ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະລຳຄຳແຄະ
“ຂະລຳ ຫຼືຄະລຳ” ບາງຄັ້ງຍັງມີຄົນອອກສຽງວ່າ “ກະລຳ, ຄຳ” ກະວ່າບາງ ຄັ້ງກໍວ່າ “ກຳ” ຄຳວ່າ “ຂະລຳ ຫຼືຄະລຳ ຫຼືກະລຳ” ນີ້ ອາດມີທີ່າຈາກຄຳວ່າ “ກຣຣມ” ໃນພາສັນສະກິດ ຄື “ກຣຣມ” ຄຳນີ້ ຄົນບູຮານອາດອ່ານວ່າ “ກຣະຣັມ” ຕໍ່ມາຈຶ່ງຜ້ຽນ ມາເປັນ ““ຂະລຳ ຫຼືຄະລຳ ຫຼືກະລຳ” ຕາມສຳນຽງທ້ອງຖິ່ນແຕ່ລະທ້ອງຖິ່ນ ຕໍ່ມາເມື່ອ ສັງຄົມລາວມີການ ຕິດຕໍ່ສື່ສານກັນກວ້າງຂວາງຂຶ້ນ ຫຼືສູນກາງອຳນາດລັດດຽວໄດ້ມີບົດ ບາດຂຶ້ນ ການຖ່າຍ ທອດທາງພາສາ ໄດ້ຂະຫຍາຍຕົວໄປດ້ວຍສື່ສານ ຄຳວ່າ “ຂະລຳ ຫຼືຄະລຳ ຫຼືກະລຳ” ກໍ ໄດ້ຖືກຮັບຮູ້ກັນຢ່າງທົ່ວເຖິງ ເຊັ່ນ ຄົນທາງໃຕ້ຂອງລາວວ່າ “ຂະ ລຳ” ຄົນອີສານ ແລະສະ ຫວັນນະເຂດວ່າ “ຄະລຳ” ຄົນທ່າແຂກຂຶ້ນຮອດເໜືອ “ກັມ” ສ່ວນ “ກະລຳ” ກໍມີການເວົ້າໃນຄົນບາງຄົນ ອາດອອກຈາກສຽງບໍ່ຖ້ອງ ຫຼືມາຈາກ “ກຣຣມ” ໃນພາສາ ສັງສະກິດທີ່ວ່າແລ້ວ ຢ່າງໄດກໍຕາມທາງຄຳວ່າຄຳວ່າ “ຂະລຳ ຫຼື ຄະລຳ ຫຼືກະລຳ” ນີ້ ມາຈາກຄວາມໝາຍວ່າ “ກັມ” ອັນໝາຍເຖິງການກະທຳ, ດັ່ງ ເຮົາເຫັນຄຳເວົ້າໂຕງໂຕຍ ຂອງຄົນລາວ “ຂະລຳຄຳແຄະ” ເຊິ່ງໝາຍຄວາມວ່າບໍ່ຄວນ ເຮັດໃນສິ່ງທີ່ຫ້າມ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ສົງໃສມາດົນແລ້ວວ່າແປວ່າຫຍັງ
ຂອບໃຈເດີ້ທີ່ເອົາມາໃຫ້ອ່ານ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຢ່າກິນເຂົ້າເຮັດສຽງດັງ ຈຸບໆຈິບໆເດີ ມັນຄະລຳ ( ບໍ່ດີບໍ່ງາມ ) *_^

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ya lod kong ta lang simh , ya lod khan thae na ມັນຄະລຳ !

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ex:ยูบ้านเคยกินเข้ากับแจ่ว,ลวกผัก
บาดว่าออกไปหลี้นชนนะบด พัดว่าบ่อจักกินอาหานหล่านั้น
เฮัด "ขะลำคำแคะ"บ่อกิน,กินบ่อได้..........



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖຽງກັບແຟນສອງມື້ແລ້ວ ແຟນເພີ່ນວ່າບໍ່ເຄີຍໄດ້ຍິນ ຂະລຳຄຳແຄະ ເຄີຍໄດ້ຍິນແຕ່ຂະລຳຄຳແກ້ວວ່າຊັ້ນ ຮາາາາາາາາາາາາາ
ເຮົາລະວ່າບໍ່ເຄີຍໄດ້ຍິນ ຂະລຳຄຳແກ້ວ -_-a

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະນ້ອຍບໍ່ເຄີຍໄດ້ຍີນຄໍາວ່າຂະລໍາກໍາແຄະແທ້ໆເດີ້
ຂະນ້ອຍເຄີຍໄດ້ຍີນແລ້ວເວົ້າວ່າ ຂະລໍາກໍາແກ້ວ
ແບ້ງ ມາຫົວຂັວນກັນຢູ່ນີ້ເສີຍ ຕາຊັງ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທາງໃຕ້ ບາງທ້ອງຖີ່ນວ່າ "ຂະລຳຄຳແຄະ"
- ຂະລຳ=ຂໍ້ຫ້າມ
- ຄຳ=ຄຣຣມ=ກຣຣມ"ສັງສະກຣິດ" (ອ່ານວ່າ-ຄຣັມ-ກຣັມ) ແປວ່າ-ການກະທຳ, ວຽງ, ໜ້າທີ່.
- ແຄະ= (ພາສາລາວບູຮານ) ໜ້າກຽດ, ໜ້າເວັ້ນ, (ຂີ້ດຽດ) ໄປຟັງຄົນບ້ານນອກເວລາເດັກນ້ອຍອົມຂອງເຂົ້າໄປໃນປາກ ເຂົາຈະບອກໃຫ້ເດັກນ້ອຍຄາຍ ເຂົາຈະເວົ້າວ່າ "ແຄະໆໆໆໆ ຫຼື ແອ໊ະໆໆໆໆ" ເດັກນ້ອຍຈະຄານຂອງນັ້ນໂລດ ແຄະ ແປວ່າຂີ້ດຽດ.

"ຂະລໍາກໍາແກ້ວ" ຄັນມີການເວົ້າແທ້ ກໍເປັນຂໍ້ມູນໜຶ່ງອີກ ທີ່ເພີ່ມຕື່ມບົດນີ້ໃຫ້ເດັ່ນຂຶ້ນ(ໄປຖໍ້າກອງລໍມາ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒