ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ຫມູ່ເພື່ອນພັນລາວ ມີຮ້ານແປງລົດ ແນະນຳບໍ?

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າລົດເກົ່າສະພາບມັນມີປັນຫາຕະຫລອດ ຢາກຮູ້ຮ້ານທີ່ໄວ້ໃຈໄດ້ ລາຄາພໍຟັງ ສົມເຫດສົມຜົນຫັນນະ
ໃຜຮູ້ຮ້ານໃດກະແນະນຳແດ່ເດີ່


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກເພາະຂ້ອຍເຄີຍໃຊ້ແຕ່ລົດເຂັນ ແຮ່ໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ບໍ່ຈັກເພາະຂ້ອຍເຄີຍໃຊ້ແຕ່ລົດເຂັນ ແຮ່ໆໆ



ລົດເຂັນເຈົ້າໃຊ້ງ່າຍບໍ?

ຖ້າໃຊ້ງ່າຍສິໃຊ້ມາປະສົມປູນຢູ່ສະໜາມໃຫ້


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍມີໃຜແນະນຳເລີຍ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຄິດວ່າກ່ອນແປງ ໄປຖາມລາຄາເບິ່ງຫລາຍຫລາຍຮ້ານແລ້ວ ມາປຽບທຽບເບຶ່ງກະດີໄດ໋


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laotianinbkk ຂຽນວ່າ...
ຄິດວ່າກ່ອນແປງ ໄປຖາມລາຄາເບິ່ງຫລາຍຫລາຍຮ້ານແລ້ວ ມາປຽບທຽບເບຶ່ງກະດີໄດ໋



ກະຄິດວ່າແນວນັ້ນລະ ຈື່ງຖາມສະມາຊິກພັນລາວ ເພື່ອສິໄດ້ປະຢັດເວລາໃນການໄປຖາມລາຄາ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົດຫຍັງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ແຮະແຮະແຮະ ບໍ່ໄດ້ຢູ່ລາວກະເລີຍບໍ່ຮູ້ວ່າຊິບອກໄປຮ້ານໃດດີ ຖ້າເປັນເຈັດແປດປີກ່ອນ ເຄີຍໄປແປງຢູ່ຮ້ານຫວຽດແຖວ ສີ່ແຍກໄຟແດງ ຕະຫລາດທົ່ງຂັນຄຳ ບໍ່ຮູ້ວ່າຕອນນີ້ຍ້າຍແລ້ວບໍ່ຈັກ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ລົດຫຍັງ



honda accord


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Honda Accord ຫວາ?

ຂ້ອຍເຫັນຮ້ານ 1 ຈະແປງແຕ່ລົດລຸ້ນນີ້ລະເປັນສ່ວນໃຫຍ່!!!

ແລະ ກໍ່ຮັບຊື້-ຂາຍ Honda Accord ລຸ້ນເກົ່າພ້ອມ!!!

ຄິດວ່າລາຄາເປັນກັນເອງ...ເພາະເຄີຍໄປຖາມລົດ Honda Accord ມື 2 ໃຫ້ໝູ່!!!

ຢູ່ 4 ແຍກໂພນຕ້ອງສະຫວາດ....ຕິດທາງເຂົ້າວັດເລີຍ!!!

ໄປໄດ້ຫຼາຍທາງ....ບໍ່ຊ່າງອະທິບາຍນະ..ແຫ່ໆໆໆ

ແລ້ວ ຈຂກທ ບ້ານຢູ່ໃສ???




໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໄປແຕ່ຮ້ານ ບ່ອນປ້ຳນ້ຳມັນ ໂພດສະອາດຫັ້ນນະ ເຂົາແປງດີໃດ໋ ມັນເປັນ ກະລ້າ ຂອງລັດນະ ບໍ່ແພງ ດອກ
ຕາມຄວາມຄິດຂ້ອຍເດ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
Honda Accord ຫວາ?

ຂ້ອຍເຫັນຮ້ານ 1 ຈະແປງແຕ່ລົດລຸ້ນນີ້ລະເປັນສ່ວນໃຫຍ່!!!

ແລະ ກໍ່ຮັບຊື້-ຂາຍ Honda Accord ລຸ້ນເກົ່າພ້ອມ!!!

ຄິດວ່າລາຄາເປັນກັນເອງ...ເພາະເຄີຍໄປຖາມລົດ Honda Accord ມື 2 ໃຫ້ໝູ່!!!

ຢູ່ 4 ແຍກໂພນຕ້ອງສະຫວາດ....ຕິດທາງເຂົ້າວັດເລີຍ!!!

ໄປໄດ້ຫຼາຍທາງ....ບໍ່ຊ່າງອະທິບາຍນະ..ແຫ່ໆໆໆ

ແລ້ວ ຈຂກທ ບ້ານຢູ່ໃສ???




ໂອ ຂອບໃຈຫລາຍໆ ດຽວແວະໄປເບິ່ງ
ບ້ານຢູ່ ໂພນສະອາດ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ຂ້ອຍໄປແຕ່ຮ້ານ ບ່ອນປ້ຳນ້ຳມັນ ໂພດສະອາດຫັ້ນນະ ເຂົາແປງດີໃດ໋ ມັນເປັນ ກະລ້າ ຂອງລັດນະ ບໍ່ແພງ ດອກ
ຕາມຄວາມຄິດຂ້ອຍເດ້


ຂອບໃຈຫລາຍໆເດີ່


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
Honda Accord ຫວາ?

ຂ້ອຍເຫັນຮ້ານ 1 ຈະແປງແຕ່ລົດລຸ້ນນີ້ລະເປັນສ່ວນໃຫຍ່!!!

ແລະ ກໍ່ຮັບຊື້-ຂາຍ Honda Accord ລຸ້ນເກົ່າພ້ອມ!!!

ຄິດວ່າລາຄາເປັນກັນເອງ...ເພາະເຄີຍໄປຖາມລົດ Honda Accord ມື 2 ໃຫ້ໝູ່!!!

ຢູ່ 4 ແຍກໂພນຕ້ອງສະຫວາດ....ຕິດທາງເຂົ້າວັດເລີຍ!!!

ໄປໄດ້ຫຼາຍທາງ....ບໍ່ຊ່າງອະທິບາຍນະ..ແຫ່ໆໆໆ

ແລ້ວ ຈຂກທ ບ້ານຢູ່ໃສ???




ໂອ ຂອບໃຈຫລາຍໆ ດຽວແວະໄປເບິ່ງ
ບ້ານຢູ່ ໂພນສະອາດ



ເຈົ້າໆ!!

ຢູ່ໂພນສະອາດນິຫວາ...ໃກ້ໆນິເນາະ!!!

ມາເບິ່ງໂລດເດີ້...ເພາະເຫັນຮ້ານນີ້ເນັ້ນແຕ່ລົດ HONDA Accord.




໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ຂ້ອຍໄປແຕ່ຮ້ານ ບ່ອນປ້ຳນ້ຳມັນ ໂພດສະອາດຫັ້ນນະ ເຂົາແປງດີໃດ໋ ມັນເປັນ ກະລ້າ ຂອງລັດນະ ບໍ່ແພງ ດອກ
ຕາມຄວາມຄິດຂ້ອຍເດ້



ຂພຈ ມັກໄປປ່ຽນນ້ຳມັນເຄື່ອງຢູ່ປ້ຳນີ້ລະ...ຄິດວ່າລາຄາເປັນກັນເອງ!!!