາອິດສາ.. ![]() ເວົ້າລະເຮົາມາທ່ຽວບຸນວັດກັນເລີຍດີກວ່າ.. ອັນນີ້ແມ່ນເດັກນ້ອຍປິດຕາຕີໝໍ້ເນີ້..(ເຫັນລະຢາກຫຼິ້ນ) ທາງຫຼັງມີມະຫໍລະສົບຈາກກົມສິລະປາກອນເນີ້.. ເຊີນຊົມຕາມອັດທະຍາໄສເລີຍທຸກຄົນ.. ![]() ພໍດີຊາວບ້ານມາຖາມວ່າຂ້ອຍມາແຕ່ໃສ..?? ຂ້ອຍເລີຍຕອບວ່າມາແຕ່ວຽງຈັນນິລ່ະ ແຕ່ປີ2011.. ຂະເຈົ້າເລີຍມາຫຸ້ມເບິ່ງ.. ແລ້ວຍັງມາບອກວ່າ.. ສະໄໝນີ້ມັກເພງເຊົາຫຼາຍໃຈໄດ້ບໍ່ຫຼາຍ.. ເພິ່ນວ່າເປີດວິທະຍຸຟັງທຸກມື້ວ່າຊັ້ນ.. ![]() ເວົ້າໄປເວົ້າມາກະເສົ້າເນາະ.. ເພາະທຸກງານລ້ຽງຕ້ອງມີການເລີກລາ.. ທຣິປການເດີນທາງຂອງເຮົາກະຕ້ອງສິ້ນສຸດລົງລະ.. ຂະນະທີ່ເຮົາເດີນທາງກັບ.. ຜະເອີນເຈິສາວຯກຳລັງກັບບ້ານມາແຕ່ໂຮງຮຽນ.. ເລີຍເອີ້ນໃສ່ວ່າ.. ສາວຯເມືອນ້ຳອ້າຍບໍ່..? ອ້າຍສິພາໄປໄອເທັກ!! ![]() ຂີ່ກາຍເຫັນອ້າຍອັນນີ້ລາວຂີ່ລົດຈັກເວສປ້າ.. ໂອໂຫ! ສວດຍວດເລີຍອ້າຍ..!! ![]() ແວນຊ໌ບອຍ ສະກອຍທ໌ເກິລ໌ ຍຸກນັ້ນ..!! ![]() ແໜະ!! ຜະເອີນມີລູກທົວຣ໌ເຮົາຄົນນຶ່ງຢາກໄດ້ສິ້ນວ່າຊັ້ນ.. ເອົ້າຯຯ!! ກະໄດ້ຯ!! ແວ່ຮ້ານສິ້ນໄໝແພໄໝຢູ່ແຖວນ້ຳພຸບຶດໜຶ່ງຊັ້ນນ່ະ.. ບໍ່ມີໃຜຢາກແວ່ນຳລາວເບາະ.. ![]() ຂະນະທີ່ກຳລັງຖ້າລູກທົວຣ໌ແວ່ຮ້ານຜ້າໄໝຢູ່.. ຂ້ອຍເລີຍຍ່າງໄປຈອບເບິ່ງຜູ້ສາວຕີເທັນນິສ.. ລາວເລີຍຖາມຂ້ອຍວ່າ.. ອ້າຍຯບໍ່ມາຕີນຳກັນເບາະ..?? ຂ້ອຍເລີຍຕອບວ່າ.. ອ້າຍບໍ່ທັນແລ້ວ ອ້າຍຕ້ອງກັບກ່ອນລູກທົວຣ໌ຖ້າຢູ່.. ລາວເລີຍຖາມຂ້ອຍວ່າ.. ອ້າວ! ອ້າຍຈະກັບລະຫວ໋ານິ..?? ຂ້ອຍເລີຍຕອບວ່າ.. ແມ່ນແລ້ວ.. ໄວ້ຖ້ຽວໜ້າອ້າຍຈະມາຫິ້ຼນນຳ.. ລາວເລີຍຝາກໃຫ້ຂ້ອຍຊອກອັນໜຶ່ງໃຫ້.. ອ້າຍຯ.. ອ້າຍກັບໄປຖ້ຽວນີ້ ຖ້າiPhone5 ກັບ iPAD2.. ອອກມາແລ້ວ.. ມາເມັ້ນຢູ່ພັນລາວນ້ອງແດ່.. ບໍ່ຊັ້ນໄປເມັ້ນຢູ່ Facebook ນ້ອງກະໄດ້.. ສ່ວນ Hi5 ນ້ອງບໍ່ໄດ້ຫຼິ້ນແລ້ວ.. ຂ້ອຍເລີຍຕອບວ່າ.. ແລ້ວອ້າຍຈະມາເມັ້ນບອກ.. ![]() ແລະແລ້ວ.. ເຮົາກໍຕ້ອງໄດ້ສັ່ງລາເມືອງວຽງຈັນຍຸກ 1960.. ເຮົາມາຂຶ້ນເຮືອກັບເມືອທີ່ທ່າເຮືອທ່ານາແລ້ງ.. ລາກ່ອນ.. ແລ້ວຈະກັບມາໃໝ່................... ລາ ຂໍລາໄປກ່ອນເດີ້.. ![]() |
|
![]() <a href="http://news.webshots.com/photo/2199739950054195253YOGLCj"><img src="http://thumb13.webshots.net/t/64/764/7/39/95/2199739950054195253YOGLCj_th.jpg" alt="11-1957 FERRY at THANALENG VT"></a> ![]() ໄອ້ຫຍາ.. ຮູບມັນໄດ້ແຕ່ຂະໜາດເທົ່ານີ້.. |
|
![]() ຄືບໍ່ລົງຮູບໃຫຍ່ນະ ຈິ່ງເຫັນແຈ້ງ ![]() ![]() |
|
![]() ເວັບນີ້ມັນເປັນເວັບທີ່ໂຫຼດເສຍເງິນ.. ມັນອະນຸຍາດໃຫ້ມາໂພສຢູ່ນອກໄດ້ຂະໜາດຊ່ຳນີ້.. ແຕ່ສາມາດຄລິກທີ່ຮູບເພື່ອເບິ່ງຮູບໃຫຍ່.. ແລະເຂົ້າເວັບໄຊທ໌ເຈົ້າຂອງພາບໄດ້ເລີຍ.. |
|
![]() ອໍ ຊັ້ນຫວາ? ![]() ![]() |
|
![]() ໂອ ສົມພໍຮູບນ້ອຍ
ຄິດດີ ເວົ້າດີ ເຮັດດີ
|
|
![]() ຈັກແມ່ນເຈົ້າຊ່າງຊອກເອົາມາເນາະ..........ຂອບໃຈ....... ![]() ![]() ![]() ![]() ![]() ![]() |
|
![]() ອິອິ ທົວຄັ້ງຫນ້າບອກແດ່ ຈິລົງທຸນຈ້າງລົດເມແຕ່ຫຼວງພະບາງໄປຫາ ບໍລິການດີມີທິບ ອິອິ
ຮັກນ້ອງຕອນເມົາ
|
|
![]() ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ..... ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ... ໂອ ສົມພໍຮູບນ້ອຍສາມາດເບິ່ງຮູບໃຫຍ່ ແລະ ອີກຫູາຍຯຮູບໄດ້ຕາມລິງຄ໌ເລີຍເນີ້.. |
|
![]() ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ... ອິອິ ທົວຄັ້ງຫນ້າບອກແດ່ ຈິລົງທຸນຈ້າງລົດເມແຕ່ຫຼວງພະບາງໄປຫາບໍລິການດີມີທິບ ອິອິ ທົວຣ໌ຄັ້ງໜ້າດ໋ຽວຈະລອງປັບ Time Machine ໃຫ້ໄປເມືອງຫຼວງເລີຍ.. ຖ້າປັບໄດ້ລະຈະບອກເນີ້.. ຮ່າຯຯຯ |
|
![]() ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ.. ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ.. |
|
![]() ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ.. ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ.. ແມ່ນແລ້ວຂ້ອຍເບິ່ງຍາມໃດແລ້ວກະເປັນຕາຫົວໄດ໋ຫັ້ນ; ![]() |
|
![]() kuy thang khouvieng bane khoy eik cool....!! |
|
![]() ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ.. ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ.. ແມ່ນແລ້ວຂ້ອຍເບິ່ງຍາມໃດແລ້ວກະເປັນຕາຫົວໄດ໋ຫັ້ນ; ຂ້ອຍໄດ້ເຫັນຮູບນີ້ ແລະ ໄດ້ເຫັນຮູບຖະໜົນຄູວຽງ 1989 ທີ່ຂາຍຢູ່ໄອເທັກ.. ຮູ້ສຶກວ່າບ່ອນທີ່ບັນດາຫ້າງຮ້ານຫ້ອງແຖວຕ່າງຯ.. ແຕ່ກ່ອນເປັນປ່າສວນກ້ວຍ ສວນໝາກໄມ້ຕ່າງຯ.. ແຕ່ມາເບິ່ງໃສ່ດຽວນີ້ລ່ະ.. ຕົ້ນໜຶ່ງຍັງເກືອບບໍ່ມີໃຫ້ເຫັນແລ້ວ.. |
|
![]() ອ້າງເຖິງຂໍ້ຄວາມຈາກ tamonh ຂຽນວ່າ... kuy thang khouvieng bane khoy eik cool....!!ຖ້າກາຍເທື່ອໜ້າ.. ລະອອກມາລັດຢູ່ໜ້າບ້ານແດ່ເນີ້.. |
|
![]() ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ tamonh ຂຽນວ່າ... kuy thang khouvieng bane khoy eik cool....!!ຖ້າກາຍເທື່ອໜ້າ.. ລະອອກມາລັດຢູ່ໜ້າບ້ານແດ່ເນີ້.. okay kkkk |
|
![]() thx na te pha ma tiew kung ne |
|
![]() ohh ,kid hod sa mai phen sao |
|
![]() ຮູບທີ່ 1ນີ້ ເຮັງກວ່ ຜູ້ຍິງຍຸກປັດຈຸບັນອີກເນາະ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້ ![]() ![]() ![]() ![]()
ຮັກ mamy & dady
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ bongbeo ຂຽນວ່າ... ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້![]() ![]() ![]() ![]() |
|
![]() ວູ້ວວວວວວວວ ໃນຕອນນັ່ນພໍ່ເຖົ້າແມ່ເຖົ້າຂ້ອຍເພິ່ນຍັງຈີບກັຍຢູ່ເລີຍ ອິອິ ![]() ບໍ່ຄິດວ່າສິໄດ້ມີໂອກາດເບິ່ງພາບເກົ່າໆແບບນີ້ເລີຍ ຈັ່ງໃດກໍ່ຂອບໃຈອ້າຍບ່າວເບລເດີ້ ທີ່ເອົາຮູບທີ່ຫາເບິ່ງຍາກມາຝາກກັນ ![]()
There's a thin line between Life and Death, I wish for a Miracle to happen...
|
|
![]() ກະຮູບ ປີ ໑໙໖໐ ກະຊ່ຳນັ້ນລະ!!!!!!!!!!!! ຂອບໃຈທີ່ພາທົວຣ ເກືອບຂ້ຽເຂົ້າຮອດຍຸກ ຝຼັ່ງປົກຄອງ!!!!!! |
|
![]() ອ້າງເຖິງຂໍ້ຄວາມຈາກ javentra ຂຽນວ່າ... thx na te pha ma tiew kung neຕອນນີ້ກະລອງຊອກສະຖານທີ່ໃໝ່ຯຢູ່.. ຖ້າຄົ້ນພົບແລ້ວ.. ຈະພາໄປທ່ຽວໃໝ່.. |
|
![]() ອ້າງເຖິງຂໍ້ຄວາມຈາກ theep ຂຽນວ່າ... ohh ,kid hod sa mai phen saoຂ້ອຍກະຄິດຮອດສະໄໝເປັນບ່າວ (ຢູ່ຊາດກ່ອນ).. |
|
![]() ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ຮູບທີ່ 1ນີ້ ເຮັງກວ່ ຜູ້ຍິງຍຸກປັດຈຸບັນອີກເນາະ ຄົນຕ່າງຊາດຕີ້.. ສະໄໝນັ້ນເລີ່ມມີຄົນຈາກຝັ່ງຍຸໂຣປ ແລະ ອາເມຣິກາ ມາບ້ານເຮົາຫຼາຍແລ້ວ.. |
|
![]() ອ້າງເຖິງຂໍ້ຄວາມຈາກ bongbeo ຂຽນວ່າ... ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້![]() ![]() ![]() ![]() ສາມາດເບິ່ງຮູບໃຫຍ່ໂດຍການຄລິກທີ່ຮູບເລີຍ.. ເພາະຢູ່ໃນຫັ້ນສາມາດເບິ່ງຮູບຂະໜາດມາຕະຖານ ແລະ ຍັງມີອີກຫຼາຍຯຮູບໃຫ້ເບິ່ງເນີ້.. |
|
![]() ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ... ວູ້ວວວວວວວວ ໃນຕອນນັ່ນພໍ່ເຖົ້າແມ່ເຖົ້າຂ້ອຍເພິ່ນຍັງຈີບກັຍຢູ່ເລີຍ ອິອິ![]() ບໍ່ຄິດວ່າສິໄດ້ມີໂອກາດເບິ່ງພາບເກົ່າໆແບບນີ້ເລີຍ ຈັ່ງໃດກໍ່ຂອບໃຈອ້າຍບ່າວເບລເດີ້ ທີ່ເອົາຮູບທີ່ຫາເບິ່ງຍາກມາຝາກກັນ ![]() ລອງເອົາຮູບພວກນີ້ໄປໃຫ້ພວກເພິ່ນເບິ່ງແມະນູ່ນູ່.. ເພິ່ນຕ້ອງຢາກເບິ່ງແນ່ນອນ.. |
|
![]() ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ... ກະຮູບ ປີ ໑໙໖໐ ກະຊ່ຳນັ້ນລະ!!!!!!!!!!!! ຂອບໃຈທີ່ພາທົວຣ ເກືອບຂ້ຽເຂົ້າຮອດຍຸກ ຝຼັ່ງປົກຄອງ!!!!!!ຖ້າມີຮູບແບບນີ້.. ມາປັນກັນແນ່ເນີ້.. |