ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 11 ຈາກທັງໝົດ 15 ໜ້າ <<<12345 ... 9101112131415>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊັງແທ້ໆ------------ຊ່ວງນີ້--------------ຈັ່ງແມ່ນໜ່າຍ
ຮ້ອນກໍ່ຮ້ອນ---------ເຈົ້ານາຍ------------ບໍ່ສົນໃຈ
ຫ້ອງການໃໝ່-------ຍັງບໍ່ທັນ------------ໄດ້ຕິດແອ
ພັດລົມດຽວ----------ໃຫ້ຫົວໜ້າ---------ເຮົາບໍ່ແລ ຮາໆໆ

ເວົ້າວ່າຫຼິ້ນ-------------ໄປຊັ້ນ-----------ຢ່າຖືສາ
ອານາໄມ---------------ວ່າຊັ້ນ----------ຈົນໝົດເຊົ້າ
ຂີ້ຝຸ່ນເຂົ້າ--------------ຕິດໜ້າ----------ຈົນວ່າໜຽວ
ເຫື່ອກໍ່ໄຫຼ--------------ໄຄຍ້ອຍ----------ໃຜບໍ່ກ່ຽວ ຮາໆໆໆໆໆໆໆໆໆ

ແຕ່ງກອນຫຼິ້ນ----------ພໍມ່ວນ--------------ໃຫ້ຫາຍເຊັງ
ວຽກນຳຄົນ--------------ຕ່່າງປະເທດ-------ອັນທີ່ຍາກ
ການເວົ້າປາກ----------ຂອງເຮົາ-----------ບໍ່ຄືກັນ
ເວົ້າຄຳໃດ--------------ອອກມາ------------ຈົນວ່າຕື່ນ

ເພິ່ນເວົ້າຂຶ້ນ------------ສຽງແຮງ-----------ຕົກໃຈຫາຍ
ຄວາມຈິງແທ້-----------ບໍ່ມີຫຍັງ------------ລົມຊື່ໆ
ສຳນຽງບໍ່ຄື-------------ເຂົ້າໃຈຍາກ--------ລ້ຳບາກໃຈ
ເອົາກອນຂ້ອຍ---------ກາຍແລ້ວ-----------ວ່າ 8 ຄຳ

ເປັນຈັ່ງໃດ-------------ໃຜຈະໄປ-----------ລອຍກະທົງ
ຍິນເຂົາວ່າ--------------ວັນອັງຄານ---------ທີ່ຄີມຂອງ
ຄົນຄະນອງ-------------ພາກັນໄປ-----------ຄືຊິມ່ວນ
ເປັນຕາຊວນ------------ພີ່ນ້ອງ--------------ແລະ ເພື່ອນຝູງ

ຈູງມືກັນ------------------ໂສໄປ--------------ຄືຈະໄດ້ຫົວ
ໂອມື້ນັ້ນ-------------------ໄປຫຼິ້ນ-------------ບຸນຊ່ວງເຮືອ
ເມື່ອຍເອົາເຫຼືອ-----------ກວ່າຈະຍ່າງ-------ມາຮອດລົດ
ຂາແທບຄົດ-------------ຄວາມວ່າເມື່ອຍ-----ໃຈອົດສູ

ຄິດວ່າມ່ວນ--------------ໄປບຸນ---------------ຫວັງມ່ວນຫຼາຍ
ເມື່ອຍກາຍໃຈ------------ເລາະໄປມາ---------ຢູ່ຫັ້ນລະ
ໄປນຳຜູ້ໃຫຍ່-------------ບໍ່ກ້າ-----------------ຄັດຫຍັງຫຼາຍ
ເລີຍຕາມໃຈ-------------ເຂົາເຈົ້າ--------------ເຮົາຫິ້ວເຄື່ອງ

ຢາກມີເດ-----------------ຄົນຮັກ----------------ແລະຮູ້ໃຈ
ໄປທາງໃດ--------------ມາຕາມໃຈ------------ເຮົາແນ່ແມ໋
ຈະໄປຂີ່-------------------ຊິງຊາ-----------------ນຳຄົນຮັກ
ເຖິງບໍ່ມັກ------------------ກໍ່ໄປເລາະ------------ນຳໃຫ້ມ່ວນ

ເອີຍຢາກຫົວແຕ່ງມົ້ວໄປແລ້ວ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອັນສາວພາ.............ບໍ່ວ່າ.................ຂາດຄົນຮັກ
ເບິ່ງຄັກໆ...............ກໍ່ຫນ້າຮັກ...........ນຳເຂົາຢູ່ໃດ
ເບິ່ງໄກໆ................ຕາຊັງ...............ສາວນ້ອຍຂຶ້ນໃຫມ່
ເບິ່ງໄກ້ໆ................ບັກໃຫຍ່..............ເຕັມຫນ້າເລີຍ.
ສາວພາເຄີຍ............ແຍງສ່ອງ.............ມອງໃນແວ່ນ
ນັ້ນແຫລະແມ່ນ.........ເທພີ....................ເທບທິດາ
ງາມທັງກາຍ.............ຈິດໃຈ..................ແລະວາຈາ
ພວກໂງ່ຈ້າ..............ວາດສະຫນາ..........ບໍ່ທຽບເທົ່າ
ສາວພາເຈົ້າ.............ເຄີຍບໍ່?..................ເຈີຫນຸ່ມຫລໍ່
ຂໍເບີເຈົ້າ.................ເອົາໄປໂທ...............ຮາໂຫລຕໍ່
ໂທຢອກລໍ້...............ຂໍ້ຄວາມຫາ..............ວ່າຄິດຮອດ
ຢູ່ຕະຫລອດ.............ທຸກຄ່ຳເຊົ້າ...............ມີເຈົ້າເປັນແຮງໃຈ?.

ບໍ່ເຄີຍພໍ້..................ຜ່ານພົບ.................ຄົບຜູ້ໃດ
ສາວພາໃຈ..............ເຢັນໆໄວ້................ຄືນ້ຳລວກໄກ່
ເຖິງເວລາ...............ຫາກຊິໄດ້................ດອກຄູ່ຄອງ
ຍາມຟ້າຝົນ............ນ້ຳລົ້ນ...................ຫລາກຄູຫນອງ
ກົບຍັງຮ້ອງ............ຫາຄູ່.....................ຕາມລະດູການ
ວັນວິວາ........ ..ສາວພາ..................ຄົງອີກບໍ່ນານ
ໄດ້ສຸກສຳລານ.......ແສນຫວານ.............ໃນເຮືອນຫໍເຈົ້າ

ຫມູ່ຂ້ອຍເວົ້າ.........ເອົາແຟນເຈັບຫົວ.......ເອົາຜົວບາດດຽວເລີຍ
ຂ້ອຍກໍ່ບໍ່ເຄີຍ.........ເຮັດດັ່ງ...................ຄືຈັ່ງວ່າມາ
ຫາກສາວພາ.....ເຫັນວ່າ...................ຄວາມຄິດເຂົ້າທ່າ
ຊິຮັບອາສາ...........ເປັນໃຫ້ດອກນາ........ວ່າທີ່ຫມູ່ເຈົ້າບ່າວ ຫັ້ນນະ!

.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ອັນສາວພາ.............ບໍ່ວ່າ.................ຂາດຄົນຮັກ
ເບິ່ງຄັກໆ...............ກໍ່ຫນ້າຮັກ...........ນຳເຂົາຢູ່ໃດ
ເບິ່ງໄກໆ................ຕາຊັງ...............ສາວຂນ້ອຍຂຶ້ນໃຫມ່
ເບິ່ງໄກ້ໆ................ບັກໃຫຍ່..............ເຕັມຫນ້າເລີຍ.
ສາວພາເຄີຍ............ແຍງສ່ອງ.............ມອງໃນແວ່ນ
ນັ້ນແຫລະແມ່ນ.........ເທພີ....................ເທບທິດາ
ງາມທັງກາຍ.............ຈິດໃຈ..................ແລະວາຈາ
ພວກໂງ່ຈ້າ..............ວາດສະຫນາ..........ບໍ່ທຽບເທົ່າ
ສາວພາເຈົ້າ.............ເຄີຍບໍ່?..................ເຈີຫນຸ່ມຫລໍ່
ຂໍເບີເຈົ້າ.................ເອົາໄປໂທ...............ຮາໂຫລຕໍ່
ໂທຢອກລໍ້...............ຂໍ້ຄວາມຫາ..............ວ່າຄິດຮອດ
ຢູ່ຕະຫລອດ.............ທຸກຄ່ຳເຊົ້າ...............ມີເຈົ້າເປັນແຮງໃຈ?.

ບໍ່ເຄີຍພໍ້..................ຜ່ານພົບ.................ຄົບຜູ້ໃດ
ສາວພາໃຈ..............ເຢັນໆໄວ້................ຄືນ້ຳລວກໄກ່
ເຖິງເວລາ...............ຫາກຊິໄດ້................ດອກຄູ່ຄອງ
ຍາມຟ້າຝົນ............ນ້ຳລົ້ນ...................ຫລາກຄູຫນອງ
ກົບຍັງຮ້ອງ............ຫາຄູ່.....................ຕາມລະດູການ
ວັນວິວາ..........ສາວພາ..................ຄົງອີກບໍ່ນານ
ໄດ້ສຸກສຳລານ.......ແສນຫວານ.............ໃນເຮືອນຫໍເຈົ້າ

ຫມູ່ຂ້ອຍເວົ້າ.........ເອົາແຟນເຈັບຫົວ.......ເອົາຜົວບາດດຽວເລີຍ
ຂ້ອຍກໍ່ບໍ່ເຄີຍ.........ເຮັດດັ່ງ...................ຄືຈັ່ງວ່າມາ
ຖ້າຫາກສາວພາ.....ເຫັນວ່າ...................ຄວາມຄິດເຂົ້າທ່າ
ຊິຮັບອາສາ...........ເປັນໃຫ້ດອກນາ........ວ່າທີ່ຫມູ່ເຈົ້າບ່າວ ຫັ້ນນະ!

.

ອອຍບໍ່ແມ່ນ-------------ປານນັ້ນ----------------ດອກເຈົ້າເອີຍ
ຍ້ອງໄປແລ້ວ-----------ເວົ້າເສີຍ---------------ເອີຍອາຍເຂົາ
ມີຄົນເວົ້າ----------------ໃຫ້ເຮົາ-----------------ຍ້ອງກັນເອງ
ເຖິງບໍ່ເກັ່ງ----------------ຍ້ອງກັນເອງ----------ໄປວ່າຊັ້ນ ຮາໆໆ

ເລື່ອງເນື້ອຄູ່-------------ຄິດຫຼາຍ---------------ມັນບໍ່ດີ
ຢູ່ໄປຊີ້--------------------ຮຽນຮູ້------------------ໃສ່ຕົວເອງ
ດີກວ່າໄປ----------------ຫຍຸ້ງນຳ----------------ຄົນບໍ່ຮັກ
ຄິດຄັກໆ-----------------ດີແລ້ວ-----------------ຊິວຸ້ນວາຍ ແຮໆໆ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສາວພາ...........ປ່ຽນໃຫ້ແນ່ນາ
ຄຳວ່າ.............ຄືຈັ່ງລາວວ່າ
ປ່ຽນເປັນ.........ຄືຈັ່ງວ່າມາ
ຕອນທ້າຍຫັ້ນນະ....ມັນຈຶ່ງເຂົ້າທ່າ
ຂອບໃຈລ່ວງຫນ້າ..... ເດີສາວພາ! 555

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປງໃຫ້ແລ້ວ--------------ອັນກອນ------------------ເຈົ້າຫັ້ນນ໋າ
ວ່າແນວໃດ-----------------ມື້ໃດ----------------------ແຕ່ງງານຫັ້ນ
ເຫັນຮູບນັ້ນ-----------------ເຈົ້າຫັ້ນ-------------------ຄວງກັບແຟນ
ເຮັດຄວງແຂນ--------------ຢູ່ໃນ----------------------ໄຟດັບມືດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ມັນມ່ວນແມ້ງ..................................ສົດຊື່ນໃນໃຈ
ໃນວັນບຸນ........................................ຊ່ວງເຮືອລາວນີ້
ຫລາຍຄົນໄດ້...................................ວາງແຜນຂໍແຕ່ງ
ແປງກໍ່ສ້າງ......................................ເປັນຄູ່ຮຽງຫມອນ.ວ່າເດ
+ ແສນມ່ວນແທ້................................ບຸນອອກພັນສາ
ແຊວໆຈາ.......................................ໂຮ່ນັນເນືອງກ້ອງ
ສຽງກອງຄ້ອງ..................................ເສບງັນມັນມ່ວນ
ຕາມແມ່ນໍ້າ......................................ແຖວໄກ້ວັດຈັນ.ນັ້ນເດ
+ ມາໃດ! ມາທ່ຽວຫລີ້ນ.......................ບຸນຊ່ວງເຮືອຍາວ
ຊຸມຊາວລາວ...................................ແຕ່ເຫນືອເຖິງໃຕ້
ໄກຫລືໄກ້.......................................ເຮົາມາໂຮມຮ່ວມ
ຈິດມ່ວນແມ້ງ....................................ກັບບ້ານບໍເມົາ.ແມ່ນບໍ່

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ອັນຂ້ອຍນີ້----------------ກໍ່ໄປເລາະມາ
ເມື່ອຍໜັກໜາ-----------ບໍ່ຢາກຈະເວົ້າ
ແຕ່ບໍ່ເສົ້າ----------------ກໍ່ພໍມ່ວນຢູ່
ຍ່າງຄົດລ້ຽວ------------ເລາະກ້ຽວໄປມາ ແທ້ເດ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຄືນນີ້ຟ້າສ່ອງແຈ້ງ......................ພະຈັນສ່ອງແສງສີ
ທົ່ວພື້ນທີ່ແຄມຂອງ....................ທ່າວັດຈັນແສນຄຶກຄື້ນ
ຄົນນັບໝື່ນໄຫລຫລັງລົ້ນ.............ສວ່ານສົນກັນເດີນທ່ຽວ
ຊຸມບ່າວສາວຍ່າວກອດກ້ຽວ.........ໄປກັນເປັນຄູ່

ໄປສູ່ວັງແມ່ນ້ຳ.........................ນຳກະໂທງປະປ່ອຍ
ລອຍໄປຕາມສາຍນ້ຳ................ນະທີທັ່ງເປັນສາຍ
ບາງລາຍປ່ອຍໂຄມໄຟ..............ສົ່ງຂຶ້ນໄປເທິງຟ້າ
ບາງຜ່ອງປາຖະໜາພ້ອມ...........ຮັກຮ່ວມສອງຄອງໝັ້ນ

ຢ່າຜັນແປປີ້ນປ່ຽນ...................ຂໍໃຫ້ກະໂທງຄູ່ນີ້
ໄຫລຄູ່ຮຽງກັນໄປ...................ຢ່າໄດ້ໄຫລເລລວນ
ວຽນວົນແຍກຫ່າງ..................ສ່ຽງແລ້ວວາງປະໄປ
ໃຈກໍນຶກນຳພ້ອມ...................ຕາກໍ່ຈ້ອງມອງດູ ມ່ວນເດ

ເບິ່ງແລ້ວເໝືອນປະດັບເອ້.......ໜ້ານ້ຳທາລາໃສ
ແນມໄປເຫັນແວວວາວ..........ແສງປະກາຍຈາກທຽນນ້ອຍ
ນັ່ງງອຍຝັ່ງນັ່ງຈອ້ງ..............ມອງແລ້ວແສນງົດງາມ
ຍາມລາຕີຄືນນີ້...................ຝັ່ງນະທີຈັ່ງແມ່ນມ່ວນ

ມວນໝູ່ຊາວພີ່ນ້ອງ..............ລາວເຮົາພາກັນມ່ວນ
ອວນກັນມາທ່ຽວຫລິ້ນ...........ຢາມຢ້ຽມເທສະການ
ທ່ຽວຊົມການສະແດງ............ກໍ່ມາກມີຫລາຍຢ່າງລົ້ນ
ໜຶ່ງປີມີຫົນດຽວ...................ພາກັນທ່ຽວໃຫ້ເພີນໃຈ ເດີ້ໝູ່ເຈົ້າ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ເມື່ອອ່ານແລ້ວ--------------------ນຶກພາບອອກເລີຍ
ຄືຈະມ່ວນແທ້ເອີຍ---------------ອອກພັນສາປີນີ້
ໄປເຮັດຫຍັງແດ່ຫັ້ນ------------ໄປລອຍກະທົງນຳແຟນແມ່ນບໍ່?
ຄືຊິມ່ວນອິ່ນອໍ້---------------------ຕາມເວົ້າທີ່ອ່ານມາ

ອອກພັນສາປີນີ້-----------------ຄົນລົ້ນຫຼາກຫຼາຍ
ຈະຍ່າງໄປໃສ------------------ກໍ່ຄົນເຕັມໜາແໜ້ນ
ຄີມຂອງທ່າວັດຈັນນີ້-----------ຄົນຫຼາຍອີ່ຫຼີດອກ
ບາງຄົນກໍ່ໄປຊອກຮູ້------------ແນມເນື້ອຄູ່ອາດເຫັນ ວ່າເດ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ບໍ່ມີໃຜຮ່ວມຊ້ອນ..................ຊອນຂ້າງຍ່າງຮຽງ
ມີພຽງເງົາຕາມຕົວ................ເປັນເພື່ອນຍາມຍ່າງຍ້າຍ
ຢູ່ປ່ຽວກາຍເອກາ.................ນອນດຽວແສນເສົ້າ
ອິດສາເຂົາຜູ້ມີຄູ່ຊ້ອນ............ຍ່າງຄອນຂ້າງຈັ່ງແມ່ນມີຄວາມສຸກ ອິດສາເດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ບໍ່ມີໃຜຮ່ວມຊ້ອນ..................ຊອນຂ້າງຍ່າງຮຽງ
ມີພຽງເງົາຕາມຕົວ................ເປັນເພື່ອນຍາມຍ່າງຍ້າຍ
ຢູ່ປ່ຽວກາຍເອກາ.................ນອນດຽວແສນເສົ້າ
ອິດສາເຂົາຜູ້ມີຄູ່ຊ້ອນ............ຍ່າງຄອນຂ້າງຈັ່ງແມ່ນມີຄວາມສຸກ ອິດສາເດ

ຄືດັ່ງຂ້ອຍ----------------ບໍ່ມີດອກແຟນ
ເດີນຄວງແຂນ-----------ມີແຕ່ພີ່ນ້ອງ
ຍ່າງຊ້ອງຂ້າງ-----------ມີແຕ່ຄົນຮູ້ຈັກ
ຍາມໄປທັກ--------------ກໍ່ທັກໝູ່ກັນ

ຫາກເຫງົາເສົ້າ-----------ເປັນໝູ່ກັນເດີ
ຍາມໄປເສີ-----------------ໄປນຳກັນກໍ່ໄດ້
ຫາກຢ້ານຂ້ອຍ------------ໄປຫຼາຍກັບໝູ່
ຖ້າເຫົງາແທ້---------------ຮູ້ກັນໄວ້ກໍ່ດີ ແມ່ນບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ເດືອນສິບເອັດ........................ສາຍລົມຫນາວເລີ່ມພັດຕ້ອງ
ເດືອນສິບສອງ..........................ສາຍລົມຫນາວມາພັດຜ່ານ
ລະດູການຫນາວເລີ່ມເຂົ້າ..............ລົມພັດເປົ່າເອົາຫນາວ
ໃຈສຸດແສນປວດລ້າວ.....................ຫນາວນີ້ນີ້ເປົ່າກາຍ.ເດໜໍ
+ ໄປແລ້ວບໍບຸນຊ່ວງເຮືອນັ້ນ.............ມາເຈິກັນໃຜຍັງປ່ຽວ
ເດີນຄົນດຽວມາເຈິໄດ້.....................ຮ້ານສາມແຍກໃຫ່ຍປາກປາສັກ
ໃຜຫາກໄດ້ມາຢ່າລືມທັກ..................ຜູດຮັກແພງກັນກໍ່ໄດ້
ສາມໂມງແລງນັດຫມາຍໄວ້...............ເຈິກັນໄດ້ສ່ຽວສະຫາຍ.ນັ້ນເນີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຄາວນີ້ຍັງບໍ່ພ້ອມ.......................ຄາວໜ້າເນາະຈິງເຈິກັນ
ພາກັນກະສັນຫລິ້ນ....................ໃຫ້ມັນມ່ວນສົມໃຈເດີ
ສະຫາຍເກີທັງຫລາຍ.................ເຊີ້ງສີພາຍໃຫ້ມັນຫັນຈ້າວ
ພາກັນຍ່າວກອງເຊີ້ງ..................ເປິຕຸ້ມເປີ໊ງເຊຍກັນໄປ ເອົາເຢິກເຂົ້າໄປໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ເດືອນສິບເອັດ........................ສາຍລົມຫນາວເລີ່ມພັດຕ້ອງ
ເດືອນສິບສອງ..........................ສາຍລົມຫນາວມາພັດຜ່ານ
ລະດູການຫນາວເລີ່ມເຂົ້າ..............ລົມພັດເປົ່າເອົາຫນາວ
ໃຈສຸດແສນປວດລ້າວ.....................ຫນາວນີ້ນີ້ເປົ່າກາຍ.ເດໜໍ
+ ໄປແລ້ວບໍບຸນຊ່ວງເຮືອນັ້ນ.............ມາເຈິກັນໃຜຍັງປ່ຽວ
ເດີນຄົນດຽວມາເຈິໄດ້.....................ຮ້ານສາມແຍກໃຫ່ຍປາກປາສັກ
ໃຜຫາກໄດ້ມາຢ່າລືມທັກ..................ຜູດຮັກແພງກັນກໍ່ໄດ້
ສາມໂມງແລງນັດຫມາຍໄວ້...............ເຈິກັນໄດ້ສ່ຽວສະຫາຍ.ນັ້ນເນີ

ໄປເຮັດຫຍັງຢູ່ຫັ້ນ-------------------------ໄປນັດກິນເບຍບໍ
ອັນນີ້ບໍ່ປານໃດ-----------------------------ດື່ມບໍ່ເກັ່ງແທ້
ກິນແຕ່ຂອງແກ້ມ---------------------------ມີເທົ່າໃດກໍ່ໝົດ
ເອວກໍຮໍຖ້າບໍ່ຈຳເປັນກໍ່ງົດນັ້ນ-------------ດີແທ້ແນ່ນອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຄາວນີ້ຍັງບໍ່ພ້ອມ.......................ຄາວໜ້າເນາະຈິງເຈິກັນ
ພາກັນກະສັນຫລິ້ນ....................ໃຫ້ມັນມ່ວນສົມໃຈເດີ
ສະຫາຍເກີທັງຫລາຍ.................ເຊີ້ງສີພາຍໃຫ້ມັນຫັນຈ້າວ
ພາກັນຍ່າວກອງເຊີ້ງ..................ເປິຕຸ້ມເປີ໊ງເຊຍກັນໄປ ເອົາເຢິກເຂົ້າໄປໆໆໆໆໆໆໆໆ

ບໍ່ເປັນຫຍັງດອກເຈົ້າ-------------------ຫຼິ້ນມ່ວນຕາມສະບາຍເດີ
ຖ້າບໍ່ໄດ້ໄປເສີ--------------------------ຢູ່ເຮືອນກໍ່ມ່ວນແລ້ວ
ໄປເລາະແອ່ວຫຼາຍຫັ້ນ----------------ໄປມາມັນຊິເມື່ອຍ
ແຖມເປືອງເງິນອີກຊ້ຳ------------------ໝົດແທ້ແນ່ນອນ ຮາໆໆ

ມື້ນີ້ເປັນມື້ສຸດທ້າຍ----------------------ຂອງບຸນຊ່ວງເຮືອ
ຢູ່ທີ່ທ່າວັດຈັນ---------------------------ເຊິ່ງປີ 2012 ນີ້
ສະຫຼອງມາແຕ່ກ່ອນກີ້------------------ຊາວເມືອງຊົມຊອບ
ວັດທະນາທຳກອບກູ້--------------------ຢູ່ຄູ່ບ້ານເມືອງແຕ່ດົນ ແລ້ວນ໋າ

ຜິດພາດປະການໃດຂໍອະໄພ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບແບບນີ້---------------ຕະລົກເຫຼືອຫຼາຍ
ເຫັນຜ່ານກາຍ----------ກໍ່ຫົວເອົາລົ້ນ
ສະຫຼັບຊົ້ນ---------------ລະຫວ່າງໜ້າຮ່າງ
ຫົວປາກຄ້າງ------------ດົນແທ້ຈິ່ງເຊົາ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ວ່າອັນເດີເກາະເຈ້ົາ.....................ກັນລະບໍ່ເຂົ້າເຈີ
ແມ່ນເຈົ້າພັນລະນາອັນເດີ..............ວ່າເຖິງອັນເດີໜໍຫັ້ນ
ກັນລະງົງໝົດແລ້ວ.....................ຊ່ວຍແວ່ວຄືນໃຫ້ຟັງແນ່
ວ່າແຕ່ໃຫ້ແຈ່ມແຈ້ງ.....................ກວ່ານີ້ໃຫ້ເຂົ້າໃຈ ຕື່ມເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ວ່າອັນເດີເກາະເຈ້ົາ.....................ກັນລະບໍ່ເຂົ້າເຈີ
ແມ່ນເຈົ້າພັນລະນາອັນເດີ..............ວ່າເຖິງອັນເດີໜໍຫັ້ນ
ກັນລະງົງໝົດແລ້ວ.....................ຊ່ວຍແວ່ວຄືນໃຫ້ຟັງແນ່
ວ່າແຕ່ໃຫ້ແຈ່ມແຈ້ງ.....................ກວ່ານີ້ໃຫ້ເຂົ້າໃຈ ຕື່ມເດີ

ແມ່ນອັນເດີອີກລະເຈົ້າ------------------ມາເວົ້າແຕ່ສະຫຼະເອີ
ເອັດເຫີ້ກັນຕົກເຈີ------------------------ຈິ່ງງົງໜ້ອຍໜຶ່ງແຕ້
ຢ່າງົງອັນເລີແນະນັ້ນ--------------------ອ່ານເຂົ້າເຈີຢູ່ດອກ
ບໍ່ຕ້ອງງົງດອກເຈົ້າ---------------------ທຳທ່າເວົ້າອີກວ່າງົງ ອິອິ

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຟ້າສ່ອງແຈ້ງ---------------------ແສງແດດສົດໃສ
ແນມທາງໃດ---------------------ຈິດໃຈສຸກລົ້ນ
ແນມຜ່ານພົ້ນ---------------------ນາຄາສາຍເມກ
ງາມເອກອ້າງ---------------------ເຫຼືອແທ້ໜັກໜາ

ຍາມນົກຮ້ອງ----------------------ດັງກ້ອງພູຜາ
ສາຍທາລາ------------------------ລ່ອງລອຍໃສແຈ້ງ
ໝູ່ແມງໄມ້-------------------------ບິນຕອມດວງດອກ
ຫອມດອກໄມ້----------------------ງາມເອ້ປະດັບສວນ ແທ້ເດ

ງາມເມກເຝື້ອ----------------------ໄຫຼລ່ອງລອຍມາ
ກາງເວຫາ--------------------------ຊ່າງງາມເຫຼືອລົ້ນ
ສາຍຝົນນ້ອຍ ---------------------ແລະ ສາຍຝົນໃຫຍ່
ຮຳລິນຍ້ອຍ------------------------ສູ່ນ້ຳນະທີ ແທ້ເດ

ຍາມບ່າຍແລ້ວ--------------------ຕາເວັນສ່ອງໃສ
ສີປະກາຍ--------------------------ທົ່ວເມືອງງາມລົ້ນ
ເປັນສີສົ້ມ--------------------------ສີຊົມພູອ່ອນ
ພວກເດັກນ້ອຍ--------------------ແລ່ນຫຼິ້ນມ່ວນຫຼາຍ

ງາມດອກໄມ້----------------------ໂອນເອ່ນໄປມາ
ແສນງາມຕາ----------------------ຫຼາກສີຫຼາຍລົ້ນ
ປົນກັນຍ້ອນ-----------------------ທຳມະຊາດສ້າງເກີດ
ປະເສີດແທ້------------------------ງາມລົ້ນຫວນຫາ

ງາມກົກໄມ້-------------------------ນ້ອຍໃຫຍ່ຫຼາກຫຼາຍ
ຫອມຫວນໃຈ----------------------ກິ່ນປ່າຊື່ນຊ້ອຍ
ສຽງນົກນ້ອຍ-----------------------ຈິກຈອກຢອກຫຼິ້ນ
ສົດຊື່ນຍ້ອນ------------------------ປ່າໄມ້ບ້ານເຮົາ ນີ້ເດ

_______________________________________________

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຍາມເລາະຫຼິ້ນ---------------------ເບິ່ງດອກໄມ້ງາມ
ສີອ່າມລ່າມ-------------------------ຢູ່ທົ່ງທົ່ວທ້ອງ
ຍິນສຽງຮ້ອງ-----------------------ຂອງພວກຝູງນົກ
ຍົກມືໃຫ້----------------------------ມ່ວນແທ້ສຽງເຈົ້າ

____________________________________________

໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ງາມຫິ່ງຫ້ອຍ------------------ບິນລ່ອງກາງຄືນ
ລົມວືວືນ-----------------------ພັດມາທາງນີ້
ສຽງຈັ່ງຊີ້----------------------ຄືແມ່ນຜີຫຼອກ
ສຽງຢອກຫຼິ້ນ------------------ຄົນແທ້ແນ່ນອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງກໍ່ເມື່ອຍລົ້ນ--------------ເມື່ອຍຫຼາກຫຼາຍອັນ
ບໍ່ຈັກຊິພັນລະນາ----------------ກໍ່ອາດເມື່ອຍນຳຢູ່ຫຼ້າ
ແນວບໍ່ຊ່າງຊິເວົ້າ----------------ຈັກຊິກ່າວຫຍັງຕື່ມ
ອັນວ່າຄວາມເມື່ອຍນັ້ນ----------ຈັກເມື່ອຍແທ້ນຳຫຍັງ ເດນໍ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ເດືອນສິບເອັດ........................ສາຍລົມຫນາວເລີ່ມພັດຕ້ອງ
ເດືອນສິບສອງ..........................ສາຍລົມຫນາວມາພັດຜ່ານ
ລະດູການຫນາວເລີ່ມເຂົ້າ..............ລົມພັດເປົ່າເອົາຫນາວ
ໃຈສຸດແສນປວດລ້າວ.....................ຫນາວນີ້ນີ້ເປົ່າກາຍ.ເດໜໍ
+ ໄປແລ້ວບໍບຸນຊ່ວງເຮືອນັ້ນ.............ມາເຈິກັນໃຜຍັງປ່ຽວ
ເດີນຄົນດຽວມາເຈິໄດ້.....................ຮ້ານສາມແຍກໃຫ່ຍປາກປາສັກ
ໃຜຫາກໄດ້ມາຢ່າລືມທັກ..................ຜູດຮັກແພງກັນກໍ່ໄດ້
ສາມໂມງແລງນັດຫມາຍໄວ້...............ເຈິກັນໄດ້ສ່ຽວສະຫາຍ.ນັ້ນເນີ

ສາວໄກ່ແກ້ວ...............ນັດໄວ້ແລ້ວ ຜູ້ໃດໄປແນ່?
ເສຍດາຍແທ້...............ຂ້ອຍບໍ່ໄດ້ໄປ
ໂຊກບໍ່ໃຫ້..................ໄວ້ໂອກາດຫນ້າ
ຄັນບໍ່ວ່າ....................ເອົາຜົວໄປກ່ອນ ຫັ້ນນະ!

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກໍ່ຫາກຮູ້ຢູ່ແລ້ວ...................ວ່າເຮົານັ້ນມັນໂງ່ເຂົາ
ຈິ່ງເອົາຕົນວົນຫາ................ວິຊາຮູ້ໄຝ່ຫລັກການ
ພ້ອມເພື່ອພານຫາຄົ້ນ...........ຄົບຄົນຮູ້ວິຊາໄກ
ຫວັງອາໃສຮຽນນຳ..............ທຳປັນຍາໃຫ້ແຈ້ງ ນຳເພິ່ນວ່ານ໋າ
ເພິ່ນຫາກວ່າໃຜບໍ່ຮູ້.............ໃຫ້ຮຽນຮ່ຳນຳຄົນຮູ້
ສ່ວນວ່າຄົນຮູ້ແລ້ວ..............ໃຫ້ຊ່ວຍບອກປັນເຂົາ ວ່ານ໋າ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ເດືອນສິບເອັດ........................ສາຍລົມຫນາວເລີ່ມພັດຕ້ອງ
ເດືອນສິບສອງ..........................ສາຍລົມຫນາວມາພັດຜ່ານ
ລະດູການຫນາວເລີ່ມເຂົ້າ..............ລົມພັດເປົ່າເອົາຫນາວ
ໃຈສຸດແສນປວດລ້າວ.....................ຫນາວນີ້ນີ້ເປົ່າກາຍ.ເດໜໍ
+ ໄປແລ້ວບໍບຸນຊ່ວງເຮືອນັ້ນ.............ມາເຈິກັນໃຜຍັງປ່ຽວ
ເດີນຄົນດຽວມາເຈິໄດ້.....................ຮ້ານສາມແຍກໃຫ່ຍປາກປາສັກ
ໃຜຫາກໄດ້ມາຢ່າລືມທັກ..................ຜູດຮັກແພງກັນກໍ່ໄດ້
ສາມໂມງແລງນັດຫມາຍໄວ້...............ເຈິກັນໄດ້ສ່ຽວສະຫາຍ.ນັ້ນເນີ

ສາວໄກ່ແກ້ວ...............ນັດໄວ້ແລ້ວ ຜູ້ໃດໄປແນ່?
ເສຍດາຍແທ້...............ຂ້ອຍບໍ່ໄດ້ໄປ
ໂຊກບໍ່ໃຫ້..................ໄວ້ໂອກາດຫນ້າ
ຄັນບໍ່ວ່າ....................ເອົາຜົວໄປກ່ອນ ຫັ້ນນະ!

ຈີບກັນບໍ່ນີ້-------------------ເອົາເບິ່ງດີເດີ
ສາວໄກແກ້ວ---------------ແມ່ນສາວເພດພ້ຽນ
ຈີບແນວນີ້------------------ເພດລາວຊິປ່ຽນ
ປ່ຽນເພດແລ້ວ--------------ແປປີ້ນປ່ຽນໄປ ອັກໆໆໆ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສອງສາມມື້..........ຄືຊິບໍ່ຢູ່
ບອກໃຫ້ຮູ້...........ຢ້ານຄິດຮອດ
ກັບມາແລ້ວ.........ຈະໃຫ້ກອດ
ຢອດຄຳຫວານ.....ຂານຄຳກອນຕໍ່ ນໍສາວພາ.

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເຊົ້າວັນໃໝ່.............ຫົວໃຈສົດຊື່ນ
ຕື່ນຂື້ນມາ..............ສະບາຍດີຕອນເຊົ້າ
ແມ່ນວ່າເຮົາ............ບໍ່ໃດ້ພົບກັນ
ແຕ່ໃນໃຈນັ້ນ..........ຄິດຮອດສະເໝີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ເຊົ້າວັນໃໝ່.............ຫົວໃຈສົດຊື່ນ
ຕື່ນຂື້ນມາ..............ສະບາຍດີຕອນເຊົ້າ
ແມ່ນວ່າເຮົາ............ບໍ່ໃດ້ພົບກັນ
ແຕ່ໃນໃຈນັ້ນ..........ຄິດຮອດສະເໝີ

ຄິດຮອດຊູ້--------------ອັນຜູ້ເປັນແຟນ
ເດີນຄວງແຂນ----------ແມ່ນບໍ່ເຈົ້ານີ້
ແຕ່ກ່ອນກີ້---------------ເຈົ້າມີແຟນຮັກ
ແລະ ຕອນນີ້------------ຫຼາຍລົ້ນຫຼາກເຫຼືອ ແມ່ນບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ສອງສາມມື້..........ຄືຊິບໍ່ຢູ່
ບອກໃຫ້ຮູ້...........ຢ້ານຄິດຮອດ
ກັບມາແລ້ວ.........ຈະໃຫ້ກອດ
ຢອດຄຳຫວານ.....ຂານຄຳກອນຕໍ່ ນໍສາວພາ.

ໄປຮານິມູນແມ່ນບໍເຈົ້າ-------------------ທຳທ່າມາເວົ້າຫວານ
ວ່າແຕ່ປານໃດ---------------------------ຊິແຕ່ງງານເດເຈົ້າ
ຫຼືວ່າແຕ່ງໄປແລ້ວ-----------------------ບໍ່ໄດ້ບອກກ່າວ
ບໍ່ໄດ້ເດີເຈົ້ານີ້-----------------------------ປານນັ້ນເປັນທີ່ປຶກສາເຮົາ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ເຊົ້າວັນໃໝ່.............ຫົວໃຈສົດຊື່ນ
ຕື່ນຂື້ນມາ..............ສະບາຍດີຕອນເຊົ້າ
ແມ່ນວ່າເຮົາ............ບໍ່ໃດ້ພົບກັນ
ແຕ່ໃນໃຈນັ້ນ..........ຄິດຮອດສະເໝີ

ຄິດຮອດຊູ້--------------ອັນຜູ້ເປັນແຟນ
ເດີນຄວງແຂນ----------ແມ່ນບໍ່ເຈົ້ານີ້
ແຕ່ກ່ອນກີ້---------------ເຈົ້າມີແຟນຮັກ
ແລະ ຕອນນີ້------------ຫຼາຍລົ້ນຫຼາກເຫຼືອ ແມ່ນບໍ?

ອັນຍິງຫຼາຍຄົນ...........ອ້າຍບໍ່ຂໍຄ້ອງກ່ຽວ
ຫຼຽວເບິ່ງຍິງໃດ...........ໃຈຂອງອ້າຍນີ້
ມີແຕ່ນ້ອງ................ຄົນດີຂອງອ້າຍ

ໜ້າທີ່ 11 ຈາກທັງໝົດ 15 ໜ້າ <<<12345 ... 9101112131415>>>