ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ການທ່ອງທ່ຽວ, ພັກຜ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ວິທີການດຶງດູດນັກທ່ອງທ່ຽວຂອງປະເທດກຳປູເຈຍທີ່ມາທ່າວ່າຈະມາແຮງແຊງໂຄ້ງໄວ.
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ວິທີການດຶງດູດນັກທ່ອງທ່ຽວຂອງປະເທດກຳປູເຈຍທີ່ມາທ່າວ່າຈະມາແຮງແຊງໂຄ້ງໄວ ອາຈານເລົ່າໃຫ້ຟັງວ່າ: ປະເທດເຂົາເຈົ້າມີນະໂຍບາຍຄື: ມີການມອບເບ້ຍໄມ້ທີ່ລະນຶກໃຫ້ນັກທ່ອງທ່ຽວແຕ່ລະຄົນປູກໃສ່ປະເທດເຂົາເຈົ້າ, ຂຶ້ນທະບຽນຈົດຊື່ຄັກແນ່ວ່າແມ່ນຕົ້ນໄມ້ຂອງທ່ານໃດ, ລະຫັດທະບຽນຫຍັງ, ມາແຕ່ໃສ... - ເມື່ອນັກທ່ອງທ່ຽວຈະກັບປະເທດເຂົາເຈົ້າ, ເຂົາກໍ່ຕ້ອງໄປຈ່າຍເງິນຈ້າງໃຫ້ຄົນໄປບູລະນະຮັກສາຕົ້ນໄມ້ຂອງເຂົາເຈົ້າໃຫ້ງອກງາມ ( ເງິນກໍ່ຈະເຂົ້າປະເທດກຳປູເຈຍ) - ຂ່າວການມອບຕົ້ນໄມ້ທີ່ລະນຶກໃຫ້ນັກທ່ອງທ່ຽວກໍ່ຈະກະຈາຍໄປທົ່ວ, ນັກທ່ອງທ່ຽວຜູ້ທີ່ປູກຕົ້ນໄມ້ໄວ້ແລ້ວກໍ່ຈະໄປຊວນຄອບຄົວ, ເພື່ອນມິດໄປຢ້ຽມຢາມປະເທດກຳປູເຈຍເພື່ອໄປເບິ່ງຕົ້ນໄມ້ຂອງເຂົາເຈົ້ານັ້ນເອງວ່າ: ຕົ້ນໃຫຍ່ສ່ຳໃດແລ້ວ, ງາມບໍ? ( ນີ້ກໍເປັນກົນລະຍຸດທາງດ້ານເສດຖະກິດທີ່ເຮັດໃຫ້ດຶງດູດນັກທ່ອງທ່ຽວເຂົ້າປະເທດກຳປູເຈຍຢ່າງຫຼວງຫຼາຍ ຈົນເຮັດໃຫ້ປະເທດເຂົາກາຍເປັນແຫຼ່ງທ່ອງທ່ຽວມາແຮງຂຶ້ນອັນດັບໜຶ່ງໃນອາຊຽນ) |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສະຫຼາດສ່ອງໃສ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ที่ 1 ยู่ใส??? อาดจะเปันเลื่องที่อาจานเพี่นแต่งขื้นมาเองกะได้ / |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເປັນຕາຢາກໄປເດ ເນາະ ໄດ້ປະໂຫຍດຫລາຍຢ່າງ ຊ່ວຍ ໃຫ້ ສະພາບ ແວດລ້ອມດີຂຶ້ນ ບໍ່ຕ້ອງຈ້າງຄົນມາປູກຕົ້ນໄມ້
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຈັ່ງວ່າ ຕອນນີ້ອາດຈະບໍ່ແມ່ນທີ່ໜຶ່ງ ແຕ່ວ່າອັດຕາການເພີ່ມຂຶ້ນຂອງນັກທ່ອງທ່ຽວແມ່ນຫຼາຍ ແລະ ໄວທີ່ສຸດໃນຕອນນີ້ແມ່ນປະເທດກຳປູເຈຍນີ້ລະເພິ່ນວ່ານະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ຈັ່ງວ່າ ຕອນນີ້ອາດຈະບໍ່ແມ່ນທີ່ໜຶ່ງ ແຕ່ວ່າອັດຕາການເພີ່ມຂຶ້ນຂອງນັກທ່ອງທ່ຽວແມ່ນຫຼາຍ ແລະ ໄວທີ່ສຸດໃນຕອນນີ້ແມ່ນປະເທດກຳປູເຈຍນີ້ລະເພິ່ນວ່ານະ ຄຶສິແມ່ນແຫຼ່ງທ່ອງທ່ຽວມາແຮງຕິເບາະ ຖ້າວັດຈາກສະຖິຕິນັກທ່ອງທ່ຽວແຕ່ລະປີ ຕ້ອງຍົກໃຫ້ມາເລ ໄທ ສິງຄະໂປ ຕາມລຳດັບເດີ ຖ້າຈື່ບໍ່ຜິດ ໄທຈົນຕ້ອງໄດ້ສ້າງສຸວັນນະພູມເຟດສອງ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ໄດ້35ລ້ານຄົນຕໍ່ປີ ເພາະຕອນນີ້ສຸວັນນະພູມ ທ່ຽວບິນຂຶ້ນລົງແຕ່ລະມື້ ເລິ່ມແອອັດແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ຈັ່ງວ່າ ຕອນນີ້ອາດຈະບໍ່ແມ່ນທີ່ໜຶ່ງ ແຕ່ວ່າອັດຕາການເພີ່ມຂຶ້ນຂອງນັກທ່ອງທ່ຽວແມ່ນຫຼາຍ ແລະ ໄວທີ່ສຸດໃນຕອນນີ້ແມ່ນປະເທດກຳປູເຈຍນີ້ລະເພິ່ນວ່ານະ ຄຶສິແມ່ນແຫຼ່ງທ່ອງທ່ຽວມາແຮງຕິເບາະ ຖ້າວັດຈາກສະຖິຕິນັກທ່ອງທ່ຽວແຕ່ລະປີ ຕ້ອງຍົກໃຫ້ມາເລ ໄທ ສິງຄະໂປ ຕາມລຳດັບເດີ ຖ້າຈື່ບໍ່ຜິດ ໄທຈົນຕ້ອງໄດ້ສ້າງສຸວັນນະພູມເຟດສອງ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ໄດ້35ລ້ານຄົນຕໍ່ປີ ເພາະຕອນນີ້ສຸວັນນະພູມ ທ່ຽວບິນຂຶ້ນລົງແຕ່ລະມື້ ເລິ່ມແອອັດແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຫັ້ນລະ ຂໍ້ມຸນມົ້ວໆ ບໍ່ມີແຫລ່ງອ້າງອີງ ກະເລິຍເປັນແນວນີ້ ເອົາມາແຕ່ໃສວ່າກຳປູເຈຍເປັນແຫລ່ງທ່ອງທ່ຽວອັນດັບຫນື່ງໃນ ເອຊຽນ ກຳແທ້ໆ ຂ້ອຍລະເມືອ່ຍໃຈນຳ..... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສາວພາເອີຍ ເທື່ອຫນ້າເອົາແຫລ່ງອ້າງອີງມາພ້ອມເດີ ...... ໃຫ້ຄືກັບສະມາຊິກເວັບພັນທິບຂອງໄທ ຫ້ອງ ຫວ້າກໍ ຫັ້ນນະ ເທບເລີຍ ..... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
http://en.wikipedia.org/wiki/World_Tourism_rankings#Asia_and_the_Pacific |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມີໂອເດຍດີເນາະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເພິ່ນວ່າ: ກຳລັງມາແຮງແຊງໂຄ້ງ ແລະ ໃນອານາຄົດຕໍ່ໄປນີ້ນະ ການທ່ອງທ່ຽວຊິຂະຫຍາຍໄວກວ່າໝູ່ ຍ້ອນໄອເດຍໃນການປູກຕົ້ນໄມ້ຂອງນັກທ່ອງທ່ຽວຫັ້ນເດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂພຈ ວ່າ: ລາວຄວນຈະມີນະໂບບາຍໃຫ້ຂະເຈົ້າ ມີລູກປະໄວ້.. ເວລາ ຂະເຈົ້າເມືອບ້ານ ຈະໄດ້ໄປບອກໃຫ້ ໝູຄູ່ ພີ່ນ້ອງ ກັບ ມາຢາລູກຕົນເອງ.. ແລ້ວ ຜູ້ທີ່ມາຢາມ ກະມີລູກຕໍ່ໆໄປ... ເງິນຫຼັງໄຫລ່ເຂົ້າມາບໍ່ເຊົາແທ້.
Que sera sera
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມັນບໍ່ກ່ຽວດອກ ໃຜກະຮູ້ດີນິໄສຄົນລາວເລື່ອງການບໍລິການສ່ວນຫລາຍແມ່ນຫ່ວຍແຕກ ຢາກໄດ້ແຕ່ເງິນ ລອງໄປເບິ່ງແມ໋ວັງວຽງດຽວນີ້ມິດປານປ້າຊ້າ ຄວາມຈິງວັງວຽງກະເປັນເມືອງຫນາວອາກາດກະຄ້າຍໆກັບຊຽງໃໝ່ຊຽງລາຍຂອງໄທ ແຕ່ຕົ້ນໄມ້, ດອກໄມ້ພໍທີ່ຈະເອົາມາປະດັບປະດາຕົວເມືອງໃຫ້ສົມກັບ ເປັນເມືອງທ່ອງທ່ຽວແມ່ນບໍ່ມີ ເວົ້າຫລາຍກະເວົ້າບໍ່ໄດ້ຂອງຄົນເດີມໆບໍລິຫານ ມັນກະເລີຍເດີມໆອີກຕໍ່ໄປ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ມັນບໍ່ກ່ຽວດອກ ໃຜກະຮູ້ດີນິໄສຄົນລາວເລື່ອງການບໍລິການສ່ວນຫລາຍແມ່ນຫ່ວຍແຕກ ຢາກໄດ້ແຕ່ເງິນ ລອງໄປເບິ່ງແມ໋ວັງວຽງດຽວນີ້ມິດປານປ້າຊ້າຄວາມຈິງວັງວຽງກະເປັນເມືອງຫນາວອາກາດກະຄ້າຍໆກັບຊຽງໃໝ່ຊຽງລາຍຂອງໄທ ແຕ່ຕົ້ນໄມ້, ດອກໄມ້ພໍທີ່ຈະເອົາມາປະດັບປະດາຕົວເມືອງໃຫ້ສົມກັບ ເປັນເມືອງທ່ອງທ່ຽວແມ່ນບໍ່ມີ ເວົ້າຫລາຍກະເວົ້າບໍ່ໄດ້ຂອງຄົນເດີມໆບໍລິຫານ ມັນກະເລີຍເດີມໆອີກຕໍ່ໄປ... ແມ່ນຄວາມ ບ້ານເຮົາຕົ້ນທຶນຊັບພະຍາກອນມີພ້ອມ ຂາດແຕ່ການບໍລິຫານຈັດການໃຫ້ມີປະສິດທິພາ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ... ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ ບ່ອນທີ່ປູກໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແຕ່ລະປີ ບໍ່ຮູ້ວ່າເຫຼືອຈັກຕົ້ນເດເນາະ ສະເພາະສະຖານທີ່ຂ້ານ້ອຍປູກ ເມື່ອປີ 1983 ດຽວນີ້ເຂົາດຸດແປນໝົດແລ້ວ ເຮັດກາຊີໂນໜອງເດີ່ນ ເຮິໆໆໆໆ
ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ... ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ ບ່ອນທີ່ປູກໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແຕ່ລະປີ ບໍ່ຮູ້ວ່າເຫຼືອຈັກຕົ້ນເດເນາະ ສະເພາະສະຖານທີ່ຂ້ານ້ອຍປູກ ເມື່ອປີ 1983 ດຽວນີ້ເຂົາດຸດແປນໝົດແລ້ວ ເຮັດກາຊີໂນໜອງເດີ່ນ ເຮິໆໆໆໆ ເຮັດແນວໃດລະບັດນີ້ |