ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝູ່ຮຽນຫ້ອງດຽວກັນເລົ່າໃຫ້ຟັງວ່າ:

ພໍ່ຂອງເພິ່ນຫາກໍ່ເສຍຊີວິດໄປແລ້ວ ຊ່ວງ 3-4 ເດືອນຫຼັງ ( ເຊິ່ງອາຍຸໄດ້ 55 ປີ) ຍ້ອນພະຍາດນີ້:

ພະຍາດນີ້ເປັນມາແຕ່ຕອນເພິ່ນຍັງນ້ອຍ ເປັນກ້ອນແຂງໆຄືກ້ອນຫີນໃນລຳຄໍ ຕອນຍັງນ້ອຍມັນກໍ່ນ້ອຍສ່ຳປາຍມື

ເມື່ອຍອາຍຸຫຼາຍມາກ້ອນແຂງນັ້ນກໍ່ໃຫຍ່ແຜ່ລາມລົງມາທາງຄໍ, ເອິກ, ໜ້າທ້ອງ ລາມລົງມາຄ້າຍຄືຕາໜ່າງ ແລະ ຮາກໄມ້

ເພິ່ນໄປກວດໃນໂຮງໝໍ, ໝໍເວົ້າວ່າ: ພະຍາດນີ້ຈະພົບ 1 ໃນລ້ານ, ສ່ວນໃນປະເທດລາວເຮົາອາດຈະພົບແຕ່ຜູ້ດຽວນີ້

ເພິ່ນມີພີ່ນ້ອງເປັນໝໍໄດ້ກ່າວບອກວ່າ: ບໍ່ຜ່າຕັດກໍ່ໄດ້ເພາະວ່າພະຍາດນີ້ຍິ່ງຜ່າຕັດ ຖ້າຜ່າຕັດບໍ່ໝົດຮາກ

ມັນກໍ່ຈະຍິ່ງຂະຫຍາຍ ແລະ ຢັ່ງເລິກໄປທົ່ວຮ່າງກາຍ.

ການແພດຕ່າງປະເທດໄດ້ຮູ້ຂ່າວ ແລະ ມາພົບເຫັນໄດ້ບອກວ່າ: ຈະຂໍເອົາໄປປົວຢູ່ຕ່າງປະເທດ

ເພາະເຂົາເຈົ້າບໍ່ຄ່ອຍພົບເຫັນພະຍາດນີ້ມາກ່ອນ( ເພາະວ່າເຂົາເຈົ້າຢາກເອົາໄປສຶກສາ ແລະ ຫາທາງຄົ້ນຄວ້າຊອກຢາປົວ),

ສ່ວນຄ່າໃຊ້ຈ່າຍແມ່ນເຂົາເຈົ້າຈະຈ່າຍໃຫ້ໝົດ, ແຕ່ພີ່ນ້ອງເພິ່ນບໍ່ອະນຸຍາດໃຫ້ໄປ ເພາະວ່າຢ້ານສ່ຽງເກີນໄປ

ຢ້ານປົວບໍ່ໄດ້ແລ້ວມັນຈະລາມແຮງຂັ້ນ.

ເມື່ອພະຍາດນີ້ຂະຫຍາຍແຮງໄດ້ເຮັດໃຫ້ເສັ້ນເລືອດຕີບຕັນ ທັງເສັ້ນເລືອດໃນສະໝອງເບື້ອງຊ້າຍແຕກ

ເຂົາເຈົ້າກໍ່ເອົາໄປປົວໄດ້ແລ້ວ ແຕ່ກັບເປັນອຳມະພຶກ ອຳມະພາດ

ຕໍ່ມາເສັ້ນເລືອດໃນສະໝອງເບື້ອງຂວາກໍ່ແຕກອີກ ເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ...




໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ຢາກຮູ້ເດ້ ວ່າ ພະຍາດຫຍັງ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ຖ້າໄປປົວອາດຈະດີ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ຖ້າໄປປົວອາດຈະດີ


ຂ້ອຍກໍ່ຄິດວ່າແນວນັ້ນລະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ເຫັນອອກຂ່າວແນ່ ?


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kon bao



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄືບໍ່ເຫັນອອກຂ່າວແນ່ ?


ຂ່າວຫຍັງ? ບໍ່ມີຕິ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
kon bao

ກ້ອນເບົ້າຜ່າຕັດບໍ່ໄດ້ບໍ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄືບໍ່ເຫັນອອກຂ່າວແນ່ ?


ຂ່າວຫຍັງ? ບໍ່ມີຕິ!



ຂ່າວ 3 ມິຕິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ອະທິໂທ ເປັນໄປໄດ້ຈັ່ງໃດ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
kon bao

ກ້ອນເບົ້າຜ່າຕັດບໍ່ໄດ້ບໍ?


ກ້ອນເບົ້າຮາກຫີນຕັດແລ້ວກະເກີດໃໝ່



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ໂອເປັນຕາຢ້ານເນາະ


໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ພະຍາດນີ່ນະ ມັນຕໍ່ໃສ່ກັບເສັ້ນປະສາດຂອງເລືອດ ບໍ່ສາມາດຜ່າຕັດອອກໄດ້ ມີແຕ່ຢາຕ້ານເຊື້ອບໍ່ໃຫ້ພະຍາດດັ່ງກ່າວຂະຫຍາຍວົງກວ້າງອອກໄປຕື່ມ


໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ພະຍາດນີ່ນະ ມັນຕໍ່ໃສ່ກັບເສັ້ນປະສາດຂອງເລືອດ ບໍ່ສາມາດຜ່າຕັດອອກໄດ້ ມີແຕ່ຢາຕ້ານເຊື້ອບໍ່ໃຫ້ພະຍາດດັ່ງກ່າວຂະຫຍາຍວົງກວ້າງອອກໄປຕື່ມ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເປັນຕາຢ້ານເນາະ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bounthanongsack ຂຽນວ່າ...
ພະຍາດນີ່ນະ ມັນຕໍ່ໃສ່ກັບເສັ້ນປະສາດຂອງເລືອດ ບໍ່ສາມາດຜ່າຕັດອອກໄດ້ ມີແຕ່ຢາຕ້ານເຊື້ອບໍ່ໃຫ້ພະຍາດດັ່ງກ່າວຂະຫຍາຍວົງກວ້າງອອກໄປຕື່ມ


ໂອ ໜ້າເສົ້າໃຈ ແລະ ເສຍໃຈນຳ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອາດຈະເປັນການຂະຫຍາຍຕົວຂອງຈຸລັງທີ່ຜິດປົກກະຕິ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ອາດຈະເປັນການຂະຫຍາຍຕົວຂອງຈຸລັງທີ່ຜິດປົກກະຕິ.


ແມ່ນຫວາ?


໐ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ພະຍາດຕິພີ່ນ້ອງ