ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄາໃຈເລື່ອງບຸນຄຸນແມ່ລູກ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເລື່ອງຂອງຄົນທີ່ຮູ້ຈັກຄົນໜຶ່ງມາເລົ່າໃຫ້ຟັງເດີ:

ເພິ່ນແມ່ນຜູ້ຊາຍ ລູກເຄິ່ງຄົນສິງກະໂປ, ຮຽນຈົບໂທແລ້ວ, ມີວຽກເຮັດການງານແລ້ວ, ອາຍຸປະມານ 25, ຮູບຫຼໍ່ດີ :)

ແຕ່ເພິ່ນເລົ່າວ່າ: ເພິ່ນມີປະຫວັດທີ່ໂຫດຮ້າຍຫຼາຍ:

ຫຼັງຈາກທີ່ແມ່ເພິ່ນເກີດເພິ່ນອອກມາແລ້ວກໍ່ປະເພິ່ນໄວ້ທີ່ໂຮງໝໍແລ້ວກໍ່ໜີ

ແມ່ຕູ້ໄດ້ເອົາເພິ່ນໄປລ້ຽງຈົນໃຫຍ່

ຕອນນີ້ແມ່ເກີດຂອງເພິ່ນທຽວມາຂໍເງິນນຳເພິ່ນ

ເພິ່ນຮູ້ສຶກຊັງໆແຮງແຕ່ກໍ່ບໍ່ຮູ້ຊິເຮັດ.

ໃຜກໍ່ເອົາສາສະໜາມາອ້າງເພິ່ນວ່າ: ເວົ້າບໍ່ດີກັບແມ່ບາບເດີ!

ລາວຢາກຮ້າຍແຮງກໍ່ເລີຍຮ້າຍພວກທີ່ເວົ້າໃຫ້ເພິ່ນວ່າ:

ລອງເປັນພວກເຈົ້າເບິ່ງດູ! ວ່າຈະຮູ້ສຶກແນວໃດ

ພວກເຂົາກໍ່ມິດຫງຽບໄປຕາມໆກັນ

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ຈັ່ງໃດກໍ່ແມ່ຜູ້ໃຫ້ກຳເນີດເຮົາ
ຈະດີຫຼືບໍ່ດີ ເພິ່ນກໍ່ອົດສາ ຕັ້ງທ້ອງຕັ້ງ9ເດືອນເພື່ອເກີດເຮົາມາ
ເພິ່ນອາດມີເຫດຜົນທີ່ບໍ່ສາມາດລ້ຽງເຮົາໄວ້
ແຕ່ວ່າ ຂ້ອຍຄິດວ່າບໍ່ມີແມ່ຜູ້ໃດບໍ່ຮັກລູກໂຕເອງດອກ
ຖ້າເປັນຂ້ອຍ, ຂ້ອຍກໍ່ຈະຕອບແທນບຸນຄຸນເພິ່ນ ເຖິງເພິ່ນຈະບໍ່ດີກັບເຮົາກໍ່ຕາມ
ຄິດເສຍວ່າ ຖ້າບໍ່ມີເພິ່ນ ເຮົາຄົງຈະບໍ່ສາມາດເກີດມາມີໜ້າຕາຫຼໍ່ໆ ມີວຽກເຮັດແບບນີ້ ຕິເບາະ ແຮະ ແຮະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ຈັ່ງໃດກໍ່ແມ່ຜູ້ໃຫ້ກຳເນີດເຮົາ
ຈະດີຫຼືບໍ່ດີ ເພິ່ນກໍ່ອົດສາ ຕັ້ງທ້ອງຕັ້ງ9ເດືອນເພື່ອເກີດເຮົາມາ
ເພິ່ນອາດມີເຫດຜົນທີ່ບໍ່ສາມາດລ້ຽງເຮົາໄວ້
ແຕ່ວ່າ ຂ້ອຍຄິດວ່າບໍ່ມີແມ່ຜູ້ໃດບໍ່ຮັກລູກໂຕເອງດອກ
ຖ້າເປັນຂ້ອຍ, ຂ້ອຍກໍ່ຈະຕອບແທນບຸນຄຸນເພິ່ນ ເຖິງເພິ່ນຈະບໍ່ດີກັບເຮົາກໍ່ຕາມ
ຄິດເສຍວ່າ ຖ້າບໍ່ມີເພິ່ນ ເຮົາຄົງຈະບໍ່ສາມາດເກີດມາມີໜ້າຕາຫຼໍ່ໆ ມີວຽກເຮັດແບບນີ້ ຕິເບາະ ແຮະ ແຮະ

ຫຼາຍຄົນອະທິບາຍໃຫ້ເຂົາຟັງ ແຕ່ເຂົາທຳໃຈຮັບບໍ່ໄດ້ດອກ
ຂ້ອຍກໍ່ພະຍາຍາມອະທິບາຍແລ້ວ
ເຂົາບອກວ່າເປັນໄປບໍ່ໄດ້ທີ່ຈະໃຫ້ອະໄພ
ຖ້າອາຍຸຫຼາຍມາຄືຊິຄິດໄດ້ຢູ່ ອິອິອິ

ສ່ວນຖ້າແມ່ນຂ້ອຍພົບສະພາບແບບນັ້ນ ຂ້ອຍກໍ່ຄິດວ່າຄືຊິຍັງທຳໃຈຮັບບໍ່ໄດ້ຄືກັນເພາະວ່າ:

ລ້ຽງກໍ່ບໍ່ໄດ້ລ້ຽງເຮົາມາ ຢູ່ບໍ່ຢູ່ກໍ່ມາສະເໜີໜ້າຂໍເງິນ

ເປັນໄປໄດ້ແນວໃດ, ອາຍແທນຊ້ຳ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນ 2 ເທື່ອ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນ 3 ເທື່ອ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ກຳມຸນາວະຕະຕິໂລໂກ ສັດໂລກເປັນໄປຕາມກຳ
ບຸນຄຸນທີ່ເພິ່ນທົນລຳບາກອຸ້ມທ້ອງ9ເດືອນ ກ່ອນຄອດເຮົາອອກມາ ຊຳນີ້ກະບໍ່ມີຫຍັງທົດແທນຄຸນເພິ່ນໄດ້ແລ້ວ
ບໍ່ຕ້ອງໄປເວົ້າເຖິງເພິ່ນສິລ້ຽງ ລຶບໍ່ໄດ້ລ້ຽງເຮົາດອກ
ດີຊຳໄດ໋ແລ້ວທີ່ເພິ່ນບໍ່ເອົາໄປລູກກອກ ລຶກຸມານທອງ ຄືໆກັບທີ່ເປັນຂ່າວ

ຍັງມີອີກຫຼາຍຄົນອຍາກເຫັນແມ່ ອຍາກເບິ່ງແຍງດູແລຕອບແທນຄຸນ ແຕ່ກະບໍ່ມີໂອກາດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດລາວກໍ່ຢືນຢັນວ່າ: ລອງໄປເປັນລາວເບິ່ງແລ້ວຈະຮູ້ສຶກວ່າ:​ ການທີ່ບໍ່ມີຄອບຄົວອົບອຸ່ນເບິ່ງແຍງ ຈະເຕີບໂຕຂຶ້ນມາໄດ້ແບບໃດ
ລາວໃຫຍ່ຂຶ້ນມາກັບໂບດເດີ ເປັນຄົນດຸໝັ່ນຂະຫຍັນຮຽນຫຼາຍ ຈິ່ງມີທຸກມື້ນີ້

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ກໍ່ແມ່ນຢູ່ ບໍ່ຖືກໃຜບໍ່ຮູ້ນະ
ແຕ່ວ່າ ພະພຸດທະເຈົ້າສອນໄວ້ວ່າ ເວນຍ່ອມລະງັບດ້ວຍການບໍ່ຈອງເວນ
ເຖິງຈະຄຽດ ຈະຊັງເພິ່ນ ມັນກໍ່ບໍ່ໄດ້ເປັນຜົນດີຕໍ່ໂຕເຮົາເອງ ຕໍ່ຈິດໃຈເຮົາເອງ
ການໃຫ້ອະໄພເປັນເລື່ອງທີ່ເຮັດຍາກທີ່ສຸດ ແຕ່ຖ້າເຮັດໄດ້ ເຮົາເອງທີ່ຈະເປັນສຸກ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖາມເຫດຜົນ ເປັນຫຍັງຕ້ອງຖິ້ມເຮົາ, ຊ່ວງໄລຍະທີ່ຜ່ານມາ ຄືບໍ່ຕິດຕໍ່ຫາລູກ ຖ້າໄດ້ເຫດຜົນນັ້ນ ແລ້ວ ຈຶ່ງພິຈາລະນານຳຫລັງ (ການໃຫ້ໂອກາດເປັນສິ່ງທີ່ປະເສີດຕໍ່ການດຳລົງຊີວິດ)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວວ່າ: ຍາກຫຼາຍທີ່ຈະປ່ຽນແປງ, ເລື່ອງບາບບຸນຄຸນໂທດ ລາວກໍ່ຮູ້ຢູ່ດອກ ແຕ່ເລື່ອງເຫດຜົນ ເຄີຍມີໃຜເຂົ້າໃຈລາວບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ້ອງຄິດຫຍັງຫລາຍມັນແມ່ນກຳອັນຫນື່ງຂອງເຮົາແລ້ວ...ແລະຈົ່ງຢ່າສ້າງກຳອີກຕໍ່ໄປເທາະ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ບໍ່ຕ້ອງຄິດຫຍັງຫລາຍມັນແມ່ນກຳອັນຫນື່ງຂອງເຮົາແລ້ວ...ແລະຈົ່ງຢ່າສ້າງກຳອີກຕໍ່ໄປເທາະ...

ລາວເວົ້າວ່າຍິ່ງຢາກລືມ ກໍ່ຍິ່ງເໝືອນເຊື່ອງຂີ້ຝຸ່ນໄວ້ກ້ອງສາດ ຍິ່ງປະໄວ້ດົນໆ ຂີ້ຝຸ່ນນັ້ນກໍ່ໜາທຶບຂຶ້ນເລື້ອຍໆວ່າຊັ້ນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງສິ່ງທີ່ເຮົາຢາກລືມມັນກໍ່ລືມບໍໄດ້
ຂ້ອຍຄິດວ່າລາວຄົງຈະເຈັບປວດຫຼາຍກັບການທີ່ຖືກຜູ້ໃຫ້ກຳເນີດຖິ້ມໄປ
ຈົນວ່າລູກໃຫຍ່ແລ້ວຈັ່ງກັບມາ
ແຕ່ກີ້ລາວໄປຢູ່ໃສ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຈົ່ງປະລະໃຫ້ໄດ້ໃນຄວາມໂກດຄວາມຫລົງໃຈປະສົງສີ່ງດີວາລະມີມັນຫາກແຜ່ເພີ່ນເປັນແມ່ແທ້ໆຊິປະຖີ້ມໄດ້ຈັ່ງໃດ
ບາງເທື່ອຈັກແມ່ນໃຜບໍ່ຮູ້ເຮົາຍັງຊູຊ້ວນຊ່ວຍເຫັນດ້ວຍໃນຄວາມແຄ້ນແຕ່ໃຫ້ຖືເປັນແວ່ນແຍງເຮົາເອົາໃດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ບາງຄັ້ງສິ່ງທີ່ເຮົາຢາກລືມມັນກໍ່ລືມບໍໄດ້
ຂ້ອຍຄິດວ່າລາວຄົງຈະເຈັບປວດຫຼາຍກັບການທີ່ຖືກຜູ້ໃຫ້ກຳເນີດຖິ້ມໄປ
ຈົນວ່າລູກໃຫຍ່ແລ້ວຈັ່ງກັບມາ
ແຕ່ກີ້ລາວໄປຢູ່ໃສ

ແມ່ນແລ້ວ ລາວເວົ້າວ່າ: ຊີວິດລາວເກີດມາ ຍັງບໍ່ຮູ້ຈັກຄຳວ່າຄອບຄົວທີ່ອົບອຸ່ນຊ້ຳ
ມັນໂຫດຮ້າຍເກີນທີ່ຈະຮັບໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນ 2 ເທື່ອອີກລະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ຈົ່ງປະລະໃຫ້ໄດ້ໃນຄວາມໂກດຄວາມຫລົງໃຈປະສົງສີ່ງດີວາລະມີມັນຫາກແຜ່ເພີ່ນເປັນແມ່ແທ້ໆຊິປະຖີ້ມໄດ້ຈັ່ງໃດ
ບາງເທື່ອຈັກແມ່ນໃຜບໍ່ຮູ້ເຮົາຍັງຊູຊ້ວນຊ່ວຍເຫັນດ້ວຍໃນຄວາມແຄ້ນແຕ່ໃຫ້ຖືເປັນແວ່ນແຍງເຮົາເອົາໃດ...

ລາວເວົ້າວ່າ: ເວົ້າອັນໃດ ໃຜໆກໍ່ເວົ້າໄດ້
ແຕ່ໃຜຈະຮູ້ວ່າເຫດການແທ້ເປັນແນວໃດ ແລະ ມັນຍາກສ່ຳໃດ ທີ່ຈະຄິດແບບເຮົາທົ່ວໄປເວົ້າ
ຊີວິດຈິງຕ່າງກັນຫຼາຍ ວ່າຊັ້ນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ຈົ່ງປະລະໃຫ້ໄດ້ໃນຄວາມໂກດຄວາມຫລົງໃຈປະສົງສີ່ງດີວາລະມີມັນຫາກແຜ່ເພີ່ນເປັນແມ່ແທ້ໆຊິປະຖີ້ມໄດ້ຈັ່ງໃດ
ບາງເທື່ອຈັກແມ່ນໃຜບໍ່ຮູ້ເຮົາຍັງຊູຊ້ວນຊ່ວຍເຫັນດ້ວຍໃນຄວາມແຄ້ນແຕ່ໃຫ້ຖືເປັນແວ່ນແຍງເຮົາເອົາໃດ...

ລາວເວົ້າວ່າ: ເວົ້າອັນໃດ ໃຜໆກໍ່ເວົ້າໄດ້
ແຕ່ໃຜຈະຮູ້ວ່າເຫດການແທ້ເປັນແນວໃດ ແລະ ມັນຍາກສ່ຳໃດ ທີ່ຈະຄິດແບບເຮົາທົ່ວໄປເວົ້າ
ຊີວິດຈິງຕ່າງກັນຫຼາຍ ວ່າຊັ້ນ

ໂດຍ...ຂໍໂທດໃດທີ່ເວົ້າຍາວໄປແລ້ວແນວຄິດສ່ວນຕົວດອກໃດ...ສຸດທ້າຍກໍ່ຕາມໃຈເຈົ້າຫັ້ນລະວ່າຊິເຮັດແນວໃດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂດຍ...ຂໍໂທດໃດທີ່ເວົ້າຍາວໄປແລ້ວແນວຄິດສ່ວນຕົວດອກໃດ...ສຸດທ້າຍກໍ່ຕາມໃຈເຈົ້າຫັ້ນລະວ່າຊິເຮັດແນວໃດ...

ຮວ້າຍ ຊິມາຂໍໂທດ ຂໍເທດຫຍັງ
ແລ້ວຊິຕາມໃຈຂ້ອຍຫຍັງ
ບໍ່ແມ່ນເລື່ອງຂ້ອຍນ່າ
ເປັນເລື່ອງຂອງເຂົາເຈົ້າ ເອົາມາເລົ່າໃຫ້ຟັງ
ເວົ້າໄປແລ້ວຈັ່ງຊັ້ນ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ບໍ່ຖືກໃຜຄົງບໍ່ຮູ້ເນາະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lovening ຂຽນວ່າ...
ບໍ່ຖືກໃຜຄົງບໍ່ຮູ້ເນາະ

ຫັ້ນລະ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົບປະລິນຍາໂທ ຄິດໄດ້ຊ່ຳນີ້ກະບໍ່ຮູ້ສິວ່າ
ຈັ່ງແມ່ນຮຽນແຕ່ທາງໂລກນໍ ສິນທຳຄວາມດີ ຄວາມກະຕັນຍູບໍ່ຮູ້
ຄົນເຮົາຂາດຄວາມກະຕັນຍູແລ້ວກະເມິດທໍ່ນັ້ນແຫລະ ບໍ່ມີຄວາມສຸກ ຫາຄວາມຈະເລີນບໍ່ໄດ້
ລວຍຊ່ຳໃດກໍ່ໍຊ່າງ ດຽວນານໄປຈະເສຍດາຍພາຍຫລັງ ກາຍເປັນປົມດ້ອຍຂຶ້ນໃນໃຈ...ຫລືວ່າໃຫ້ແມ່
ເຂົ້າໂລງສົບກ່ອນຈຶ່ງຈະສຳນຶກ...........ບູຮານວ່າໄວ້: ບໍ່ເຫັນໂລງສົບ ບໍ່ຫລັ່ງນ້ຳຕາກະຫາກແມ່ນຄວາມເພີ່ນໄດ໋ເນາະ!!!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍເດົາວ່າ ເລື່ອງນີ້ບໍ່ແມ່ນເລື່ອງຈິງ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ບໍ່ຮູ້ນຳລາວເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຈົບປະລິນຍາໂທ ຄິດໄດ້ຊ່ຳນີ້ກະບໍ່ຮູ້ສິວ່າ
ຈັ່ງແມ່ນຮຽນແຕ່ທາງໂລກນໍ ສິນທຳຄວາມດີ ຄວາມກະຕັນຍູບໍ່ຮູ້
ຄົນເຮົາຂາດຄວາມກະຕັນຍູແລ້ວກະເມິດທໍ່ນັ້ນແຫລະ ບໍ່ມີຄວາມສຸກ ຫາຄວາມຈະເລີນບໍ່ໄດ້
ລວຍຊ່ຳໃດກໍ່ໍຊ່າງ ດຽວນານໄປຈະເສຍດາຍພາຍຫລັງ ກາຍເປັນປົມດ້ອຍຂຶ້ນໃນໃຈ...ຫລືວ່າໃຫ້ແມ່
ເຂົ້າໂລງສົບກ່ອນຈຶ່ງຈະສຳນຶກ...........ບູຮານວ່າໄວ້: ບໍ່ເຫັນໂລງສົບ ບໍ່ຫລັ່ງນ້ຳຕາກະຫາກແມ່ນຄວາມເພີ່ນໄດ໋ເນາະ!!!
[/quo

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຂໍເດົາວ່າ ເລື່ອງນີ້ບໍ່ແມ່ນເລື່ອງຈິງ

ຢາກຮູ້ຈັກລາວບໍ? ຊິແນະນຳໃຫ້ຮູ້ຈັກ

ທີ່ຢູ່ໃນເຟສບຸກລາວເດີ
https://www.facebook.com/attorneyjeremy
ເຂົ້າໄປທັກທາຍຖາມສະບາຍລາວໂລດເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂດຍ...ຂໍໂທດໃດທີ່ເວົ້າຍາວໄປແລ້ວແນວຄິດສ່ວນຕົວດອກໃດ...ສຸດທ້າຍກໍ່ຕາມໃຈເຈົ້າຫັ້ນລະວ່າຊິເຮັດແນວໃດ...

ຮວ້າຍ ຊິມາຂໍໂທດ ຂໍເທດຫຍັງ
ແລ້ວຊິຕາມໃຈຂ້ອຍຫຍັງ
ບໍ່ແມ່ນເລື່ອງຂ້ອຍນ່າ
ເປັນເລື່ອງຂອງເຂົາເຈົ້າ ເອົາມາເລົ່າໃຫ້ຟັງ
ເວົ້າໄປແລ້ວຈັ່ງຊັ້ນ

ບໍ່ໄດ້ອີກເນາະ...ຕາມໃຈຜູ້ກ່ຽວເອງສາຊັ້ນຫນ່າ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ບຸນຄຸນຕອບແທນໄດ້
ແຕ່ຖ້າເວົ້າເລື່ອງບາບບຸນແລ້ວ
ກຳທີ່ລາວກໍ່ນັ້ນລາວກໍ່ໄດ້ຮັບໄປແລ້ວ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ກະຂື້ນກັບລາວເອງທີ່ຈະຕັດສີນໃຈວ່າຈະຕອບບຸນແທນຄຸນຫຼືບໍ່ ລາວເປັນຄົນຕັດສີນໃຈເອງ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>