ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ສະພາບຫົນທາງຈາກວຽງຈັນໄປປາກເຊ

໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ປີໃຫມ່ສາກົນນີ້ວາງແຜນວ່າຢາກຂັບລົດທ່ຽວຈາກກຸງເທບເຂົ້າຫນອງຄາຍ ໄປແຂວງວຽງຈັນ ແລ້ວກັບມາວຽງຈັນ ໄປທາງປາກເຊ ກັບໄປໄທ ຂພຈ ຮູ້ແຕ່ສະພາບຫົນທາງວຽງຈັນ ຫລວງພະບາງເປັນຂຸມຫລາຍ ແຕ່ທາງໄປປາກເຊ ບໍ່ຮູ້ວ່າເປັນຈັ່ງໃດ ທ່ານໃດຮູ້ ກະລຸນາບອກແນ່ ວ່າມັນດີກວ່າ ທາງໄປແຂວງວຽງຈັນ ຫລວງພະບາງ ຫລືວ່າ ຄືກັນ ຂີ້ຮ້າຍກວ່າ ເພື່ອຊິໄດ້ພິຈາລະນາວ່າຊິໄປຫລືບໍ່ໄປດີ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ແລ່ນ 140-160 Km/H ໄດ້ສະບາຍ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ແລ່ນ 140-160 Km/H ໄດ້ສະບາຍ



ແທ້ເບາະ ຄັນຈັ່ງຊັ້ນມັນກະດີຕວ່າເນາະ ຂອບໃຈຫລາຍຫລາຍເດີ້


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ວຽງຈັນໄປຫຼວງພະບາງ ຮ້າຍກວ່ານັ້ນ ຫະຫະ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ວຽງຈັນໄປຫຼວງພະບາງ ຮ້າຍກວ່ານັ້ນ ຫະຫະ



ແຄນແນ່ ນຶກວ່າຊິໄດ້ກຽມນຸ່ງເສື້ອຊ້ອນໄປສາມໂຕ ອິອິອິອິອິອິ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເສັ້ນທາງແຕ່ວຽງຈັນປາກເຊສະບາຍເລີຍທ່ານ ຫົນທາງບໍ່ມີບັນຫາ ແຕ່ກາຍບໍລິຄຳໄຊໄປຫນ້ອຍໜື່ງ ມີຂຸມຢູ່ສອງສາມບ່ອນ
ຢຽບປະມານ 120 ໃຊ້ເວລາປະມານ 9 ຊົ່ວໂມງກະຮອດ

ປລ: ດຽວນີ້ປາກເຊພັດທະນາໄປຫລາຍໂພດແລ້ວ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢຽບ 120 .... ບໍ່ກ້າດອກຂ້ອຍ ວ່າ 90-100 ພໍດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທາງໃດກະຄືສິໄຄກ່ວາທາງຈາກປາກມອງຫາອຸດົມໄຊ ຮອດທາງແບ່ງໄປບໍ່ເຕັ່ນຕິເບາະ ວ່າທາງແຖວດອນແດງມີແຕ່ຂຸມ ກະຍັງໄຄກ່ວາທາງນັ້ນ 100 ເທົ່າ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງໃຈມາກະມາເລີຍໂລດນ່າ ບໍ່ຕ້ອງຫວັ່ນຫຍັງ ດອກ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້