ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ໂຕຕໍ່ຂຸມຕອດແຂນເປັນແນວນີ້ເນາະ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຖືກໂຕຕໍ່ຂຸມຕອດແຂນ ແລງວັນສຸກ ວັນທີ່ 9/3/2012 ຂ້ອຍເອົານ້ຳລາຍແປະໃສ່ບ່ອນທີ່ໂຕຕໍ່ຕອດໜ້ອຍໜຶ່ງ

ໝູ່ຂ້ອຍບອກໃຫ້ເອົາຂີ້ດິນໂປະໃສ່, ແຕ່ຂ້ອຍບໍ່ໄດ້ໃສ່ (ແຕ່ຄວາມຈິງດິນປຽກນ້ຳຍ່ຽວຍິ່ງດີສາມາດດູດຜິດອອກໄດ້ ເຂົາເຈົ້າວ່າ )

ຖ້າຢູ່ເຮືອນຊິເອົາເຂັມເຈາະແລ້ວບີບພິດອອກ ແຕ່ຂ້ອຍນັ່ງຢູ່ຫ້ອງຮຽນເພີ່ມແຕ່ 5 ໂມງເຄິ່ງຫາ 8 ໂມງຕອນແລງຫາຄ່ຳມືດ

ພິດໂຕຕໍ່ຄົງຊືມເຂົ້າແຂນໝົດລະ ຂ້ອຍພະຍາຍາມເອົາມືບີບບ່ອນທີ່ມັນຕອດໃຫ້ຜິດອອກ ແຕ່ບໍ່ມີຫຍັງອອກມາ

ຍິ່ງບີບຍິ່ງເປັນຮອຍແດງຊ້ຳ ແຂນເລີ່ມໄຄ່ໃຫຍ່ຂຶ້ນເລື່ອຍໆ ເຈັບໜ້ອຍດຽວ ຄັນຫຼາຍກວ່າ

ມີຕຸ່ມອອກທີ່ມື ແລະ ແຂນ 2 ຕຸ່ມ, ຂ້ອຍຄິດວ່າຍຸງກັດມື ແລ້ວຂ້ອຍເກົາທີ່ມື

ບ່ອນທີ່ເກົາເລີຍໄຄ່ໃຫຍ່ພອງຂຶ້ນກວ່າເກົ່າ ປານເປົ່າໝາກປຸ້ມເປົ້າ ຕຸ່ມທີ່ຢູ່ທີ່ແຂນ ຂ້ອຍບໍ່ເກົາ ມັນເລີຍບໍ່ໄຄ່ໃຫຍ່ຂຶ້ນ

ມື້ຕໍ່ມາແມ່ນວັນເສົາ ໄຄແຕ່ບໍ່ເຂົ້າໂຮງຮຽນ ແຂນ ແລະ ມືຂ້ອຍ ໄຄ່ໃຫຍ່ແດງຂຶ້ນແຮງອີ່ຫຼີ ມືຈົນກຳຫຍັງບໍ່ໄດ້

ຖ້າແມ່ນຮອຍບາດທຳມະດາເອົາຢາຂີ້ເຍືອງບອງເຫຼົ້າໃສ່ແລ້ວແສບບຶດໜຶ່ງກໍ່ດີແລ້ວ

ແຕ່ຮອຍໂຕຕໍ່ຕອດນີ້ ເອົາຢານີ້ໃສ່ແນວໃດກໍ່ບໍ່ດີ ແຖມບໍ່ຮູ້ສຶກແສບຫຍັງເລີຍ

ຜິວໜັງບ່ອນມັນຕອດເປັນສີຂາວໆ ຂ້ອຍເອົາເຂັມເຈາະເບິ່ງ ເປັນໜັງຫຍາບ ແລ້ວເປັນຮູ ( ໂຕຕໍ່ດູດເອົາຊີ້ນໄປ )

ຂ້ອຍຖາມພໍ່ວ່າເອົາຫຍັງໃສ່ຈິ່ງດີ ພໍ່ຂ້ອຍບອກເອົາເກືອໃສ່ ຂ້ອຍກໍ່ເອົາເກືອໃສ່ບ່ອນຮູຮອຍຕອດ ເກືອເປື່ອຍໄວຂະໜາດ

ແຕ່ຂ້ອຍກໍ່ເຕີມເກືອໃສ່ເລື້ອຍໆ ປະກົດວ່າບ່ອນຮອຍໂຕຕໍ່ຕອດໄດ້ເລີ່ມເປັນສີເນື້ອປົກກະຕິຈາກບ່ອນຮອຍຮູຕອດລາມອອກໄປ

ແລ້ວແຂນທີ່ໃຫຍ່ພອງຂອງຂ້ອຍໄດ້ຄ່ອຍໆນ້ອຍລົງເປັນປົກກະຕິ

ແຕ່ຂ້ອຍບໍ່ຮູ້ວ່າຂ້ອຍແພ້ເກືອ ຫຼື ແພ້ພິດໂຕຕໍ່ ຕົນໂຕຂ້ອຍອອກຕຸ່ມແດງໝົດ ຂ້ອຍພະຍາຍາມບໍ່ເກົາ ຕື່ນເຊົ້າມາ ມັນກໍ່ຫາຍໄປເອງ

ຮູໂຕຕໍ່ຕອດຫັ້ນເປັນຕາຢ້ານອີ່ຫຼີ ຄິດໃນໃຈວ່າ ມັນຊິເປັນຮູແນວນີ້ໄປດົນບໍ?ຫຼາຍຄົນບອກວ່າ ເກັດບາດຮອຍນັ້ນຫຼົ່ນ 7 ຫາ 9 ເທື່ອຈິ່ງເຊົາ

ຂ້ອຍຢ້ານຫຼາຍ ຂ້ອຍໄປຮ້ານຂາຍຢາ ຖາມຄົນຂາຍຢາວ່າ ເອົາຫຍັງໃສ່ຈິ່ງດີ? ລາວຕອບວ່າ: ມີແຕ່ກິນຢາຕ້ານເຊື້ອ ແລະ

ເອົາເປຕາດິນ(ຢາແດງຂ້າເຊື້ອ) ໃສ່ຈັກໜ້ອຍກໍ່ດີຖ້າບໍ່ດັ່ງນັ້ນມັນຈະເປັນຮູເລິກລົງເລື້ອຍໆ

ຂ້ອຍກິນຢາຕ້ານເຊື້ອພຽງແຕ່ 2 ເມັດເພາະວ່າ ຍິນເຂົາເຈົ້າວ່າກິນຫຼາຍບໍ່ດີ, ຮອຍບາດເຂົ້າເກັດ ແລ້ວກໍ່ຫຼົ່ນ

ເພາະມັນຄັນ ຂ້ອຍເລີຍບີບອອກ ເລື້ອຍໆຮູຮອຍບາດທີ່ເປັນຮູບວົງມົນໃຫຍ່ ໄດ້ ຄ່ອຍໆເປັນວົງມົນນ້ອຍເຂົ້າເລື້ອຍໆ

ປະມານ 7 ຫຼື 9 ເທື່ອ ຮູວົງມົນຕໍ່ຕອດໄດ້ເປັນຮູນ້ອຍລົງເລື້ອຍໆ ເປັນຄືເກັດບາດທຳມະດາທົ່ວໄປ

ຍິນຫຼາຍຄົນເວົ້າວ່າ: ບາງຄົນທີ່ຖືກໂຕຕໍ່ຂຸມລຸມຕອດຮອດ 4-5 ໂຕ ເຖິງຕາຍພຸ້ນໃດ!

ແມ່ນຫວາ! ຂ້ອຍບໍ່ແນ່ໃຈວ່າແມ່ນໂຕຕໍ່ຂຸມຕອດຂ້ອຍບໍ່ ເພາະຂ້ອຍບໍ່ໄດ້ເຈັບແຮງປານໃດ.

ອາຈານ ແລະ ໝູ່ຂ້ອຍເລົ່າໃຫ້ຟັງວ່າເຄີຍຖືກໂຕຕໍ່ຂຸມຕອດ ຍັງເປັນຮອຍແປ້ວມາຮອດທຸກມື້ນີ້

ເຂົາເຈົ້າເຈັບແຮງຈົນນອນບໍ່ໄດ້ຮອດ 3-4 ມື້ພຸ້ນນະ, ແຕ່ຂ້ອຍພັດນອນຫຼັບສະບາຍດີ ມີແຕ່ແຂນພອງ ແລະ ຄັນບ່ອນມັນຕອດໜ້ອຍໜຶ່ງ.

ມີໃຜແດ່ເຄີຍຖືກ ໂຕຕໍ່ຂຸມຕອດ? ເປັນແນວໃດເລົ່າໃຫ້ຟັງແນ່ດູ?


໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເປີດສົດ 5


໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເປີດສົດ 5


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ໄດ້ແນວໃດວ່າມັນແມ່ນຕໍ່ຂຸມ ໂມັນໄຫຍ່ຊໍ່າໃດ
ສົງໃສຢ້ານແມ່ນ ແມງຂຸ້ນ ເພາະແມງອັນນີ້ເຄີຍຕອດຂ້ອຍແລ້ວ ທັງໄຄ່ ທັງບວມ ທັງຄັນ ໃຊ້ເວລາເປັນເດືອນຈຶ່ງເຊົາ ແລະ ກໍ່ສ້າງຮອຍແປ້ວໄປຕະຫຼອດຊີວິດ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ໂອແມ່ນຫວາ? ຂ້ອຍກໍ່ບໍ່ແນ່ໃຈວ່າແມ່ນໂຕຕໍ່ອີ່ຫຍັງ ຫຼື ໂຕເຜິ້ງອີ່ຫຍັງຄືວ່າໃຫຍ່ສ່ຳໂຕຕໍ່ ໂຕມັນອ່າວເຫຼືອງແດ່ ເອົາກົ້ນຕອດປຸບ ແລ້ວ ຮີບບິນໜີປັບ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
^
^
^
ໂອແມ່ນຫວາ? ຂ້ອຍກໍ່ບໍ່ແນ່ໃຈວ່າແມ່ນໂຕຕໍ່ອີ່ຫຍັງ ຫຼື ໂຕເຜິ້ງອີ່ຫຍັງຄືວ່າໃຫຍ່ສ່ຳໂຕຕໍ່ ໂຕມັນອ່າວເຫຼືອງແດ່ ເອົາກົ້ນຕອດປຸບ ແລ້ວ ຮີບບິນໜີປັບ



ສົງໃສແມ່ນ ແມງໂຕຜູ້


໑໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຕາມທີ່ຂ້ອຍໄດ້ຍິນມາວ່າເມື່ອແມງເຜີ້ງ,ແຕນ,ຕໍ່ ເມື່ອມັນຕອດເຮົານັ້ນ ທຳອິດທ່ານຕ້ອງເອົາໄລທີ່ມັນຕອດນັ້ນອອກກ່ອນ ໃຫ້ສັງເກດດດີໆ ຫຼັງຈາກນັ້ນກໍ່ປາດຫອມແດງໃຫຍ່ມາທາ ອາການກໍ່ຈະດີຂື້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ຮູ້ໄດ້ຈັ່ງໃດວ່າແມ່ນໂຕຜູ້?
ຖ້າຕອດຍ້ອນມີຄົນມາແອບຮັກ ແອບຄິດຮອດກໍ່ໄຄແດ່


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຕມັນເປັນແບບນີ້ບໍ?


໙ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ຂະໜາດຕໍ່ຕອດກະເວົ້າຍາວເນາະ ຈົນຄ້ານອ່ານ

ຈົ່ງເອົາຊະນະຄົນຂີ້ຕົວະດ້ວຍຄວາມຈິງ
ຈົ່ງເອົາຊະນະຄົນຕະນີ່ ດ້ວຍການໃຫ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ! ໂຕຕໍ່ມັນສີເຫຼືອງຈັ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ?

ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ...
ໂຕມັນເປັນແບບນີ້ບໍ?



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vilasanh ຂຽນວ່າ...
ຕາມທີ່ຂ້ອຍໄດ້ຍິນມາວ່າເມື່ອແມງເຜີ້ງ,ແຕນ,ຕໍ່ ເມື່ອມັນຕອດເຮົານັ້ນ ທຳອິດທ່ານຕ້ອງເອົາໄລທີ່ມັນຕອດນັ້ນອອກກ່ອນ ໃຫ້ສັງເກດດດີໆ ຫຼັງຈາກນັ້ນກໍ່ປາດຫອມແດງໃຫຍ່ມາທາ ອາການກໍ່ຈະດີຂື້ນ



ໂອວິທີນີ້ຍິນເຂົາເຈົ້າເວົ້າວ່າແມ່ນວິທີພື້ນບ້ານຢູ່ ຫາກໍ່ຄິດອອກ ຂອບໃຈເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LMS ຂຽນວ່າ...
ຂະໜາດຕໍ່ຕອດກະເວົ້າຍາວເນາະ ຈົນຄ້ານອ່ານ


ຖ້າໝັ່ນກໍ່ອ່ານ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໂອ! ໂຕຕໍ່ມັນສີເຫຼືອງຈິ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ?

ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ...
ໂຕມັນເປັນແບບນີ້ບໍ?




ໜ້າຈະແມ່ນ ຕໍ່ຂຸມ ຄືເຈົ້າວ່າຫັ້ນລະ ໃນພາສາອັງກິດເຂົາເວົ້າວ່າ wasp ລອງໄປຖາມພໍ່ເຖົ້າ google ເບິ່ງ ເພາະເພິ່ນຮູ້ໝົດທຸກຢ່າງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ໂອເຈົ້າຄືເກັ່ງແທ້ເນາະ ຮູ້ຫຼາຍຢ່າງ ເນາະ ອິອິ
ສົງໄສນ້ຳລາຍຂ້ອຍໄປສະກັດກັ້ນພິດມັນໄວ້ຈິ່ງບໍ່ເຈັບແຮງ
ເພາະຫຼາຍຄົນເຈັບແຮງຈົນນອນບໍ່ໄດ້ຫຼາຍມື້ວ່າຊັ້ນເດ
ຂອບໃຈ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໂອ! ໂຕຕໍ່ມັນສີເຫຼືອງຈັ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ?

ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ...
ໂຕມັນເປັນແບບນີ້ບໍ?



ບໍ່ເຄີຍເຫັນຕໍ່ແບບນີ້ເປັນຕາຢ້ານເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວມັນເປັນຕາຢ້ານອີ່ຫຼີ

ຕອດແຂນຂ້ອຍວັນທີ່ 9/3/2012 ຮອດວັນທີ່ 9/4/2012 ພໍດີ 1 ເດືອນເຕັມ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ! ເອົາຫນໍ່ໄມ້ສົ້ມໃສ່ບໍ່ຮອດມື້ກະດີຈ້ອຍດອກເດີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໐໕ ໂພສ
ນັກການກະທູ້
ຕາຢ້ານເນາະ ດີໃຈນຳທີ່ຫາຍດີ ເພາະຢູ່ບ້ານຂ້ອຍຫັ້ນຕໍ່ຂຸມຕອດ 3-4 ໂຕ ຕາຍເລີຍ ເພາະມັນຕອດຫົວ ກັບໜ້າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitnoy ຂຽນວ່າ...
ຕາຢ້ານເນາະ ດີໃຈນຳທີ່ຫາຍດີ ເພາະຢູ່ບ້ານຂ້ອຍຫັ້ນຕໍ່ຂຸມຕອດ 3-4 ໂຕ ຕາຍເລີຍ ເພາະມັນຕອດຫົວ ກັບໜ້າ


ໂອ ສົງໄສພິດມັນເຂົ້າສະໝອງ ແລະ ລະບົບປະສາດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneThongbiseth ຂຽນວ່າ...
ໂອ! ເອົາຫນໍ່ໄມ້ສົ້ມໃສ່ບໍ່ຮອດມື້ກະດີຈ້ອຍດອກເດີ


ແມ່ນຫວາ ບໍ່ເຄີຍຍິນມາກ່ອນ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕໍ່ຕອດຫົວລະຜົມງອກເດີ ແຕ່ຕອນນີ້ບໍ່ຢ້ານເນາະເພາະແນວຍ້ອມກໍ່ມີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ຕໍ່ຕອດຫົວລະຜົມງອກເດີ ແຕ່ຕອນນີ້ບໍ່ຢ້ານເນາະເພາະແນວຍ້ອມກໍ່ມີ


ຍັງບໍ່ງອກເທື່ອຕິ ນີ້ເດມີ3ເສັ້ນ ອິອິ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຖືກຕໍ່ ຫົວ ເສືອຕອດ ຕອນ ນັ້ນ ຢູ່ ປ ສອງ
ທີ່ຣູ້ ວ່າເປັນຕໍຫົວເສືອຍ້ອນວ່າເຫັນ ຣັງມັນ ແລະ ໂຕມັນ ລາຍ ຄືເສືອ
ມັນເຣັດຣັງຢູ່ ຕົ້ນໝາກຂາມ ຖືກຕອດ ສອງບາດ ທີ່ຫົວ ເຈັບ ຫລາຍ ໆໆໆໆ ເກືອບ ເປັນໄຂ້ ລຸກບໍ່ ຂື້ນໜົດ ມື້ເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ...
ໂຕມັນເປັນແບບນີ້ບໍ?



ເວີ໋ຍ ... ສະປີຊີນີ້ບໍ່ມີຢູ່ລາວນະ ຕໍ່ຢູ່ລາວສ່ວນບໍ່ວ່າຈະເປັນຕໍ່ຂຸມຫລືຕໍ່ເຮັດຮັງຕາມຕົ້ນໄມ້ສ່ວນຫລາຍໂຕຈະມີລາຍດຳ, ແດງອ່ອນ ຫລືເຫືອງ ແບບພາບລຸ່ມນີ້:



ແຕ່ວ່າເປັນຕາອີ່ຕົນເຈົ້າເນາະສາວພາ ຜູ້ຍິງໂຕນ້ອຍພັດມາຖືໂຕຕໍ່ຕອດຊ້ຳ



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ່າຍຮູບບາດແຜຮ່າງກາຍຂອງເຈົ້າມາເບິ່ງໄດ້ບໍ່.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ...
ໂຕມັນເປັນແບບນີ້ບໍ?



ເວີ໋ຍ ... ສະປີຊີນີ້ບໍ່ມີຢູ່ລາວນະ ຕໍ່ຢູ່ລາວສ່ວນບໍ່ວ່າຈະເປັນຕໍ່ຂຸມຫລືຕໍ່ເຮັດຮັງຕາມຕົ້ນໄມ້ສ່ວນຫລາຍໂຕຈະມີລາຍດຳ, ແດງອ່ອນ ຫລືເຫືອງ ແບບພາບລຸ່ມນີ້:



ແຕ່ວ່າເປັນຕາອີ່ຕົນເຈົ້າເນາະສາວພາ ຜູ້ຍິງໂຕນ້ອຍພັດມາຖືໂຕຕໍ່ຕອດຊ້ຳ



ແຕ່ໂຕທີ່ຕອດຂ້ອຍມັນເປັນສີເຫຼືອງໆໃດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກືອບປີແລ້ວ ຮອຍໂຕຕໍ່ຂຸມຕອດຍັງບໍ່ເຊົາອີກໃດ ມັນເປັນນູນຂື້ນເລື້ອຍໆຄືຊິເປັນຕຸ່ມຕູດນີ້ລະ, ຂ້ອຍລະບໍ່ມັກມັນນະ, ເວລາໝູ່ເຫັນເຂົາກໍ່ທ້ວງວ່າ: ເປັນຫຍັງນີ້?
ຂ້ອຍກໍ່ຕອບວ່າໂຕຕໍ່ຂຸມຕອດ. ມັນຄືນູນອອກຈັ່ງຊີ້? ຂ້ອຍຈິ່ງຕັດສິນໃຈເອົາເຂັມເຈາະນູນນັ້ນ ແລ້ວ ບີບໆມັນ, ແລ້ວມັນກໍ່ເຂົ້າເກັດ ແລ້ວຂ້ອຍກໍ່ແກະມັນຫຼາຍໆເທື່ອ, ຮູ້ສຶກວ່າບ່ອນໂຕຕໍ່ຂຸມຕອດນະ ຍັງມີຮູນ້ອຍໆ ແລະ ພິດມັນຍັງຄ້າງຢູ່ໃດ ຍັງເປັນແດງໆຢູ່ ແຕ່ບໍ່ນູນແລ້ວ ຂ້ອຍກໍ່ເອົາຢາໃສ່ອີກ



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເກືອບປີແລ້ວ ຮອຍໂຕຕໍ່ຂຸມຕອດຍັງບໍ່ເຊົາອີກໃດ ມັນເປັນນູນຂື້ນເລື້ອຍໆຄືຊິເປັນຕຸ່ມຕູດນີ້ລະ, ຂ້ອຍລະບໍ່ມັກມັນນະ, ເວລາໝູ່ເຫັນເຂົາກໍ່ທ້ວງວ່າ: ເປັນຫຍັງນີ້?
ຂ້ອຍກໍ່ຕອບວ່າໂຕຕໍ່ຂຸມຕອດ. ມັນຄືນູນອອກຈັ່ງຊີ້? ຂ້ອຍຈິ່ງຕັດສິນໃຈເອົາເຂັມເຈາະນູນນັ້ນ ແລ້ວ ບີບໆມັນ, ແລ້ວມັນກໍ່ເຂົ້າເກັດ ແລ້ວຂ້ອຍກໍ່ແກະມັນຫຼາຍໆເທື່ອ, ຮູ້ສຶກວ່າບ່ອນໂຕຕໍ່ຂຸມຕອດນະ ຍັງມີຮູນ້ອຍໆ ແລະ ພິດມັນຍັງຄ້າງຢູ່ໃດ ຍັງເປັນແດງໆຢູ່ ແຕ່ບໍ່ນູນແລ້ວ ຂ້ອຍກໍ່ເອົາຢາໃສ່ອີກ



ຜູ້ເຖົ້າເພີ່ນວ່າບໍ່ຕ້ອງເອົາເຂັມເຈາະໃດມັນອັນຕະລາຍ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>