ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 6 ຈາກທັງໝົດ 15 ໜ້າ <<<12345678 ... 1112131415>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ກອນກາບກ້ອມ............................ສອດສ່ອງສວນສານ
ກ່າວກາບຂານ..............................ປະສານໃຈໄປພ້ອມ
ຖະຫນອມໄວ້................................ໃນຄອງແສນປະເສີດ
ມາເທີດມາພີ່ນ້ອງ...........................ມາປົກປ້ອງສືບສານ.ໄວ້ທ້ອນ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໄປຮຽນແຕ່ງກອນມາແຕ່ທາງໃດນີ້--------------ແຕ່ງຄ່ອງມ່ວນດີ
ບໍ່ໄດ້ກັອບມາຕີ-------------------------------------ແຕ່ງເອງທັງນັ້ນ
ແຕ່ງໄປໂລດເພິ່ນຫັນ-----------------------------ແຕ່ງມາມີເວລາຊິມາຕອບ
ຖ້າບໍ່ມີເວລາບໍ່ທັນມາຄອບ-------------------------ກໍ່ຕອບກອນຫຼິ້ນຖ້າເດີ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

+ບໍ່ໄດ້ຮຽນແລະກໍ່ບໍ່ໄດ້ກອບ......................ແຕ່ຕອບວ່າໃຈມັກ
ຮັກໃນກອນກາບກີ້..................................ກະວີວາດແວວຈາ
ໃຈຕາມຫາແລະຫວງແຫນ........................ວາດກະວີກາບກອນນີ້
ຮັກອີ່ຫລີບໍ່ເວົ້າຫລີ້ນ...............................ຍີນກອນນີ້ອີ່ມກະໃຈ.ແທ້ເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ບໍ່ໄດ້ຮຽນແລະກໍ່ບໍ່ໄດ້ກອບ......................ແຕ່ຕອບວ່າໃຈມັກ
ຮັກໃນກອນກາບກີ້..................................ກະວີວາດແວວຈາ
ໃຈຕາມຫາແລະຫວງແຫນ........................ວາດກະວີກາບກອນນີ້
ຮັກອີ່ຫລີບໍ່ເວົ້າຫລີ້ນ...............................ຍີນກອນນີ້ອີ່ມກະໃຈ.ແທ້ເດ

ເຈົ້າແຕ່ງກອນກໍ່ເກັ່ງແລ້ວ------------------ແຕ່ວ່າຂໍຈາໄຂນຳ
ຫຼັກການເອກໂທ-----------------------------ເຈົ້າກໍ່ນຳຕາມໂຕບໍ
ຕາມທີ່ເບິ່ງກອນກໍ້----------------------------ບໍ່ຖືກຫຼັກການປານໃດແດ່
ຫຼືວ່າເຈົ້າຕັ້ງແຕ່ງແນວນີ້--------------------ກອນຂອງເຈົ້າກໍ່ມ່ວນ ຢູ່ດອກນ໋າ ແຮໆໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ເຈົ້າແຕ່ງກອນກໍ່ເກັ່ງແລ້ວ------------------ແຕ່ວ່າຂໍຈາໄຂນຳ
ຫຼັກການເອກໂທ-----------------------------ເຈົ້າກໍ່ນຳຕາມໂຕບໍ
ຕາມທີ່ເບິ່ງກອນກໍ້----------------------------ບໍ່ຖືກຫຼັກການປານໃດແດ່
ຫຼືວ່າເຈົ້າຕັ້ງແຕ່ງແນວນີ້--------------------ກອນຂອງເຈົ້າກໍ່ມ່ວນ ຢູ່ດອກນ໋າ ແຮໆໆໆ

+ໂອ!!!ຂອບໃຈ...................ຂ້ອຍຮູ້ແທ້ກົດກາບກອນລາວ
ແຕ່ງກອນຍາວ...................ບໍ່ຖືກໂຄງກໍ່ບໍ່ໄດ້
ຫລັກການໄມ້ເອກໄມ້ໂທນີ້......ເປັນຫລັກກອນຄຳປະຈຳບ່ອນ
ອັນເຮົາແຕ່ງກ່ອນຫລີ້ນ.........ສຳພັດນອກໃນໄປດີກ່ວາ.ເພື່ອນເອີຍ

+++ບາງຫລັກການໃນການແຕ່ງກາບກອນລາວ...ໃຜຮູ້ລະອຽດລະຊ່ວຍປະກອບໃຫ້ຕື່ມແດ່ໃດ...
ກາບກອນລາວທີ່ເພີ່ນມັກແຕ່ງກັນຫລາຍລະມີຢູ່04ປະເພດຄື:
01.ແບບແຕ່ງຕາມຄຳປະຈຳບ່ອນ.
02.ແບບແຕ່ງລຽນອັກສອນ.
03.ແບບແຕ່ງສຳພັດນອກ.
04.ແບບແຕ່ງສຳພັດໃນ.
ມື້ນີ້ຂໍເອົາຫລັກການແບບແຕ່ງຕາມຄຳປະຈຳບ່ອນມາໃຫ້ເບີ່ງ:
0 ່ ້.............0 ່ 0 0
0 0 0.............່ 0 0 ້
0 0 ້.............0 0 0 ່
0 ່ ້.............0 ້ ່ 0
ຕົວຢ່າງ :
ຕອນກ່ອນກີ້..........ເຄີຍຮ່ວມສຶກສາ
ມາເຖີງຄາວ..........ທີ່ສອງເຮົາໄດ້
ໄກກັນແລ້ວ..........ຈຳໃຈຈາກໝູ່
ກັບສູ່ຫ້ອງ...........ຄືນບ້ານຖີ່ນເດີມ.
ໃຜຮູ້ກໍ່ມາເສີມໃຫ້ແດ່ໃດ...ເອົາມື້ລະປະໂຫຍກ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ໂອ!!!ຂອບໃຈ...................ຂ້ອຍຮູ້ແທ້ກົດກາບກອນລາວ
ແຕ່ງກອນຍາວ...................ບໍ່ຖືກໂຄງກໍ່ບໍ່ໄດ້
ຫລັກການໄມ້ເອກໄມ້ໂທນີ້......ເປັນຫລັກກອນຄຳປະຈຳບ່ອນ
ອັນເຮົາແຕ່ງກ່ອນຫລີ້ນ.........ສຳພັດນອກໃນໄປດີກ່ວາ.ເພື່ອນເອີຍ

+++ບາງຫລັກການໃນການແຕ່ງກາບກອນລາວ...ໃຜຮູ້ລະອຽດລະຊ່ວຍປະກອບໃຫ້ຕື່ມແດ່ໃດ...
ກາບກອນລາວທີ່ເພີ່ນມັກແຕ່ງກັນຫລາຍລະມີຢູ່04ປະເພດຄື:
01.ແບບແຕ່ງຕາມຄຳປະຈຳບ່ອນ.
02.ແບບແຕ່ງລຽນອັກສອນ.
03.ແບບແຕ່ງສຳພັດນອກ.
04.ແບບແຕ່ງສຳພັດໃນ.
ມື້ນີ້ຂໍເອົາຫລັກການແບບແຕ່ງຕາມຄຳປະຈຳບ່ອນມາໃຫ້ເບີ່ງ:
0 ່ ້.............0 ່ 0 0
0 0 0.............່ 0 0 ້
0 0 ້.............0 0 0 ່
0 ່ ້.............0 ້ ່ 0
ຕົວຢ່າງ :
ຕອນກ່ອນກີ້..........ເຄີຍຮ່ວມສຶກສາ
ມາເຖີງຄາວ..........ທີ່ສອງເຮົາໄດ້
ໄກກັນແລ້ວ..........ຈຳໃຈຈາກໝູ່
ກັບສູ່ຫ້ອງ...........ຄືນບ້ານຖີ່ນເດີມ.
ໃຜຮູ້ກໍ່ມາເສີມໃຫ້ແດ່ໃດ...ເອົາມື້ລະປະໂຫຍກ...

ໂອແມ່ນແທ້----------ເຈົ້າກໍ່ຮູ້ດີ
ອາດຮູ້ຫຼາຍ----------ກວ່າຂ້ອຍອີກຊ້ຳ
ຖາມເບິ່ງຊື່ໆ---------ຄິດວ່າເຈົ້າຕັ້ງແຕ່ງ
ບໍ່ໄດ້ຖະແຫຼງລ້າ-------ຮູ້ໂຄງເຄົ້າກອນນຳ ຊົມເຊີຍເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອແມ່ນແທ້----------ເຈົ້າກໍ່ຮູ້ດີ
ອາດຮູ້ຫຼາຍ----------ກວ່າຂ້ອຍອີກຊ້ຳ
ຖາມເບິ່ງຊື່ໆ---------ຄິດວ່າເຈົ້າຕັ້ງແຕ່ງ
ບໍ່ໄດ້ຖະແຫຼງລ້າ-------ຮູ້ໂຄງເຄົ້າກອນນຳ ຊົມເຊີຍເດີ

+ໂອ!ຂອບໃດທີ່ວ່າອົດສາຍ້ອງ...................ວ່າແຕ່ງຄ່ອງແລະຖືກໂຄງກອນ
ພຽງແຕ່ໃຈວອນມັກ.................................ຮັກໃນວາດບົດກອນນີ້
ຍັງບໍ່ທັນດີແລະຮູ້....................................ຍ້ອນບໍ່ມີຄູຄອຍສອນສັ່ງ
ຊິຂໍຫວັງເພີ່ງເຈົ້າ....................................ເປັນຄູໃຫ້ໄດ້ບໍ່ຫນາ.ສ່ຽວເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ການຮຽນ ມີພຽງບ່ອນເລີ່ມຕົ້ນ ບໍ່ເຖິງບ່ອນຫວນຈົບ
ບໍ່ມີໃຜຮຽນຄົບ ຄູ່ສູ່ອັນຫວນຮູ້
ຄູແນະນຳວິທີໃຫ້ ໄຂເສັ້ນທາງຊີ້ປ່ອງ
ສ່ວນວ່າຜູ້ເອ້ຢ້ອງ ແມ່ນເຮົານີ້ເຮັດເອງ ເພື່ອນເອີຍ.

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ການຮຽນ ມີພຽງບ່ອນເລີ່ມຕົ້ນ ບໍ່ເຖິງບ່ອນຫວນຈົບ
ບໍ່ມີໃຜຮຽນຄົບ ຄູ່ສູ່ອັນຫວນຮູ້
ຄູແນະນຳວິທີໃຫ້ ໄຂເສັ້ນທາງຊີ້ປ່ອງ
ສ່ວນວ່າຜູ້ເອ້ຢ້ອງ ແມ່ນເຮົານີ້ເຮັດເອງ ເພື່ອນເອີຍ.

ສາວຈິດວິໄລແຕ່ງກອນມ່ວນແມ້ງ-------------------------ມາແຕ່ງຫຼິ້ນນຳກັນເດີ
ຂ້ອຍອ່ານກອນເຈົ້າຈົນລະເມີ-------------------------------ຊ່າງມ່ວນແຮງຫຼາຍແທ້
ຫວ່າງໆມາກໍ່ມາແວ່ຫຼິ້ນ-------------------------------------ແຕ່ງກອນປານພິນສຽງມ່ວນ
ສາວຈິດວິໄລຄົນງາມນັ້ນ-----------------------------------ຈາເວົ້າເປັນກອນກ່ອມມ່ວນຫຼາຍ ແທ້ເດ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ສານພາສາກອນສ່ອງແຈ້ງ.............ເປັນແວ່ນແຍງໃຫ້ສືບຕໍ່
ໄຂຂໍ້ຂານວາຈາ..........................ຫວ່ານຄຳນຳຮັກຫໍ່
ຮັກໃຄ່ຍໍຍົກຍ້ອງ........................ປອງດອງຮ່ວມສຳພັນ
ຮ່ວມກັນສັນສືບສ້າງ....................ວາງວາດສານອັກສອນ
ຍິນອອນຊອນມ່ວນຫລິ້ນ...............ຖະຫວິນສ້າງກ່າວໄຂ
ດ້ວຍໃຈຮັກມັກໃນ.......................ອັດຖະລົດແຫ່ງຄຳກອນ
ທີ່ສະທອ້ນອາລົມ........................ບົ່ມຄາລົມອັນລະຫ້ອຍ
ໃຈຊື່ນຊ້ອຍເມື່ອອ່ານ...................ບົດກອນທ່ານທັງຫລາຍ
ຊ່າງບັນຍາຍມ່ວນແທ້..................ໄດ້ເນື້ອໃນພ້ອມຄູ່ອັນ
ກ້ຳຝ່າຍບັ້ນເບື້ອງຂ້ອຍ.................ນັ້ນພຽງແຕ່ມົ້ວໄປເລື້ອຍ
ຮ່າວວ່າເບື່ອຍຕາມເຊິງ................ບໍ່ໄດ້ເບິ່ງຫລັກການ
ກ່າວຮະຮານມ່ວນຫລິ້ນ...............ເນື້ອບົດກະບໍ່ໄດ້
ຈາໄຂມາບໍ່ຫາຮູ້........................ຫລັກບ່ອນຢູ່ຂອງຄຳກອນ ບໍ່ຮູ້ເດີ
ຢ່າເມີໜ່າຍໜີ...........................ຫາກກອນນີ້ບໍ່ມີແກ່ນ
ໄຮ້ແກ່ນສານຂອງບົດ.................ຫລືອັດຖະລົດບໍ່ມ່ວນແມ້ງ
ໃຫ້ອັດສາແປງຖະແຫລງຂໍ້...........ກ່າງແກ້ຊີ້ຊ່ອງທາງ ແດ່ເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ສັງມາຄືບົດທ່ອງແທ້ລະຫັ້ນ---------------ອ່ານໄປກໍ່ໄດ້ຫົວ
ເອົາບໍ່ເປັນຫຍັງເດີຕົວ----------------------ພໍໄດ້ຫົວກໍ່ມ່ວນແລ້ວ
ວ່າແຕ່ເປັນຫຍັງເຈົ້າ------------------------ຟ້າວໄປໃສຄືວ່າເບື່ອຍ
ບໍ່ແມ່ນແຕ່ງກອນເມື່ອຍແລ້ວ---------------ເລີຍເຮັດກອນແກ້ວເປັນບົດທ່ອງຂຶ້ນໃຈ ສາຊັ້ນເດ

( ບໍ່ເປັນຫຍັງເດີ )

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ໂອະແມ່ນແທ້ຫວາຫັ້ນ.................ກອນກາຍພັນເປັນບົດທ່ອງ
ບໍ່ໄດ້ໝອງເມ່ືອຍເດີ...................ແຕ່ໃຈເບີບໍ່ຮູ້ກ່າວ
ຍ່າວບົດກອນບໍ່ເປັນເລື່ອງ............ເປັນເລືອນລາງພໍພຸມພູ່
ຈິດສະຫລົວບໍ່ແຈ່ມໃສ...................ຄິດໃຄ່ນຳຄຳບໍ່ໄດ້
ເລີຍແຕ່ງໄປບໍ່ມີຈຸດ....................ຈັບໃຈຄວາມເລີຍບໍ່
ປານນ້ຳໄຫລບໍ່ໂຄ້ງຕ່າວ...............ແຕ່ສະຫາວແຕ່ງຂື້ນ
ຍື່ນວາຈາຂານໄຂ.......................ແວ່ວວາດໄປຄາຍຄວາມເຫງົາ
ບອກເລົ່າເປັນຄຳກອນ.................ຜ່ອນໃຈໃຫ້ຊ້ອຍຊື່ນ
ວັນນີ້ເດິກດື່ນແລ້ວ......................ຂໍໄປນອນກ່ອນ
ວັນໃໝ່ຈິ່ງຊິຈອນມາ...................ໄຂວາຈາຕ້ານຕໍ່ ບ່າຍໆຝັນດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ໂອະແມ່ນແທ້ຫວາຫັ້ນ.................ກອນກາຍພັນເປັນບົດທ່ອງ
ບໍ່ໄດ້ໝອງເມ່ືອຍເດີ...................ແຕ່ໃຈເບີບໍ່ຮູ້ກ່າວ
ຍ່າວບົດກອນບໍ່ເປັນເລື່ອງ............ເປັນເລືອນລາງພໍພຸມພູ່
ຈິດສະຫລົວບໍ່ແຈ່ມໃສ...................ຄິດໃຄ່ນຳຄຳບໍ່ໄດ້
ເລີຍແຕ່ງໄປບໍ່ມີຈຸດ....................ຈັບໃຈຄວາມເລີຍບໍ່
ປານນ້ຳໄຫລບໍ່ໂຄ້ງຕ່າວ...............ແຕ່ສະຫາວແຕ່ງຂື້ນ
ຍື່ນວາຈາຂານໄຂ.......................ແວ່ວວາດໄປຄາຍຄວາມເຫງົາ
ບອກເລົ່າເປັນຄຳກອນ.................ຜ່ອນໃຈໃຫ້ຊ້ອຍຊື່ນ
ວັນນີ້ເດິກດື່ນແລ້ວ......................ຂໍໄປນອນກ່ອນ
ວັນໃໝ່ຈິ່ງຊິຈອນມາ...................ໄຂວາຈາຕ້ານຕໍ່ ບ່າຍໆຝັນດີ

ແຕ່ງໄປເປັນວັກຂັ້ນ-------------------ໃນວັກໜຶ່ງມີສີ່ແຖວ
ແຕ່ງໄປຕາມແລວ--------------------ຫຼັກການເອກໂທນັ້ນ
ແຕ່ຂ້ອຍວ່າເຈົ້າທຳທ່າຫຼິ້ນ-----------ເຮັດຄືແຕ່ງບໍ່ເປັນດອກ
ທີ່ແທ້ເຈົ້າກໍ່ແຕ່ງກອນໄດ້-------------ມ່ວນແລ້ວເດີທ່ານເອີຍ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມັນບໍ່ແມ່ນແນວນັ້ນ............ຫລັກປະພັນກອນກ່າວໄວ້
ຕາມທີ່ໄດ້ຮຽນມາ...................ເຂົາວ່າວັກໜຶ່ງແມ່ນແຖວດຽວ
ສອດກົມກຽວເຖິງສີ່...................ຕາມທີ່ເຈົ້າກ່າວມາ
ພາສາກອນເອີ້ນວ່າບາດ.............ຫລາຍບາດເອີ້ນວ່າ ບົດ ເດີເຈົ້າເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມັນບໍ່ແມ່ນແນວນັ້ນ............ຫລັກປະພັນກອນກ່າວໄວ້
ຕາມທີ່ໄດ້ຮຽນມາ...................ເຂົາວ່າວັກໜຶ່ງແມ່ນແຖວດຽວ
ສອດກົມກຽວເຖິງສີ່...................ຕາມທີ່ເຈົ້າກ່າວມາ
ພາສາກອນເອີ້ນວ່າບາດ.............ຫລາຍບາດເອີ້ນວ່າ ບົດ ເດີເຈົ້າເດີ

ອ້າວ ເຮັດໃຫ້ຂ້ອຍງົງລະບັດນີ້---------------ຕົກລົງ 1 ວັກມີຈັກແຖວ
ມີ 1 ແຖວ ຫຼື ມີ 4 ແຖວ------------------------ຄິດວ່າມີ 4 ແຖວໃດນັ້ນ
ອັນວ່າ 1 ຕອນເດຊັ້ນ-------------------------ມີເຄິ່ງແຖວ ຫຼື ມີ 1 ແຖວເກາະ
ຂ້ອຍອ່າສັບສົນໜ້ອຍໜຶ່ງກໍ້------------------ໄປຄິດພໍ້ຊິມາຈາໃໝ່ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ ຫຼືວ່າຂ້ອຍເຂົ້າໃຈຜິດນີ້---------------------ຫຼືລືມຫຼັກການກາບກອນ
ອັນວ່າໃນ1ຕອນແມ່ນເຄິ່ງແຖວ--------------ສ່ວນວ່າໃນ1ວັກແມ່ນ1ແຖວແມ່ນບໍຫັ້ນ
ສ່ວນວ່າໃນ 1 ບາດນັ້ນ-----------------------ຈະມີ 4 ແຖວແມ່ນບໍ່
ເອີ່! ເລີ່ມງົງແລ້ວກໍ່ນີ້--------------------------ສົງໄສສັບສົນຫຼັກການລະ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ແມ່ນແລ້ວໜຶ່ງຕອນຄືໜຶ່ງເບື້ອງ...................ຊ້າຍຂວາຄຽງຄູ່ກັນ
ເປັນແຖວຖັນສອງຂ້າງ.............................ເປັນໂຄງຮ່າງຍະຫວ່າງກາງ
ສອງຕອນໂຮມກັນເຂົ້າ.............................ເອີ້ນວ່າວັກຕາມຕໍ່ມາ
ຫລັກເພິ່ນພາຮຽກເອີ້ນ..............................ແນວນີ້ອີ່ຫລີນາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ແມ່ນແລ້ວໜຶ່ງຕອນຄືໜຶ່ງເບື້ອງ...................ຊ້າຍຂວາຄຽງຄູ່ກັນ
ເປັນແຖວຖັນສອງຂ້າງ.............................ເປັນໂຄງຮ່າງຍະຫວ່າງກາງ
ສອງຕອນໂຮມກັນເຂົ້າ.............................ເອີ້ນວ່າວັກຕາມຕໍ່ມາ
ຫລັກເພິ່ນພາຮຽກເອີ້ນ..............................ແນວນີ້ອີ່ຫລີນາ

ອະທິບາຍລະອຽດຕື່ມດູຫັ້ນ-----------------ອັນບາດຫັ້ນເດແນວໃດ
ຂ້ອຍເລີ່ມງົງກັນໄປ --------------------------ລືມໄລຫຼັກການນັ້ນ
ອັນຕອນວັກບາດຂັ້ນ--------------------------ຄິດມາເລີຍງົງຕໍ່
ແຕ່ບໍ່ເປັນຫຍັງດອກເຈົ້າ----------------------ຄິດມາແລ້ວເປັນຕາຫົວ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຢ່າຟ້າວງົງເທື່ອທ້ອນ....................ແນວຫລັກການເພິ່ນບອກກ່າວ
ຄາວກ່ອນຂ້ອຍກໍ່ເຂົ້າໃຈ............ເໝືອນເຈົ້າໄຂຂ່າວຂໍ້
ວ່າສີ່ແຖວນັ້ນແມ່ນໜຶ່ງວັກ..........ບາດມາຮູ້ຄັກແລ້ວແນວນັ້ນບໍ່ແມ່ນແລ
ວັກແທ້ມີແຕ່ແຖວດຽວ...............ອັນທີ່ເຮົາເຂົ້າໃຈມານັ້ນ
ຫລັກປະພັນເອີ້ນວ່າບາດ...........ຄືສີ່ແຖວ ຫລືແປດຕອນເປັນໜຶ່ງບາດ ວ່ານ໋າ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຢ່າຟ້າວງົງເທື່ອທ້ອນ....................ແນວຫລັກການເພິ່ນບອກກ່າວ
ຄາວກ່ອນຂ້ອຍກໍ່ເຂົ້າໃຈ............ເໝືອນເຈົ້າໄຂຂ່າວຂໍ້
ວ່າສີ່ແຖວນັ້ນແມ່ນໜຶ່ງວັກ..........ບາດມາຮູ້ຄັກແລ້ວແນວນັ້ນບໍ່ແມ່ນແລ
ວັກແທ້ມີແຕ່ແຖວດຽວ...............ອັນທີ່ເຮົາເຂົ້າໃຈມານັ້ນ
ຫລັກປະພັນເອີ້ນວ່າບາດ...........ຄືສີ່ແຖວ ຫລືແປດຕອນເປັນໜຶ່ງບາດ ວ່ານ໋າ!

ແມ່ນຄວາມເຈົ້າໃດເນາະຫັ້ນ------------------ຂ້ອຍລະລືມຫຼັກການ
ຈື່ມາໄດ້ຕັ້ງແຕ່ມໍສາມ--------------------------ພັດວ່າຫຼົງພິກປີ້ນ
ທຳອິດກໍ່ຮູ້ແລ້ວ--------------------------------ວ່າວັກໜຶ່ງມີແຖວດຽວດອກ
ແຕ່ດົນໄປພັດວ່າປີ້ນ--------------------------ຄິດວ່າວັກນັ້ນແມ່ນບາດ ແທ້ເດ

໑໐໙ ກະທູ້
໙໑໗ ໂພສ

ບໍ່ເບື່ອວາາາາາ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...

ບໍ່ເບື່ອວາາາາາ?

ອັນເຈົ້ານີ້ບອກແລ້ວ----------------ເຂົ້າມາໃຫ້ແຕ່ງກອນ
ຍັງທຳທ່າບໍ່ອອນຊອນ-------------ເບື່ອບໍ? ມາຖາມວ່າຊັ້ນ
ໃຜຊິເບື່ອລົງໄດ້--------------------ອ່ານກອນຍິ່ງອ່ານຍິ່ງມ່ວນ
ຫາກເຈົ້າບໍ່ອອນຊອນນຳແທ້-------ກໍ່ຍັງເຂົ້າມາທັກທາຍ ຫັ້ນເດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່ານັ້ນ-----------------------ຄົນຕ້ອງມັກອ່ານກອນ
ຈັກເຂົາມ່ວນອອນຊອນ--------------ຫຼືບໍ່ກໍ່ບໍ່ຮູ້
ແຕ່ວ່າແປກກະທູ້ນີ້-------------------ຄືວ່າມີຄົນອ່ານຫຼາຍຫຼາກ
ຫຼືເຂົາເຈົ້າມັກກາບກອນແທ້---------ເບິ່ງແມ໋ຄົນກົດອ່ານນັ້ນຫຼາຍໆ ອິອິ

ແມ່ນໃຜເດເນາະຫັ້ນ----------------ມັກກົດມາອ່ານກອນ
ອ່ານແລ້ວເປັນແນວໃດ-------------ມ່ວນແດ່ຢູ່ບໍທ່ານເຈົ້າ
ຄືບໍ່ມາຈາເວົ້າ------------------------ຄືວ່າມີຄົນຫຼາຍອ່ານຢູ່
ຢາກຮູ້ເດວ່າເຈົ້າອ່ານແລ້ວ---------ຈະຊີ້ແຈ້ງວ່າຈັ່ງໃດ ເດທ່ານເອີຍ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ຈຳຈອນໄປຫລາຍມື້........................ຍັງຈຳຈື່ຄະນິງຫາ
ຄິດຮອດຄຳເຄີຍຈາ...........................ວາທີກອນກາບນ້ອຍ
ຄິດຄຳກອນສ້ອຍ..............................ຂ້ອຍເຄີຍກ່າວວາຈາ
ນຳສາວພາມ່ວນມັນ...........................ໃຈຝັນຫາບໍ່ລືມໄດ້.ຄິດຮອດເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ຈຳຈອນໄປຫລາຍມື້........................ຍັງຈຳຈື່ຄະນິງຫາ
ຄິດຮອດຄຳເຄີຍຈາ...........................ວາທີກອນກາບນ້ອຍ
ຄິດຄຳກອນສ້ອຍ..............................ຂ້ອຍເຄີຍກ່າວວາຈາ
ນຳສາວພາມ່ວນມັນ...........................ໃຈຝັນຫາບໍ່ລືມໄດ້.ຄິດຮອດເດ

ເວົ້າລະວ່າກາບກອນມ່ວນມັນຫັ້ນ--------------ເວົ້າມານັ້ນຈັ່ງແມ່ນເປັນຕາຫົວ
ຈາກໄປດົນໄປເອົາຜົວ-------------------------ຫຼືວ່າໄປທາງໃດແທ້
ຕັ້ງວ່າສອງສາມມື້------------------------------ບໍ່ເຫັນມາຈາກ່າວ
ຫຼືກັບຄືນຕ່າວບ້ານ-----------------------------ຢາມຢ້ຽມພີ່ນ້ອງເຮົາບໍນໍ :)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຂ້ອຍຫາກເຄີຍຈາເວົ້າ....................ນຳນັກກະວີທ່ານໜຶ່ງສັ່ງ
ຫາກເຈົ້າມັກຟັງເພງ......................ຖ້າມີແຕ່ຟັງເປັນ
ເຈົ້າກໍ່ຈະເປັນພຽງນັກຟັງ................ຢ່າງດຽວເທົ່ານັ້ນ
ຫາກມັກຟັງແດ່ປະພັນພ້ອມ............ເຈົ້າຈະໄດ້ທັງສອງຢ່າງ ລາວວ່າ

ມາຄິດຢັ່ງເບິ່ງແລ້ວ.....................ກໍ່ຫາກແມ່ນຄວາມຈິງ
ຖ້າຫາກມັກສິ່ງໃດ......................ຕ້ອງໃສ່ໃຈພຽນຮຽນຮູ້
ຢ່າຢຸດຢູ່ພຽງຊົມຊື່ນ....................ຜົນງານຄົນອື່ນທີ່ເຂົາທຳ
ຫາກໃຝ່ນຳຮຽນເອົາ...................ຜູ້ເຂົາສ້າງສັນແຕ້ມແຕ່ງ

ເປັນແວ່ນແຍງໃຫ້ກ້າວ................ຫັນຫ້າວເຮັດໃຫ້ເປັນ
ວັນນີ້ເຫັນຜົນແຕ່ນ້ອຍ................ວັນໜ້າຫາກຊິຫລາຍ
ຂະຫຍາຍຄວາມມື້ລະໜ້ອຍ.........ຄ່ອຍຫັດສ້າງກອນສານ
ຈາຕ້ານກັນຢອກເຢົ້າ.................ວອນເວົ້າໃຫ້ພໍມ່ວນ ແທ້ແລ້ວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຂ້ອຍຫາກເຄີຍຈາເວົ້າ....................ນຳນັກກະວີທ່ານໜຶ່ງສັ່ງ
ຫາກເຈົ້າມັກຟັງເພງ......................ຖ້າມີແຕ່ຟັງເປັນ
ເຈົ້າກໍ່ຈະເປັນພຽງນັກຟັງ................ຢ່າງດຽວເທົ່ານັ້ນ
ຫາກມັກຟັງແດ່ປະພັນພ້ອມ............ເຈົ້າຈະໄດ້ທັງສອງຢ່າງ ລາວວ່າ

ມາຄິດຢັ່ງເບິ່ງແລ້ວ.....................ກໍ່ຫາກແມ່ນຄວາມຈິງ
ຖ້າຫາກມັກສິ່ງໃດ......................ຕ້ອງໃສ່ໃຈພຽນຮຽນຮູ້
ຢ່າຢຸດຢູ່ພຽງຊົມຊື່ນ....................ຜົນງານຄົນອື່ນທີ່ເຂົາທຳ
ຫາກໃຝ່ນຳຮຽນເອົາ...................ຜູ້ເຂົາສ້າງສັນແຕ້ມແຕ່ງ

ເປັນແວ່ນແຍງໃຫ້ກ້າວ................ຫັນຫ້າວເຮັດໃຫ້ເປັນ
ວັນນີ້ເຫັນຜົນແຕ່ນ້ອຍ................ວັນໜ້າຫາກຊິຫລາຍ
ຂະຫຍາຍຄວາມມື້ລະໜ້ອຍ.........ຄ່ອຍຫັດສ້າງກອນສານ
ຈາຕ້ານກັນຢອກເຢົ້າ.................ວອນເວົ້າໃຫ້ພໍມ່ວນ ແທ້ແລ້ວ

ແມ່ນແລ້ວທ່ານເຈົ້າ--------------ຄົນເຮົາຕ້ອງໄດ້ຮຽນ
ຖ້າຫາກໃຊ້ຄວາມພຽນ-----------ຍິ່ງເປັນດີໄປໜ້າ
ຖ້າຕື່ມໃສ່ຄວາມກ້າ--------------ຍິ່ງເດີນໜ້າໄປຕື່ມ
ຖ້າບຸກບືນຂຶ້ນພ້ອມ---------------ເຮັດສິ່ງໃດຍ່ອມສຳເລັດແທ້ ທ່ານເອີຍ

( ຖ້າບໍ່ຕວະນະ) ອິອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຮ່າ!!!!!ພັດວ່າເນາະບາດຮ່ານີ້.................ມີມຸກມາຈາໄຂ
ຢອກໃຍໃຫ້ຫົວຍິ້ມ............................ຖິ້ມທ້າຍດ້ວຍອີໂມ
ຕາໂຕໆອ້າງປາກກວ້າງ.....................ຫົວແຍ້ມງັບ(ປາກ)ບໍ່ເປັນ ເຮິເຮີ້
ລະວັງເດີເທື່ອແມງວັນ.......................ບິນເຂົ້າຫາກພໍດີທ່າງັບ
ຊິກາຍເປັນກັບແກ້ມບໍ່ຮູ້ເມື່ອ................ແຮແຮຢອກຊື່ເດີຢ່າຟ້າວຄຽດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຮ່າ!!!!!ພັດວ່າເນາະບາດຮ່ານີ້.................ມີມຸກມາຈາໄຂ
ຢອກໃຍໃຫ້ຫົວຍິ້ມ............................ຖິ້ມທ້າຍດ້ວຍອີໂມ
ຕາໂຕໆອ້າງປາກກວ້າງ.....................ຫົວແຍ້ມງັບ(ປາກ)ບໍ່ເປັນ ເຮິເຮີ້
ລະວັງເດີເທື່ອແມງວັນ.......................ບິນເຂົ້າຫາກພໍດີທ່າງັບ
ຊິກາຍເປັນກັບແກ້ມບໍ່ຮູ້ເມື່ອ................ແຮແຮຢອກຊື່ເດີຢ່າຟ້າວຄຽດ

ເອົາ! ອະເລີນະບັດນີ້-------------------------ກອນບາດໜຶ່ງຄືມີ 5 ແຖວ
ຫັ້ນແນະບໍ່ໄປຕາມແລວ---------------------ຂອງບົດກອນຊ້ຳ
ທຳມະດາ 4 ແຖວຕວ໋າຫັ້ນ-----------------ດັນມາຮອດ 5 ແຖວ
ຫັ້ນແນະລາຍຕາແລ້ວບໍ່ຫັ້ນ----------------ແຕ່ງໄປຊັ້ນໄປ 5 ແຖວ ແນວໃດ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ເວົ້າລະວ່າກາບກອນມ່ວນມັນຫັ້ນ--------------ເວົ້າມານັ້ນຈັ່ງແມ່ນເປັນຕາຫົວ
ຈາກໄປດົນໄປເອົາຜົວ-------------------------ຫຼືວ່າໄປທາງໃດແທ້
ຕັ້ງວ່າສອງສາມມື້------------------------------ບໍ່ເຫັນມາຈາກ່າວ
ຫຼືກັບຄືນຕ່າວບ້ານ-----------------------------ຢາມຢ້ຽມພີ່ນ້ອງເຮົາບໍນໍ :)

+ ແມ່ນລະມັນມ່ວນແມ້ງ------------------------ເຈົ້າແຕ່ງກະວີກອນ
ແສນອອນຊອນຫົວໃຈ-------------------------ໃນກາບກອນຂອງເຈົ້າ
ຈັ່ງແມ່ນເພີ່ນຊ່າງເວົ້າ--------------------------ວ່າເຮົາຈາກໄປເອົາຜົວ
ເຈົ້າກໍ່ຮູ້ເຕັມຕົວວ່າເຮົາມີຜົວແລ້ວ------------ແຕ່ເມຍນັ້ນຫາກບໍ່ມີ.ແມ່ນບໍ່