ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 4 ຈາກທັງໝົດ 15 ໜ້າ <<<123456 ... 1112131415>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ ພາສຸກ...ດີດີແລ້ວ.......................ໃນວາດກາບກອນ
ມັນມ່ວນອອນຊອນດີ...........................ວາດກະວີວອນເວົ້າ
ບາງເທື່ອອ່ານແລ້ວໃຈໂສກເສົ້າ.............ຍ້ອນຄຳເວົ້າເພີ່ນບັນຍາຍ
ບາງເທື່ອອ່ານແລ້ວໃຈສະບາຍ...............ຄົມຄວາມຫມາຍແສນເລິກແລບ.ຊອບແລ້ວ

--------ມື້ນີ້ພຽງມາພໍ້ມື້ຫນ້າໜໍຊິມາແຕ່ງຊິມາແປງປ່ອງປ້ອນກາບກອນນ້ອຍຮ່ວມທຸກຄົນນັ້ນໃດ--------

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອ ຂອບໃຈທີ່ມາຮ່ວມເຂົ້າ-------------ມາເວົ້າແຕ່ງກອນ
ແຕ່ງມ່ວນອອນຊອນແລ້ວເດ----------ຈົ່ງຢ່າລັງເລເດີເຈົ້າ
ມື້ໜ້າໃຫ້ມາແຕ່ງກອນກ້າວ------------ໄຂກອນກາບໃຫຍ່
ມາໄຂວາຈາປາກເວົ້າ-------------------ເປັນຄຳເຄົ້າກາບກອນ ນຳກັນແດ່ເດີ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ທີ່ແຕ່ງມາພຽງນີ້...............ເພາະມີໃຈເປັນແຮງໃຈ
ຊ່ວຍໃຫ້ຂ້ອຍຈາໄຂ..........ຮ້ອຍມະໄລຄຳເວົ້າ
ຢອກເຢົ້າເປັນກະວີ...........ຕາມປະສົງທີ່ເຈົ້າຕັ້ງ
ເຖິງວ່າຍັງບໍ່ຄ່ອງແຄ້ວ.......ແຕ່ຕົວເຈົ້າຍັງຍ້ອງມາ

ວ່າກອນມ່ວນອິ່ນອ້ອຍ.......ພາໃຫ້ຂ້ອຍຊື່ນໃຈ
ເລີຍເທໃສ່ໝົດໃຈ............ບາກບັ່ນຫັດຂຽນແຕ້ມ
ແກມຝຶກທັກສະພ້ອມ........ອາໄສເຈົ້າເປັນຄູ່ຈາ
ຂຽນຕອບມາພາໃຫ້ມ່ວນ...ຊວນໃຫ້ຄິດຄວນຫາ

ຊອກວາຈາມາບັນຍາຍ.....ຂະຫຍາຍຄວາມມ່ວນຫລິ້ນ ແທ້ດາຍ
ເຈົ້າມີສ່ວນຫລາຍລົ້ນ.......ທີ່ສົ່ງຜົນໃຫ້ຂ້ອຍແຕ່ງ
ເປັນແສງໄຟເຍືອງທາງ....ໃຫ້ສະວ່າງໃນອາລົມຂັນ
ເຖິງວ່າມັນບໍ່ມ່ວນແມ້ງ.....ກໍ່ຍັງແກ້ງຍ້ອງມາ ຂໍຂອບໃຈ

໔ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຫ້ຂຽນຄຳເຫັນເປັນກາບເປັນກອນ ຂ້ອຍເຂົ້າມາອ່ານໃນເວລາກ່ອນນອນ
ອ່ານໄປອ່ານມາລາຍຕາກັບບ່ອນ ຂະໜາດຊິນອນກະຍັງຄິດເປັນກອນ
ເຖິງເວລາເຂົ້າບ່ອນ ຂໍລາໄປນອນກ່ອນເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ໂດຍ ແຕ່ງໄປໂລດເດີເຈົ້າ------------ ແຕ່ງໄປໂລດຕາມໃຈ
ແຕ່ງໄປຕາມສະຕາຍ ------------------ຫຼາຍຢ່າງທີ່ເຈົ້າມັກນັ້ນ
ຈະຫາເປັນບົດກອນສັ້ນ-----------------ເປັນນິຍາຍມາເລົ່າຕໍ່
ກໍ່ດີແລ້ວທ່ານເຈົ້າ-----------------------ມາເລົ່າສູ່ກັນຟັງ ແນ່ເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BamBoo ຂຽນວ່າ...
ໃຫ້ຂຽນຄຳເຫັນເປັນກາບເປັນກອນ ຂ້ອຍເຂົ້າມາອ່ານໃນເວລາກ່ອນນອນ
ອ່ານໄປອ່ານມາລາຍຕາກັບບ່ອນ ຂະໜາດຊິນອນກະຍັງຄິດເປັນກອນ
ເຖິງເວລາເຂົ້າບ່ອນ ຂໍລາໄປນອນກ່ອນເດີ

ໂອ ເຈົ້າມາແຕ່ງກອນກາບເວົ້າ----------------ໃຫ້ເກາະກ່າຍດ່ວຍສະຫຼະອອນ
ວ່າຈະເຂົ້າໄປນອນ------------------------------ຈິ່ງມາອ່ານກອນແກ້ວ
ກຽມຈະເຂົ້ານອນແລ້ວ--------------------------ກໍ່ລາຍຕາກັບບ່ອນ
ໄປນອນຕື່ນມາມື້ໜ້າ----------------------------ມາຮ່ວມຈາເວົ້າເປັນກອນແດ່ເດີ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ທີ່ແຕ່ງຢູ່ເທິງ.............ພິມຜິດໄປໜຶ່ງຄຳເວົ້າ
ຂ້ອຍຊິເວົ້າວ່າ...........ມີເຈົ້າເປັນແຮງໃຈ
ແຕ່ພິມພາດພັ້ງ.........ກາຍເປັນໃຈໄປບໍ່ຮູ້ເມື່ອ
ບາດເມື່ອມາອ່ານແລ້ວ......ຈິ່ງຮູ້ບ່ອນເບື້ອງວ່າຜິດ
ບິດເບືອນໃນຄວາມໝາຍ...ພ້ຽນໄປເປັນລາຍຕ່າງ
ໃຈຄິດຢ່າງ...................ແຕ່ມືພິມແນວອື່ນ
ຊວາດຕື່ນມາອ່ານພໍ້...........ກໍ່ສວາຍໄປແລ້ວແກ້ບໍ່ທັນ
ເລີຍຫັນມາແຕ່ງແກ້.........ເບື້ອງບາດບ່ອນຄຳຜິດ
ລິດຈະນາຄຳໃນ.............ທີ່ເຫັນຄຳວ່າ”ໃຈ”ແຮງໃຈເທິງນັ້ນ
ໃນມະໂນຈິງແທ້............ແມ່ນຢາກເວົ້າວ່າ”ເຈົ້າເປັນແຮງໃຈ” ວ່າຊັ້ນດອກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ທີ່ແຕ່ງຢູ່ເທິງ.............ພິມຜິດໄປໜຶ່ງຄຳເວົ້າ
ຂ້ອຍຊິເວົ້າວ່າ...........ມີເຈົ້າເປັນແຮງໃຈ
ແຕ່ພິມພາດພັ້ງ.........ກາຍເປັນໃຈໄປບໍ່ຮູ້ເມື່ອ
ບາດເມື່ອມາອ່ານແລ້ວ......ຈິ່ງຮູ້ບ່ອນເບື້ອງວ່າຜິດ
ບິດເບືອນໃນຄວາມໝາຍ...ພ້ຽນໄປເປັນລາຍຕ່າງ
ໃຈຄິດຢ່າງ...................ແຕ່ມືພິມແນວອື່ນ
ຊວາດຕື່ນມາອ່ານພໍ້...........ກໍ່ສວາຍໄປແລ້ວແກ້ບໍ່ທັນ
ເລີຍຫັນມາແຕ່ງແກ້.........ເບື້ອງບາດບ່ອນຄຳຜິດ
ລິດຈະນາຄຳໃນ.............ທີ່ເຫັນຄຳວ່າ”ໃຈ”ແຮງໃຈເທິງນັ້ນ
ໃນມະໂນຈິງແທ້............ແມ່ນຢາກເວົ້າວ່າ”ເຈົ້າເປັນແຮງໃຈ” ວ່າຊັ້ນດອກ

ໂອ ບໍ່ເປັນຫຍັງດອກເຈົ້າ----------------- ແຕ່ງໄປໄດ້ໂລດເດີ
ຈັກຊິເຜີຊິເມົາ------------------------------ຢ່າເຊົາແຕ່ງເດີເຈົ້າ
ຍາມເມື່ອເຈົ້າໄດ້ເຂົ້າ----------------------ມາແຕ່ງກອນເຕີມຕໍ່
ໄດ້ສ້າງສີສັນແຕ່ງແຕ້ມ------------------ຈິດໃຈແຍ້ມເບີກບານ ແທ້ນໍ

໖ ກະທູ້
໙໗ ໂພສ
ນັກການກະທູ້
ໄດ້ຍີນວ່າຫາກຢາກເຂົ້າ............................ຢາມກະທູ້ຕ້ອງຂຽນກອນ
ເລີຍເກີດແນວຄວາມຄິດ............................ຢາກລອງລະບາຍດ້ວຍ
ຫາກແຕ່ກອນຂອງຂ້ອຍ.............................ເປັນຄຳຖາມຂັງຄຳຕອບ
ບໍ່ຄືກອນຫມູ່ເຈົ້າ.......................................ຂານຂື້ນຕອບກັນ ດອກເດີ
- ອັນຫນື່ງຖາມໄຂຂື້ນ.................................ກ່ຽວເລື່ອງເມືອງລາວ
ຕັ້ງແຕ່ເຫນືອຫາກາງ..................................ແກ່ຍາວເຖີງທາງໄຕ້
ໃຜຫາກມີໃຈກ້ວາງ..................................ກະລຸນາຂຽນກ່າວບອກ
ວ່າເມືອງລາວເຮົາດຽວນີ້.............................ດີຮ້າຍເລື່ອງໄດ
- ສອງຢາກຖາມລາວເຫນືອໄຕ້......................ເລື່ອງວິຖີກິນຢູ່
ວ່າສົມບູນພຽບພ້ອມ....................................ຫລືເຂີນຂາດບາງບົກ
ທັງໃນເມືອງຊົນນະບົດ.................................ແຕກຕ່າງກັນຈັງໄດແທ້
ແຜນພັດທະນາຂອງລັດນັ້ນ...........................ເຂົ້າເຖີງແທ້ດັ່ງກ່າວຂານອີຫລີບໍ?
-ສາມຢາກຖາມເຖີງຄວາມຄິດເຈົ້າ.....................ທີ່ມີຕໍ່ກັບຜູ້ແທນ
ຢ່າພາກັນຫວງແຫນສິດ.................................ທີ່ກົດຫມາຍເພີ່ນວາງໄວ້
ມີຈຸດໄດບໍ່ງາມພ້ອມ......................................ຫລືບ່ອນໄດຂີນສິດເຈົ້າ
ກໍ່ຈົ່ງພາກັນຕື່ນຂື້ນ.......................................ທວງສິດນັ້ນແກ່ຕົນຢ່າລືມໄດ
-ສີ່ປະຫວັດລາວບອກໄວ້................................ດິນນີ້ແມ່ນຂອງຄົນລາວ
ມີແຕ່ຄາວກ່ອນມາ........................................ບູລຸດລາວຫາໄວ້
ຢ່າພາກັນປະຖີ້ມ..........................................ຜືນດິນຄຳລ້ານຊ້າງເກົ່າ
ຢ່າໃຫ້ເຂົາມາຄອງເຈົ້າ...................................ແຜ່ນດິນລາວຕ້ອງລາວແທ້ ລາວເທົ່ານັ້ນຄອບຄອງຖຶກບໍ?
-ຫ້າຍົກເອົາມາພຽງຫຍໍ້ໆ.................................ສ່ຳນີ້ກ່ອນການຂຽນກອນ
ຫາກວ່າຍັງມີຄົນຖາມ......................................ກ່າວເຖີງຊິມາຍ້ອນ
ໃຜຮູ້ຄຳຕອບແທ້.........................................ໃຫ້ຊ່ວຍພາກັນເຜີຍແຜ່
ຄິດວ່າຄົນອື່ນນັ້ນ..........................................ສະແຫວງແທ້ດັ່ງດຽວແທ້ນາ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...

ໂອ ຂອບໃຈທ່ານທີ່ມາຕອບກະທູ້ນີ້......................ຂຽນກາບກອນມ່ວນຫຼາຍ
ຍິນດີໃຫ້ມາຮ່ວມບັນຍາຍ.................................ສິ່ງທີ່ທ່ານຢາກຈາໄຂໄດ້
ອັນນີ້ຊິມາຕອບຕາມຄວາມຄິດທີ່ຄາດໄວ້................ບ່ອນໃດຜິດຂໍອະໄພຕໍ່
ຫວັງວ່າຄົງບໍ່ເປັນຫຍັງເນາະເຈົ້າ.........................ມາເວົ້າຈາໄຂ ທ່ານເອີຍ :)

ອັນຫນື່ງທີ່ທ່ານຖາມໄຂຂື້ນ...........................ກ່ຽວເລື່ອງເມືອງລາວ
ຕັ້ງແຕ່ເຫນືອຫາກາງ..................................ແກ່ຍາວເຖີງທາງໃຕ້
ຂ້ອຍເອງມີໃຈກ້ວາງ..................................ຈະພັນລະນາຂຽນກ່າວ
ວ່າເມືອງລາວເຮົາດຽວນີ້.............................ດີແລ້ວກໍ່ມີຫຼາຍ ແທ້ແລ້ວ :)

ສອງທີ່ທ່ານຖາມວ່າລາວເຫນືອໃຕ້...................ເລື່ອງວິຖີກິນຢູ່

ທັງໃນເມືອງຊົນນະບົດ.................................ແຕກຕ່າງກັນຢ່າງຈະແຈ້ງ
ແຜນພັດທະນາຂອງລັດນັ້ນ...........................ເຂົ້າເຖີງແທ້ບາງບ່ອນ ຕາມຄວາມຄິດດອກນ໋າ :)

ອັນສາມທ່ານຖາມເຖີງຄວາມຄິດເຮົາ...................ທີ່ມີຕໍ່ກັບຜູ້ແທນ
ວ່າພາກັນຫວງແຫນສິດ.................................ທີ່ກົດຫມາຍເພີ່ນວາງໄວ້
ຫາກມີຈຸດໃດບໍ່ງາມນັ້ນ...................................ຫລືບ່ອນໄດຂີນສິດແຈ້ງ
ເຂົາກໍ່ມີການພົບປະແລ້ວ.................................ໄຂແຈ້ງຖະແຫຼງຜົນໃນປະຊຸມ ແທ້ແລ້ວ

-ສີ່ທ່ານວ່າປະຫວັດລາວບອກໄວ້.......................ດິນນີ້ແມ່ນຂອງຄົນລາວ

ຢ່າໃຫ້ເຂົາມາຄອງລາວນີ້................................ແຜ່ນດິນລາວຕ້ອງລາວແທ້ ລາວເທົ່ານັ້ນຄອບຄອງຖືກແລ້ວເດ :)

ຫ້າທ່ານວ່າຍົກເອົາມາພຽງຫຍໍ້ໆ........................ສ່ຳນີ້ກ່ອນການຂຽນກອນ
ເຮົາບໍ່ມີຫຍັງຖາມ...........................................ສິ່ງທີ່ທ່ານກ່າວໄວ້
ຍັງບໍ່ຮູ້ຄຳຕອບແທ້.........................................ຈິ່ງບໍ່ສາມາດບອກລະອຽດເຜີຍແຜ່
ຄິດວ່າຄົນອື່ນນັ້ນ..........................................ຫຼາຍຄົນອາດຮູ້ ຜ່ານມາທາງນີ້ ໃຫ້ຊີ້ແຈ໋ງພ້ອມ ທ່ານເອີຍ

ຂໍອະໄພຫຼືມຄຳເກົ່າເຈົ້າແດ່

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຂີ້ກາກ ຢູ່ ງາມຂາ
ຂີ້ຕາຢູ່ ງ່າມກົ້ນ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ໂອຍ!...ເລື່ອງກອນເວົ້າຢາກ........................ເມື່ອອ້າປາກເວົ້າແລ້ວກະເປັນຢູ່
ເວົ້າຖືກບໍຖືກຂ້ອຍກະບໍ່ຮູ້............................ເພາະໝູ່ຫາກໍ່ເຄີຍຂຽນມື້ນີ້
ຖ້າເຈົ້າບໍ່ຂີ້ຖີ່ກະມາສອນໃຫ້ແນ່.....................ພໍ່ແມ່ຂ້ອຍກະບໍ່ເຄີຍພາເວົ້າ
ຍາມນັ່ງກິນເຂົ້າ........................................ມີແຕ່ເພິ່ນດ່າ ບັກຫ່າມຶ່ງຢ່າໄປຫຼິ້ນຫລາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ຂີ້ກາກ ຢູ່ ງາມຂາ
ຂີ້ຕາຢູ່ ງ່າມກົ້ນ

ໂອກອນກາບເຈົ້ານີ້-------------ມີແຕ່ເລື່ອງຄີໂຕດ
ເປັນຈັ່ງຊີ້ໄປໂໝດ--------------ເຫດໃດມີເປັນຈັ່ງຊັ້ນ
ຄືບໍ່ຂຽນເປັນບັກຕອນຂັ້ນ-------ເປັນວັກໃຫ້ພໍອ່ານ
ກອນຈິ່ງຈະອ່ານມ່ວນແມ້ງ------ອ່ານແລ້ວຈັ່ງອອນຊອນ ແທ້ແລ້ວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...
ໂອຍ!...ເລື່ອງກອນເວົ້າຢາກ........................ເມື່ອອ້າປາກເວົ້າແລ້ວກະເປັນຢູ່
ເວົ້າຖືກບໍຖືກຂ້ອຍກະບໍ່ຮູ້............................ເພາະໝູ່ຫາກໍ່ເຄີຍຂຽນມື້ນີ້
ຖ້າເຈົ້າບໍ່ຂີ້ຖີ່ກະມາສອນໃຫ້ແນ່.....................ພໍ່ແມ່ຂ້ອຍກະບໍ່ເຄີຍພາເວົ້າ
ຍາມນັ່ງກິນເຂົ້າ........................................ມີແຕ່ເພິ່ນດ່າ ບັກຫ່າມຶ່ງຢ່າໄປຫຼິ້ນຫລາຍ

ໂອ ຂຽນໄປໂລດເດີເຈົ້າ-------------ອັນວ່າຂຽນກອນ
ມາອ່ານແລ້ວຂຽນຕໍ່ຕອນ------------ຫາກຊິເປັນໄປໜ້າ
ບໍ່ເປັນຫຼາຍກໍ່ໜ້ອຍ-------------------ແຕ່ຫາກໃຈມັກໃຫ້ຂຽນຕໍ່
ຫາກຊິໄດ້ກອນມ່ວນແມ້ງ------------ດັ່ງໃຈເຈົ້າປາຖະໜາດອກນ໋າ ແຮໆ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້

ໂອ ຂຽນໄປໂລດເດີເຈົ້າ-------------ອັນວ່າຂຽນກອນ
ມາອ່ານແລ້ວຂຽນຕໍ່ຕອນ------------ຫາກຊິເປັນໄປໜ້າ
ບໍ່ເປັນຫຼາຍກໍ່ໜ້ອຍ-------------------ແຕ່ຫາກໃຈມັກໃຫ້ຂຽນຕໍ່
ຫາກຊິໄດ້ກອນມ່ວນແມ້ງ------------ດັ່ງໃຈເຈົ້າປາຖະໜາດອກນ໋າ ແຮໆ

ຂໍໂທດເດີເຈົ້າ........................ຍ້ອນບໍ່ເຄີຍເວົ້າຈັກເທື່ອ
ຂ້ອຍຊິເມືອຮຽນໃໝ່................ໄຖ່ຖາມໃຫ້ດີກ່ວາເກົ່າ
ຄວາມຈິ່ງນັ້ນຢາກໃຫ້ເຈົ້າ..........ມາສອນເອົາເປັນລູກສິດ
ເພື່ອຄິດກອນຕອບເຈົ້າ.............ໃຫ້ເຂົ້າຕາຖືກໃຈສາວໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...

ຂໍໂທດເດີເຈົ້າ........................ຍ້ອນບໍ່ເຄີຍເວົ້າຈັກເທື່ອ
ຂ້ອຍຊິເມືອຮຽນໃໝ່................ໄຖ່ຖາມໃຫ້ດີກ່ວາເກົ່າ
ຄວາມຈິ່ງນັ້ນຢາກໃຫ້ເຈົ້າ..........ມາສອນເອົາເປັນລູກສິດ
ເພື່ອຄິດກອນຕອບເຈົ້າ.............ໃຫ້ເຂົ້າຕາຖືກໃຈສາວໆ

ໂອ ຢາກແຕ່ງກອນກາບນັ້ນ------------ກໍ່ບໍ່ຍາກຫຼາຍ
ແຕ່ງໄປຕາມສະບາຍ-------------------ແຕ່ງຕາມໃຈເຈົ້າຄິດນັ້ນ
ແຕ່ງຕາມຫຼັກການຂັ້ນ------------------ກາງເອກໂທໜ້ອຍໜຶ່ງ
ກອນຈິ່ງຈະມ່ວນໄດ້--------------------ສົມໃຈໄດ້ດັ່ງປາຖະໜາ ຢູ່ນ໋າ ອິອິ

໖ ກະທູ້
໙໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ໄດ້ຍີນວ່າຫາກຢາກເຂົ້າ............................ຢາມກະທູ້ຕ້ອງຂຽນກອນ
ເລີຍເກີດແນວຄວາມຄິດ............................ຢາກລອງລະບາຍດ້ວຍ
ຫາກແຕ່ກອນຂອງຂ້ອຍ.............................ເປັນຄຳຖາມຂັງຄຳຕອບ
ບໍ່ຄືກອນຫມູ່ເຈົ້າ.......................................ຂານຂື້ນຕອບກັນ ດອກເດີ
- ອັນຫນື່ງຖາມໄຂຂື້ນ.................................ກ່ຽວເລື່ອງເມືອງລາວ
ຕັ້ງແຕ່ເຫນືອຫາກາງ..................................ແກ່ຍາວເຖີງທາງໄຕ້
ໃຜຫາກມີໃຈກ້ວາງ..................................ກະລຸນາຂຽນກ່າວບອກ
ວ່າເມືອງລາວເຮົາດຽວນີ້.............................ດີຮ້າຍເລື່ອງໄດ
- ສອງຢາກຖາມລາວເຫນືອໄຕ້......................ເລື່ອງວິຖີກິນຢູ່
ວ່າສົມບູນພຽບພ້ອມ....................................ຫລືເຂີນຂາດບາງບົກ
ທັງໃນເມືອງຊົນນະບົດ.................................ແຕກຕ່າງກັນຈັງໄດແທ້
ແຜນພັດທະນາຂອງລັດນັ້ນ...........................ເຂົ້າເຖີງແທ້ດັ່ງກ່າວຂານອີຫລີບໍ?
-ສາມຢາກຖາມເຖີງຄວາມຄິດເຈົ້າ.....................ທີ່ມີຕໍ່ກັບຜູ້ແທນ
ຢ່າພາກັນຫວງແຫນສິດ.................................ທີ່ກົດຫມາຍເພີ່ນວາງໄວ້
ມີຈຸດໄດບໍ່ງາມພ້ອມ......................................ຫລືບ່ອນໄດຂີນສິດເຈົ້າ
ກໍ່ຈົ່ງພາກັນຕື່ນຂື້ນ.......................................ທວງສິດນັ້ນແກ່ຕົນຢ່າລືມໄດ
-ສີ່ປະຫວັດລາວບອກໄວ້................................ດິນນີ້ແມ່ນຂອງຄົນລາວ
ມີແຕ່ຄາວກ່ອນມາ........................................ບູລຸດລາວຫາໄວ້
ຢ່າພາກັນປະຖີ້ມ..........................................ຜືນດິນຄຳລ້ານຊ້າງເກົ່າ
ຢ່າໃຫ້ເຂົາມາຄອງເຈົ້າ...................................ແຜ່ນດິນລາວຕ້ອງລາວແທ້ ລາວເທົ່ານັ້ນຄອບຄອງຖຶກບໍ?
-ຫ້າຍົກເອົາມາພຽງຫຍໍ້ໆ.................................ສ່ຳນີ້ກ່ອນການຂຽນກອນ
ຫາກວ່າຍັງມີຄົນຖາມ......................................ກ່າວເຖີງຊິມາຍ້ອນ
ໃຜຮູ້ຄຳຕອບແທ້.........................................ໃຫ້ຊ່ວຍພາກັນເຜີຍແຜ່
ຄິດວ່າຄົນອື່ນນັ້ນ..........................................ສະແຫວງແທ້ດັ່ງດຽວແທ້ນາ

ໂອ ຂອບໃຈທ່ານທີ່ມາຕອບກະທູ້ນີ້......................ຂຽນກາບກອນມ່ວນຫຼາຍ
ຍິນດີໃຫ້ມາຮ່ວມບັນຍາຍ.................................ສິ່ງທີ່ທ່ານຢາກຈາໄຂໄດ້
ອັນນີ້ຊິມາຕອບຕາມຄວາມຄິດທີ່ຄາດໄວ້................ບ່ອນໃດຜິດຂໍອະໄພຕໍ່
ຫວັງວ່າຄົງບໍ່ເປັນຫຍັງເນາະເຈົ້າ.........................ມາເວົ້າຈາໄຂ ທ່ານເອີຍ :)

ອັນຫນື່ງທີ່ທ່ານຖາມໄຂຂື້ນ...........................ກ່ຽວເລື່ອງເມືອງລາວ
ຕັ້ງແຕ່ເຫນືອຫາກາງ..................................ແກ່ຍາວເຖີງທາງໃຕ້
ຂ້ອຍເອງມີໃຈກ້ວາງ..................................ຈະພັນລະນາຂຽນກ່າວ
ວ່າເມືອງລາວເຮົາດຽວນີ້.............................ດີແລ້ວກໍ່ມີຫຼາຍ ແທ້ແລ້ວ :)

ສອງທີ່ທ່ານຖາມວ່າລາວເຫນືອໃຕ້...................ເລື່ອງວິຖີກິນຢູ່
ວ່າສົມບູນພຽບພ້ອມ....................................ຫລືເຂີນຂາດບາງບົກ
ທັງໃນເມືອງຊົນນະບົດ.................................ແຕກຕ່າງກັນຢ່າງຈະແຈ້ງ
ແຜນພັດທະນາຂອງລັດນັ້ນ...........................ເຂົ້າເຖີງແທ້ບາງບ່ອນ ຕາມຄວາມຄິດດອກນ໋າ :)

ອັນສາມທ່ານຖາມເຖີງຄວາມຄິດເຮົາ...................ທີ່ມີຕໍ່ກັບຜູ້ແທນ
ວ່າພາກັນຫວງແຫນສິດ.................................ທີ່ກົດຫມາຍເພີ່ນວາງໄວ້
ຫາກມີຈຸດໃດບໍ່ງາມນັ້ນ...................................ຫລືບ່ອນໄດຂີນສິດແຈ້ງ
ເຂົາກໍ່ມີການພົບປະແລ້ວ.................................ໄຂແຈ້ງຖະແຫຼງຜົນໃນປະຊຸມ ແທ້ແລ້ວ

-ສີ່ທ່ານວ່າປະຫວັດລາວບອກໄວ້.......................ດິນນີ້ແມ່ນຂອງຄົນລາວ
ມີແຕ່ຄາວກ່ອນມາ........................................ບູລຸດລາວຫາໄວ້
ຢ່າພາກັນປະຖີ້ມ..........................................ຜືນດິນຄຳລ້ານຊ້າງເກົ່າ
ຢ່າໃຫ້ເຂົາມາຄອງລາວນີ້................................ແຜ່ນດິນລາວຕ້ອງລາວແທ້ ລາວເທົ່ານັ້ນຄອບຄອງຖືກແລ້ວເດ :)

ຫ້າທ່ານວ່າຍົກເອົາມາພຽງຫຍໍ້ໆ........................ສ່ຳນີ້ກ່ອນການຂຽນກອນ
ເຮົາບໍ່ມີຫຍັງຖາມ...........................................ສິ່ງທີ່ທ່ານກ່າວໄວ້
ຍັງບໍ່ຮູ້ຄຳຕອບແທ້.........................................ຈິ່ງບໍ່ສາມາດບອກລະອຽດເຜີຍແຜ່
ຄິດວ່າຄົນອື່ນນັ້ນ..........................................ຫຼາຍຄົນອາດຮູ້ ຜ່ານມາທາງນີ້ ໃຫ້ຊີ້ແຈ໋ງພ້ອມ ທ່ານເອີຍ

ຂໍອະໄພຫຼືມຄຳເກົ່າເຈົ້າແດ່

ທີ່ຂຽນຖາມມາຈັ່ງຊີ້.................ມີຜົນເນື່ອງບາງປະການ
ມີທັງສຳລານສຸກ.....................ແກມປະສົງໄປພ້ອມ
ເພື່ອຕອມເອົາຄຳເວົ້າ...................ໄປຕີພີມເຜີຍເປັນຂ່າວ
ເຫດການລາວເກີດຂື້ນ......................ຈິງແທ້ເລື່ອງໄດ
-ຫນື່ງຍ້ອນຜູ້ຂຽນສັງເກດໄດ້.......................ເຖີງສິ່ງໃຫມ່ການປ່ຽນແປງ
ເລື່ອງຮີດຄອງສັງຄົມລາວ...........................ເລີ່ມພິກແປປ່ຽນປີ້ນ
ຍິງເລີ່ມລືມຜືນສີ້ນ.....................................ລວດລາຍໄຫມຕ່ຳຫຸກ
ຊາຍເລີ່ມລືມແຄນພ້ອມ................................ຈັບລ້າເປົ່າບໍ່ເປັນ ຊ້ຳເດ
- ທີ່ກ່າວມາແບບນີ້.....................................ບໍ່ໄດ້ກ່າວກວມລວມ
ຫາກພຽງຍວງໃຫ້ເຫັນ................................ສິ່ງບໍ່ງາມຂານໃຫ້ຮູ້
ເພື່ອວ່າກາຍມາພໍ້......................................ເຫັນກອນພາກັນຕື່ນ
ຊ່ວຍພາກັນຟູຟື້ນ......................................ຮີດຄອງລາວເອກອ້າງ ງາມແທ້ອວດໂລກາ
-ສອງເວົ້າເລື່ອງຄວາມກ້າວຫນ້າ..........................ມັນຫລຸດລື່ນເຫລືອຫລາຍ
ເຂດໃນເມື່ອງຈະເລີນສຸກ...................................ອຳຫນຳສຳລານແທ້
ແຕ່ວ່າຊົນນະບົດຊ້ຳ.......................................ທຸກທັງກາຍໃຈຄວບຄູ່
ຂາຍທັງຄວາຍບັກຕູ້.....................................ຂາຍທັງງົວເຂົາກ້ອມ ນາພ້ອມກໍ່ບໍ່ເຫລືອ
-ພວກນາຍທຶນຫນ້າເນື້ອ...............................ບຸກຍຶດດິນປະຊາ
ທັງດິນນານາປ່າຮົກ....................................ກໍ່ບໍ່ເຫລືອຫລໍໄວ້
ປ່ຽນມາເປັນສວນກ້າ....................................ຢາງພາລາບໍ່ຄຳກົ່ວ
ຈົນບັນຫາມັນຊ້ຳເຮື້ອ.....................................ລຸກລາມປານພະຍາດຮ້າຍຄຸມກົ້ວທົວແດນລາວ
-ສາມຖາມເລື່ອງສຽງຂອງເຈົ້າ............................ທວງຕໍ່ຂໍຄືນສິດ
ພຽງແຕ່ພາກັນຄິດ........................................ກໍ່ເກີດກາຍເປັນທຸກຮ້ອນ
ຍ້ອນເຂົາຖຶກໃສ່ຮ້າຍ...................................ວ່າທຳລາຍລະບອບໃຫມ່
ເຖີງຈະໂອຍຄວນໃຫ້...................................ເຂົານັ້ນກໍ່ບໍ່ຟັງ ເຫລືອໃຈເດ
- ກົດຫມາຍມີໄວ້ເອ້.....................................ຄວບຄູ່ໂຕະເອກະສານ
ເຖີງຈະມີບັນຍັດ........................................ວ່າເຮົາມີສິດທ້ວງ
ແຕ່ຮອດຍາມສະເຫນີຂື້ນ...............................ຕາມກົດຫມາຍທຸກຢ່າງ
ພັດວ່າມາກ່າວອ້າງ......................................ວ່າແຂງຂໍ້ຕໍ່ເຂົາພຸ້ນໄດ
-ສີ່ຍິ່ງພົບຄວາມທຸກໄຮ້.................................ເກີດແກ່ປວງປະຊາ
ຍ້ອນວ່ານະໂຍບາຍແຜນ..............................ບໍ່ເປັນໄປຕາມເຄົ້າ
ອີກທັງພື້ນຖານເຈົ້າ.....................................ປະສົບການບໍ່ເຕັມອີ່ມ
ເກີດສ່ອງຫວ່າງປ່ຽນປີ້ນ................................ຫາທາງແກ້ກໍ່ບໍ່ເປັນອີດູເດ
- ອັນວ່າຜູ້ຫາບເປ້......................................ພັດແມ່ນຕູຸ້ສີສາ
ລ້ວນແຕ່ພາກັນງົງ.....................................ປານວ່າເມົາສານງ້ວນ
ບໍ່ມີການຄຳນວນຕັ້ງ....................................ຜົນດີເສຍອັນໄດແດ່
ພຽງເຂົາຍູແຍ່ເຂົ້າ........................................ສະຫນອງຜົນໃຫ້ພ້ອມ ກໍເຊັນໃຫ້ບໍ່ກະຕວງ
- ອັນວ່າແຜນພັດທະນາກໍຄືບ້ວງ.........................ກົນໃຫມ່ຂອງນາຍທຶນ
ຫາກບໍ່ມີການຄິດ...........................................ໄຕ່ຕອງໃຫ້ດີແຈ້ງ
ມັນຈະກາຍເປັນຄົມພ້າ...................................ກັບມາຟັນໄດ້ທຸກເມື່ອ
ເບົາຍັງພໍແກ້ໄດ້............................................ແຕ່ຫນັກນັ້ນຫມົດຕົວເລີຍໄດ
- ນີ້ເປັນພຽງສຽງຂານໃຫ້.................................ຜູ້ໃຫຍ່ບໍ່ລິຫານ
ກ່ອນຈະປົງໃຈເຮັດ........................................ກະທຳການເປີດບ້ານ
ເຄື່ອງມືຕ້ອງມີພ້ອມ....................................ທຸກປະການຢ່າໄດ້ຂາດ
ເມື່ອເກີດການພິກປີ້ນ..................................ຈື່ງທັນແທ້ແກ່ເຫດການ
-ນີ້ບໍ່ແມ່ນການຕໍ່ຕ້ານ.................................ປະການໄດບໍ່ໄດ້ກໍ່
ພຽງພໍກາຍເຫັນ.....................................ເຫດການເລີຍມາເວົ້າ
ໃຫ້ທຸກຄົນມີໃຈຍູ້....................................ຊ່ວຍຊູກັນສົ່ງຂ່າວ
ດີແລ້ວໃຫ້ດີເປັນກ້າວໆ............................ຂາວແຈ້ງທຸກປະການແທ້ເນີ

ໂອ ທ່ານນີ້ຊ່າງເວົ້າ----------------------ຊ່າງແຕ່ງກອນກາບຈາ
ອັນທີ່ທ່ານກ່າວມາ------------------------ກໍ່ເຫັນບາງອັນມີແທ້
ຄັນຄົນລາວບໍ່ແກ້------------------------ແລ້ວໃຜຊິມາຊ່ວຍຕື່ມ
ຄົນລາວຕ້ອງເສີມພະລັງປົກປ້ອງ-------ເມືອງບ້ານໃຫ້ກ້າວເດີນ

ຂ້າພະເຈົ້າກໍ່ບໍ່ທັນເກັ່ງກ້າວ--------------ເກີນແກ່ປະສົບການ
ຍິນຜູ້ໃຫຍ່ອຸທານ-------------------------ກໍ່ຈະຕອບຂານໄປຕາມນັ້ນ
ຫາກຜິດພາດປະການໃດແທ້----------ຂໍອະໄພນຳຕື່ມ
ເວົ້າເລື່ອງເຫດການບ້ານເມືອງນີ້-------ໃຈແທ້ບໍ່ຮູ້ຫຼາຍ

ຍິນເຂົາຊ່າລືນັ້ນ--------------------------ມີຫຼາຍຂ່າວຄົນລື
ຫຼາຍສຽງຕ່າງກໍ່ຄື------------------------ວ່າມີຄວາມຈິງແທ້
ບາງຄົນເວົ້າການແກ້----------------------ໄຂບັນຫາຖ້ວນຖີ່
ວິທີແນວໃດບ້ານເມືອງຈິ່ງໄດ້------------ຈະເລີນແລ້ວສຸກຂີ ແມ່ນບໍ

ບາງຄົນກໍ່ກ່າວເວົ້າ----------------------ເລື່ອງເກົ່າແກ່ວັດທະນາທຳ
ຄົນດຽວນີ້ເຮັດບໍ່ງາມ-------------------ບໍ່ຄືຄົນກ່ອນສະໄໝກີ້
ນອກຈາກເລື່ອງນີ້------------------------ກໍ່ຍັງມີເລື່ອງອື່ນ
ເລື່ອງການເມືອງຄືວ່າມີຄົນຈົ່ມຄຶກຄື້ນ-------ໃນເນັດນັ້ນກໍ່ມີ

ເອົາແຕ່ຜູ້ຊິວ່າເວົ້າ-----------------------ຈັ່ງໃດກໍ່ມີ
ເບິ່ງຖຽງກັນປານຄືຊິຕີ--------------------ຄືຊິໃຈເດືອດຮ້ອນ
ແຕ່ເບິ່ງຕາມຄວາມຈິງນີ້-----------------ບ້ານເມືອງເຮົາກໍ່ສະຫງົບຢູ່
ແຕ່ມາເບິ່ງເລື່ອງເສດຖະກິດນັ້ນ--------ຫຼາຍຄົນວ່າບໍ່ພໍກິນ ແທ້ແລ້ວ

ຫຼາຍອັນຫຼາຍແນວຄົນເວົ້າ---------------ວ່າປະເທດເຮົາຍັງບໍ່ພັດທະນາ
ມີຄົນວ່າຍັງບໍ່ທັນສ້າງສາ-----------------ເດີນດຸ່ງໄປໜ້າ
ຍັງບໍ່ທັນປະເທດອື່ນນັ້ນ------------------ຄືກ້າວໄກກະໂດດໃຫຍ່
ແມ່ນເຂົາເຮັດແນວໃດແທ້---------------ເຂົາຈິ່ງກ້າວຈະເລີນ ແທ້ແລ້ວ

ບາງຄົນກໍ່ວ່າເວົ້າ--------------------------ມີຄົນສໍ້ໂກງກິນ
ມີອັນໃດພໍປີນ------------------------------ກໍ່ເອົາໄປກິນຈັ່ງຊັ້ນ
ສ່ວນຜູ້ທຸກຈົນນັ້ນ------------------------ອອກແຮງງານໜັກອຶດຢາກ
ແນມທາງໃດຍັງບໍ່ມົ້ນ--------------------ຫາຄົນຍູ້ຊ່ວຍຊູຍັງບໍ່ເຫັນ ວ່າເດ

ຍິນເຂົາຊ່າລືເວົ້າ---------------------------ຄົນສ່ວນໜຶ່ງເຫັນແກ່ເງິນ
ມັກຄວາມເພີດເພີນ------------------------ສ່ວນຕົວເອງທັງນັ້ນ
ເວົ້າເລື່ອງຄວາມເອື້ອເຟື້ອ----------------ຍັງບໍ່ເຫັນເກີດກໍ່
ແນວໃດຊິຈິ່ງຈະເລີນຂຶ້ນ-----------------ກ້າວໜ້າລື່ນເພິ່ນເຂົາ ຫັ້ນເດ

ອັນໜຶ່ງຍິນເຂົາວ່າໄວ້---------------------ຄົນຂີ້ຄ້ານກໍ່ຫຼາຍ
ແຖມຍັງເປັນຄົນຂີ້ອາຍ--------------------ບໍ່ກ້າສະແດງອອກຊ້ຳ
ເວົ້າມາເຖິງຝ່າຍກ້ຳ-----------------------ກ້ຳຝ່າຍຄົນທຸກ
ວ່າຍັງບໍ່ທັນມີໃຜດັນຊຸກຍູ້-----------------ຄູຂຶ້ນຍ້ອນຍາກຈົນ ແມ່ນບໍ

ເຂົາວ່າປະເທດເຮົານີ້--------------------ຜະລິດຕະພັນພາຍໃນບໍ່ມີຫຼາຍ
ມີແຕ່ອິງອາໄສ---------------------------ໃສ່ແຕ່ປະເທດອ້ອມຂ້າງ
ກ່າວຮອດວ່າເຄື່ອງໃຊ້------------------ຂອງມະຍິກມະຍ່ອຍ
ຈົນຮອດໄມ້ຈິ້ມແຂ້ວ---------------------ກໍ່ນຳເຂົ້າຈາກຕ່າງແດນ ວ່າເດ

ອີກອັນໜຶ່ງຍິນເຂົາວ່າ-------------------ສິນຄ້າລາຄາບໍ່ສະເໝີ
ແມ່ນວ່າຮອດຖ້ວຍເຝີ-------------------ກໍ່ຕ່າງກັນຫຼາຍລົ້ນ
ເງິນເດືອນພັດວ່າໜ້ອຍ----------------ບໍ່ພໍກິນໃຊ້ຈ່າຍ
ແລ້ວເຮັດຈັ່ງໃດບໍ່ໃຫ້ຢູ່ຍາກ-----------ຄ່າຄອງຊີບກໍ່ແພງ ແທ້ແລ້ວ

ຍິນຫຼາຍອັນຄົນຊ່າລືລົ້ນ----------------ການເກີດໃນບ້ານເຮົາ
ມີຫຼາຍແນວເລື່ອງລາວ-----------------ກໍ່ບໍ່ແນ່ໃຈຄວາມຈິງແທ້
ແຕ່ເຂົາວ່າແນວນັ້ນ----------------------ປະເທດເຮົາຍັງດ້ອຍຢູ່
ຍັງຊິເຊີດຊູຂຶ້ນ--------------------------ເດີນໜ້າຕໍ່ໄປ ຢູ່ນໍ

ມາເວົ້າອີກເລື່ອງໜຶ່ງນັ້ນ--------------ແມ່ນເລື່ອງການສຶກສາ
ຍິນຫຼາຍຄົນເວົ້າມາ--------------------ວ່າການສຶກສາບ້ານເຮົານັ້ນ
ຍັງບໍ່ສູ້ເມືອງບ້ານ---------------------ຖານໄກທີ່ອື່ນ
ຍັງຖືກເຂົາເວົ້າວ່າໃຫ້----------------ການສຶກສານັ້ນບໍ່ກ້າວທັນເຂົາ ວ່າເດ

ເຖິງແນວໃດກໍ່ຕາມທ້ອນ-------------ເຊື່ອວ່າຈະພັດທະນາ
ຕໍ່ໄປຄົງງາມຕາ-----------------------ທັງໃນເມືອງຊົນນະບົດພ້ອມ
ມີທ່ອງທ່ຽວມາເດີນອ້ອມ--------------ເມືອງບ້ານເປັນຕາທ່ຽວ
ຫຼາຍຄົນມາກົມກ້ຽວ-------------------ສາມັກຄີແທ້ແນ່ນອນ

ເຖິງແນວໃດກໍ່ເຊື່ອໝັ້ນວ່າ-------------ຕໍ່ໄປຈະມີແນວດີໆ
ໃຫ້ບ້ານເມືອງສຸກຂີ---------------------ສືບສານເມືອໜ້າ
ທາງວັດທະນາທຳພ້ອມ----------------ເສດຖະກິດຂະຫຍາຍຕື່ມ
ມີຫຼາຍເລື່ອງໃໝ່ກ້າວ------------------ລາວນັ້ນພັດທະນາແທ້ແລ້ວ

ເວົ້າເລື່ອງການເມືອງມາຜິດພາດປະການໃດຂໍອະໄພເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ໂອ ກອນກາບນ້ອຍ ...................... ຄ່ອຍຟັງດີມັນຊິໃຫ່ຍ
ມັນຊິໄປບ່ອນເບື້ອງ ....................... ການເມືອງແທ້ທຸກຄຳ
ຂ້ອຍບໍ່ຂໍອອກຄຳເຫັນນຳ ........................ ໃນວາລະກຳກອນນີ້
ຄິດດີດີຄ່ອຍຂຽນແຕ້ມ ........................ ຊິແຖມພ້ອມແຕກຕອນປາຍ.
+ພຽງຫນື່ງຄຳບັນລະຍາຍ ....................... ອະທິບາຍອອກມາເປັນຫລາຍຮ້ອຍ
ຢ້ານແຕ່ພຽງຄຳນ້ອຍ ....................... ຝອຍໄປຫລາຍມັນຊິໃຫ່ຍ
ມັນຊິໄຂໄປຫນ້າ ........................ ລາມອອກເປັນວາ
ຂໍໂທດໃດທີ່ມາຈາ ....................... ວາທີຂວາງຄວາມເພີ່ນ.ໂທດໃດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ໂອ ກອນກາບນ້ອຍ ...................... ຄ່ອຍຟັງດີມັນຊິໃຫ່ຍ
ມັນຊິໄປບ່ອນເບື້ອງ ....................... ການເມືອງແທ້ທຸກຄຳ
ຂ້ອຍບໍ່ຂໍອອກຄຳເຫັນນຳ ........................ ໃນວາລະກຳກອນນີ້
ຄິດດີດີຄ່ອຍຂຽນແຕ້ມ ........................ ຊິແຖມພ້ອມແຕກຕອນປາຍ.
+ພຽງຫນື່ງຄຳບັນລະຍາຍ ....................... ອະທິບາຍອອກມາເປັນຫລາຍຮ້ອຍ
ຢ້ານແຕ່ພຽງຄຳນ້ອຍ ....................... ຝອຍໄປຫລາຍມັນຊິໃຫ່ຍ
ມັນຊິໄຂໄປຫນ້າ ........................ ລາມອອກເປັນວາ
ຂໍໂທດໃດທີ່ມາຈາ ....................... ວາທີຂວາງຄວາມເພີ່ນ.ໂທດໃດ...

ຂ້ອຍກໍ່ເວົ້າແລ້ວເດວ່າ---------------------ຜິດພາດປະການໃດຂໍອະໄພ
ຄວາມຮູ້ຍັງບໍ່ໄກ----------------------------ມີຫຼາຍອັນຫຼາຍແນວເວົ້າຂຶ້ນ
ເປັນຄວາມເດິກຄວາມຕື້ນ-----------------ໃຫ້ພິຈາລະນາເຕີມຕໍ່
ມີຫຼາຍເລື່ອງລາວວ່າໄວ້-------------------ຈັ່ງໃດນັ້ນຕ້ອງໄຖ່ຕອງ ແມ່ນບໍ? :) ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດແສນຄົມໆນີ້,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບໍ່ມີຫຍັງມາປຸນປຽບ
ບໍ່ມີຫຍັງຊິທຽບໄດ້,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບ່ອນໄຂຂໍ້ກາບກອນ
ມັນສະລັບສັບຊ້ອນ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ຊ່ອນເງື່ອນຄົມໃນ
ຫາກບໍ່ວິໄຈດີໆ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບາງທີບໍ່ເຫັນສົ້ນ.ແມ່ນບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ສຸດແສນຄົມໆນີ້,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບໍ່ມີຫຍັງມາປຸນປຽບ
ບໍ່ມີຫຍັງຊິທຽບໄດ້,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບ່ອນໄຂຂໍ້ກາບກອນ
ມັນສະລັບສັບຊ້ອນ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ຊ່ອນເງື່ອນຄົມໃນ
ຫາກບໍ່ວິໄຈດີໆ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ບາງທີບໍ່ເຫັນສົ້ນ.ແມ່ນບໍ

ແມ່ນແລ້ວ ອັນວ່າສົ້ນທີ່ວ່ານັ້ນ--------------ກໍ່ເປັນພຽງສົ້ນກອນ
ສ້າງຄວາມມ່ວນອອນຊອນ-----------------ບໍ່ຫຼາຍກໍ່ໜ້ອຍ
ເປັນຄະຕິເຄືອນໃຈພ້ອມ--------------------ຫຼາຍອັນບອກກ່າວ
ສະໄໝກ່ອນກີ້ບ່າວສາວນັ້ນ---------------ຍັງໃຊ້ຈີບກັນວ່າເດ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ເດິກໆຂ້ອນ....................................ຊິຂໍລາໄປນອນກ່ອນ
ຝາກຄຳວອນກອນນ້ອຍ..........................ນາງຍັງຄອງຄອຍຄົນຕອບ
ຫົວໃຈບາງບອບນ້ອຍ............................ຍັງຄອຍຈ້ອງຈອບມອງ
ຍັງຄົງຄອງຄອຍຫາ...............................ຜູ້ຈະມາຈາຕ້ານຂານຕອບຄຳກອນ.ຢູ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ມື້ນີ້ເດິກໆຂ້ອນ....................................ຊິຂໍລາໄປນອນກ່ອນ
ຝາກຄຳວອນກອນນ້ອຍ..........................ນາງຍັງຄອງຄອຍຄົນຕອບ
ຫົວໃຈບາງບອບນ້ອຍ............................ຍັງຄອຍຈ້ອງຈອບມອງ
ຍັງຄົງຄອງຄອຍຫາ...............................ຜູ້ຈະມາຈາຕ້ານຂານຕອບຄຳກອນ.ຢູ່ໃດ

ໂອ ຢູ່ນີ້ກໍ່ເດິກແລ້ວ---------ຊິໄປນອນກ່ອນເດີ
ມື້ໜ້າມາຈາໄຂ--------------ຕອບກາບກອນເຈົ້າ
ເຈົ້າກໍ່ຊ່າງມາເວົ້າ-----------ເປັນກອນເກາະກ່າຍ
ລະບາຍໄດ້ມ່ວນແມ້ງ-------ເອົາຈັ່ງຊີ້ຝັນດີເດີ ມື້ໜ້າພົບກັນ :)

໖ ກະທູ້
໙໗ ໂພສ
ນັກການກະທູ້
ວັນນີ້ວັນດີລ້ຳ.........................ວັນໃຫຍ່ແຫ່ງອາຈານ
ຮຽມຂໍຂານເປັນກອນ................ອວຍພອນຄູຜູ້ຄຸນລົ້ນ
ທີ່ສະຫລະສອນສ້າງ.................ໃຫ້ສິດຕົນເປັນຄົນເກ່ງ
ເຖີງຊິທຸກເຮ່ງຮ້ອນ....................ບໍ່ມີຍ້ອນທໍ້ຖອຍ
-ໃນນາມສິດຜູ້ນ້ອຍ...................ກ່າວພອນແດ່ແກ່ອາຈານ
ຂໍໃຫ້ສຳລານສຸກ.......................ບານກະເສມເດີເຈົ້າ
ຢ່າໄດ້ມີທຸກຮ້ອນ........................ປະການໄດມາຂ້ອງແວ່
ສິ່ງໄດດີເລີດລ້ຳ..........................ບຸນຄ້ຳທຸກປະສົງເຖີດນາ
-ຂໍໃຫ້ຄູໃນທົ່ວລ້າ.......................ແຄ້ວນຖິ່ນດິນລາວ
ໃຫ້ອາຍຸຍາວຍົງ.........................ອີ່ມຫນຳສຸກຂີລົ້ນ
ເປັນດັ່ງໂພໄຊຕົ້ນ.......................ແຜ່ໃບງ່າກີ່ງ
ບັງແດດລົ້ມຝົນພ້ອມ.....................ໃຫ້ດິນນັ້ນຊຸ່ມເຢັນແດ່ທອນ
-ຮຽມນີ້ຂໍຂະມາພ້ອມ.......................ຕໍ່ທຸກສິ່ງກາຍເກີນ
ການກະທຳວາຈາໄຂ......................ທີ່ລ່ວງເກີນອາຈານເຈົ້າ
ຂໍໃຫ້ຄູອາໄພດ້ວຍ.........................ຢ່າຖືໂພຍແຄ້ນໂກດ
ເປັນເພາະສິດຍັງຮຽນນ້ອຍ.........................ຄວາມຮູ້ນັ້ນຍັງບໍ່ເຖີງນັ້ນນາ
-ຮຽມຂໍໂຈະໄວ້ເທົ່ານີ້..........................ການກ່າວຄຳອວຍພອນ
ໂອກາດຫນ້າວຽນມາເຖີງ.....................ຊິຕ່າວມາອວນພອນເຈົ້າ
ເຖີງວ່າບໍ່ໄດ້ເປັນສິດແລ້ວ.....................ແຕ່ຄູນຄູບໍ່ມີເສື່ອມ
ຮຽມຈະຈຳຈື່ໄວ້.................................ວ່າອາຈານມີຄູນລົ້ນ ຄ້ຳນີ້ບໍ່ມີລືມແທ້ແລ້ວ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ວັນນີ້ວັນດີລ້ຳ.........................ວັນໃຫຍ່ແຫ່ງອາຈານ
ຮຽມຂໍຂານເປັນກອນ................ອວຍພອນຄູຜູ້ຄຸນລົ້ນ
ທີ່ສະຫລະສອນສ້າງ.................ໃຫ້ສິດຕົນເປັນຄົນເກ່ງ
ເຖີງຊິທຸກເຮ່ງຮ້ອນ....................ບໍ່ມີຍ້ອນທໍ້ຖອຍ
-ໃນນາມສິດຜູ້ນ້ອຍ...................ກ່າວພອນແດ່ແກ່ອາຈານ
ຂໍໃຫ້ສຳລານສຸກ.......................ບານກະເສມເດີເຈົ້າ
ຢ່າໄດ້ມີທຸກຮ້ອນ........................ປະການໄດມາຂ້ອງແວ່
ສິ່ງໄດດີເລີດລ້ຳ..........................ບຸນຄ້ຳທຸກປະສົງເຖີດນາ
-ຂໍໃຫ້ຄູໃນທົ່ວລ້າ.......................ແຄ້ວນຖິ່ນດິນລາວ
ໃຫ້ອາຍຸຍາວຍົງ.........................ອີ່ມຫນຳສຸກຂີລົ້ນ
ເປັນດັ່ງໂພໄຊຕົ້ນ.......................ແຜ່ໃບງ່າກີ່ງ
ບັງແດດລົ້ມຝົນພ້ອມ.....................ໃຫ້ດິນນັ້ນຊຸ່ມເຢັນແດ່ທອນ
-ຮຽມນີ້ຂໍຂະມາພ້ອມ.......................ຕໍ່ທຸກສິ່ງກາຍເກີນ
ການກະທຳວາຈາໄຂ......................ທີ່ລ່ວງເກີນອາຈານເຈົ້າ
ຂໍໃຫ້ຄູອາໄພດ້ວຍ.........................ຢ່າຖືໂພຍແຄ້ນໂກດ
ເປັນເພາະສິດຍັງຮຽນນ້ອຍ.........................ຄວາມຮູ້ນັ້ນຍັງບໍ່ເຖີງນັ້ນນາ
-ຮຽມຂໍໂຈະໄວ້ເທົ່ານີ້..........................ການກ່າວຄຳອວຍພອນ
ໂອກາດຫນ້າວຽນມາເຖີງ.....................ຊິຕ່າວມາອວນພອນເຈົ້າ
ເຖີງວ່າບໍ່ໄດ້ເປັນສິດແລ້ວ.....................ແຕ່ຄູນຄູບໍ່ມີເສື່ອມ
ຮຽມຈະຈຳຈື່ໄວ້.................................ວ່າອາຈານມີຄູນລົ້ນ ຄ້ຳນີ້ບໍ່ມີລືມແທ້ແລ້ວ

ເຈົ້າ! ແມ່ນແລ້ວທ່ານເຈົ້າ------------------ມື້ນີ້ເປັນວັນຄູ
ມາອວຍພອນເຊີດຊູ------------------------ພະຄຸນຄູຊ່າງມ່ວນແມ້ງ
ແມ່ນແລ້ວນ້ຳໃຈຄູບໍ່ເຫືອດແຫ້ງ----------ສອນຊີ້ແຈງສິດເຕີມຕໍ່
ແຕ່ລະມື້ທ່ານໄດ້---------------------------ກຽມໃຈພ້ອມສົ່ງບົດຮຽນ ແທ້ແລ້ວ

ເຈົ້າຊ່າງແຕ່ງກອນມ່ວນແທ້--------------ກອນອວຍພອນຄູ
ເຮົາກໍ່ຂໍເຊີດຊູ------------------------------ຄູລາວທົ່ວໜ້າ
ໃຫ້ອາຍຸວັນນາແຂງເຂັ້ມ------------------ປະສົບຜົນສຳເລັດທີ່ສ້າງກໍ່
ສືບຕໍ່ພັດທະນາການຮຽນກ້າວ-----------ໄປພ້ອມຄວາມສີວິໄລ ແທ້ແລ້ວ

ຂອບໃຈທີ່ມາຮ່ວມສ້າງ--------------------ກອນກາບມ່ວນຫຼາຍ
ຕ້ອງໄດ້ຂໍຂອບໃຈ-------------------------ທີ່ມາຮ່ວມແຕ່ງກອນມ່ວນແມ້ງ
ມື້ໜ້າມາແຕ່ງສ້າງ-------------------------ເສີມກາບກອນໃໝ່
ສອນຜູ້ຍັງບໍ່ທັນແຕ່ງກອນເປັນໄດ້--------ຮຽນຮູ້ແຕ່ງນຳ ແດ່ເດີທ່ານເອີຍ

ອັນນີ້ກໍ່ຍັງບໍ່ຊ່າງແທ້-----------------------ບໍ່ທັນເກັ່ງກອນກະວີ
ບໍ່ທັນເກັ່ງອີ່ຫຼີ-------------------------------ເລື່ອງກະວີກອນກ້າວ
ອາໃສຄວາມຫັນຫ້າວ---------------------ມັກກອນເຕີມຕໍ່
ມີອັນໃດບໍ່ຄ່ອງແຄ້ວ-----------------------ມາຊ່ວຍຊີ້ແນະແນວທາງແດ່ເດີ ຂອບໃຈ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມາວັນນີ້ບໍ່ຮູ້ຊິກ່າວແກ້................ໄຂຂໍ້ຕໍ່ວາຈາ
ບໍ່ຮູ້ວ່າເປັນຫຍັງ.......................ຄິດອີ່ສັງກະບໍ່ອອກ
ບອກບໍ່ຖືກຈັ່ງໃດບຸ....................ຮ້ອນລະອຸໃນດວງໃຈ
ເປັນວາດໃດວາດໜຶ່ງ................ຄວາມຄິດມັນອື້ອຶງ

ເປັນອຶງຕຶງມືດມົ້ວ....................ອາລົມມົວໝອງໝົ່ນ
ສັບສົນອົນລະວົນ....................ເຮັດຫຍັງກະບໍ່ຖືກ
ເໝືອນເອົາຕຶກຮ້ອຍຊັ້ນ............ມາຕັ້ງທັບຫົວໃຈໄວ້
ເຮັດຈັ່ງໃດຈິ່ງຫາຍ..................ຂ້ອຍຄິດຫລາຍບໍ່ນໍນີ້

ວັນນີ້ມາແບບເສົ້າໆ.................ບອກເລົ່າເຖິງອາລົມຈິດ
ທີ່ຜິດຜວນລວນເລ..................ວັ່ງເວໄຫວຫວັ່ນ
ຫລາຍອັນພາໃຫ້ຄິດ................ເລື່ອງຊີວິດທີ່ຍາກຫຍຸ້ງ
ໃຜຫາກມີທາງແກ້...................ຊ່ວຍບອກແດ່ເພື່ອຜ່ອນຄາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາບັດນີ້-----------------------ຄືບໍ່ມີຄົນມາຕໍ່ກອນ
ຈັກພາກັນໄປນອນ-------------ຫຼືໄປໃສໝົດແລ້ວ
ຄືບໍ່ມາແຖວນີ້-------------------ມາເຕີມກອນແຕ່ງຕໍ່
ຍັງຖ້າຕອບຢູ່ນີ້-----------------ມາມ່ວນແຕ່ງກາບກອນ ແດ່ເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນ2ເທື່ອແລ້ວ------------------ຄົງບໍ່ເປັນຫຍັງ
ຄິດວ່າຊິແຕ່ງກອນຫຼັງ--------------ພັດກົດໄປ2ເທື່ອແລ້ວ
ເລີຍແຕ່ງເປັນກອນກາບແກ້ວ-------ວ່າເມັ້ນ 2 ເທື່ອກ່ອນ
ມັນອອກເປັນຄຳຊ້ຳໆ----------------ມາຢ້ຳບໍ່ຄັກປານໃດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມາວັນນີ້ບໍ່ຮູ້ຊິກ່າວແກ້................ໄຂຂໍ້ຕໍ່ວາຈາ
ບໍ່ຮູ້ວ່າເປັນຫຍັງ.......................ຄິດອີ່ສັງກະບໍ່ອອກ
ບອກບໍ່ຖືກຈັ່ງໃດບຸ....................ຮ້ອນລະອຸໃນດວງໃຈ
ເປັນວາດໃດວາດໜຶ່ງ................ຄວາມຄິດມັນອື້ອຶງ

ເປັນອຶງຕຶງມືດມົ້ວ....................ອາລົມມົວໝອງໝົ່ນ
ສັບສົນອົນລະວົນ....................ເຮັດຫຍັງກະບໍ່ຖືກ
ເໝືອນເອົາຕຶກຮ້ອຍຊັ້ນ............ມາຕັ້ງທັບຫົວໃຈໄວ້
ເຮັດຈັ່ງໃດຈິ່ງຫາຍ..................ຂ້ອຍຄິດຫລາຍບໍ່ນໍນີ້

ວັນນີ້ມາແບບເສົ້າໆ.................ບອກເລົ່າເຖິງອາລົມຈິດ
ທີ່ຜິດຜວນລວນເລ..................ວັ່ງເວໄຫວຫວັ່ນ
ຫລາຍອັນພາໃຫ້ຄິດ................ເລື່ອງຊີວິດທີ່ຍາກຫຍຸ້ງ
ໃຜຫາກມີທາງແກ້...................ຊ່ວຍບອກແດ່ເພື່ອຜ່ອນຄາຍ

ອ້າວເປັນອັນໃດບັດນີ້----------------ຄືວ່າອັ່ງອຸກ
ຈັກໄປພໍ້ຄວາມທຸກ-------------------ບຸກມາແຕ່ໃສປານນັ້ນ
ໂອຊີວິດຄົນເຮົານີ້--------------------ມີຫຼາຍອັນຫຼາຍຢ່າງ
ຕ່າງກໍ່ມີທັງນັ້ນ-----------------------ຢ່າໄປເສົ້າຫຼາຍ

ຄິດຫາແນວສັນສ້າງ----------------ຫຼືມານັ່ງແຕ່ງກອນ
ໃຫ້ອ່ານມ່ວນອອນຊອນ------------ບໍ່ຫຼາຍກໍ່ໜ້ອຍ
ອ່ານໄປຫຼາຍໃຈຫາກຊື່ນຊ້ອຍ------ຢ່າຄິດຫຼາຍນຳເລື່ອງເກົ່າ
ຄິດໄປຫຼາຍຊິເຖົ້າລ້າໆ---------------ບໍ່ຄຸ້ມຄ່າບໍ່ຕ້ອງຄິດນຳເດີ ອິອິ