![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ. ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ. ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ |
|
![]() ![]() ![]() ![]() ![]() ![]() ![]() ![]() ![]() |
|
![]() ເຫັນພວກງົວລືມຕີນມີຫຼາຍຢູ່
ຊົ່ວຢ່າງສ້າງສັນ
|
|
![]() ![]() ![]() ![]() ![]()
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
![]() ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ... ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ. ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ ເວົ້າເຖືອກຈາຍ ![]() ![]()
ຄິດດີ ເວົ້າດີ ເຮັດດີ
|
|
![]() ![]() ![]() ![]() ![]() ![]() ![]() |
|
![]() ຂ້າພະເຈົ້າວ່າຈົບລະດັບຊັ້ນ ມ. 6 ນີ້ກໍ່ສາມາດໃຊ້ພາສາໄດ້ຢ່າງຖືກຕ້ອງແລ້ວ (ເວັ້ນເສຍແຕ່ວ່າຜູ້ກ່ຽວບໍ່ຕັ້ງໃຈ ຫລື ລະບົບການຮຽນການສອນຂອງລາວບໍ່ດີເອງ) ອີກຢ່າງມັນກໍ່ຂຶ້ນຢູ່ກັບວ່າຄວາມຕັ້ງໃຈຂອງຜູ້ກ່ຽວເອງ ລັກສະນະທີ່ວ່າ: ຮູ້ຢູ່ແຕ່ແກ້ງພາໂລ. ![]() |
|
![]() ອິອິ ດີເນາະ ແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່
ຮັກນ້ອງຕອນເມົາ
|
|
![]() ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ... ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ. ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ ![]() ![]() ![]() ![]() ![]() ![]() ![]() ![]() ![]()
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ... ອິອິ ດີເນາະແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່ ຄົນລະຄວາມໝາຍໃດ໋ນິ ໝາລືມເຈົ້າ ກັບ ງົວລືມຕີນ ນິ
ຄິດດີ ເວົ້າດີ ເຮັດດີ
|
|
![]() ເກັ່ງ ທັງ ສອງ ພາສາ ນພແຫລະ ດີທີ່ສຸດ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
![]() ເຫັນພວກງົວລືມຕີນມີຫຼາຍຢູ່
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
![]() ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ... ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ. ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ ຂ້ອຍຄິດວ່າ ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນສິ່ງທີ່ສຳຄັນ ໂດຍສະເພາະແລ້ວ ບັນດາຜູ້ທີ່ມີແນວຄວາມ ຄິດຢາກອະນຸລັກພາສາລາວກໍຍິ່ງເຂັ້ມງວດຕໍ່ບັນຫານີ້. ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນການຊັກຊວນ ທີ່ດີແລະຄວນປະຕິບັດ. ບັນຫາການໃຊ້ພາສາຢູ່ໃນອິນເຕີເນັດ ເຊັ່ນ ຜູ້ທີ່ເປັນຄົນລາວແຕ່ໃຊ້ພາສາໄທ ພິມແຕ່ພາ ສາໄທ ບໍ່ໃຊ້ພາສາລາວຈັກດີ້, ຜູ້ທີ່ພິມຕົວອັກສອນໄທແຕ່ລັກສະນະພາສາທີ່ໃຊ້ເປັນພາສາລາວ, ຜູ້ທີ່ພິມອັກສອນລາວ ແຕ່ລັກສະນະພາສາທີ່ໃຊ້ເປັນພາສາໄທ, ຄົນລາວໃຊ້ຄຳລາວບໍ່ຖືກ, ຜູ້ທີ່ໃຊ້ແຕ່ພາສາຄາຣາໂອເກະ ບໍ່ພິມລາວຈັກ ດີ້, ແລະການອອກກົດລະບຽບຄວບຄຸມການໃຊ້ພາສາຂອງແຕ່ລະເວັບບອດ. ບັນຫາເຫຼົ່ານີ້ຍິ່ງເປັນບັນຫາທີ່ສຳຄັນ ກວ່າແລະເຮົາກໍຄວນຈຳແນກບັນຫາການໃຊ້ສັບລາວປົນສັບຕ່າງປະເທດກັບບັນຫາທີ່ກ່າວມານີ້ອອກຈາກກັນເພາະວ່າ ມັນບໍ່ໄດ້ຄືກັນ. ສຳລັບການໃຊ້ສັບລາວນຳ ສັບຕ່າງປະເທດປົນນຳແລະຄຳຢືມ (ສ່ວນຫຼາຍແມ່ນພາສາອັງກິດແລະພາສາໄທ) ນັ້ນ ຜູ້ທີ່ມີແນວຄວາມຄິດຢາກອະນຸລັກພາສາລາວອາດຈະບໍ່ມັກການໃຊ້ພາສາໃນລັກສະນະແບບນັ້ນແລະກໍອາດຕັ້ງຄຳ ຖາມທີ່ວ່າ: “ເປັນຫຍັງຈັ່ງໃຊ້ສັບລາວນຳ ສັບຕ່າງປະເທດນຳ? ເປັນຫຍັງຕ້ອງໃຊ້ສັບຕ່າງປະເທດທັງໆທີ່ສັບລາວ ກໍມີຢູ່ແລ້ວແລະສາມາດໃຊ້ແທນໄດ້? ແລະການໃຊ້ພາສາໃນລັກສະນະແບບນັ້ນມັນເປັນພຶດຕິກຳທີ່ບໍ່ສົມຄວນເນື່ອງ ຈາກວ່າເຮົາເປັນຄົນລາວ ເຮົາຄວນໃຊ້ພາສາລາວ ແລະເຮົາຄວນອະນຸລັກການໃຊ້ພາສາລາວຮ່ວມກັນບໍ່ແມ່ນບໍ່?” ຕາມຄວາມຄິດເຫັນຂອງຂ້ອຍ ຂ້ອຍຄິດວ່າ ການໃຊ້ພາສາໃນລັກສະນະແບບນີ້ ມັນເປັນການໃຊ້ທີ່ບໍ່ໄດ້ມີພຽງແຕ່ ຜູ້ດຽວ ສອງຄົນ ຫຼືສາມຄົນໃຊ້ ມັນມີຄົນໃຊ້ເປັນຈຳນວນຫຼວງຫຼາຍ ກາຍມາເປັນວັດທະນະທຳໜຶ່ງຂອງການໃຊ້ພາ ສາແລ້ວ ຂ້ອຍເອີ້ນວັດທະນະທຳນີ້ວ່າ “ວັດທະນະທຳການໃຊ້ຄຳ.” ເຮົາມັກຈະເຫັນການໃຊ້ພາສາໃນລັກສະນະແບບ ນີ້ໃນຮູບແບບຂອງການໃຊ້ພາສາທີ່ບໍ່ເປັນທາງການ ບໍ່ວ່າຈະເຫັນຢູ່ໃນພາສາເວົ້າ ພາສາທີ່ໃຊ້ໃນເນື້ອຮ້ອງທຳນອງ ເພງກໍໃຊ້ສັບລາວປົນສັບຕ່າງປະເທດ. ພາສາທີ່ໃຊ້ໃນເນື້ອງຮ້ອງຈະບໍ່ໄດ້ເນັ້ນເຖິງການໃຊ້ພາສາໃຫ້ຖືກຕ້ອງຕາມ ມາດຕະຖານພາສາລາວ ແຕ່ຈະເນັ້ນເຖິງທຳນອງ ຈັງຫວະຫຼາຍກວ່າ ເພາະສະນັ້ນຈຶ່ງເວົ້າໄດ້ວ່າ ພາສາທີ່ໃຊ້ໃນ ເນື້ອຮ້ອງທຳນອງເພງແມ່ນພາສາທີ່ບໍ່ເປັນທາງການ. ໂດຍສະເພາະໃນປັດຈຸບັນນີ້ ດົນຕີລາວໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວເມື່ອທຽບໃສ່ເມື່ອກ່ອນ ເນື້ອເພງລາວ ບໍ່ວ່າຈະຢູ່ໃນຮູບແບບ Rock, Rap, Hip-hop ແລະອື່ນໆ ກໍມັກໃຊ້ສັບລາວປົນກັບສັບຕ່າງປະເທດນຳ ແລະອີກຢ່າງໜຶ່ງ ກໍໄດ້ຢືມຄຳໄທມາໃຊ້ນຳເພາະຖືວ່າມີຄວາມຈຳເປັນ ຕໍ່ຄຳຮ້ອງຂອງຕົນ. ແລະນອກຈາກນີ້ ເຮົາຍັງພົບເຫັນການໃຊ້ສັບລາວປົນສັບຕ່າງປະເທດໃນການແປອີກດ້ວຍ ບໍ່ ວ່າຈະເປັນການແປພາສາທີ່ຢູ່ໃນຮູບແບບພາສາເປັນທາງການຫຼືບໍ່ເປັນທາງການ ອີງຕາມຮູບແບບລັກສະນະການ ໃຊ້ຄຳໃຫ້ເໝາະສົມໃນການແປຄວາມໝາຍໃນພາສາໜຶ່ງໄປເປັນອີກຄວາມໝາຍໃນພາສາອື່ນເພາະເນື່ອງຈາກການ ແປເປັນງານວິຊາການ ງານທີ່ຕ້ອງໄດ້ໃຊ້ຄວາມຮູ້ໃນດ້ານພາສາ ບໍ່ວ່າຈະເປັນພາສາທາງການແລະບໍ່ເປັນທາງການ ແລະຜູ້ແປຕ້ອງມີຄວາມຮູ້ໃນການທີ່ຈະວິເຄາະຢ່າງເໝາະສົມອີກວ່າ ໃນກໍລະນີໃດເຮົາຄວນໃຊ້ຮູບແບບຄຳແປ ໃນກໍ ລະນີໃດເຮົາຄວນໃຊ້ຮູບແບບການທັບສັບແລະຄຳຢືມ ຕົວຢ່າງ ຄຳວ່າ "diary" ແປເປັນຄວາມໝາຍໃນພາສາລາວ ວ່າ ບັນທຶກປະຈຳວັນ ຫຼື ປຶ້ມບັນທຶກປະຈຳວັນ ແຕ່ໃນເວລາດຽວກັນນີ້ກໍໃຊ້ຮູບແບບການທັບສັບເອົາ “ໄດອາຣີ” ທັງໆທີ່ມີຄຳແປໃນພາສາລາວຢູ່ແລ້ວ ທັງນີ້ກໍຍ້ອນວ່າ ການແປແມ່ນສິ່ງທີ່ຕ້ອງໄດ້ຄຳນຶງເຖິງຫຼາຍປັດໄຈ ບໍ່ວ່າຈະ ເປັນ ຄວາມຖືກຕ້ອງເໝາະສົມໃນການໃຊ້ຄຳແລະນອກຈາກນີ້ ຍັງມີຄວາມນິຍົມໃນການໃຊ້ຄຳອີກດ້ວຍ. ພາສາ ມັນ ເປັນສິ່ງທີ່ແບບວ່າ…ເຮົາຈະໄປກຳນົດກົດເກນໃຫ້ເປັນໄປໃນທິດທາງດຽວເລີຍກໍບໍ່ໄດ້ ບາງຄັ້ງ ເຮົາກໍຕ້ອງເບິ່ງວ່າ ມັນເປັນແນວໃດ ແທນທີ່ຈະໄປກຳນົດໃຫ້ມັນເປັນແນວໃດ ເພາະມັນມີຫຼາຍປັດໄຈທີ່ກ່ຽວຂ້ອງເຮັດໃຫ້ມັນບໍ່ເປັນ ໄປທິດທາງດຽວ. ການໃຊ້ສັບລາວປົນສັບຕ່າງປະເທດ ມັນກໍມີຂໍ້ດີແລະຂໍ້ເສຍ. ຂໍ້ດີກໍຄື ມັນຈຳເປັນຕໍ່ການໃຊ້ຄຳທັງໃນພາສາເປັນທາງ ການແລະບໍ່ເປັນທາງການແລະມັນກໍບັງຄັບໃຫ້ຜູ້ທີ່ບໍ່ຮູ້ຈຳເປັນຕ້ອງໄດ້ຮູ້ ຂໍ້ເສຍກໍຄື ຜູ້ຟັງອາດບໍ່ເຂົ້າໃຈແລະອາດລຳ ຄານໄດ້ ອັນນີ້ມີບັນຫາຖ້າໃຊ້ຢ່າງບໍ່ເໝາະສົມ. ໝາຍເຫດ: ສຳນວນທີ່ວ່າ “ງົວລືມຕີນ” ແມ່ນສຳນວນທີ່ບໍ່ເປັນທາງການເພາະມີຄຳວ່າ “ຕີນ” ນຳ ຟັງແລ້ວ ບໍ່ມ່ວນຫູ ຄືກັນ ກັບສຳນວນ “ຄໍຂາດບາດຕາຍ” ໃນເວລາໃຊ້ພາສາທີ່ເປັນທາງການຫຼາຍ ເຊັ່ນວ່າ ເວລາພິມເອກະສານບົດລາຍງານບັນຫາໃດ ໜຶ່ງເຖິງເຈົ້ານາຍຫຼືຜູ້ທີ່ມີຕຳແໜ່ງສູງ ຖ້າຢາກສື່ຄວາມໝາຍບັນຫາໃດໜຶ່ງດ້ວຍການໃຊ້ສຳນວນເຫຼົ່ານີ້ ກໍຕ້ອງໄດ້ປ່ຽນຄຳອື່ນ ໃຊ້ແທນເພາະຜູ້ທີ່ກວດແກ້ການນຳໃຊ້ພາສາຈະຕ້ອງແນະນຳບໍ່ໃຫ້ໃຊ້ສຳນວນເຫຼົ່ານີ້ແນ່ນອນ ແຕ່ຍົກເວັ້ນ ຖ້າໃຊ້ໃນຮູບແບບ ທີ່ບໍ່ເປັນທາງການຫຼືໃນກໍລະນີທີ່ຈຳເປັນຕ້ອງໄດ້ໃຊ້ເພື່ອຊີ້ສະເພາະຄວາມໝາຍຂອງສຳນວນ ກໍສາມາດນຳໃຊ້ໄດ້.
ເທບແຫ່ງພາສາລາວ
|
|
![]() ຂ້ອຍບໍ່ລືມເດີ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ເພາະບໍ່ແມ່ນງົວ ແຕ່ເປັນຄວາຍ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ອ້າງເຖິງຂໍ້ຄວາມຈາກ Anonymous ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ... ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ. ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ ຂ້ອຍຄິດວ່າ ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນສິ່ງທີ່ສຳຄັນ ໂດຍສະເພາະແລ້ວ ບັນດາຜູ້ທີ່ມີແນວຄວາມ ຄິດຢາກອະນຸລັກພາສາລາວກໍຍິ່ງເຂັ້ມງວດຕໍ່ບັນຫານີ້. ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນການຊັກຊວນ ທີ່ດີແລະຄວນປະຕິບັດ. ບັນຫາການໃຊ້ພາສາຢູ່ໃນອິນເຕີເນັດ ເຊັ່ນ ຜູ້ທີ່ເປັນຄົນລາວແຕ່ໃຊ້ພາສາໄທ ພິມແຕ່ພາ ສາໄທ ບໍ່ໃຊ້ພາສາລາວຈັກດີ້, ຜູ້ທີ່ພິມຕົວອັກສອນໄທແຕ່ລັກສະນະພາສາທີ່ໃຊ້ເປັນພາສາລາວ, ຜູ້ທີ່ພິມອັກສອນລາວ ແຕ່ລັກສະນະພາສາທີ່ໃຊ້ເປັນພາສາໄທ, ຄົນລາວໃຊ້ຄຳລາວບໍ່ຖືກ, ຜູ້ທີ່ໃຊ້ແຕ່ພາສາຄາຣາໂອເກະ ບໍ່ພິມລາວຈັກ ດີ້, ແລະການອອກກົດລະບຽບຄວບຄຸມການໃຊ້ພາສາຂອງແຕ່ລະເວັບບອດ. ບັນຫາເຫຼົ່ານີ້ຍິ່ງເປັນບັນຫາທີ່ສຳຄັນ ກວ່າແລະເຮົາກໍຄວນຈຳແນກບັນຫາການໃຊ້ສັບລາວປົນສັບຕ່າງປະເທດກັບບັນຫາທີ່ກ່າວມານີ້ອອກຈາກກັນເພາະວ່າ ມັນບໍ່ໄດ້ຄືກັນ. ສຳລັບການໃຊ້ສັບລາວນຳ ສັບຕ່າງປະເທດປົນນຳແລະຄຳຢືມ (ສ່ວນຫຼາຍແມ່ນພາສາອັງກິດແລະພາສາໄທ) ນັ້ນ ຜູ້ທີ່ມີແນວຄວາມຄິດຢາກອະນຸລັກພາສາລາວອາດຈະບໍ່ມັກການໃຊ້ພາສາໃນລັກສະນະແບບນັ້ນແລະກໍອາດຕັ້ງຄຳ ຖາມທີ່ວ່າ: “ເປັນຫຍັງຈັ່ງໃຊ້ສັບລາວນຳ ສັບຕ່າງປະເທດນຳ? ເປັນຫຍັງຕ້ອງໃຊ້ສັບຕ່າງປະເທດທັງໆທີ່ສັບລາວ ກໍມີຢູ່ແລ້ວແລະສາມາດໃຊ້ແທນໄດ້? ແລະການໃຊ້ພາສາໃນລັກສະນະແບບນັ້ນມັນເປັນພຶດຕິກຳທີ່ບໍ່ສົມຄວນເນື່ອງ ຈາກວ່າເຮົາເປັນຄົນລາວ ເຮົາຄວນໃຊ້ພາສາລາວ ແລະເຮົາຄວນອະນຸລັກການໃຊ້ພາສາລາວຮ່ວມກັນບໍ່ແມ່ນບໍ່?” ຕາມຄວາມຄິດເຫັນຂອງຂ້ອຍ ຂ້ອຍຄິດວ່າ ການໃຊ້ພາສາໃນລັກສະນະແບບນີ້ ມັນເປັນການໃຊ້ທີ່ບໍ່ໄດ້ມີພຽງແຕ່ ຜູ້ດຽວ ສອງຄົນ ຫຼືສາມຄົນໃຊ້ ມັນມີຄົນໃຊ້ເປັນຈຳນວນຫຼວງຫຼາຍ ກາຍມາເປັນວັດທະນະທຳໜຶ່ງຂອງການໃຊ້ພາ ສາແລ້ວ ຂ້ອຍເອີ້ນວັດທະນະທຳນີ້ວ່າ “ວັດທະນະທຳການໃຊ້ຄຳ.” ເຮົາມັກຈະເຫັນການໃຊ້ພາສາໃນລັກສະນະແບບ ນີ້ໃນຮູບແບບຂອງການໃຊ້ພາສາທີ່ບໍ່ເປັນທາງການ ບໍ່ວ່າຈະເຫັນຢູ່ໃນພາສາເວົ້າ ພາສາທີ່ໃຊ້ໃນເນື້ອຮ້ອງທຳນອງ ເພງກໍໃຊ້ສັບລາວປົນສັບຕ່າງປະເທດ. ພາສາທີ່ໃຊ້ໃນເນື້ອງຮ້ອງຈະບໍ່ໄດ້ເນັ້ນເຖິງການໃຊ້ພາສາໃຫ້ຖືກຕ້ອງຕາມ ມາດຕະຖານພາສາລາວ ແຕ່ຈະເນັ້ນເຖິງທຳນອງ ຈັງຫວະຫຼາຍກວ່າ ເພາະສະນັ້ນຈຶ່ງເວົ້າໄດ້ວ່າ ພາສາທີ່ໃຊ້ໃນ ເນື້ອຮ້ອງທຳນອງເພງແມ່ນພາສາທີ່ບໍ່ເປັນທາງການ. ໂດຍສະເພາະໃນປັດຈຸບັນນີ້ ດົນຕີລາວໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວເມື່ອທຽບໃສ່ເມື່ອກ່ອນ ເນື້ອເພງລາວ ບໍ່ວ່າຈະຢູ່ໃນຮູບແບບ Rock, Rap, Hip-hop ແລະອື່ນໆ ກໍມັກໃຊ້ສັບລາວປົນກັບສັບຕ່າງປະເທດນຳ ແລະອີກຢ່າງໜຶ່ງ ກໍໄດ້ຢືມຄຳໄທມາໃຊ້ນຳເພາະຖືວ່າມີຄວາມຈຳເປັນ ຕໍ່ຄຳຮ້ອງຂອງຕົນ. ແລະນອກຈາກນີ້ ເຮົາຍັງພົບເຫັນການໃຊ້ສັບລາວປົນສັບຕ່າງປະເທດໃນການແປອີກດ້ວຍ ບໍ່ ວ່າຈະເປັນການແປພາສາທີ່ຢູ່ໃນຮູບແບບພາສາເປັນທາງການຫຼືບໍ່ເປັນທາງການ ອີງຕາມຮູບແບບລັກສະນະການ ໃຊ້ຄຳໃຫ້ເໝາະສົມໃນການແປຄວາມໝາຍໃນພາສາໜຶ່ງໄປເປັນອີກຄວາມໝາຍໃນພາສາອື່ນເພາະເນື່ອງຈາກການ ແປເປັນງານວິຊາການ ງານທີ່ຕ້ອງໄດ້ໃຊ້ຄວາມຮູ້ໃນດ້ານພາສາ ບໍ່ວ່າຈະເປັນພາສາທາງການແລະບໍ່ເປັນທາງການ ແລະຜູ້ແປຕ້ອງມີຄວາມຮູ້ໃນການທີ່ຈະວິເຄາະຢ່າງເໝາະສົມອີກວ່າ ໃນກໍລະນີໃດເຮົາຄວນໃຊ້ຮູບແບບຄຳແປ ໃນກໍ ລະນີໃດເຮົາຄວນໃຊ້ຮູບແບບການທັບສັບແລະຄຳຢືມ ຕົວຢ່າງ ຄຳວ່າ "diary" ແປເປັນຄວາມໝາຍໃນພາສາລາວ ວ່າ ບັນທຶກປະຈຳວັນ ຫຼື ປຶ້ມບັນທຶກປະຈຳວັນ ແຕ່ໃນເວລາດຽວກັນນີ້ກໍໃຊ້ຮູບແບບການທັບສັບເອົາ “ໄດອາຣີ” ທັງໆທີ່ມີຄຳແປໃນພາສາລາວຢູ່ແລ້ວ ທັງນີ້ກໍຍ້ອນວ່າ ການແປແມ່ນສິ່ງທີ່ຕ້ອງໄດ້ຄຳນຶງເຖິງຫຼາຍປັດໄຈ ບໍ່ວ່າຈະ ເປັນ ຄວາມຖືກຕ້ອງເໝາະສົມໃນການໃຊ້ຄຳແລະນອກຈາກນີ້ ຍັງມີຄວາມນິຍົມໃນການໃຊ້ຄຳອີກດ້ວຍ. ພາສາ ມັນ ເປັນສິ່ງທີ່ແບບວ່າ…ເຮົາຈະໄປກຳນົດກົດເກນໃຫ້ເປັນໄປໃນທິດທາງດຽວເລີຍກໍບໍ່ໄດ້ ບາງຄັ້ງ ເຮົາກໍຕ້ອງເບິ່ງວ່າ ມັນເປັນແນວໃດ ແທນທີ່ຈະໄປກຳນົດໃຫ້ມັນເປັນແນວໃດ ເພາະມັນມີຫຼາຍປັດໄຈທີ່ກ່ຽວຂ້ອງເຮັດໃຫ້ມັນບໍ່ເປັນ ໄປທິດທາງດຽວ. ການໃຊ້ສັບລາວປົນສັບຕ່າງປະເທດ ມັນກໍມີຂໍ້ດີແລະຂໍ້ເສຍ. ຂໍ້ດີກໍຄື ມັນຈຳເປັນຕໍ່ການໃຊ້ຄຳທັງໃນພາສາເປັນທາງ ການແລະບໍ່ເປັນທາງການແລະມັນກໍບັງຄັບໃຫ້ຜູ້ທີ່ບໍ່ຮູ້ຈຳເປັນຕ້ອງໄດ້ຮູ້ ຂໍ້ເສຍກໍຄື ຜູ້ຟັງອາດບໍ່ເຂົ້າໃຈແລະອາດລຳ ຄານໄດ້ ອັນນີ້ມີບັນຫາຖ້າໃຊ້ຢ່າງບໍ່ເໝາະສົມ. ໝາຍເຫດ: ສຳນວນທີ່ວ່າ “ງົວລືມຕີນ” ແມ່ນສຳນວນທີ່ບໍ່ເປັນທາງການເພາະມີຄຳວ່າ “ຕີນ” ນຳ ຟັງແລ້ວ ບໍ່ມ່ວນຫູ ຄືກັນ ກັບສຳນວນ “ຄໍຂາດບາດຕາຍ” ໃນເວລາໃຊ້ພາສາທີ່ເປັນທາງການຫຼາຍ ເຊັ່ນວ່າ ເວລາພິມເອກະສານບົດລາຍງານບັນຫາໃດ ໜຶ່ງເຖິງເຈົ້ານາຍຫຼືຜູ້ທີ່ມີຕຳແໜ່ງສູງ ຖ້າຢາກສື່ຄວາມໝາຍບັນຫາໃດໜຶ່ງດ້ວຍການໃຊ້ສຳນວນເຫຼົ່ານີ້ ກໍຕ້ອງໄດ້ປ່ຽນຄຳອື່ນ ໃຊ້ແທນເພາະຜູ້ທີ່ກວດແກ້ການນຳໃຊ້ພາສາຈະຕ້ອງແນະນຳບໍ່ໃຫ້ໃຊ້ສຳນວນເຫຼົ່ານີ້ແນ່ນອນ ແຕ່ຍົກເວັ້ນ ຖ້າໃຊ້ໃນຮູບແບບ ທີ່ບໍ່ເປັນທາງການຫຼືໃນກໍລະນີທີ່ຈຳເປັນຕ້ອງໄດ້ໃຊ້ເພື່ອຊີ້ສະເພາະຄວາມໝາຍຂອງສຳນວນ ກໍສາມາດນຳໃຊ້ໄດ້. ນັ່ງອ່ານຈົນຈົບ ເຫັນດີນຳ ອະທິບາຍໄດ້ດີ *-* ![]() |
|
![]() ภาษาเป็นเพียงส่วนหนื่ง
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
![]() ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ... ອິອິ ດີເນາະແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່ ຄວາມໝາຍແປນຂອງໝາລືມເຈົ້າ ກໍ່ຄື ໝາທີ່ເຄີຍອາໄສກັບເຈົ້າຂອງທີ່ລ້ຽງມາຈົນໃຫ່ຍເຄີຍກິນອາຫານແບບມື້ອີ່ມມື້ບໍ່ອີ່ມ ແຕ່ພໍເຈິຄົນອື່ນທີ່ລ້ຽງອາຫານດີໆ ແລ້ວກໍ່ລືມເຈົ້າຂອງເດີມ "ຄວາມກະຕັນຍູ ຮູ້ບຸນຄຸນ"
Expert of Math apply, Math analysis and General Math
|
|
![]() ອ້າງເຖິງຂໍ້ຄວາມຈາກ secrets ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ... ອິອິ ດີເນາະແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່ ຄວາມໝາຍແປນຂອງໝາລືມເຈົ້າ ກໍ່ຄື ໝາທີ່ເຄີຍອາໄສກັບເຈົ້າຂອງທີ່ລ້ຽງມາຈົນໃຫ່ຍເຄີຍກິນອາຫານແບບມື້ອີ່ມມື້ບໍ່ອີ່ມ ແຕ່ພໍເຈິຄົນອື່ນທີ່ລ້ຽງອາຫານດີໆ ແລ້ວກໍ່ລືມເຈົ້າຂອງເດີມ "ຄວາມກະຕັນຍູ ຮູ້ບຸນຄຸນ" ก่อนสิเป็นหมาลืมเจ้า ส่วนมาก จะเป็นหมาหลายเจ้ากินข้าวหลายเฮือน ก่อน
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
![]() ຄໍາວ່າ ” ງົວລືມຕີນ” ນອກຈາກເລື່ອງພາສາ ກໍ່ຍັງໝາຍເຖິງເລື່ອງອື່ນໆນຳ ເຫັນດີນຳກັບການອະນຸລັກພາສາລາວ ເພາະເຫັນຄົນລາວຫຼາຍຄົນໃຊ້ພາສາລາວຍັງບໍ່ສອດຄ່ອງປານໃດ ແມ່ນແຕ່ຂ້ອຍເອງ ![]() |
|
![]() ເຮົາບໍໄດ້ເປັນ ເດີ ![]()
ຮັກແທ້ຄືແມ່
|
|
![]() ມີຫຼາຍດຽວນີ້.... |
|
![]() ຂ້ອຍວ່າບັນຫານີ້ມັນກໍ່ໜ້າສົນໃຈ, ບາງຄົນຈົງໃຈໃຊ້ພາສາອື່ນ ເພາະຄິດວ່າມັນມ່ວນ ຫຼື ຮູ້ສຶກວ່າຕົນມີລະດັບ, ແຕ່ຂ້ອຍວ່າບາງຄັ້ງມັນກໍ່ເປັນຕາລຳຄານ ແຕ່ບາງຄົນກໍ່ຈຳຕ້ອງໄດ້ໃຊ້ ເພາະພາສາລາວເຮົາມີຫຼາຍສັບທີ່ບໍ່ທັນຄົບຖ້ວນ ຫຼື ຄວາມໝາຍມີຈຳກັດ. ແຕ່ຂ້ອຍຄິດວ່າ ຄົນທີ່ເປັນໂຕຕັ້ງໂຕຕີງໃຊ້ພາສາລາວໃຫ້ຖືກຕ້ອງ, ຄວນເບິ່ງໃນເລື່ອງການພິມປຶ້ມທົ່ວໄປ ໜ້າຈະຈັດຕັ້ງໃຫ້ມີໜ່ວຍງານກວດສອບ ວ່າໃຊ້ຄຳຖືກບໍ່, ຈ້ຳຈຸດ ຫຼື ພິມຜິດ... ເພາະເຫັນເອກະສານທາງການຫຼາຍອັນກໍ່ຍັງອ່ານລະງົງ, ບາງທີຍັງມີຂຽນຜິດ ຫຼື ຈັກເວົ້າຫຍັງບຸຢ້ຳຄືນອັນເກົ່າ ແບບນ້ຳຖ້ວມທົ່ງ... ຄວນຈະເນັ້ນການໃຊ້ສັບພາສາລາວທີ່ຖືກຕ້ອງແຕ່ຍັງນ້ອຍ ແລະ ເຜີຍແພ່ອີກຕື່ມ, ເພາະຄົນລາວບາງຄົນໄດ້ຍິນແຕ່ໂທລະທັດ, ວິທະຍຸ ເພື່ອນບ້ານຈົນບໍ່ຮູ້ວ່າພາສາລາວແມ່ນແນວໃດແທ້ ອັນນີ້ບໍ່ໄດ້ເວົ້າໃສ່ໃຜເດີ້, ເພາະຂ້ອຍເອງບາງທີກະຍັງບໍ່ຮູ້ວ່າຄຳນີ້ພາສາລາວແມ່ນຫຍັງ, ພັດຄິດພາສາອື່ນອອກ. ຄົນລາວໃຊ້ພາສາລາວ!!! |
|
![]() ຢ່າລືມ ເຊາະກຣາວເດີໆໆໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້... ![]() |
|
![]()
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຄົນລາວເຮົາບໍ່ຄ່ອຍໄດ້ໃສ່ໃຈພາສາຕົນເອງປານໃດເພາະບາງຄົນເຫັນວ່າພາສາລາວລ້າຫລັງແລ້ວບໍ່ຕ້ອງການຢາກເວົ້າ ແລະຄົນລາວເຮົາກໍ່ໃຊ້ຄຳເວົ້າຂອງປະເທດອື່ນໂດຍບໍ່ຮູ້ສືກໂຕກໍ່ມີຫລາຍເຊັ່ນວ່າພາສາໄທກະບໍ່ແປກຫຍັງທີ່ຄົນລາວເຮົາມັກເວົ້າພາໄທກັນຫລາຍເພາະທຸກຄົນໄດ້ຍິນໄດ້ຟັງພາສາໄທກັນທຸກມື້ທຸກວັນໃນທໍລະທັດ ພາສາລາວເວົ້າງ່າຍແຕ່ຟັງຢາກບາງຄົນຍັງບໍ່ເຂົ້າໃຈຄວາມໝາຍ ເຊັ່ນຄຳວ່າ ບັກ ອີ່ ຄິດວ່າເປັນຄຳທ່ີແຂງແຕ່ບໍ່ຮູ້ຄວາມໝາຍຂອງມັນ ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...ສູ້ໆໆໆໆ ບໍ່ຢາກສູ້ໄປດ້ວຍກັນວະ ອິອິ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...ສູ້ໆໆໆໆ ບໍ່ຢາກສູ້ໄປດ້ວຍກັນວະ ອິອິ ເຮົາໄປກັນບໍ່ໄດ້ (ຕ່າງຄົນຕ່າງສູ້ຊະໆໆ) ໄດ້ດີແລ້ວຢ່າລືມຕີນກະພໍແລ້ວໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...ສູ້ໆໆໆໆ ບໍ່ຢາກສູ້ໄປດ້ວຍກັນວະ ອິອິ ເຮົາໄປກັນບໍ່ໄດ້ (ຕ່າງຄົນຕ່າງສູ້ຊະໆໆ) ໄດ້ດີແລ້ວຢ່າລືມຕີນກະພໍແລ້ວໆ ຮ່າາາາາາາາ ໄດ້ຫຍັງລະ ຄືສິບໍ່ລືມດອກຄັນລືມຕີນກະບໍ່ມີອັນສິຍ່າງໂອ່ະ ອິອິ ![]() |