ກະທູ້ມາໃໝ່ | ຫມວດ | ພັນລາວ.ຄອມ » ປະກາດ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນີ້ເປັນອີກຄັ້ງນຶ່ງທີ່ເວັບໄຊພັນລາວຖືກກໍ່ກວນໂດຍບຸກຄົນບໍ່ຫວັງດີ ຄົນເຫຼົ່ານີ້ເປັນຄົນມີການສຶກສາ ແຕ່ມາລະຍາດຜັດວ່າຕ່ຳຕິດດິນ ປານດັ່ງຂີ້ຕົມໃນຍາມຝົນສະນັ້ນ ເລື່ອງທີ່ຂ້າພະເຈົ້າໃນຖານະຂອງທີມງານຈະມາປະກາດໃນມື້ນີ້ ກໍຄື ການກະທຳຂອງທ່ານ Santii ເຊິ່ງໄດ້ຮັບຂໍ້ມູນມາໄລຍະນຶ່ງແລ້ວ ແຕ່ທາງທີມງານກໍບໍ່ໄດ້ຖືຊາຫຍັງ ໄດ້ປ່ອຍໂອກາດໃຫ້ກັບໂຕກັບໃຈປ່ຽນນິໄສ ແຕ່ແນວໃດທ່ານ Santii ກໍຍັງບໍ່ຍອມປ່ຽນ ແລະຍັງສືບຕໍ່ສ້າງຄວາມປັ່ນປ່ວນຢູ່ຢ່າງບໍ່ຢຸດ ໂດຍກໍລະນີຫຼ້າສຸດແມ່ນການໄປປອມໂຕເປັນສະມາຊິກຄົນນຶ່ງຄື http://punlao.com/OB/ ການປອມໂຕແມ່ນ http://punlao.com/Santii/ ໄປກັອບຂໍ້ມູນ ຮວມເຖິງຮູບຕ່າງ ໆ ໃຫ້ເປັນແບບດຽວກັບ http://punlao.com/OB/ ຈົນຕອນນີ້ສະມາຊິກ OB ໄດ້ປ່ຽນຮູບແລະປ່ຽນການຕັ້ງຄ່າໂປຣໄຟລ໌ໃຫ້ເປັນແບບສ່ວນໂຕແທນ (ໝາຍຄວາມວ່າ ຖ້າທ່ານຄລິກເຂົ້າໄປເບິ່ງໂປຣໄຟລ໌ Santii ຈະເຫັນເປັນໂປຣໄຟລ໌ຂອງ OB ແທນ ເຊິ່ງເປັນຄົນລະຄົນກັນ ຖ້າຕ້ອງການເບິ່ງໂປຣໄຟລ໌ເກົ່າຂອງທ່ານ Santii ກະລຸນາເບິ່ງໄດ້ຈາກ cache ຂອງ google) ທາງທີມງານເອງເມື່ອຮູ້ດັ່ງນັ້ນກໍບໍ່ໄດ້ປ່ອຍປະລະເລີຍແຕ່ຢ່າງໃດ ໄດ້ຈັດການຍົກເລີກສະຖານະສະມາຊິກຂອງທ່ານ Santii ແລະປາກົດວ່າ ທ່ານ Santii ໄດ້ສະໝັກມາໃນຊື່ໃໝ່ຄື http://punlao.com/SantiiODM/ ເຊິ່ງທີມງານກໍຈັດການຍົກເລີກສະຖານະສະມາຊິກໄວ້ອີກຮອບ ເນື່ອງຈາກຍັງມີຄະດີທີ່ຍັງບໍ່ແລ້ວເທື່ອ. ຕໍ່ມາ ທ່ານ OB ກໍໄດ້ຂຽນໄດອາຣີ່ ເພື່ອບອກກ່າວເຖິງຄວາມເປັນໄປ ສາມາດອ່ານໄດ້ຈາກ http://punlao.com/OB/diary/8099/. ເມື່ອທາງທ່ານ Santii ຮູ້ວ່າຕົນບໍ່ສາມາດເຂົ້າໃຊ້ໂປຣໄຟລ໌ຕົນເອງໄດ້ ຈຶ່ງຂຽນຂໍ້ຄວາມມາຫາທີມງານໂດຍມີເນື້ອໃນດັ່ງລຸ່ມນີ້... ນີ້ຄືການກະທຳຂອງນັກສຶກສາລາວຢູ່ປະເທດຈີນຄົນນຶ່ງ ທີ່ສະແດງອອກເຖິງຮາກເຫງົ້າຂອງຕົນໄດ້ເປັນຢ່າງດີ. ໃນກະທູ້ນີ້ ຈຶ່ງຂໍປະຈານພຶດຕິກຳເສຍ ໆ ຂອງທ່ານສັນຕິ (ເພິ່ນຢູ່ຈຳປາສັກ ແລະກຳລັງຮຽນຢູ່ປະເທດຈີນ) ອີກຄັ້ງນຶ່ງ ຂໍໃຫ້ຢ່າໄດ້ເອົາເປັນແບບຢ່າງຕໍ່ໜ້າສືບໄປອີກເລີຍ. ຂ້າພະເຈົ້າຕັ້ງໃຈສ້າງເວັບນີ້ມາ ເພື່ອໃຫ້ເປັນບ່ອນແລກປ່ຽນຄວາມເຫັນ ແລະໄດ້ຮູ້ຈັກກັບຄົນລາວນຳກັນທີ່ມີຢູ່ທົ່ວໂລກ ບໍ່ໄດ້ສ້າງມາໃຫ້ເປັນເວັບສຳລັບໂຈມຕີ ຫຼືປອມໂຕເປັນໃຜທັງສິ້ນທັງປວງ. ການສ້າງເວັບນີ້ ກໍບໍ່ໄດ້ງ່າຍ ຕ້ອງໃຊ້ເວລາ ແລະທຶນຮອນຫຼາຍ ໂດຍໂຕຂອງຂ້າພະເຈົ້າເອງກໍບໍ່ໄດ້ມີລາຍໄດ້ຫຍັງກັບມັນເລີຍ ແຕ່ສ້າງເພື່ອໃຫ້ເປັນຂອງພວກເຮົາຄົນລາວທຸກຄົນ. ທາງທີມງານ ຮວມເຖິງຂ້າພະເຈົ້າ ກໍມີພຽງແຕ່ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ແລະຮັກສາກົດຕ່າງ ໆ ເພື່ອໃຫ້ພາຍໃນເວັບ ມີຄວາມເປັນລະບຽບຮຽບຮ້ອຍນັ້ນເອງ. ເຖິງປານນັ້ນແລ້ວ ກໍຍັງມີກຸ່ມບຸກຄົນບາງຄົນ ທີ່ບໍ່ໄດ້ຮູ້ສຶກຮູ້ສາຫຍັງເລີຍໃນຄວາມຍາກລຳບາກຂອງການສ້າງພັນລາວ ເພື່ອໃຫ້ທຸກຄົນໄດ້ໃຊ້ລ້າ ໆ ແລະທີມງານກໍຕ້ອງມາເສຍຄວາມຮູ້ສຶກເພື່ອຮັບຟັງຄຳດ່າຂອງນັກສຶກສາ ທີ່ມີອາການປານດັ່ງຄົນບໍ່ມີການສຶກສາເຫຼົ່ານີ້ຢູ່ເປັນປະຈຳ. ກໍຫວັງວ່າ ຄັ້ງນີ້ຈະເປັນຄັ້ງສຸດທ້າຍ ທີ່ຈະໄດ້ກ່າວຕັກເຕືອນບັນດານັກສຶກສາ ທີ່ອົດສາໄດ້ມີໂອກາດໄປຮຽນຕ່າງປະເທດ ແຕ່ຜັດວ່າມີຈິດຕົກຕ່ຳເຖິງປານນີ້. ຫຍໍ້ໜ້າສຸດທ້າຍ ຢາກຈະຝາກບຸກຄົນທີ່ມັກສ້າງຄວາມເດືອດຮ້ອນວ່າ “ຖ້າຄຶດຫຍັງສ້າງສັນບໍ່ເປັນ ກໍຢ່າໄປຄຶດຫຍັງເລີຍ ນອນລ້າ ໆ ດີກວ່າທ້ອນ ທ່ານເອີຍ” |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກົດ ຕ້ອງເປັນກົດ
ສັດໂລກ ຍ່ອມເປັນໄປຕາມກຳ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາເປີດກະທູ້ ຕັ້ງເປັນຕາໜ່າຍເນາະຄົນພວກນີ້ ອັນເວົ້າວ່າເວບນີ້ຫ່ວຍໆ ຄົນຫ່ວຍໆກາຍັງເຂົ້າມາຫຼິ້ນເສີຍ ກໍ່ກວນຄົນອື່ນເຮັດຫຍັງ ເພິ່ນສ້າງໃຫ້ໄວ້ເພື່ອແລກປ່ຽນຄວາມຄິດເຫັນຕ່າງໆ ລະເຮົາກໍ່ບໍ່ໄດ້ໄປເສຍເງິນນຳເພິ່ນ ແມ່ນຄວາມອ້າຍຫັນລະ ສ້າງມາລະມາເຮັດໃຫ້ເສຍກຳລັງໃຈ ອ້າຍນີນນນນນນນສູ້ໆໆໆໆໆໆໆໆໆໆໆໆໆ
ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທ້າວ ເອມາຕັດໜ້າ ກ່ອນຊ້ຳເນາະ ບໍ່ທັນໄດ້ເປີດຊ້ຳ
ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຊົມເຊີຍການເອົາໃຈໄສ່ເບິ່ງແຍງເວັບບອດຂອງ au8ust ເດີ້ . . . ຢາກຊ່ວຍຢູ່ ແຕ່ບໍ່ມີຄວາມຮູ້ ຂໍເປັນກຳລັງໃຈເອົາສະເນາະ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນເຖິງນັກຮຽນທີ່ໄດ້ໂອກາດໄປສຶກສາຢູ່ຕ່າງປະເທດ ບໍ່ໜ້າເຊື່ອວ່າຈະມີພຶດຕິກັມຄືກັບວ່າບໍ່ໄດ້ຮັບການສຶກສາເລີຍ. ຖ້າໄປຮຽນທຶນຣັຖບາລ ນີ້ເປັນການສ່ອງແສງໃຫ້ເຫັນເຖິງຈຸດອ່ອນໃນການຄັດເລືອກຜູ້ທີ່ມີຄຸນສົມບັດທີ່ເໝາະສົມຂອງຄນະກັມມະການຄັດເລືອກກໍວ່າໄດ້. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕິດບ້ວງແຫ ລະບາດນິ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
เหีแนวนี้กะมีน้ออ้ายน้อ ขอโทษที้เขียนลาวบ่อได้เด้อ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ติดบวงแห หรือติดหนี้ DIOW
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕິດອິສັງເຈົ້າ?
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກໍພິນິຈພິຈາຣະນາຕາມອາກນຊື່ ໆ! ຢ່າຄິດໄປໄກຫລາຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈັງແມ່ນບໍ່ດີ ຢາກເຫັນໜ້າເດ ຜູ້ຊື່ ສັນຕິ ນິ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂລກນີ້ຕັ້ງປາສະຈາກ "ຫ້ຽນ" ບໍ່ໄດ້
M99NOY
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂ້າພະເຈົ້າບໍ່ກ່ຽວເດີ້ ເເຕ່ມີລາງສັງຮອນວ່າຄົນເເຖວປະເທດຕ້າລີກໍາລັງຖືກຂອງເຮີເຮີ
i did it all to my own , turned a chair to a thrown ,i'm a KING in this world
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສັງຄົມກວ້າງເທົ່າໃດ ການແບ່ງແຍກ ຄວາມຂັດແຍ່ງ ກໍ່ຍິງມີຫລາຍເທົ່ານັ້ນ ແຕ່ເຮົາຄົນລາວນຳກັນ ຄວນສາມັກຄີ ແລະ ຮັກແພງກັນໄວ້ໃຫ້ຫລາຍໆ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
umm ..wa sun jung man lao |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອຍ ເມື່ອຍໃຈນຳເດ ເຈັບຕັບອີກເທື່ອຫນຶ່ງ ນິນເອີຍ..... ກຳ......
.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍຂອບໄຈນຳທີມງານ ພັນລາວທຸກຄົນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະແສ...ກວນເມືອງກຳລັງມາແຮງ - -1 ສ້າງກະແສປ້ຳເງີນກະມີແລ້ວ,ສ້າງກະແສແອບອ້າງກະມີມາລ່າສຸດ... ຕໍ່ໄປຈະມີຄົນປະເພດໃດອີກນໍ???
ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກໍ່ກວນຄົນອື່ນແບບນີ້ແລ້ວທ້າວສັນຕິເພີ່ນໄດ້ຫຍັງຂື້ນມາເດນໍ ບໍ່ເຂົ້າໃຈນຳລາວເລີຍ ປານນັ້ນຊື່ສັນຕິ ບໍ່ສົມຊື່ເລີຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ດຽວນີ້ຮູ້ສຶກວ່າເກີດປາກົດການແບບນີ້ຕະຫຼອດນໍ້ ແນວໃດກະມີ ອີຕົນເຈົ້າຂອງເວັບເດ້ ຖືກດ່າຕະຫຼອດ ອົດສາສ້າງເວັບນີ້ມາໂດຍເສຍສະຫລະເງິນສ່ວນຕົວຕົນເອງ ບໍໄດ້ຮັບຜົນກຳໄລອີຫຍັງ ເຮັດດີປານນີ້ກະຍັງມີຄົນມາດ່າ ຕະຫຼອດ ເມື່ອຍແທນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນເຮົານະ ຊິເຮັດດີປານໃດກະຊ່າງ ບໍ່ດີປານໃດກະຊ່າງ ກະມີທັງຖືກຊົມຖືກດ່າດ້ວຍກັນ ແຕກຕ່າງຢູ່ບ່ອນວ່າຈະຊົມຫລືດ່າ ໜ້ອຍຫລືຫຼາຍເທົ່ານັ້ນ ມີສິງດຽວກະຄືຄວາມອົດທົນ ( ຊິອົດໄປຮອດໃສລະ ເມື່ອຍອົດກະຊິດ່າກັບເທົ່ານັ້ນລະ ) ແຮະໆໆ ສູ້ໆເດີ ນິນ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
@ETarBank <<<<<<<< ມີສິງດຽວກະຄືຄວາມອົດທົນ ( ຊິອົດໄປຮອດໃສລະ ເມື່ອຍອົດກະຊິດ່າກັບເທົ່ານັ້ນລະ ) ແຮະໆໆ ສູ້ໆເດີ ນິນ ໂອ໋ຍ...ຈັງແມ່ນຖືກໃຈແທ້ເດ່ປະໂຫຍກດັ່ງກ່າວ....ອາລົມຂ້ອຍກຳລັງເປັນແບບນັ້ນແລະ,ອົດຯຯອົດທົນ ອົດທົນຈົນວ່າ ດຽວກູດ່າກັບເລີຍ "ສັງຄົມທັງຫຼາຍ" 5555
ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ການສຶກສາສູງບໍ່ໄດ້ໝາຍຄວາມວ່າຈະຂັດເກົາຈິດໃຈໃຫ້ເປັນຄົນດີມີລະດັບໃນສັງຄົມໄດ້, ການສຶກສາປຽບຄືດາບສອງຄົມຖ້າຢູ່ໃນມືຂອງຄົນດີກໍ່ໃຊ້ໃຫ້ເປັນປະໂຫຍດກັບສັງຄົມໄດ້ແຕ່ ຖ້າຕົກຢູ່ໃນຄົນບໍ່ດີກໍ່ສາມາດສ້າງຄວາມເດືອດຮ້ອນໃຫ້ຄົນອື່ນໄດ້ເຊັ່ນດຽວກັນ. ຖືເອົາເປັນຕົວຢ່າງ ທີ່ບໍ່ຄວນຮຽນແບບ ຄົນຜູ້ດຽວເຮັດໃຫ້ນັກຮຽນພາກໃຕ້ທີ່ຮຽນຢູ່ຈີນເສຍຫາຍໝົດ. ຖ້າເຕືອນສອງສາມເທື່ອ ບໍ່ຟັງກໍ່ໂພດສຮູບເລີຍໂລດ ຈະໄດ້ຮູ້ຈັກຫນ້າຕາໄວ້ ເຫັນຫນ້າຈະໄດ້ແລ່ນໜີໄກໆ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນິນກໍ່ບໍ່ຕ້ອງຄິດຫຍັງຫຼາຍ ຢ່າເອົາໃຈໄປໃສ່ກັບກຸ່ມຄົນທີ່ເຮັດໂຕເປັນຂີ້ເຫຍື້ອສັງຄົມ ເອົາດີບໍ່ໄດ້ ເລີຍຮຽກຮ້ອງຄວາມສົນໃຈຈາກສັງຄົມດ້ວຍການກວນບ້ານເມືອງໄປແຕ່ລະມື້. ເສຍດາຍທຶນທີ່ຜູ້ກ່ຽວໄດ້ໄປຮຽນ ຫນ້າຈະໃຫ້ຜູ້ທີ່ຢາກຮຽນທີ່ດ້ອຍໂອກາດຍັງມີຫຼາຍ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາອີກແລ້ວ ບໍ່ຊຶ່ນໃຈເລີຍຍາມໄດ້ຮູ້ຂ່າວ ແບບນີ້! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃນນາມຂ້າພະເຈົ້າຮູ້ສຶກບໍ່ພໍໃຈຫຼາຍ ຕໍ່ກັບຄຳວ່າ “ເວບໄຊຫ່ວຍໆ” ຄົນແນວນີ້ຮຽນໄປກໍ່ບໍ່ມີຄຸນປະໂຫຍດຫຍັງ ຄົນບໍ່ມີຄຸນສົມບັດເຖີງການສືກສາຈະສູງແຕ່ບໍ່ມີວັນທີ່ຈະກ້າວໜ້າຍ້ອນຄວາມປາກບໍ່ມີສະມາຄະລະວະ ເວບໄຊ້ຄົນລາວໜ້າຈະສັນລະເສີນ ແລະ ຮັກສາໄວ້ຄຽງຄູ່ຄົນລາວ ນີ້ແລະເຂົາວ່າ ເປັນຄົນລືມຫົວເປັນງົວລືມຕີນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄຳທີ່ໄດ້ highlightໄວ້ຂ້ອຍຄິດວ່າມັນບໍ່ຄວນທີ່ຢ່າງຍິ່ງເພາະທີ່ກ່າວມານັ້ນມັນກາເປັນນິໃສສ່ວນໂຕຂອງໃຜມັນ ບໍ່ແມ່ນນິໃສ່ຂອງຄົນທີ່ມີຖິ່ນກຳເນິດຢູ່ພາກໃຕ້ທັງໝົດ ເຈົ້າຢ່າມາໃຊ້ອາລົມມາຕັດສິນຄົນທີີ່ມີຖິ່ນກຳເນິດຢູ່ພາກໃຕ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
@sirilattana ອ່ານໃຫ້ຄົບທັງວັກໜ້າ ແລະວັກຫຼັງເດີ້ ມັນເປັນປະໂຫຍກເງື່ອນໄຂ ບໍ່ໄດ້ເປັນປະໂຫຍກດ່ຽວ ບໍ່ໄດ້ໝາຍຄວາມວ່າ ທຸກຄົນທີ່ຢູ່ພາກໃຕ້ເປັນແນວນັ້ນ ຂ້າພະເຈົ້າເຄີຍໄປຢູ່ໃຕ້ ອັດຖະຍາໄສຂອງຄົນຢູ່ໃຕ້ກໍດີຫຼາຍ. ຢາກໃຫ້ອ່ານວັກໜ້າແລະວັກຫຼັງໃຫ້ຄົບ ພ້ອມທັງເຂົ້າໃຈເງື່ອນໄຂຂອງປະໂຫຍກ (ໃນປະໂຫຍກນັ້ນມີຄຳເຊື່ອມປະກອບນຳ ສັງເກດບໍ່?) ຂຶ້ນຊື່ວ່າຄົນບໍ່ດີ ຢູ່ໃສກໍມີ ໃນຕ່າງປະເທດ ທີ່ເປັນປະເທດຈະເລີນແລ້ວ ມີຄວາມສິວິໄລເຂົາກໍມີຄົນບໍ່ດີ ມັນກໍບໍ່ແປກບ່ອນໃດ. ແຕ່ແນວໃດກໍຕາມ ເພື່ອໃຫ້ບໍ່ເປັນທີ່ເຄືອງໃຈຊາວໃຕ້ ກໍຄືຊາວລາວທົ່ວປະເທດ ຂ້າພະເຈົ້າໄດ້ຂີດຂ້າປະໂຫຍກນັ້ນໄວ້ແລ້ວເດີ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົານ່າ.. ຢ່າຄິດຫລາຍພີ່ນ້ອງ ຄິດສະວ່າຂະເຈົ້າເຂົ້າມາເພີ່ມສີສັນໃຫ້ເວັບໄຊ ອີກອາລົມໜຶ່ງ.. ອິອິ
<-----ຄົນໃຈດີແຟນຄລັບ
|