ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ກິນເບຍ = ລ້າງໝາກໄຂ່ຫຼັງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳອິດວ່າຈະເອົາໄປຂຽນໄວ້ໃນ ໄດອາຣີ່ ແລ້ວ
ແຕ່ຄິດໄປຄິດມາ ມັນບໍ່ແມ່ນບັນທຶກປະຈຳວັນ (Diary) ນະ
ກະເລີຍຢາກເອົາມາແຊຣ໌ໃນເວັບບຣອດ ໃຫ້ຄົນອ່ານຫຼາຍໆ ດີກວ່າ

ເຂົ້າເລື່ອງເລີຍດີກວ່າ
ເພິ່ນວ່າ ການກິນເບຍ ແມ່ນເທົ່າກັບລ້າງໝາກໄຂ່ຫຼັງ ແມ່ນຄວາມເຊື່ອຂອງນັກ drink ທັງຫຼາຍ
ຍ້ອນຫຍັງຈຶ່ງເຊື່ອແນວນັ້ນ ?

ຍ້ອນເຮົາໄປປັດສະວະເລື້ອຍ(ຖີ່) ແມ່ນບໍ ?

ຄວາມເຊື່ອນີ້ແມ່ນຜິດພາດເດີ້
ໃນໄຂ່ຫຼັງເຮົາ ຈະມີການ ຂັບຍ່ອຍ (excrete) ທາດເບື່ອ (toxin, waste) ຕ່າງໆ ໃຫ້ອອກຈາກຮ່າງກາຍ
ໃນຂະນະດຽວກັນ ກໍ່ມີການດູດຊຶມ ຫຼື ຊຶມຊັບຄືນ (reabsorption) ພວກ ສານນ້ຳ (H2O), ນ້ຳຕານ, ໂປຼຕີນ ແລະ ທາດອື່ນໆ ທີ່ຈຳເປັນ
ຖ້າຮ່າງກາຍບໍ່ມີການດູດຊຶມຄືນນະ ມື້ໜຶ່ງ ເຮົາຈະຖ່າຍປັດສະວະ ຕັ້ງວ່າ 180L/day ພຸ້ນໃດ!!!!!!!

ດັ່ງນັ້ນ ການດູດຊຶມຄືນຈຶ່ງສຳຄັນ ເພາະຍ້ອນມີການດູດຊຶມຄືນ ຮ່າງກາຍເຮົາຈຶ່ງບໍ່ເສຍນ້ຳ ແລະເຮັດໃຫ້ເຮົາຖ່າຍປັດສະວະອອກມາມື້ລະ 1-2L/day ເທົ່ານັ້ນ

ໃນນີ້ ການດູດຊຶມຄືນຂອງຮ່າງກາຍ ມັນຂຶ້ນກັບ Hormone ADH (Anti-Diuretic Hormone) ແປລາວກະແມ່ນ ຮໍໂມນຫ້າມຍ່ຽວ ຫ້າມບໍ່ໃຫ້ຍ່ຽວ ເພື່ອໃຫ້ມີການດູດຊຶມນ້ຳຄືນສູ່ຮ່າງກາຍ

ແລ້ວອັນທີ່ ໃບ່ ອາລຳພະບົດມາຍາວໆ ນັ້ນມັນກ່ຽວຫຍັງກັບການກິນເຫຼົ້າກິນເບຍ ບາດນິ ?? ເບຍ ກະແມ່ນນ້ຳ ບໍ່ແມ່ນຫວາ ??

ກະແມ່ນ.... ແຕ່ວ່າ ໃນເບຍຫັ້ນຈັກມີສານຫຍັງຕໍ່ສານຫຍັງທີ່ເອົາມາໝັກ ເອົາມາລະລາຍໃນນ້ຳ
ແລ້ວເມື່ອເຮົາກິນເບຍກິນເຫຼົ້າ ມັນຈະໄປຢັບຢັ້ງຮໍໂມນ ADH ຂອງເຮົາ ເຮັດໃຫ້ບໍ່ມີການດູດຊຶມນ້ຳກັບຄືນສູ່ຮ່າງກາຍ
ເມື່ອບໍ່ມີການດູດຊຶມຄືນ ກໍ່ຈະເຮັດໃຫ້ຍ່ຽວອອກມາຫຼາຍ, ເມື່ອຍ່ຽວຫຼາຍ ນ້ຳໃນຮ່າງກາຍເຮົາກໍ່ຫຼຸດ

ແຕ່ໃນຂະນະດຽວກັນ ຄວາມເຂັ້ມຂຸ້ນໃນຮ່າງກາຍກໍ່ເພີ່ມຂຶ້ນ (ຄ້າຍໆກັບນ້ຳແກງກົ້ນໝໍ້ ເມື່ອມີນ້ຳໜ້ອຍ ມັນກະເຄັມ)
ເມື່ອນ້ຳໃນຮ່າງກາຍມີໜ້ອຍ => ປະລິມານເລືອດຫຼຸດລົງ => ຄວາມເຂັ້ນຂຸ້ນເພີ່ມຂຶ້ນ
ແລະກໍ່ຈະພາໃຫ້ເກີດພາວະຜິດປົກກະຕິຕາມມາ ເຊົ່ງມັນກະມີອາການສະແດງມີ: ຫາຍໃຈໄວ, ປາກແຫ້ງ, ຫົວໃຈເຕັ້ນໄວຂຶ້ນ(ຫຼືຊ້າລົງ), ໆລໆ

ແຕ່ປະເດັນຫຼັກໆໃນນີ້ ແມ່ນວ່າ ມັນຈະເຮັດໃຫ້ເກີດພາວະ ໄຂ່ຫຼັງຊຸດໂຊມ.

ຖ້າຄ້ານອ່ານກະຂໍໂທດເດີ້ ທີ່ຂຽນຍາວໂພດ ແຫະໆ

Credit :
written by topic's writer (555)
Info : Dr. phetsamone

ປ.ລ :​ ກະທູ້ນີ້ ກະມີແຕ່ຂຽນຂຶ້ນມາບອກແກ້ໄຂບັນຫາຄວາມເຂົ້າໃຈຜິດຊື່ໆ ບໍ່ໄດ້ມີເຈດຕະນາມາຫ້າມບໍ່ໃຫ້ກິນເຫຼົ້າກິນເບຍດອກ
(ແຕ່ຖ້າຫຼຸດຜ່ອນໄດ້ກໍ່ດີ)

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານຄົນມາ ອະຈຶ໋ກກຶ໊ຍ ກະທູ້

I believe in the IMPOSSIBLE

໓໐ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ເຮົາຄວນກິນນ້ຳຫລາຍປານໃດຈັ່ງຊິພໍນິ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຫຼັກການແລ້ວແມ່ນຄວນກິນນ້ຳດື່ມບໍລິສຸດ (ທີ່ບໍ່ແມ່ນນ້ຳຫວານ ນ້ຳແກງ ....) 1.5 -​​ 2 ລິດ ຕໍ່ມື້ ຈຶ່ງຈະພຽງພໍກັບຄວາມຕ້ອງການຂອງຮ່າງກາຍ (ບໍ່ແມ່ນຄວາມອີ່ມນ້ຳຂອງເຮົາ)


ເພາະຮ່າງກາຍເຮົາສູນເສຍນ້ຳໃນແຕ່ລະມື້ ແມ່ນ
ທາງຜິວໜັງ ............................................300ml - 500 ml
ທາງປອດ (ການຫາຍໃຈ)......................... 350 - 500ml
ທາງເຫືອ ................................................0 - 10ml
ທາງອາຈົມ .............................................100 - 200 ml
ລວມແລ້ວຮ່າງກາຍເຮົາເສຍນ້ຳມື້ໜຶ່ງ.......1300 - 3200 ml



I believe in the IMPOSSIBLE

໑໒ ກະທູ້
໙໑ ໂພສ
ນັກການກະທູ້
ຊິກິນທຸກມື້ເລີຍກ່ອນ.......ອິອິອິ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noyys ຂຽນວ່າ...
ຊິກິນທຸກມື້ເລີຍກ່ອນ.......ອິອິອິ



ເອົ້າ ?

ປົກກະຕິແລ້ວ ທ່ານ ນ້ອຍ ພອນໄຊ ກິນນ້ຳແບບ ບາມື້ ບາວັນ ຫວາ ??

I believe in the IMPOSSIBLE

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລ້າງທຸກມື້ ຮ່າໆໆ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍ້ມູນດີ ຂອບໃຈໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ລ້າງໄຂ່ຫລັງ ແຕ່ວ່າມັນລ້າງສະໝອງແທນ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລ້າງສະໝອງຫຼາຍກວ່າ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555 ແມ່ນໆໆ

I believe in the IMPOSSIBLE

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີກຮຽນມື້ນີ້ຂ້ອຍກະຊິໄປລ້າງໃໝ່ລະນີ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືໄປລ້າງຕະຫຼອດແທະນ້ຳຫວານ

ດຽວກະຄວາມຈຳສັ້ນ ລືມແຟນໄວ້ຕະຫຼາດແຫຼະ

I believe in the IMPOSSIBLE

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລ້າງທຸກມື້


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາດກິນຫຼາຍໆເດ ມັນກະຊິລ້າງຄືກັນຫວາ ຫຼື ມັນຊິທຳລາຍ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທັງລ້າງທັງອາບເລີຍແມ່ນບໍ່ ອະອະ

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ບາດກິນຫຼາຍໆເດ ມັນກະຊິລ້າງຄືກັນຫວາ ຫຼື ມັນຊິທຳລາຍ



ກິນໜ້ອຍເປັນຢາ

ກິນຫຼາຍມັນກະທັງເມົາ ທັງທຳລາຍເລີຍແຫຼະນ້ອງຕູນ

I believe in the IMPOSSIBLE

໐ ກະທູ້
໒໔໘ ໂພສ
ນັກການກະທູ້
ຂໍ້ມູນດີ ຊ່າງສັນອັນດີດີ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍເຄີຍໄດ້ຍິນ ລາງຄົນຮອດເວົ້າວ່າ ແມ່ມານກິນເບຍ ກະດີ ເພາະລ້າງໄຂມັນລູກ.
ແຕ່ຄວາມຈິງແລ້ວ ແມ່ມານ ແລະ ຄົນລ້ຽງລູກດ້ວຍນົມໂຕເອງ ບໍ່ຄວນກິນເຫລົ້າ ກິນເບຍເລີຍ. ເພາະທາດເຫລົ້າ ນັ້ນ ກໍ່ເຂົ້າໄປເສັ້ນເລືອດຂອງລູກເໝືອນກັນ.


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນໜ້ອຍເປັນຢາ ກິນຫຼາຍໃຫ້ໂທດ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຂ້ອຍເຄີຍໄດ້ຍິນ ລາງຄົນຮອດເວົ້າວ່າ ແມ່ມານກິນເບຍ ກະດີ ເພາະລ້າງໄຂມັນລູກ.
ແຕ່ຄວາມຈິງແລ້ວ ແມ່ມານ ແລະ ຄົນລ້ຽງລູກດ້ວຍນົມໂຕເອງ ບໍ່ຄວນກິນເຫລົ້າ ກິນເບຍເລີຍ. ເພາະທາດເຫລົ້າ ນັ້ນ ກໍ່ເຂົ້າໄປເສັ້ນເລືອດຂອງລູກເໝືອນກັນ.



ໂດຍ
ນ້ອງກໍ່ເຄີຍເຫັນເພິ່ນເວົ້າຢູ່ ແລະ ນ້ອງກໍ່ເຄີຍເບິ່ງ ຄຣິບ ເກີດລູກ ທີ່ບໍ່ມີນ້ຳຄາວປາ ມາຫຼໍ່ລື່ນ ແລະ ມີແຕ່ໄຂມັນຸ້ມໂຕເດັນນ້ອຍໄວ້ case ນັ້ນເດັກນ້ອຍຜູ້ນັ້ນເກີດຍາກຫຼາຍ

ແຕ່ນ້ອກະບໍ່ເຄີຍສໍ້ວ່າເປັນຍ້ອນຫຍັງ............. ແລະກໍ່ເປັນໄປບໍ່ໄດ້ຕິເບາະທີ່ມັນຈະກ່ຽວກັບເຫຼົ້າກັບເບຍນະ

ຕາມຫຼັກການແລ້ວ ເບຍ-ເຫຼົ້າ ກະມິແຕ່ທາດນ້ຳຕານ ແລະ ໄຂມັນ

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືເພິ່ນວ່າ ກິນໜ້ອຍເປັນຢາ

ອີ່ຫຍັງທີ່ຫຼາຍເກີນໄປມັນກະບໍ່ດີ

ເພາະມັນຈະເມົາ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານກວ່າຈິໝົດ!!

ໄປເບົາຈັກບາດກ່ອນ!!! ເຫີ່ໆໆໆໆ




໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^



ກະທູ້ເຂົາບໍ່ແມ່ນຫ້ອງນ້ຳໃດ໋ ທ້າວແບ້ຫົວເຖີກກກກກກກກກກກກກກກກ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລຽບ 100 ແລ້ວ! ຫ້າມບໍ່ທັນແລ້ວໝູຫື່ນຫົວລ້ານແງ່ເອີ້ຍ!!!



໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ໋ີ໋~~~~~~~~~

ທ້າວ V D P ເອີຍຍຍຍຍຍຍຍຍຍຍຍ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອຍ! ອັນນາງ V F P ເອີ້ຍ!!!!! 55555555



໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂອບໃຈໆໆໆໆໆໆໆໆໆໆໆ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແບບນີ້ຍີ່ງຢາກກິນເບຍ