ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 3 ຈາກທັງໝົດ 15 ໜ້າ <<<12345 ... 1112131415>>>

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ລົດບໍ່ມີຂັບ ......................... ໂທລະສັບບໍ່ມີໃຊ້
ຂໍ້ດີບໍ່ມີເມຍ ........................ ຂໍ້ເສຍບໍ່ມີເງິນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ...
ຜູ້ຂ້າ ຂໍຄາລະວະນ້ອມ ....... ເຈົ້າຂອງກະທູ້ຜູ້ມີຜະຫຍາ
ຊ່າງວ່າມີວາຈາ .............ແລະປັນຍາແຫລມແທ້
ເອົາຄວາມເຫັນມາເປັນຂໍ້.....ກາບກອນໃຫ້ໂຕ້ຕອບ
ບໍ່ເຄີຍແທ້ໆ ..................ເພິ່ນຄິດໄດ້ຈັ່ງໃດ ທ່ານເອີຍ

ຜູ້ຂ້າ ເຫັນຈັ່ງຊີ້ ................ກໍ່ຟ້າວກັ່ນຕອງຄິດ
ເອົາຄວາມເຫັນທີ່ເປັນກອນ ...ແນບລົງເສີມເຈົ້າ
ເພື່ອເປັນການຕອບສະໜອງໃຫ້...ສົມໃຈເຈົ້າຂອງກະທູ້
ຫວັງເພື່ອໃຫ້..........ທ່ານເຈົ້າໄດ້ກ່າວຊົມ ຫັ້ນນາ

ປານນັ້ນວ່າແຕ່ງກອນບໍ່ໄດ້--------------------------ຕອນນີ້ແຕ່ງໄດ້ເກັ່ງຫຼາຍ
ມື້ວານເຈົ້າຍັງວ່າຈັກຊິເອົາຄຳມາແຕ່ໃສ------------ຕໍ່ເຕີມກອນໄດ້
ບາດມື້ນີ້ເຈົ້າປ່ຽນໄປແທ້-------------------------------ຄືແຕ່ງໄດ້ຫຼາຍຢ່າງ
ເອີ່ຍຄຳໃດຈາກ່າວຕ້ານ-------------------------------ມ່ວນແມ້ງເຈົ້າແຕ່ງກອນຫັ້ນນ໋າ

ບໍ່ຕ້ອງອາຍດອກເດີເຈົ້າ------------------------------ມາແຕ່ງກອນນຳກັນ
ມາສ້າງສາຍສຳພັນ-----------------------------------ຕໍ່ກອນກະວີກ້າວ
ຂຽນກອນຢ່າງຫັນຫ້າວ--------------------------------ຢ່າໄດ້ໄຫວຫວັ່ນ
ທີ່ເຈົ້າປັ້ນແຕ່ງກອນມານັ້ນ----------------------------ມ່ວນແທ້ແນ່ນອນ ແລ້ວທ່ານເອີຍ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ metalgear55 ຂຽນວ່າ...
ລົດບໍ່ມີຂັບ ......................... ໂທລະສັບບໍ່ມີໃຊ້
ຂໍ້ດີບໍ່ມີເມຍ ........................ ຂໍ້ເສຍບໍ່ມີເງິນ

ຂອບໃຈເດີມາແຕ່ງກອນກາບດ້ວຍ-------------------ແຕ່ຄືວ່າສັ້ນແຕ່ 2 ແຖວ
ເອົາຈັກ 4 ແຖວດູ---------------------------------------ຈິ່ງອ່ານໄດ້ເປັນວັກພ້ອມ
ອັນເຈົ້າແຕ່ງກໍ່ມ່ວນແລ້ວ-------------------------------ມາເທື່ອໜ້າເສີມຕື່ມອີກ
ໃຫ້ໄດ້ຍາວກວ່ານີ້---------------------------------------ຄືຊິມ່ວນແທ້ດາຍທ່ານເອີຍ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກະບໍ່ໄດ້ຊ່າງເວົ້າ............ວາງວາດວາຈາເປັນ
ຫາກແຕ່ເຫັນຄຳເຂົາ........ເລີຍແຕ່ງເຕີມຕາມແຕ້ມ
ແຖມເປັນຄຳກ່າຍຫ້ອຍ....ເປັນກອນນ້ອຍກ່ອມໃຈ
ໃນມະໂນຄິດມ່ວນແມ້ງ....ຈິ່ງໄດ້ແຕ່ງກອນມາຝາກ

ຢາກໃຫ້ທຸກທ່ານໄດ້........ຫາຍໂສກຫງ່ວມເຫງົາ
ຍາມເມື່ອມາພານພໍ້.........ພໍໄດ້ອ່ານມ່ວນໃຈ
ເປັນຈັ່ງໃດກໍ່ຂໍອະໄພດ້ວຍ.....ຫາກກອນບໍ່ມ່ວນລຽນໄຫລ
ເພາະວ່າເປັນມືໃໝ່........ຫັດແຕ່ງໄປໄຮ້ຜະຫຍາ

ທັງວາຈາພ່ຳພອ້ມ.........ຄົງບໍ່ມ່ວນນວນຫູ
ບໍ່ອາດຄູ່ທຽມທັນ...........ສາວຫົວພັນເພິ່ນດອກເນາະ
ວັນນີ້ຂໍພໍໄວ້ສ່ຳນີ້..........ກະວີນ້ອຍຂໍລາຈາກ
ຝາກພອນແຖມຕໍ່ທ້າຍ...ທຸກຄົນອ່ານຈົ່ງຢູ່ສະບາຍຫາຍຮ້ອນ
ນອນຫລັບໃຫ້ໄດ້ເງິນໝື່ນ ນອນຕື່ນໃຫ້ໄດ້ເງິນແສນ ແປນມືໃຫ້ ໄດ້ແກ້ວມະນີໂຊດ ໂຊກເຈົ້າເຂົ້າ ໄຫລເຂ້ົາສູ່ທາງ ນັ້ນທ້ອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ຊ່າງອວຍພອນຄັກແທ້-----------------ບອກໃຫ້ໄດ້ເງິນໝື່ນແສນ ( ອິອິ )
ມາຮ່ວມແຕ່ງກອນນຳກັນ--------------ກໍ່ມ່ວນຫຼາຍດີເຈົ້າ
ຫັດແຕ່ງໄປເຝິກເວົ້າ------------------ເປັນກອນເຕີມຕໍ່
ແຕ່ງໄປເລື້ອຍຫາກໄດ້----------------ກອນມ່ວນດັ່ງຫວັງດອກນ໋າ ອິອິ

ມື້ນີ້ກໍ່ເດິກແລ້ວ--------------------------ອັນນີ້ກໍ່ຊິເຂົ້ານອນ
ມື້ໜ້າຈິ່ງມາແຕ່ງກອນ------------------ຢາກຕໍ່ໃຫ້ມ່ວນແມ້ງ
ມີຜະຫຍາຢ່າແພງໄວ້------------------ກາຍມາດ້າຍຕໍ່
ໃຫ້ເປັນກອນກາບມ່ວນ----------------ຊູຊ້ອງຄ່ອງຄຳຈາ ແທ້ແລ້ວ ແຮໆໆ

ຂອບໃຈເດີຄຳຍົກຍ້ອງ---------------ຊ່າງເວົ້າວ່າຫຼາຍ
ຂ້ອຍກໍ່ແຕ່ງບໍ່ເປັນປານໃດ-----------ກາບກອນທີ່ວ່ານີ້
ຫ້າວວ່າແຕ່ງໄປຈັ່ງຊີ້----------------ເພາະວ່າຢາກແຕ່ງ
ພໍໃຫ້ໄດ້ມ່ວນແມ້ງ---------------------ວາຈາຕ້ານກ່າວຂານນຳກັນເດນໍ ອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເຮົາມາຮ່ວມກັນຮຽນຮູ້...............ຊ່ວຍຊູກັນແຕ້ມແຕ່ງ
ແປງບົດກອນກາບຊ້ອນ............ຂານຂໍ້ຕໍ່ວາຈາໄຂ
ຢອກໃຍກັນໄປມາ...................ຕາມພາສາຄົນຮູ້ໜ້ອຍ
ຂ້ອຍເຢີ້ຍເຈົ້າໆເຢີ້ຍຂ້ອຍ..........ຄຳລະຫ້ອຍມ່ວນຫູ ດີໄດ໋

ຝັກໄຝ່ໃນກະວີ.......................ເສີມວະຈີໃຫ້ໄພເລາະ
ເກາະກ່າຍກັນເປັນຕອນ............ປະກອບກັນເປັນບົດກ້ອມ
ຮັກຮ່ວມໂຮມແຮງສ້າງ.............ວາທະສັນຕ້ານຕໍ່
ພໍໃຫ້ໃຈຊື່ນຊ້ອຍ....................ຍິນລະຫ້ອຍເມື່ອຍາມອ່ານ ວ່ານ໋າ!

ກໍຢາກຂານກ່າວຕອບ..............ດວງສະໝອນໃຫ້ມັນມ່ວນ
ຄິດຢາກຊວນຂານໄຂ..............ຮ້ອຍວະຈີໃຫ້ເປັນມະໄລແກ້ວ
ແຕ່ເສຍທີແນວຂ້ອຍ................ເປັນຜູ້ດ້ອຍໃນຜະຫຍາ
ຮ້ອຍວາຈາບໍ່ມ່ວນແມ້ງ............ແປງຄຳຊຶ້ງແມ່ນບໍ່ເປັນ ແທ້ແລ້ວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ເຮົາມາຮ່ວມກັນຮຽນຮູ້...............ຊ່ວຍຊູກັນແຕ້ມແຕ່ງ
ແປງບົດກອນກາບຊ້ອນ............ຂານຂໍ້ຕໍ່ວາຈາໄຂ
ຢອກໃຍກັນໄປມາ...................ຕາມພາສາຄົນຮູ້ໜ້ອຍ
ຂ້ອຍເຢີ້ຍເຈົ້າໆເຢີ້ຍຂ້ອຍ..........ຄຳລະຫ້ອຍມ່ວນຫູ ດີໄດ໋

ຝັກໄຝ່ໃນກະວີ.......................ເສີມວະຈີໃຫ້ໄພເລາະ
ເກາະກ່າຍກັນເປັນຕອນ............ປະກອບກັນເປັນບົດກ້ອມ
ຮັກຮ່ວມໂຮມແຮງສ້າງ.............ວາທະສັນຕ້ານຕໍ່
ພໍໃຫ້ໃຈຊື່ນຊ້ອຍ....................ຍິນລະຫ້ອຍເມື່ອຍາມອ່ານ ວ່ານ໋າ!

ກໍຢາກຂານກ່າວຕອບ..............ດວງສະໝອນໃຫ້ມັນມ່ວນ
ຄິດຢາກຊວນຂານໄຂ..............ຮ້ອຍວະຈີໃຫ້ເປັນມະໄລແກ້ວ
ແຕ່ເສຍທີແນວຂ້ອຍ................ເປັນຜູ້ດ້ອຍໃນຜະຫຍາ
ຮ້ອຍວາຈາບໍ່ມ່ວນແມ້ງ............ແປງຄຳຊຶ້ງແມ່ນບໍ່ເປັນ ແທ້ແລ້ວ

ມາແຕ່ງກອນຮ່ວມຫ້ອງ---------------ກະທູ້ບ່ອນດຽວກັນ
ພໍໄດ້ສ້າງສີສັນ----------------------ແບ່ງປັນຜູ້ລະໜ້ອຍ
ມີທັງເຈົ້າທັງຂ້ອຍ--------------------ແຕ່ງເຕີມຕາມຕໍ່
ບໍ່ມ່ວນຫຼາຍກໍ່ໜ້ອຍ------------------ພໍຫົວຊ້ອຍຊື່ນໃຈ ແຮໆ

ແຕ່ງໄປຊັ້ນໂລດແລ້ວ---------------ຂ້ອຍກໍ່ຫ້າວແຕ່ງໄປ
ຂ້ອຍກໍ່ບໍ່ຄິດອອກປານໃດ-----------ຄຳໃໝ່ໆທີ່ວ່າມ່ວນ
ບາງທີແຕ່ງຫວນຄຳເກົ່າຊ້ຳ---------ຄິດໄປມາເປັນຕາຫົວຢູ່
ແຕ່ການແຕ່ງກອນກາບຂ້ອຍ--------ຮີບແຕ່ງແລ້ວຮີບໜີ

ຖ້າໃຫ້ເມົາມົວຄິດຫາຄຳເວົ້າ--------ຢູ່ດົນຍິ່ງເຈັບຫົວ
ຈິ່ງບໍ່ລັງເລຫວັ່ນກົວ------------------ຄິດອອກຄຳໃດຂຽນຄຳນັ້ນ
ເພື່ອໄດ້ຄຳຈາຕ້ານ------------------ຂານເປັນຄຳຕອບ
ອາດບໍ່ມ່ວນຊອບໃຈທຸກທ່ານແລ້ວ---ແຕ່ງພໍໄດ້ເປັນກອນນີ້ແລ້ວ ອິອິ

ທຳອິດຕ້ອງທ່ອງໃຫ້ຈື່ໄດ້--------------ຫຼັກການເອກການໂທ
ມັນມີພຽງ 4 ແຖວ------------------------ທ່ອງຈຳຂຶ້ນໃຈໄວ້
ບາດເຮົາແຕ່ງຂຶ້ນມາແລ້ວ-------------ຫາກສັບສົນວົນຕໍ່
ເຮົາຈິ່ງທ່ອງຫຼັກການນັ້ນ---------------ຫາຄຳເວົ້າມາຕື່ມເຕີມແທ້ແລ້ວ ( ຂ້ອຍກໍ່ຫ້າວເວົ້າໄປ ອິອິ)

໒ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ແຕ່ງກອນບໍ່ເປັນ
ແຕ່ງປະຕູເປັນຢູ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Neeharuhi ຂຽນວ່າ...
ແຕ່ງກອນບໍ່ເປັນ
ແຕ່ງປະຕູເປັນຢູ່

ອ້າວຄິດວ່າມາແຕ່ງກອນກາບຫຼິ້ນ-------------- ພັດວ່າມາແຕ່ຫົວ
ຢ່າວ່າແຕ່ງບໍ່ເປັນ--------------------------------ບໍ່ເຊື່ອດອກເດີເຈົ້າ
ແຕ່ງມາເປັນຄຳເວົ້າ-----------------------------ມາໃຫ້ໄດ້ອ່ານ
ພໍລະບາຍຄວາມຄຽດ---------------------------ຫາຍຮ້ອນສ່ວງໃນແທ້ນ໋າ ( ຮີວ ຮາໆໆ ຈັກແປວ່າຫຍັງບັດນີ້)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຍິນອອນຊອນນຳເຈົ້າ..............ວອນເວົ້າກ່າວຈາໄຂ
ຝັກໄຝ່ໃນກະວີ......................ສ້າງສີສັນຝັນໄຝ່ຮູ້
ປູທາງໄປເລິງເລື້ອຍ...............ຄຳຜິດຖືກບໍ່ວ່າກັນ
ບາກບັ່ນໄປເທື່ອລະກ້າວ..........ຄາວໜ້າຫາກຊິຄື

ມາຮ່ວມມືກັນສ້າງ..................ກະວີວາງຫັດແຕ່ງ
ຮ່ວມແຮງກັນຂານຂໍ້...............ຕອບຕໍ່ເປັນສຳນວນ
ເຖິງບໍ່ມ່ວນຊວນຟັງ................ຄືດັ່ງຜູ້ເພິ່ນຊຳນານແລ້ວ
ຫາກແຕ່ແນວໃຈຕັ້ງ................ຄ່ອຍບາກບັ່ນກັນໄປ

ວັນນີ້ໄດ້ເທື່ອລະໜ້ອຍ.............ຜິດຖືກແດ່ບໍ່ເປັນຫຍັງ
ຫວັງຮໍ່ຮ່ວມແຮງຫັດ................ຜັດປ່ຽນກັນຈາເວົ້າ
ຫລາຍເທື່ອໂຮມກັນເຂົ້າ...........ອາດຈະກ້າວມ່ວນດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຍິນອອນຊອນນຳເຈົ້າ..............ວອນເວົ້າກ່າວຈາໄຂ
ຝັກໄຝ່ໃນກະວີ......................ສ້າງສີສັນຝັນໄຝ່ຮູ້
ປູທາງໄປເລິງເລື້ອຍ...............ຄຳຜິດຖືກບໍ່ວ່າກັນ
ບາກບັ່ນໄປເທື່ອລະກ້າວ..........ຄາວໜ້າຫາກຊິຄື

ມາຮ່ວມມືກັນສ້າງ..................ກະວີວາງຫັດແຕ່ງ
ຮ່ວມແຮງກັນຂານຂໍ້...............ຕອບຕໍ່ເປັນສຳນວນ
ເຖິງບໍ່ມ່ວນຊວນຟັງ................ຄືດັ່ງຜູ້ເພິ່ນຊຳນານແລ້ວ
ຫາກແຕ່ແນວໃຈຕັ້ງ................ຄ່ອຍບາກບັ່ນກັນໄປ

ວັນນີ້ໄດ້ເທື່ອລະໜ້ອຍ.............ຜິດຖືກແດ່ບໍ່ເປັນຫຍັງ
ຫວັງຮໍ່ຮ່ວມແຮງຫັດ................ຜັດປ່ຽນກັນຈາເວົ້າ
ຫລາຍເທື່ອໂຮມກັນເຂົ້າ...........ອາດຈະກ້າວມ່ວນດີ

ແມ່ນຄວາມເຈົ້າກ່າວເວົ້າ----------ຫັ້ນລະທ່ານເອີຍ
ແຕ່ງໄປໃຫ້ເຄີຍຊິນ---------------ຈິ່ງໄດ້ຍິນຟັງກອນຊື່ນຊ້ອຍ
ແຕ່ງໄປທີລະໜ້ອຍ---------------ຫາກໄດ້ກອນມ່ວນດອກ
ຕາງຢອກກັນໄປພ້ອມ------------ພໍໄດ້ມ່ວນຫົວ

ຫາກເວລາຫວ່າງແລ້ວ----------------ກໍ່ມາແວະແຕ່ງກອນຫຼິ້ນນຳກັນ
ແຕ່ງເທື່ອລະໜ້ອຍໃນວັນ------------ທີ່ຫວ່າງແລ້ວມາແຕ່ງກອນຫຼິ້ນ
ເປັນວັນນະສິນກາບກ້າວ-------------ເອກະລັກລາວເດັ່ນ
ຈົ່ງຍົກຊູຢ່າຫ່າງເວົ້າ------------------ລືມແລ້ວບໍ່ກັບມາ ຫັ້ນແລ້ວ

ການແຕ່ງກາບກອນຢູ່ເລື້ອຍ---------ພາໃຫ້ເບີກບານໃຈ
ຫັນຫຼຽວເບິ່ງທາງໃດ-----------------ກໍ່ມ່ວນໃຈລື່ນລ້ວນ
ເປັນຄຳຊວນມາຫຼິ້ນ------------------ແຕ່ງກອນຂຽນກາບ
ສຳນຶກເຫັນພາບພ້ອມ---------------ກອນນັ້ນກໍ່ມ່ວນນຳ ແທ້ແລ້ວ ແຮໆ

ຂອບໃຈເດີທຽວມາຍົກຍ້ອງ------------ກອນຍັງບໍ່ຄ່ອງກໍ່ມາຊົມ
ເວົ້າຍ້ອງຄົມແຫຼມຫຼາຍ-----------------ສະກົດໃຈຜູ້ຟັງຍ້ອນ
ດີແລ້ວທຽວມາປ້ອນ-------------------ແຕ່ງກອນເສີມຕໍ່
ແຖມຍັງມາຍົກຍ້ອງ--------------------ມາສ້າງກຳລັງໃຈ ດີແລ້ວທ່ານເອີຍ ( ອິອິ )

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Neeharuhi ຂຽນວ່າ...
ແຕ່ງກອນບໍ່ເປັນ
ແຕ່ງປະຕູເປັນຢູ່

ເຈົ້າຜູ້ມີປະຕູແລ້ວ...........ຢ່າລືມໄລກອນໃສ່ ໄດ໋ເນີ
ມີປະຕູຕ້ອງມີກອນ.........ເພື່ອໃສ່ໄລກັນໄວ້
ເພື່ອກັນໂພຍໄພ............ແນວບໍ່ດີຄາດບໍ່ເຖິງ ເພິ່ນວ່ານ໋າ!
ກອນຈອນມາ................ວອນປະຕູຢ່າເມີນເສີຍລ້າ

ຫ່າເທື່ອໂຈນມາປຸ້ນ.........ຊິຫວນຄຸນກອນບໍ່ຮູ້ເມື່ອ ເດນ້ອງ
ອ້າຍນີ້ປຸນປອງສ້າງ........ແຕ່ບົດກອນດູດາຍເປົ່າ
ຫາປະຕູແນບຂ້າງ..........ກອນອ້າຍແມ່ນບໍ່ມີ
ພໍດີມີນວນນ້ອງ.............ມາປ່ອນເມັ້ນ

ເປັນໄດ້ແຕ່ປະຕູ...........ກອນເລີຍຊູມືຂຶ້ນ
ສະເໜີຄຳຕ້ານຕໍ່...........ຂໍຢ່າໄລລືມກອນ
ເມື່ອຍາມນອນ..............ອັດປະຕູໃສ່ກອນ
ຈິ່ງປອດໄພດີແທ້...........ກອນຊິແລຍາມນ້ອງ

ໃຫ້ນອນສະບາຍອຸ່ນ.......ຄຸນກອນມີແຕ່ນ້ອຍ
ພອຍໄດ້ຕັ້ງແຕ່ຍາມ.......ເນາະເຈົ້ານໍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີທ່ານເຈົ້າ-------------ມາເຂົ້າແຕ່ງກອນນຳ
ແຕ່ງໄປເດີຕາມໃຈ--------------ຊິນຳມາອ່ານໃຫ້
ຫວ່າງຊິມາຈາຕ້ານ-------------ຂານເປັນກອນກາບ
ໄດ້ມ່ວນປານໄດ້ລາບ-----------ພໍມ່ວນແມ້ງຊື່ນໃຈ ແທ້ນໍ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ພໍດີແຕ່ງບົດແລ້ວ..............ພິມລົງພັດເຫັນຕໍ່
ເຫັນເຈົ້າຍໍຍົກຍ້ອງ...........ມອງແລ້ວຄິດຢາກອາຍ
ອາຍເພາະກອນຂີ້ຮ້າຍ.......ເໝືອນຄົນແຕ່ງບໍ່ມີຜິດ
ລິຂິດໄປໄຮ້ດຽງສາ............ຜະຫຍາກອນແຮ່ງບໍ່ແຄ້ວ
ວັນນີ້ ກໍເດິກແລ້ວ.............ຂໍຕົວໄປນອນກ່ອນ
ວັນໃໝ່ຟ້າຮຸ່ງຂຶ້ນ.............ເວລາວ່າງຊິຢ້ອນມາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ພໍດີແຕ່ງບົດແລ້ວ..............ພິມລົງພັດເຫັນຕໍ່
ເຫັນເຈົ້າຍໍຍົກຍ້ອງ...........ມອງແລ້ວຄິດຢາກອາຍ
ອາຍເພາະກອນຂີ້ຮ້າຍ.......ເໝືອນຄົນແຕ່ງບໍ່ມີຜິດ
ລິຂິດໄປໄຮ້ດຽງສາ............ຜະຫຍາກອນແຮ່ງບໍ່ແຄ້ວ
ວັນນີ້ ກໍເດິກແລ້ວ.............ຂໍຕົວໄປນອນກ່ອນ
ວັນໃໝ່ຟ້າຮຸ່ງຂຶ້ນ.............ເວລາວ່າງຊິຢ້ອນມາ

ບໍ່ເປັນຫຍັງດອກເຈົ້າ------------ມາຫຼິ້ນມ່ວນນຳກັນ
ພໍໄດ້ມ່ວນສຳລານ--------------ບໍ່ຫຼາຍກໍ່ໜ້ອຍ
ເຈົ້າກໍ່ແຕ່ງໄດ້ຫວານປານອ້ອຍ-----ແຊບປານກ້ອຍປາດິບ
ພໍໄດ້ຫຍິບກັດກິນແລ້ວ--------------- ແຊບຈ້ອຍອ່ອຍຄະນິງຫາ

( ເຮີຍ!!!!!!!!! ຂ້ອຍແຕ່ງກອນມົ້ວແລ້ວບັດນີ້)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຮັກຫໍ່ກັນໝາຍໝັ້ນ.............ປະພັນກອນສ້າງກໍ່
ຫັດຕໍ່ກັນຕອບຕ້ານ............ຂານຂໍ້ຕໍ່ກະວີ
ໄຂຄະດີຄວາມໃນ.............ໃສ່ສີສັນຄຳເວົ້າ
ເຮົາຫາກພຽນຂຽນແຕ້ມ......ແກມຜ່ອນຄາຍເຫງົາ

ວັນນີ້ເຮົາອາດມົ້ວ.............ວັນໜ້າອາດຊຳນານ
ຂໍວອນວານຢ່າໄລປະ........ຄ່ອຍພຽນຂຽນແຕ້ມ
ມະຍ່ອມມະແຍ່ມໃນວັນນີ້...ວັນໜ້າຊິເຕັມທົ່ງ ດອກນ໋າ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຮັກຫໍ່ກັນໝາຍໝັ້ນ.............ປະພັນກອນສ້າງກໍ່
ຫັດຕໍ່ກັນຕອບຕ້ານ............ຂານຂໍ້ຕໍ່ກະວີ
ໄຂຄະດີຄວາມໃນ.............ໃສ່ສີສັນຄຳເວົ້າ
ເຮົາຫາກພຽນຂຽນແຕ້ມ......ແກມຜ່ອນຄາຍເຫງົາ

ວັນນີ້ເຮົາອາດມົ້ວ.............ວັນໜ້າອາດຊຳນານ
ຂໍວອນວານຢ່າໄລປະ........ຄ່ອຍພຽນຂຽນແຕ້ມ
ມະຍ່ອມມະແຍ່ມໃນວັນນີ້...ວັນໜ້າຊິເຕັມທົ່ງ ດອກນ໋າ!

ສະບາຍດີທ່ານເຈົ້າ-------------ຂໍຖາມຕອບເລື່ອງກອນ
ຂ້ອຍສັງເກດບາງຕອນ---------ບາງວັກຂອງກອນເຈົ້າ
ອັນວ່າບາງວັກນັ້ນ---------------ຄືບໍ່ຄົບ 4 ແຖວນະ
ເພາະວ່າວັກໜຶ່ງຂອງກາບກອນນັ້ນ-------ແມ່ນ 4 ແຖວແທ້ເດີທ່ານເອີຍ

ບໍ່ເປັນຫຍັງທ່ານເຈົ້າ-------------ເທື່ອໜ້າວັກ 1 ມີ 4 ແຖວເດີ
ໃຫ້ຄົບຕາມຫຼັກການ--------------ກໍ່ຈະມ່ວນຫຼາຍກວ່ານັ້ນ
ອັນມາຕິກອນກາບເຈົ້າ-----------ເຈົ້າຈົ່ງຢ່າໄດ້ຄຽດ
ໃຫ້ຢອກໄຍຫົວມ່ວນແມ້ງ---------ທ່ານຜູ້ແຕ່ງກອນມ່ວນເອີຍ ອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຂອບໃຈເດີທີ່ວ່າເວົ້າ................ເອົາຄວາມເຫັນຖາມໄທ່
ເພື່ອໃຫ້ໄຂສ່ອງແຈ້ງ...............ຫລັກການແຕ່ງບົດກອນ
ຫລັກເພິ່ນສອນກ່າວຊີ້..............ຕາມທີ່ເຄີຍຮຽນມາ
ບອກວ່າໂຄງສ້າງກອນມີດັ່ງນີ້....ນຶ່ງວັກມີສອງຕອນ

ຄືຕອນໜ້າແລະຕອນຫລັງ........ຝັ່ງຊ້າຍຂວາກໍ່ວ່າໄດ້
ສອງວັກໃສ່ກັນເຂົ້າ................ຫລັກເຂົາຮ້ອງວ່າເຟື້ອງ
ໂຮມສອງເຟື້ອງເຂົ້າກັນ...........ຫລັກກອນສັນເອີ້ນວ່າ ບາດ
ຫລາຍບາດໂຮມເຂົ້າກັນເປັນບົດ....ແຕ່ຍັງມີຂໍ້ວ່າໄວ້

ບາງບົດໃດອາດຊິບໍ່ເຕັມບາດ........ກໍ່ສາມາດກ່າວໄດ້ ຊັ້ນເດເຈົ້າເອີຍ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ສະບາຍດີ ສາວພາ ຄົນໜ້າຮັກ
ແວ່ມາທັກ ຈັກນິດ ຄິດເຖິງຫຼາຍ
ບໍ່ເຫັນດົນ ຢ່າວ່າ ຂ້ອຍເປີດໜ່າຍ
ມີວຽກຫຼາຍ ເລີຍບໍ່ໄດ້ ມາແວ່ຢາມ
ແບບນີ້ກະໄດ້ຢູ່ບໍສາວ ຜາສຸກ?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ຫາໃສໄດ້...............ເວັບໃດຂຽນກອນ
ສະເພາະບ່ອນ.........ອອນລາຍແນວນີ້
ໃຫ້ຄົນໄດ້...............ຮ່ຳຮຽນແນວດີ
ຄວາມຄິດດີ.............ສີມືບໍ່ແມ່ນຢອກ!

ບອກເລີຍໄດ້...........ທ່ຽວໄປມາຫຼາຍແລ້ວ
ແນວເວັບໄຊ້...........ທີ່ມີຫຼວງຫຼາຍ
ແຕ່ຫາມີ................ເວັບໃດພໍຊິໄດ້
ຂຽນຄວາມໃນ.........ເປັນກອນບໍ່ຮ່ອນມີ (ອາດຈະມີ)

ດີຈັ່ງຊີ້..................ໃຫ້ດີໄປຂ້າງໜ້າ
ຢ່າອ່ອນລ້າ............ເວລາຄົບບັນຫາ
ໃຫ້ຕັ້ງໝັ້ນ.............ສູ້ຊົນດ້ວຍປັນຍາ
ເຊື່ອເຖີດນາ............ເຮັດດີໄດ້ດີ.........ມີຈິງ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຫາກວ່າເຈົ້າມ່ວນແທ້............ຢ່າແລດາຍດູລ້າ
ມາຫັດສັນແຕ່ງສ້າງ.............ວາງອັກສອນຊອນກ່າຍ
ຂະຫຍາຍຄວາມໃນໃຈ.........ໃຫ້ເປັນກອນວອນມ່ວນ
ອວນກັນມາຊົມຢ້ຽມ.............ຫລືມາສ້ຽມປັນຍາ ກໍ່ດີໄດ໋

ເປັນຈັ່ງໃດກໍ່ຕ້ອງຊົມເຊີຍຍ້ອງ......ຜູ້ເພິ່ນຄິດກໍ່ຕັ້ງ
ກະທູ້ແຕ່ງແປງມາ..............ມີປະໂຫຍດຫລາຍເຫລືອລົ້ນ
ຫວັງຝຶກຝົນກະວີ...............ເພີ່ມທະວີຄວາມຮູ້
ມາຝຶກປູທາງໄວ້................ຄ່ອຍໄຕ່ໄປເກັບກ່ຽວ

ປະສົບການສານອັກສອນ...ໃຫ້ອອນຊອນຍາມອ່ານ
ບົດທຳອິດອາດຈະເຂີນຂາດຂໍ້......ວາດສຳພັດອາດຂັດຄໍ
ຂໍຈົ່ງຢ່າຟ້າວທໍ້...............ໃຫ້ພຽນພາກພະຍາຍາມ
ຫາກບົດຄວາມບໍ່ກົມກືນ....ຫລືເນື້ອໃນບໍ່ສອດຄ່ອງ

ຕ້ອງຂໍໂທດຜູ້ອ່ານດ້ວຍ....ໃຫ້ຊ່ວຍກັນສ່ອງຊີ້
ກອນທີ່ຂຽນໃນນີ້.............ຫາກເປັນການຫັດແຕ່ງ
ວອນຂໍແຮງຜູ້ຮູ້...............ເຂົ້າມາຊູຊວ້າຍຊ່ວຍ
ດ້ວຍວ່າມາເຫັນແລ້ວ........ຢ່າແຊ່ວພ່າຍໄລໜີ

ຊ່ວຍຕິຊົມນຳກັນ.............ປັ່ນກະວີໃຫ້ມ່ວນແມ້ງ
ເປັນແຮງໃຈໃຫ້ກະທູ້........ສາວພາສຸກຜູ້ສ້າງກໍ່
ພໍໃຫ້ເພິ່ນໄດ້ແຍ້ມ...........ຍາມເມື່ອເຂົ້າມາເຫັນຜົນງານຕົນ
ວ່າຫລາຍຄົນກໍ່ມັກດ້ວຍ....ຊິຂໍອວ່າຍລົງແລ້ວ

ຂໍພອນແກ້ວຈົ່ງເກີດມີ......ແກ່ທ່ານອ່ານທັງຫລາຍ
ວ່າຍໆໆແຕ່ງຍາວຫລາຍ ເລີຍລືມໄປ ຂໍອວຍໄຊໃຫ້ ເຈົ້າຂອງກະທູ້ ຈົ່ງ Happy ຊົ່ວນິລັນ ນັ້ນທ້ອນ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ສາວຜາສຸກແຕ່ງກອນເກັ່ງແບບນີ້ເປັນໝໍຂັບເວລາຕັ້ງກອງໃດ້ເລີຍໃດນິ

ໂອເຈົ້ານັບມື້----------------ແຕ່ງກອນມ່ວນຄັກຫຼາຍ
ຮີບແຕ່ງໆໄປ--------------ເຝິກຝົນກອນກ້າວ
ມີຜະຫຍາຫັນຫ້າວ---------ເຕີມກາບກອນຕໍ່
ໃຫ້ກອນເບິ່ງອອກມ່ວນ-------ອອນຊອນລ້ວນຂຶ້ນທຸກວັນ ແທ້ເດີ

ມາໂລດມາຫັດຂຽນກອນກາບແກ້ວ-----------ແອ້ວອິ່ງມິ່ງມະໂນ
ແຮໆ ມາແຕ່ງກອນກາບໂຊ--------------------ບໍ່ຕ້ອງອາຍຢ້ານຄົນເວົ້າ
ຢ່າໄດ້ນັ່ງໝອງເສົ້າ-----------------------------ແຕ່ງໄປໃຈບານເບັ່ງ
ສະໝອງກໍ່ບານເປັ່ງຂຶ້ນ-------------------------ອາລົມຊື່ນແລ້ວບໍ່ຂື່ນຂົມ ແທ້ເດ :)

ປູກໃຈຮັກກອນກາບກ້າວ----------------------ໃນມິ່ງຂວັນເມືອງ
ເປັນສິ່ງທີ່ປະເທືອງ-----------------------------ຈິດໃຈບໍ່ໃຫ້ເສົ້າ
ຢ່າມົວກິນແຕ່ເຫຼົ້າ-----------------------------ຢ່າຟ້າວເຂົ້າແຕ່ບາພັບ
ຢ່ານິ້ງເສີຍນອນຫຼັບແລ້ວ---------------------ບໍ່ສົນແກ້ວກາບກອນຫັ້ນເດີ ແຮໆ

ມາສົນແດ່ຈັກໜ້ອຍ--------------------------ຈິ່ງບໍ່ຄ້ອງໝອງໃຈ
ຈັບປາກກາ ຫຼື ພິມລົງໄປ-------------------ໃສ່ໃຈກອນກໍ່ມ່ວນແມ້ງ
ຈົ່ງຢ່າເປັນຄົນໃຈແລ້ງ----------------------ແຂງກະດັນໃຈຫຍາບ
ມາແຕ່ງກອນກາບມ່ວນແລ້ວ---------------ໃຈແກ້ວຫາກເປັນສຸກ ດອກນ໋າ

ຢ່າວ່າຂ້ອຍເດີ ຂ້ອຍແຕ່ງກອນມົ້ວ ຜິດພາດປະການໃດຂໍອະໄພ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ສະບາຍດີ ສາວພາ ຄົນໜ້າຮັກ
ແວ່ມາທັກ ຈັກນິດ ຄິດເຖິງຫຼາຍ
ບໍ່ເຫັນດົນ ຢ່າວ່າ ຂ້ອຍເປີດໜ່າຍ
ມີວຽກຫຼາຍ ເລີຍບໍ່ໄດ້ ມາແວ່ຢາມ
ແບບນີ້ກະໄດ້ຢູ່ບໍສາວ ຜາສຸກ?

ໂອດີໃຈໜັກ-------------- ສາວຈິດວິໄລໜ້າຮັກ-----------------ມາແຕ່ງກອນນຳ
ເຖິງບໍ່ແມ່ນກອນລຳ-------ຈະກອນຫຍັງກໍ່ຊ່າງ-----------------ກອນແບບນີ້ຂ້ອຍຢ້ານຄາຄ້າງ
ຢ້ານແຕ່ງບໍ່ເປັນ----------ຢ້ານແຕ່ງໄປຍິ່ງລຳເຄັນ-------------ຮູ້ສຶກວ່າຫຼາຍຄຳໂພດ
ອັນວ່າກອນແບບນີ້-------ຄືຊິແມ່ນກອນສິບ ກອນແປດເນາະ---------ແຕ່ບໍ່ແມ່ນແບບຂ້ອຍແຕ່ງມົ້ວຫ້າວໄປ ກາຍໄປຈັກກະຟ້າ ຮາໆໆໆ

ເອົາບັດນີ້ ຊິລອງ ແບບນີ້ເບິ່ງ
ເຖິງບໍ່ມ່ວນ ບໍ່ລື່ນ ບໍ່ລ່າເລີງ
ບໍ່ໃຫ້ເສຍ ຊາດເຊີງ ຄົນມັກກອນ
ເຈົ້າມາເວົ້າ ແຕ່ງກາບ ຊ່າງມ່ວນຫຼາຍ

ຂອບໃຈເດີ ມາຮ່ວມ ມາມ່ວນຊື່ນ
ຄວາມຈິງຮູ້ ຢູ່ແລ້ວ ສາວຈິດວິໄລແຕ່ງກອນເກັ່ງ
ມາບັນເລງ ຂຽນກອນ ໃຫ້ໄດ້ມ່ວນ
ມາຊູຊ້ວນ ຈິດໃຈ ໃຫ້ຫາຍເຫົງາ

ສາວຈິດວິໄລ ຄົນງາມ ແຖມຂຽນກອນມ່ວນ
ຂ້ອຍບໍ່ກວນ ເວົ້າໂມ້ ບໍ່ເວົ້າໃສ່
ເອົາຄວາມຈິງ ມາເວົ້າ ບໍ່ລຳໄລ
ຂໍຂອບໃຈ ກອນເຈົ້າມ່ວນ ມື້ໜ້າຊວນມາແຕ່ງກອນລ້ວນໃຫ້ອ່ານແນ່ເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ຫາໃສໄດ້...............ເວັບໃດຂຽນກອນ
ສະເພາະບ່ອນ.........ອອນລາຍແນວນີ້
ໃຫ້ຄົນໄດ້...............ຮ່ຳຮຽນແນວດີ
ຄວາມຄິດດີ.............ສີມືບໍ່ແມ່ນຢອກ!

ບອກເລີຍໄດ້...........ທ່ຽວໄປມາຫຼາຍແລ້ວ
ແນວເວັບໄຊ້...........ທີ່ມີຫຼວງຫຼາຍ
ແຕ່ຫາມີ................ເວັບໃດພໍຊິໄດ້
ຂຽນຄວາມໃນ.........ເປັນກອນບໍ່ຮ່ອນມີ (ອາດຈະມີ)

ດີຈັ່ງຊີ້..................ໃຫ້ດີໄປຂ້າງໜ້າ
ຢ່າອ່ອນລ້າ............ເວລາຄົບບັນຫາ
ໃຫ້ຕັ້ງໝັ້ນ.............ສູ້ຊົນດ້ວຍປັນຍາ
ເຊື່ອເຖີດນາ............ເຮັດດີໄດ້ດີ.........ມີຈິງ

ໂອຊ່າງມາຍົກຍ້ອງ---------------ຄ່ອງແຄ້ວເປັນກອນ
ອ່ານແລ້ວຈົນຢາກນອນ----------ມາປາກຫວານແທ້ນໍເຈົ້າ
ໂອ ຄືມາຫາຍເສົ້າ----------------ຫາຍເຫົງາຫາຍສ່ວາງ
ບໍ່ແມ່ນມາລວງລໍ້------------------ໃຫ້ຂ້ອຍລອຍກັບທີ່ແທ້ບໍ ( ຮາໆໆໆໆໆໆ ເວົ້າໄປລະຂ້ອຍນີ້)

ຄັນວ່າຊ່າງຍົກຍ້ອງ--------------ທຽວມາຍ້ອງຕື່ມອີກເດີ
ຂ້ອຍມັກຫຼາຍຄຳຊົມ-------------ອົມຫວານກາບແກ້ວ
ຄັນວ່າໄດ້ອ່ານແລ້ວ-------------ຈິດໃຈຊ່າງມ່ວນ
ມາຊວນອອນຊອນແທ້-----------ຕິດໃຈປານກາບແກ້ຢຽບເພດານແທ້ໃດ ( ອິອິອິອິ ຂ້ອຍແຕ່ງມົ້ວລະ)

ແຕ່ງກອນຫວານປານອ້ອຍ-----------ລະວັງມົດມາຫ້ອຍຕອມເດີ
ດຽວຊິປັດບໍ່ທັນ-------------------------ມັນຊິກັດກິນເຈົ້າຫັ້ນ
ຊິແລ່ນໄປໃສກໍ່ບໍ່ພົ້ນ------------------ນຳມົດໄລ່ກັດຕອດ
ເພາະວ່າມັນຫິວຫອດເຈົ້າ------------ຜູ້ນັ່ງເຝົ້າແຕ່ງກອນຫວານແທ້ແລ້ວ ອິອິ

ຂອບໃຈເດີທ່ານເຈົ້າ------------------ມາຮ່ວມແຕ່ງກອນ
ເຈົ້າອຕ່ງມ່ວນອອນຊອນ-------------ບໍ່ໄດ້ຖະແຫຼງເວົ້າ
ຂ້ອຍຕັ້ງຢາກບອກເຈົ້າ---------------ວ່າກອນເຈົ້າມ່ວນກ່ອມ
ມາເດີພ້ອມກັນແຕ່ງກອນກ້າວ---------ເຝິກຊ້ອມຮ່ວມແຕ່ງກອນນຳກັນ ເດນໍ ອິອິ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ສາວຜາສຸກແຕ່ງກອນເກັ່ງແບບນີ້ເປັນໝໍຂັບເວລາຕັ້ງກອງໃດ້ເລີຍໃດນິ

ໂອ ເຈົ້າມາແຕ່ຍົກຍ້ອງ-------------ໃຫ້ຂ້ອຍເປັນໝໍຂັບລຳ
ພໍດີເຂົາແລ່ນໜີ----------------------ຕອນຂ້ອຍເອີ່ຍລຳຂຶ້ນ
ເຂົາຊິພາກັນສະເງີ້-------------------ແລະ ຈະພາກັນຕື່ນ
ຍ້ອນສຽງບໍ່ລື່ນຄ່ອງ ----------------ບໍ່ແມ່ນໝໍຮ້ອງຂັບລຳ ຫັ້ນແລ້ວ ແຮໆ

ອັນເຈົ້າຢ່າມາແຕ່ເວົ້າ---------------ຕ້ອງມາແຕ່ງເຕີມກອນ
ຢ່າທຳທ່າອ່ານອອນຊອນ----------ແລ້ວວ່າແຕ່ງບໍ່ເປັນນັ້ນ
ເຈົ້າລອງມາແຕ່ງເປັນຂັ້ນໆ-------ບໍ່ຕ້ອງອາຍເຂີນດອກ
ແຕ່ງໄປຫາກຊິໄດ້-----------------ກອນຄ່ອງຂຶ້ນໃຈດັ່ງວ່າແທ້ແລ້ວ ຮາໆ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ວັນນີ້ຕື່ນແຕ່ເຊົ້າ.................ເຂົ້າມາຮ່ວມຈາໄຂ
ຂໍຂອບໃຈທີ່ຍ້ອງມາ.............ຫວ່ານຜະຫຍາອ່ອນຊ້ອຍ
ຍາມເມື່ອຂ້ອຍອ່ານແລ້ວ.......ພາຫົວໃຈຊ້ອຍຊື່ນ
ຫາຍຄວາມຂື່ນໝອງເສົ້າ......ຍາມໄດ້ອ່ານກອນເຈົ້າຕອບມາ

ເຈົ້ານັ້ນມາຊ່າງເຈລະຈາຈິງແທ້......ຊ່າງກ່າວແກ້ຕອບຂານໄຂ
ເອົາໃຈໃສ່ຮ່ຳຮອນ..............ປ່ອນກະວີໄປທຸກຮູບແບບ
ແນບມະໄລອັກສອນ............ຊ້ອນຕອບມາຊ່າງມ່ວນແມ້ງ
ຖະແຫລງກອນຈັ່ງມ່ວນ........ຊວນຫົວໃຈໄດ້ຍິ້ມບານແຍ້ມ ແທ້ດາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ວັນນີ້ຕື່ນແຕ່ເຊົ້າ.................ເຂົ້າມາຮ່ວມຈາໄຂ
ຂໍຂອບໃຈທີ່ຍ້ອງມາ.............ຫວ່ານຜະຫຍາອ່ອນຊ້ອຍ
ຍາມເມື່ອຂ້ອຍອ່ານແລ້ວ.......ພາຫົວໃຈຊ້ອຍຊື່ນ
ຫາຍຄວາມຂື່ນໝອງເສົ້າ......ຍາມໄດ້ອ່ານກອນເຈົ້າຕອບມາ

ເຈົ້ານັ້ນມາຊ່າງເຈລະຈາຈິງແທ້......ຊ່າງກ່າວແກ້ຕອບຂານໄຂ
ເອົາໃຈໃສ່ຮ່ຳຮອນ..............ປ່ອນກະວີໄປທຸກຮູບແບບ
ແນບມະໄລອັກສອນ............ຊ້ອນຕອບມາຊ່າງມ່ວນແມ້ງ
ຖະແຫລງກອນຈັ່ງມ່ວນ........ຊວນຫົວໃຈໄດ້ຍິ້ມບານແຍ້ມ ແທ້ດາຍ

ໂອມາອີກແລ້ວຄຳຍົກຍ້ອງ--------------ວ່າແຕ່ງກອນເປັນ
ຄວາມຈິງບໍ່ຍາກລຳເຄັນ----------------ໃຜໆກໍ່ແຕ່ງໄດ້
ພຽງບໍ່ອາຍເທົ່ານັ້ນ---------------------ມາແຕ່ງກອນເຕີມຕໍ່
ຫາກຊິເປັນກອນກາບແທ້--------------ພໍມ່ວນແມ້ງໄດ້ອ່ານຊົມ
( ຮາໆໆໆໆໆໆໆໆ )

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກາບແລະກອນຄົນລະຄ້າຍ..........ແຕກກັນຄົນລະຢ່າງ ເດີເຈົ້າ
ກາບເຂົາເອົາໄວ້ເຊີ້ງ..................ເປິຕຸມເປີງຍາມແຂ່ງເຮືອແລະບັ້ງໄຟ
ສອນກັນໄປເປັນຄຳຄ່ອງ.............ບາງຜ່ອງເຢາະຢ່ອງເຕັ້ນ
ຍາມແລເຫັນເປັນຕາມ່ວນ...........ສ່ວນກອນນັ້ນມີຫລາຍຫລາກ

ຍາກຕໍ່ການຈະບັນຍາຍ..............ອະທິບາຍໃຫ້ຮູ້ແຈ້ງ
ຂໍຊີ້ແຈງພຽງເທົ່ານີ້....................ພໍໃຫ້ເຈົ້າເຂົາໃຈ ອີກຕື່ມ
ເພື່ອຕໍ່ເຕີມຄວາມຮູ້...................ຫລັກຝ່າຍເບື້ອງພາກກະວີ
ໜຶ່ງໃນໄວຍະກອນລາວ.............ຄວນທີ່ເຮົາຕ້ອງຮຽນຮູ້
ພ້ອມທັງຊູກັນສ້າງ...................ເສີມທັກສະກັນສຳພັນມ່ວນ

ທັງໄດ້ທວນຄວາມຈຳ...............ບົດເຄີຍຮຽນຄາວຍັງນ້ອຍ
ພອຍທ່ອງຂຶ້ນໃຈຈຳຈື່..............ຕາມຄຳຄູສອນຊີ້
ບໍ່ໄດ້ຕິເຈົ້າເດີ........................ແຕ່ສະເໜີໃຫ້ຮູ້
ວ່າກາບກັບກອນນັ້ນ................ມັນຕ່າງກັນຄົນລະຢ່າງ
ຄືຢ່າງຂ້ອຍວ່າໄວ້...................ໃນຂ້າງຕົ້ນນັ້ນລະນ໋າ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ຊ່າງອະທິບາຍເນາະເຈົ້າ--------------- ໝັ່ນມາເວົ້າແຕ່ງກອນ
ອ່ານແລ້ວມ່ວນອອນຊອນ---------------ກໍ່ເພາະເຕົ້າແຕ່ງກອນມ່ວນແມ້ງ
ເປັນຄົນບໍ່ເຫືອດແຫ້ງ-------------------ນຳກອນຜະຫຍາເຕີມແຕ່ງ
ຄວາມຮູ້ຜະຫຍາຫຼາກລົ້ນ--------------ໝັ່ນມາຢ້ຽມແຕ່ງກາບກອນຕື່ມເດີ :)

ໜ້າທີ່ 3 ຈາກທັງໝົດ 15 ໜ້າ <<<12345 ... 1112131415>>>