ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ :)

ມື້ນີ້ມີວິທີວາງແຜນແລະປ້ອງກັນ ທີ່ງ່າຍໆສຳລັບຄູ່ຮັກ
ບັນຫາທຳອິດກະຄືວ່າ ເນື່ອງຈາກໄວລຸ້ນດຽວນີ້ໄວໄຟຫຼາຍ (ຮະຮະ) ລະກະບໍ່ຢາກໃຫ້ມີບັນຫານຳຫຼັງທີ່ວ່າຜິດພາດມາ ລະພາກັນເຮັດວິທີສິ້ນຄິດຄື "ທຳແທ້ງ" ຫັ້ນນ່າ
ເພາະສົງສານຊີວິດທີ່ "ເກືອບ" ຈະໄດ້ເກີດ.

ແຕ່!! ມັນວິທີນີ້ ມັນກະບໍ່ໄດ້ປ້ອງກັນຢ່າງດຽວດອກ
ເພາະວ່ານີ້ເປັນວິທີງ່າຍໆ ທີ່ໝໍປະສູດເພິ່ນຊ່ວຍຄູ່ຮັກທີ່ເອົາລູກຍາກ ໃຫ້ວາງແຜນເອົາລູກ ອິອິ


(ເຮົາອາດຈະອະທິບາຍງົງໆແນ່ ແຕ່ຊ່ວຍທຳຄວາມເຂົ້າໃຈ)
ສັງເກດຕາມຮູບເນາະ [img][/img]

ສົມມຸດວ່າ ແຟນສາວຂອງເຈົ້າ ເປັນປະຈຳເດືອນວັນທີ ໑ ຂອງເດືອນກຸມພານີ້
ໃຫ້ນັບໄປອີກ ໑໔ ມື້ ຈະແມ່ນມື້ທີ່ໄຂ່ຕົກ. (ກໍລະນີຄົນເປັນປະຈຳເດືອນວັນທີ ໑໐ ກະໃຫ້ນັບໄປອີກ ໑໔ ມື້ຄືກັນ)
ແລ້ວມື້ທີ່ໄຂ່ຕົກນີ້ ຖ້າວ່າເກີດປະກົດການມີເພດສຳພັນກັນ ແຟນສາວຜູ້ນີ້ ກໍ່ມີຄວາມເປັນໄປໄດ້ຫຼາຍເຖິງຫຼາຍທີ່ສຸດ (ຖ້າຈະເວົ້າວ່າຮ້ອຍເປີເຊັນ... ມັນກະຊິເບິ່ງຄືວ່າໝັ້ນໃຈໂພດຫັ້ນນ່າ ຮະຮະຮະ)

ແລ້ວສະເປີຣ໌ມ ຂອງຜູ້ຊາຍຈະມີອາຍຸປະມານ 48 ຊົ່ວໂມງ
ເຖິງວ່າທັງຄູ່ຈະມີເພດສຳພັນກັນວັນທີ ໑໓ ກໍ່ຍັງມີຄວາມສ່ຽງທີ່ຈະມີລູກຄືກັນ.
ກໍລະນີເພິ່ນວ່າ "ໜ້າເຈັດ-ຫຼັງເຈັດ" ຫັ້ນກະມາຈາກຫຼັກການດຽວກັນ ຄືກ່ອນປະຈຳເດືອນເຈັດມື້ ແລະຫຼັງປະຈຳເດືອນເຈັດມື້ (ຢາກຜ່າໄຟແດງກະໄດ້ ຄັນບໍ່ຢ້ານຕຳຫຼວດຈັບ ຮະຮະຮະ)
ທັງນີ້ທັງນັ້ນ ມັນກໍ່ຂຶ້ນກັບຜູ້ຍິງ ວ່າຈະເອົາໃຈໃສ່ເລື່ອງຂອງໂຕເອງໄດ້ດີປານໃດ.


ແລ້ວສຳລັບຄົນທີ່ວາງແຜນເອົາລູກຫັ້ນກະ ທ່ານໝໍເພິ່ນກະຈະແນະນຳມື້ທີ່ເປັນເລີກງາມຍາມດີໃຫ້ (ຄືມື້ທີ່ໄຂ່ຕົກ)
ຫຼືຖ້າມັນຍາກປານນັ້ນອີ່ຫຼີ ກະເຮັດເດັກຫຼອດແກ້ວເລີຍຍຍ


ເອົາແບບສັ້ນໆ ຄັນວ່າເວົ້າຍາວ ເອົາຮໍໂມນກັບຢາຄຸມມາກ່ຽວນຳຫຼາຍດຽວຈະສັບສົນ (ສ່ຳນີ້ກະຢາກວ່າສັບສົນແລ້ວວ ຮະຮະຮະ ແຕ່ຖ້າໃປເຂົ້າໃຈຖືວ່າເກັ່ງ)

ປລ ອາຍໃດ໊ນິ ທີ່ຂຽນກະທູ້ເລື່ອງຈັ່ງຊີ້ນະ ຮະຮະຮະ
ແຕ່ຢ່າງໜ້ອຍ ກະເຮັດໃຫ້ລູກເຜົ່າພັນລາວເຂົ້າໃຈໆ ເລື່ອງທີ່ສຳຄັນແບບນີ້ໄວ້ນຳກັນ.
ມັນຈຶ່ງບໍ່ມີການເຮັດແທ້ງເກີດຂຶ້ນ
ປລ ອີກອັນໜຶ່ງກະຄືວ່າ "ມື້ທີ່ໄຂ່ຕົກ ກັບມື້ທີ່ເປັນປະຈຳເດືອນ ມັນບໍ່ແມ່ນມື້ດຽວກັນ ຫຼືເວົ້າອີກວ່າ ມັນບໍ່ແມ່ນອັນດຽວກັນ"

I believe in the IMPOSSIBLE

໙ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ອືມ.......ພໍຟັງ


ຈົ່ງເອົາຊະນະຄົນຂີ້ຕົວະດ້ວຍຄວາມຈິງ
ຈົ່ງເອົາຊະນະຄົນຕະນີ່ ດ້ວຍການໃຫ້

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ

..........................................................................
..........................................................................

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສເຈົ້າຂອງກະທູ້ມີແນວຄິດ ວັນທີ່ 14/02/2012 .


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ສົງໃສເຈົ້າຂອງກະທູ້ມີແນວຄິດ ວັນທີ່ 14/02/2012 .



ມີແນວຄິດຊິໄປເກາະຕິດສະຖານະການຢູ່ໂຮງໝໍ ຮະຮະຮະຮະ
ຍາມເທດສະການ ມັນແຮງບໍ່ທຳມະດາ ເຫິເຫິ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າວວວ!!!!

ໝູແພດມາເຕືອນກ່ອນ 14 ຖືພາ "ເອີ້ຍ" 14 ກຸມພາ ຫວານິ!!!!​ ອິໆໆໆ

ຂັ້ນເພິ່ນອາຍໃດ໋ນິເນາະ!!!! ຖ້າສົນທະນາກັນໜ້າຕໍ່ໜ້ານິຄືຊິໝົດມື້!!! ​55555

ເພິ່ນກະບອກໃຫ້ເຂົາເຈົ້າໃສ່ຖົງຢາງຄ໋ອບແຄ໋ບກະແລ້ວຕົວໝູຫື່ນນນນນນນ!!!! 55555




໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ໄດ້ ຜົນບໍລະເນາະ .....

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງຈາກລັກສະນະເຈົ້າຂອງກະທູ້ຊົງຊິເປັນແພດເວີ້ຍ..... ຄັນຢາກປ້ອງກັນໃຫ້ເຂົາຖືກວິທີຕື່ມອີກ ກະແມ່ນ ພໍ່ແມ່ຄວນສິອົບລົມສັ່ງສອນ ເປັນແບບຢ່າງທີ່ດີ ສອນເລື້ອງສິນທຳ ກາລະເທສະ ຄວນບໍ່ຄວນ ຖ້າຈະມີການຮ່ວມຕຽງກັບຄູ່ ຄວນຈະເປັນຍາມ ຫລັງຈາກວິວາແຕ່ງງານເດີ ປະມານນີ້ ຈະໄດ້ຮູ້ທັງສິນທຳແລະຄວາມເຫມາະສົມພ້ອມ ....ຫລັງຈາກແຕ່ງແລ້ວກະ ມື້ຫນຶ່ງ 10 ເທື່ອ ກະເຮັດລະແມະ ....ເຮີ້ໆໆໆໆ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ວ່າວວວ!!!!

ໝູແພດມາເຕືອນກ່ອນ 14 ຖືພາ "ເອີ້ຍ" 14 ກຸມພາ ຫວານິ!!!!​ ອິໆໆໆ

ຂັ້ນເພິ່ນອາຍໃດ໋ນິເນາະ!!!! ຖ້າສົນທະນາກັນໜ້າຕໍ່ໜ້ານິຄືຊິໝົດມື້!!! ​55555

ເພິ່ນກະບອກໃຫ້ເຂົາເຈົ້າໃສ່ຖົງຢາງຄ໋ອບແຄ໋ບກະແລ້ວຕົວໝູຫື່ນນນນນນນ!!!! 55555





ອ້າວວວວວ !!

ແນວວ່າດຽວນີ້ເດັກນ້ອຍກະເຈົ້າແຮງຫຼາຍ ເຈົ້າປ້າໆ ຄືພວກເຂົາອາຍ

ລະກະ ແອນຕີ້ການເຮັດແທ້ງຈາກໃຈຈິງເລີຍໃດ໋ນິ

ປລ ຖົງຢາງຄອບແຄບພຸ້ນຫວະ ຮະຮະຮະຮະ

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ເບີ່ງຈາກລັກສະນະເຈົ້າຂອງກະທູ້ຊົງຊິເປັນແພດເວີ້ຍ..... ຄັນຢາກປ້ອງກັນໃຫ້ເຂົາຖືກວິທີຕື່ມອີກ ກະແມ່ນ ພໍ່ແມ່ຄວນສິອົບລົມສັ່ງສອນ ເປັນແບບຢ່າງທີ່ດີ ສອນເລື້ອງສິນທຳ ກາລະເທສະ ຄວນບໍ່ຄວນ ຖ້າຈະມີການຮ່ວມຕຽງກັບຄູ່ ຄວນຈະເປັນຍາມ ຫລັງຈາກວິວາແຕ່ງງານເດີ ປະມານນີ້ ຈະໄດ້ຮູ້ທັງສິນທຳແລະຄວາມເຫມາະສົມພ້ອມ ....ຫລັງຈາກແຕ່ງແລ້ວກະ ມື້ຫນຶ່ງ 10 ເທື່ອ ກະເຮັດລະແມະ ....ເຮີ້ໆໆໆໆ



ແມ່ນຄວາມທ່ານ ຮະຮະຮະ
ຮີດຄອງປະເພນີລາວທີ່ດີ ຄວນຮັກສາໄວ້. ບໍ່ແມ່ນເຫີ່ວັດທະນະທຳ ໄດ້ກ່ອນແຕ່ງ

ແຕ່ເລື່ອງອົບຮົມສັ່ງສອນ ເຮົາວ່າພໍ່ແມ່ທຸກຄົນ ບໍ່ມີໃຜຢາກໃຫ້ລູກໂຕເອງຖືກປູ້ຢ້ຳປູ້ຍີ່ດອກ (ເຖິງວ່າເດັກນ້ອຍມັນຈະເຕັມໃຈເອງກະຕາມ)
ເພາະກວ່າຈະລ້ຽງມາໄດ້ໃຫຍ່ເປັນຜູ້ເປັນຄົນ ມັນບໍ່ແມ່ນເລື່ອງງ່າຍໆ ເນາະ ເພິ່ນກະຮັກກະຫວງເປັນທຳມະດາ
ແຕ່ຖ້າໄວລຸ້ນເພິ່ນເມົາມໄວກັບກະແສວັດທະນະທຳຕ່າງຊາດ ແລະຢາກຮູ້ຢາກລອງ
ເຮົາວ່າ ການທີ່ຜູ້ໃຫຍ້ໄປຫ້າມ ມັນຈຶ່ງກາຍເປັນການກະຕຸ້ນ.(ອັນນີ້ໂດຍສະເພາະໄວໜຸ່ມຜູ້ຊາຍ)

ປລ ເຮົາຮູ້ສຶກວ່າເຮົາເວົ້າຄືຜູ້ເຖົ້າຜ່ານໂລກເປັນສິບໆປີ ມາຈົ່ມນິແຫຼະ ຮະຮະຮະຮະ

I believe in the IMPOSSIBLE

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ
ພວກ ທີ່ເອົາ ເວລາ ໄປເຮັດ ແບບນັ້ນ ນະ ມັນ ບໍຮູ້ ຈັກ ພັນລາວ ດອກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ວ່າວວວ!!!!

ໝູແພດມາເຕືອນກ່ອນ 14 ຖືພາ "ເອີ້ຍ" 14 ກຸມພາ ຫວານິ!!!!​ ອິໆໆໆ

ຂັ້ນເພິ່ນອາຍໃດ໋ນິເນາະ!!!! ຖ້າສົນທະນາກັນໜ້າຕໍ່ໜ້ານິຄືຊິໝົດມື້!!! ​55555

ເພິ່ນກະບອກໃຫ້ເຂົາເຈົ້າໃສ່ຖົງຢາງຄ໋ອບແຄ໋ບກະແລ້ວຕົວໝູຫື່ນນນນນນນ!!!! 55555





ອ້າວວວວວ !!

ແນວວ່າດຽວນີ້ເດັກນ້ອຍກະເຈົ້າແຮງຫຼາຍ ເຈົ້າປ້າໆ ຄືພວກເຂົາອາຍ

ລະກະ ແອນຕີ້ການເຮັດແທ້ງຈາກໃຈຈິງເລີຍໃດ໋ນິ

ປລ ຖົງຢາງຄອບແຄບພຸ້ນຫວະ ຮະຮະຮະຮະ



ອ່າວ....ໝູຫື່ນຮູ້ຈັ່ງໃດວ່າເດັກນ້ອຍກະເຈົ້າແຮງຫຼາຍ!!! ​ອິໆໆໆໆໆ

ແມ່ນລະ...ຖົງຢາງຄອບແຄບເລີຍລະ!!! 555555




໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບອັນໜຶ່ງຫັ້ນເບິ່ງໄປເບິ່ງມາ ຄ້າຍໆ ຜູ້ຍິງນອນກອງກົ້ນ ລະຜູ້ຊາຍນອນເຕັງນີ້ແລະ ອິອິ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຮູບອັນໜຶ່ງຫັ້ນເບິ່ງໄປເບິ່ງມາ ຄ້າຍໆ ຜູ້ຍິງນອນກອງກົ້ນ ລະຜູ້ຊາຍນອນເຕັງນີ້ແລະ ອິອິ



oh! ສາຍຕາທ່ານ Thy ໃນການສະແກນພາບກຼາບຟິກຊ່າງເລິກລ້ຳຫຼາຍ!!!

ຂໍນັບຖື!!!! 55555555555555




໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເອີ
ພວກ ທີ່ເອົາ ເວລາ ໄປເຮັດ ແບບນັ້ນ ນະ ມັນ ບໍຮູ້ ຈັກ ພັນລາວ ດອກ



ເວົ້າບໍ່ໄດ້ນະເອື້ອຍ ຮະຮະຮະ

I believe in the IMPOSSIBLE

໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ

ຖ້າສິວາງແຜນມີແຜນດີລະ ຖ້າຈຳເປັນກະຕ້ອງໃຊ້ຖົງຢາງຄ໋ອບແຄບ ອຸ້ຍບໍ່ແມ່ນ ຕ້ອງໃຊ້ຖົງຢາງອະນາໄມປອດໄພສົມບູນ






໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈທີ່ມາຂອງເຈັດ ຫນ້າ ເຈັດຫລັງແລ້ວບາດນິ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
^_^


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ການແກ້ໄຂ ແມ່ນ ການໂຄສະນາຢ່າງຕໍ່ເນື່ອງ ຜັກດັນກົດຫມາຍຄຸ້ມຄອງເດັກທີ່ມີອາຍຸຕ່ຳກວ່າ 17 ປີ, ມີບົດລົງໂທດຜູ້ທີ່ກະທຳກັບເດັກທີ່ມີອາຍຸຕ່ຳກວ່າກຳນົດໄວ້ ຖືວ່າບໍ່ມີວຸດທິພາວະ ໃນການຕັດສິນໃຈ
ເຊິ່ງບາງເທື່ອກະແມ່ນພໍ່ລູກພໍ່ເມີຍເອງເປັນຜູ້ກະທຳຜິດສ່ວນໃຫຍ່ ລ້າເດັກມະຫາໄລຕ່າງ ໂດຍບໍ່ຄຳນືງສິນທຳ ບາງຄັ້ງກະແມ່ນຄົນພັກລັດດ້ວຍຊ້ຳທີ່ກະທຳເລື່ອງຜິດສິນທຳດັ່ງກ່າວ


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ບາງທີກະລືມນັບເນາະ ໄວຫຼຸ້ນໄຟແຮງ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃສ່ຖົງ ຈົບ ບໍ່ໃສ່ ບໍ່ເມັກເລີຟ ຜູ້ຍິງປະຕິເສດໂລດ
ອີກວິທີ ໜຶ່ງ ກະລົດໄຟ ຕົກລາງກະປ້ອງກັນການເກີດ ຄືກັນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົນໃຈຢາກຮູ້ເລື່ອງ ເຈັດຫນ້າເຈັດຫລັງ ແມ່ນຫມາຍຄວາມວ່າແນວໃດ


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ມີຄວາມຮູ້ດີເນາະ

ສາວແພດນິ ຮຽນຢູ່ປີໃດແລ້ວນິ ?


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ