ກະທູ້ມາໃໝ່ | ຫມວດ | ກະດານແຫ... » ທັມມະ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍຈະເຣິນພອນໂຍມທັງຫລາຍຜູ້ທີ່ມີຄວາມປະສົງຢາກຮູ້ຢາກຈະ ປູຈສາ (ຖາມ) ສິ່ງທີ່ຄ້າງຄາໃຈ ກ່ຽວກັບພຸທສາສນາບໍ່ວ່າຈະເລື່ອງຕ່າງໆ ເຊັ່ນ: ທັມມະ, ວິນັຍ, ພິທີກັມຕ່າງທາງສາສນາ....... ຯລຯ .......... ຫລືສິ່ງທີ່ໂຍມຄາໃຈຢູ່ຕອນນີ້ຄືເລື້ອງໃດ ປູຈສາ (ຖາມ) ໄດ້ເລີຍພຣະຈະສັນຫາມາ ວິສັຊນາ(ຕອບ) ໃຫ້ເທົ່າທີ່ຮຽນຮູ້ມາ ປູຈສາ-ວິສັຊນາ.....ຈະເຣິນພອນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຖາມເທົ່າທີ່ຈະຕອບໄດ້ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂດຍ ຂະນ້ອຍ ພະພຸດທະສາສະໜາ ຄິດແນວໃດກັບສາສະໜາອື່ນໆໃນໂລກ? ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂະນ້ອຍ ຢາກຈະປູຈສາ ວ່າ: ການທີ່ຄູບາ (ລາວ ຫຼື ໄທ) ໃຊ້ເງິນຈັບຈ່າຍຊື້ຂອງໃນຫ້າງສັບພະສິນຄ້ານີ້ ຖືວ່າຜິດສິນບໍ່ນໍ້ ?
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ໂດຍ ຂະນ້ອຍພະພຸດທະສາສະໜາ ຄິດແນວໃດກັບສາສະໜາອື່ນໆໃນໂລກ? ອິອິອິ ພຣະພູທເຈົ້າທຸກຄົນຄິດດີ ທຳດີ ເວົ້າດີ ຯລຯ ສະນັ້ນພູທສາສນາຄິດກັນສາສນາອື່ນຫນ້າຈະບໍ່ນອກເຫນືອຈາກຄິດດີມີເມຕຕາ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ປູຈສາເລີຍເນາະ . ຂ້ານ້ອຍໄດ້ຍິນມາວ່າ ພິກຂຸນີ ບໍມີແລ້ວແມ່ນແທ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ໂດຍ ຂະນ້ອຍພະພຸດທະສາສະໜາ ຄິດແນວໃດກັບສາສະໜາອື່ນໆໃນໂລກ? ອິອິອິ ພຣະພຸດທະສາສະນາ ເປັນສາສະໜາດຽວໃນໂລກທີ່ເຂົ້າກັບວິທະຍາສາດໄດ້ ເປັນສາດສະໜາແຫ່ງທຳມະຊາດ ແລະຜູ້ທີ່ສັ່ງສອນພຣະສົງ ກໍ່ບໍ່ເຄິຍເຊີນຊວນໃຫ້ຜູ້ທີ່ບໍ່ໄດ້ນັບຖືສາສະໜາພຸດມາກ່ອນມານັບຖືສາສະນາພຸດ ແລະບໍ່ໄດ້ຈ້າງຈອບອອຍໃຫ້ມານັບຖືສາດສະໜາພຸດ ຖາມວ່າ ພະພຸດທະສາສະໜາ ຄິດແນວໃດກັບສາສະໜາອື່ນໆໃນໂລກ ຖ້າສາດສະໜາລັດທຶອື່ນ ສອນທີ່ບໍ່ເປັນໄປຕາມຄວາມຈິງ ກໍ່ເອີ້ນວ່າພວກເຫັນຜິດ ແຕ່ກໍ່ບໍ່ໄດ້ແບ່ງແຍກ ບໍ່ໄດ້ລັງກຽດຢຽດຫຍາມ ແຕ່ຄິດນຳ ເວົ້ານຳ ເຮັດນຳ ດ້ວຍຄວາມສົງສານ ຄວາມຮັກ ເພື່ອຢາກໃຫ້ເຂົາມີຄວາມສຸກທີ່ແທ້ຈິງ ສົນໃຈເລື່ອງສາດສະໜາຖາມໄດ້ຕະຫລອດ 24 ຊົ່ວໂມງ [img][/img] |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ປູຈສາເລີຍເນາະ .ຂ້ານ້ອຍໄດ້ຍິນມາວ່າ ພິກຂຸນີ ບໍມີແລ້ວແມ່ນແທ້ບໍ? ຫນ້າຈະຍັງມີ ເພາະວ່າເມື່ອຕອນປີກາຍໄດ້ກັບໄປບ້ານໄປຂ້າມຂົວ ລາວ-ໄທ ທີ່ຫນອງຄາຍເຫ້ນພິກຂຸນີເປ້ນຝຣັງ(ບໍ່ຮູ້ສັນຊາດ) ກະເລີຍເຂົ້າໄປຖາມ ນະມັດສະການທ່ານພິກຂຸນີທ່ານມາຈາກປະເທດໃດ ໄດ້ຄຳຕອບມາວ່າ sorry what do you say? ເພາະວ່າພຣະເວົ້າເປ້ນພາສາລາວເວົ້າອັງກິດບໍ່ເປັນທ່ານເລີຍບໍ່ເຂົ້າໃຈກະເລີຍບໍ່ຮູ້ວ່າທ່ານຢູ່ປະເທດໃດ ສະລູບວ່າຍັງມີຢູ່ຈິງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ... ຂະນ້ອຍ ຢາກຈະປູຈສາ ວ່າ: ການທີ່ຄູບາ (ລາວ ຫຼື ໄທ) ໃຊ້ເງິນຈັບຈ່າຍຊື້ຂອງໃນຫ້າງສັບພະສິນຄ້ານີ້ ຖືວ່າຜິດສິນບໍ່ນໍ້ ? ຕ້ອງຍ້ອນໄປເບິ່ງວ່າເງິນນັ້ນມາຈັ່ງໃດ ຖ້າໄດ້ມາດ້ວຍຈິຕບໍຣິສຸດ ອາທິ ບໍ່ໄດ້ລັກມາ ໄດ້ຈາກໂຍມຖວາຍ ຯລຯ ຖືວ່າບໍ່ຜິດແລະບໍ່ອາບັຕິ ແຕ່ຖ້າໄດ້ມາຈາກຈິຕທຸຈຣິຕຈາກການລັກຕ້ອງອາບັຕິແຕ່ຈັບບໍ່ເຖິງກັບໄປຈັບຈ່າຍຢູ່ຫ້າງ ເວົ້າເຖິງຫ້າງຕ້ອງເບິ່ງດ້ວຍວ່າສະຖານທີ່ນັ້ນເຫມາະສົມຫລືບໍ່ເຊັ່ນໄປຊື້ທີ່ບໍ່ເຫມາະສົມກໍເຮັດໃຫ້ໂລກຕິຕຽນໄດ້ ແຕ່ຖ້າໄປຊື້ທີ່ເຫມາະສົມກະລອດໄປຖືວ່າບໍ່ຜິດ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ດີໆໆໆ ຂໍປູຈສາເລີຍ ບາດກ້າວໃນ ການຕັ້ງ ຫລື ວ່າກຳນົດ ສິນ ຫລືວ່າ ວິໄນ ຂອງນັກບວດ ໃນພຸດທະສາດສະຫນາ ມີຫຍັງແດ່? ຫລືວ່າ ຍ້ອນຫຍັງ ຈຶ່ງມີສິນ ຫລື ວິໄນ ຂອງນັກບວດ ໃນພຸດທະສາດສະຫນາ ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ... ດີໆໆໆຂໍປູຈສາເລີຍ ບາດກ້າວໃນ ການຕັ້ງ ຫລື ວ່າກຳນົດ ສິນ ຫລືວ່າ ວິໄນ ຂອງນັກບວດ ໃນພຸດທະສາດສະຫນາ ມີຫຍັງແດ່? ຫລືວ່າ ຍ້ອນຫຍັງ ຈຶ່ງມີສິນ ຫລື ວິໄນ ຂອງນັກບວດ ໃນພຸດທະສາດສະຫນາ ? ເດິມທີພຣະອົງບໍ່ໄດ້ກຳຫນົດສິນໄວ້ແຕ່ຢ່າງໃດເພາະຜູ້ທີ່ພຣະອົງບວດໃຫ້ນັ້ນສຳເລັດອຣິຍມຣຣຄອຣິຍຜົລກ່ອນບວດທັ້ງສິ້ນ ເຊັ່ນ ພຣະປັນຈວຄີ, ພຣະໂມຄຄັລລານະ , ແລະ ພຣະສາຣິບຸຕຣ ລ້ວນແຕ່ສຳເລັດໂສດາປັຕຕິຜົລກ່ອນບວດ ທ່ານເຫລົ່ານັ້ນລ້ວນປະພຶດກັມອັນຄວນແກ່ຖານະຜູ້ອອກບວດທັ້ງສິ້ນບໍ່ຈຳເປັນຕ້ອງກຳຫນົດພຣະວິນັຍກໍບໍ່ກໍ່ກັມຂອງທ່ານຢູ່ແລ້ວ ແຕ່ຕໍ່ມາເມື່ອມີຄຣາວາສຈຳນວນຫລາຍອອກບວດໃນຂະນະທີ່ຍັງບໍ່ບັນລຸອຣິຍມຣຣຄອຣິຍຜົລ ກໍມີບາງທ່ານໄດ້ກໍ່ກັມ ຫລືເຮັດຜິດບາງຢ່າງອັນບໍ່ສົມຄວນແກ່ຖານະຜູ້ອອກບວດ ພຣະພຸທເຈົ້າຈຶ່ງໄດ້ກຳຫນົດພຣະວິນັຍຂື້ນ ເທື່ອລະຂໍ້ ໆຈົນກາຍມາເປັນສິລ227ຂໍ້ສຳຫລັບພຣະພິກຂຸ ແລະ 311ຂໍ້ສຳຫລັບພຣະພິກຂຸນີ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຮັກແທ້ມີຢູ່ໃສຫວະ?
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສຶນຫລືວິນັຍ ປຽບຄືກັບເສັ້ນຝ້າຍ ທີ່ຮ້ອຍດອກໄມ້ໃຫ້ເປັນພວງມາລັຍ ທີ່ຈົບງາມສັນໃດ ສິນວິນັຍກໍ່ເຮັດໃຫ້ພຣະສົງມີລະບຽບຈົບງາມສັນນັ້ນ ທຳອິດພຮະພຸດທະເຈົ້າບໍ່ໄດ້ບັຍຍັດວິນັຍດອກ ເພາະມີແຕ່ພຣະອໍຣະຫັນຫມັດກິເລດແລ້ວຈິ່ງບໍ່ຈຳເປັນ ແຕ່ເມື່ອມີພຣະສົງມາບວດຫລາຍເຂົ້າ ຄົນທີ່ມີກິເລດໜາຕັນຫາມືດ ມາບວດກໍ່ມີການເຮັດຜິດເປັນທຳມະດາ ສາເຫດທຳອິດກໍ່ຄື ພຣະສຸທິນ ໜີເມຍມາບວດ ແຕ່ແມ່ບໍ່ຢາກໃຫ້ບວດເພາະຍັງບໍ່ມີຫລານ ຢາກໄດ້ຜູ້ສືບວົງຕະກຸນ ຈິ່ງຂໍໃຫ້ພຣະສຸທິນເສບເມຖຸນກັບເມນເກົ່າເພື່ອຈະໄດ້ຫລານໄວ້ສືບວົງຕະກຸນ ຕອນນັ້ນຍັງບໍ່ມີການບັນຍັດວິນັຍ ພຣະສຸທິນຈິ່ງເຮັດຕາມຄຳຂໍຂອງແມ່ ເມື່ອພຣະສົງໄດ້ຮູ້ເລື່ອງຈິ່ງນຳໄປຟ້ອງພຣະພຸດທະເຈົ້າ ພຣະອົງຈິ່ງປະຊຸມຄະນະສົງ ແລະບັນຍັດວິນັຍຂື້ນມາເປັນຄັ້ງທຳອິດ ຫາມພຣະສົງເສບເມຖູນ ເສບກາມ ກັບຍິງກໍ່ດີ ຊາຍກໍ່ດີ ກະເທີຍກໍ່ດີ ຕະຫຼອດເຖິງສັດເດຍລະສານຕ່າງໆ ທັງສາມຮູ (ທະວານ) ມີທະວານໜັກ ທະວານເບົາ ແລະປາກເປັນຕົ້ນ ພຣະສົງຜູ້ໃດເສບເມຖູນ ເສບກາມ ຕ້ອງປາຣາຊຶກ ຂາດຈາກຄວາມເປັນພຣະ ບວດອີກໃຫມ່ກໍ່ບໍ່ໄດ້ ນັບແຕ່ນັ້ນມາເມື່ອມີເລື່ອງເກິດຂື້ນແລ້ວຊາວບ້ານຕຳໜິຕິເຕືອນພຣະອົງກໍ່ຕັ້ງເປັນຂໍ້ຫາມຂື້ນ ກາຍເປັນສິນ 227 ຂອງພຣະສົງ ແລະຖືປະຕິບັດກັນມາເຖິງທຸກວັນນີ້ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍປຸສາ ນຳແດ່ຢາກຂໍອະນຸຍາດຖາມພະອາຈານ ວ່າ ກ່ຽວກັບ ອາຈານຫຼືພະ ທີ່ສາມາດ ດູດວງ ແກ້ກຳ ໃຫ້ເລກ ຫຼືປົວພະຍາດດ້ວຍ ຄາຖາອາຄົມລວມເຖິງ ການສັກຍັນ ຕ່າງໆ ບັນດາການກະທຳດັ່ງກ່າວ ເປັນການຜິດສິນຫຼືບໍ່ ແລ້ວເປັນຫຍັງຄົນຄືນິຍົມທີ່ຈະໄປເຮັດກິດຈະກຳເລົ່ານັ້ນ ?
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ນະມັດສະການຍ່າພໍ່ ຂະນ້ອຍຂໍຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ພຣະໄຕປີດົກ ນຳແດ່... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍນ້ອມນະມັດສະການ ຂະນ້ອຍບໍໄດ້ມາຖາມ ເດິ ຂະນ້ອຍມາຈອບອ່ານກະໄດ້ບໍ ຂະໜ່ອຍ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍນ້ອມນະມັດສະການ ຂະນ້ອຍບໍໄດ້ມາຖາມ ເດິ ຂະນ້ອຍມາຈອບອ່ານກະໄດ້ບໍ ຂະໜ່ອຍ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍປຸຈສານຳແດ່ຂະຫນ້ອຍ ຢາກປຸຈສາວ່າ ຄູບາກະຂັບລົດໄດ້ຫວາ? ລົດຖີບ,ລົດຈັກ,ລົດເກງແລະ ລົດອື່ນ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມີອ້າຍຈົວ ແລະ ສຳມະເນນ ລັກກິນເຂົ້າຕອນແລງ(ຄ່ຳ) ຖືວ່າຜິດສິນແມ່ນບໍ່? ແລ້ວຊິແກ້ໄຂຈັງໃດ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ມີອ້າຍຈົວ ແລະ ສຳມະເນນ ລັກກິນເຂົ້າຕອນແລງ(ຄ່ຳ) ຖືວ່າຜິດສິນແມ່ນບໍ່? ແລ້ວຊິແກ້ໄຂຈັງໃດ ຈັບຊິກເລີຍ
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ CrAzBoY ຂຽນວ່າ... ຂໍປຸຈສານຳແດ່ຂະຫນ້ອຍຢາກປຸຈສາວ່າ ຄູບາກະຂັບລົດໄດ້ຫວາ? ລົດຖີບ,ລົດຈັກ,ລົດເກງແລະ ລົດອື່ນ..[/quote ຖ້າສິວ່າໄດ້ກະວ່າໄດ້ ຖ້າສິວ່າບໍ່ກະບໍ່ໄດ້ ງົງ? ບໍ່ຕ້ອງງົງດ໋ຽວອະທິບາຍໄຫ້ຟັງ ສິ່ງທີ່ວ່າໄດ້ຄືພຣະຫລືເນນນັ້ນຢູ່ທີ່ແຖມຫ່າງໄກຫລືຢູ່ເທິງເຂົາເທິງດອຍເທິງພູເທິງຜາ ໄປມາລຳບາກເລີຍຕ້ອງເພິ່ງຍານພາຫະນະໃນການໄປມາ ຫລື ບໍ່ມີຄົນຂັບ ຄົນຂັບລົດປ່ວຍຈຳເປັນຕ້ອງຂັບລົດໄປເອງ(ຂັບໄດ້ສະເພາະລົດເກງ.ລົດສິບລໍ້.ແລະລົດອື່ນໆ ນອກຈາກລົດຈັກ) ຫລືເຂດນັ້ນໆ ເມືອງນັ້ນໆ ແຂວງນັ້ນໆ ເຫັນພຣະເນນຂັບຈົນເຄີຍຕາແລ້ວກະບໍ່ເປັນຫຍັງແຕ່ຖ້າຕ່າງຖິ່ນມາເຫັນເຂົ້າກໍຈະເວົ້າວ່າບໍ່ເຫນາະສົມ ເວົ້າເຖິງບໍ່ໄດ້ກະຄືວ່າພຣະຫລືເນນເປັນເພດສະມະນະບໍ່ຄວນໄປເຮັດສິ່ງທີ່ບໍ່ເຫມາະສົມ ອະທິ ຖ້າຂັບລົດຄືເປັນການບໍ່ສຳຣວມກາຍບໍ່ຜິດວິນັຍແຕ່ບໍ່ເຫມາະສົມແລະເປັນພາບບໍ່ດີໃນສາຍຕາປະຊາຊົນ ຈະເຣິນພອນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສິນ ຫລື ວິໄນ ທັງ 227 ນັ້ນ ຍັງເຫມາະສົມກັບ ສະພາບປັດຈຸບັນ ທຸກຂໍ້ບໍ? ຖ້າບໍ່ເຫມາະ ຄວນມີການແກ້ໄຂບໍ? ຖ້າຈະແກ້ ຄວນແກ້ແນວໃດ? ຄູບາ ອາຈານ ໃຫ້ເລກ ໃຫ້ຫວຍ ຜິດກົດ ຂໍ້ໃດ, ຜິດຫນັກປານໃດ? ຄູບາ ອາຈານ ຂັບລົດຈັກ ຜິດສິນ ຫລື ວ່າ ບໍ່ເຫມາະສົມ? ຄູບາ ອາຈານ ສະສົມ ເງິນຄຳໄວ້ຫລາຍ (ເປັນຂອງສ່ວນໂຕ) ດີບໍ? ຄູບາ ອາຈານ ສູບຢາ ບໍ່ຜິດສິນບໍ? ເຫມາະສົມບໍ? ຄູບາ ອາຈານ ຈົ່ງຄີ້ວ ຈະເປັນຜົນດີ ຕໍ່ສຸກຂະພາບບໍ? ເພາະບໍ່ໃຫ້ເຫື່ອໄຫລເຂົ້າຕາ ຄູບາ ອາຈານ ໃສ່ແວ່ນຕາດຳກັນແດດ ເປັນຜົນດີ ຕໍ່ສຸກຂະພາບບໍ? ເພາະກັນອັນຕະລາຍຈາກແສງແດດ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂະນ້ອຍມາຈອບເບິ່ງຕາມເຄີຍ
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ... ນະມັດສະການຍ່າພໍ່ ຂະນ້ອຍຂໍຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ພຣະໄຕປີດົກ ນຳແດ່...ພຣະໄຕຣປິດົກ ເປັນຄຳພີສຳຄັນຂອງສາສະໜາພຸດ ເກິດຂື້ນມາປະມານ ພສ 300 ຫຼັງຈາກພຣະພຸດພຣະເຈົ້ານິບພານເປັນການລວບລວມຄຳສອນຂອງພຣະພຸດທະເຈົ້າໃຫ້ເປັນໜວດໜູ່ ຄຳວ່າໄຕແປວ່າສາມ ປິດົກແປວ່າ ກະຕ່າ ລວມແລ້ວເປັນກະຕ່າສາມອັນທີ່ໃສ່ຄຳສອນທາງສາສະໜາ ຄຳປຽບທຽບ ມີສາມໝວດຄື ພຣະວິນັຍປິດົກ ວ່າດ້ວຍສິນຂອງພຣະສົງ ພິກສຸນີ ແລະພິທີກຳ ເຊັ່ນບວດພຣະເປັນຕົ້ນ ມີ 2100 ພຣະທຳມະຂັນ ພຣະສູດຕັນຕະປິດົກ ວ່າດ້ວຍພຣະທຳມະເທສໜາໂດຍມີເລື່ອງລາວຕ່າງໆ ມີເຫດການແລະບຸກຄົນ ສະຖານທີ່ປະກອບ ມີ 2100 ພຣະທຳມະຂັນ ພຣະອະພິທຳ ວ່າດ້ວຍຫລັກທຳລ້ວນໆ ທີີ່ເປັນສັດຈະທຳ ເປັນແກ່ນທຳ ເຊັ່ນວ່າດ້ວຍຮູບນາມ ຂັນຫ້າ ທາດສີ່ ວ່າດ້ວຍຈິດ ເປັນຕົ້ນ ມີ 4200 ພຣະທຳມະຂັນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ CrAzBoY ຂຽນວ່າ... ຂໍປຸຈສານຳແດ່ຂະຫນ້ອຍຢາກປຸຈສາວ່າ ຄູບາກະຂັບລົດໄດ້ຫວາ? ລົດຖີບ,ລົດຈັກ,ລົດເກງແລະ ລົດອື່ນ.. ຕ້ອງເບິ່ງຕາມກາລະເທສະ ແລະເຈຕະນາ ຖ້າເພິ່ນຂັບລົດໄປຮຽນໜັງສື ເພື່ອປົກປັກຮັກສາສາດສະນາ ບໍ່ຂັບດ້ວຍຄວາມໂລບໂລໂທສະ ບໍ່ເອັາໄປອວດຜູ້ໃດກໍ່ຂັບໄດ້ເພາະບໍ່ມີຂໍ້ຫ້າມໄວ້ ຫຼືສັງຄົມບ່ອນນັ້ນບໍ່ຕຳໜິ ແຕ່ຖ້າສັງຄົມບໍ່ເຫັນນຳກໍ່ບໍ່ເຫມາະສົມເຊັ່ນຢູວຽງຈັນມີລົດຫລາຍ ໄປມາກໍ່ສະດວກ ຖ້າໄປຂັບລົດເອັງກໍ່ບໍ່ສົມຄວນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ... ສິນ ຫລື ວິໄນ ທັງ 227 ນັ້ນ ຍັງເຫມາະສົມກັບ ສະພາບປັດຈຸບັນ ທຸກຂໍ້ບໍ?ຖ້າບໍ່ເຫມາະ ຄວນມີການແກ້ໄຂບໍ? ຖ້າຈະແກ້ ຄວນແກ້ແນວໃດ? ຄູບາ ອາຈານ ໃຫ້ເລກ ໃຫ້ຫວຍ ຜິດກົດ ຂໍ້ໃດ, ຜິດຫນັກປານໃດ? ຄູບາ ອາຈານ ຂັບລົດຈັກ ຜິດສິນ ຫລື ວ່າ ບໍ່ເຫມາະສົມ? ຄູບາ ອາຈານ ສະສົມ ເງິນຄຳໄວ້ຫລາຍ (ເປັນຂອງສ່ວນໂຕ) ດີບໍ? ຄູບາ ອາຈານ ສູບຢາ ບໍ່ຜິດສິນບໍ? ເຫມາະສົມບໍ? ຄູບາ ອາຈານ ຈົ່ງຄີ້ວ ຈະເປັນຜົນດີ ຕໍ່ສຸກຂະພາບບໍ? ເພາະບໍ່ໃຫ້ເຫື່ອໄຫລເຂົ້າຕາ ຄູບາ ອາຈານ ໃສ່ແວ່ນຕາດຳກັນແດດ ເປັນຜົນດີ ຕໍ່ສຸກຂະພາບບໍ? ເພາະກັນອັນຕະລາຍຈາກແສງແດດ ບໍ່ສະເຫມີໄປເຊັ່ນຂໍ້ທີ່ວ່າພຣະສົງກັບພິກສຸນີ ດຽວນີ້ບາງປະເທດເຊັ່ນລາວເຮົາບໍ່ມີພິກສຸນີການປະຕິບັດກໍ່ຫມົດໄປໂດຍອັດຕະໂນມັດ ຖາມວ່າໄດ້ແກ້ໄຂບໍ່ ກໍ່ຕອບວ່າບໍ່ເລີຍກົດບັນຍັດກໍ່ຍັງຄືເກົ່າ ຕ້ອງອ່ານເນື້ອຄວາມວິນັຍຂໍ້ນັ້ນແລ້ວມາເບິ່ງໃສ່ສະຖານະການປະຈຸບັນວ່າເປັນແນວໃດ ບາງຂໍ້ກໍ່ປະຍຸກໄປຕາມສະຖານະການເຊັ່ນ ພຮະຈັບເງິນ ພຣະຂັບລົດ ເປັນຕົ້ນ ຖາມວ່າພໍ່ອອກແມ່ອອກແຖວນັ້ນເຂົາຕິບໍ່ ຫຼືເຂົາເຫັນນຳ ການແກ້ໄຂວິນັຍນັ້ນເປັນເລື່ອງຂອງຄະນະສົງ ເພາະວ່າພຣະພຸດທະເຈົ້າບອກພຣະອານົນກ່ອນນິບພານວ່າ ອານົນວິນັຍເລັກໆນ້ອຍໆທີ່ເຮົາບັນຍັດໄວ້ນັ້ນຕໍ່ໄປຖ້າສົງຢາກແກ້ໄຂກໍ່ໄດ້ ແຕ່ພຣະອານົນລືມຖາມໄປວ່າ ວິນັຍເລັກໆນ້ອຍໆ ຄືຂໍ້ໃດ ດັ່ງນັ້ນພຣະເຖຣະທັງຫລາຍກໍ່ເຫັນດີວ່າຮັກສາໄວ້ຄືເກົ່າ ບໍ່ແກ້ໄຂ ແຕ່ມິສົງອີກກຸ່ມຫນຶ່ງບໍ່ເຫັນດ້ວຍກໍ່ແຍກອອກໄປແລະຕັ້ງເປັນມະຫາຍານຂື້ນມາ ດັ່ງນັ້ນສາສະນາພຸດຈິ່ງມີສອງນິກາຍ ຄືເຖຣະວາດ ແລະມະຫາຍານ ພຣະເປັນຜູ້ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຊາວບ້ານ ຖ້າພຣະສອນເດັກນ້ອຍວ່າສູບຢາບໍ່ດີແຕ່ໂຕເອັງສູບແລ້ວໃຜຈະຟັງ ທີ່ຈິງບໍ່ຜີດວິນັຍດອກແຕ່ບໍ່ເຫມາະສົມ ພຣະໃຫ້ເລກໃຫ້ຫວຍຜິດຂໍ້ມິດສາອາຊີບ ເປັນວິຊາຊັ້ນຕ່ຳ ເດຍລັດສານວິຊາ ບໍ່ເໜາະກັບພຣະສົງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ມີອ້າຍຈົວ ແລະ ສຳມະເນນ ລັກກິນເຂົ້າຕອນແລງ(ຄ່ຳ) ຖືວ່າຜິດສິນແມ່ນບໍ່? ແລ້ວຊິແກ້ໄຂຈັງໃດ ອ້າຍຈົວມີສິນ 10 ຂໍ້ 5 ຂໍ້ທຳອິດ ຖ້າຜິດແລ້ວຕ້ອງລາສິກຂາ ແຕ່ບວດໃຫມ່ໄດ້ 5 ຂໍ້ສຸດທ້າຍຜິດແລ້ວໄປຮັບສິນໃຫມ່ ອ້າຍຈົວຮັບສິນທຸກວັນສິນຢູ່ແລ້ວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕັ້ງກະທູ້ແລ້ວບໍ່ຕອບໃຫ້ເຂົາເພຶ່ນນີ້ ຄົງບໍ່ເປັນຫຍັງຕິຂ້ານ້ຽຕອບແທນໃຫ້ http://punlao.com/webboard/%E0%BA%81%E0%BA%B0%E0%BA%94%E0%BA%B2%E0%BA%99%E0%BB%81%E0%BA%AB%E0%BB%88%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%AE%E0%BA%BD%E0%BA%99%E0%BA%AE%E0%BA%B9%E0%BB%89/%E0%BA%97%E0%BA%B1%E0%BA%A1%E0%BA%A1%E0%BA%B0/%E0%BB%80%E0%BA%AB%E0%BA%A5%E0%BA%BB%E0%BB%88%E0%BA%B2%E0%BA%81%E0%BB%8D%E0%BA%82%E0%BA%AD%E0%BA%87%E0%BA%AA%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B0-%E0%BB%9C%E0%BB%8D%E0%BB%88%E0%BB%81%E0%BB%9C%E0%BA%87%E0%BA%9C%E0%BA%B9%E0%BB%89%E0%BA%AA%E0%BA%B7%E0%BA%9A%E0%BA%97%E0%BA%AD%E0%BA%94%E0%BA%9E%E0%BA%A3%E0%BA%B0%E0%BA%9E%E0%BA%B8%E0%BA%94%E0%BA%97%E0%BA%B0%E0%BA%AA%E0%BA%B2%E0%BA%AA%E0%BA%B0%E0%BB%9C%E0%BA%B2%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%95%E0%BA%B2%E0%BA%AE%E0%BA%B1%E0%BA%81-%E0%BB%86-151575-1.html |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kunbanna ຂຽນວ່າ... ຕັ້ງກະທູ້ແລ້ວບໍ່ຕອບໃຫ້ເຂົາເພຶ່ນນີ້ຄົງບໍ່ເປັນຫຍັງຕິຂ້ານ້ຽຕອບແທນໃຫ້ http://punlao.com/webboard/%E0%BA%81%E0%BA%B0%E0%BA%94%E0%BA%B2%E0%BA%99%E0%BB%81%E0%BA%AB%E0%BB%88%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%AE%E0%BA%BD%E0%BA%99%E0%BA%AE%E0%BA%B9%E0%BB%89/%E0%BA%97%E0%BA%B1%E0%BA%A1%E0%BA%A1%E0%BA%B0/%E0%BB%80%E0%BA%AB%E0%BA%A5%E0%BA%BB%E0%BB%88%E0%BA%B2%E0%BA%81%E0%BB%8D%E0%BA%82%E0%BA%AD%E0%BA%87%E0%BA%AA%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B0-%E0%BB%9C%E0%BB%8D%E0%BB%88%E0%BB%81%E0%BB%9C%E0%BA%87%E0%BA%9C%E0%BA%B9%E0%BB%89%E0%BA%AA%E0%BA%B7%E0%BA%9A%E0%BA%97%E0%BA%AD%E0%BA%94%E0%BA%9E%E0%BA%A3%E0%BA%B0%E0%BA%9E%E0%BA%B8%E0%BA%94%E0%BA%97%E0%BA%B0%E0%BA%AA%E0%BA%B2%E0%BA%AA%E0%BA%B0%E0%BB%9C%E0%BA%B2%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%95%E0%BA%B2%E0%BA%AE%E0%BA%B1%E0%BA%81-%E0%BB%86-151575-1.html ຮ
ເຮົາໄປກັນບໍ່ໄດ້
|