ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ຈະລາຈອນ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ທ່ານໃດທີ່ຮູ້ຈັກຮ້ານເຮັດສີລົດໃຫຍ່ດີໆ ແລະ ຮ້ານເຮັດສີລົດໃຫຍ່ທີ່ບໍ່ຄວນໄປໃຊ້ບໍລິການ ຊ່ວຍແນະນຳໃຫ້ເຈົ້າຂອງກະທູ້ໄດ້ຮູ້ນຳແນ່ເດີ໊. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ສຳລັບເຈົ້າຂອງກະທູ້ ແມ່ນເຄີຍໄປໃຊ້ບໍລິການຢູ່ ຮ້ານສົມສັກໂອໂຕຊາວຫຼັກ 7, ເຫັນວ່າການບໍລິການຍັງຊັກຊ້າ ນັດຂ້າພະເຈົ້າແລ້ວລົດກໍ່ບໍ່ແລ້ວຕາມກຳນົດ, ສີລົດອອກມາກໍ່ບໍ່ໜ້າປະທັບໃຈ ພໍເທົ່າໃດ, ຊໍ້າບໍ່ໜຳ ເວລາໄປຮັບລົດ ຄືຊິແມ່ນເພິ່ນຟັງເພງຢູ່ລົດຂ້ອຍຈົນໝໍ້ໄຟໝົດຕິເບາະ (ລົດແຕ່ງເຄື່ອງສຽງ) ໄປຮັບແລ້ວໄດ້ໃຫ້ພະນັກງານມາຍູ້ລົດຊ່ວຍຈຶ່ງຕິດໄດ້. ເຫັນລະກະເຊັງ. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮ້ານລົດນ້ອຍ ໂພນສະອາດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ... ຮ້ານລົດນ້ອຍ ໂພນສະອາດຮ້ານນີ້ເຮັດສີງາມຫວາ ຂ້ອຍກະຮູ້ຈັກໂພນສະອາດຢູ່ ຫາກຢາກໃຫ້ເຈົ້າຊ່ວຍອະທິບາຍທາງໃຫ້ລະອຽດຕື່ມ ວ່າຕັ້ງຢູ່ບ່ອນໃດກະຄືຊິດີ. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ metalgear55 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ... ຮ້ານລົດນ້ອຍ ໂພນສະອາດຮ້ານນີ້ເຮັດສີງາມຫວາ ຂ້ອຍກະຮູ້ຈັກໂພນສະອາດຢູ່ ຫາກຢາກໃຫ້ເຈົ້າຊ່ວຍອະທິບາຍທາງໃຫ້ລະອຽດຕື່ມ ວ່າຕັ້ງຢູ່ບ່ອນໃດກະຄືຊິດີ. ຮ້ານຢູ່ປ້ຳນ້ຳມັນໂພນສະອາດ ຂະເຈົ້າບໍລິການກາດີໃດ ນັດກົງກັບເວລາດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮ້ານຢູ່ຂ້າງໂຮງຮຽນ ມ.ສ ສີໂຄດກໍ່ໂອເຄ...ແຖມລາຄາຖືກອີກ ຢູ່ທາງຊອຍບ່ອນຕັດໄປໃສ່ໄຟແດງຂ້າງທະນາຄານພັດທະນາລາວ |