ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ພາວະເງີນເຟີ ແລະພາວະເງີນຝຶດ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ພາວະເງີນເຟີ ກັບພາວະເງີນຝຶດ ຈະຢູ່ຝັ່ງກົງກັນຂ້າມສະເໝີ
ສາເຫດຂອງເງີນເຟີ ມາຈາກລາຄາສິນຄາ ແລະການບໍລິການສູງຂື້ນ ສາເຫດທີ່ລາຄາສູງເພາະວ່າອຸປະສົງ Demand ຄືຄົນຕ້ອງການສິນຄ້າຫລາຍ ມັນກພະເລີຍເປັນເຫດໃຫ້ລາຄາແພງ ໃນເມື່ອລາຄາເເພງແລ້ວ ມັນກະເລີຍເຮັດໃຫ້ມູນຄ່າຂອງເງີນລົດລົງ ຍົກຕົວຢ່າງຄື ປີກ່ອນເຮົາເຄີຍຊື້ເສື້ອ ລາຄາ 50.000 ກິບ ປີຕໍ່ມາເຮົາຊື້ 100.000 ກິບ ສິນຄ້າຊະນິດດຽວກັນ ສະເເດງວ່າເຮົາໄດ້ຈົກເງີນໃນກະເປົ່າເພີ້ມອີກ 50.000 ກິບ ແມ່ນບໍ ໃນເມື່ອດັດຊະນີມັນເພີ້ມຂື້ນ ມູນຄ່າຂອງເງີນມັກກະລົດລົງ 50% ແລ້ວ ວິທີແກ້ໄຂ ກະຄືລົດອຸປະສົງ Demand ລົງ
ສ່ວນພາວະເງີນຝຶດ ຄືສິນຄ້າ ແລະການບໍລິການລົດລົງ ມາຈາກ ອຸປະທານ Supply ໄດ້ຜະລິດສິນຄ້າຫລາຍເກີນໄປ ເນື່ອງມາຈາກພະນັກງານເກັ່ງຂື້ນ ແລະເຕກໂນໂລຍີທັນວະໄຫມ ຜູ້ປະກອບການກໍໄດ້ລົດພະນັກງານລົງ ແລະໄດ້ລົດຕົ້ນທຶນການຜະລິດລົງຫລາຍ ຄົນກະເລີຍຕົກວຽກບໍ່ມີວຽກເຮັດ ເລີຍບໍ່ມີລາຍໄດ້ ກະບໍ່ມີເງີນຊື້ສິນຄ້າ ນັກລົງທຶນລົງທຶນນ້ອຍ ເຮັດໃຫ້ອັດຕາການວ່າງວຽກສູງຂື້ນ ຄ່າແຮງງານຕ່ຳ ສິນຄ້າຫລາຍກວ່າຜູ້ຕ້ອງການ ຄືອຸປະສົງນັ້ນເອງ ວິທີແກ້ກະຄື ເພີ້ມອຸປະສົງ Demand ໃຫ້ຫລາຍໆຂື້ນ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ບໍ່ມີໃຜມາຕໍ່ຍອດເລີຍນໍກະທູ້ນີ້

ພາວະນາ ພິກຂຸ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເວລາຮຽນວິຊາ เศรษฐศาสตร์ ຫລັບຕະຫລອດເລີຍປຶກ ອິອິ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ເວລາຮຽນວິຊາ เศรษฐศาสตร์ ຫລັບຕະຫລອດເລີຍປຶກ ອິອິ


ຢ່າຟ້າວຫລັບເດີ ວິຊາເສດຖະສາດ ເປັນເລື່ອງໃກ້ຕົວແທ້ໆ ນັບແຕ່ອອກຈາກບ້ານ ຂື້ນລົດເມ ໄປຕະຫລາດເຊົ້າຊື້ນັ້ນ ຊື້ນີ້ ກ່ຽວຂ້ອງກັບເຮົາຫມົດ ບໍ່ວ່າ ໃນຖານະຜູ້ບໍລິໂພກ ໃນຖານະຜູ້ຜະລິດ ຂາຍ ວິຊານີ້ຍ່ອມສຳຄັນຫມົດ

ພາວະນາ ພິກຂຸ

໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວຕາມຫຼັກການ ( Low of demand ) ພາວະເງີນເຟີ ແລະ ພາວະເງີນຝຶດ ຈະຢູ່ຝັ່ງກົງກັນຂ້າມສະເໝີ
ຂ້າພະເຈ້າປະກອບຄວາມຄິດເຫັນມີ 2ກໍລະນີດັ່ງຕໍ່ໄປນີ໊:
ກໍລະນີ1 ປະລີມານຊີ໊ສີນຄ້າເພີ້ມຂື້ນ ສະແດງວ່າ ເປັນເງິນເຝີ້ ຄວາມໜ້າເຊື່ອຖືທາງການເງິນຫຼຸດລົງແນ່ນອນ.
ກໍລະນີ2 ປະລິມານຊື້ສີນຄ້າຫຼຸດລົງ ສະແດງວ່າ ເປັນເງິນຝຶດ ຄວາມໜ້າເຊື່ອຖືທາງການເງິນເພີ່ມຂື້ນແນ່ນອນ.
ແລະໃຜມີຄວາມຄິດເຫັນແຕກຕ່າງຈາກນີ້ (ຂໍເຊີນມາປະກອບຄວາມຄິດເຫັນໄດ້ເລີຍ)

ຂໍຖາມເພື່ອນພັນລາວທຸກໆຄົນຊ່ວຍແນະນຳແດ່ດີ້
ໃນwindow 7ທີ່ຄີຍໃຊ້ມາເລື້ອຍໆ ຕາມປົກກະຕິ, ແຕ່ຍົກເລີກແລ້ວກັບມາ
ໃຊ້ຄືນ ມັນຜິດປົກກະຕິຄືວ່າ
ເຫດຜົນທີ່ຕິດຕັ້ງໂປຣແກຣມ mesenger window LIVE ບໍ່ໄດ້ຄືເກົ່າມັນຜິດບ່ອນໃດ? ຊ່ວຍຕອບແດ່ເດີ້!