ກະທູ້ມາໃໝ່ | ຫມວດ | ກະດານແຫ... » ສຸຂະພາບ ແລະຄວາມງາມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍຖືກໂຕຕໍ່ຂຸມຕອດແຂນ ແລງວັນສຸກ ວັນທີ່ 9/3/2012 ຂ້ອຍເອົານ້ຳລາຍແປະໃສ່ບ່ອນທີ່ໂຕຕໍ່ຕອດໜ້ອຍໜຶ່ງ ໝູ່ຂ້ອຍບອກໃຫ້ເອົາຂີ້ດິນໂປະໃສ່, ແຕ່ຂ້ອຍບໍ່ໄດ້ໃສ່ (ແຕ່ຄວາມຈິງດິນປຽກນ້ຳຍ່ຽວຍິ່ງດີສາມາດດູດຜິດອອກໄດ້ ເຂົາເຈົ້າວ່າ ) ຖ້າຢູ່ເຮືອນຊິເອົາເຂັມເຈາະແລ້ວບີບພິດອອກ ແຕ່ຂ້ອຍນັ່ງຢູ່ຫ້ອງຮຽນເພີ່ມແຕ່ 5 ໂມງເຄິ່ງຫາ 8 ໂມງຕອນແລງຫາຄ່ຳມືດ ພິດໂຕຕໍ່ຄົງຊືມເຂົ້າແຂນໝົດລະ ຂ້ອຍພະຍາຍາມເອົາມືບີບບ່ອນທີ່ມັນຕອດໃຫ້ຜິດອອກ ແຕ່ບໍ່ມີຫຍັງອອກມາ ຍິ່ງບີບຍິ່ງເປັນຮອຍແດງຊ້ຳ ແຂນເລີ່ມໄຄ່ໃຫຍ່ຂຶ້ນເລື່ອຍໆ ເຈັບໜ້ອຍດຽວ ຄັນຫຼາຍກວ່າ ມີຕຸ່ມອອກທີ່ມື ແລະ ແຂນ 2 ຕຸ່ມ, ຂ້ອຍຄິດວ່າຍຸງກັດມື ແລ້ວຂ້ອຍເກົາທີ່ມື ບ່ອນທີ່ເກົາເລີຍໄຄ່ໃຫຍ່ພອງຂຶ້ນກວ່າເກົ່າ ປານເປົ່າໝາກປຸ້ມເປົ້າ ຕຸ່ມທີ່ຢູ່ທີ່ແຂນ ຂ້ອຍບໍ່ເກົາ ມັນເລີຍບໍ່ໄຄ່ໃຫຍ່ຂຶ້ນ ມື້ຕໍ່ມາແມ່ນວັນເສົາ ໄຄແຕ່ບໍ່ເຂົ້າໂຮງຮຽນ ແຂນ ແລະ ມືຂ້ອຍ ໄຄ່ໃຫຍ່ແດງຂຶ້ນແຮງອີ່ຫຼີ ມືຈົນກຳຫຍັງບໍ່ໄດ້ ຖ້າແມ່ນຮອຍບາດທຳມະດາເອົາຢາຂີ້ເຍືອງບອງເຫຼົ້າໃສ່ແລ້ວແສບບຶດໜຶ່ງກໍ່ດີແລ້ວ ແຕ່ຮອຍໂຕຕໍ່ຕອດນີ້ ເອົາຢານີ້ໃສ່ແນວໃດກໍ່ບໍ່ດີ ແຖມບໍ່ຮູ້ສຶກແສບຫຍັງເລີຍ ຜິວໜັງບ່ອນມັນຕອດເປັນສີຂາວໆ ຂ້ອຍເອົາເຂັມເຈາະເບິ່ງ ເປັນໜັງຫຍາບ ແລ້ວເປັນຮູ ( ໂຕຕໍ່ດູດເອົາຊີ້ນໄປ ) ຂ້ອຍຖາມພໍ່ວ່າເອົາຫຍັງໃສ່ຈິ່ງດີ ພໍ່ຂ້ອຍບອກເອົາເກືອໃສ່ ຂ້ອຍກໍ່ເອົາເກືອໃສ່ບ່ອນຮູຮອຍຕອດ ເກືອເປື່ອຍໄວຂະໜາດ ແຕ່ຂ້ອຍກໍ່ເຕີມເກືອໃສ່ເລື້ອຍໆ ປະກົດວ່າບ່ອນຮອຍໂຕຕໍ່ຕອດໄດ້ເລີ່ມເປັນສີເນື້ອປົກກະຕິຈາກບ່ອນຮອຍຮູຕອດລາມອອກໄປ ແລ້ວແຂນທີ່ໃຫຍ່ພອງຂອງຂ້ອຍໄດ້ຄ່ອຍໆນ້ອຍລົງເປັນປົກກະຕິ ແຕ່ຂ້ອຍບໍ່ຮູ້ວ່າຂ້ອຍແພ້ເກືອ ຫຼື ແພ້ພິດໂຕຕໍ່ ຕົນໂຕຂ້ອຍອອກຕຸ່ມແດງໝົດ ຂ້ອຍພະຍາຍາມບໍ່ເກົາ ຕື່ນເຊົ້າມາ ມັນກໍ່ຫາຍໄປເອງ ຮູໂຕຕໍ່ຕອດຫັ້ນເປັນຕາຢ້ານອີ່ຫຼີ ຄິດໃນໃຈວ່າ ມັນຊິເປັນຮູແນວນີ້ໄປດົນບໍ?ຫຼາຍຄົນບອກວ່າ ເກັດບາດຮອຍນັ້ນຫຼົ່ນ 7 ຫາ 9 ເທື່ອຈິ່ງເຊົາ ຂ້ອຍຢ້ານຫຼາຍ ຂ້ອຍໄປຮ້ານຂາຍຢາ ຖາມຄົນຂາຍຢາວ່າ ເອົາຫຍັງໃສ່ຈິ່ງດີ? ລາວຕອບວ່າ: ມີແຕ່ກິນຢາຕ້ານເຊື້ອ ແລະ ເອົາເປຕາດິນ(ຢາແດງຂ້າເຊື້ອ) ໃສ່ຈັກໜ້ອຍກໍ່ດີຖ້າບໍ່ດັ່ງນັ້ນມັນຈະເປັນຮູເລິກລົງເລື້ອຍໆ ຂ້ອຍກິນຢາຕ້ານເຊື້ອພຽງແຕ່ 2 ເມັດເພາະວ່າ ຍິນເຂົາເຈົ້າວ່າກິນຫຼາຍບໍ່ດີ, ຮອຍບາດເຂົ້າເກັດ ແລ້ວກໍ່ຫຼົ່ນ ເພາະມັນຄັນ ຂ້ອຍເລີຍບີບອອກ ເລື້ອຍໆຮູຮອຍບາດທີ່ເປັນຮູບວົງມົນໃຫຍ່ ໄດ້ ຄ່ອຍໆເປັນວົງມົນນ້ອຍເຂົ້າເລື້ອຍໆ ປະມານ 7 ຫຼື 9 ເທື່ອ ຮູວົງມົນຕໍ່ຕອດໄດ້ເປັນຮູນ້ອຍລົງເລື້ອຍໆ ເປັນຄືເກັດບາດທຳມະດາທົ່ວໄປ ຍິນຫຼາຍຄົນເວົ້າວ່າ: ບາງຄົນທີ່ຖືກໂຕຕໍ່ຂຸມລຸມຕອດຮອດ 4-5 ໂຕ ເຖິງຕາຍພຸ້ນໃດ! ແມ່ນຫວາ! ຂ້ອຍບໍ່ແນ່ໃຈວ່າແມ່ນໂຕຕໍ່ຂຸມຕອດຂ້ອຍບໍ່ ເພາະຂ້ອຍບໍ່ໄດ້ເຈັບແຮງປານໃດ. ອາຈານ ແລະ ໝູ່ຂ້ອຍເລົ່າໃຫ້ຟັງວ່າເຄີຍຖືກໂຕຕໍ່ຂຸມຕອດ ຍັງເປັນຮອຍແປ້ວມາຮອດທຸກມື້ນີ້ ເຂົາເຈົ້າເຈັບແຮງຈົນນອນບໍ່ໄດ້ຮອດ 3-4 ມື້ພຸ້ນນະ, ແຕ່ຂ້ອຍພັດນອນຫຼັບສະບາຍດີ ມີແຕ່ແຂນພອງ ແລະ ຄັນບ່ອນມັນຕອດໜ້ອຍໜຶ່ງ. ມີໃຜແດ່ເຄີຍຖືກ ໂຕຕໍ່ຂຸມຕອດ? ເປັນແນວໃດເລົ່າໃຫ້ຟັງແນ່ດູ? |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເປີດສົດ 5 |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເປີດສົດ 5 |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮູ້ໄດ້ແນວໃດວ່າມັນແມ່ນຕໍ່ຂຸມ ໂມັນໄຫຍ່ຊໍ່າໃດ ສົງໃສຢ້ານແມ່ນ ແມງຂຸ້ນ ເພາະແມງອັນນີ້ເຄີຍຕອດຂ້ອຍແລ້ວ ທັງໄຄ່ ທັງບວມ ທັງຄັນ ໃຊ້ເວລາເປັນເດືອນຈຶ່ງເຊົາ ແລະ ກໍ່ສ້າງຮອຍແປ້ວໄປຕະຫຼອດຊີວິດ. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
^ ^ ^ ໂອແມ່ນຫວາ? ຂ້ອຍກໍ່ບໍ່ແນ່ໃຈວ່າແມ່ນໂຕຕໍ່ອີ່ຫຍັງ ຫຼື ໂຕເຜິ້ງອີ່ຫຍັງຄືວ່າໃຫຍ່ສ່ຳໂຕຕໍ່ ໂຕມັນອ່າວເຫຼືອງແດ່ ເອົາກົ້ນຕອດປຸບ ແລ້ວ ຮີບບິນໜີປັບ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ^^ ^ ໂອແມ່ນຫວາ? ຂ້ອຍກໍ່ບໍ່ແນ່ໃຈວ່າແມ່ນໂຕຕໍ່ອີ່ຫຍັງ ຫຼື ໂຕເຜິ້ງອີ່ຫຍັງຄືວ່າໃຫຍ່ສ່ຳໂຕຕໍ່ ໂຕມັນອ່າວເຫຼືອງແດ່ ເອົາກົ້ນຕອດປຸບ ແລ້ວ ຮີບບິນໜີປັບ ສົງໃສແມ່ນ ແມງໂຕຜູ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຕາມທີ່ຂ້ອຍໄດ້ຍິນມາວ່າເມື່ອແມງເຜີ້ງ,ແຕນ,ຕໍ່ ເມື່ອມັນຕອດເຮົານັ້ນ ທຳອິດທ່ານຕ້ອງເອົາໄລທີ່ມັນຕອດນັ້ນອອກກ່ອນ ໃຫ້ສັງເກດດດີໆ ຫຼັງຈາກນັ້ນກໍ່ປາດຫອມແດງໃຫຍ່ມາທາ ອາການກໍ່ຈະດີຂື້ນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
^ ^ ^ ຮູ້ໄດ້ຈັ່ງໃດວ່າແມ່ນໂຕຜູ້? ຖ້າຕອດຍ້ອນມີຄົນມາແອບຮັກ ແອບຄິດຮອດກໍ່ໄຄແດ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂຕມັນເປັນແບບນີ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂະໜາດຕໍ່ຕອດກະເວົ້າຍາວເນາະ ຈົນຄ້ານອ່ານ
ຈົ່ງເອົາຊະນະຄົນຂີ້ຕົວະດ້ວຍຄວາມຈິງ
ຈົ່ງເອົາຊະນະຄົນຕະນີ່ ດ້ວຍການໃຫ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂອ! ໂຕຕໍ່ມັນສີເຫຼືອງຈັ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ? ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ... ໂຕມັນເປັນແບບນີ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ vilasanh ຂຽນວ່າ... ຕາມທີ່ຂ້ອຍໄດ້ຍິນມາວ່າເມື່ອແມງເຜີ້ງ,ແຕນ,ຕໍ່ ເມື່ອມັນຕອດເຮົານັ້ນ ທຳອິດທ່ານຕ້ອງເອົາໄລທີ່ມັນຕອດນັ້ນອອກກ່ອນ ໃຫ້ສັງເກດດດີໆ ຫຼັງຈາກນັ້ນກໍ່ປາດຫອມແດງໃຫຍ່ມາທາ ອາການກໍ່ຈະດີຂື້ນ ໂອວິທີນີ້ຍິນເຂົາເຈົ້າເວົ້າວ່າແມ່ນວິທີພື້ນບ້ານຢູ່ ຫາກໍ່ຄິດອອກ ຂອບໃຈເດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ໂອ! ໂຕຕໍ່ມັນສີເຫຼືອງຈິ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ? ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ... ໂຕມັນເປັນແບບນີ້ບໍ?ໜ້າຈະແມ່ນ ຕໍ່ຂຸມ ຄືເຈົ້າວ່າຫັ້ນລະ ໃນພາສາອັງກິດເຂົາເວົ້າວ່າ wasp ລອງໄປຖາມພໍ່ເຖົ້າ google ເບິ່ງ ເພາະເພິ່ນຮູ້ໝົດທຸກຢ່າງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
^ ^ ^ ໂອເຈົ້າຄືເກັ່ງແທ້ເນາະ ຮູ້ຫຼາຍຢ່າງ ເນາະ ອິອິ ສົງໄສນ້ຳລາຍຂ້ອຍໄປສະກັດກັ້ນພິດມັນໄວ້ຈິ່ງບໍ່ເຈັບແຮງ ເພາະຫຼາຍຄົນເຈັບແຮງຈົນນອນບໍ່ໄດ້ຫຼາຍມື້ວ່າຊັ້ນເດ ຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ໂອ! ໂຕຕໍ່ມັນສີເຫຼືອງຈັ່ງຊີ້ເລີຍ ແມ່ນໂຕຕໍ່ຫຍັງລະ? ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ... ໂຕມັນເປັນແບບນີ້ບໍ?ບໍ່ເຄີຍເຫັນຕໍ່ແບບນີ້ເປັນຕາຢ້ານເນາະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແມ່ນແລ້ວມັນເປັນຕາຢ້ານອີ່ຫຼີ ຕອດແຂນຂ້ອຍວັນທີ່ 9/3/2012 ຮອດວັນທີ່ 9/4/2012 ພໍດີ 1 ເດືອນເຕັມ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂອ! ເອົາຫນໍ່ໄມ້ສົ້ມໃສ່ບໍ່ຮອດມື້ກະດີຈ້ອຍດອກເດີ
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຕາຢ້ານເນາະ ດີໃຈນຳທີ່ຫາຍດີ ເພາະຢູ່ບ້ານຂ້ອຍຫັ້ນຕໍ່ຂຸມຕອດ 3-4 ໂຕ ຕາຍເລີຍ ເພາະມັນຕອດຫົວ ກັບໜ້າ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chitnoy ຂຽນວ່າ... ຕາຢ້ານເນາະ ດີໃຈນຳທີ່ຫາຍດີ ເພາະຢູ່ບ້ານຂ້ອຍຫັ້ນຕໍ່ຂຸມຕອດ 3-4 ໂຕ ຕາຍເລີຍ ເພາະມັນຕອດຫົວ ກັບໜ້າໂອ ສົງໄສພິດມັນເຂົ້າສະໝອງ ແລະ ລະບົບປະສາດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SoneThongbiseth ຂຽນວ່າ... ໂອ! ເອົາຫນໍ່ໄມ້ສົ້ມໃສ່ບໍ່ຮອດມື້ກະດີຈ້ອຍດອກເດີແມ່ນຫວາ ບໍ່ເຄີຍຍິນມາກ່ອນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຕໍ່ຕອດຫົວລະຜົມງອກເດີ ແຕ່ຕອນນີ້ບໍ່ຢ້ານເນາະເພາະແນວຍ້ອມກໍ່ມີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ... ຕໍ່ຕອດຫົວລະຜົມງອກເດີ ແຕ່ຕອນນີ້ບໍ່ຢ້ານເນາະເພາະແນວຍ້ອມກໍ່ມີຍັງບໍ່ງອກເທື່ອຕິ ນີ້ເດມີ3ເສັ້ນ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຄີຍຖືກຕໍ່ ຫົວ ເສືອຕອດ ຕອນ ນັ້ນ ຢູ່ ປ ສອງ ທີ່ຣູ້ ວ່າເປັນຕໍຫົວເສືອຍ້ອນວ່າເຫັນ ຣັງມັນ ແລະ ໂຕມັນ ລາຍ ຄືເສືອ ມັນເຣັດຣັງຢູ່ ຕົ້ນໝາກຂາມ ຖືກຕອດ ສອງບາດ ທີ່ຫົວ ເຈັບ ຫລາຍ ໆໆໆໆ ເກືອບ ເປັນໄຂ້ ລຸກບໍ່ ຂື້ນໜົດ ມື້ເລີຍ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ... ໂຕມັນເປັນແບບນີ້ບໍ?ເວີ໋ຍ ... ສະປີຊີນີ້ບໍ່ມີຢູ່ລາວນະ ຕໍ່ຢູ່ລາວສ່ວນບໍ່ວ່າຈະເປັນຕໍ່ຂຸມຫລືຕໍ່ເຮັດຮັງຕາມຕົ້ນໄມ້ສ່ວນຫລາຍໂຕຈະມີລາຍດຳ, ແດງອ່ອນ ຫລືເຫືອງ ແບບພາບລຸ່ມນີ້: ແຕ່ວ່າເປັນຕາອີ່ຕົນເຈົ້າເນາະສາວພາ ຜູ້ຍິງໂຕນ້ອຍພັດມາຖືໂຕຕໍ່ຕອດຊ້ຳ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ່າຍຮູບບາດແຜຮ່າງກາຍຂອງເຈົ້າມາເບິ່ງໄດ້ບໍ່. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ xehak ຂຽນວ່າ... ໂຕມັນເປັນແບບນີ້ບໍ?ເວີ໋ຍ ... ສະປີຊີນີ້ບໍ່ມີຢູ່ລາວນະ ຕໍ່ຢູ່ລາວສ່ວນບໍ່ວ່າຈະເປັນຕໍ່ຂຸມຫລືຕໍ່ເຮັດຮັງຕາມຕົ້ນໄມ້ສ່ວນຫລາຍໂຕຈະມີລາຍດຳ, ແດງອ່ອນ ຫລືເຫືອງ ແບບພາບລຸ່ມນີ້: ແຕ່ວ່າເປັນຕາອີ່ຕົນເຈົ້າເນາະສາວພາ ຜູ້ຍິງໂຕນ້ອຍພັດມາຖືໂຕຕໍ່ຕອດຊ້ຳ ແຕ່ໂຕທີ່ຕອດຂ້ອຍມັນເປັນສີເຫຼືອງໆໃດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເກືອບປີແລ້ວ ຮອຍໂຕຕໍ່ຂຸມຕອດຍັງບໍ່ເຊົາອີກໃດ ມັນເປັນນູນຂື້ນເລື້ອຍໆຄືຊິເປັນຕຸ່ມຕູດນີ້ລະ, ຂ້ອຍລະບໍ່ມັກມັນນະ, ເວລາໝູ່ເຫັນເຂົາກໍ່ທ້ວງວ່າ: ເປັນຫຍັງນີ້? ຂ້ອຍກໍ່ຕອບວ່າໂຕຕໍ່ຂຸມຕອດ. ມັນຄືນູນອອກຈັ່ງຊີ້? ຂ້ອຍຈິ່ງຕັດສິນໃຈເອົາເຂັມເຈາະນູນນັ້ນ ແລ້ວ ບີບໆມັນ, ແລ້ວມັນກໍ່ເຂົ້າເກັດ ແລ້ວຂ້ອຍກໍ່ແກະມັນຫຼາຍໆເທື່ອ, ຮູ້ສຶກວ່າບ່ອນໂຕຕໍ່ຂຸມຕອດນະ ຍັງມີຮູນ້ອຍໆ ແລະ ພິດມັນຍັງຄ້າງຢູ່ໃດ ຍັງເປັນແດງໆຢູ່ ແຕ່ບໍ່ນູນແລ້ວ ຂ້ອຍກໍ່ເອົາຢາໃສ່ອີກ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ເກືອບປີແລ້ວ ຮອຍໂຕຕໍ່ຂຸມຕອດຍັງບໍ່ເຊົາອີກໃດ ມັນເປັນນູນຂື້ນເລື້ອຍໆຄືຊິເປັນຕຸ່ມຕູດນີ້ລະ, ຂ້ອຍລະບໍ່ມັກມັນນະ, ເວລາໝູ່ເຫັນເຂົາກໍ່ທ້ວງວ່າ: ເປັນຫຍັງນີ້?ຂ້ອຍກໍ່ຕອບວ່າໂຕຕໍ່ຂຸມຕອດ. ມັນຄືນູນອອກຈັ່ງຊີ້? ຂ້ອຍຈິ່ງຕັດສິນໃຈເອົາເຂັມເຈາະນູນນັ້ນ ແລ້ວ ບີບໆມັນ, ແລ້ວມັນກໍ່ເຂົ້າເກັດ ແລ້ວຂ້ອຍກໍ່ແກະມັນຫຼາຍໆເທື່ອ, ຮູ້ສຶກວ່າບ່ອນໂຕຕໍ່ຂຸມຕອດນະ ຍັງມີຮູນ້ອຍໆ ແລະ ພິດມັນຍັງຄ້າງຢູ່ໃດ ຍັງເປັນແດງໆຢູ່ ແຕ່ບໍ່ນູນແລ້ວ ຂ້ອຍກໍ່ເອົາຢາໃສ່ອີກ ຜູ້ເຖົ້າເພີ່ນວ່າບໍ່ຕ້ອງເອົາເຂັມເຈາະໃດມັນອັນຕະລາຍ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|