ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 19 ຈາກທັງໝົດ 19 ໜ້າ <<<12345 ... 171819>>>


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແຕ່ງບໍ່ເປັນຄືກັນ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sounyong ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...

ຢ້ານຕັ້ງແຕ່ຝ່າຍອ້າຍ ...............ຊິແຫນງຫນ່າຍກຸຍຕົມ
ດົາບຄວາຍຄາວຫມອງ................ຢູ່ນາຫນອງຮ້າຍ
ຢ້ານອ້າຍ ຫຍືດັງເວົ້ນ.................ເຫມັນຫມາງໄຫປາແດກ
ຫມັດໄຟ ແຕກອູດເອົ້າ.................ກຢ້ານອວນອ້າຍຊິມິ່ງເມົາ


ເຫດໃດນາງຈື່ງທຽບ.....................ຕົນເອງໃຫ້ໝອງເສົ້າ
ທຽບຕົນເອງດັ່ງກີ່ນຄາວ................ປາແດກກຸຍຕົມ
ຫຼືເປັນພຽງຄາລົມ........................ຫຼອກໃຫ້ຊາຍນັ້ນຫຼົງໄຫຼ
ເມື່ອໄດ້ກາຍໃຈຊາຍພຽບພ້ອມ......ແລ້ວຈະໜີໄປຈາກຊາຍ...ຢ້ານເດ


ເຈົ້າຜູ້ບ່າວຢູ້ພຸ້ນ..........ພົງເພື່ອນນະຄອນຫຼວງ
ເຄີຍແຕ່ຄວງຄອງສາວ..........ຜູ້ທີ່ເສີມສວຍແຍ້ມ
ແຖມສຸກສັນສະບາຍຍີ້ມ..........ຊີມເບຍຕາງນ້ຳທ່າ
ມາທົ່ງນາ ປ່າຫ້ວຍ.................ແຖວນີ້ຢ້ານບໍ່ຄືອ້າຍເອີຍ


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ ອິອິ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...

ເຈົ້າຜູ້ບ່າວຢູ້ພຸ້ນ..........ພົງເພື່ອນນະຄອນຫຼວງ
ເຄີຍແຕ່ຄວງຄອງສາວ..........ຜູ້ທີ່ເສີມສວຍແຍ້ມ
ແຖມສຸກສັນສະບາຍຍີ້ມ..........ຊີມເບຍຕາງນ້ຳທ່າ
ມາທົ່ງນາ ປ່າຫ້ວຍ.................ແຖວນີ້ຢ້ານບໍ່ຄືອ້າຍເອີຍ

chitvilay ວ່າ

ເຖິງເປັນສາວແຕ່ງເອ້ ເນົາຢູ່ນະຄອນຫຼວງ
ກໍ່ຫ່ວງເຖິງປວງປະຊາ ຢູ່ທົ່ງນາຢູ່ເດີເຈົ້າ
ຫ່ວງຮອດຄວາຍບັກເລເຖົ້າ ຢ້ານເຂົາຂາຍຊອຍລາບແຊ່
ແວ່ຮ້ານເບຍຮ້ານເຫຼົ້າ ກໍ່ບາງຄັ້ງດອກເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...

ເຈົ້າຜູ້ບ່າວຢູ້ພຸ້ນ..........ພົງເພື່ອນນະຄອນຫຼວງ
ເຄີຍແຕ່ຄວງຄອງສາວ..........ຜູ້ທີ່ເສີມສວຍແຍ້ມ
ແຖມສຸກສັນສະບາຍຍີ້ມ..........ຊີມເບຍຕາງນ້ຳທ່າ
ມາທົ່ງນາ ປ່າຫ້ວຍ.................ແຖວນີ້ຢ້ານບໍ່ຄືອ້າຍເອີຍ

chitvilay ວ່າ

ເຖິງເປັນສາວແຕ່ງເອ້ ເນົາຢູ່ນະຄອນຫຼວງ
ກໍ່ຫ່ວງເຖິງປວງປະຊາ ຢູ່ທົ່ງນາຢູ່ເດີເຈົ້າ
ຫ່ວງຮອດຄວາຍບັກເລເຖົ້າ ຢ້ານເຂົາຂາຍຊອຍລາບແຊ່
ແວ່ຮ້ານເບຍຮ້ານເຫຼົ້າ ກໍ່ບາງຄັ້ງດອກເດີ


ອັນວ່າສາວນະຄອນຫຼວງເຈົ້າ........ແລະສາວທົ່ງບ້ານນາ
ອ້າຍຢາກຂານອາສາ..................ມາຈັບຈອງເປັນຄູ່ເຈົ້າ
ເຖີງຈະຢູ່ບ້ານນາປ່າເຂົາ..............ໃຈຊາຍກໍ່ຂໍສ່ຽງ
ຢູ່ວຽງຈັນນະຄອນເຈົ້າ.................ໃຈຊາຍກໍ່ຈະສູ້ຊົນ ດອກໜາ
ບໍ່ແມ່ນຫຼາຍໃຈເດີ ແຕ່ວ່າມັກທັງສອງ


໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ຢູ່ຫ່າງກັນ ແສນໄກ ຄົນລະຟາກ
ແຕ່ໃຈຫາກ ຜູກພັນ ບໍ່ຫັນເຫ
ທຽວຢື່ນຄຳ ເວົ້າຫວານ ອ່ານຈົນເຊ
ຄິດຮອດເດ ຄົນດີ ທີ່ຮັກຂ້ອຍ

ບາງມື້ເມື່ອຍ ກໍ່ຢາກລົມ ຢາກເວົ້າຈາ
ບາງຄັ້ງຕາ ມືນບໍ່ຂື້ນ ແຕ່ມືພິມ
ບາງຄັ້ງຄິດ ຫາທາງເດີນ ມຶດອີ່ມຊິ່ມ
ຍັງຍິ້ມໄດ້ ສົ່ງໃຈ ໃຫ້ທຸກວັນ

ມື້ນີ້ເສົ້າ ເພາະວ່າເຮົາ ນັ້ນເຫີນຫ່າງ
ນ້ອງນວນນາງ ລໍຄອຍຖ້າ ກໍ່ບໍ່ເຫັນ
ຫລືມີຄົນ ເສີບຫມາກໄມ້ ພ້ອມນ້ຳເຢັນ
ຊາຍຈື່ງເປັນ ປ່ຽນໄປ ຫ່າງໄກເຮົາ

ຫາກວຽກຫຍຸ້ງ ຮຽນຫລາຍ ຊາຍບໍ່ຫວ່າງ
ຕົວນ້ອງນາງ ຖ້າຕໍ່ ກໍ່ຍັງໄຫວ
ຝາກກອນນີ້ ແທນຄຳ ຄວາມຫ່ວງໃຍ
ຂໍຈົ່ງໄດ້ ສົມດັ່ງໃຈ ປາຖະຫນາ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vidachanh ຂຽນວ່າ...
ຢູ່ຫ່າງກັນ ແສນໄກ ຄົນລະຟາກ
ແຕ່ໃຈຫາກ ຜູກພັນ ບໍ່ຫັນເຫ
ທຽວຢື່ນຄຳ ເວົ້າຫວານ ອ່ານຈົນເຊ
ຄິດຮອດເດ ຄົນດີ ທີ່ຮັກຂ້ອຍ

ບາງມື້ເມື່ອຍ ກໍ່ຢາກລົມ ຢາກເວົ້າຈາ
ບາງຄັ້ງຕາ ມືນບໍ່ຂື້ນ ແຕ່ມືພິມ
ບາງຄັ້ງຄິດ ຫາທາງເດີນ ມຶດອີ່ມຊິ່ມ
ຍັງຍິ້ມໄດ້ ສົ່ງໃຈ ໃຫ້ທຸກວັນ

ມື້ນີ້ເສົ້າ ເພາະວ່າເຮົາ ນັ້ນເຫີນຫ່າງ
ນ້ອງນວນນາງ ລໍຄອຍຖ້າ ກໍ່ບໍ່ເຫັນ
ຫລືມີຄົນ ເສີບຫມາກໄມ້ ພ້ອມນ້ຳເຢັນ
ຊາຍຈື່ງເປັນ ປ່ຽນໄປ ຫ່າງໄກເຮົາ

ຫາກວຽກຫຍຸ້ງ ຮຽນຫລາຍ ຊາຍບໍ່ຫວ່າງ
ຕົວນ້ອງນາງ ຖ້າຕໍ່ ກໍ່ຍັງໄຫວ
ຝາກກອນນີ້ ແທນຄຳ ຄວາມຫ່ວງໃຍ
ຂໍຈົ່ງໄດ້ ສົມດັ່ງໃຈ ປາຖະຫນາ



ເອົາໃຈຊ່ວຍເດີ້


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vidachanh ຂຽນວ່າ...
ຢູ່ຫ່າງກັນ ແສນໄກ ຄົນລະຟາກ
ແຕ່ໃຈຫາກ ຜູກພັນ ບໍ່ຫັນເຫ
ທຽວຢື່ນຄຳ ເວົ້າຫວານ ອ່ານຈົນເຊ
ຄິດຮອດເດ ຄົນດີ ທີ່ຮັກຂ້ອຍ

ບາງມື້ເມື່ອຍ ກໍ່ຢາກລົມ ຢາກເວົ້າຈາ
ບາງຄັ້ງຕາ ມືນບໍ່ຂື້ນ ແຕ່ມືພິມ
ບາງຄັ້ງຄິດ ຫາທາງເດີນ ມຶດອີ່ມຊິ່ມ
ຍັງຍິ້ມໄດ້ ສົ່ງໃຈ ໃຫ້ທຸກວັນ

ມື້ນີ້ເສົ້າ ເພາະວ່າເຮົາ ນັ້ນເຫີນຫ່າງ
ນ້ອງນວນນາງ ລໍຄອຍຖ້າ ກໍ່ບໍ່ເຫັນ
ຫລືມີຄົນ ເສີບຫມາກໄມ້ ພ້ອມນ້ຳເຢັນ
ຊາຍຈື່ງເປັນ ປ່ຽນໄປ ຫ່າງໄກເຮົາ

ຫາກວຽກຫຍຸ້ງ ຮຽນຫລາຍ ຊາຍບໍ່ຫວ່າງ
ຕົວນ້ອງນາງ ຖ້າຕໍ່ ກໍ່ຍັງໄຫວ
ຝາກກອນນີ້ ແທນຄຳ ຄວາມຫ່ວງໃຍ
ຂໍຈົ່ງໄດ້ ສົມດັ່ງໃຈ ປາຖະຫນາ


.....ຟັງນາງເວົ້າວ່າ........ຄິດຮອດຊາຍຜູ້ຫ່າງໄກ
ຊາຍດີໃຈ....................ທີ່ນ້ອງນາງຍັງຮັກຢູ່
ອ້າຍມາຮຽນ.................ພາກພຽນຊອກຫາຄວາມຮູ້
ນາງຍັງຢູ່ທາງຫຼັງ...........ຊ່ວຍໃຫ້ກຳລັງໃຈ...ຊາຍໜາ
.....ມີວັນໜື່ງຝົນຕົກຮ້ອງ...ດັ່ງກ້ອງສະໜັ່ນທົ່ວ
ຊາຍຢ້ານກົວ.................ເລີຍປິດເຄື່ອງຂໍອະໄພ
ບາງຄັ້ງກໍ່ສອບເສັງ..........ຕິດວຽກຫຼາຍ
ຂໍອະໄພນຳນ້ອງ..............ທີ່ຄອງຄ່ອຍ...ໂທດເດີ
55555 ແຕ່ງແທ່ນແຟນເພີ່ນເດີ ອິອິອິ


໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ເຫັນໄດອາຣີ່ເຈົ້າ ມາເລົ່າກັນຕໍ່ກອນ
ເປັນຕາຊະອອນນຳ ທ່ານທຸກຄົນແຕ່ງໄດ້
ເນື້ອໃນຄວາມໝາຍພ້ອມ ຂໍນົບນ້ອມເມື່ອອ່ານ
ວານໝູ່ພັນລາວນີ້ ມາຊ່ວຍຊີ້ຂີດຂຽນ ແດ່ເດີ.............


໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ກິນເຂົ້າກ່ອນນອນ ແມ່ບອກຢ່າໄປໃສ
ລູກຈົ່ງຮູ້ໄວ້ແມ່ຮັກແມ່ຫ່ວງ ລູກຄົນດີຟັງຄວາມ
ລູກຮັກແມ່ດັ່ງ ພຽງຄົນດຽວ
====

ຄົນເຮົາເລືອກເກິດບໍ່ໄດ້....

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບອ່ານຊື່ໆໆ



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ joiyyy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...

ເຈົ້າຜູ້ບ່າວຢູ້ພຸ້ນ..........ພົງເພື່ອນນະຄອນຫຼວງ
ເຄີຍແຕ່ຄວງຄອງສາວ..........ຜູ້ທີ່ເສີມສວຍແຍ້ມ
ແຖມສຸກສັນສະບາຍຍີ້ມ..........ຊີມເບຍຕາງນ້ຳທ່າ
ມາທົ່ງນາ ປ່າຫ້ວຍ.................ແຖວນີ້ຢ້ານບໍ່ຄືອ້າຍເອີຍ

chitvilay ວ່າ
ເຖິງເປັນສາວແຕ່ງເອ້ ເນົາຢູ່ນະຄອນຫຼວງ
ກໍ່ຫ່ວງເຖິງປວງປະຊາ ຢູ່ທົ່ງນາຢູ່ເດີເຈົ້າ
ຫ່ວງຮອດຄວາຍບັກເລເຖົ້າ ຢ້ານເຂົາຂາຍຊອຍລາບແຊ່
ແວ່ຮ້ານເບຍຮ້ານເຫຼົ້າ ກໍ່ບາງຄັ້ງດອກເດີ


ອັນວ່າສາວນະຄອນຫຼວງເຈົ້າ........ແລະສາວທົ່ງບ້ານນາ
ອ້າຍຢາກຂານອາສາ..................ມາຈັບຈອງເປັນຄູ່ເຈົ້າ
ເຖີງຈະຢູ່ບ້ານນາປ່າເຂົາ..............ໃຈຊາຍກໍ່ຂໍສ່ຽງ
ຢູ່ວຽງຈັນນະຄອນເຈົ້າ.................ໃຈຊາຍກໍ່ຈະສູ້ຊົນ ດອກໜາ
ບໍ່ແມ່ນຫຼາຍໃຈເດີ ແຕ່ວ່າມັກທັງສອງ


++ຄວາມຮັກມັນບໍ່ໄດ້ເວົ້າ............................ວ່າເຈົ້າຢູ່ແຫ່ງຫົນໃດ
ຢູ່ດອນດົງພົງໄພ......................................ແຫ່ງຫົນໃດກໍ່ທົນໄດ້
ຮັກຫາກມັດໃຈໄວ້....................................ໄກແສນໄກກໍ່ວ່າໄກ້
ຍາກປານໃດກໍ່ບໍ່ເວົ້າ.................................ຂໍມີເຈົ້າກໍ່ແມ່ນພໍ...


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
- ໄດ້ອ່ານກອນຂ້າງເທິງແລ້ວ ເຮັດໃຫ້ຄິດຄະນິງຫາ
ມີຄວາມໝາຍທັງວາຈາ ຂຽນຕອບກັນຢ່າງກອດກ້ຽວ
ໃຈອັນດຽວກັນແທ້ໆ ຕອບໄປມາ ໂອ້ຍ ຕັ້ງມ່ວນ
ຂຽນກອນສວນຕອບໂຕ້ ປາດທິໂທ້ ເກັ່ງຫຼາຍໆ.......

(--ມືສະໝັກຫຼິ້ນ--)

ມະນຸດຢູ່ຄົນລະບ່ອນແຕ່ສິ້ນສຸດບ່ອນດຽວກັນ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ອ່ານແລ້ວອອນຊອນ ໃຈອາວອນເມື່ອຈາກ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ບໍ່ຢາກເວ້າພື້ນຮ້າຍ ຢ່ານເພິ່ນຢາກອາຍໂຕ
ຢ່ານໝາກໂມອາຍໝາກແຕງ ຊິແລ່ນຕຳໝາກອືນ້ອຍ

ວິທະຍາສາດຄວນຮູ້null

໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ເທິງຫຼາຍເພິ່ນເມາເຫຼ້າ ໂຕພັດເມານ້ຳຖ່າ ເມາແມ່ຮ້າງແມ່ຫໝ້າຍ ປານເອ້າອູດກະແຕ ແທ້ຫວາ

ວິທະຍາສາດຄວນຮູ້null

ໜ້າທີ່ 19 ຈາກທັງໝົດ 19 ໜ້າ <<<12345 ... 171819>>>