![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ໃຫ້ພິຈາລະນາຍານໃນການອ່ານ ເພາະອາດເປັນຄວາມເຊື່ອສ່ວນບຸກຄົນ ![]() ນັ່ງລົມກັບແມ່ຕູ້ ເພິ່ນເລີຍເລົ່າໃຫ້ຟັງວ່າ: ເມື່ອມີງານສົບຄົນຕາຍ ແມ່ນງານຜີເກີດໃໝ່, ບ່ອນໃດທີ່ມີເຮືອນຄົນຕາຍ ເຊິ່ງຄົນພາກັນໄປ ຜີກໍ່ພາກັນໄປເຊັ່ນກັນ ປະມານວ່າ: ໄປຮັບນ້ອງໃໝ່, ຖ້າຄົນເຮົາໄປບ່ອນນັ້ນແລ້ວບໍ່ມີກິ່ນຫອມຕິດຕົວ, ບໍ່ມີເຄື່ອງປະດັບຕິດຕົວ, ຜີມັກຈະເຮັດໃຫ້ເຈັບຫົວ ເຈັບທ້ອງວ່າຊັ້ນ ເພາະວ່າຜີຢ້ານກິ່ນຫອມ ແລະ ເຄື່ອງປະດັບ, ອັນໃດຄົນເຮົາວ່າຫອມ ຜີຈະວ່າເໝັນ, ອັນໃດຄົນເຮົາວ່າເໝັນ ຜີຈະວ່າຫອມ ຜູ້ເຖົ້າມັກເວົ້າວ່າ: ຖ້າຄົນບໍ່ໃສ່ເຄື່ອງປະດັບຫຍັງຈັກຢ່າງ ເວລາເຂົ້າປ່າ, ຄົນນຳກັນເອງນີ້ລະ ມັກຈະເຫັນຜູ້ນັ້ນທີ່ບໍ່ໄດ້ໃສ່ເຄື່ອງປະດັບ ເຫັນເປັນສັດປ່າໄປຊື່ໆ ອາດຈະຫຼົງຍິງ ແຕ່ສຸດທ້າຍກໍ່ແມ່ນຍິງເອົາຄົນ ແລ້ວກໍ່ມີໂທດໜັກຕາມຕາມ. ຍິນວ່າຫົວຜັກທຽມ ກັບ ສະບູນົກແກ້ວກໍ່ ກັນຜີ ແລະ ກັນເຄື່ອງລາງຂອງຂັງໄດ້ວ່າຊັ້ນ. ເລື່ອງຈິງຄື ຜັກທຽມກັນຕາຍຫ່າໄດ້ ( ກັນຕາຍແບບກະທັນຫັນ ບໍ່ແມ່ນພົກພາແລ້ວກັນໄດ້ໃດ ຄົນທີ່ກິນຫັນລະກັນໄດ້ ) ![]() |
|
![]() ຄົນຫນ້ອຍລົງຜີ ເພີ່ມຂຶ້ນ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ອັນນີ້ ກະຕ້ອງມີ ສະຕິ ແນ່ ຫນ້ອຍໜຶ່ງ ຫາກໃສ່ ເຄື່ອປະດັບ ຫລື ຂອງມີຄ່າ ເຂົ້າປ່າ ສົມຫມຸດວ່າ ໄປຫາ ຫນໍ່ໄມ້ ຫາເຫັດປວກ ແລ້ວ ກັນ ມັນອາດຈະເປັນອັນຕະລາຍຕໍ່ເຈົ້າຊັບ ຢ້ານ ຖຶກປົ້ນ ໄດ້ ຫາກໃສ່ ໄປງານສົບຕອນກາງຄືນ ກໍ່ຢ້ານເປັນອັນຕະລາຍຄືກັນ ອັນຕະລາຍຈາກຄົນ ເປັນຕາຢ້ານ ກວ່າ ຜີ ອີກ ທາງທີ່ ປອດໄຟ ກໍ່ຄົງເປັນ ໃຊ້ ສະບູ ຫລື ນ້ຳ ຫອມ ເພາະ ມັນ ບໍ່ ລໍ້ ຕາ ລໍ້ ໃຈ ພໍປານໃດ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ... ອັນນີ້ ກະຕ້ອງມີ ສະຕິ ແນ່ ຫນ້ອຍໜຶ່ງຫາກໃສ່ ເຄື່ອປະດັບ ຫລື ຂອງມີຄ່າ ເຂົ້າປ່າ ສົມຫມຸດວ່າ ໄປຫາ ຫນໍ່ໄມ້ ຫາເຫັດປວກ ແລ້ວ ກັນ ມັນອາດຈະເປັນອັນຕະລາຍຕໍ່ເຈົ້າຊັບ ຢ້ານ ຖຶກປົ້ນ ໄດ້ ຫາກໃສ່ ໄປງານສົບຕອນກາງຄືນ ກໍ່ຢ້ານເປັນອັນຕະລາຍຄືກັນ ອັນຕະລາຍຈາກຄົນ ເປັນຕາຢ້ານ ກວ່າ ຜີ ອີກ ທາງທີ່ ປອດໄຟ ກໍ່ຄົງເປັນ ໃຊ້ ສະບູ ຫລື ນ້ຳ ຫອມ ເພາະ ມັນ ບໍ່ ລໍ້ ຕາ ລໍ້ ໃຈ ພໍປານໃດ ປະເພດເຄື່ອງປະດັຍ: ໃສ່ເງິນ ໃສ່ທອງເອົາກໍ່ໄດ້ວ່າບໍ່? ໃສ່ເສັ້ນນ້ອຍເອົາ ບໍ່ຕ້ອງໃສ່ເສັ້ນໃຫຍ່ອິອິ ແລະ ບໍ່ຕ້ອງໂຊຫຼາຍ ເພາະອັນຕະລາຍແທ້ລະ ອິອິ |
|
![]() ຄືຊິແມ່ນຕາມນັ້ນ ![]() |
|
![]() ຕາຢ້ານເນາະ ![]() |
|
![]() ຂ້ອຍວ່າພວກລັກລົດຍັງເປັນຕາຢ້ານກ່ອນ |
|
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ຂ້ອຍວ່າພວກລັກລົດຍັງເປັນຕາຢ້ານກ່ອນແມ່ນແລ້ວ ແນວຄຳເພິ່ນວ່າ: ຄົນບໍ່ດີເປັນຕາຢ້ານກວ່າຜີຫຼາຍເທົ່າ :) |