ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 5 ຈາກທັງໝົດ 15 ໜ້າ <<<1234567 ... 1112131415>>>

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ເປີດມາກະເຫັນກາບກອນ...................ອອນຊອນຜູ້ຂຽນກອນເກັ່ງ
ບາດຂ້ອຍມີແຕ່ນັ່ງເຊັງໆ....................ເປີດເພງຟັງກະບໍ່ໄດ້
ຫົວໃຈຂ້ອຍກະເລີຍເຫງົາ...................ສາວໆກະບໍ່ເຄີຍຊິສົນໃຈ
ໃຫ້ນັ່ງໄຫ້ນ້ຳຕາໄຫຼຢູ່ຄົນດຽວ...............ໂດດດ່ຽວດຽວນີ້ກະຍັງໄຫ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...

ເວົ້າໄປ! ເປັນຕາຫົວແທ້---------------------ບໍ່ຕ້ອງເສົ້າບໍ່ຕ້ອງເຫົງາ
ມາແຕ່ງກອນຍັງບັນເທົາ---------------------ອາການເຫງົາລົງໄດ້
ບໍ່ໄດ້ຫຼາຍກໍ່ໜ້ອຍ-----------------------------ເທື່ອໜ້າມາແຕ່ງໃໝ່
ແຕ່ງຫຼາຍໆໆກວ່ານີ້--------------------------ກໍ່ໄດ້ບໍ່ເປັນຫຍັງເດີ :)

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຢາກຫຼັບແລ້ວສາວເອີຍ......................ຂໍນອນກ່ອນເດີ!
ມື້ອື່ນຊິມາເປີດເມີ..............................ແນວເລີກະຍັງຄິດຮອດຢູ່
ກະທູ້ຂອງເຈົ້ານິໂມນຫຼາຍ....................ຂ້ອຍລະອາຍເຈົ້າເດ...
ຂຽນກອນກະເປັນໂລໆເລໆ..................ມີຖືຮອດຫຼັກໄວຍະກອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...
ຢາກຫຼັບແລ້ວສາວເອີຍ......................ຂໍນອນກ່ອນເດີ!
ມື້ອື່ນຊິມາເປີດເມີ..............................ແນວເລີກະຍັງຄິດຮອດຢູ່
ກະທູ້ຂອງເຈົ້ານິໂມນຫຼາຍ....................ຂ້ອຍລະອາຍເຈົ້າເດ...
ຂຽນກອນກະເປັນໂລໆເລໆ..................ມີຖືຮອດຫຼັກໄວຍະກອນ

ອັນໃດກະທູ້ມີໂມນນະຫັ້ນ--------------------ໂມນນັ້ນເປັນຈັ່ງໃດ
ມື້ໜ້າບໍ່ໄດ້ໄປໃສ------------------------------ເອົາໂມນມາເບິ່ງເດີເຈົ້າ
ແລ້ວກໍ່ມາຈາເວົ້າ------------------------------ແຕ່ງກອນກ້ອມນຳກັນອີກ
ຢ່າໄດ້ໜີຫຼີກພົ້ນ-------------------------------ຢ່າເວົ້າວ່າອາຍບໍ່ເປັນຫຍັງນ໋າ :)

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ແຕ່ງແນວເລີເກາະ,,,,,,,,,,,,,,,,,ກັນລະແຕ່ງບໍ່ເປັນ
ເອົາແນວນີ້ກະພໍແລ້ວບໍ່

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...

ອອຍ ອັນແຕ່ງກອນໜຶ່ງນັ້ນ-------------------ມັນຕ້ອງເປັນວັກຕອນ
ຊິໃຫ້ມ່ວນອອນຊອນ---------------------------ກໍ່ຕ້ອງຖືກຕາມຫຼັກໄວຍາກອນພ້ອມ
ຈະໃຫ້ເປັນກອນກ້ອມ--------------------------ວັກໜຶ່ງຕ້ອງມີ 4 ແຖວກ່ອນ
ຈິ່ງຕໍ່ຕອນໄປຕື່ມໄດ້---------------------------ໜຶ່ງກອນນັ້ນມີ 4 ວັກ ໃດທ່ານເອີຍ :)

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອັນວ່າເຈົ້າຜູ້ຂີ້ຮ້າຍ------------ໃຫ້ຟ້າວຂີ່ເຮືອກາຍ
ຍາມເມື່ອເຈົ້າພົບຊາຍ---------ໃຫ້ຟ້າວພາຍເຮືອເວັ້ນ
ຢ້ານວ່າເຂົາພົບເຫັນນ້ອງ-----ຕາເວັນທອງຊິໝອງຫມົ່ນ
ຄົນກະຄົນຕ່າງດ້າວ-----------ຕົວເຈົ້າໃຫ້ຟ້າວໄປ ຊັ້ນແລ້ວ ແຮແຮ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ສະບາຍດີຍາມເຊົ້າ.......................ມືນຕາມາກະເປີດເຂົ້າພັນລາວ
ສະບາຍດີໜຸ່ມສາວ.......................ແຟນພັນລາວເຮົານີ້
ຕືນມາຮອດມື້ໃໝ່ນີ້.......................ແສງແດດກະມິເຫັນ
ມັນເປັນສີໜາວໆ..........................ຫາວນອນອ້າປາກກ້ວາງໆ...

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາຍາມຫລາຍຄັ້ງ.......ຂ້ອຍຫວັງຢາກແຕ່ງກອນ
ແຕ່ກະບໍ່ມີຄົນສອນ......ຂ້ອຍກະເລີຍນອນຫມົດມື້
ມືກະກ່າຍຫນ້າຜາກ....ປາກກະອ້າຈ໋ອງປ່ອງ
ຈຶ່ງຂໍວອນພານ້ອງຫລ້າ ...ອາສາເປັນຄູແດ່ໄດ້ບໍນໍ....ເດີນາງເດີ...ເດີໆ ນາງເດີ...ງັກ ງັກ..!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ອັນວ່າເຈົ້າຜູ້ຂີ້ຮ້າຍ------------ໃຫ້ຟ້າວຂີ່ເຮືອກາຍ
ຍາມເມື່ອເຈົ້າພົບຊາຍ---------ໃຫ້ຟ້າວພາຍເຮືອເວັ້ນ
ຢ້ານວ່າເຂົາພົບເຫັນນ້ອງ-----ຕາເວັນທອງຊິໝອງຫມົ່ນ
ຄົນກະຄົນຕ່າງດ້າວ-----------ຕົວເຈົ້າໃຫ້ຟ້າວໄປ ຊັ້ນແລ້ວ ແຮແຮ

ເອີຍ ເປັນຕາງົງນຳກອນເຈົ້າ---------ຈັກວ່າເວົ້າອິຫຍັງ
ເວົ້າວ່າເຮົາຂີ້ຮ້າຍຄືຕາຊັງ------------ແຕ່ພັດວ່າບອກຫັນຫຼັງໃຫ້ຊາຍເວັ້ນ
ອັນວ່າຕາເວັນທອງທີ່ວ່ານັ້ນ-----------ແປວ່າແມ່ນຜູ້ໃດເກາະ?
ເວົ້າຮອດຄົນຕ່າງດ້າວອີກເນາະ------ເຮົາລະງົງເກາະ ມາອະທິບາຍແຈ້ງແນ່ເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...
ສະບາຍດີຍາມເຊົ້າ.......................ມືນຕາມາກະເປີດເຂົ້າພັນລາວ
ສະບາຍດີໜຸ່ມສາວ.......................ແຟນພັນລາວເຮົານີ້
ຕືນມາຮອດມື້ໃໝ່ນີ້.......................ແສງແດດກະມິເຫັນ
ມັນເປັນສີໜາວໆ..........................ຫາວນອນອ້າປາກກ້ວາງໆ...

ໂອມາມື້ບັດນີ້--------------------ເຈົ້າແຕ່ງກອນມ່ວນດີ
ຍ້ອນໄປນອນອີ່ມຕິ-------------ຄືແຕ່ງກອນດີມ່ວນແທ້
ມື້ໜ້າມາແຕ່ງໃໝ່ເດີເຈົ້າ-----ຢ່າຟ້າວໄປໄກຫຼີກ
ມີເວລາໃຫ້ມາແວ່ພ້ອມ--------ແຕ່ງກອນກ້ອມນຳກັນແທ້ແລ້ວ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ພະຍາຍາມຫລາຍຄັ້ງ.......ຂ້ອຍຫວັງຢາກແຕ່ງກອນ
ແຕ່ກະບໍ່ມີຄົນສອນ......ຂ້ອຍກະເລີຍນອນຫມົດມື້
ມືກະກ່າຍຫນ້າຜາກ....ປາກກະອ້າຈ໋ອງປ່ອງ
ຈຶ່ງຂໍວອນພານ້ອງຫລ້າ ...ອາສາເປັນຄູແດ່ໄດ້ບໍນໍ....ເດີນາງເດີ...ເດີໆ ນາງເດີ...ງັກ ງັກ..!

ນ້ານ! ແຕ່ງກອນເກັ່ງປານນີ້--------------------ທຳທ່າວ່າບໍ່ເປັນ
ເຫັນເຈົ້າແຕ່ງກອນໄປ--------------------------ກໍ່ມ່ວນຫຼາຍເດີນີ້
ຖືກຫຼັກການເອກໂທພ້ອມ-----------------------ມີເວລາມາແຕ່ງຕື່ມ
ຢ່າລືມເດີມາແວ່ກະທູ້ນີ້--------------------------ແຕ່ງກອນກ້ຽວປານລຳ ແທ້ເດີ ຮາໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ເຮົາຫ່າງໄກກັນລ້ຳ .................ຄົນລະກ້ຳແດນດິນ
ຈັກຢູ່ກີນແນວໃດ ................... ດວງຕາບໍ່ເຫັນໄດ້
ພຽງແຕ່ໄຂກ່າວເວົ້າ ..................ເອົາຫົວໃຈສານຕໍ່
ຂອຍເລີ້ມທໍ້ແລ້ວລະເຈາ .................ຫົວໃຈເຫົງາເລີ່ມຫວັ່ນໄຫວ.ແລວເດ
+ ຕັ້ງແຕ່ລໍຖ້າເຈາ .....................ເຂາຫລາຍປີເຕີບເກີນນານ
ຂໍໃຫ້ຂານຈາໄຂ.................... ຈະເອົາຈັ່ງໃດແທ້
ຈະໃຫ້ແມ່ມາຂໍຫມັ້ນ ................ກໍ່ວ່າກັນສາກ່ອນ
ຈັກຫນ່ອຍຖອນໃຈແລ້ວ.............. ບໍ່ເຫັນຈ້ອຍຮອດເງົາ.ພຸນເນີ
+ ຂໍໃຫໄຂຂອດແກ……………….ຂານຕອບຄວາມໃນ
ຖະແຫລງຄວາມໃນໃຈ………….ວາຈງໃດກັນແທ
ຂໍໃຫມາຊວຍແກ………………..ບົງບອກຄວາມຈີງ
ຫລັກຖານແລະບອນອີງ………….ພໍຫມັດໃຈໃຫເຊອໄດ.ນນຫນາ
+ ຫລາຍຄືນຫລງນຕາ………………ຄິດຂນມາພາໃຈທ
ຄິດມໆມວນມວຍ………………….ຢານເຈາອວາຍເປັນແນວສອງ
ປະໃຫຄອງຄອຍຫາ…………………ຢານກັບມາແລວມິດຈອຍ
ຢານແຕໃຈດວງນອຍ……………….ຊິຄອຍລາວາຈງໃດ.ເດໜໍ
+ ຄວາມອົດທົນຄົນເຮົານັ້ນ.................ມັນມີຂີດຈຳກັດ
ບໍ່ແມ່ນຕັດທາງທຽວ .......................ຍັງຮັກດຽວບມີເວັ້ນ
ພຽງແຕ່ເປັນຫ່ວງເຈາ .....................ຢ້ານລືມເກາປຽນແປໄປ
ປະໃຫໃຈຄົນຄອງຄອຍ…………….ມຸນເປັນຝອຍດງຂຜຸນ.ຊິເປັນບໍ
++++++++++++++++++

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອ ໄປຫຼົງມັກໃຜເດທ່ານເຈົ້າ---------------ຈົນວ່າເອົາຮູບເຂົາມາໃສ່ໂປຣຟາຍ
ຄົງຈະຄິດນຳເຂົາຫຼາຍ-----------------------ຈິ່ງພິມຜິດໆຖືກໆຫຼາຍແທ້
ຈັ່ງໃດກໍ່ມາກວດແກ້--------------------------ເບິ່ງກອນເຈົ້າຕື່ມອີກ
ຄິດຫາແຕ່ຜູ້ສາວນັ້ນ------------------------ຢາກໄດ້ເມຍແລ້ວແມ່ນບໍ? ເອີຍ ຮາໆໆ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອາລົມຄົນແຕ່ລະມື້.....................ມັນຊ່າງປ່ຽນແປຜັນ
ມີບາງວັນຊື່ນໃຈ........................ຄິດອັນໃດກໍ່ມ່ວນແມ້ງ
ຄິດແຕ່ງກອນວອນເວົ້າ................ຢອກເຍົ້າຈ່າຍວາຈາ
ໂອ ອະນິດຈາຄວາມຄິດ..............ວິປະລິດແທ້ນໍເຈົ້າ

ບາງວັນມັນແສນເສົ້າ..................ນັ່ງກອດເຂົ່າເຫງົາຫງອຍ
ນັ່ງຕາລອຍເພີ້ຝັນ......................ໂອໂລກັນມັນຊ່າງອົດສູ
ຢູ່ດຽວດາຍຫງອຍເຫງົາ...............ຂາດເຜົ່າພັນເພື່ອນພ້ອງ
ຊ່າງມົວໝອງໃນອາລົມ................ເສົ້າລະທົມບໍ່ຫາຍສວ່າງ

ວັນນີ້ເຂົ້າມາພໍ້...........................ເພື່ອນທັງຫລາຍຈ່າຍບົດກອນ
ຢອກຢ້ອນກັນໄປມາ....................ເຈລະຈາວາງວາດ
ສາດຄຳເວົ້າອ່ອນໂຍນ.................ທ່ອມຕົນວ່າບໍ່ຊ່າງ
ບາດວ່າວາງວາດເວົ້າ..................ແສນລະຫ້ອຍອ່ອຍຄຳຫວານ ແທ້ເດ່

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

555555555
ໂທດໃດ...ຮີບຟັ່ງຟ້າວ............................ພີມກອນຍາວບໍ່ໄດ້ອ່ານ
ຜິດປະການໃດໃຫ້ຊ່ວຍແກ້.......................ແປປ່ຽນແປງເອົາ
ຈາກຄົນເຫົງາຄອຍຫາ............................ແຟນຈາກລາບໍ່ຄືນບ້ານ
ຜິດປະການໃດອາໄພໃຫ້.........................ຈິດໃຈຄົນຜູ້ບໍ່ທ່ຽງ.ແດ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ຊ່າງມາເຫົງາອັນໃດເດເຈົ້າ-------------------ບໍ່ຕ້ອງຄິດເຫົງຫງອຍ
ບໍ່ຕ້ອງຄິດໃຈລອຍ-----------------------------ໄປໃສທັງນັ້ນ
ຄັນວ່າເຫົງາຢູ່ນັ້ນ-------------------------------ໃຫ້ມາຫຼິ້ນແຕ່ງກອນກາບ
ມີອັນໃດແນວຊາບຊຶ້ງ---------------------------ມາເລົ່າສູ່ກັນຟັງແນ່ເດີ

ຂອບໃຈເດີມາຍົກຍ້ອງ-------------------------ວ່າແຕ່ງກອນອອນຊອນ
ມາອ່ານກອນເຈົ້າຈົນຢາກນອນ---------------ເຈົ້າແຕ່ງກອນອອນຊອນຂຶ້ນທຸກມື້
ບໍ່ຄືເຈົ້າເວົ້າແຕ່ກ່ອນກີ້-------------------------ວ່າແຕ່ງກອນບໍ່ເປັນດອກ
ເຈົ້າແຕ່ງກອນກໍ່ມ່ວນແລ້ວ---------------------ມາແຕ່ງກອນຫຼິ້ນນຳກັນແທ້ ອີກເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

555555555
ໂທດໃດ...ຮີບຟັ່ງຟ້າວ............................ພີມກອນຍາວບໍ່ໄດ້ອ່ານ
ຜິດປະການໃດໃຫ້ຊ່ວຍແກ້.......................ແປປ່ຽນແປງເອົາ
ຈາກຄົນເຫົງາຄອຍຫາ............................ແຟນຈາກລາບໍ່ຄືນບ້ານ
ຜິດປະການໃດອາໄພໃຫ້.........................ຈິດໃຈຄົນຜູ້ບໍ່ທ່ຽງ.ແດ່ໃດ

ບໍ່ເປັນຫຍັງດອກເຈົ້າ-----------------------ຫັ້ນລະເຝົ້າຄິດຫາແຕ່ແຟນ
ຈົນລືມຖີບລືມແດນ-------------------------ບໍ່ເບິ່ງຮອດພິມຄຳເວົ້າ
ແຕ່ບໍ່ເປັນຫຍັງດອກເຈົ້າ------------------ເວລາຫວ່າງມາແຕ່ງໃໝ່
ແຕ່ງກອນອັນໃດກໍ່ໄດ້---------------------ມາແຕ່ງກອນຫຼິ້ນນຳກັນແທ້ ແດ່ເນີ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ບໍ່ເປັນຫຍັງດອກເຈົ້າ-----------------------ຫັ້ນລະເຝົ້າຄິດຫາແຕ່ແຟນ
ຈົນລືມຖີບລືມແດນ-------------------------ບໍ່ເບິ່ງຮອດພິມຄຳເວົ້າ
ແຕ່ບໍ່ເປັນຫຍັງດອກເຈົ້າ------------------ເວລາຫວ່າງມາແຕ່ງໃໝ່
ແຕ່ງກອນອັນໃດກໍ່ໄດ້---------------------ມາແຕ່ງກອນຫຼິ້ນນຳກັນແທ້ ແດ່ເນີ :)

+ມື້ນີ້ຈິດມ່ວນແມ້ງ,,,,,,,,,,,,,,,,,,,,,,,,,,,ໄດ້ແປງກາບກອນໄຂ
ລົມຄວາມໃນນຳສາວພາສຸກ,,,,,,,,,,,,,,,ແສນສຸກໃຈເຫລືອລົ້ນ
ຈົນວ່າລືມຄວາມເສົ້າ,,,,,,,,,,,,,,,,,,,,,,,,ລືມຄວາມເຫົງາແລະອຸກອັ່ງ
ຈິດໃຈສັງມ່ວນແມ້ງ,,,,,,,,,,,,,,,,,,,,,,,,,ມະໂນແຈ້ງສະຫ່ວາງໃສ.ເດໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ມື້ນີ້ຈິດມ່ວນແມ້ງ,,,,,,,,,,,,,,,,,,,,,,,,,,,ໄດ້ແປງກາບກອນໄຂ
ລົມຄວາມໃນນຳສາວພາສຸກ,,,,,,,,,,,,,,,ແສນສຸກໃຈເຫລືອລົ້ນ
ຈົນວ່າລືມຄວາມເສົ້າ,,,,,,,,,,,,,,,,,,,,,,,,ລືມຄວາມເຫົງາແລະອຸກອັ່ງ
ຈິດໃຈສັງມ່ວນແມ້ງ,,,,,,,,,,,,,,,,,,,,,,,,,ມະໂນແຈ້ງສະຫ່ວາງໃສ.ເດໜໍ

ໂອ ເຈົ້າສັງມາຊ່າງເວົ້າ-------------------ເຕີມແຕ່ງເປັນກອນ
ເວົ້າວ່າມ່ວນອອນຊອນ---------------------ສຸກໃຈເຫຼືອລົ້ນ
ຈົນວ່າລືມຄວາມເສົ້າ-----------------------ຊ່າງມາເວົ້າແລະເຕີມຕໍ່
ຂອບໃຈເດີມາຍົກຍ້ອງ---------------------ວ່າມາມ່ວນຍ້ອນແຕ່ງກອນ ດີໃຈນຳເດີ :)

+ບໍ່ໄດ້ມາຖະແດງເວົ້າ,,,,,,,,,,,,,,,,,,,,ເຫລົາຫລາຕົບແຕ່ງ
ບໍ່ໄດ້ແປງປ່ອງປີ້ນ,,,,,,,,,,,,,,,,,,,,,,,,,ປີ່ນຈາກໃຈຈີງ
ແຕ່ຫາກຈາຄວາມຈີງ,,,,,,,,,,,,,,,,,,,,,ນິງມະໂນໄນນ້ອຍ
ອອກຈາໃຈຂອງຂ້ອຍ,,,,,,,,,,,,,,,,,,,,,ຈີງແທ້ແນ່ນອນ.ສາວພາເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ບໍ່ໄດ້ມາຖະແດງເວົ້າ,,,,,,,,,,,,,,,,,,,,ເຫລົາຫລາຕົບແຕ່ງ
ບໍ່ໄດ້ແປງປ່ອງປີ້ນ,,,,,,,,,,,,,,,,,,,,,,,,,ປີ່ນຈາກໃຈຈີງ
ແຕ່ຫາກຈາຄວາມຈີງ,,,,,,,,,,,,,,,,,,,,,ນິງມະໂນໄນນ້ອຍ
ອອກຈາໃຈຂອງຂ້ອຍ,,,,,,,,,,,,,,,,,,,,,ຈີງແທ້ແນ່ນອນ.ສາວພາເອີຍ

ໂອ ຂອບໃຈທີ່ເປັນຈັ່ງຊັ້ນ-----------------ອັນນີ້ກໍ່ດີໃຈ
ຖ້າສ້າງຄວາມມ່ວນຊື່ນໄປ-----------------ຕໍ່ຄົນອື່ນນັ້ນ
ເຈົ້າກໍ່ໝັ່ນມາແຕ່ງກອນນຳກັນໄດ້---------ບໍ່ເປັນຫຍັງເດີໝູ່
ມາມ່ວນນຳກອນກາບນີ້---------------------ຫາກຫວ່າງຊັ້ນດອກເດີ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມາລະບາຍຄວາມເສົ້າ..................ຄວາມຫງ່ວມເຫງົາອອກເປັນກອນ
ເພື່ອຖ່າຍຖອນອາລົມ...................ຜ່ານຄົມກະວີເປັນສື່
ຝຶກຝີມືເທື່ອລະກ້າວ.....................ບອກກ່າວອາລົມຈິດ
ລິຂິດເປັນບົດກອນ......................ສະທ້ອນເຖິງອາລົມຂັນ ນັ້ນລະບົດກອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມາລະບາຍຄວາມເສົ້າ..................ຄວາມຫງ່ວມເຫງົາອອກເປັນກອນ
ເພື່ອຖ່າຍຖອນອາລົມ...................ຜ່ານຄົມກະວີເປັນສື່
ຝຶກຝີມືເທື່ອລະກ້າວ.....................ບອກກ່າວອາລົມຈິດ
ລິຂິດເປັນບົດກອນ......................ສະທ້ອນເຖິງອາລົມຂັນ ນັ້ນລະບົດກອນ

ມາໂລດເດີທ່ານເຈົ້າ------------------ມາຈາເວົ້າແຕ່ງກອນ
ຈະແຕ່ງນັ່ງຫຼືນອນ--------------------ກໍ່ຈົ່ງແຕ່ງໄປທ້ອນ
ຈະເປັນກອນກ່ອມຫຼືອ້ອນ-------------ຈະອາວອນຫຼືເຫງົາຈິດ
ຈະປະດິດແນວໃດນັ້ນ-----------------ຕາມໃຈທ່ານມາແຕ່ງກອນ ໂລດເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ຄິດເດ!ຄິດອ້ອນຕ້ອນ..............................ໃນບົດກອນກະທູ້ເກົ່າ
ແມ່ນແຕ່ນອນຍັງຝັນໄດ້ເວົ້າ.........................ໂຕ້ຕອບກອນໄຂ
ນອນຫລັບໄປຝັນໄດ້ຈາ..............................ນຳສາວພາຢູ່ບໍ່ແລ້ວ
ຊ່າງຫລົງໄຫລໃນກາບກອນແກ້ວ...................ເມື່ອອ່ານແລ້ວຊ່າງອອນຊ້ອນ.ແທ້ໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ຄິດເດ!ຄິດອ້ອນຕ້ອນ..............................ໃນບົດກອນກະທູ້ເກົ່າ
ແມ່ນແຕ່ນອນຍັງຝັນໄດ້ເວົ້າ.........................ໂຕ້ຕອບກອນໄຂ
ນອນຫລັບໄປຝັນໄດ້ຈາ..............................ນຳສາວພາຢູ່ບໍ່ແລ້ວ
ຊ່າງຫລົງໄຫລໃນກາບກອນແກ້ວ...................ເມື່ອອ່ານແລ້ວຊ່າງອອນຊ້ອນ.ແທ້ໜໍ

ໂອຄືສັງມາຊ່າງເວົ້າ----------------ເປັນເຮັ່ງປານນັ້ນພຸ້ນບໍ
ເຮົາບໍ່ເຊື່ອດອກນ໋າ------------------ບໍ່ມາຕວະເຮົາກໍ່ໄດ້
ຝັນວ່າໄດ້ຈາເປັນກອນພຸ້ນ---------ຄືຊິພ່ຳພຳນອນຫຼັບຕໍ່
ເວົ້າເປັນຕາຫົວກະດໍ້----------------ເວົ້າລະວ່ານອນຫຼັບແລ້ວຝັນຈາກອນ ພຸ້ນຕວ໋າ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ວັນກະທູ້ກອນແສນເສົ້າ............ງຽບເຫງົາຈົນຕົກຫລົ່ນ
ບໍ່ມີຄົນມາຊ່ວຍສ້າງ................ກອນກ້ອມໃຫ້ມ່ວນໃຈ
ເຫດໃດມາປະຮ້າງ.................ກະທູ້ໃຫ້ຫງ່ວມເຫງົາ
ມາເຖີດເຮົາມາຂຽນ................ກາບກອນຕ້ານຕໍ່

ຢ່າລີລໍເມີນເສີຍ....................ພວກໝູ່ເອີຍຈົ່ງມາທ້ອນ
ແຕ່ງບົດກອນຈາໄຂ..............ຕອບກັນໄປໃຫ້ມັນມ່ວນ
ຢ່າເລລວນອັ່ງເສົ້າ................ໃຫ້ອົບເອົ້າຫົວໃຈ
ມາໄຝ່ຝຶກຫັດຂຽນ.................ລຽນອັກສອນໃຫ້ມັນຄ່ອງ

ສ່ອງເຖິງອາລົມຈິດ...............ລິຂິດຄວາມໃນໃຈ
ວາງໃສ່ຮູບກະວີ...................ວາດວະຈີໃຫ້ອ່ອນຊ້ອຍ
ໄປຕາມຮອຍຫລັກການ..........ໃຫ້ເບີກບານເມື່ອຍາມອ່ານ
ວັນນີ້ຂານໄວ້ເທົ່ານີ້...............ເພາະບໍ່ຫຍັງຊິເວົ້າຕໍ່ ແລ້ວນ໋າ

ຫວ່າງໆກໍ່ມາຂຽນໂລດເຈົ້າ--------------ເຕີມແຕ່ງກາບກອນ
ຈະເອົາແບບອອນຊອນ-------------------ຫຼືແບບມ່ວນຈົນນອນເລີຍກໍ່ໄດ້
ມາກອນກາບໄວ້---------------------------ໃຫ້ໄດ້ໄວ້ອ່ານ
ສະໝານກັນຈິ່ງມ່ວນແມ້ງ----------------ແຈ່ມແຈ້ງສົດຊື່ນໃຈ ແທ້ເດ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ຄິດເດ!ຄິດອ້ອນຕ້ອນ..............................ໃນບົດກອນກະທູ້ເກົ່າ
ແມ່ນແຕ່ນອນຍັງຝັນໄດ້ເວົ້າ.........................ໂຕ້ຕອບກອນໄຂ
ນອນຫລັບໄປຝັນໄດ້ຈາ..............................ນຳສາວພາຢູ່ບໍ່ແລ້ວ
ຊ່າງຫລົງໄຫລໃນກາບກອນແກ້ວ...................ເມື່ອອ່ານແລ້ວຊ່າງອອນຊ້ອນ.ແທ້ໜໍ

ໂອຄືສັງມາຊ່າງເວົ້າ----------------ເປັນເຮັ່ງປານນັ້ນພຸ້ນບໍ
ເຮົາບໍ່ເຊື່ອດອກນ໋າ------------------ບໍ່ມາຕວະເຮົາກໍ່ໄດ້
ຝັນວ່າໄດ້ຈາເປັນກອນພຸ້ນ---------ຄືຊິພ່ຳພຳນອນຫຼັບຕໍ່
ເວົ້າເປັນຕາຫົວກະດໍ້----------------ເວົ້າລະວ່ານອນຫຼັບແລ້ວຝັນຈາກອນ ພຸ້ນຕວ໋າ

+ ບໍໄດ້ຫລອກຕົວະຕົ້ມ.................ສັນສີ່ງປະການໃດ
ແຕ່ຫາກເວົ້າຈາກໃຈ....................ຂອງຄົນມັກກອນນີ້
ມີອີ່ຫລີຈີ່ງຄ່ອຍເວົ້າ......................ບໍ່ຫ່ອນເດົາລວງລ່າຍ
ເວົ້າວ່າດີເປັນຮ້າຍ.......................ແນວນັ້ນແມ່ນບໍ່ມີ.ແທ້ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ບໍໄດ້ຫລອກຕົວະຕົ້ມ.................ສັນສີ່ງປະການໃດ
ແຕ່ຫາກເວົ້າຈາກໃຈ....................ຂອງຄົນມັກກອນນີ້
ມີອີ່ຫລີຈີ່ງຄ່ອຍເວົ້າ......................ບໍ່ຫ່ອນເດົາລວງລ່າຍ
ເວົ້າວ່າດີເປັນຮ້າຍ.......................ແນວນັ້ນແມ່ນບໍ່ມີ.ແທ້ໃດ

ໂອ ຂອບໃຈເດີຊັ້ນ----------------------ຄັນມັກກອນກໍ່ໃຫ້ໝັ່ນມາ
ແຕ່ງກາບກອນເຕີມໄປ-----------------ໃສໃຈໜ້ອຍໜຶ່ງພ້ອມ
ເຮົາຫາກໄດ້ກອນກ້ອມ-----------------ຖືກໃຈເຮົາດອກ
ຢາກບອກວ່າເຈົ້ານັ້ນ-------------------ກໍ່ແຕ່ງກອນມ່ວນຢູ່ໃດ ອິອິ