ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ນັ່ງສະມາທີບໍ່ເຄີຍນີ້ງ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມີ 3 ຢ່າງເອງທີ່ຕ້ອງເຮັດ ຄື:ກາຍ ວາຈາ ໃຈ ໄປພ້ອມກັນກໍ່ໄດ້ເລື່ອງແລ້ວ ຖ້າບໍ່ໄປພອ້ມກັນທັງ 3 ກໍ່ບໍ່ມີຄວາມໝາຍໃດ໊


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຂ້ອຍລະບໍ່ເຄີນນັ່ງຈັກເທື່ອ...

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາຮາຮາ


໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ມີແຕ່ຜູ້ເຖົ້າຕິນັ່ງ 5555 ບ່ນິ້ງເຕັ້ນຕິ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຕ້ອງເວບນີ້ເລີຍ http://www.youtube.com/watch?v=COKcx0YoGyU&feature=related

ຢູ່ຫ່າງໆ ຢ່າງຫ່ວງໆ

໑ ກະທູ້
໒໗໑ ໂພສ
ນັກການກະທູ້
ຢາກນັ່ງຢູ່ ແຕ່ວ່າຢູ່ຫຼ້າບໍ່ເຄີຍເປັນ


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ


໑ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ

Love'll Never Die

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິຕຕັງ ທັນຕັງ ສຸຂາ ວະຫາ

ຂໍ້ສັງເກດງ່າຍໆຄື! ເວລາຫາຍໃຈເຂົ້າກໍ່ກຳນົດຮູ້ວ່າເຮົ້າຫາຍໃຈເຂົ້າຢູ່ ເວລາຫາຍໃຈອອກກໍ່ກຳນົດຮູ້ວ່າເຮົ້າຫາຍໃຈອອກຢູ່ດັ່ງນີ້!


ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ
ຖ້ານັ່ງສາມະນິແລ້ວຍັງບໍ່ນິ້ງ
ໃຫ້ໝູ່ ຈົ່ມຄາຖາໄປພ້ອມໆກັບການນັ່ງສາມະທິ ເພາະຄາຖາຈະເຮັດໃຫ້ທ່ານບໍ່ຄິດເຖິງສິ່ງອື່ນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວເຈົ້າຍັງຄີດເລື່ອງອື່ນຢູ່ຫັ້ນເດ


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noflyman ຂຽນວ່າ...
ຂ້ອຍລະບໍ່ເຄີນນັ່ງຈັກເທື່ອ...
ເບິ່ງເຈົ້າເວົ້າແລ້ວຄືຊິຍາກເນາະ...



ໜ້າສິແມ່ນ



໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຍັງສົນໃຈວ່າເຈົ້າຂອງກະທູ້ນີ້ຍັງໃຫ້ຄວາມສຳຄັນບໍ່ຖ້າຫາກຍັງໃຫ້ຄວາມສຳຄັນຂ້າພະເຈົ້າມີຄຳຕອບໃຫ້!


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້າພະເຈົ້າຂໍສະແດງຄວາມຄິດເຫັນ ເມື່ອຕັ້ງຕົ້ນດ້ວຍຄວາມຢາກສະຫງົບແລ້ວ ຍ່ອມບໍ່ສະຫງົບໄດ້ ເພາະຄວາມຢາກເປັນຝັກຝ່າຍຂອງອະກຸສົນ ຢືນພື້ນດ້ວຍອະກຸສົນເພື່ອໃຫ້ໄດ້ເຊິ່ງກຸສົນຄືຄວາມສະຫງົບທາງໃຈ ຍ່ອມບໍ່ແມ່ນວິໄສ

ການທຳສະມາທິນັ້ນມີສອງຢ່າງ ຢ່າງຫນຶ່ງຄືທຳສະມາທິເພື່ອຄວາມສະຫງົບ ເຊິ່ງກໍຄືສິ່ງທີ່ທ່ານ sob ກຳລັງສະແຫວງຢູ່ນັ້ນ ການທຳສະມາທິແບບນີ້ແມ່ນ ທຳຈັ່ງໃດໃຫ້ຈິດຈົດຈໍ່ຢູ່ໃນອາລົມດຽວໄດ້ໃນເວລາດົນໆ ໂດຍຈິດບໍ່ວອກແວກໄປມາ ຈິດຫນຶ່ງ ອາລົມຫນຶ່ງ ທີ່ຈະທຳໄດ້ແບບນີ້ກໍຕ້ອງຫາອາລົມກັມມະຖານ
ທີ່ຖືກກັບຈະລິດຕົນເອງ ແລະ ທໍາແລ້ວມີຄວາມສຸກ (ຄວາມສຸກນັ້ນຕ້ອງຢືນພື້ນຢູ່ໃນສິ່ງທີ່ເປັນກຸສົນ) ສັງເກດງ່າຍໆ ວ່າເມື່ອທ່ານຈົດຈໍ່ຢູ່ກັບສິ່ງໃດທີ່ທ່ານທຳ ແລ້ວມີຄວາມສຸກ ທ່ານຈະຢູ່ນຳມັນໄດ້ດົນ ອີກຢ່າງກໍຄື ທ່ານຕ້ອງຕັ້ງມັ່ນຢູ່ໃນສີນ ເອົາສີນຫ້ານີ້ແຫລະເປັນພື້ນຖານ ເພາະຖ້້າຮັກສາສີນບໍ່ໄດ້ແລ້ວທ່ານຍ່ອມ ຫາຄວາມສະຫງົບໄດ້ຍາກຫລາຍ ຕັວຢ່າງຄື ຖ້າເປັນຊູ້ກັບຜົວ ຫລື ເມີຍໃຜແລ້ວ ຈິດໃຈຍ່ອມມີຄວາມກະວົນກະວາຍ ຢູ່ບໍ່ເປັນສຸກ ທ່ານລອງເອົາຫລັກການນີ້ ໄປໃຊ້ເບິ່ງເດີ ທານ ແລະ ສີນເປັນເຫດໃກ້ໃຫ້ເກີດຄວາມສຸກ ຄວາມສຸກເປັນເຫດໃກ້ໃຫ້ເກີດສະມາທິ ສະມາທິເປັນເຫດໃກ້ໃຫ້ເກີດປັນຍາ

ຕໍ່ໄປກໍມາເວົ້າເຖິງການທຳສະມາທິອີກຢ່າງຫນຶ່ງ ກໍຄືການທຳສະມາທິເພື່ອຄວາມຕັ້ງມັ່ນ ເປັນຜູ້ຮູ້ ຜູ້ເບິ່ງ ບໍ່ແຊກແຊງກັບສະພາວະທີ່ເກີດຂື້ນໃນກາຍໃຈນີ້ ຈິດຫນຶ່ງ ແຕ່ອາລົມອາດຈະເປັນສິບເປັນຊາວ ການທຳສະມາທິເພື່ອຄວາມຕັ້ງມັ່ນນີ້ກໍຄືການມີສະຕິລະລຶກຮູ້ລົງໃນປັດຈຸບັນເລີຍວ່າ ຂະນະນີ້ພາວະທາງກາຍ ຫລື ທາງໃຈເກີດຫຍັງຂື້ນ ແລະ ຍອມຮັບຕາມຈິງ ຕົວຢ່າງ ເມື່ອເກີດໂທສະ ກໍມີສະຕິລະລຶກຮູ້ວ່າໂທສະເກີດແລ້ວ ເມື່ອເກີດໂລພະກໍຮູ້ວ່າເກີດໂລພະ ເມື່ອເກີດໂມຫະກໍຮູ້ວ່າເກີດໂມຫະ ພຽງຮູ້ເທົ່ານັ້ນ ບໍ່ຕ້ອງໄປແຊກແຊງ ແລະ ບໍ່ມັກກັບສະພາວະນັ້ນໆ ໃນທີ່ສຸດທ່ານຈະເຫັນໂທສະ ໂລພະ ໂມຫະທີ່ເກີດຂື້ນໃນຈິດໃຈນັ້ນ ມັນລ້ວນແລ້ວແຕ່ບໍ່ທ່ຽງແທ້ແນ່ນອນ ຄົງທົນຢູ່ບໍ່ໄດ້ ບັງຄັບບັນຊາບໍ່ໄດ້ ເມື່ອມີເຫດກໍເກີດ ເມື່ອຫມົດເຫດກໍດັບ ເມື່ອມີສະຕິເຫັນແບບນີ້ເລື້ອຍໆ ໂທສະ ໂລພະ ໂມຫະ ກໍຈະຄອບງຳຈິດໃຈເຮົາໄດ້ຫນ້ອຍລົງ ຕາມກຳລັງຂອງສະຕິທີ່ຫລາຍຂື້ນ ປຽບເຫມືອນເມື່ອແສງສະຫວ່າງມາ ຄວາມມືດກໍຍ່ອມຫາຍໄປເອງ ເຮົາບໍ່ຕ້ອງໄປພະຍາຍາມທຳຈັ່ງໃດໃຫ້ຄວາມມືດຫາຍໄປ ເຮົາພຽງແຕ່ນຳເອົາແສງສະຫວ່າງມາ ຄວາມມືດມັນກໍຫາຍໄປເອງ ເຫັນຢ່າງນີ້ຕໍ່ໄປ ເຫັນສະພາວະຂອງກາຍໃຈໂດຍຄວາມບໍ່ທ່ຽງຢູ່ເນືອງໆ ໃນທີ່ສຸດຈະເຫັນວ່າ ກາຍໃຈນີ້ບໍ່ແມ່ນເຮົາ ຖ້າແມ່ນເຮົາ ເຮົາກໍຕ້ອງສັ່ງໃຫ້ມັນທ່ຽງ ໃຫ້ມັນຄົງທົນຢູ່ກັບເຮົາໄດ້ຕະຫລອດເວລາ ນີ້ແຫລະເປັນປັນຍາສູງສຸດທີ່ພຣະສັມມາສັມພຸທທະເຈົ້າໄດ້ຊົງຄົ້ນພົບ ເມື່ອຖອດຖອນຄວາມເປັນຕົວເຮົາຂອງເຮົາໄດ້ຢ່າງສີ້ນເຊີງ ເມື່ອນັ້ນເຮົາກໍຈະເປັນອິດສະຫລະຈາກທຸກສິ່ງ ພົ້ນຈາກທຸກທັງປວງ ບໍ່ຕ້ອງກັບມາວຽນວ່າຍຕາຍເກີດໃນສັງສາຣະວັດອັນເປັນກອງທຸກນີ້ອີກແລ້ວ

ຖ້າຄຳເຫັນຂອງຂ້າພະເຈົ້າມີການຜິດພາດປະການໃດ ກໍຂໍອະໄພໄວ້ນະທີ່ນີ້ດ້ວຍ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍເພີ່ມເຕີມອີກຫນ້ອຍຫນຶ່ງ ການທຳສະມາທິເພື່ອຄວາມຕັ້ງມັ່ນນັ້ນ ສາມາດທຳໄດ້ໃນຮູບແບບ ແລະໃນຊີວິດປະຈຳວັນ ເຊິ່ງການທຳໃນຮູບແບບນັ້ນ ກໍຄືມີສະຕິຢູ່ກັບອາລົມໃດຫນຶ່ງ ແລ້ວຕາມຮູ້ພາວະໄປເລີຍ ໃນທີ່ນີ້ຂໍຍົກຕົວຢ່າງການທຳສະມາທິແບບພຸທໂທ ຫາຍໃຈເຂົ້າພຸທ ຫາຍໃຈອອກໂທ ເມື່ອເວລາຜ່ານໄປ ຈິດໃຈອາດຄິດໄປທາງອື່ນ ກໍໃຫ້ມີສະຕິຮູ້ວ່າກຳລັງຄິດ ແລ້ວກັບມາຢູ່ກັບຄຳບໍລິກັມພຸທໂທຄືນໃຫມ່ ເຊິ່ງເອີ້ນວ່າ ເອົາຄຳບໍລິກັມພຸທໂທເປັນວິຫາຣະທັມ ຫລືເປັນພື້ນຖານ (background) ແລະ ໃນຊີວິດປະຈຳວັນນັ້ນ ກໍໃຫ້ມີສະຕິຮູ້ກາຍ ຮູ້ໃຈໄປເລີຍ ຕາມແຕ່ເຮົາຈະລະລຶກຮູ້ກາຍ ຫລື ໃຈ ຕົວຢ່າງເມື່ອມີຄົນມາດ່າໃຫ້ທ່ານເກີດໂທສະ ຖ້າທ່ານມີສະຕິລະລຶກຮູ້ວ່າ ຂະນະນີ້ທ່ານເກີດໂທສະແລ້ວ ທ່ານຈະບໍ່ຖືກໂທສະຄອບງຳ ກໍຄືທ່ານຈະບໍ່ຕອບໂຕ້ຜູ້ນັ້ນດ້ວຍໂທສະ ແຕ່ຈະເປັນຜູ້ຮູ້ ຜູ້ເບິ່ງສະພາວະທາງໃຈຕົວເອງ ເຫັນໂທສະເກີດຂື້ນ ແລະດັບລົງ ເຊິ່ງຈະເປັນຜົນດີຕໍ່ທ່ານເອງ ແລ້ວທ່ານກໍຈະເຫັນໃຈຜູ້ທີ່ມາດ່າເຈົ້າອີກຊ້ຳ ຂະນະທີ່ເຂົາດ່າເຈົ້ານັ້ນ ເຂົາບໍ່ໄດ້ເປັນສຸກເລີຍ ຈິດໃຈເຂົາເຕັມໄປດ້ວຍຄວາມທຸກ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ຂໍຄຳເຫັນນຳໝູ່ໆພັນລາວທຸກຄົນກຽ່ວກັບການນັ່ງສະມາທີ ເພາະຂ້າພະເຈົ້ານັ່ງແລ້ວ
ບໍ່ຄອ່ຍຈະນີ້ງ ຖ້າທ່ານໃດມີປະສົບກັນກະຂໍຄຳປືກສານຳແດ່
ຂອບໃຈ


ຄ່ອຍຝຶກໄປດຽວກະນິ້ງເອງຫັ້ນແລະ


໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ຕ້ອງໄດ້ປະຕິບັດກັບຜູ້ທີ່ເປັນແລ້ວແລະຕ້ອງໃຊ້ເວລາຢ່າງຫນ້ອຍ ໒ ອາທິດຢ່າງຕໍ່ເນື່ອງ. ຖ້າເຮັດເອງທ່ານຕ້ອງມີແນວທາງທີ່ແນ່ນອນ
ເລີ່ມງ່າຍໆຈາກການເວົ້າໃຈຄຳໃດນຶ່ງຕິດໆກັນໄປເລື້ອຍກ່ອນເຊັ່ນ: ກິນໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ ຫລື ນັບກໍ່ໄດ້ ຂພຈ ເຮັດມາແລ້ວໄດ້ຜົນ ຈາກນັ້ນຈື່ງກຳນົດລົມຫາຍໃຈ.


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າ: ການນັ່ງສະມາທິ ເປັນນິມິດ ເປັນຄວາມຕັ້ງໃຈ ບໍ່ຂຶ້ນນຳໃຜ ແລະບໍ່ເຮີ່ນຳໃຜ ມັນເປັນຄວາມຕັ້ງໃຈຂອງເຮົາເປັນຫລັກທີ່ຈະປະຕິບັດ....ສິ່ງທີ່ເຮົາເຮັດແລ້ວ ຫລືປະຕິບັດແລ້ວ ມັນຈະມີຫຍັງເກີດຂຶ້ນກັບເຮົາໃນປະຈຸບັນຫລືອະນາຄົດ...ອັນນີ້ທີ່ຂ້ອຍຄຶດວ່າແມ່ນເປົ້າຫມາຍ...55555



ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>