ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 7 ຈາກທັງໝົດ 15 ໜ້າ <<<123456789 ... 1112131415>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ແມ່ນລະມັນມ່ວນແມ້ງ------------------------ເຈົ້າແຕ່ງກະວີກອນ
ແສນອອນຊອນຫົວໃຈ-------------------------ໃນກາບກອນຂອງເຈົ້າ
ຈັ່ງແມ່ນເພີ່ນຊ່າງເວົ້າ--------------------------ວ່າເຮົາຈາກໄປເອົາຜົວ
ເຈົ້າກໍ່ຮູ້ເຕັມຕົວວ່າເຮົາມີຜົວແລ້ວ------------ແຕ່ເມຍນັ້ນຫາກບໍ່ມີ.ແມ່ນບໍ່

ໂອ! ເຈົ້າຈັ່ງມາຊ່າງເວົ້າ----------------------ໃຫ້ເຮົາໄດ້ຫົວ
ເຈົ້າມີຜົວແລ້ວແທ້ສະເບາະ------------------ກະດຽວວ່າເຈົ້າ
ກຳລັງມີຮັກນັ່ງເຝົ້າ----------------------------ຍັງບໍ່ເຂົ້າປະຕູວິວາແມ່ນບໍ່
ອ້າວກະດຽວວ່າເຈົ້າ---------------------------ບໍ່ຢາກເວົ້າເລື່ອງເອົາຜົວ ແຕ່ຢາກໄດ້ເມຍ ແມ່ນບໍເດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

+ ເວົ້າຄ່ອຍໆກໍ່ໄດ້..............................ຢ່າເວົ້າໃສ່ແຮງຫລາຍ
ຫລາຍຄົນຍີນຂ້ອຍກໍ່ອາຍ......................ວ່າຊາຍ-ຍີງກັນແທ້
ຮູ້ແຕ່ຂ້ອຍກັບເຈົ້າ...............................ສອງຄົນເຮົາໄດ້ບໍ່ສ່ຽວ
ໄປແປບດຽວຊິອ່ວາຍໂຄ້ງ......................ມາແຕ້ມຕອບກອນ.ເຈົ້າໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

ໄດ້ກໍ່ໄດ້ລະເນາະສ່ຽວເຈົ້າ---------------------ສັງມາເວົ້າເປັນຕາຫົວ
ຕົກລົງຊິເອົາຜົວ--------------------------------ຫຼືເອົາເມຍກັນແທ້
ບາງທີ່ແຕ່ຂ້ອຍຍັງງົງຊ້ຳ-----------------------ມາເຮັດໃຫ້ງົງແນ່
ເອົາຕົວຈິງມາລົງກໍ່ໄດ້ນະ----------------------ຢ່າເຮັດໃຫ້ງົງນຳຫຼາຍ ແທ້ເນີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ໂດຍ...ເຊີນໃດເຈົ້າ....................ເຂົ້າມາຮ່ວມບັນຍາຍກອນ
ຂຽນຄຳຈາຄຳວອນ.......................ເປັນກອນກະວີນ້ອຍ
ມີປະສົງສອດສ້ອຍ........................ກ້ຽວກ່ອມກອນຈາ
ມາເປີດຄວາມຈີງໃຈ......................ລົງໃນກາບກອນນ້ອຍປະສານສ້ອຍສົ່ງໃຜ.ເດໜ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ໂດຍ...ເຊີນໃດເຈົ້າ....................ເຂົ້າມາຮ່ວມບັນຍາຍກອນ
ຂຽນຄຳຈາຄຳວອນ.......................ເປັນກອນກະວີນ້ອຍ
ມີປະສົງສອດສ້ອຍ........................ກ້ຽວກ່ອມກອນຈາ
ມາເປີດຄວາມຈີງໃຈ......................ລົງໃນກາບກອນນ້ອຍປະສານສ້ອຍສົ່ງໃຜ.ເດໜ.

ອັນຈັ່ງວ່າແຟນເຈົ້າ-----------------------ເປັນຜູ້ສາວງາມເນາະ
ຊ່າງໄປເຊາະທາງໃດ--------------------ຈິ່ງໄດ້ຜູ້ງາມປານນັ້ນ
ແຕ່ມາເບິ່ງອັນເຈົ້າ------------------------ອ່າວຄືວ່າໜ້າໃຫຍ່
ບາດຜູ້ສາວເຈົ້າຫັ້ນ----------------------ງາມອ້ອຍອິ່ງຫວານ ເດນໍ

( ຢອກເດີ )

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ອັນຈັ່ງວ່າແຟນເຈົ້າ-----------------------ເປັນຜູ້ສາວງາມເນາະ
ຊ່າງໄປເຊາະທາງໃດ--------------------ຈິ່ງໄດ້ຜູ້ງາມປານນັ້ນ
ແຕ່ມາເບິ່ງອັນເຈົ້າ------------------------ອ່າວຄືວ່າໜ້າໃຫຍ່
ບາດຜູ້ສາວເຈົ້າຫັ້ນ----------------------ງາມອ້ອຍອິ່ງຫວານ ເດນໍ

( ຢອກເດີ )

+ ອ່າວສາວພາ!ຂ້ອຍລະຄິດວ່າເຈົ້າ...................ສອງເຮົາກ້ຽວເປັນແຟນກັນ
ອັນວ່າເພີ່ນຜູ້ນັ້ນ..........................................ໄທດຽວກັນໃດສະຫາຍສ່ຽວ
ຢ່າສຸໄປກ່າວກ້ຽວ.........................................ສຽວສອດຫາເຂົາ
ເວົ້າເລື່ອງຮາເລືອງເຮົາ..................................ຊິເຂົ້າກັນດີກວ່າ.ແມ່ນບໍ່
+ຢ່າສຸໄປຄຽດຍ້ອນ.....................................ໃນຄຳກອນຂ້ອຍຂຽນສົ່ງ
ໃຈປະສົງດັ່ງນັ້ນ...........................................ຈີ່ງສັນສອດສານໄປ
ບໍ່ພໍໃຈຂໍອາໄພ.............................................ຢ່າຂົມໃຈຫລືຄາແຄ້ນ
ບໍ່ແມ່ນບໍ່ແມ່ນຊູ້.............................................ເຮົາເປັນໝູ່ກໍ່ດີໃຈ.ແລ້ວເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ອ່າວສາວພາ!ຂ້ອຍລະຄິດວ່າເຈົ້າ...................ສອງເຮົາກ້ຽວເປັນແຟນກັນ
ອັນວ່າເພີ່ນຜູ້ນັ້ນ..........................................ໄທດຽວກັນໃດສະຫາຍສ່ຽວ
ຢ່າສຸໄປກ່າວກ້ຽວ.........................................ສຽວສອດຫາເຂົາ
ເວົ້າເລື່ອງຮາເລືອງເຮົາ..................................ຊິເຂົ້າກັນດີກວ່າ.ແມ່ນບໍ່
+ຢ່າສຸໄປຄຽດຍ້ອນ.....................................ໃນຄຳກອນຂ້ອຍຂຽນສົ່ງ
ໃຈປະສົງດັ່ງນັ້ນ...........................................ຈີ່ງສັນສອດສານໄປ
ບໍ່ພໍໃຈຂໍອາໄພ.............................................ຢ່າຂົມໃຈຫລືຄາແຄ້ນ
ບໍ່ແມ່ນບໍ່ແມ່ນຊູ້.............................................ເຮົາເປັນໝູ່ກໍ່ດີໃຈ.ແລ້ວເດ

ໂອຍ ບໍ່ໄດ້ຄິດຫຍັງດອກເຈົ້າ------------------------ເວົ້າມ່ວນໄປຊັ້ນລະ
ຢ່າມາເວົ້າວ່າເຮົາກ້ຽວເປັນແຟນ--------------------ຈັ່ງແມ່ນເວົ້າບໍ່ເປັນຕາຟັງເດີເຈົ້າ
ຜົວກໍ່ມີ ເມຍກໍ່ມີແລ້ວ----------------------------------ຢ່າເອົາຂ້ອຍໄປກ້ຽວແອ່ວ
ບໍ່ກ່ຽວນຳເດີຂໍ້ນີ້--------------------------------------ຂໍໜີເວັ້ນໄປໄກ ຮາໆໆ ທ່ານເອີຍ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ດຳຂີ່ມ້າ ມາແຕ່ນາດອນ
ລາວຫາວນອນ ເລີຍຕົກຫລັງມ້າ
ລຸງຄຳຫລ້າ ໄປນພວມຕ່າວ
ມາເບິ່ງທ້າວ ນອນຄ້າງຂີ້ຕົມ ອີ່ຕົນເດ!

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ໂອຍ ບໍ່ໄດ້ຄິດຫຍັງດອກເຈົ້າ------------------------ເວົ້າມ່ວນໄປຊັ້ນລະ
ຢ່າມາເວົ້າວ່າເຮົາກ້ຽວເປັນແຟນ--------------------ຈັ່ງແມ່ນເວົ້າບໍ່ເປັນຕາຟັງເດີເຈົ້າ
ຜົວກໍ່ມີ ເມຍກໍ່ມີແລ້ວ----------------------------------ຢ່າເອົາຂ້ອຍໄປກ້ຽວແອ່ວ
ບໍ່ກ່ຽວນຳເດີຂໍ້ນີ້--------------------------------------ຂໍໜີເວັ້ນໄປໄກ ຮາໆໆ ທ່ານເອີຍ

+ 55555 ................................ສຽງດັງມາເປັນຕາຕື່ນ
ຮູ້ບໍໃຈຂ້ອຍມັນສະອື່ນ...................ຂົມຂື່ນນໍ້າຕາໄຫລ
ຂໍອາໄພທີ່ຈາຂານ.......................ກ່າວການສານສ້ຽວ
ຄົງຄວາມເປັນສ່ຽວໄວ້...................ກໍ່ຍັງໄດ້ວ່າຈັ່ງໃດ.ເດໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
[

ເວົ້າເປັນຕາຫົວກະດໍ້-----------------ສອງເຮົາກໍ່ສ່ຽວກັນມາແຕ່ໃດ
ອັນວ່າເລື່ອງຄູ່ໃຈ---------------------ເຈົ້າກໍ່ມີຢູ່ແລ້ວ
ຢ່າເວົ້າໂລເລຫັ້ນ---------------------ຄ້ານຟັງຫຼາຍຢ່າງ
ເວົ້າພໍໄດ້ຫົວມ່ວນນັ້ນ----------------ພໍໄດ້ສະບາຍດອກນ໋າ ຮາໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ດຳຂີ່ມ້າ ມາແຕ່ນາດອນ
ລາວຫາວນອນ ເລີຍຕົກຫລັງມ້າ
ລຸງຄຳຫລ້າ ໄປນພວມຕ່າວ
ມາເບິ່ງທ້າວ ນອນຄ້າງຂີ້ຕົມ ອີ່ຕົນເດ!

ຄືແຕ່ງກອນມ່ວນແທ້--------------ໄປກັອບປີ້ມາແຕ່ໃສ
ຫຼືແຕ່ງມາຈາກໃຈ-----------------ແຕ່ງກອນເປັນແທ້ນີ້
ເຫັນມາແຕ່ງແຕ່ກີ້-----------------ສາມໂຕຂໍ້ລໍ່
ຄົງແຕ່ງເປັນແທ້ເນາະຊັ້ນ--------ອ່ານແລ້ວມ່ວນຫຼາຍເດີ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ເວົ້າເປັນຕາຫົວກະດໍ້-----------------ສອງເຮົາກໍ່ສ່ຽວກັນມາແຕ່ໃດ
ອັນວ່າເລື່ອງຄູ່ໃຈ---------------------ເຈົ້າກໍ່ມີຢູ່ແລ້ວ
ຢ່າເວົ້າໂລເລຫັ້ນ---------------------ຄ້ານຟັງຫຼາຍຢ່າງ
ເວົ້າພໍໄດ້ຫົວມ່ວນນັ້ນ----------------ພໍໄດ້ສະບາຍດອກນ໋າ ຮາໆໆໆໆໆໆ

+ອ່າວ!ບໍ່ແມ່ນເຈົ້າ....................ຫາກເວົ້າກາດເກີນໄປ
ຂໍອາໄພໃນຄວາມຈາ.................ທີ່ກ່າວມາຢອກລໍ້
ຈັ່ງແມ່ນໂພດກະດໍ້....................ວ່າບໍ່ຂໍຂອດສ່ຽວ
ເຮົາໄທດຽວແທ້ໆ.....................ສັງມາແກ້ກ່າວຈົມ.ແທ້ເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ອ່າວ!ບໍ່ແມ່ນເຈົ້າ....................ຫາກເວົ້າກາດເກີນໄປ
ຂໍອາໄພໃນຄວາມຈາ.................ທີ່ກ່າວມາຢອກລໍ້
ຈັ່ງແມ່ນໂພດກະດໍ້....................ວ່າບໍ່ຂໍຂອດສ່ຽວ
ເຮົາໄທດຽວແທ້ໆ.....................ສັງມາແກ້ກ່າວຈົມ.ແທ້ເດ

ໂອຍ ບໍ່ເປັນຫຍັງດອກເຈົ້າ------------------ເລື່ອງໝູ່ສ່ຽວກັນ
ເຮົາມາລົມເລື່ອງອື່ນປັນ----------------------ກັນແຊຫາຄວາມຮູ້
ເຈົ້າຫາກມີຫຼາຍເລື່ອງນັ້ນ-------------------ມາເລົ່າສູ່ກັນຟັງແດ່
ຈັກຊຳເໜືອຫຼືໃຕ້ນັ້ນ-------------------------ມາເລົ່າໂລດເດີ ສ່ຽວເອີຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ໂອຍ ບໍ່ເປັນຫຍັງດອກເຈົ້າ------------------ເລື່ອງໝູ່ສ່ຽວກັນ
ເຮົາມາລົມເລື່ອງອື່ນປັນ----------------------ກັນແຊຫາຄວາມຮູ້
ເຈົ້າຫາກມີຫຼາຍເລື່ອງນັ້ນ-------------------ມາເລົ່າສູ່ກັນຟັງແດ່
ຈັກຊຳເໜືອຫຼືໃຕ້ນັ້ນ-------------------------ມາເລົ່າໂລດເດີ ສ່ຽວເອີຍ

+ໂອຍ...ຂໍຂອບໃຈໃດເຈົ້າ..................ສະຫາຍເຮົາຫລືວ່າສ່ຽວ
ມາກ່າວກ້ຽວກອນນ້ອຍ.......................ກະວີສ້ອຍສືນສານ
ມາປະສານຊ່ວຍຊູ.............................ຟື້ນຟູວັນນະກຳລາວນີ້
ໃຫ້ມັນດີໄປຫນ້າ..............................ລູກຫລານມາຊິຈຳຈື່.ທ່ານເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ໂອຍ...ຂໍຂອບໃຈໃດເຈົ້າ..................ສະຫາຍເຮົາຫລືວ່າສ່ຽວ
ມາກ່າວກ້ຽວກອນນ້ອຍ.......................ກະວີສ້ອຍສືນສານ
ມາປະສານຊ່ວຍຊູ.............................ຟື້ນຟູວັນນະກຳລາວນີ້
ໃຫ້ມັນດີໄປຫນ້າ..............................ລູກຫລານມາຊິຈຳຈື່.ທ່ານເອີຍ

ເວົ້າເຖິງວັດທະນາທຳອີກແລ້ວ-------------ເອົາກ່າວຈາມາໂລດ
ເອົາເລົ່າເລື່ອງອື່ນກໍ່ໄດ້----------------------ນິທານເກົ່າຈາກຜູ້ເຖົ້າ
ທ່ານເຄີຍໄດ້ຈາເວົ້າ------------------------ເລົ່າເລື່ອງນິທານກ່ອມ
ນິທານເລື່ອງໃດກໍ່ໄດ້-----------------------ເອົາມາເລົ່າເປັນກອນເບິ່ງດູ :) ທ່ານເອີຍ

+ ໂອ!ຂ້ອຍຜູ້ຄວາມຮູ້ຫນ້ອຍ....................ບໍ່ຄອງຄອຍຄືເພີ່ນວ່າ
ຊິໄປຈາຮອດເຄົ້າ................................ນິທານເຖົ້າເກົ່າຫລັງ
ພຽງແຕ່ຫວັງກໍ່ຍັງໄປບໍ່ພໍ້........................ພຽງພໍຄືເພີ່ນວ່າ
ມີແຕ່ຈາຈົ່ມຫລີ້ນ.................................ໃຜຍີນແລ້ວກໍ່ເລົ່າຊັງ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ໂອ!ຂ້ອຍຜູ້ຄວາມຮູ້ຫນ້ອຍ....................ບໍ່ຄອງຄອຍຄືເພີ່ນວ່າ
ຊິໄປຈາຮອດເຄົ້າ................................ນິທານເຖົ້າເກົ່າຫລັງ
ພຽງແຕ່ຫວັງກໍ່ຍັງໄປບໍ່ພໍ້........................ພຽງພໍຄືເພີ່ນວ່າ
ມີແຕ່ຈາຈົ່ມຫລີ້ນ.................................ໃຜຍີນແລ້ວກໍ່ເລົ່າຊັງ...

ໂອບໍ່ມີໃຜຊັງດອກເຈົ້າ--------------------ເລົ່າເລື່ອງຫຍັງກໍ່ເລົ່າໂລດ
ຫາກຂ້ອຍມີເວລາມາໂພດສ--------------ອາດຈະເລົ່ານິທານໃຫ້ອ່ານພ້ອມ
ມີຫຼາຍນິທານກ້ອມ--------------------------ແມ່ຕູ້ ແລະ ປ້າເຄີຍບອກເລົ່າ
ເປັນນິຍາຍເກົ່າແກ່ກ້ຳ----------------------ກ່າວຮອດເລື່ອງນາງຟ້າ ຈັກແທ້ຫຼື ຕວະ ຫັ້ນແລ້ວ ຮາໆໆ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເລື່ອງກອນບໍ່ເຕັມບາດເບຶ້ອງ.....................ບໍ່ເປັນເລື່ອງໜັກໜາ ດອກເດີ
ບາງເທື່ອບົດມັນກາຍ.............................ກະເທີນບາດຊິຈົບບົດ
ບາງບົດກ່າວຈາໄປ...............................ເລີຍບໍ່ພໍເຕັມບາດກ້າວ
ແຕ່ເລື່ອງລາວພັດໝົດກ່ອນ.....................ຫລັກເພິ່ນຜ່ອນຜັນໄດ້ຢູ່ ທ່ານເອີຍ

ຂໍຊົມເຊີຍທີ່ຊ່ວຍຊີ້...............................ໃຫ້ຕັ້ງແຕ່ງເຕັມໂຄງກອນ
ຊ່ວຍສະທ້ອນສຽງກັບ...........................ເພື່ອໃຫ້ປັບປຸງຕື່ມ ດີຫລາຍ
ຂໍໝາຍຮັບເອົາດ້ວຍໃຈ.........................ຊິຄ່ອຍພຽນໃຫ້ເຕັມທີ່
ໝາຍຮ່ວມຊີ້ຊ່ອງໃຫ້............................ເປັນທາງໄຕ່ກ້າວຍ່າວກະວີ ຂອບໃຈເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ບາດທີ່ສອງມ່ວນແທ້ ---------------------------ມັນຄ່ອງສະບາຍ
ບໍ່ເປັນຫຍັງຫຼາຍເດີ-----------------------------ຕໍ່ລົມຫົວມ່ວນໄປຊັ້ນ
ເຈົ້າກໍ່ໝັ່ນມາຫຼິ້ນ--------------------------------ດີໃຈແທ້ມາເຕີມຕໍ່
ມາອີກເດີເທື່ອໜ້າ-------------------------------ແຕ່ງກອນແກ້ວນຳກັນ ທ່ານເອີຍ :)

ອັນນີ້ຂໍກັອບປີ້ບາດທີ່ສອງມາແປງເຕີມໂຕສີແດງລອງເບິ່ງເດີ ເພື່ອໃຫ້ຖືກຫຼັກເອກໂທ :)

ຂໍຊົມເຊີຍທີ່ຊ່ວຍຊີ້...............................ໃຫ້ຕັ້ງແຕ່ງເຕັມໂຄງກອນ
ຊ່ວຍສະທ້ອນສຽງກັບ...........................ເພື່ອໃຫ້ປັບປຸງຕື່ມດີຫລາຍແລ້ວ
ຂໍໝາຍຮັບເອົາດ້ວຍໃຈພ້ອມ...................ຊິຄ່ອຍພຽນໃຫ້ເຕັມທີ່
ໝາຍຮ່ວມຊີ້ຊ່ອງໃຫ້............................ເປັນທາງໄຕ່ກ້າວຍ່າວກະວີ ຂອບໃຈເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ໂອ!ຂ້ອຍຜູ້ຄວາມຮູ້ຫນ້ອຍ....................ບໍ່ຄອງຄອຍຄືເພີ່ນວ່າ
ຊິໄປຈາຮອດເຄົ້າ................................ນິທານເຖົ້າເກົ່າຫລັງ
ພຽງແຕ່ຫວັງກໍ່ຍັງໄປບໍ່ພໍ້........................ພຽງພໍຄືເພີ່ນວ່າ
ມີແຕ່ຈາຈົ່ມຫລີ້ນ.................................ໃຜຍີນແລ້ວກໍ່ເລົ່າຊັງ...

ໂອບໍ່ມີໃຜຊັງດອກເຈົ້າ--------------------ເລົ່າເລື່ອງຫຍັງກໍ່ເລົ່າໂລດ
ຫາກຂ້ອຍມີເວລາມາໂພດສ--------------ອາດຈະເລົ່ານິທານໃຫ້ອ່ານພ້ອມ
ມີຫຼາຍນິທານກ້ອມ--------------------------ແມ່ຕູ້ ແລະ ປ້າເຄີຍບອກເລົ່າ
ເປັນນິຍາຍເກົ່າແກ່ກ້ຳ----------------------ກ່າວຮອດເລື່ອງນາງຟ້າ ຈັກແທ້ຫຼື ຕວະ ຫັ້ນແລ້ວ ຮາໆໆ

+ ຂ້ອຍຂໍເຊີນໃດເຈົ້າ--------------------------ເອົານິທານມາເຫລົ່າ
ເລື່ອງເກົ່າໆກ່ອນກີ້-----------------------------ມາແປງປ້ອນເປັນກອນ
ຂ້ອຍຄ່ອຍດອນມາຢາມ------------------------ອ່ານກອນຄົນງາມນິທານເຈົ້າ
ຮູ້ໄວ້ໃດວ່າຂ້ອຍຄອຍເຝົ້າ--------------------ອ່ານກອນເຈົ້າຕະຫລອດໄປ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ຂ້ອຍຂໍເຊີນໃດເຈົ້າ--------------------------ເອົານິທານມາເຫລົ່າ
ເລື່ອງເກົ່າໆກ່ອນກີ້-----------------------------ມາແປງປ້ອນເປັນກອນ
ຂ້ອຍຄ່ອຍດອນມາຢາມ------------------------ອ່ານກອນຄົນງາມນິທານເຈົ້າ
ຮູ້ໄວ້ໃດວ່າຂ້ອຍຄອຍເຝົ້າ--------------------ອ່ານກອນເຈົ້າຕະຫລອດໄປ....

ຮາໆ ຂອບໃຈເດີຊັ້ນນະ----------------------ຈັກຊິເລົ່າເລື່ອງໃດດີ
ໃຫ້ມັນມ່ວນ ແລະ ມີ---------------------------ເນື້ອໃນດີເລີດລ້ຳ
ຍັງຄິດຮອດຝ່າຍກ້ຳ--------------------------ກ້ຳຝ່າຍຫົວພັນມີນ້ຳໝອກ
ປອກປໍຫໍ່ຫຸ້ມໄວ້--------------------------------ຫຼາຍລົ້ນຈົນເປັນະເລໝອກຫັ້ນເດ

ໂອຄັນຊິກ່າວໄປຫຼາຍກ້ຳ----------------------ກ້ຳຝ່າຍເມືອງໜາວເຮົາ
ບ່າວສາວຢອກກັນ-----------------------------ຈັ່ງແມ່ນມ່ວນຫວານປານນ້ຳເຜິ້ງ
ຄິດຮອດຍາມສະໄໝນັ້ນ----------------------ກັນລະຢາກຫົວຈ້າເຈະ
ຕອນສະໄໝຍັງນ້ອຍພຸ້ນ----------------------ຈັ່ງແມ່ນມ່ວນອີ່ຫຼີເດ

ຫາໃສຈະປຽບໄດ້-----------------------------ໃຈຮ່ຳຄະນິງຫາ
ຄິດຮອດເດຂວັນຕາ--------------------------ເພື່ອຝູງກ່ອນກີ້
ແຕ່ມາເຖິງບັດນີ້--------------------------------ເຂົາເຈົ້າແຕ່ງງານໝົດກ່ອນ
ຍັງແຕ່ເຮົານີ້ແລ້ວ------------------------------ຍັງເປັນໂສດຊິຂຶ້ນຄານ ແທ້ແລ້ວ ຮາໆໆໆ

ຢ່າເທາະລົມເລື່ອງນີ້--------------------------ໄປລົມແນວອື່ນຕໍ່ເຕີມ
ເຖິງແນວໃດກໍ່ເໝືອນເດີມ--------------------ຈິດໃຈຂ້ອຍຄິດຮອດແຕ່ວຽງໄຊພຸ້ນ
ເຄີຍເປັນບ່ອນຮົ່ມຊົ້ນ--------------------------ເຕີບໂຕຈົນໃຫຍ່
ຮອດປານນີ້ຈົນຊິເຖົ້າ-------------------------ຍັງເຝົ້າຄິດຮອດວຽງໄຊ ບ້ານເກີດ ແທ້ເດ

ບັນຍາຍຈາກໃຈແທ້-------------------------ຮັກຫໍ່ວຽງໄຊອີ່ຫຼີ
ເມືອງວຽງໄຊ ແຂວງຫົວພັນ----------------ທີ່ໝັ້ນປະຫວັດສາດທີ່ຮັກນັ້ນ
ຍັງຄົງຈຳຈື່ໄດ້-------------------------------ຈົດຈຳໄວ້ບໍ່ເຄີຍລືມດອກ
ໄດ້ແຕ່ຈາລຶກຮູບໄວ້-------------------------ໃຈຍັງຫວັງໄດ້ ໄປພັດທະນາແທ້ເດ

ເຮັດແນວໃດບຸນຊິຮອດປານນັ້ນ--------------ຫວັງພັດທະນາບ້ານເກີດ
ຫວັງໃຫ້ສີວິໄລຈະເລີນ------------------------ຮຸ່ງເຮືອງນຳເຂົານັ້ນ
ແຕ່ວ່າຄິດໄປແລ້ວ----------------------------ຄວາມຈະເລີນຍິ່ງເຮັດໃຫ້ເຮື້ອຮົກ
ເບິ່ງໃຈຄົນໃນເມືອງແລ້ວ---------------------ໃຈແກ້ວບໍ່ສູ້ບ້ານນອກນັ້ນ ແທ້ໃດ

ງາມເດງາມທຳມະຊາດນັ້ນ-------------------ວຽງໄຊສະຫວັນໃດສ້າງສັນ
ງາມບໍ່ມີຫຍັງປຸນປານ--------------------------ຈິດໃຈຂ້ອຍນັ້ນວຽງໄຊຍັງຝັງຈຳໝັ້ນ
ຍັງຈຳໄດ້ຢູ່ນັ້ນ---------------------------------ບໍ່ລືມໄລລົງດອກ
ຈິ່ງໄດ້ເອົາຮູບໄວ້------------------------------ແທນຄວາມຄິດຮອດໄດ້ເບິ່ງນຳ ແທ້ເດ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ອອນຊອນແທ້.........................ຍາມແລດຽວລໍ່າ
ສັງມາຄິດເຖິງກໍ້າ........................ເມືອງຊຳບ່ອນບ້ານເກົ່າ
ບໍ່ມີຫຍັງພໍມາເວົ້າ.........................ຂໍເອົາກອນເກົ່າມາລົງ
ຍັງຄົງລໍຄອຍກອນ........................ສາວພາເພີ່ນມາຕ້ານ.ຕໍ່ໃດ
+ ຂ້ອຍຂໍຂຽນຂີດແຕ້ມ ..................ກ່າວກາບກອນໄຂ
ໃນດິນແດນດອນບ້ານ ..................ຖານຖິ່ນເມືອງຊຳ
ເປັນຕຳນານເນືອງນັນ ................. ເລົ່າລືກັນໄກກ້ອງ
ຜູງເຜົ່າພັນພີ່ນ້ອງ ...................... ມີມຸນເຊື້ອໂລກເລົ່າລື.ພຸ້ຫນາ
+ ເມືອງຊຳເປັນທີ່ຕັ້ງ.................... ຄາວຫລັງຕອນຕີຕ່ອຍ
ເປັນເຂດປົດປ່ອຍແລະທີ່ຫມັ້ນ ......... ຄາວນັ້ນທ່ານຜູ້ນຳ
ເມືອງຊຳມີຫລາຍຖໍ້າ .................ເຮືອນຜູ້ນຳແຕ່ຄາວກ່ອນ
ເປັນບ່ອນເພີ່ນຢູ່ລີ້ .......................ຈົນຕີໄດ້ປົດປ່ອຍລາວ.ພຸ້ນແລ້ວ
+ງາມເດ! ນຳຕົກຕົນຕາດຕ້ອງ......... ເຟືອງຟາດຟອງກະແສ
ເປັ່ງແປໄປໄຫລລົງ.................... ໃສ່ສາຍຊຳຍາວກ້ວາງ
ເຮືອລ່ອງລອຍແລ່ນໄດ້ .................. ນໍ້າໄຫລກ້ຽວກອດກັນ
ປູປານາໆພັນ .............................. ກໍ່ມາກມາຍຫລາຍລົ້ນ
+ງາມເດ! ພູຜາຕັ້ງ................. ລຽນກັນເກາະກ່າຍ
ຜາຫິນລາຍສູງຊັ້ນ........................ ແຖວຖ້ານຖີ່ຖັນ
ເປັນປ່າດົງສູງຊັນ ......................... ລຽນກັນຊ້ອນຊໍ່
ອອນຊອນນໍທະນີສົ່ງສຽງຮ້ອງ.............ດັງກ້ອງທົ່ວຟົງໄພ.ພຸ້ນເດ
+ງາມເດ! ຜຶນແຜ່ນຜ້າ ................... ແພວາດີດົກດອກ
ອອກຈາກໄຫມແມ່ມ້ອນ ....................ມານດາສ້າງສືບສານ
ສຽງກ່າວຂານເນືອງນອງ................. ທົ່ວແດນດິນດ້າວ
ຊາວລາວຊົມເຊີຍຍ້ອງ ....................ຂອງຜ້າແຜ່ນແດນເມືອງຊຳ.ຊອບແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ເມືອງລາວ

ຟັງເນີ ມາຟັງກອນກອດກ້ຽວ......................ເກາະກ່າຍເປັນຜະຫຍາ
ຂ້ອຍຊິວາຈາໄຂ.....................................ເລື່ອງເມືອງລາວທີ່ຄວນຮູ້
ຈະກ່າວເປັນກະວີກ້ອມ..............................ມາກ່ອມໃຈຄົນຍຸກໃຫມ່
ຊິກ່າວທັງເຫນືອແລະໄຕ້............................ກາງພ້ອມຄູ່ກັນ
-ແຂວງທີ່ຫນື່ງມີທີ່ຕັ້ງ................................ເຫນືອສຸດແຫ່ງດິນລາວ
ມີຫມອກຂາວໃບຊາງາມ............................ຊື່ວ່າຜົ້ງສາລີເຈົ້າ
ເຂົານັ້ນພາກັນສ້າງ...................................ມີຫລາຍເມືອງຕັ້ງຢູ່
ແມ່ນ້ຳອູແລະພູຟ້າ....................................ເປັນສັນຍາລັກເຈົ້າຄູ່ເມືອງແທ້ແລ້ວ
- ສອງນັ້ນແມ່ນແຂວງບໍ່ແກ້ວ........................ປາກທ່າຫົວຂອງ
ເມືອງເອກແມ່ນຫ້ວຍຊາຍ............................ແລະຫລາຍເມືອງກໍ່ມີຕັ້ງ
ສຸວັນນະໂຄມຄຳເຈົ້າ...................................ເມືອງບູຮານນາຄາຢູ່
ປະຫວັດລາວບອກໄຫ້ຮູ້...............................ນາຄີນັ້ນສ້າງເມືອງພຸ້ນໄດ
-ຖັດລົງມາທາງໄຕ້......................................ແມ່ນແຂວງໃຫມ່ຫລວງນ້ຳທາ
ຫນ້າເຂົ້າຊອຍເມືອງສິງ.................................ຊື່ສຽງກັງວານກ້ອງ
ເຜົ່າໄທດຳພີ່ນ້ອງ.........................................ຮ່ວມໃຈກັນເປັນຫນື່ງ
ມີພະທາດຊຽງຕື້ງ..........................................ທັງອຸທິຍານນ້ຳຫ້າ ນ້ຳທາພ້ອມຄູ່ກັນ
-ແຂວງທີ່ສີ່ກ່າວເຖີງນັ້ນ..................................ຂື້ນຊື່ອຸດົມໄຊ
ທາດມີ່ງເປັນແກນ.........................................ຕັ້ງສຸງພຽງຟ້າ
ພະແຊກຄຳມີພ້ອມ........................................ຢູ່ເມືອງຫລາບໍ່ນ້ຳອຸ່ນ
ແຊບເດເສັ້ນເຂົ້າປຸ້ນ.......................................ນາຊ້າວທີ່ເລື່ອງລື
-ແຂກທຽວໄປທຸກໆມື້......................................ເມື່ອງໃຫຍ່ມໍລະດົກລາວ
ຊື່ວ່າຫລວງພະບາງ.........................................ຖິ່ນແດນອາຣາມແຈ້ງ
ມີພະບາງເອກອ້າງ...........................................ສະຖິດກາງວັດໃຫຍ່
ໄຄແຜ່ນທັງແຈ໋ວບອງພ້ອມ..................................ນາງສັງຂານນັ້ນກໍ່ເລື່ອງລື
-ເມືອງແຫ່ງເຜົ່າໄທລື້..........................................ຊື່ວ່າໄຊຍະບູລີ
ມີປະເພນີງານບຸນ..............................................ແຫ່ທິດາດອກຝ້າຍ
ນອກນັ້ນມີບຸນຊ້າງ............................................ມະໂຫລານຫຍິ່ງໃຫຍ່
ແບ່ງເປັນເມືອງເຫນືອໄຕ້.....................................ສຽງຈາຕ້ານກໍ່ຕ່າງກັນ
-ແຂວງທີ່ເຈັດວ່ານັ້ນ...........................................ແມ່ນຫົວພັນຊຳເຫນືອ
ເມືອງວຽງໄຊອາດຫານ…………………………….ຖິ່ນແດນແຫ່ງຄົນກ້າ
ອານາແຂວງເຂດແຄ້ວນ……………………………ຖານເກົ່າຕີອາເມຣິກາ
ແກ້ວຫລັກເມືອງສ່ອງຟ້າ…………………………..ແຈ໋ວປາບ້ຳກໍ່ແຊບຊ້ອຍ ຂື້ນຊື່ແທ້ຫົວພັນ
-ແຂວງທີ່ແປດພາກເຫນືອນັ້ນ…………………..ຊື່ເມື່ອງພວນຊຽງຂວາງ
ປະຫວັດລາວກ່າວເຖີງ…………………………..ກອງພັນທີ່ສອງກ້າ
ຕີຜ່າວົງປິດລ້ອມ…………………………………ຫມາພານຮຸກຮານຊາດ
ຈົນມັນເສຍພາບແພ້……………………………...ຫນີຕາຍພ້ອມເກືອບບໍ່ທັນ
-ຍັງບໍ່ຫມົດພຽງເທົ່ານັ້ນ………………………….ແຫລ່ງທ່ອງທ່ຽວກໍ່ມີຫລາຍ
ຂື້ນຊື່ແມ່ນໄຫຫີນ.............................................ຂອງບູຮານເຜົ່າເຈືອງສ້າງ
ວັດເພຍຊື່ສຽງກ້ອງ………………………………ເມືອງເອກພວນຊຽງເກົ່າ
ບໍ່ນ້ຳອຸ່ນເມືອງຄຳເຈົ້າ…………………………….ຕາດຄາຫອງແຮດພ້ອມ ງາມແທ້ມາແວ່ຢາມແດ່ເນີ
-ແມ່ນພິເລີສຳນຽງນ້ອງ……………………………ສາວລ້ອງງື່ມແຂວງວຽງຈັນ
ຖິ່ນແຫ່ງສຽງຂັບລຳ………………………………..ປະສານແຄນມ່ວນແມ້ງ
ລຳເດີນຂັບງື່ມພ້ອມ………………………………..ຟັງຍາມໄດບໍ່ມີເບື່ອ
ເມືອເບີ່ງເດີນລາຍງ້າວ.........................................ຢາມເມືອງເກົ່າໄຜ່ຫນາມ
-ນະຄອນຫລວງເອກອ້າງ.....................................ເມືອງເອກຂອງລາວ
ມີທາດຫລວງສະຫງ່າງາມ......................................ປະຕູໄຊຫໍຄຳແກ້ວ
ວັດເກົ່າອາຮາມນັ້ນ...............................................ມີອະນັນຄືບ່ອນອື່ນ
ສວນເຈົ້າອານຸກໍ່ຄຶກຄື້ນ...........................................ສວນຟ້າງຸ່ມກໍ່ເຮື່ອງແຈ້ງ ງາມແທ້ຊູ້ຍາມ
-ສາວເມີ້ຍງາມເຫລືອລ້ຳ.........................................ຖານຖິ່ນບໍລິຄຳໄຊ
ໄມ້ເກດລາຄາແພງ.................................................ໂຕເສົາຫລານາແຊງກວ້າງ
ພະບາດໂພນສັນນັ້ນ...............................................ພ້ອມພາກັນໄປຢ້ຽມກາບ
ກຸຫລາບງາມເລີດລ້ຳ...............................................ກິ່ນຫອມກົ້ວທົ່ວແດນ
-ຄຳມ່ວນເປັນເຂດແຄ້ວນ..........................................ຖານຖິ່ນລຳມະຫາໄຊ
ຊຸບຫນໍ່ໄມ້ກໍ່ໂດ່ງດັງ.....................................................ແກງສານກໍ່ແຊບພ້ອມ
ເຂົ້າຫົນມປ່ານກໍ່ຫອມແທ້.........................................ໄປແວ່ນຢາມກາບພະທາດ
ທ່າແຂກອາດຫານກ້າ................................................ຈາລຶກໄວ້ໃນປື້ມຄຳພຸ້ນໄດ
-ແຜ່ນດິນຄຳເພີ່ນກ່າວໄວ້..............................................ວ່າແມ່ນສະຫວັນນະເຂດລາວກາງ
ເຊີ່ງມີປາງບຸນງັນ.......................................................ທາດອີງຮັງຊູ່ປີແທ້
ເປັນບ່ອນກຳເນີດຂື້ນ....................................................ລຳຜະຫຍາສີ່ຢ່າງ
ໄດໂນເສົາເອກອ້າງ.....................................................ມີຄ່າລ້ຳຄູ່ເມືອງ
-ສາລະວັນລືທົ່ວເຟື້ອງ..................................................ຫລາຍສິ່ງນາປະການ
ທັງເຫລົ້າຂາວສາວລາວເທິງ...........................................ບ້ານນາໄຊແດນຫມາກພ້າວ
ປີ້ງໄກ່ກໍ່ລືກ້ອງ............................................................ໃຜບໍ່ຊີມມາບໍ່ຮອດ
ລຳສາລະວັນກອດກ້ຽວ...................................................ພາຄູ່ຟ້ອນເຕ້ຍລົງ
-ພູນາງລາວປະດັບເອ້.....................................................ຄຽງຄູແຂວງເຊກອງ
ລອງພາກັນດື່ມເຫຼົ້າໄຫ.....................................................ເມືອງດາກຈຶງຂອງດີແທ້
ສາຍທາລາເຢັນລ້ຳ........................................................ມາພາກັນລົງອາບ
ຕາດແສກງາມດັ່ງນ້ອງ..................................................ສາວເຊກອງນັ້ນຍີ້ມງາມ
-ອັດຕະປືກໍ່ມີເຄົ້າ...........................................................ບໍ່ມີໄກ່ຕ້ອງຂາຍຄຳ
ສະແດງເຖີງຄວາມຮັ່ງມີ...................................................ມາແຕ່ຄາວປະຖົມພຸ້ນ
ພະອົງແສນສະຖິດຕັ້ງ………………………………………ປະດັບແດນເມືອງໃຫຍ່
ລຳທານແລະປ່າໄມ້…………………………………………ຂຽວສະອຸ້ຊຸ່ມເຢັນ
-ສຸດທ້າຍຂໍກ່າວເນັ້ນ..............................................ແດນໄຕ້ສຸດແຫ່ງດິນລາວ
ຊື່ວ່າຈຳປາສັກ.......................................................ວັດພູຫີນສະຖິດຕັ້ງ
ມີວັງປ່າຂ່າແກ້ວ.......................................................ຄອນພະເພັງຫລີ່ຜີຊ່າ
ກາເຟຫອມຂອງດີແທ້................................................ສີພັນດອນນັ້ນກໍ່ເລົ່າລື
-ຂໍຈົບພຽງເທົ່ານີ້......................................................ກອນກ່າວພັນລະນາ
ແຕ່ວ່າຍັງບໍ່ຫມົດ.......................................................ຍົກມາພຽງໃຫ້ນຶກຍ້ອນ
ຫາກວ່າໃຜຢາກໄປຄົ້ນ...............................................ຫາຄວາມຈິງວ່າມີບໍ່
ຮຽນຂໍ່ເຊີນທ່ານໄປພໍ້.................................................ບາດແລ້ວຊິບໍ່ລືມ ຊັ້ນໄດ໋

ໃຊ້ເວລາຕັ້ງຫົກຊົ່ວໂມງກວ່າຈະແຕ່ງແລ້ວ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ທຸກທ່ານທີ່ມາຮ່ວມນີ້------------------ ແຕ່ງກອນມ່ວນຫຼາຍ
ບໍ່ອາດຈະບັນຍາຍ--------------------------ທ່ານແຕ່ງໄດ້ມ່ວນເລີດລ້ຳ
ທັງ KaikeoTBS ແລະ nol ພ້ອມ-------ລວມທັງຄົນອື່ນໆ
ແຕ່ງກາບກອນມ່ວນຄຶກຄື້ນ----------------ສົມເປັນລາວແທ້ກາບກະວີ ແທ້ເດ ອິອິອິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໂອ ທຸກທ່ານທີ່ມາຮ່ວມນີ້------------------ ແຕ່ງກອນມ່ວນຫຼາຍ
ບໍ່ອາດຈະບັນຍາຍ--------------------------ທ່ານແຕ່ງໄດ້ມ່ວນເລີດລ້ຳ
ທັງ KaikeoTBS ແລະ nol ພ້ອມ-------ລວມທັງຄົນອື່ນໆ
ແຕ່ງກາບກອນມ່ວນຄຶກຄື້ນ----------------ສົມເປັນລາວແທ້ກາບກະວີ ແທ້ເດ ອິອິອິ

ນັບມື້ນັບເຫັນໄດ້............................ຄວາມເຕີບໃຫ່ຍກະທູ້ກອນ
ມີຄຳສອນຄຳຈາ...........................ເຂົ້າກັນມາຂານຕອບ
ປະກອບຂຽນກາບສ້ອຍ....................ກະວີນ້ອຍເລົ່ານິທານ
ສຳນຽງຫວານຍາມທ່ານເວົ້າ..............ຈົນເຮົານີ້ຮໍ່າຄະນີງ.ນຳເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ນັບມື້ນັບເຫັນໄດ້............................ຄວາມເຕີບໃຫ່ຍກະທູ້ກອນ
ມີຄຳສອນຄຳຈາ...........................ເຂົ້າກັນມາຂານຕອບ
ປະກອບຂຽນກາບສ້ອຍ....................ກະວີນ້ອຍເລົ່ານິທານ
ສຳນຽງຫວານຍາມທ່ານເວົ້າ..............ຈົນເຮົານີ້ຮໍ່າຄະນີງ.ນຳເດ

ຄືດັ່ງທ່ານເວົ້າ--------------------ເຈົ້າກໍ່ໝັ່ນຂຽນກອນ
ກໍ່ດີ ທັງມ່ວນອອນຊອນ----------ຢູ່ແລ້ວເດເຈົ້າ
ສະນັ້ນຍາມເມື່ອເສົ້າ-------------ຢ່າຫັນເຫໄປທາງອື່ນ
ໃຫ້ຫັນມາແຕ່ງກອນນີ້-----------ບໍ່ໄດ້ເສົ້າເຫົງາອຸລາແທ້ເດ :)

໖ ກະທູ້
໙໗ ໂພສ
ນັກການກະທູ້
ຫລາຍສ່ຳໄມ້.......................ໃນປ່າອະນັນຫນັກ
ຫາລຳເປັນຂອງຫອມ...................ແກ່ນຈັນບໍ່ມີໄດ້
ຄົນເຕັມບ້ານ..............................ຄາເມມີມາກ
ລຳບາກແທ້...............................ທຸກຮ້ອນອັ່ງຄະນາ
- ອັນຫມາເຫັນຕອນຊີ້ນ................ກ້ອນໃຫຍ່ເປັນກອງ
ມັນກໍ່ຍັງອີ່ມເປັນ..........................ເມື່ອວ່າກິນເຕັມທ້ອງ
ແຕ່ວ່າມີເດຍລະສານເຊື້ອ.................ອະເວຈີສົ່ງມາເກີດ
ມັນກອບໂກຍກິນກ້ຽງ.......................ກະດຸກກ້າງກໍ່ບໍ່ເຫລືອພຸ້ນເດ
- ບໍ່ຫມົດພຽງທໍ່ນີ້...........................ມັນສ້າງກໍ່ລຸກສະຫມຸນ
ໃຫ້ພາກັນຊ່ວຍກິນ........................ໃນເມື່ອຍາມແຮງມັນກ້າ
ເພາະວ່າໂອກາດແກ້ວ...................ຫ້າປີມີເທື່ອຫນື່ງ
ມັນຈື່ງກິນບໍ່ເກງຟ້າ.......................ໂກຍເຂົ້າແກ່ມັນ
- ມັນວາງແຜນເປັນຊັ້ນໆ.................ກິນຕໍ່ເປັນເຄືອ
ໂຕມັນເອງປຽບດັ່ງແກນ..................ຕັ້ງໂຕເປັນຮາກແກ້ວ
ສ່ວນວ່າສະຫມຸນນ້ອຍ.........................ເປັນຮາກຝອຍຫຸ້ມຫໍ່
ເຖີງວ່າມີການສ່ອງຄົ້ນ.........................ກໍ່ຍາກແທ້ປາບມັນ
-ມີທາງດຽວຄືຕັ້ງຫມັ້ນ.........................ພາກັນກ່າວໄຂສຽງ
ຫາກວ່າພາກັນເຫັນ............................ພຶດຕິກຳເດຍລະສານຮ້າຍ
ຈົ່ງຊ່ວຍກັນປະຈານສູ້..........................ຢ່າໃຫ້ມັນໄດ້ເລີງລ່າ
ແລ້ວຄວາມສຸກໃນທົ່ວລ້າ......................ຈະຫວນຢ້ອນຕ່າວຄືນແທ້ໄດ

ພາກັນອ່ານແລ້ວຄິດຄົ້ນໄປນຳເດີວ່າກອນບົດນີ້ມີຄວາມຫມາຍແນວໄດ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຫລາຍວັນນັບມື້ກ້າວ.....................ບົດກອນກ່າວເປັນຄຳເຫັນ
ນີ້ຫາກເປັນບ່ອນປັ້ນ....................ສ້າງກໍ່ກະວີວອນ ອີ່ຫລີໄດ໋
ຫາໃສມາປຽບໄດ້........................ການໄຂຂໍ້ຕໍ່ບົດກອນ
ຢອກຢ້ອນກັນມ່ວນຫລາຍ.............ພາຜ່ອນຄາຍໃຈແທ້ ແລນາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ຫລາຍສ່ຳໄມ້.......................ໃນປ່າອະນັນຫນັກ
ຫາລຳເປັນຂອງຫອມ...................ແກ່ນຈັນບໍ່ມີໄດ້
ຄົນເຕັມບ້ານ..............................ຄາເມມີມາກ
ລຳບາກແທ້...............................ທຸກຮ້ອນອັ່ງຄະນາ
- ອັນຫມາເຫັນຕອນຊີ້ນ................ກ້ອນໃຫຍ່ເປັນກອງ
ມັນກໍ່ຍັງອີ່ມເປັນ..........................ເມື່ອວ່າກິນເຕັມທ້ອງ
ແຕ່ວ່າມີເດຍລະສານເຊື້ອ.................ອະເວຈີສົ່ງມາເກີດ
ມັນກອບໂກຍກິນກ້ຽງ.......................ກະດຸກກ້າງກໍ່ບໍ່ເຫລືອພຸ້ນເດ
- ບໍ່ຫມົດພຽງທໍ່ນີ້...........................ມັນສ້າງກໍ່ລຸກສະຫມຸນ
ໃຫ້ພາກັນຊ່ວຍກິນ........................ໃນເມື່ອຍາມແຮງມັນກ້າ
ເພາະວ່າໂອກາດແກ້ວ...................ຫ້າປີມີເທື່ອຫນື່ງ
ມັນຈື່ງກິນບໍ່ເກງຟ້າ.......................ໂກຍເຂົ້າແກ່ມັນ
- ມັນວາງແຜນເປັນຊັ້ນໆ.................ກິນຕໍ່ເປັນເຄືອ
ໂຕມັນເອງປຽບດັ່ງແກນ..................ຕັ້ງໂຕເປັນຮາກແກ້ວ
ສ່ວນວ່າສະຫມຸນນ້ອຍ.........................ເປັນຮາກຝອຍຫຸ້ມຫໍ່
ເຖີງວ່າມີການສ່ອງຄົ້ນ.........................ກໍ່ຍາກແທ້ປາບມັນ
-ມີທາງດຽວຄືຕັ້ງຫມັ້ນ.........................ພາກັນກ່າວໄຂສຽງ
ຫາກວ່າພາກັນເຫັນ............................ພຶດຕິກຳເດຍລະສານຮ້າຍ
ຈົ່ງຊ່ວຍກັນປະຈານສູ້..........................ຢ່າໃຫ້ມັນໄດ້ເລີງລ່າ
ແລ້ວຄວາມສຸກໃນທົ່ວລ້າ......................ຈະຫວນຢ້ອນຕ່າວຄືນແທ້ໄດ

ພາກັນອ່ານແລ້ວຄິດຄົ້ນໄປນຳເດີວ່າກອນບົດນີ້ມີຄວາມຫມາຍແນວໄດ

ໂອ ເຮົາເຂົ້າໃຈທ່ານເວົ້າ------------------ວ່າກ່າວເຖິງຫຍັງ
ມີປານນັ້ນພຸ້ນບໍ--------------------------------ຂ້ອຍບໍ່ອາດສ່ອງເຫັນຮູ້
ເຖິງແນວໃດລາວເຮົາກໍ່ສູ້-------------------ເພື່ອການພັດທະນາໃໝ່
ຫວັງວ່າອານາຄົດຄົງຈະໄດ້----------------ສີວິໄລແທ້ແນ່ນອນ ນໍທ່ານນນໍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຫລາຍວັນນັບມື້ກ້າວ.....................ບົດກອນກ່າວເປັນຄຳເຫັນ
ນີ້ຫາກເປັນບ່ອນປັ້ນ....................ສ້າງກໍ່ກະວີວອນ ອີ່ຫລີໄດ໋
ຫາໃສມາປຽບໄດ້........................ການໄຂຂໍ້ຕໍ່ບົດກອນ
ຢອກຢ້ອນກັນມ່ວນຫລາຍ.............ພາຜ່ອນຄາຍໃຈແທ້ ແລນາ

ໂດຍ ແມ່ນຄວາມທ່ານເວົ້າ-----------------ທ່ານກໍ່ແຕ່ງກອນດີຫຼາຍ
ແຕ່ຂໍຕຳໜິວິວິໄຈ---------------------------ຢູ່ບາງບ່ອນໄດ້ບໍ່ທ່ານເຈົ້າ
ຄືວ່າບາງບົດກອນທີ່ທ່ານເວົ້າ-------------ຄືວ່າເຈົ້ານັ້ນບໍ່ຖືກຫຼັກການກາງໂທເອກ
ກໍ່ເລີຍງົງໜ້ອຍໜຶ່ງວ່ານັ້ນ-----------------ທ່ານເຈົ້າຕັ້ງແຕ່ງແນວນັ້ນແທ້ບໍ :)

ຂໍອະໄພຖ້າຫາກທ່ານນັ້ນ------------------ຄິດຄຽດນ້ອຍໃຈ
ຢ່າຟ້າວໜີໄປໄກ---------------------------ຈົ່ງມາແຕ່ງກອນນຳກັນນີ້
ຢ່າຟ້າວຄຽດໄປລີ້--------------------------ໄປໄກທາງອື່ນ
ຂ້ອຍກໍ່ແຕ່ງບໍ່ໄດ້ຄ່ອງແຄ້ວ----------------ຈິ່ງໃຫ້ທ່ານຕຳໜິຊົມນຳນັ້ນກໍ່ດີໃດທ່ານເອີຍ ຂອບໃຈ

ຂໍລອງແປງກອນເຈົ້າເປັນແບບນີ້ລອງເບິ່ງເດີ

ຫລາຍວັນນັບມື້ກ້າວ.....................ບົດກອນກ່າວເປັນຄຳເຫັນ
ນີ້ຫາກເປັນບ່ອນປະດິດ....................ກໍ່ສອນກະວີວອນກ້າວ
ຫາໃສມາປຽບໄດ້........................ການໄຂຂໍ້ບົດກອນຕໍ່
ຢອກຢ້ອນກັນມ່ວນແມ້ງ.............ພາກັນໄດ້ຜ່ອນຄາຍໃຈແທ້ ແລນາ

ໜ້າທີ່ 7 ຈາກທັງໝົດ 15 ໜ້າ <<<123456789 ... 1112131415>>>